“ແລະ ພວກເຈົ້າກໍສາມາດຮູ້ໄດ້ຄືກັນ”
ລາຍການໃຫ້ຄຳດົນໃຈຂອງຝ່າຍປະທານສູງສຸດ ເນື່ອງໃນໂອກາດເທດສະການບຸນຄຣິດສະມາດ
ວັນອາທິດ, ວັນທີ 5 ເດືອນທັນວາ, 2021
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ບຸນຄຣິດສະມາດຢູ່ໃນບ້ານຕອນຂ້າພະເຈົ້າຍັງນ້ອຍເປັນໄປຕາມປະເພນີຂອງບ້ານເກີດເມືອງນອນຂອງພໍ່ແມ່ຂອງຂ້າພະເຈົ້າ. ແມ່ຂອງຂ້າພະເຈົ້າໄດ້ອົບພະຍົບມາຢູ່ສະຫະລັດ ຈາກປະເທດສະວີເດັນ ແລະ ພໍ່ຂອງຂ້າພະເຈົ້າ ຈາກປະເທດແຟງລັງ.1 ໃນການກະກຽມສຳລັບບຸນຄຣິດສະມາດ, ພວກເຮົາໄດ້ເອ້ຕົ້ນຄຣິດສະມາດຂອງພວກເຮົາດ້ວຍເຄື່ອງປະດັບທີ່ເຮັດເອງ, ແລະ ແມ່ຂອງຂ້າພະເຈົ້າກໍໄດ້ເຮັດອາຫານຫລາຍສິ່ງຫລາຍຢ່າງ. ຕາມທີ່ຂ້າພະເຈົ້າຮູ້, ເພິ່ນເປັນຍາດຂອງແມ່ຕູ້ລັນເກຣນຂອງຊິດສະເຕີ ເຄຣກ. ການສະເຫລີມສະຫລອງໃນຄ່ຳຄືນກ່ອນວັນຄຣິດສະມາດ ເລີ່ມຕົ້ນດ້ວຍອາຫານບຸບເຟ່ພື້ນເມືອງທີ່ແຊບທີ່ສຸດ ຊຶ່ງແມ່ໄດ້ຈັດຕຽມ—ມີ ລູກຊີ້ນ; ເຂົ້າສັງຂະຫຍາ; ທັງເຂົ້າຈີ່, ເຂົ້າໜົມເຄັກ, ແລະ ຄຸກກີຢ່າງຫລວງຫລາຍ. ການສັງສັນໃນຄ່ຳຄືນກ່ອນວັນຄຣິດສະມາດໄດ້ຈົບລົງດ້ວຍ Jultomten—Santa Claus—ຜູ້ໄດ້ນຳເອົາຂອງຂວັນມາໃຫ້ເດັກນ້ອຍທຸກຄົນ. ແຕ່ກ່ອນທີ່ Jultomten ຈະມາ, ແມ່ຂອງຂ້າພະເຈົ້າໄດ້ພາອ້າຍ, ພວກນ້ອງສາວ, ແລະ ຂ້າພະເຈົ້າ ມາຟັງພໍ່ຂອງຂ້າພະເຈົ້າອ່ານເລື່ອງລາວຄຣິດສະມາດຈາກພຣະຄຳພີໃໝ່ເສຍກ່ອນ.
