ວິນຍານຂອງບຸນຄຣິດສະມາດ
ລາຍການໃຫ້ຄຳດົນໃຈຂອງຝ່າຍປະທານສູງສຸດ ເນື່ອງໃນໂອກາດເທດສະການບຸນຄຣິດສະມາດ
ວັນທີ 5 ເດືອນທັນວາ, 2021
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າກະຕັນຍູຫລາຍສຳລັບໂອກາດທີ່ໄດ້ມາຮ່ວມກັບທ່ານໃນເທດສະການບຸນຄຣິດສະມາດຕະຫລອດທົ່ວໂລກນີ້. ສຽງເພງ ແລະ ຖ້ອຍຄຳທີ່ສູງສົ່ງກໍໄດ້ສຳພັດຫົວໃຈຂອງເຮົາ. ມັນໄດ້ນຳວິນຍານທີ່ແທ້ຈິງຂອງບຸນຄຣິດສະມາດມາໃຫ້, ຄວາມຊື່ນຊົມທີ່ມາຈາກການນະມັດສະການ ແລະ ຈາກການຮັກອົງພຣະເຢຊູຄຣິດເຈົ້າ. ເຮົາຖືກຜູກພັນກັນໄວ້ໃນຄວາມຮັກ ແລະ ການອຸທິດຕົນຂອງເຮົາທີ່ມີໃຫ້ແດ່ພຣະອົງ.
ຄວາມຮູ້ສຶກຂອງການນະມັດສະການນັ້ນກໍທະວີຂຶ້ນ ແຕ່ລະເທື່ອທີ່ຂ້າພະເຈົ້າອ່ານຂໍ້ພຣະຄຳພີທີ່ຊ່ວຍຂ້າພະເຈົ້າໃຫ້ຮູ້ວ່າ ພຣະອົງໄດ້ເປັນໃຜ ແລະ ວ່າພຣະອົງຍັງເປັນໃຜ. ຈາກການອ່ານ ແລະ ການອະທິຖານນັ້ນ, ຂ້າພະເຈົ້າໄດ້ມາຮູ້ຈັກວ່າພຣະເຢຊູຄືພຣະເຢໂຮວາ, ຜູ້ຊຶ່ງ, ພາຍໃຕ້ການຊີ້ນຳຂອງພຣະບິດາເທິງສະຫວັນ, ໄດ້ເປັນພຣະຜູ້ສ້າງຂອງທຸກສິ່ງທັງປວງ. ໂປໂລໄດ້ບັນຍາຍໃນທາງນີ້ວ່າ:
“ພຣະເຈົ້າຊົງກ່າວແກ່ບັນພະບຸລຸດຂອງພວກເຮົາຫລາຍເທື່ອດ້ວຍວິທີຕ່າງໆ ໂດຍທາງບັນດາ [ສາດສະດາ],
“ແຕ່ໃນຄາວສຸດທ້າຍນີ້ ພຣະອົງໄດ້ຊົງກ່າວແກ່ເຮົາທັງຫລາຍທາງພຣະບຸດ, ຜູ້ຊຶ່ງພຣະອົງໄດ້ຊົງຕັ້ງໃຫ້ເປັນຜູ້ຮັບສັບພະທຸກສິ່ງທັງປວງເປັນມໍລະດົກ, ແລະ ດ້ວຍພຣະບຸດນັ້ນພຣະອົງໄດ້ຊົງສ້າງໂລກທັງຫລາຍ;
“ພຣະບຸດນັ້ນເປັນແສງສະທ້ອນພຣະສະຫງ່າລະສີຂອງພຣະເຈົ້າ, ແລະ ມີສະພາບເປັນແບບພິມດຽວກັນກັບພຣະອົງ, ແລະ ຊົງຄ້ຳຊູພິພົບໂລກໄວ້ດ້ວຍພຣະທຳອັນຊົງລິດຂອງພຣະອົງ, ເມື່ອພຣະອົງຊົງຊຳລະບາບກຳແລ້ວ, ກໍຊົງປະທັບຢູ່ເບື້ອງຂວາຂອງຜູ້ຊົງລິດທານຸພາບໃນທີ່ສູງສຸດ;
“ພຣະເຈົ້າໄດ້ຊົງປະທານພຣະນາມອັນປະເສີດເລີດລ້ຳກວ່າ [ເຫລົ່າທູດ] ໃຫ້ພຣະອົງຢ່າງໃດ, ພຣະອົງກໍຊົງເກີດເປັນຜູ້ປະເສີດເລີດລ້ຳກວ່າ [ເຫລົ່າທູດ] ຢ່າງນັ້ນ.
