ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ
Let Earth Receive Her King [ທຸ​ລີ​ນ້ອມ​ຮັບ​ກະ​ສັດ]


11:46

Let Earth Receive Her King [ທຸ​ລີ​ນ້ອມ​ຮັບ​ກະ​ສັດ]

ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ ປີ 2022

ວັນ​ອາ​ທິດ, ວັນ​ທີ 4 ເດືອນ​ທັນ​ວາ, 2022

ເປີດ​ໃຈ​ຂອງ​ເຮົາ​ເພື່ອ​ຮັບ​ເອົາ

ຄວາມ​ສະ​ຫງົບ ແລະ ຄວາມ​ອົບ​ອຸ່ນ​ຂອງ​ສຽງ​ເພງ​ທີ່​ດົນ​ໃຈ​ໄດ້​ເຕີມ​ເຕັມ​ຈິດ​ວິນ​ຍານ​ຂອງ​ເຮົາ.

ສຸກ​ສັນ​ວັນ​ຄຣິດ​ສະ​ມາດ!

ມັນ​ແມ່ນ​ເດືອນ​ທັນ​ວາ ໃນ​ປີ 1943, ແລະ ໂລກ​ກຳ​ລັງ​ເກີດ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ. ທຸກ​ຄົນ​ກໍ​ເປັນ​ຫ່ວງ​ກັບ​ຄົນ​ຮັກ​ທີ່​ຢູ່​ຊາຍ​ຝັ່ງ​ໃນ​ແດນ​ໄກ, ແລະ ຄວາມ​ກັງ​ວົນ​ທີ່​ບ້ານ​ກໍ​ເພີ່ມ​ຫລາຍ​ຂຶ້ນ​ກັບ​ເລື່ອງ​ການ​ເງິນ ແລະ ການ​ຂາດ​ແຄນ​ອາ​ຫານ. ເມື່ອ​ຊັບ​ສິນ​ຄອບ​ຄົວ​ຖືກ​ຮັກ​ສາ​ໄວ້​ຢ່າງ​ລະ​ມັດ​ລະ​ວັງ, ຈຶ່ງ​ເປັນ​ສິ່ງ​ອັດ​ສະ​ຈັນ​ຕໍ່​ພໍ່​ຂອງ​ຂ້າ​ພະ​ເຈົ້າ, ແຮ​ໂຣນ ຮີ​ລຳ, ເດັກ​ຊາຍ​ອາ​ຍຸ​ເກົ້າ​ປີ, ທີ່​ໄດ້​ຮັບ​ຂອງ​ຂວັນ​ອັນ​ໜ້າ​ອັດ​ສະ​ຈັນ―ຊຸດ​ລົດ​ໄຟ. ນີ້​ບໍ່​ໄດ້​ແມ່ນ​ລົດ​ໄຟ​ລຸ້ນ​ເກົ່າ, ລົດ​ໄຟ​ຄັນ​ນີ້​ສາ​ມາດ​ແລ່ນ​ໄປ​ເອງ​ໃນ​ລາງ​ຂອງ​ມັນ. ບໍ່​ຈຳ​ເປັນ​ຕ້ອງ​ຍູ້. ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້ ທີ່​ຂອງ​ຂວັນ​ອັນ​ລ້ຳ​ຄ່າ​ເຊັ່ນ​ນີ້ ຈະ​ເປັນ​ຈິງ​ໄດ້. ໂອ, ແຮ​ໂຣນ​ທະ​ນຸ​ຖະ​ໜອມ​ລົດ​ໄຟ​ຊຸດ​ນັ້ນ​ຫລາຍ​ແທ້ໆ.

ສອງ​ສາມ​ປີ​ຕໍ່​ມາ, ເມື່ອ​ວັນ​ຄຣິດ​ສະ​ມາດ​ໃກ້​ຈະ​ມາ​ຮອດ, ໂລກ​ກຳ​ລັງ​ພົ້ນ​ອອກ​ມາ​ຈາກ​ສົງ​ຄາມ. ແຕ່​ສະ​ພາບ​ເສດ​ຖະ​ກິດ​ໃນ​ເມືອງ​ນ້ອຍ​ເຊັ້ນ​ແອນ​ໂທ​ນີ, ລັດ​ໄອ​ດາ​ໂຮ, ຍັງ​ບໍ່​ດີ​ຂຶ້ນ​ເລີຍ, ແລະ ສຳ​ລັບ​ຄອບ​ຄົວ​ຂອງ​ພໍ່​ຂ້າ​ພະ​ເຈົ້າ, ພວກ​ເພິ່ນ​ກໍ​ຍິ່ງ​ຮ້າຍ​ແຮງ​ຂຶ້ນ​ເລື້ອຍໆ. ພໍ່​ຂອງ​ແຮ​ໂຣນ​ເກີດ​ເຈັບ​ປ່ວຍ​ໜັກ, ເກືອບ​ທີ່​ຈະ​ເອົາ​ຊີ​ວິດ​ບໍ່​ລອດ. ກໍ​ຄົງ​ຈະ​ບໍ່​ມີ​ຂອງ​ຂວັນ​ໃຫ້​ໃຜ​ໃນ​ຄຣິດ​ສະ​ມາດ​ປີ​ນັ້ນ—ລວມ​ທັງ​ແຮ​ໂຣນ ແລະ ນ້ອງ​ຊາຍ​ຂອງ​ລາວ, ອາ​ນົນ.

