ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ
ຜູ້​ໃດ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ກໍ​ເປັນ​ສຸກ


ຜູ້​ໃດ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ກໍ​ເປັນ​ສຸກ

ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ ປີ 2021

ວັນ​ອາ​ທິດ, ວັນທີ 5 ເດືອນ​ທັນ​ວາ, 2021

ອີກ​ເທື່ອ​ໜຶ່ງ, ຝ່າຍ​ປະ​ທານ​ສູງ​ສຸດ​ຜູ້​ເປັນ​ທີ່​ຮັກ​ຂອງ​ພວກ​ເຮົາ ໄດ້​ເຊື້ອ​ເຊີນ​ພວກ​ເຮົາ​ໃຫ້​ມາ​ຮ່ວມ​ກັນ​ເພື່ອ​ເລີ່ມ​ຕົ້ນ​ການ​ສະ​ເຫລີມ​ສະ​ຫລອງ​ຄຣິດ​ສະ​ມາດ. ໃນ​ຂະ​ນະ​ທີ່​ປະ​ເພ​ນີ ແລະ ຮີດ​ຄອງ​ຂອງ​ເຮົາ​ຕະ​ຫລອດ​ທົ່ວ​ໂລກ​ມີ​ຫລາກ​ຫລາຍ, ເຮົາ​ທຸກ​ຄົນ​ກໍ​ກະ​ຕັນ​ຍູ ແລະ ໄດ້​ຮັບ​ພອນ​ຫລາຍ​ທີ່​ໄດ້​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ—ໃນ​ການ​ນະ​ມັດ​ສະ​ການ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ​ຂອງ​ເຮົາ​ຢ່າງ​ເປັນ​ໜຶ່ງ​ດຽວ ແລະ ສະ​ເຫລີມ​ສະ​ຫລອງ​ການ​ກຳ​ເນີດ​ຂອງ​ພຣະ​ອົງ​ເມື່ອ​ຫລາຍ​ກວ່າ​ສອງ​ພັນ​ປີ​ກ່ອນ.

ປະ​ເພ​ນີ​ຢ່າງ​ໜຶ່ງ​ທີ່​ຄອບ​ຄົວ​ແບ​ເຊັດ​ມັກ​ທີ່​ສຸດ, ເຊັ່ນ​ດຽວ​ກັບ​ພວກ​ທ່ານ​ຫລາຍ​ຄົນ, ແມ່ນ​ການ​ສະ​ແດງ​ເລື່ອງ​ລາວ​ການ​ກຳ​ເນີດ. ສຳ​ລັບ​ພວກ​ເຮົາ​ແລ້ວ, ການ​ອ່ານ​ບັນ​ທຶກ​ຂອງ​ເອ​ຊາ​ຢາ, ລູ​ກາ, ມັດ​ທາຍ, ນີ​ໄຟ, ແລະ ມໍ​ມອນ, ພ້ອມ​ດ້ວຍ​ເພງ​ສວດ​ຄຣິດ​ສະ​ມາດ ແລະ ການ​ສະ​ແດງ​ສົດ​ທີ່​ພັນ​ລະ​ນາ​ເຖິງ​ນາງ​ມາ​ຣີ, ໂຢ​ເຊັບ, ແລະ ພຣະ​ກຸມ​ມານ​ເຢ​ຊູ, ໄດ້​ສ້າງ​ແຮງ​ບັນ​ດານ​ໃຈ ແລະ ເຕັມ​ໄປ​ດ້ວຍ​ວິນ​ຍານ—ແຕ່​ກໍ​ບໍ່​ສະ​ເໝີ​ໄປ.

