ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ
ຂອງ​ປະ​ທານ​ທີ່​ເຫັນ​ໄດ້​ຍາກ


ຂອງ​ປະ​ທານ​ທີ່​ເຫັນ​ໄດ້​ຍາກ

ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ ປີ 2021

ວັນ​ອາ​ທິດ, ວັນທີ 5 ເດືອນ​ທັນ​ວາ, 2021

ຄຳ​ນຳ

ຕອນ​ຂ້າ​ພະ​ເຈົ້າ​ຍັງ​ນ້ອຍ, ຈຸດ​ເດັ່ນ​ຂອງ​ບຸນ​ຄຣິດ​ສະ​ມາດ​ຄື​ການ​ມາ​ຮອດ​ຂອງ​ແມ່​ຕູ້ ແລະ ພໍ່​ຕູ້​ລັນ​ເກຣນ. ໃນ​ແຕ່​ລະ​ປີ​ພວກ​ເພິ່ນ​ຈະ​ຂັບ​ລົດ​ຄັນ​ເກົ່າ​ເປັນ​ໄລ​ຍະ​ທາງ​ໄກ​ເພື່ອ​ມາ​ຢ້ຽມ​ຢາມ. ພວກ​ເຮົາ​ຮັກ​ພວກ​ເພິ່ນ, ແລະ ພວກ​ເຮົາ​ກໍ​ມັກ​ແພນ​ເຄັກ​ສະ​ວີ​ເດັນ​ຂອງ​ແມ່​ຕູ້​ຫລາຍ—ທີ່​ເຮັດ​ຈາກ​ຄຣີມ​ສົ້ມ​ສົດໆ​ທີ່​ເພິ່ນ​ໄດ້​ເອົາ​ມາ​ນຳ ຈາກ​ຊາວ​ກະ​ສິ​ກອນ​ທ້ອງ​ຖິ່ນ​ທີ່​ບ້ານ​ຂອງ​ເພິ່ນ. ເພິ່ນ​ໄດ້​ຢືນ​ຢູ່​ໜ້າ​ເຕົາ​ໄຟ​ເປັນ​ເວ​ລາ​ຫລາຍ​ຊົ່ວ​ໂມງ, ເຮັດ​ແພນ​ເຄັກ​ໃຫ້​ພວກ​ເຮົາ​ກິນ​ອີ່ມ​ຈົນ​ບໍ່​ສາ​ມາດ​ກິນ​ຕໍ່​ໄປ​ໄດ້​ອີກ. ບັດ​ນີ້​ໄດ້​ມີ​ເດັກ​ນ້ອຍ​ເພີ່ມ​ອີກ​ສອງ​ລຸ້ນ​ຄົນ​ທີ່​ໄດ້​ເຕີບ​ໂຕ​ມາ​ກັບ​ການ​ກິນ​ແພນ​ເຄັກ​ສະ​ວີ​ເດັນ​ເຫລົ່າ​ນັ້ນ. ແລະ ທຸກ​ຄັ້ງ​ທີ່​ພວກ​ເຮົາ​ເຮັດ​ແພນ​ເຄັກ, ພວກ​ເຮົາ​ກໍ​ລະ​ນຶກ​ເຖິງ​ແມ່​ຕູ້ລັນ​ເກຣນ ແລະ ຂອງ​ປະ​ທານ​ແຫ່ງ​ຄວາມ​ຮັກ​ຂອງ​ເພິ່ນ.

ຂອງ​ປະ​ທານ​ທີ່​ດີ​ທີ່​ສຸດ​ບາງ​ຢ່າງ​ຄື​ຂອງ​ປະ​ທານ​ແຫ່ງ​ເວ​ລາ ແລະ ພອນ​ສະ​ຫວັນ​ຕ່າງໆ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ຂອງ​ປະ​ທານ​ເຫລົ່າ​ນັ້ນ​ເປັນ​ຂອງ​ປະ​ທານ​ທີ່​ສັກ​ສິດ.