“ເພາະພຣະເຈົ້າບໍ່ເຄີຍກ່າວແກ່ [ເຫລົ່າທູດ] ຂອງພຣະອົງ [ໃນເວລາໃດ] ວ່າ, ທ່ານເປັນບຸດຂອງເຮົາ, ວັນນີ້ເຮົາໃຫ້ກຳເນີດແກ່ທ່ານ? [ແລະ ກ່າວອີກວ່າ,] ເຮົາຈະເປັນບິດາຂອງທ່ານ, ຝ່າຍທ່ານກໍຈະເປັນບຸດຂອງເຮົາ?
“ແລະ ອີກຄັ້ງໜຶ່ງ, ພຣະເຈົ້າໄດ້ສົ່ງພຣະບຸດ [ຫົວປີ] ຂອງພຣະອົງເຂົ້າມາໃນໂລກນັ້ນ, ພຣະອົງໄດ້ຊົງກ່າວວ່າ, ໃຫ້ [ເຫລົ່າທູດ] ຂອງພຣະເຈົ້າ [ທຸກອົງ] ຕ້ອງນ້ອມນະມັດສະການຂາບໄຫວ້ພຣະອົງ.”1
ໃນຕອນພຣະເຢຊູກຳເນີດໃນເມືອງເບັດເລເຮັມ ທູດສະຫວັນໄດ້ຮ້ອງເພງ ແລະ, ຕາມຄຳທຳນາຍ, ດາວດວງໃໝ່ກໍໄດ້ປະກົດ ເພື່ອສ່ອງແສງໃນທ້ອງຟ້າ, ສັນລະເສີນການເຂົ້າມາສູ່ພຣະຊົນຊີບມະຕະຂອງພຣະບຸດຂອງພຣະເຈົ້າ.
ພຣະອົງສູງເໜືອເຮົາ, ແຕ່ເຫດການທີ່ອ້ອມຮອບການກຳເນີດແຫ່ງມະຕະຂອງພຣະອົງນັ້ນເຮັດໃຫ້ເຮົາຮູ້ສຶກວ່າພຣະອົງປະທັບຢູ່ໃກ້ເຮົາ. ພຣະອົງໄດ້ເລືອກລົງມາຈາກພຣະທີ່ນັ່ງຂອງພຣະອົງຢູ່ເບື້ອງຂວາພຣະຫັດຂອງພຣະບິດາ ເພື່ອຮັບເອົາຄວາມເປັນມະຕະ. ພຣະອົງໄດ້ກະທຳສິ່ງນີ້ເພາະຄວາມຮັກທີ່ມີຕໍ່ບຸດ ແລະ ທິດາຂອງພຣະບິດາຂອງພຣະອົງ ຜູ້ທີ່ຈະມາເກີດໃນໂລກນີ້. ພຣະອົງໄດ້ກະທຳສິ່ງນີ້ເພາະຄວາມຮັກທີ່ມີຕໍ່ທ່ານ—ແລະ ຕໍ່ຂ້າພະເຈົ້າ.
ພຣະອົງສາມາດມາກຳເນີດໃນສະພາບການໃດກໍໄດ້ຢູ່ໃນໂລກນີ້. ແຕ່ພຣະເຢຊູໄດ້ມາກຳເນີດຢູ່ໃນສະຖານະການທີ່ຖ່ອມ ໃນໝູ່ບ້ານນ້ອຍໆແຫ່ງໜຶ່ງ. ພວກຜູ້ລ້ຽງແກະໄດ້ຕ້ອນຮັບພຣະອົງ. ຕໍ່ມາພວກໂຫລາຈານສອງສາມຄົນໄດ້ຖືກດົນໃຈໃຫ້ມານະມັດສະການພຣະອົງ. ຜູ້ນຳທາງການເມືອງໄດ້ສັ່ງໃຫ້ຂ້າພຣະອົງ. ພຣະອົງຕ້ອງຖືກພາໄປຢູ່ຕ່າງປະເທດເພື່ອຮັກສາພຣະຊົນຊີບຂອງພຣະອົງເອົາໄວ້. ເມື່ອທູດອົງໜຶ່ງໄດ້ບອກພໍ່ແມ່ມະຕະຂອງພຣະອົງວ່າ ພຣະອົງສາມາດກັບຄືນໄປຍັງປະເທດຂອງພຣະອົງ, ເຂົາເຈົ້າກໍໄດ້ພາພຣະອົງໄປຍັງເມືອງນາຊາເຣັດ. ພຣະອົງໄດ້ໃຊ້ເວລາເກືອບເຖິງ 30 ປີ ຢູ່ທີ່ນັ້ນ, ເຕີບໂຕຂຶ້ນ ແລະ ເປັນຊ່າງໄມ້, ກ່ອນການເລີ່ມຕົ້ນສາດສະໜາກິດຕໍ່ສາທາລະນະຊົນຂອງພຣະອົງ.