ຍົກ​ຕົວ​ຢ່າງ, ຄ່ຳ​ຄືນ​ກ່ອນ​ວັນ​ຄຣິດ​ສະ​ມາດ, ລູກ​ຜູ້​ນ້ອຍ​ຂອງ​ພວກ​ເຮົາ​ທີ່​ສະ​ແດງ​ເປັນ​ຝູງ​ແກະ​ໄດ້​ພາ​ກັນ​ຮ້ອງ​ໄຫ້​ຂຶ້ນ ໃນ​ທັນ​ທີ​ທັນ​ໃດ. ສຽງ​ຮ້ອງ​ໄຫ້​ໂວຍ​ວາຍ​ໄດ້​ແຜ່​ກະ​ຈາຍ​ໄປ​ຢ່າງ​ໄວ ທັງ​ຄົນ​ລ້ຽງ​ແກະ ແລະ ທູດ​ສະ​ຫວັນ ແລະ ແມ່ນ​ແຕ່​ແອ​ນ້ອຍ​ໃນ​ຜ້າ​ອ້ອມ​ກໍ​ຮ້ອງ​ໄຫ້​ນຳ​ກັນ. ປີ​ຕໍ່​ມາ, ພວກ​ເຮົາ​ບໍ່​ມີ​ຝູງ​ແກະ. ບໍ່​ມີ​ໃຜ​ກ້າ​ສະ​ແດງ​ເປັນ​ແກະ ເພາະ​ຢ້ານ​ວ່າ, ດ້ວຍ​ເຫດ​ໃດ​ໜຶ່ງ, ໂຕ​ແກະ​ເຄີຍ​ເປັນ​ຕົ້ນ​ເຫດ​ຂອງ​ສຽງ​ຄ່ຳ​ຄວນ​ທີ່​ເປັນ​ຕາ​ຢ້ານ ແລະ ສ້າງ​ຄວາມ​ເສຍ​ຫາຍ​ນັ້ນ. ໃນ​ປີ​ໜຶ່ງ​ອີກ, ພວກ​ຜູ້​ລ້ຽງ​ແກະ​ໄດ້​ໃຊ້​ໄມ້​ຄ້ອນ​ເທົ້າ​ສູ້​ກັນ, ແລະ ອີກ​ປີ​ໜຶ່ງ ບໍ່​ມີ​ໃຜ​ຢາກ​ເປັນ​ໂຫ​ລາ​ຈານ ຫລື ທູດ​ສະ​ຫວັນ, ໂດຍ​ບໍ່​ຍອມ​ໃສ່​ຊຸດ​ອື່ນ​ນອກ​ຈາກ​ຊຸດ​ໄດ​ໂນ​ເສົາ ແລະ ຊຸດ​ປາ​ໂລ​ມາ​ຈາກ​ບຸນ​ຮາ​ໂລ​ວີນ​ເທົ່າ​ນັ້ນ. ແຕ່​ບາງ​ທີ​ການ​ສະ​ແດງ​ທີ່​ໜ້າ​ຈົດ​ຈຳ​ທີ່​ສຸດ​ຂອງ​ພວກ​ເຮົາ ແມ່ນ​ຕອນ​ທີ່​ແອ​ນ້ອຍ​ຕົກ​ລົງ​ຈາກ​ຮາງ​ຫຍ້າ​ທີ່​ສູງ​ເກີນ​ໄປ ແລະ ບໍ່​ໝັ້ນ​ຄົງ​ຂອງ​ລາວ, ໂດຍ​ດິ່ງ​ລົງ​ສູ່​ພື້ນ​ຫີນ​ຢູ່​ໜ້າ​ເຕົາ​ໄຟ​ຝີງ, ແຕ່​ຖືກ​ຮັບ​ໄວ້​ເໜືອ​ພື້ນ​ພຽງ​ບໍ່​ທໍ່​ໃດ​ນິ້ວ​ເທົ່າ​ນັ້ນ. ຂ້າ​ພະ​ເຈົ້າ​ຕ້ອງ​ຍົກ​ຄວາມ​ດີ​ງາມ​ໃຫ້​ໂຕ​ເອງ​ກັບ​ການ​ໂດດ​ລົງ​ໄປ​ຮັບ​ນັ້ນ, ເຖິງ​ແມ່ນ​ວ່າ ການ​ຕົກ​ນັ້ນ​ກໍ​ເປັນ​ຄວາມ​ຜິດ​ຂອງ​ຂ້າ​ພະ​ເຈົ້າ​ເອງ​ທັງ​ໝົດ​ເຊັ່ນ​ກັນ.

ຄືນ​ສະ​ຫງັດ? ແສນ​ສະ​ຫງົບ? ການ​ສະ​ແດງ​ການ​ກຳ​ເນີດ​ຂອງ​ພວກ​ເຮົາ ໜ້າ​ຈະ​ຖືກ​ເອີ້ນ​ວ່າ “ຄວາມ​ໂກ​ລາ​ຫົນ​ໃນ​ຮາງ​ຫຍ້າ” ຫລາຍ​ກວ່າ. ຂ້າ​ພະ​ເຈົ້າ​ຕ້ອງ​ຍອມ​ຮັບ​ວ່າ ເມື່ອ​ວັນ​ຄຣິດ​ສະ​ມາດ​ມາ​ເຖິງ, ຂ້າ​ພະ​ເຈົ້າ​ມັກ​ຈະ​ສົງ​ໄສ​ວ່າ ບາງ​ທີ​ພວກ​ເຮົາ​ຄວນ​ລອງ​ປະ​ເພ​ນີ​ຄຣິດ​ສະ​ມາດ​ຢ່າງ​ອື່ນ​ທີ່ ເຊື້ອ​ເຊີນ ຄວາມ​ສະ​ຫງົບ​ສຸກ​ທີ່​ແທ້​ຈິງ.