ຂອງ​ປະ​ທານ​ຕ່າງໆ

ນີ້​ແມ່ນ​ເທດ​ສະ​ການ​ແຫ່ງ​ການ​ຄອງ​ຄອຍ​ຂອງ​ຂວັນ​ໃໝ່ໆ. ແຕ່​ຄືນ​ນີ້, ໃຫ້​ເຮົາ​ຢຸດ​ຈັກ​ບຶດ​ໜຶ່ງ​ເພື່ອ​ພິ​ຈາ​ລະ​ນາ​ຂອງ​ຂວັນ​ທີ່​ເຮົາ​ໄດ້​ຮັບ ແລ້ວ ນັ້ນ—ແລະ ແມ່ນ​ໃຜ​ທີ່​ເປັນ​ຜູ້​ມອບ​ໃຫ້ ແລະ ດ້ວຍ​ເຫດ​ໃດ.

ພຣະ​ເຈົ້າ​ໄດ້​ມອບ​ຂອງ​ປະ​ທານ​ໃຫ້​ກັບ​ເຮົາ​ແຕ່​ລະ​ຄົນ. ທ່ານ​ອາດ​ບໍ່​ຮູ້​ສຶກ​ວ່າ​ໄດ້​ຮັບ​ຂອງ​ປະ​ທານ, ແຕ່​ທ່ານ​ມີ​ຂອງ​ປະ​ທານ​ທາງ​ວິນ​ຍານ​ຈາກ​ພຣະ​ເຈົ້າ ເພື່ອ​ທ່ານ​ຈະ​ສາ​ມາດ​ເປັນ​ພອນ​ໃຫ້​ກັບ​ຄົນ​ອື່ນໆ ແລະ ເຂົ້າ​ໃກ້​ພຣະ​ອົງ​ຫລາຍ​ຂຶ້ນ.1

ພຣະ​ເຈົ້າ​ໄດ້​ມອບ​ຂອງ​ປະ​ທານ​ຢ່າງ​ໃດ​ແດ່​ໃຫ້​ກັບ​ທ່ານ?

ຄວາມ​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ເຫັນ​ວ່າ​ຕົວ​ເອງ​ເປັນ​ຄົນ​ມີ​ພອນ​ສະ​ຫວັນ​ຫຍັງ​ເລີຍ. ຂ້າ​ພະ​ເຈົ້າ​ບໍ່​ແມ່ນ​ນັກ​ຮ້ອງ, ຫລື ນັກ​ເຕັ້ນ, ຫລື ນັກ​ກິ​ລາ, ຫລື ສິ​ລະ​ປິນ, ຫລື ນັກ​ຄະ​ນິດ​ສາດ, ຫລື … ຫລື … ຫລື … ຂ້າ​ພະ​ເຈົ້າ​ພຽງ​ແຕ່​ເປັນ​ຄົນ … ທຳ​ມະ​ດາ​ເທົ່າ​ນັ້ນ.

ບາງ​ເທື່ອ​ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ​ພອນ​ສະ​ຫວັນ​ຂອງ​ຄົນ​ອື່ນ​ທີ່​ເດັ່ນ​ກວ່າ ແລະ ກໍ​ຮູ້​ສຶກ​ວ່າ​ຕົວ​ເອງ​ບໍ່​ສຳ​ຄັນ. ແຕ່​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ມັນ​ບໍ່​ມີ​ປະ​ໂຫຍດ​ຫຍັງ ແລະ ການ​ປຽບ​ທຽບ​ດັ່ງ​ກ່າວ​ກໍ​ເປັນ​ການ​ທຳ​ລາຍ​ທີ່​ຮ້າຍ​ແຮງ. ທີ່​ສຳ​ຄັນ​ໄປ​ກວ່າ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ມາ​ເຫັນ​ອຳ​ນາດ​ອັນ​ສັກ​ສິດ​ຂອງ​ພຣະ​ເຈົ້າ “ຂອງ​ປະ​ທານ​ທີ່​ເຫັນ​ໄດ້​ຍາກ” ແລະ ປິ​ຕິ​ຍິນ​ດີ​ໃນ​ສິ່ງ​ເຫລົ່າ​ນີ້ ທີ່​ເປັນ​ຫລັກ​ຖານ​ເຖິງ​ຄວາມ​ຮັກ ແລະ ຄວາມ​ເຊື່ອ​ໝັ້ນ​ຂອງ​ພຣະ​ອົງ.