ພໍ່ຂອງຂ້າພະເຈົ້າເປັນຄົນງຽບໆ, ບໍ່ມັກເວົ້າຫລາຍ ທັງໃນພາສາຂອງເພິ່ນເອງ ແລະ ພາສາອັງກິດ ທີ່ເພິ່ນໄດ້ຮຽນຕອນເພິ່ນເປັນຜູ້ໃຫຍ່ແລ້ວ. ເພິ່ນເປັນຄົນສັດຊື່ທີ່ບໍ່ມີໄຫວພິກ ແລະ ບໍ່ເຄີຍສະແດງອອກມາດ້ວຍຄຳສັນລະເສີນ. ເພິ່ນບໍ່ເຄີຍເພີ້ຝັນ, ແລະ ເພິ່ນບໍ່ເຄີຍຕົກແຕ່ງ. ໃນຄ່ຳຄືນກ່ອນວັນຄຣິດສະມາດ ເພິ່ນໄດ້ອ່ານຈາກ ລູກາ 2. ເພິ່ນໄດ້ອ່ານກ່ຽວກັບໂຢເຊັບ ແລະ ນາງມາຣີ ເດີນທາງໄປເມືອງເບັດເລເຮັມ, ທູດອົງໜຶ່ງໄດ້ມາປະກົດຕົວຕໍ່ພວກຜູ້ລ້ຽງແກະ, ການກຳເນີດຂອງພຣະເຢຊູ, ແລະ ນາງມາຣີໄຕ່ຕອງທຸກສິ່ງທັງໝົດທີ່ໄດ້ເກີດຂຶ້ນໃນໃຈ. ແຕ່ພໍ່ຂອງຂ້າພະເຈົ້າບໍ່ໄດ້ຢຸດຢູ່ໃນ ຂໍ້ທີ 19; ເພິ່ນອ່ານຕໍ່ກ່ຽວກັບນາງມາຣີ ແລະ ໂຢເຊັບພາກຸມມານນ້ອຍເຢຊູໄປທີ່ພຣະວິຫານໃນນະຄອນເຢຣູຊາເລັມ ເພື່ອທຳການຖວາຍຕາມກົດຂອງໂມເຊ.
ພໍ່ຂອງຂ້າພະເຈົ້າໄດ້ອ່ານວ່າ:
“ຂະນະນັ້ນ, ຢູ່ໃນນະຄອນເຢຣູຊາເລັມ, ໄດ້ມີຊາຍຄົນໜຶ່ງຊື່ວ່າ ຊີເມໂອນ …
“ພຣະວິນຍານບໍລິສຸດໄດ້ສຳແດງໃຫ້ເພິ່ນຮູ້ວ່າ ເພິ່ນຈະບໍ່ຕາຍກ່ອນໄດ້ເຫັນພຣະຄຣິດ ຜູ້ມາຈາກອົງພຣະຜູ້ເປັນເຈົ້າ.
“ພຣະວິນຍານບໍລິສຸດໄດ້ນຳພາຊີເມໂອນເຂົ້າໄປໃນພຣະວິຫານ: ເມື່ອ [ນາງມາຣີ ແລະ ໂຢເຊັບ] ໄດ້ນຳເອົາພຣະກຸມມານເຢຊູເຂົ້າໄປໃນພຣະວິຫານ, …
“[ແລ້ວ ຊີເມໂອນກໍໄດ້ອູ້ມເອົາພຣະອົງ] ໄວ້ໃນອ້ອມແຂນຂອງຕົນ, ແລະ ສັນລະເສີນພຣະເຈົ້າວ່າ,
“ຂ້າແດ່ພຣະອົງເຈົ້າ, ບັດນີ້ພຣະອົງໄດ້ໃຫ້ຂ້ອຍໃຊ້ຂອງພຣະອົງໄປເປັນສຸກຕາມພຣະທຳຂອງພຣະອົງ:
“ເພາະວ່າຕາຂອງຂ້ານ້ອຍໄດ້ເຫັນ [ຄວາມລອດ] ທີ່ມາຈາກພຣະອົງແລ້ວ,
“ຊຶ່ງພຣະອົງໄດ້ຈັດຕຽມໄວ້ຕໍ່ໜ້າປະຊາຊົນທັງປວງ.”2
ເມື່ອເຖິງຈຸດນີ້, ພໍ່ຂອງຂ້າພະເຈົ້າຈະຢຸດ. ແລ້ວເພິ່ນໄດ້ກ່າວປະຈັກພະຍານ. ດັ່ງທີ່ເຄີຍເຮັດ ເພິ່ນໄດ້ປະກາດແບບສັ້ນໆ ເປັນພາສາອັງກິດ ໃນສຳນຽງພາສາຂອງເພິ່ນວ່າ, “ເຖິງແມ່ນພໍ່ຈະບໍ່ເຄີຍອູ້ມພຣະກຸມມານນ້ອຍເຢຊູໄວ້ໃນອ້ອມແຂນຂອງພໍ່, ແຕ່ພໍ່ຮູ້, ເໝືອນດັ່ງທີ່ຊີເມໂອນຮູ້, ວ່າພຣະກຸມມານແມ່ນພຣະບຸດຂອງພຣະເຈົ້າ, ແມ່ນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງພໍ່. ພຣະອົງມີຈິງ, ແລະ ພຣະອົງຊົງພຣະຊົນຢູ່.” ຫລັງຈາກການປະກາດນີ້, ເພິ່ນກໍໄດ້ຫລຽວມາຫາພວກເຮົາແຕ່ລະຄົນ ດ້ວຍດວງຕາສີຟ້າທີ່ແຫລມຄົມຂອງເພິ່ນ ແລະ ເວົ້າດ້ວຍການງຶກຫົວຢ່າງໜັກແໜ້ນວ່າ, “ແລະ ພວກເຈົ້າກໍສາມາດຮູ້ໄດ້ຄືກັນ.”