ຄວາມ​ສະ​ຫງົບ​ສຸກ—ສະ​ພາບ​ທີ່​ອ່ອນ​ຫວານ ແລະ ມີ​ຄວາມ​ຫວັງ​ທີ່​ພວກ​ເຮົາ​ທຸກ​ຄົນ​ປາດ​ຖະ​ໜາ, ບໍ່​ແມ່ນ​ພຽງ​ແຕ່​ໃນ​ວັນ​ຄຣິດ​ສະ​ມາດ​ເທົ່າ​ນັ້ນ ແຕ່​ຕະ​ຫລອດ​ເວ​ລາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕະ​ຫລອດ​ທົ່ວ​ໂລກ​ໃນ​ທຸກ​ມື້​ນີ້, ເບິ່ງ​ຄື​ວ່າ​ຄວາມ​ສະ​ຫງົບ​ສຸກ​ກາຍ​ເປັນ​ສິ່ງ​ທີ່​ຫາ​ຍາກ​ຂຶ້ນ. ໃນ​ຂະ​ນະ​ທີ່​ກຳ​ລັງ​ສຶກ​ສາ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ​ປີ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເຕືອນ​ເຖິງ​ການ​ເປີດ​ເຜີຍ​ທີ່​ພັນ​ລະ​ນາ​ກ່ຽວ​ກັບ​ຍຸກ​ສະ​ໄໝ​ຂອງ​ເຮົາ ທີ່​ວ່າ:

“ແລະ ໃນ​ວັນ​ນັ້ນ … ທັງ​ແຜ່ນ​ດິນ​ໂລກ​ຈະ​ສັບ​ສົນ​ວຸ້ນ​ວາຍ, ແລະ ໃຈ​ຂອງ​ມະ​ນຸດ​ຈະ​ທໍ້​ແທ້.”1

ໃນ​ສະ​ພາບ​ຂອງ​ຄວາມ​ສັບ​ສົນ​ວຸ້ນ​ວາຍ​ທາງ​ໂລກ, ຄວາມ​ສະ​ຫງົບ​ສຸກ​ທີ່​ຍິ່ງ​ໃຫຍ່​ກວ່າ ທີ່​ທັງ​ທົ່ວ​ໂລກ​ປາດ​ຖະ​ໜາ ສາ​ມາດ​ພົບ​ເຫັນ​ໄດ້​ຢູ່​ໃສ?

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ປະ​ກາດ​ວ່າ:

“ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຄື​ສິ່ງ​ທີ່​ຕ້ອງ​ການ​ຫລາຍ​ທີ່​ສຸດ​ໃນ​ໂລກ​ທີ່​ສັບ​ສົນ, ມີ​ການ​ຂັດ​ແຍ້ງ, ແລະ ເຊື່ອມ​ໂຊມ​ນີ້.

“ລູກໆ​ຂອງ​ພຣະ​ເຈົ້າ​ແຕ່​ລະ​ຄົນ​ສົມ​ຄວນ​ທີ່​ຈະ​ໄດ້​ຮັບ​ໂອ​ກາດ​ໃນ​ການ​ໄດ້​ຍິນ ແລະ ຮັບ​ເອົາ​ການ​ປິ່ນ​ປົວ, ຂ່າວ​ສານ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ເຢ​ຊູ​ຄຣິດ. ບໍ່​ມີ​ຂ່າວ​ສານ​ອື່ນ​ໃດ​ທີ່​ສຳ​ຄັນ​ຫລາຍ​ກວ່າ​ຄວາມ​ສຸກ​ຂອງ​ເຮົາ—ໃນ​ເວ​ລາ​ນີ້ ແລະ ຕະ​ຫລອດ​ໄປ.”2

ຂ່າວ​ສານ​ແຫ່ງ​ການ​ຟື້ນ​ຟູ ແມ່ນ ຂ່າວ​ສານ​ແຫ່ງ​ຄຣິດ​ສະ​ມາດ. ແສງ​ສະ​ຫວ່າງ​ຂອງ​ດາວ​ທີ່​ໄດ້​ນຳ​ທາງ​ພວກ​ຜູ້​ລ້ຽງ​ແກະ​ໄປ​ຫາ​ແອ​ນ້ອຍ​ໃນ​ຮາງ​ຫຍ້າ ແມ່ນ​ຄື​ກັນ​ກັບ​ເລົາ​ແສງ​ທີ່​ເລື່ອນ​ລົງ​ມາ​ເຖິງ​ຕົວ​ຂອງ​ໂຈ​ເຊັບ—ທັງ​ສອງ​ຢ່າງ​ໄດ້​ນຳ​ຂ່າວ​ດີ​ທີ່​ຊົມ​ຊື່ນ​ຍິນ​ດີ​ອັນ​ໃຫຍ່​ຫລວງ​ມາ​ໃຫ້ ໂດຍ​ປະ​ກາດ​ເຖິງ​ພຣະ​ຄຣິດ​ໃຫ້​ໂລກ​ຮູ້.