ແອວ​ເດີ ມາ​ວິນ ເຈ ອັດ​ສະ​ຕັນ ໄດ້​ສິດ​ສອນ​ວ່າ ຂອງ​ປະ​ທານ​ທາງ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ແມ່ນ​ລວມ​ທັງ​ຂອງ​ປະ​ທານ​ທີ່ “ເຫັນ​ໄດ້​ຍາກ,” ຊຶ່ງ​ມີ “ຂອງ​ປະ​ທານ​ແຫ່ງ​ການ​ທູນ​ຂໍ; ຂອງ​ປະ​ທານ​ແຫ່ງ​ການ​ຮັບ​ຟັງ; ຂອງ​ປະ​ທານ​ແຫ່ງ​ການ​ໄດ້​ຍິນ ແລະ ການ​ນຳ​ໃຊ້​ສຽງ​ແຜ່ວ​ເບົາ; ຂອງ​ປະ​ທານ​ແຫ່ງ​ການ​ສາ​ມາດ​ໂສກ​ເສົ້າ; ຂອງ​ປະ​ທານ​ແຫ່ງ​ການ​ຫລີກ​ລ້ຽງ​ການ​ຂັດ​ແຍ້ງ; ຂອງ​ປະ​ທານ​ແຫ່ງ​ການ​ຍອມ​ຮັບ; … ຂອງ​ປະ​ທານ​ແຫ່ງ​ການ​ສະ​ແຫວງ​ຫາ​ສິ່ງ​ທີ່​ຊອບ​ທຳ; ຂອງ​ປະ​ທານ​ແຫ່ງ​ການ​ບໍ່​ຕັດ​ສິນ​ຄົນ​ອື່ນ; ຂອງ​ປະ​ທານ​ແຫ່ງ​ການ​ຫລຽວ​ຫາ​ພຣະ​ເຈົ້າ​ສຳ​ລັບ​ການ​ຊີ້​ນຳ; ຂອງ​ປະ​ທານ​ແຫ່ງ​ການ​ເປັນ​ສາ​ນຸ​ສິດ; ຂອງ​ປະ​ທານ​ແຫ່ງ​ການ​ດູ​ແລ​ຄົນ​ອື່ນ; ຂອງ​ປະ​ທານ​ແຫ່ງ​ການ​ສາ​ມາດ​ຄິດ​ໄຕ່​ຕອງ; ຂອງ​ປະ​ທານ​ແຫ່ງ​ການ​ອະ​ທິ​ຖານ.”2

ຂອງ​ປະ​ທານ​ເຫລົ່າ​ນີ້​ໄດ້​ຊ່ວຍ​ໃຫ້​ທ່ານ​ເຫັນ​ຂອງ​ປະ​ທານ​ຂອງ​ທ່ານ​ໃນ​ມຸມ​ມອງ​ໃໝ່​ຫລື​ບໍ່? ມັນ​ໄດ້​ຊ່ວຍ​ຂ້າ​ພະ​ເຈົ້າ.