ທ່ານອາດສົງໄສ, ຄືກັນກັບຂ້າພະເຈົ້າ, ວ່າເປັນຫຍັງພຣະບຸດທີ່ດີພ້ອມຂອງພຣະເຈົ້າຈຶ່ງຖືກສົ່ງມາກະທຳພາລະກິດເຊັ່ນນັ້ນ. ທ່ານອາດຈື່ຄຳບັນຍາຍທີ່ພຣະອົງໄດ້ກ່າວກ່ຽວກັບການຮັບເອົາການເອີ້ນທີ່ຖ່ອມຂອງພຣະອົງ ທີ່ວ່າ:
“ເຮົາໄດ້ລົງມາຈາກສະຫວັນ, ບໍ່ແມ່ນເພື່ອເຮັດຕາມໃຈຂອງຕົນເອງ, ແຕ່ເພື່ອເຮັດຕາມຄວາມປະສົງຂອງພຣະອົງຜູ້ທີ່ໄດ້ໃຊ້ເຮົາມາ.
“ອັນນີ້ແຫລະ ແມ່ນຄວາມປະສົງຂອງພຣະອົງຜູ້ທີ່ໄດ້ຊົງໃຊ້ເຮົາມາ, ຄືຄົນທັງຫລາຍທີ່ພຣະອົງໄດ້ມອບໃຫ້ແກ່ເຮົານັ້ນ, ເຮົາຈະບໍ່ໃຫ້ເສຍຈັກຄົນ, ແຕ່ເພື່ອໃຫ້ເຂົາທຸກຄົນເປັນຄືນມາສູ່ຊີວິດໃນວັນສຸດທ້າຍ.
“ດ້ວຍວ່າ, ນີ້ແຫລະ ແມ່ນຄວາມປະສົງຂອງ [ພຣະອົງຜູ້ທີ່ໄດ້ໃຊ້ເຮົາມາ], ຄືໃຫ້ທຸກຄົນທີ່ເຫັນພຣະບຸດ, ແລະ ເຊື່ອໃນພຣະອົງນັ້ນມີຊີວິດນິລັນດອນ: ແລະ ເຮົາຈະໃຫ້ຜູ້ນັ້ນເປັນຄືນມາສູ່ຊີວິດໃນວັນສຸດທ້າຍ.”2
ພຣະເຢຊູໄດ້ສະແດງຄວາມຮັກ ແລະ ຄວາມຖ່ອມຕົນຂອງພຣະອົງ. ເຖິງແມ່ນພຣະອົງມີອຳນາດ ແລະ ເດຊານຸພາບກັບພຣະບິດາຂອງພຣະອົງ, ແຕ່ພຣະເຢຊູກໍໄດ້ເລືອກຜູ້ຊາຍທຳມະດາສາມັນຂອງໂລກໃຫ້ເປັນສານຸສິດຂອງພຣະອົງ, ລວມທັງຄົນຫາປາ, ຄົນເກັບພາສີ, ແລະ ຜູ້ຮັກຊາດ.
ພຣະອົງໄດ້ສັ່ງສອນ ແລະ ພົວພັນກັບຄົນຂີ້ທູດ, ຄົນເຈັບປ່ວຍ, ຄົນງ່ອຍ, ແລະ ຄົນທີ່ຖືກກຽດຊັງ. ພຣະອົງໄດ້ຮັກ ແລະ ຍອມຮັບຜູ້ທີ່ຕ່ຳຕ້ອຍທີ່ສຸດໃນບັນດາພວກເຂົາ, ເຖິງແມ່ນວ່າພຣະອົງໄດ້ສະເດັດລົງມາຈາກຣາຊະບັນລັງເບື້ອງບົນ. ພຣະອົງໄດ້ຮັບໃຊ້ພວກເຂົາ, ໄດ້ຮັກພວກເຂົາ, ແລະ ໄດ້ຍົກພວກເຂົາຂຶ້ນ.