ຂ່າວ​ສານ​ຂອງ​ເອ​ຊາ​ຢາ​ຕໍ່​ໂລກ​ທີ່​ວຸ້ນ​ວາຍ​ຂອງ​ເຮົາ ໄດ້​ກ່າວ​ໄວ້​ວ່າ, “ມີ​ເດັກ​ນ້ອຍ​ຜູ້​ໜຶ່ງ​ໄດ້​ເກີດ​ມາ​ໃຫ້​ພວກ​ເຮົາ: ມີ​ລູກ​ຊາຍ​ຜູ້​ໜຶ່ງ​ຖືກ​ມອບ​ໝາຍ​ໃຫ້​ພວກ​ເຮົາ​ແລ້ວ: ພຣະ​ອົງ​ຈະ​ຊົງ​ນາມ​ວ່າ [ຜູ້​ອັດ​ສະ​ຈັນ], ທີ່ປຶກ​ສາ, ພຣະ​ເຈົ້າ​ຊົງ​ລິດ, ພຣະ​ບິ​ດາ​ສືບ​ໄປ, ອົງ​ສັນ​ຕິ​ລາດ.”3

ແອວ​ເດີ ຄວິນ​ຕິນ ແອວ ຄຸກ ໄດ້​ສິດ​ສອນ​ວ່າ, “ພຣະ​ນາມ​ໜຶ່ງ​ທີ່​ທະ​ນຸ​ຖະ​ໜອມ​ທີ່​ສຸດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ແມ່ນ ‘ອົງ​ສັນ​ຕິ​ລາດ’ [ເອ​ຊາ​ຢາ 9:6]. … ອາ​ນາ​ຈັກ​ຂອງ​ພຣະ​ອົງ​ຈະ​ຖືກ​ສະ​ຖາ​ປະ​ນາ​ຂຶ້ນ ລວມ​ທັງ​ສັນ​ຕິ​ສຸກ ແລະ ຄວາມ​ຮັກ.”4

ໃນ​ຂະ​ນະ​ທີ່​ເຮົາ​ອ່ານ​ຖ້ອຍ​ຄຳ​ຢູ່​ໃນ​ລູ​ກາ​ປີ​ນີ້, ຂ້າ​ພະ​ເຈົ້າ​ຫວັງ​ວ່າ ທ່ານ​ຈະ​ພິ​ຈາ​ລະ​ນາ​ຖ້ອຍ​ຄຳ​ຂອງ “ກອງ​ທັບ [ເຫລົ່າ​ທູດ] ແຫ່ງ​ສະ​ຫວັນ​ໝູ່​ໃຫຍ່ [ທີ່] ຮ່ວມ​ກັນ​ຮ້ອງ​ສັນ​ລະ​ເສີນ​ພຣະ​ເຈົ້າ,” ເມື່ອ​ພວກ​ເພິ່ນ​ກ່າວ​ວ່າ, “ພຣະ​ລັດ​ສະ​ໝີ ຈົ່ງ​ມີ​ແດ່​ພຣະ​ເຈົ້າ​ໃນ​ສະ​ຫວັນ​ທີ່​ສູງ​ສຸດ ແລະ ທີ່​ແຜ່ນ​ດິນ​ໂລກ​ຈົ່ງ​ມີ​ສັນ​ຕິ​ສຸກ​ແກ່​ມະ​ນຸດ​ທັງ​ປວງ​ທີ່​ພຣະ​ອົງ​ຊົງ​ພໍ​ພຣະ​ໄທ​ນັ້ນ.”5 ຂ້າ​ພະ​ເຈົ້າ​ໄດ້​ໄຕ່​ຕອງ​ຖ້ອຍ​ຄຳ​ເຫລົ່າ​ນີ້ ແລະ ຄິດ​ວ່າ​ມັນ​ອາດ​ເປັນ​ການ​ສົມ​ຄວນ​ສຳ​ລັບ​ເຮົາ​ທີ່​ຈະ​ຖື​ວ່າ​ນີ້​ແມ່ນ​ການ​ປະ​ກາດ​ວ່າ “ບັດ​ນີ້, ແຜ່ນ​ດິນ​ໂລກ​ນີ້​ມີ​ສັນ​ຕິ​ສຸກ​ແລ້ວ.” ພວກ​ເພິ່ນ​ອາດ​ອຸ​ທານ​ວ່າ “ສັນ​ຕິ​ສຸກ​ໄດ້​ມາ​ເຖິງ​ແລ້ວ!” ດ້ວຍ​ວ່າ, ໃນ​ຕອນ​ຄ່ຳ​ມື້​ນັ້ນ​ໃນ​ຄອກ​ທີ່​ຕ່ຳ​ຕ້ອຍ​ນັ້ນ “ອົງ​ສັນ​ຕິ​ລາດ” ໄດ້​ມາ​ສູ່​ແຜ່ນ​ດິນ​ໂລກ​ຢ່າງ​ແທ້​ຈິງ.