ພໍ່ແມ່ຂອງຂ້າພະເຈົ້າຮູ້ວ່າກຸມມານນ້ອຍໃນເມືອງເບັດເລເຮັມນັ້ນແມ່ນໃຜ ແລະ ພຣະອົງຈະເຕີບໃຫຍ່ຂຶ້ນມາເພື່ອບັນລຸສິ່ງໃດ. ຄວາມຮູ້ນີ້ໄດ້ປ່ຽນແປງພວກເພິ່ນ. ພວກເພິ່ນປາດຖະໜາບໍ່ພຽງແຕ່ຢາກໃຫ້ລູກໆເຊື່ອໃນຖ້ອຍຄຳຂອງພວກເພິ່ນເທົ່ານັ້ນ3 ແຕ່ຢາກໃຫ້ພວກເຮົາມາຮູ້ຈັກດ້ວຍຕົວເອງ ເພື່ອວ່າພວກເຮົາຈະສາມາດປ່ຽນແປງຄືກັນ. ໂດຍຖືກກະຕຸ້ນຈາກປະຈັກພະຍານຂອງພໍ່ແມ່ຂອງຂ້າພະເຈົ້າ, ຂ້າພະເຈົ້າຈຶ່ງໄດ້ກ້າວເຂົ້າມາໃນເສັ້ນທາງແຫ່ງພັນທະສັນຍາ ດ້ວຍຄວາມປາດຖະໜາຢາກ “ຮູ້ໄດ້ຄືກັນ.”
ຕອນຂ້າພະເຈົ້າອາຍຸ 11 ປີ, ຄອບຄົວຂອງພວກເຮົາໄດ້ອາໄສຢູ່ເມືອງຢັດຕາບໍຣີ, ປະເທດສະວີເດັນ. ປະທານເຜີຍແຜ່ໄດ້ເຊື້ອເຊີນຊາວໜຸ່ມທຸກຄົນໃຫ້ອ່ານພຣະຄຳພີມໍມອນ. ຂ້າພະເຈົ້າບໍ່ໄດ້ຖືກເຊື້ອເຊີນ, ແຕ່ອ້າຍຂອງຂ້າພະເຈົ້າເປັນມັກຄະນາຍົກໃນເວລານັ້ນ, ລາວຈຶ່ງໄດ້ຮັບເອົາຄຳທ້າທາຍນັ້ນ. ຂ້າພະເຈົ້າກໍຢາກເປັນຄືອ້າຍຂອງຂ້າພະເຈົ້າ ແລະ ເຮັດສິ່ງທີ່ລາວເຮັດ, ສະນັ້ນຂ້າພະເຈົ້າຈຶ່ງໄດ້ຮ່ວມເຮັດນຳ. ພໍ່ແມ່ຂອງຂ້າພະເຈົ້າໄດ້ມອບພຣະຄຳພີໃຫ້ອ້າຍ ແລະ ພວກນ້ອງສາວຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າຄົນລະຊຸດ, ແລະ ຂ້າພະເຈົ້າໄດ້ເລີ່ມອ່ານທຸກແລງ.