ຄວາມຮັກທີ່ເມດຕາ ແລະ ຄວາມຢັບຢັ້ງທີ່ດີເດັ່ນນັ້ນ ໄດ້ເພີ່ມທະວີຂຶ້ນ ແມ່ນແຕ່ ໃນຕອນທ້າຍພາລະກິດຂອງພຣະອົງຢູ່ເທິງໂລກ. ພຣະອົງໄດ້ປະເຊີນກັບການຕໍ່ຕ້ານ ແລະ ຄວາມກຽດຊັງທີ່ພຣະອົງຮູ້ວ່າເປັນພາກສ່ວນໜຶ່ງໃນພາລະກິດ ຊຶ່ງພຣະອົງໄດ້ຖືກເອີ້ນ ແລະ ໄດ້ຮັບເອົາ. ພາລະກິດນັ້ນແມ່ນຈະຕ້ອງຮັບທຸກທໍລະມານເພື່ອບາບ ແລະ ຄວາມອ່ອນແອຂອງທຸກຄົນທີ່ເຂົ້າມາສູ່ຊີວິດມະຕະ.
ທ່ານຄົງຈື່ຈຳຖ້ອຍຄຳຂອງຢາໂຄບໄດ້ ຂະນະທີ່ເພິ່ນໄດ້ສິດສອນກ່ຽວກັບການຊົດໃຊ້ຂອງພຣະເຢຊູຄຣິດ ທີ່ວ່າ:
“ໂອ້ ຄວາມສັກສິດຂອງພຣະເຈົ້າຂອງພວກເຮົາຍິ່ງໃຫຍ່ພຽງໃດ! ເພາະພຣະອົງຮູ້ທຸກໆເລື່ອງ, ແລະ ບໍ່ມີເລື່ອງໃດທີ່ພຣະອົງບໍ່ຮູ້.
“ແລະ ພຣະອົງໄດ້ສະເດັດມາຍັງໂລກເພື່ອຈະໄດ້ຊ່ວຍມະນຸດທັງປວງໃຫ້ລອດພົ້ນ ຖ້າຫາກເຂົາຈະເຊື່ອຟັງສຸລະສຽງຂອງພຣະອົງ; ເພາະຈົ່ງເບິ່ງ, ພຣະອົງໄດ້ທົນຮັບຄວາມເຈັບປວດຂອງມະນຸດທັງປວງ, ແທ້ຈິງແລ້ວ, ຄວາມເຈັບປວດຂອງສິ່ງທີ່ມີຊີວິດທີ່ຖືກສ້າງຂຶ້ນທຸກຢ່າງທັງຊາຍ, ຍິງ, ແລະ ເດັກນ້ອຍ, ທີ່ເປັນຄອບຄົວຂອງອາດາມ.
“ແລະ ພຣະອົງໄດ້ທົນຮັບສິ່ງນີ້ ເພາະການຟື້ນຄືນຊີວິດຈະໄດ້ເກີດກັບມະນຸດທຸກຄົນ ເພື່ອຄົນທັງປວງຈະໄດ້ຢືນຢູ່ຕໍ່ພຣະພັກຂອງພຣະອົງໃນວັນຍິ່ງໃຫຍ່ ແລະ ວັນພິພາກສາ.”3
ກຸມມານນ້ອຍຢູ່ໃນຮາງຫຍ້າໃນເມືອງເບັດເລເຮັມແມ່ນພຣະບຸດຂອງພຣະເຈົ້າ, ຖືກສົ່ງມາໂດຍພຣະບິດາ ເພື່ອກາຍເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ພຣະອົງເປັນພຣະບຸດອົງດຽວທີ່ຖືກຳເນີດຂອງພຣະບິດາໃນເນື້ອໜັງ. ພຣະອົງຄືຕົວຢ່າງຂອງເຮົາ.