ໃນ​ວັນ​ຄຣິດ​ສະ​ມາດ​ທຳ​ອິດ​ນັ້ນ ທູດ​ສະ​ຫວັນ​ຜູ້​ແຈ້ງ​ຂ່າວ​ໄດ້​ປະ​ກາດ​ວ່າ ສັນ​ຕິ​ສຸກ​ໄດ້​ມາ​ເຖິງ​ແລ້ວ. ກ່ອນ​ໜ້າ​ພວກ​ເພິ່ນ ຢາ​ໂຄບ​ໄດ້​ປະ​ກາດ​ວ່າ, “ພວກ​ເຮົາ​ຮູ້​ຈັກ​ພຣະ​ຄຣິດ​ມາ​ກ່ອນ; ແລະ ພວກ​ເຮົາ​ມີ​ຄວາມ​ຫວັງ​ໃນ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ​ມາ​ໄດ້​ຫລາຍ​ຮ້ອຍ​ປີ​ແລ້ວ ກ່ອນ​ທີ່​ພຣະ​ອົງ​ຈະ​ສະ​ເດັດ​ມາ ແລະ ບໍ່​ມີ​ແຕ່​ພວກ​ເຮົາ​ເທົ່າ​ນັ້ນ​ທີ່​ມີ​ຄວາມ​ຫວັງ​ໃນ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ, ແຕ່​ສາດ​ສະ​ດາ​ຜູ້​ສັກ​ສິດ​ທັງ​ຫລາຍ​ຊຶ່ງ​ຢູ່​ມາ​ກ່ອນ​ພວກ​ເຮົາ​ກໍ​ມີ​ຄວາມ​ຫວັງ​ເຊັ່ນ​ດຽວ​ກັນ.”6

ອີກ​ເທື່ອ​ໜຶ່ງ, ເອ​ຊາ​ຢາ​ໄດ້​ທຳ​ນາຍ​ກ່ຽວ​ກັບ​ຍຸກ​ສະ​ໄໝ ຂອງ​ເຮົາ ນີ້, ດັ່ງ​ທີ່​ເພິ່ນ​ໄດ້​ຂຽນ​ໄວ້​ວ່າ, “ເປັນ​ຕາ​ຮັກ​ແທ້​ທີ່​ເຫັນ​ຜູ້​ສົ່ງ​ຂ່າວ​ຂ້າມ​ພູ​ເຂົາ​ມາ ໂດຍ​ນຳ​ຂ່າວ​ດີ​ຄື​ຂ່າວ​ແຫ່ງ​ສັນ​ຕິ​ສຸກ​ມາ​ໃຫ້.”7

ແລ້ວ, ຜູ້​ສົ່ງ​ຂ່າວ​ທີ່​ເປັນ​ຕາ​ຮັກ​ເຫລົ່າ​ນີ້​ທີ່​ນຳ​ສັນ​ຕິ​ສຸກ​ມາ​ໃຫ້​ແມ່ນ​ໃຜ? ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ກາດ​ແກ່​ບັນ​ດາ​ສາ​ວົກ​ຂອງ​ພຣະ​ອົງ​ທັງ​ໃນ​ຄາ​ລີ​ເລ ແລະ ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ​ວ່າ “ຄົນ​ທັງ​ປວງ​ທີ່​ສ້າງ​ຄວາມ​ສະ​ຫງົບ​ຍ່ອມ​ເປັນ​ສຸກ, ເພາະ​ວ່າ​ເຂົາ​ຈະ​ຖືກ​ເອີ້ນ​ວ່າ ລູກ​ຂອງ​ພຣະ​ເຈົ້າ.”8