ສອງ​ສາມ​ມື້​ກ່ອນ​ວັນ​ຄຣິດ​ສະ​ມາດ​ມາ​ເຖິງ, ພໍ່​ຂອງ​ແຮ​ໂຣນ​ໄດ້​ມາ​ຫາ​ລາວ ແລະ ໄດ້​ຖາມ​ຄ່ອຍໆ​ວ່າ, “ແຮ​ໂຣນ, ໃຫ້​ລູກ​ເອົາ​ລົດ​ໄຟ​ຂອງ​ລູກ​ນັ້ນ​ໃຫ້​ອາ​ນົນ​ໄດ້​ບໍ ເພື່ອ​ວ່າ​ນ້ອງ​ຈະ​ມີ​ຂອງ​ຂວັນ​ວັນ​ຄຣິດ​ສະ​ມາດ​ໃນ​ປີ​ນີ້?”

ລາວ​ບໍ່​ໄດ້​ຟັງ​ພໍ່​ຂອງ​ລາວ​ຜິດ​ໄປ​ແມ່ນ​ບໍ? ເອົາ​ລົດ​ໄຟ​ທີ່​ລາວ​ທະ​ນຸ​ຖະ​ໜອມ​ນີ້​ບໍ? ນີ້​ເປັນ​ຄຳ​ຂໍ​ທີ່​ເໜືອ​ຄຳ​ຂໍ​ທັງ​ໝົດ.

ເມື່ອ​ເຊົ້າ​ຂອງ​ວັນ​ຄຣິດ​ສະ​ມາດ​ມາ​ເຖິງ, ແລະ ອາ​ນົນ​ກໍ​ຮ້ອງ​ໂຮ​ດ້ວຍ​ຄວາມ​ສຸກ​ເມື່ອ​ລາວ ໄດ້​ຮັບ ຂອງ​ຂວັນ​ລົດ​ໄຟ​ທີ່​ຄື​ກັນ​ກັບ​ຂອງ​ແຮ​ໂຣນ.

ຕໍ່​ມາ​ບໍ່​ດົນ​ອາ​ນົນ​ກໍ​ສັງ​ເກດ​ເຫັນ​ວ່າ​ແຮ​ໂຣນ​ບໍ່​ໄດ້​ຫລິ້ນ​ລົດ​ໄຟ​ຂອງ​ລາວ​ອີກ​ແລ້ວ. ໃນ​ທີ່​ສຸດ, ອາ​ນົນ​ໄດ້​ສັງ​ເກດ​ເຫັນ​ໄດ້​ວ່າ​ຂອງ​ຂວັນ​ອັນ​ລ້ຳ​ຄ່າ​ຂອງ​ລາວ​ນັ້ນ​ບໍ່​ແມ່ນ​ລົດ​ໄຟ​ທີ່​ຄ້າຍ​ຄື​ກັນ​ກັບ​ຂອງ​ແຮ​ໂຣນ—ມັນ ຄື ລົດ​ໄຟ​ຂອງ​ແຮ​ໂຣນ​ນັ້ນ​ເອງ! ເມື່ອ​ອາ​ນົນ​ໄດ້​ເຂົ້າ​ໃຈ​ເຖິງ​ຄວາມ​ສຳ​ຄັນ​ໃນ​ເບື້ອງ​ຫລັງ​ຂອງ​ຂວັນ​ນັ້ນ, ລົດ​ໄຟ​ຄັນ​ນັ້ນ​ກໍ​ກາຍ​ເປັນ​ສິ່ງ​ທີ່​ມີ​ຄ່າ​ທີ່​ສຸດ.

ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ເລື່ອງ​ລາວ​ຂອງ​ຄອບ​ຄົວ​ນີ້​ຄື​ຂອງ​ຂວັນ—ແລະ ບໍ່​ແມ່ນ​ພຽງ​ແຕ່​ມັນ​ເຕືອນ​ຂ້າ​ພະ​ເຈົ້າ​ເຖິງ​ພໍ່​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ ແລະ ນ້ອງ​ຊາຍ​ທີ່​ໜ້າ​ຮັກ​ຂອງ​ເພິ່ນ​ເທົ່າ​ນັ້ນ. ສຳ​ຄັນ​ກວ່າ​ນັ້ນ, ມັນ​ເຕືອນ​ຂ້າ​ພະ​ເຈົ້າ​ເຖິງ​ການ​ເສຍ​ສະ​ລະ—ແລະ ຄວາມ​ຮັກ​ຂອງ​ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ເຈົ້າ—ຊຶ່ງ​ເຮົາ​ສະ​ເຫລີມ​ສະ​ຫລອງ​ການ​ກຳ​ເນີດ​ຂອງ​ພຣະ​ອົງ.

ພຣະ​ເຢ​ຊູ​ຄຣິດ​ໄດ້​ເປັນ ແລະ ເປັນ​ຂອງ​ຂວັນ​ວັນ​ຄຣິດ​ສະ​ມາດ​ທຳ​ອິດ ແລະ ຕະ​ຫລອດ​ການ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ນີ້​ວ່າ: ພຣະ​ອົງ​ໄດ້​ກຳ​ເນີດ​ມາ, ພຣະ​ອົງ​ໄດ້​ມີ​ພຣະ​ຊົນ ແລະ ພຣະ​ອົງ​ໄດ້​ສິ້ນ​ພຣະ​ຊົນ​ເພື່ອ​ເຮົາ, ແລະ ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່―ຍັງ​ຊົງ​ພຣະ​ຊົນ!

ເຮົາ​ໄດ້​ຮັບ​ພອນ​ຫລາຍ​ຂະ​ໜາດ​ໃດ​ທີ່​ໄດ້​ເປັນ ຜູ້​ຮັບ ຂອງ​ຂວັນ​ທີ່​ຊົມ​ຊື່ນ​ຍິນ​ດີ​ນີ້. ເນື້ອ​ເພງ​ຄຣິດ​ສະ​ມາດ​ທີ່​ມັກ​ຊອບ​ຫລາຍ​ທີ່​ສຸດ​ແມ່ນ, “ພຣະ​ຊົງ​ບັງ​ເກີດ, ໂລກ​ຈົ່ງ​ສຸກ​ຂີ; ທຸ​ລີ​ນ້ອມ ຮັບ ກະ​ສັດ!”1

ແອວ​ເດີ ນຽວ ເອ ແມ໊ກ​ສະ​ແວວ ໄດ້​ສິດ​ສອນ​ວ່າ: “ໃນ​ມຸມ​ມອງ​ຂອງ​ທຸກ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ມອບ​ໃຫ້​ແກ່​ເຮົາ, ເຮົາ​ຄວນ​ຈະ​ຂ້ອນ​ຂ້າງ​ດີ​ໃນ​ການ​ຮັບ, ແຕ່​ເຮົາ​ບໍ່​ໄດ້​ເປັນ​ແບບ​ນັ້ນ. ເຮົາ​ຜູ້​ທີ່​ຖື​ຕົນ​ເອງ​ວ່າ​ຂ້ອນ​ຂ້າງ​ພໍ​ພຽງ ແລະ ເພິ່ງ​ຕົນ​ເອງ ມັກ​ຈະ​ພົບ​ເຫັນ​ວ່າ​ການ​ຮັບ​ເອົາ​ນັ້ນ​ອຶດ​ອັດ, ແລະ ແມ່ນ​ແຕ່​ເປັນ​ເລື່ອງ​ທີ່​ຍາກ. …

“[ແຕ່] ຂອງ​ປະ​ທານ​ຈາກ​ພຣະ​ເຈົ້າ, ຊຶ່ງ​ບໍ່​ຄື​ກັບ​ຂອງ​ຂວັນ​ຕາມ​ເທດ​ສະ​ການ, ເປັນ​ຂອງ​ປະ​ທານ​ນິ​ລັນ​ດອນ ແລະ ບໍ່​ສະ​ຫລາຍ​ໄປ​ຕາມ​ການ​ເວ​ລາ, ປະ​ກອບ​ມາ​ເປັນ​ວັນ​ຄຣິດ​ສະ​ມາດ​ອັນ​ຕໍ່​ເນື່ອງ​ທີ່​ບໍ່​ເຄີຍ​ສິ້ນ​ສຸດ!”2