ເພື່ອຈະມີວິນຍານຂອງບຸນຄຣິດສະມາດ, ເຮົາຕ້ອງພະຍາຍາມທີ່ຈະຮັກ ດັ່ງທີ່ພຣະອົງໄດ້ຮັກ. ພຣະຄຳຂອງພຣະອົງຕໍ່ທ່ານ ແລະ ຕໍ່ຂ້າພະເຈົ້າແມ່ນໃຫ້, “ຮັກຊຶ່ງກັນແລະກັນ ເໝືອນດັ່ງເຮົາຮັກພວກເຈົ້າ.”4
ທ່ານສາມາດຮູ້ສຶກເຖິງວິນຍານຂອງບຸນຄຣິດສະມາດໄດ້, ດັ່ງທີ່ຂ້າພະເຈົ້າໄດ້ຮູ້ສຶກ, ຢູ່ໃນພຣະຄຳເຫລົ່ານີ້. ຂ້າພະເຈົ້າຮູ້ສຶກເຖິງຄວາມສະຫວ່າງ ແລະ ການມອງໂລກໃນແງ່ດີ ທີ່ມາຈາກອິດທິພົນຂອງພຣະວິນຍານບໍລິສຸດ ເມື່ອໃດກໍຕາມທີ່ຂ້າພະເຈົ້າຈື່ຈຳ ແລະ ໄຕ່ຕອງເຖິງຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດຂອງໂລກ.
ສຳລັບຂ້າພະເຈົ້າແລ້ວ, ບາງທີຄວາມຊົງຈຳທີ່ຫວານຊື່ນທີ່ສຸດແມ່ນວ່າ ພຣະຜູ້ເປັນເຈົ້າພ້ອມທີ່ຈະຊ່ວຍເຫລືອເຮົາ ບໍ່ວ່າແມ່ນຫຍັງຈະເກີດຂຶ້ນກັບເຮົາກໍຕາມ. ດັ່ງທີ່ມໍມອນໄດ້ສິດສອນວ່າ:
“ພຣະເຈົ້າຮູ້ທຸກສິ່ງ, ໂດຍທີ່ເປັນຢູ່ຈາກເປັນນິດເຖິງເປັນນິດ, ຈົ່ງເບິ່ງ, ພຣະອົງໄດ້ສົ່ງເຫລົ່າທູດມາປະຕິບັດສາດສະໜາກິດແກ່ລູກຫລານມະນຸດ, ເພື່ອສະແດງໃຫ້ປະຈັກເຖິງການສະເດັດມາຂອງພຣະຄຣິດ; ແລະ ໂດຍພຣະຄຣິດທຸກສິ່ງທີ່ດີຈຶ່ງຈະມີມາ.
“ແລະ ພຣະເຈົ້າໄດ້ປະກາດກັບສາດສະດາດ້ວຍພຣະໂອດຂອງພຣະອົງເອງ, ວ່າພຣະຄຣິດຈະສະເດັດມາ.
“ແລະ ຈົ່ງເບິ່ງ, ມີຫລາຍວິທີທີ່ພຣະອົງໄດ້ສະແດງສິ່ງທີ່ດີໃຫ້ປະຈັກແກ່ລູກຫລານມະນຸດ; ແລະ ທຸກສິ່ງທີ່ດີມາຈາກພຣະຄຣິດ; ຖ້າບໍ່ດັ່ງນັ້ນ ມະນຸດກໍຈະຕົກໄປ, ແລະ ບໍ່ມີສິ່ງທີ່ດີມາຫາເຂົາໄດ້.
“ດັ່ງນັ້ນ, ໂດຍການປະຕິບັດສາດສະໜາກິດຂອງເຫລົ່າທູດ, ແລະ ໂດຍທຸກຄຳຊຶ່ງອອກມາຈາກພຣະໂອດຂອງພຣະເຈົ້າ, ມະນຸດຈຶ່ງເລີ່ມໃຊ້ສັດທາໃນພຣະຄຣິດ; ແລະ ໂດຍສັດທາເຊັ່ນນັ້ນ, ເຂົາຈຶ່ງໄດ້ຍຶດຖືທຸກສິ່ງທີ່ດີໄວ້; ແລະ ເປັນດັ່ງນັ້ນຈົນເຖິງການສະເດັດມາຂອງພຣະຄຣິດ.