ນອກ​ຈາກ​ນີ້, ກະ​ສັດ​ເບັນ​ຢາ​ມິນ​ໄດ້​ສິດ​ສອນ​ວ່າ, “ແລະ ບັດ​ນີ້​ເພາະ​ພັນ​ທະ​ສັນ​ຍາ​ທີ່​ພວກ​ທ່ານ​ເຮັດ​ໄວ້ ພວກ​ທ່ານ​ຈະ​ຖືກ​ເອີ້ນ​ວ່າ ລູກ​ຂອງ​ພຣະ​ຄຣິດ, ບຸດ​ຂອງ​ພຣະ​ອົງ, ແລະ ທິ​ດາ​ຂອງ​ພຣະ​ອົງ; ເພາະ​ຈົ່ງ​ເບິ່ງ, ມື້​ນີ້​ພຣະ​ອົງ​ໄດ້​ໃຫ້​ກຳ​ເນີດ​ພວກ​ທ່ານ​ທາງ​ວິນ​ຍານ; ເພາະ​ພວກ​ທ່ານ​ເວົ້າ​ວ່າ ໃຈ​ຂອງ​ພວກ​ທ່ານ​ປ່ຽນ​ແປງ​ແລ້ວ ໂດຍ​ມີ​ສັດ​ທາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ; ສະ​ນັ້ນ, ພວກ​ທ່ານ​ຈຶ່ງ​ຖືກ​ກຳ​ເນີດ​ຈາກ​ພຣະ​ອົງ ແລະ ມາ​ເປັນ​ບຸດ ແລະ ທິ​ດາ​ຂອງ​ພຣະ​ອົງ.”9

ທ່ານ ແລະ ຂ້າ​ພະ​ເຈົ້າ​ເປັນ​ລູກ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຢ​ຊູ​ຄຣິດ, ແຕ່​ລະ​ຄົນ​ເປັນ​ລູກ​ຂອງ​ພຣະ​ອົງ. ຂໍ​ໃຫ້​ຈື່​ຈຳ​ໄວ້​ວ່າ, ພຣະ​ອົງ​ໄດ້​ປະ​ກາດ​ວ່າ ຜູ້​ທີ່​ສ້າງ​ຄວາມ​ສະ​ຫງົບ​ຈະ​ຖືກ​ເອີ້ນ​ວ່າ ລູກ​ຂອງ​ພຣະ​ເຈົ້າ. ເຫດ​ສະ​ນັ້ນ, ເຮົາ—ລູກໆ​ຂອງ​ພຣະ​ເຈົ້າ—ຈະ​ຕ້ອງເປັນ ຜູ້​ສ້າງ​ຄວາມ​ສະ​ຫງົບ. ນີ້​ແມ່ນ​ໜ້າ​ທີ່​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ. ທ່ານ ແລະ ຂ້າ​ພະ​ເຈົ້າ​ສ້າງ​ຄວາມ​ແຕກ​ຕ່າງ​ໃນ​ໂລກ​ທີ່​ວຸ້ນ​ວາຍ​ໃນ​ສະ​ໄໝ​ນີ້ ເມື່ອ​ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ເປັນ​ຜູ້​ສ້າງ​ຄວາມ​ສະ​ຫງົບ—ໃນ​ບ້ານ​ຂອງ​ເຮົາ, ກອງ​ປະ​ຊຸມ​ຂອງ​ເຮົາ, ຊຸມ​ຊົນ​ຂອງ​ເຮົາ, ແມ່ນ​ແຕ່​ໃນ​ທັງ​ທົ່ວ​ໂລກ, ໂດຍ​ຄວາມ​ດີ​ຂອງ​ເຮົາ, ໂດຍ​ວຽກ​ງານ​ທີ່​ດີ​ຂອງ​ເຮົາ, ແລະ ໂດຍ​ຄຳ​ເວົ້າ​ຂອງ​ເຮົາ—ທັງ​ໜ້າ​ຕໍ່​ໜ້າ ແລະ ທາງ​ອອນ​ລາຍ​ເຊັ່ນ​ກັນ. ຂໍ​ໃຫ້​ເຮົາ “ເຜີຍ​ແຜ່​ສັນ​ຕິ​ສຸກ” ຢ່າງ​ຊື່​ສັດ ໃນ​ຂະ​ນະ​ທີ່​ເຮົາ​ເປັນ​ພະ​ຍານ​ເຖິງ​ພຣະ​ອົງ, ທັງ​ໃນ​ຄຳ​ເວົ້າ ແລະ ການ​ກະ​ທຳ.