ຂອງ​ປະ​ທານ​ທີ່​ມິດ​ງຽບ​ເຫລົ່າ​ນີ້​ຊ່ວຍ​ອູ້ມ​ຊູ​ລູກໆ​ຂອງ​ພຣະ​ເຈົ້າ​ໄດ້​ຫລາຍ ເຊັ່ນ​ດຽວ​ກັນ​ກັບ​ຂອງ​ປະ​ທານ​ອື່ນໆ ທີ່​ເຮົາ​ຮັບ​ຮູ້ ແລະ ສັນ​ລະ​ເສີນ​ເລື້ອຍ​ກວ່າ3—ຂອງ​ປະ​ທານ​ທີ່​ມິດ​ງຽບ​ທີ່​ຊ່ວຍ​ໃຫ້​ເຮົາ​ບັນ​ລຸ​ເປົ້າ​ໝາຍ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ເຮົາ​ໃນ​ຊີ​ວິດ​. ແຕ່​ວ່າ, ໜ້າ​ເສຍ​ດາຍ, ທີ່​ບາງ​ຄັ້ງ​ເຮົາ​ກໍ​ກີດ​ກັນ​ໄວ້ ແລະ ບໍ່​ໄດ້​ຊື່ນ​ຊົມ ຫລື ແບ່ງ​ປັນ​ຂອງ​ປະ​ທານ​ຂອງ​ເຮົາ, ໂດຍ​ຢ້ານ​ກົວ​ວ່າ​ມັນ​ບໍ່​ໂດດ​ເດັ່ນ, ດີ​ພ້ອມ, ຫລື ສວຍ​ງາມ​ຕາມ​ທີ່​ເຮົາ​ຕ້ອງ​ການ.

ເມື່ອ​ເຮົາ​ບໍ່​ໄດ້​ຊື່ນ​ຊົມ​ກັບ​ຂອງ​ປະ​ທານ​ທີ່​ເຫັນ​ໄດ້​ຍາກ​ເຫລົ່າ​ນີ້, ເຮົາ​ກໍ​ພາດ​ໂອ​ກາດ​ໃນ​ການ​ອູ້ມ​ຊູ​ລູກໆ​ຂອງ​ພຣະ​ອົງ—ແລະ ເຮົາ​ກໍ​ພາດ​ໂອ​ກາດ​ທີ່​ຈະ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ.4

ໃຫ້​ຫລິ້ນ​ເພງ​ແຫ່ງ​ຂອງ​ປະ​ທານ​ຂອງ​ທ່ານ

ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຂອງ​ປະ​ທານ​ອີກ​ຢ່າງ​ໜຶ່ງ​ກັບ​ທ່ານ—ຂອງ​ປະ​ທານ​ຈາກ​ພໍ່​ຕູ້​ລັນ​ເກຣນ. ພໍ່​ຕູ້​ກໍ​ຢາກ​ຫລິ້ນ​ໄວ​ໂອ​ລິນ​ມາ​ຕະ​ຫລອດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໄວ​ໂອ​ລິນ​ເຄື່ອງ​ນີ້​ບໍ່​ເຄີຍ​ຖືກ​ໃຊ້ ແລະ ຕັ້ງ​ຢູ່​ຊັ້ນ​ວາງ​ເຄື່ອງ​ຂອງ​ເພິ່ນ​ເຕັມໄປ​ດ້ວຍ​ຂີ້​ຝຸ່ນ, ແລະ ຈາກ​ນັ້ນ​ກໍ​ຕົກ​ມາ​ເປັນ​ຂອງ​ຂ້າ​ພະ​ເຈົ້າ, ເປັນ​ເວ​ລາ​ຫລາຍ​ປີ—ສາຍ​ໄວ​ໂອ​ລິນ​ເຫລົ່າ​ນີ້​ບໍ່​ເຄີຍ​ຖືກ​ຫລິ້ນ​ເພງ.

ໃຫ້​ປຽບ​ທຽບ​ສິ່ງ​ນີ້​ກັບ​ໄວ​ໂອ​ລິນ​ຂອງ​ຫລານ​ສາວ​ອາ​ຍຸ​ຫົກ​ປີ​ຂອງ​ຂ້າ​ພະ​ເຈົ້າ, ນາງ​ສະ​ກາ​ເລັດ. ນາງ​ມີ​ຂອງ​ປະ​ທານ​ທີ່​ຈະ​ແບ່ງ​ປັນ​ກັບ​ພວກ​ເຮົາ​ໃນ​ຄ່ຳ​ຄືນ​ນີ້.