“ແລະ ຫລັງຈາກພຣະອົງໄດ້ສະເດັດມາແລ້ວ ມະນຸດກໍໄດ້ຮັບຄວາມລອດໂດຍການມີສັດທາໃນພຣະນາມຂອງພຣະອົງ; ແລະ ໂດຍສັດທາ, ເຂົາຈຶ່ງກາຍເປັນບຸດ [ແລະ ທິດາ] ຂອງພຣະເຈົ້າ. ແລະ ພຣະຄຣິດຊົງພຣະຊົນຢູ່ຢ່າງແນ່ນອນສັນໃດ, ພຣະອົງໄດ້ຮັບສັ່ງຂໍ້ຄວາມນີ້ກັບບັນພະບຸລຸດຂອງເຮົາສັນນັ້ນ, ມີຄວາມວ່າ: ສິ່ງໃດກໍຕາມທີ່ດີທີ່ເຈົ້າທູນຂໍພຣະບິດາໃນນາມຂອງເຮົາ, ດ້ວຍສັດທາໂດຍເຊື່ອວ່າເຈົ້າຈະໄດ້ຮັບ, ຈົ່ງເບິ່ງ, ມັນກໍຈະເປັນໄປກັບເຈົ້າເຊັ່ນນັ້ນ.”5
ໃນລະຫວ່າງເທດສະການນີ້, ພວກທ່ານຫລາຍຄົນໄດ້ອະທິຖານທູນຂໍພະລັງທີ່ຈະອົດທົນກັບການທົດລອງທີ່ທົດສອບທ່ານ ທີ່ທ່ານອາດຮູ້ສຶກຄືວ່າເຖິງຂີດຈຳກັດຂອງທ່ານ. ຂ້າພະເຈົ້າເປັນພະຍານວ່າ ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະບິດາໄດ້ຍິນຄຳອ້ອນວອນຂອງທ່ານ ທີ່ທູນຂໍການບັນເທົາ ແລະ ສິ່ງທີ່ດີສຳລັບທ່ານ ແລະ ສຳລັບຜູ້ຄົນທີ່ທ່ານຮັກ ແລະ ຮັບໃຊ້.
ຄຳຕອບຈະມີມາ ດັ່ງທີ່ມັນໄດ້ມີມາຕໍ່ສາດສະດາໂຈເຊັບ ສະມິດ. ທ່ານຈະຮັບຮູ້ຄຳອະທິຖານຂອງໂຈເຊັບເພື່ອຂໍຄວາມຊ່ວຍເຫລືອ ຄືກັນກັບວ່າເປັນຂອງທ່ານເອງ. ແລະ ທ່ານຈະຮູ້ສຶກເຖິງຄວາມຮັກຂອງພຣະຜູ້ເປັນເຈົ້າທີ່ມີໃຫ້ແກ່ໂຈເຊັບ ແລະ ທ່ານ ໃນຄຳຕອບທີ່ປອບໂຍນຕໍ່ການອ້ອນວອນຂອງໂຈເຊັບ. ໂຈເຊັບໄດ້ອະທິຖານວ່າ:
“ໂອ້ພຣະອົງເຈົ້າ, ພຣະອົງຊົງປະທັບຢູ່ບ່ອນໃດ? ແລະ ສາລາທີ່ປົກປິດບ່ອນລີ້ຂອງພຣະອົງຢູ່ບ່ອນໃດ?
“ອີກດົນປານໃດທີ່ພຣະຫັດຂອງພຣະອົງຈະຢັ້ງໄວ້, ແລະ ພຣະເນດຂອງພຣະອົງ, ແທ້ຈິງແລ້ວ ພຣະເນດອັນບໍລິສຸດຂອງພຣະອົງ, ຈາກສະຫວັນນິລັນດອນຈະເຫັນການກະທຳຜິດຕໍ່ຜູ້ຄົນຂອງພຣະອົງ ແລະ ຜູ້ຮັບໃຊ້ຂອງພຣະອົງ, ແລະ ພຣະກັນຂອງພຣະອົງຈະໄດ້ຍິນສຽງຮ້ອງຂອງພວກເຂົາ?”6
ແລະ ພຣະຜູ້ເປັນເຈົ້າໄດ້ຕອບດັ່ງທີ່ພຣະອົງຈະຕອບທ່ານ ແລະ ຂ້າພະເຈົ້າວ່າ:
“ສັນຕິສຸກຈົ່ງມີແກ່ຈິດວິນຍານຂອງເຈົ້າ; ຄວາມຍາກລຳບາກຂອງເຈົ້າ ແລະ ຄວາມທຸກທໍລະມານຂອງເຈົ້າຈະເປັນຢູ່ພຽງຊົ່ວຄາວ;
“ແລະ ຈາກນັ້ນ, ຖ້າຫາກເຈົ້າອົດທົນມັນໄດ້ດີ, ພຣະເຈົ້າຈະຍົກເຈົ້າຂຶ້ນສູ່ເບື້ອງບົນ; ເຈົ້າຈະມີໄຊເໜືອສັດຕູທັງໝົດຂອງເຈົ້າ.