ຫລາຍເດືອນຕໍ່ມາ, ປະທານຢັດສະຕາ ມາມ, ທີ່ປຶກສາໃນຝ່າຍປະທານເຜີຍແຜ່,4 ໄດ້ຊຸກຍູ້ຊາວໜຸ່ມຜູ້ກຳລັງອ່ານພຣະຄຳພີມໍມອນໃຫ້ທູນຖາມພຣະເຈົ້າກ່ຽວກັບຄວາມຈິງຂອງມັນ. ຂ້າພະເຈົ້າໄດ້ຕັດສິນໃຈວ່າ ຂ້າພະເຈົ້າຈະເຮັດຕາມນັ້ນ. ຄືນນັ້ນຂ້າພະເຈົ້າໄດ້ລໍຖ້າຈົນກວ່າອ້າຍໄດ້ຫລັບໄປ. ຂ້າພະເຈົ້າໄດ້ລົງຈາກຕຽງ, ຄຸເຂົ່າລົງເທິງພື້ນຫ້ອງທີ່ໜາວເຢັນ, ແລະ ເລີ່ມຕົ້ນອະທິຖານ. ບໍ່ດົນຂ້າພະເຈົ້າກໍຮູ້ສຶກຖືກບອກວ່າ, “ເຮົາໄດ້ບອກເຈົ້າມາຕະຫລອດວ່າ ມັນເປັນຄວາມຈິງ.” ແລະ ດ້ວຍຄຳນັ້ນ, ຄວາມສະຫງົບທີ່ບໍ່ສາມາດຈະອະທິບາຍ ໄດ້ມາສູ່ຂ້າພະເຈົ້າ. ຂ້າພະເຈົ້າໄດ້ຮູ້ຈັກດ້ວຍຕົວເອງ ໂດຍອຳນາດຂອງພຣະວິນຍານບໍລິສຸດວ່າ ພຣະຄຳພີມໍມອນນັ້ນຈິງ.5
ດັ່ງທີ່ສັນຍາຢູ່ໃນ ຄຳນຳຕໍ່ພຣະຄຳພີມໍມອນ, ຂ້າພະເຈົ້າກໍຄືກັນ “[ໄດ້ມາ] ຮູ້ຈັກໂດຍ [ອຳນາດຂອງພຣະວິນຍານບໍລິສຸດ] ວ່າ ພຣະເຢຊູຄຣິດຄືພຣະຜູ້ຊ່ວຍໃຫ້ລອດຂອງໂລກ, ວ່າໂຈເຊັບ ສະມິດ ເປັນ … ສາດສະດາຂອງພຣະອົງໃນຍຸກສຸດທ້າຍນີ້ ແລະ ວ່າສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍເປັນອານາຈັກຂອງພຣະຜູ້ເປັນເຈົ້າ ຊຶ່ງໄດ້ຖືກສະຖາປະນາຂຶ້ນຢູ່ເທິງແຜ່ນດິນໂລກ, ຕຽມພ້ອມໄວ້ເພື່ອການສະເດັດມາຄັ້ງທີສອງຂອງພຣະເມຊີອາ.”6 ຄວາມຮູ້ນັ້ນ, ພ້ອມດ້ວຍພະຍານທີ່ຕິດຕາມມາ, ໄດ້ປ່ຽນແປງຂ້າພະເຈົ້າ, ດັ່ງທີ່ມັນໄດ້ປ່ຽນແປງພໍ່ແມ່ຂອງຂ້າພະເຈົ້າ.