ອີກ​ເທື່ອ​ໜຶ່ງ ເຮົາ​ອ່ານ​ຈາກ​ລູ​ກາ​ວ່າ:

“ເມື່ອ [ບັນ​ດາ​ທູດ] ເຫລົ່າ​ນັ້ນ ຈາກ​ພວກ​ເຂົາ​ຂຶ້ນ​ສູ່​ສະ​ຫວັນ​ແລ້ວ ພວກ​ຜູ້​ລ້ຽງ​ແກະ​ໄດ້​ເວົ້າ​ກັນ​ວ່າ, ໃຫ້​ພວກ​ເຮົາ​ພາ​ກັນ​ໄປ​ເມືອງ​ເບັດ​ເລ​ເຮັມ​ເທາະ ໄປ​ເບິ່ງ​ເຫດ​ການ​ທີ່​ໄດ້​ເກີດ​ຂຶ້ນ ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໃຫ້​ພວກ​ເຮົາ​ຮູ້​ນັ້ນ.

“ພວກ​ເຂົາ​ຈຶ່ງ​ຮີບ​ໄປ ແລະ ພົບ​ມາ​ຣີ​ກັບ​ໂຢ​ເຊັບ ແລະ ເຫັນ​ພຣະ​ກຸມ​ມານ​ນອນ​ຢູ່​ໃນ​ຮາງ​ຫຍ້າ.

“ເມື່ອ​ພວກ​ຜູ້​ລ້ຽງ​ແກະ​ພົບ​ພຣະ​ກຸມ​ມານ​ແລ້ວ, ພວກ​ເຂົາ​ກໍ​ເລົ່າ​ເລື່ອງ ຕາມ​ທີ່​ເຂົາ​ໄດ້​ຍິນ​ເຖິງ​ພຣະ​ກຸມ​ມານ​ນັ້ນ.”10

ເຊັ່ນ​ດຽວ​ກັນ, “ບັດ​ນີ້, ຂໍ​ໃຫ້ ເຮົາ ໄປ” ແລະ “ເລົ່າ ເລື່ອງ” ຂ່າວ​ສານ​ແຫ່ງ​ສັນ​ຕິ​ສຸກ “ເຖິງ​ພຣະ​ກຸມ​ມານ​ນັ້ນ.” ນີ້​ແມ່ນ ຂ່າວ​ສານ​ທີ່​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ເຮົາ​ສິດ​ສອນ​ຜູ້​ທີ່​ເຮົາ​ຮັກ ແລະ ໝູ່​ເພື່ອນ​ຂອງ​ເຮົາ; ນີ້​ແມ່ນ​ຂ່າວ​ສານ​ທີ່​ມີ​ຊີ​ວິດ ທີ່​ຜູ້​ສອນ​ສາດ​ສະ​ໜາ​ຮັບ​ໃຊ້​ບໍ​ລິ​ການ ແບ່ງ​ປັນ​ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ຮັບ​ໃຊ້ ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກະ​ທຳ. ນີ້​ແມ່ນ​ຂ່າວ​ສານ​ທີ່​ເຮົາ​ປະ​ກາດ ໃນ​ຂະ​ນະ​ທີ່​ເຮົາ​ຮັກ, ແບ່ງ​ປັນ, ແລະ ເຊື້ອ​ເຊີນ​ຄົນ​ທີ່​ຢູ່​ອ້ອມ​ຕົວ​ເຮົາ ໃຫ້​ຮັບ​ເອົາ​ຄວາມ​ຫວັງ ແລະ ສັນ​ຕິ​ສຸກ ທີ່​ພົບ​ເຫັນ​ໃນ​ຂ່າວ​ດີ​ເຖິງ​ພຣະ​ເຢ​ຊູ​ຄຣິດ.

ບັດ​ນີ້ ກັບ​ມາ​ທີ່​ການ​ສະ​ແດງ​ການ​ກຳ​ເນີດ​ຂອງ​ຄອບ​ຄົວ​ແບ​ເຊັດ​ທີ່​ພວກ​ເຮົາ​ພະ​ຍາ​ຍາມ​ດ້ວຍ​ຄວາມ​ວຸ້ນ​ວາຍ​ທຸກໆ​ຄຣິດ​ສະ​ມາດ—ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງ​ຕັ້ງ​ໃຈ​ທີ່​ຈະ​ຮັກ​ສາ​ປະ​ເພ​ນີ​ນີ້, ໂດຍ​ຊຸກ​ຍູ້​ໃຫ້​ລູກ​ຫລານ​ຂອງ​ພວກ​ເຮົາ​ສ້າງ​ຄ່ຳ​ຄືນ​ທີ່​ງົດ​ງາມ​ກວ່າ​ຄືນ​ອື່ນໆ​ນັ້ນ, ເມື່ອ​ເຫລົ່າ​ທູດ​ສະ​ຫວັນ​ມາ​ພ້ອມ​ກັບ​ຂ່າວ​ດີ​ແຫ່ງ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ທີ່​ຍິ່ງ​ໃຫຍ່?