ສະ​ນັ້ນ​ເຮົາ​ຈະ​ຮັບ​ຂອງ​ຂວັນ​ອັນ​ສວຍ​ງາມ​ນັ້ນ​ຢ່າງ​ພຽບ​ພ້ອມ​ໄດ້​ແນວ​ໃດ? ເຮົາ​ຈະ​ເລືອກ​ຂອງ​ປະ​ທານ​ແຫ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ຄວາມ​ຮັກ​ຂອງ​ພຣະ​ອົງ, ແລະ ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ອົງ ໃນ​ແຕ່​ລະ​ວັນ​ໄດ້​ແນວ​ໃດ?

ແທນ​ທີ່​ຈະ​ສຸມ​ໃຈ​ໃສ່​ກັບ​ການ​ປະ​ດັບ​ປະ​ດາ​ທີ່​ປ່ອງ​ຢ້ຽມ ແລະ ຂອງ​ຂວັນ​ຄຣິດ​ສະ​ມາດ, ໃຫ້​ເຮົາ​ມາ​ຮຽນ​ຮູ້​ຈາກ​ບົດ​ບາດ ແລະ ການ​ກະ​ທຳ​ທີ່​ຖ່ອມ​ຕົນ​ຂອງ​ຜູ້​ຄົນ​ກຸ່ມ​ທຳ​ອິດ​ທີ່​ຮັບ​ເອົາ​ກຸມ​ມານ​ນ້ອຍ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຮັບ​ເອົາ​ຄວາມ​ສັກ​ສິດ​ຂອງ​ພຣະ​ອົງ

ຂະ​ນະ​ທີ່​ການ​ກຳ​ເນີດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃກ້​ເຂົ້າ​ມາ, ນາງ​ມາ​ຣີ ແລະ ໂຢ​ເຊັບ​ໄດ້​ສູ້​ຊົນ​ກັບ​ຄວາມ​ວຸ້ນ​ວາຍ​ໃນ​ເມືອງ​ເບັດ​ເລ​ເຮັມ, ແຕ່​ໂຮງ​ແຮມ​ໄດ້​ເຕັມ​ໝົດ​ແລ້ວ. ບໍ່​ມີ​ໃຜ​ມີ​ຫ້ອງ​ວ່າງ​ພໍ​ໃຫ້​ພວກ​ເພິ່ນ​ໄດ້​ພັກ​ເຊົາ​ແດ່​ບໍ? ບໍ່​ມີ​ໃຜ​ໃຫ້​ພວກ​ເພິ່ນ​ໄດ້​ພັກ​ຜ່ອນ​ແດ່​ບໍ? ນາງ​ມາ​ຣີ​ຮູ້​ວ່າ​ນາງ​ກຳ​ລັງ​ອູ້ມ​ຂອງ​ປະ​ທານ​ນັ້ນ​ຢູ່, ແຕ່​ບໍ່​ມີ​ໃຜ​ທີ່​ຈະ​ມີ​ທີ່​ວ່າງ​ເພື່ອ​ຮັບ​ເອົາ​ຂອງ​ປະ​ທານ​ນັ້ນ, ເພື່ອ​ຮັບ​ເອົາ​ພຣະ​ອົງ.