ຄວາມຮູ້ນີ້—ວ່າພຣະເຢຊູຄຣິດເປັນພຣະບຸດຂອງພຣະເຈົ້າ ແລະ ວ່າພຣະອົງໄດ້ຖືກຄຶງເພື່ອບາບຂອງຊາວໂລກ—ແມ່ນຂອງຂວັນທາງວິນຍານ.7 ຂອງຂວັນນີ້ບໍ່ໄດ້ກ່ຽວຂ້ອງກັບຕຳແໜ່ງຖານະປະໂລຫິດໃດ ຫລື ເພດໃດໂດຍສະເພາະ; ແຕ່ມັນມີໃຫ້ທຸກຄົນຜູ້ເໝາະສົມສຳລັບມັນ. ເຮົາບໍ່ຖືກຮຽກຮ້ອງໃຫ້ນຳເອົາຄຳ, ກຳຍານ, ແລະ ຢາງໄມ້ຫອມ ມາຖວາຍແດ່ພຣະຜູ້ຊ່ວຍໃຫ້ລອດເປັນຂອງຂວັນ ເພື່ອຈະເໝາະສົມກັບຂອງຂວັນທາງວິນຍານທີ່ສວຍງາມນີ້. ເຮົາຖືກຂໍໃຫ້ມອບຕົວເຮົາເອງ.8 ສາດສະດາອາມາລະໄຄໃນພຣະຄຳພີມໍມອນໄດ້ຮຽກຮ້ອງຜູ້ຄົນ, ໂດຍກ່າວວ່າ, “ແລະ ບັດນີ້ … ຂ້າພະເຈົ້າຢາກໃຫ້ພວກທ່ານມາຫາພຣະຄຣິດ, ຜູ້ເປັນພຣະຜູ້ບໍລິສຸດຂອງອິດສະຣາເອນ, ແລະ ຮັບສ່ວນຄວາມລອດຈາກພຣະອົງ, ແລະ ອຳນາດແຫ່ງການໄຖ່ຂອງພຣະອົງ. ແທ້ຈິງແລ້ວ, ຈົ່ງມາຫາພຣະອົງເຖີດ, ແລະ ຖວາຍທັງຈິດວິນຍານຂອງພວກທ່ານເປັນເຄື່ອງບູຊາແດ່ພຣະອົງ … ; ແລະ ຕາບໃດທີ່ພຣະຜູ້ເປັນເຈົ້າຊົງພຣະຊົນຢູ່ ພວກທ່ານຈະລອດ.”9
ເມື່ອຂ້າພະເຈົ້າມີອາຍຸຫລາຍຂຶ້ນ, ຂ້າພະເຈົ້າໄດ້ເຫັນພໍ່ແມ່ຂອງຂ້າພະເຈົ້າຮັບໃຊ້ຄົນອື່ນ. ຂ້າພະເຈົ້າໄດ້ເຫັນພວກເພິ່ນຮັກສາພັນທະສັນຍາທີ່ພວກເພິ່ນໄດ້ເຮັດໄວ້ກັບພຣະເຈົ້າ. ຂ້າພະເຈົ້າໄດ້ເຫັນພວກເພິ່ນເຮັດວຽກງານການສອນປະຈຳບ້ານ ແລະ ການຢ້ຽມສອນຢ່າງພາກພຽນ, ພະຍາຍາມປະຕິບັດສາດສະໜາກິດຕໍ່ຜູ້ທີ່ພວກເພິ່ນຮັບໃຊ້. ຂ້າພະເຈົ້າໄດ້ເຫັນພວກເພິ່ນມີສ່ວນຮ່ວມໃນພິທີການພຣະວິຫານ ແລະ ຮັບເອົາການເອີ້ນໃນສາດສະໜາຈັກ. ແລະ ແຕ່ລະປີ, ໃນຄ່ຳຄືນກ່ອນວັນຄຣິດສະມາດ, ພໍ່ຂອງຂ້າພະເຈົ້າໄດ້ເປັນພະຍານກັບຊີເມໂອນເຖິງພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ. ເປັນເວລາຫລາຍປີ, ພໍ່ຂອງຂ້າພະເຈົ້າໄດ້ເຊື້ອເຊີນຍາດຝ່າຍດອງ ແລະ ລູກຫລານໃຫ້ “ຮູ້ໄດ້ຄືກັນ”.
ເປັນເວລາຫລາຍທົດສະວັດຫລັງຈາກປະສົບການຕອນຍັງນ້ອຍຂອງຂ້າພະເຈົ້າກັບພຣະຄຳພີມໍມອນ, ຂ້າພະເຈົ້າໄດ້ຖືກເອີ້ນໃຫ້ເປັນເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ສາວົກເຈັດສິບ ແລະ ຖືກມອບໝາຍໃຫ້ກ່າວປາໄສຢູ່ໃນກອງປະຊຸມໃຫຍ່ສາມັນ. ພວກນ້ອງສາວຂອງຂ້າພະເຈົ້າໄດ້ຊ່ວຍໃຫ້ພໍ່ຂອງຂ້າພະເຈົ້າ ຜູ້ອາຍຸ 92 ປີ ໄດ້ເບິ່ງກອງປະຊຸມ—ແລະ ໂດຍສະເພາະ ຕອນຂ້າພະເຈົ້າກ່າວ. ຫລັງຈາກກອງປະຊຸມໃຫຍ່ ຂ້າພະເຈົ້າໄດ້ໄປເຮືອນເພິ່ນ. ຂ້າພະເຈົ້າຖາມວ່າ, “ພໍ່, ເຈົ້າໄດ້ເບິ່ງກອງປະຊຸມຢູ່ບໍ?” ເພິ່ນຕອບວ່າ, “Ja [ເອີ].” ຂ້າພະເຈົ້າຖາມວ່າ, “ເຈົ້າໄດ້ຍິນເຮົາກ່າວຢູ່ບໍ?” ເພິ່ນຕອບວ່າ, “Ja [ເອີ].” ດ້ວຍຄວາມງຸດງິດ, ຂ້າພະເຈົ້າໄດ້ເວົ້າແຮງຂຶ້ນວ່າ, “ພໍ່, ແລ້ວເຈົ້າຄິດວ່າແນວໃດ?” ເພິ່ນຕອບວ່າ, “ເອີ, ມັນກໍດີ. ພໍ່ເກືອບພູມໃຈ.”