[ນາງ​ສະ​ກາ​ເລັດ​ກຳ​ລັງ​ຫລິ້ນ​ໄວ​ໂອ​ລິນ]

ຂອບ​ໃຈ, ສະ​ກາ​ເລັດ. ຊ່າງ​ມ່ວນ​ອອນ​ຊອນ​ຫລາຍ. ແມ່​ຕູ້​ຮັກ​ເຈົ້າ​ເດີ.

ຂອງ​ປະ​ທານ​ຕ່າງໆ​ຂອງ​ເຮົາ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມີ​ເພື່ອ​ໃຫ້​ເຮົາ​ແບ່ງ​ປັນ. ໄວ​ໂອ​ລິນ​ຂອງ​ນາງ​ສະ​ກາ​ເລັດ​ບໍ່​ໄດ້​ມີ​ລາ​ຄາ​ແພງ, ແລະ ເຮົາ​ສາ​ມາດ​ຮູ້​ໄດ້​ເຖິງ​ຄວາມ​ບົກ​ພ່ອງ​ຂອງ​ເຄື່ອງ​ດົນ​ຕີ ຫລື ເທັກ​ນິກ, ແຕ່​ຍ້ອນ​ວ່າ​ນາງ​ໄດ້​ໃສ່​ໃຈ​ກັບ​ມັນ ນາງ​ຈຶ່ງ​ໄດ້​ມອບ​ຂອງ​ປະ​ທານ ແລະ ນຳ​ຄວາມ​ສຸກ​ມາ​ໃຫ້.

ຢ່າ​ປ່ອຍ​ໃຫ້​ຂອງ​ປະ​ທານ​ທີ່​ພຣະ​ເຈົ້າ​ມອບ​ໃຫ້​ທ່ານ, ແມ່ນ​ແຕ່​ຂອງ​ປະ​ທານ​ທີ່​ເຫັນ​ໄດ້​ຍາກ​ເຫລົ່າ​ນັ້ນ​ຂອງ​ພຣະ​ອົງ, ບໍ່​ໄດ້​ຖືກ​ໃຊ້​ງານ ຫລື ບໍ່​ໄດ້​ຮັບ​ຄວາມ​ຊື່ນ​ຊົມ. ໃຫ້​ນຳ​ເອົາ​ຂອງ​ປະ​ທານ​ທີ່​ພຣະ​ອົງ​ໄດ້​ມອບ​ໃຫ້​ກັບ​ທ່ານ​ອອກ​ມາ​ຈາກ​ຊັ້ນ​ວາງ​ເຄື່ອງ. ຖ້າ​ທ່ານ​ໄດ້​ເກັບ​ມັນ​ໄວ້​ຍ້ອນ​ຄວາມ​ສົງ​ໄສ​ໃນ​ຕົວ​ເອງ, ໃຫ້​ນຳ​ອອກ​ມາ​ປັດ​ຝຸ່ນ​ອອກ ແລະ ລອງ​ໃຊ້​ເບິ່ງ. ຖວາຍ​ແດ່​ພຣະ​ເຈົ້າ ແລະ ມອບ​ໃຫ້​ກັບ​ລູກໆ​ຂອງ​ພຣະ​ອົງ. ຂອງ​ປະ​ທານ​ຕ່າງໆ​ທີ່​ເຮົາ​ມີ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ແມ່ນ​ເພື່ອ​ໃຫ້​ນຳ​ໃຊ້ ແລະ ແບ່ງ​ປັນ. ຂອງ​ປະ​ທານ​ທັງ​ໝົດ​ຂອງ​ທ່ານ​ຈາກ​ພຣະ​ເຈົ້າ, ເຖິງ​ແມ່ນ​ວ່າ​ຈະ​ບໍ່​ດີ​ພ້ອມ, ຈະ​ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້ ແລະ ເປັນ​ເພງ​ສວດ​ແຫ່ງ​ການ​ສັນ​ລະ​ເສີນ, ເມື່ອ​ເຮົາ​ຖວາຍ​ແດ່​ພຣະ​ອົງ.