ເຮົາ​ບໍ່​ສາ​ມາດ​ຮູ້​ຈັກ​ຢ່າງ​ແທ້​ຈິງ​ເຖິງ​ຄວາມ​ຮູ້​ສຶກ​ຂອງ​ນາງ​ມາ​ຣີ ແລະ ໂຢ​ເຊັບ​ວ່າ​ເປັນ​ແນວ​ໃດ​ໃນ​ເວ​ລາ​ນີ້, ແຕ່​ຂ້າ​ພະ​ເຈົ້າ​ຈິນ​ຕະ​ນາ​ການ​ຕະ​ຫລອດ​ມາ​ວ່າ ພວກ​ເພິ່ນ​ໄດ້​ພາ​ກັນ​ກ້າວ​ໄປ​ຂ້າງ​ໜ້າ​ຢ່າງ​ງຽບໆ​ດ້ວຍ​ຄວາມ​ເຂັ້ມ​ແຂງ ແລະ ການ​ໄວ້​ວາງ​ໃຈ. ການ​ເອົາ​ໃຈ​ໃສ່​ຕໍ່​ຄຳ​ເຊື້ອ​ເຊີນ​ຂອງ​ທູດ​ສະ​ຫວັນ​ທີ່​ວ່າ “ຢ່າ​ສູ່​ຢ້ານ”3 ແລະ ບັດ​ນີ້​ກໍ​ໄດ້​ກະ​ກຽມ​ສຳ​ລັບ​ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ, ພວກ​ເພິ່ນ​ສາ​ມາດ​ປະ​ຖິ້ມ​ຄວາມ​ຄາດ​ຫວັງ​ໃນ​ເລື່ອງ​ທີ່​ພັກ​ທີ່​ສະ​ດວກ​ສະ​ບາຍ ແລະ ມາ​ຢູ່​ສະ​ຖານ​ທີ່​ມິດ​ງຽບ, ຄອກ​ສັດ​ທີ່​ຕ່ຳ​ຕ້ອຍ​ແທນ. ແຕ່​ຄວາມ​ຮູ້​ສຶກ​ວ່າ​ເປັນ​ສະ​ພາບ​ແວດ​ລ້ອມ​ທີ່​ຂາດ​ແຄນ​ນັ້ນ ບໍ່​ໄດ້​ຄົງ​ຢູ່​ຕະ​ຫລອດ​ໄປ. ບໍ່​ດົນ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ໄດ້​ເຕີມ​ເຕັມ​ຄວາມ​ວ່າງ​ເປົ່າ​ນັ້ນ​ດ້ວຍ​ຄວາມ​ສັກ​ສິດ.

ດັ່ງ​ທີ່ ລູ​ກາ 2:7 ໄດ້​ກ່າວ​ໄວ້​ຢ່າງ​ດີ​ເລີດ​ວ່າ, “ນາງ​ໄດ້​ເກີດ​ລູກ​ຊາຍ​ກົກ, ເອົາ​ຜ້າ​ອ້ອມ​ພັນ ແລະ ວາງ​ໄວ້​ໃນ​ຮາງ​ຫຍ້າ ເພາະ​ວ່າ​ໃນ​ໂຮງ​ແຮມ​ນັ້ນ ບໍ່​ມີ​ຫ້ອງ​ວ່າງ​ສຳ​ລັບ​ພວກ​ເພິ່ນ​ເລີຍ.”

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ—ຂອງ​ປະ​ທານ​ແຫ່ງ​ຊີ​ວິດ​ອັນ​ສະ​ຫງ່າ​ລາ​ສີ, ຄວາມ​ຫວັງ, ແລະ ຄຳ​ສັນ​ຍາ​ນັ້ນ—ໄດ້​ມາ​ສູ່​ໂລກ​ແລ້ວ.

ເຮົາ​ສາ​ມາດ​ກຽມ​ທີ່​ວ່າງ​ໃນ​ໃຈ​ຂອງ​ເຮົາ​ເພື່ອ​ຮັບ​ເອົາ​ພຣະ​ຄຣິດ ແລະ ປ່ອຍ​ໃຫ້​ຄວາມ​ສັກ​ສິດ​ຂອງ​ພຣະ​ອົງ​ເຕີມ​ເຕັມ​ໃນ​ຊ່ອງ​ວ່າງ ຂອງ​ເຮົາ ໄດ້​ບໍ? ເຊັ່ນ​ດຽວ​ກັນ​ກັບ​ນາງ​ມາ​ຣີ ແລະ ໂຢ​ເຊັບ, ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ​ແມ່ນ​ແຕ່​ບາງ​ຄັ້ງ​ຈະ​ຢູ່​ໃນ​ສະ​ຖາ​ນະ​ການ​ໜ້າ​ໜັກ​ໃຈ​ຫລື​ບໍ່? ການ​ຊີ້​ນຳ—​ແມ່ນ​ແຕ່​ມະ​ຫັດ​ສະ​ຈັນ—ທີ່​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ເຮົາ ອາດ​ຈະ​ບໍ່​ໄດ້​ຢູ່​ໃນ​ທີ່​ວຸ້ນ​ວາຍ, ຫລື ເທິງ​ເວ​ທີ ຫລື ໃນ​ສະ​ໜາມ​ກິ​ລາ, ແຕ່​ຢູ່​ໃນ​ສະ​ຖານ​ທີ່​ງຽບ​ສະ​ຫງົບ ບ່ອນ​ທີ່​ເຮົາ​ອາ​ໄສ​ຢູ່ ແລະ ທຳ​ງານ―ບ່ອນ​ທີ່​ເຮົາ​ໄປ​ຂໍ​ຄວາມ​ຊ່ວຍ​ເຫລືອ. ເມື່ອ​ໃດ​ກໍ​ຕາມ​ທີ່​ຄວາມ​ຕ້ອງ​ການ​ອັນ​ຕ່ຳ​ຕ້ອຍ​ຂອງ​ເຮົາ​ເກີດ​ຂຶ້ນ, ເຮົາ​ສາ​ມາດ ແລະ ຈະ​ໄດ້​ຮັບ​ຄຳ​ຕອບ​ສຳ​ລັບ​ຄຳ​ອະ​ທິ​ຖານ​ຄ່ອຍໆ​ຂອງ​ເຮົາ.