ຫລັງຈາກດົນເຕີບເພິ່ນໄດ້ກ່າວວ່າ, “ແດວ, ພໍ່ມີບາງຢ່າງທີ່ຈະບອກລູກ.” ແລ້ວຂ້າພະເຈົ້າຮູ້ວ່າ ຕອນຂ້າພະເຈົ້າພະຍາຍາມຄາດຄັ້ນຢາກໄດ້ຄຳຍ້ອງຍໍຢູ່ນັ້ນ, ພໍ່ຂອງຂ້າພະເຈົ້າກຳລັງຄຸ້ນຄິດຢູ່ກັບສິ່ງທີ່ສຳຄັນກວ່າການກ່າວຍ້ອງຍໍຂ້າພະເຈົ້າ. ເພິ່ນເວົ້າຕໍ່ໄປວ່າ, “ມື້ຄືນນີ້ ພໍ່ຝັນ. ພໍ່ຝັນວ່າ ພໍ່ໄດ້ຕາຍໄປ, ແລະ ພໍ່ໄດ້ເຫັນພຣະຜູ້ຊ່ວຍໃຫ້ລອດ. ພຣະອົງໄດ້ໂອບກອດພໍ່ ແລະ ໄດ້ບອກພໍ່ວ່າ ບາບຂອງພໍ່ໄດ້ຖືກອະໄພໃຫ້ແລ້ວ. ແລະ ເປັນຄວາມຮູ້ສຶກທີ່ດີແທ້ໆ.” ພໍ່ຂອງຂ້າພະເຈົ້າເວົ້າພຽງແຕ່ເທົ່ານັ້ນ. ແຕ່ໃບໜ້າຂອງເພິ່ນບົ່ງບອກ; ເພິ່ນຮູ້ຈັກພຣະເຢຊູຄຣິດ. ເພິ່ນຮູ້ວ່າ ກຸມມານນ້ອຍໃນເມືອງເບັດເລເຮັມ, ຜູ້ “ໄດ້ຈະເລີນເຕີບໃຫຍ່ຂຶ້ນ ໃນດ້ານສະຕິປັນຍາ ແລະ ໃນດ້ານຮ່າງກາຍ, ເປັນທີ່ພໍພຣະໄທຕໍ່ພຣະເຈົ້າ ແລະ ຕໍ່ມະນຸດດ້ວຍ,”10 ເປັນຄວາມລອດຂອງເພິ່ນ, ວ່າພຣະບຸດຂອງພຣະເຈົ້າໄດ້ເຕີບໃຫຍ່ຂຶ້ນ ແລະ ຊົດໃຊ້ແທນບາບຂອງເພິ່ນ. ແລະ ພໍ່ຂອງຂ້າພະເຈົ້າໄດ້ຮູ້ຈັກກ່ອນຄວາມຝັນນັ້ນ. ຄວາມຝັນເປັນພຽງຄວາມເມດຕາທີ່ລະອຽດອ່ອນ—ເປັນຂອງຂວັນ—ຈາກພຣະບິດາເທິງສະຫວັນທີ່ຊົງຮັກ ຕໍ່ຜູ້ເຖົ້າຄົນໜຶ່ງ, ຜູ້ຊຶ່ງໄດ້ເສຍຊີວິດສອງເດືອນຫລັງຈາກນັ້ນ. ໃນຈຳນວນຂອງຂວັນຄຣິດສະມາດທັງໝົດທີ່ຂ້າພະເຈົ້າເຄີຍໄດ້ຮັບ, ຂ້າພະເຈົ້າທະນຸຖະໜອມຂອງຂວັນທີ່ເປັນປະຈັກພະຍານ ແລະ ສັດທາທີ່ເປັນຕົວຢ່າງຂອງພໍ່ແມ່ຂອງຂ້າພະເຈົ້າຫລາຍກວ່າໝູ່.