ຄຳ​ຕອບ​ແມ່ນ​ລຽບ​ງ່າຍ ແລະ ເປັນ​ທີ່​ເບີກ​ບານ​ໃຈ: “ແລະ ພວກ​ເຮົາ ເວົ້າ​ເຖິງ​ພຣະ​ຄຣິດ, ພວກ​ເຮົາ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ, ພວກ​ເຮົາ​ສັ່ງ​ສອນ​ເລື່ອງ​ພຣະ​ຄຣິດ, ພວກ​ເຮົາ​ທຳ​ນາຍ​ເຖິງ​ພຣະ​ຄຣິດ, ແລະ ພວກ​ເຮົາ​ບັນ​ທຶກ​ຕາມ​ຄຳ​ທຳ​ນາຍ​ຂອງ​ພວກ​ເຮົາ ເພື່ອ​ລູກ​ຫລານ​ຂອງ​ພວກ​ເຮົາ​ຈະ​ໄດ້​ຮູ້​ວ່າ ພວກ​ເຂົາ​ຈະ​ຫລຽວ​ຫາ​ແຫລ່ງ​ໃດ​ເພື່ອ​ການ​ປົດ​ບາບ​ຂອງ​ພວກ​ເຂົາ.”11

ແມ່ນ​ແລ້ວ, ພວກ​ເຮົາ​ເຫັນ​ວ່າ​ແຜ່ນ​ດິນ​ໂລກ​ທັງ​ໝົດ​ຕົກ​ຢູ່​ໃນ​ຄວາມ​ວຸ້ນ​ວາຍ ແລະ ໃຈ​ຂອງ​ມະ​ນຸດ​ຈະ​ທໍ້​ແທ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຖິງ​ແມ່ນ​ວ່າ ຈະ​ມີ​ການ​ທ້າ​ທາຍ​ຕ່າງໆ, ໂດຍ​ປະ​ເຊີນ​ກັບ​ການ​ຕໍ່​ຕ້ານ, ແລະ ທ່າມ​ກາງ​ຄວາມ​ວຸ້ນ​ວາຍ, ຂໍ​ໃຫ້​ເຮົາ​ບາກ​ບັ່ນ​ໃນ​ການ​ເຜີຍ​ແຜ່​ສັນ​ຕິ​ສຸກ, ໃນ​ເທດ​ສະ​ການ​ນີ້ ແລະ ຕະ​ຫລອດ​ເວ​ລາ, ໃນ​ຂະ​ນະ​ທີ່​ເຮົາ​ກຽມ​ຕົວ​ເອງ ແລະ ທຸກ​ຄົນ​ຢູ່​ອ້ອມ​ຕົວ​ເຮົາ ສຳ​ລັບ​ການ​ກັບ​ມາ​ອັນ​ຍິ່ງ​ໃຫຍ່​ຂອງ​ອົງ​ສັນ​ຕິ​ລາດ, ແມ່ນ​ແຕ່​ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ພຣະ​ຜູ້​ໄຖ່, ພຣະ​ເຢ​ຊູ​ຄຣິດ. ໂດຍ​ລຶ້ມ​ຄືນ​ຄຳ​ເວົ້າ​ຂອງ​ປະ​ທານ​ແນວ​ສັນ, “ລູກໆ​ຂອງ​ພຣະ​ເຈົ້າ​ແຕ່​ລະ​ຄົນ​ສົມ​ຄວນ​ທີ່​ຈະ​ໄດ້​ຮັບ​ໂອ​ກາດ​ໃນ​ການ​ໄດ້​ຍິນ ແລະ ຮັບ​ເອົາ​ການ​ປິ່ນ​ປົວ, ຂ່າວ​ສານ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ເຢ​ຊູ​ຄຣິດ.”

ຂໍ​ໃຫ້​ເຮົາ​ເປັນ​ຜູ້​ເຜີຍ​ແຜ່​ສັນ​ຕິ​ສຸກ ໃນ​ຂະ​ນະ​ທີ່​ເຮົາ​ສະ​ເຫລີມ​ສະ​ຫລອງ​ການ​ກຳ​ເນີດ, ພຣະ​ຊົນ​ຊີບ, ແລະ ພາ​ລະ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ໃນ​ເທດ​ສະ​ການ​ຄຣິດ​ສະ​ມາດ​ນີ້ ແລະ ຕະ​ຫລອດ​ເວ​ລາ ນີ້​ຄື​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄ​ຣິດ, ອາ​ແມນ.

ພິມ