ຮັບ​ເອົາ​ການ​ເຊື້ອ​ເຊີນ​ຂອງ​ພຣະ​ອົງ​ເພື່ອ​ປະ​ຕິ​ບັດ

ເປັນ​ເລື່ອງ​ອັດ​ສະ​ຈັນ​ແມ່ນ​ບໍ ທີ່​ຜູ້​ຄົນ​ກຸ່ມ​ທຳ​ອິດ​ທີ່​ຮັບ​ເອົາ​ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ຄື​ຄົນ​ລ້ຽງ​ແກະ?

ຄວາມ​ມືດ​ໄດ້​ປົກ​ຄຸມ​ທົ່ວ​ແຜ່ນ​ດິນ ເມື່ອ​ຄົນ​ລ້ຽງ​ແກະ​ທີ່​ຕື່ນ​ຕົກ​ໃຈ​ໄດ້​ເຕົ້າ​ໂຮມ​ກັນ​ພາຍ​ໃຕ້​ເລົາ​ແສງ​ອັນ​ເຈີດ​ຈ້າ​ສາດ​ສ່ອງ ຂະ​ນະ​ທີ່​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ​ປະ​ທະ​ກັນ​ໃນ​ເຫດ​ການ​ເໜືອ​ທຳ​ມະ​ຊາດ​ຂອງ​ການ​ກຳ​ເນີດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

“ແຕ່​ທູດ​ອົງ​ນັ້ນ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ, ຢ່າ​ຢ້ານ​ເລີຍ, ເຮົາ​ນຳ​ຂ່າວ​ດີ​ມາ​ບອກ​ໃຫ້​ພວກ​ເຈົ້າ​ຮູ້, ເປັນ​ຂ່າວ​ທີ່​ນຳ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ອັນ​ໃຫຍ່ ມາ. …

“ເພາະ​ວ່າ​ໃນ​ວັນ​ນີ້ [ພຣະ​ຜູ້​ຊ່ວຍ​ໃຫ້​ລອດ] ອົງ​ໜຶ່ງ ຄື​ພຣະ​ຄຣິດ ໄດ້​ມາ​ບັງ​ເກີດ​ຢູ່​ໃນ​ເມືອງ​ຂອງ​ດາ​ວິດ ສຳ​ລັບ​ເຈົ້າ​ທັງ​ຫລາຍ.”4

ເຮົາ​ມັກ​ຄົນ​ລ້ຽງ​ແກະ​ທີ່​ອຸ​ທິດ​ຕົນ​ເຫລົ່າ​ນີ້​ບໍ່​ໄດ້​ຊັກ​ຊ້າ​ທີ່​ຈະ​ຮັບ ແຕ່​ຮີບ​ຮ້ອນ​ໃນ​ການ​ໄປ​ພົບ​ກະ​ສັດ​ຂອງ​ພວກ​ເຂົາ. ຈາກ​ພວກ​ເຂົາ, ເຮົາ​ໄດ້​ຮຽນ​ຮູ້​ວ່າ ການ​ຮັບ ເອົາ​ຄື​ຄຳ​ປະ​ຕິ​ບັດ. ລູ​ກາ​ບອກ​ເຮົາ​ວ່າ ຄົນ​ລ້ຽງ​ແກະ “ຮີບ​ໄປ, ແລະ ພົບ … ເຫັນ​ພຣະ​ກຸມ​ມານ​ນອນ​ຢູ່​ໃນ​ຮາງ​ຫຍ້າ.”5