ຄຣິດສະມາດນີ້, ໃຫ້ທູນຂໍຂອງຂວັນທາງວິນຍານຈາກພຣະບິດາເທິງສະຫວັນຂອງທ່ານ ເພື່ອຈະໄດ້ຮູ້ຈັກຄວາມເປັນຈິງທີ່ມີຊີວິດຂອງພຣະຜູ້ຊ່ວຍໃຫ້ລອດຂອງໂລກ. ເທດສະການບຸນຄຣິດສະມາດເປັນເວລາສວຍງາມ ແລະ ທຳມະຊາດ ທີ່ຈະສຶກສາພຣະຊົນຊີບຂອງພຣະອົງ ແລະ ພະຍາຍາມຮຽນແບບບຸກຄະລິກລັກສະນະ ແລະ ຄຸນລັກສະນະຂອງພຣະອົງ. ເມື່ອທ່ານເຮັດ, ທ່ານຈະສາມາດຮູ້ວ່າ ພຣະເຢຊູຄືພຣະຄຣິດ, ພຣະບຸດຂອງພຣະເຈົ້າ, ແລະ ວ່າພຣະອົງໄດ້ຊົດໃຊ້ແທນບາບຂອງທ່ານ. ຄວາມຮູ້ນີ້ແມ່ນດີກວ່າ ແລະ ຍືນຍົງກວ່າຂອງຂວັນໃດໆທີ່ Jultomten ສາມາດນຳມາໃຫ້ທ່ານ, ເພາະມັນສາມາດປ່ຽນແປງທ່ານໄດ້. ທ່ານຈະຮຽນຮູ້ວ່າ ພຣະຜູ້ຊ່ວຍໃຫ້ລອດມັກທີ່ຈະຟື້ນຟູສິ່ງທີ່ທ່ານບໍ່ສາມາດຟື້ນຟູ, ປິ່ນປົວບາດແຜທີ່ທ່ານບໍ່ສາມາດປິ່ນປົວ, ສ້ອມແປງສິ່ງແຕກຫັກທີ່ບໍ່ສາມາດແກ້ໄຂໄດ້, ຊົດເຊີຍຄວາມບໍ່ຍຸດຕິທຳໃດໆທີ່ທ່ານໄດ້ປະເຊີນ, ແລະ ຮັກສາຢ່າງຖາວອນ ແມ່ນແຕ່ໃຈທີ່ແຕກສະຫລາຍ.
ເໝືອນດັ່ງພໍ່ຢູ່ໃນໂລກຂອງຂ້າພະເຈົ້າ, ຂ້າພະເຈົ້າຮູ້ວ່າ ຂ້າພະເຈົ້າຈະບໍ່ສາມາດອູ້ມກຸມມານນ້ອຍເຢຊູໄວ້ໃນອ້ອມແຂນຂອງຂ້າພະເຈົ້າ, ແຕ່ຂ້າພະເຈົ້າຮູ້, ເໝືອນດັ່ງຊີເມໂອນຮູ້, ວ່າກຸມມານນ້ອຍເປັນພຣະບຸດຂອງພຣະເຈົ້າ, ເປັນພຣະຜູ້ຊ່ວຍໃຫ້ລອດຂອງຂ້າພະເຈົ້າ ແລະ ເປັນພຣະຜູ້ຊ່ວຍໃຫ້ລອດຂອງທ່ານ, ເປັນພຣະຜູ້ໄຖ່ຂອງຂ້າພະເຈົ້າ ແລະ ເປັນພຣະຜູ້ໄຖ່ຂອງທ່ານ. ພຣະອົງມີຈິງ, ແລະ ພຣະອົງຊົງພຣະຊົນຢູ່. ແລະ ພວກທ່ານກໍສາມາດຮູ້ໄດ້ຄືກັນ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.