ໃຫ້​ນຳ​ໃຊ້​ຂອງ​ປະ​ທານ​ແຫ່ງ​ການ​ຮັບ​ຟັງ​ຂອງ​ທ່ານ​ດ້ວຍ​ຄວາມ​ຮັກ ແລະ ໄປ​ຢ້ຽມ​ຢາມ​ເພື່ອນ​ທີ່​ໂດດ​ດ່ຽວ. ທ່ານ​ມີ​ຂອງ​ປະ​ທານ​ແຫ່ງ​ການ​ຫລີກ​ລ້ຽງ​ການ​ຂັດ​ແຍ້ງ ແລະ ຂອງ​ປະ​ທານ​ແຫ່ງ​ການ​ຍອມ​ຮັບ​ບໍ? ຂອງ​ປະ​ທານ​ເຫລົ່າ​ນັ້ນ​ເປັນ​ທີ່​ຕ້ອງ​ການ​ຫລາຍ. ຈົ່ງ​ມອບ​ມັນ​ໃຫ້​ກັບ​ຄອບ​ຄົວ, ໝູ່​ເພື່ອນ, ແລະ ເພື່ອນ​ບ້ານ​ຂອງ​ທ່ານ. ບອກ​ຄົນ​ພະ​ເນ​ຈອນ​ວ່າ​ທ່ານ​ຮັກ​ເຂົາ​ເຈົ້າ, ແລະ ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ມາ​ກິນ​ເຂົ້າ​ນຳ. ສິດ​ສອນ​ບົດ​ຮຽນ​ທີ່​ດົນ​ໃຈ. ຂຽນ​ຂໍ້​ຄວາມ​ທີ່​ດີ. ນຳ​ໃຊ້​ຂອງ​ປະ​ທານ​ທີ່​ທ່ານ​ມີ​ເພື່ອ​ເອື້ອມ​ອອກ​ໄປ ແລະ ສ້າງ​ຊີ​ໂອນ ແລະ ສ້າງ​ຜູ້​ຄົນ​ທີ່​ຢູ່​ອ້ອມ​ຮອບ​ຕົວ​ທ່ານ. ພຣະ​ເຈົ້າ​ຕ້ອງ​ການ​ທຸກ​ຄົນ. ພຣະ​ອົງ​ໄດ້​ໃຫ້​ຂອງ​ປະ​ທານ​ທັງ​ໝົດ​ເພື່ອ​ອູ້ມ​ຊູ​ລູກໆ​ຂອງ​ພຣະ​ອົງ. ຢ່າ​ປ່ອຍ​ໃຫ້​ເພງ​ທີ່​ຢູ່​ໃນ​ໃຈ​ທ່ານ​ມິດ​ງຽບ​ຢູ່, ແບບ​ອ້ອມ​ກອດ​ທີ່​ບໍ່​ເຄີຍ​ໃຫ້, ການ​ໃຫ້​ອະ​ໄພ​ທີ່​ບໍ່​ເຄີຍ​ກ່າວ.

ການ​ຮັບ​ເອົາ​ຂອງ​ປະ​ທານ​ຈາກ​ພຣະ​ອົງ

ໃນ​ຊ່ວງ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ​ປີ 1832 ໄພ່​ພົນ​ໄດ້​ຕໍ່​ສູ້​ດີ້ນ​ລົນ​ກັບ​ຄວາມ​ບໍ່​ສະ​ຫງົບ​ສຸກ​ຂອງ​ບ້ານ​ເມືອງ ແລະ ທາງ​ການ​ເມືອງ. ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ຫາ​ກໍ​ໄດ້​ທຳ​ນາຍ​ກ່ຽວ​ກັບ​ສົງ​ຄາມ​ກາງ​ເມືອງ.5 ບັດ​ນີ້​ນັ້ນ​ບໍ່​ແມ່ນ​ເລື່ອງ​ທີ່​ຕ້ອງ​ຊື່ນ​ບານ.