ຫລາຍ​ຄັ້ງ, ຄວາມ​ປະ​ທັບ​ໃຈ​ເລັກໆ​ນ້ອຍໆ​ຂອງ​ເຮົາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ອາດ​ຈະ​ບໍ່ ໄດ້​ຮັບ ເພາະ​ມັນ​ບໍ່​ເຂົ້າ​ກັບ​ປະ​ຕິ​ທິນ​ຂອງ​ເຮົາ, ແຜນ​ການ​ຂອງ​ເຮົາ, ຫລື ເວ​ລາ​ຂອງ​ເຮົາ. ເລື່ອງ​ລາວ​ຄຣິດ​ສະ​ມາດ​ເຕືອນ​ເຮົາ​ໃຫ້​ເປັນ​ເໝືອນ​ດັ່ງ​ຄົນ​ລ້ຽງ​ແກະ​ທີ່​ອຸ​ທິດ​ຕົນ​ເຫລົ່າ​ນີ້ ຜູ້​ບໍ່​ໄດ້​ຊັກ​ຊ້າ​ໃນ​ການ​ເຮັດ​ສິ່ງ​ທີ່​ຈຳ​ເປັນ​ເພື່ອ​ຈະ​ໄດ້​ຮັບ​ກະ​ສັດ​ຂອງ​ພວກ​ເຂົາ.

ບັດ​ນີ້, ທ່ານ​ສັງ​ເກດ​ເຫັນ​ບໍ​ວ່າ ລູ​ກາ​ໄດ້​ສຸມ​ໃສ່​ເລື່ອງ​ລາວ​ຄຣິດ​ສະ​ມາດ ຊຶ່ງ​ເປັນ​ການ​ກະ​ຕຸ້ນ​ອັນ​ໜ້າ​ປິ​ຕິ​ຍິນ​ດີ ທີ່ ການ​ຮັບ​ເອົາ ພຣະ​ອົງ​ຄື ການ​ແບ່ງ​ປັນ ພຣະ​ອົງ, ໂດຍ​ອະ​ທິ​ບາຍ​ວ່າ, “ເມື່ອ​ພວກ​ຜູ້​ລ້ຽງ​ແກະ​ພົບ [ພຣະ​ເຢ​ຊູ] ແລ້ວ, ພວກ​ເຂົາ​ກໍ​ເລົ່າ​ເລື່ອງ​ຕາມ​ທີ່​ພວກ​ເຂົາ​ໄດ້​ຍິນ​ເຖິງ​ພຣະ​ກຸມ​ມານ​ນັ້ນ”?6 ຄົນ​ລ້ຽງ​ແກະ​ເຫລົ່າ​ນີ້​ໄດ້​ຮັບ​ຂ່າວ​ສານ​ນີ້​ຈາກ​ສະ​ຫວັນ, ແລ້ວ​ຮີບ​ຟ້າວ​ອອກ​ໄປ​ຢ່າງ​ໄວ​ວາ, ແລະ ໂດຍ​ທັນ​ທີ ແລະ ຫລັງ​ຈາກ​ນັ້ນ​ໄດ້​ກາຍ​ເປັນ​ຜູ້​ສົ່ງ​ຂ່າວ​ໃຫ້​ສະ​ຫວັນ, ໂດຍ​ການ​ປະ​ກາດ​ວ່າ “ໂລກ​ຈົ່ງ​ສຸກ​ຂີ,” ແລະ ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້ “ຮັບ​ເອົາ​ກະ​ສັດ [ຂອງ​ພວກ​ເຂົາ]!”7

ຮັບ​ເອົາ​ດ້ວຍ​ສັດ​ທາ​ທີ່​ອົດ​ທົນ

ບັດ​ນີ້ ໃຫ້​ເຮົາ​ຫັນ​ຄວາມ​ສົນ​ໃຈ​ຂອງ​ເຮົາ​ມາ​ຫາ​ພວກ​ໂຫ​ລາ​ຈານ. ພວກ​ເພິ່ນ​ໂດດ​ເດັ່ນ​ທ່າມ​ກາງ​ຜູ້​ສະ​ແຫວງ​ຫາ​ພຣະ​ເຢ​ຊູ​ຄຣິດ ທີ່​ຍິ່ງ​ໃຫຍ່. ພວກ​ເພິ່ນ​ໄດ້​ໃຊ້​ຊີ​ວິດ​ຢ່າງ​ພາກ​ພຽນ ເຝົ້າ​ເບິ່ງ​ການ​ສະ​ແດງ​ໃຫ້​ປະ​ຈັກ​ຂອງ​ສະ​ຫວັນ, ແລະ ເມື່ອ​ເວ​ລາ​ນັ້ນ​ມາ​ເຖິງ, ພວກ​ເພິ່ນ​ກໍ​ໄດ້​ອອກ​ຈາກ​ບ້ານ​ເຮືອນ​ທີ່​ສະ​ໜຸກ​ສຸກ​ສະ​ບາຍ, ວຽກ​ງານ, ຄອບ​ຄົວ, ແລະ ໝູ່​ເພື່ອນ ເພື່ອ​ຕິດ​ຕາມ​ດວງ​ດາວ​ນັ້ນ​ໄປ ແລະ ຊອກ​ຫາ​ກະ​ສັດ​ຂອງ​ພວກ​ເພິ່ນ.