“ໝູ່ເພື່ອນຂອງເຈົ້າຢືນຄຽງຂ້າງເຈົ້າ, ແລະ ພວກເຂົາຈະທັກທາຍເຈົ້າດ້ວຍຫົວໃຈອັນອົບອຸ່ນ ແລະ ດ້ວຍມືອັນເປັນມິດ.”7
ຂ້າພະເຈົ້າຮູ້ດ້ວຍຕົວເອງວ່າ ຄຳສັນຍານັ້ນແມ່ນແນ່ນອນສຳລັບທ່ານ, ສຳລັບຂ້າພະເຈົ້າ, ແລະ ສຳລັບຜູ້ຄົນທີ່ເຮົາຮັກ. ພຣະຜູ້ເປັນເຈົ້າໄດ້ຮູ້ສຶກເຖິງຄວາມເຈັບປວດຂອງເຮົາ. ພຣະອົງຈຶ່ງໄດ້ເລືອກຮັບເອົາມັນ ເພາະຄວາມຮັກທີ່ມີໃຫ້ແກ່ເຮົາ. ພຣະອົງຮູ້ວິທີທີ່ຈະຊ່ວຍໃຫ້ເຮົາຮູ້ສຶກເຖິງຄວາມສະຫງົບສຸກໃນຄວາມຍາກລຳບາກ, ແມ່ນແຕ່ຂະນະທີ່ການທົດສອບນັ້ນດຳເນີນຕໍ່ໄປ. ພຣະອົງຈະສົ່ງໝູ່ເພື່ອນມາໃຫ້ໃນຖານະເຫລົ່າທູດ ເພື່ອຈະຢືນຄຽງຂ້າງທ່ານ “ດ້ວຍຫົວໃຈອັນອົບອຸ່ນ ແລະ ດ້ວຍມືອັນເປັນມິດ.” ຫົວໃຈຂອງເຮົາເອງຈະຖືກປ່ຽນແປງໃຫ້ດີກວ່າເກົ່າ ຂະນະທີ່ເຮົາອົດທົນກັບການທົດລອງສ່ວນຕົວ ໂດຍຜ່ານທາງສັດທາໃນພຣະອົງ.8 ແລະ ດ້ວຍການປ່ຽນແປງນັ້ນ, ເຮົາເອງກໍຈະກາຍເປັນໝູ່ເພື່ອນທີ່ພຣະຜູ້ເປັນເຈົ້າສາມາດສົ່ງໄປໃນຖານະເຫລົ່າທູດຕໍ່ຄົນອື່ນ.
ໃນຖານະພະຍານຂອງພຣະອົງ, ຂ້າພະເຈົ້າເປັນພະຍານວ່າ ກຸມມານນ້ອຍທີ່ໄດ້ກຳເນີດຢູ່ທີ່ເມືອງເບັດເລເຮັມນັ້ນຄືພຣະເຢຊູຄຣິດ, ພຣະບຸດທີ່ຊົງຮັກຂອງພຣະເຈົ້າ. ຂ້າພະເຈົ້າສັນຍາວ່າ ເມື່ອທ່ານທູນຖາມພຣະບິດາເທິງສະຫວັນດ້ວຍສັດທາ ແລະ ໃນພຣະນາມຂອງພຣະເຢຊູຄຣິດ, ພຣະວິນຍານຈະນຳຄວາມຮູ້ສຶກທີ່ສະຫງົບສຸກມາສູ່ທ່ານ ແລະ ສູ່ຜູ້ຄົນທີ່ທ່ານຮັກ.
ຂ້າພະເຈົ້າສະແດງຄວາມຮັກຂອງຂ້າພະເຈົ້າຕໍ່ທ່ານ ດ້ວຍຄວາມຫວັງຂອງຂ້າພະເຈົ້າວ່າ ທ່ານຈະມີເທດສະການບຸນຄຣິດສະມາດທີ່ຊື່ນຊົມ—ໃນປີນີ້ ແລະ ຕະຫລອດໄປ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.