ແຕ່​ວ່າ​ໃນ​ວັນ​ທີ 27 ເດືອນ​ທັນ​ວາ, ໂຈ​ເຊັບ​ໄດ້​ຮັບ​ການ​ເປີດ​ເຜີຍ​ອີກ—ແມ່ນ “ຂ່າວ​ສານ​ແຫ່ງ​ສັນ​ຕິ​ສຸກ” ຈາກ​ພຣະ​ຜູ້​ເປັນ​ເຈົ້າ.6 ໃນ​ເວ​ລາ​ທີ່​ຫຍຸ້ງ​ຍາກ​ເຫລົ່າ​ນີ້, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຕືອນ​ໂຈ​ເຊັບ​ເຖິງ​ຂອງ​ປະ​ທານ​ທີ່​ພຣະ​ອົງ​ປະ​ທານ​ໃຫ້​ແກ່​ໄພ່​ພົນ​ຂອງ​ພຣະ​ອົງ—ທີ່​ສຳ​ຄັນ​ທີ່​ສຸດ, ຄື​ຂອງ​ປະ​ທານ​ແຫ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ພຣະ​ເຢ​ຊູ​ຄຣິດ ແລະ ຄວາມ​ຫວັງ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ.

ວິ​ທີ​ທີ່​ຈະ​ປິ​ຕິ​ຍິນ​ດີ​ກັບ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ ນັ້ນ ຄື​ການ​ເຫັນ ແລະ ຮັບ​ເອົາ​ຂອງ​ປະ​ທານ​ຈາກ​ພຣະ​ເຈົ້າ; ຂອງ​ປະ​ທານ​ຢ່າງ​ທຳ​ອິດ ແລະ ສຳ​ຄັນ​ທີ່​ສຸດ “ຂອງ​ປະ​ທານ​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້”7 ຄື​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ມັນ​ກໍ​ຈິງ​ເຊັ່ນ​ດຽວ​ກັນ​ກັບ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ​ປີ​ນີ້.

ໃນ​ການ​ເປີດ​ເຜີຍ​ທີ່​ໂຈ​ເຊັບ​ໄດ້​ຮັບ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຖາມ​ໂຈ​ເຊັບ​ໃນ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້​ວ່າ:

“ມັນ​ຈະ​ເປັນ​ປະ​ໂຫຍດ​ຫຍັງ​ແກ່​ມະ​ນຸດ ຖ້າ​ຫາກ​ຂອງ​ປະ​ທານ​ນັ້ນ​ຖືກ​ມອບ​ໃຫ້​ເຂົາ, ແລະ ເຂົາ​ບໍ່​ຍອມ​ຮັບ​ເອົາ​ຂອງ​ປະ​ທານ​ນັ້ນ? ຈົ່ງ​ເບິ່ງ, ເຂົາ​ບໍ່​ປິ​ຕິ​ຍິນ​ດີ​ກັບ​ສິ່ງ​ທີ່​ຖືກ​ມອບ​ໃຫ້​ແກ່​ເຂົາ, ທັງ​ບໍ່​ປິ​ຕິ​ຍິນ​ດີ​ກັບ​ພຣະ​ອົງ​ຜູ້​ປະ​ທານ​ຂອງ​ປະ​ທານ​ນັ້ນ​ໃຫ້​ເຂົາ.”8

ສະ​ຫລຸບ

ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ເຮົາ​ແຕ່​ລະ​ຄົນ​ຈະ​ສາ​ມາດ ເຫັນ ແລະ ຮັບ​ເອົາ ຂອງ​ປະ​ທານ​ທີ່​ພຣະ​ເຈົ້າ​ໄດ້​ມອບ​ໃຫ້​ແກ່​ເຮົາ—ແຕ່​ໂດຍ​ສະ​ເພາະ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ເຮົາ​ແຕ່​ລະ​ຄົນ​ຈະ​ສາ​ມາດ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ເຈົ້າ, ຜູ້​ທີ່​ມອບ​ຂອງ​ປະ​ທານ​ເຫລົ່າ​ນີ້.

ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ສຳ​ລັບ​ຂອງ​ປະ​ທານ​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້​ແຫ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ—ພຣະ​ບຸດ​ຜູ້​ທີ່​ສະ​ເດັດ​ມາ​ຍັງ​ໂລກ​ນີ້​ໃນ​ຖາ​ນະ​ກຸມ​ມານ​ນ້ອຍ, ຖືກ​ຕູ້ມ​ດ້ວຍ​ຜ້າ​ອ້ອມ​ໂດຍ​ແມ່​ທີ່​ຍັງ​ໜຸ່ມ ແລະ ຖືກ​ວາງ​ໄວ້​ໃນ​ຮາງ​ຫຍ້າ. ພຣະ​ກຸມ​ມານ​ຜູ້​ທີ່​ຮຽນ​ຮູ້​ທີ​ລະ​ບັນ​ທັດ ແລະ ຈາກ​ພຣະ​ຄຸນ​ໜຶ່ງ​ຫາ​ອີກ​ພຣະ​ຄຸນ​ໜຶ່ງ​ຈົນ​ກວ່າ​ພຣະ​ອົງ​ໄດ້​ສະ​ລະ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ​ເພື່ອ​ບາບ​ຂອງ​ຂ້າ​ພະ​ເຈົ້າ. ເພື່ອ​ບາບ​ຂອງ​ທ່ານ. ເພື່ອ​ບາບ​ຂອງ​ທຸກ​ຄົນ​ທີ່​ເຄີຍ​ມີ​ຊີ​ວິດ ແລະ ຈະ​ມີ​ຊີ​ວິດ​ຢູ່​ເທິງ​ໂລກ​ນີ້.

ເຮົາ​ຮ້ອງ​ເພງ​ສວດ​ທີ່​ເຮົາ​ຮັກ​ທີ່​ມີ​ເນື້ອ​ໃນ​ວ່າ:

“ພຣະ​ຊົງ​ບັງ​ເກີດ, ໂລກ​ຈົ່ງ​ສຸກ​ຂີ; ທຸ​ລີ​ນ້ອມ​ຮັບ​ພຣະ​ເຈົ້າ!”9

ຂອງ​ປະ​ທານ​ແຫ່ງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຖືກ​ມອບ​ໃຫ້​ແລ້ວ ແລະ ເພື່ອ​ເຫດ​ຜົນ​ອັນ​ສູງ​ສຸດ​ນັ້ນ! ຄຳ​ຖາມ​ກໍ​ຄື​ວ່າ, ເຮົາ ຈະ​ຮັບ​ເອົາ ພຣະ​ອົງ ຫລື​ບໍ່? ເຮົາ​ຈະ​ໃຫ້​ພຣະ​ອົງ​ເຂົ້າ​ມາ ແລະ ໃຫ້​ພຣະ​ອົງ​ໄຊ​ຊະ​ນະ​ຫລື​ບໍ່? ຈະ​ເຮັດ​ໄດ້​ແນວ​ໃດ?

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ການ​ຮັບ​ເອົາ​ຈອມ​ກະ​ສັດ​ຂອງ​ເຮົາ ແລະ ຂອງ​ປະ​ທານ​ຂອງ​ພຣະ​ອົງ ຈະ​ນຳ​ຄວາມສຸກ​ທີ່​ແທ້​ຈິງ​ມາ​ໃຫ້—ຈະ​ນຳ​ຄວາມ​ສຸກ ມາ​ໃຫ້ ໂລກ ແລະ ມີ​ຄວາມ​ສຸກ ໃນ ໂລກ.

“ຂໍ​ຂອບ​ພຣະ​ໄທ​ແດ່​ພຣະ​ເຈົ້າ​ສຳ​ລັບ​ພອນ​ທີ່​ບໍ່​ສາ​ມາດ​ກ່າວ​ເຖິງ​ໄດ້”10 ແຫ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ພິມ