ສິ່ງ​ທີ່​ແຕກ​ຕ່າງ​ຈາກ​ຄົນ​ລ້ຽງ​ແກະ​ກໍ​ຄື, ການ​ເດີນ​ທາງ​ຂອງ​ພວກ​ເພິ່ນ​ນັ້ນ​ຕໍ່​ເນື່ອງ​ທີ່​ໃຊ້​ເວ​ລາ. ພວກ​ເພິ່ນ​ຕ້ອງ​ໄດ້​ສະ​ແຫວງ​ຫາ, ສອບ​ຖາມ, ລໍ​ຖ້າ, ແລະ ແລ້ວ​ກໍ​ເດີນ​ທາງ, ແລະ ກໍ​ເຮັດ​ແບບ​ນັ້ນ​ໄປ​ເລື້ອຍໆ, ຈົນ​ກວ່າ​ໃນ​ທີ່​ສຸດ​ພວກ​ເພິ່ນ​ໄດ້​ພົບ​ກັບ​ກຸມ​ມານ​ນ້ອຍ​ທີ່​ຢູ່​ກັບ​ນາງ​ມາ​ຣີ, ມານ​ດາ​ຂອງ​ພຣະ​ອົງ. ພວກ​ເພິ່ນ​ໄດ້​ຖວາຍ​ຂອງ​ຂວັນ​ທີ່​ມີ​ຄ່າ​ທີ່​ສຸດ ແລະ ຄຸ​ເຂົ່າ​ລົງ ແລະ ນະ​ມັດ​ສະ​ການ​ພຣະ​ອົງ.8

ຂ້າ​ພະ​ເຈົ້າ​ໄດ້​ໄຕ່​ຕອງ​ເລື້ອຍໆ​ວ່າ: ໃນ​ການ​ຮັບ​ເອົາ​ພຣະ​ຄຣິດ​ຂອງ​ເຮົາ, ເຮົາ​ໄດ້​ສະ​ແຫວງ​ຫາ​ພຣະ​ອົງ​ດ້ວຍ​ຄວາມ​ພາກ​ພຽນ ແລະ ແລ້ວ​ໃຫ້​ພຣະ​ອົງ​ຊົງ​ນຳ​ທາງ​ເຮົາ​ໄປ​ຫາ​ສະ​ຖານ​ທີ່​ຕ່າງໆ ແລະ ຄົນ​ແປກ​ໜ້າ​ຕໍ່​ເຮົາ​ຫລື​ບໍ່? ເຮົາ​ຈະ​ສາ​ມາດ​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຜ່ານ​ທາງ​ຂອງ​ປະ​ທານ ແລະ ການ​ນະ​ມັດ​ສະ​ການ​ທີ່​ເຮົາ​ມອບ​ໃຫ້​ໄດ້​ແນວ​ໃດ?

ຜູ້​ທີ່​ຮັບ​ເອົາ​ກໍ​ເປັນ​ສຸກ

ສະ​ນັ້ນ, ມັນ​ມີ—ເລື່ອງ​ລາວ​ຄຣິດ​ສະ​ມາດ​ທີ່​ຍິ່ງ​ໃຫຍ່.

ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຜູ້​ທີ່​ຮັບ​ເອົາ​ກໍ​ເປັນ​ສຸກ. ເຖິງ​ແມ່ນ​ຂອງ​ຂວັນ​ຊຸດ​ລົດ​ໄຟ​ຂອງ​ພໍ່​ຂ້າ​ພະ​ເຈົ້າ ແລະ ຂອງ​ຂວັນ​ອັນ​ລະ​ອຽດ​ອ່ອນ​ຈາກ​ເວ​ລາ ແລະ ຊັບ​ສົມ​ບັດ​ທີ່​ຄອບ​ຄົວ​ໃນ​ທຸກ​ແຫ່ງ​ຫົນ​ມອບ​ໃຫ້ ຈະ​ເປັນ​ທີ່​ມັກ​ຊອບ​ຫລາຍ​ຂະ​ໜາດ​ໃດ, ແຕ່​ຂອງ​ຂວັນ​ເຫລົ່າ​ນັ້ນ​ກໍ​ຍັງ​ບໍ່​ສຳ​ຄັນ​ຫລາຍ​ເທົ່າ​ໃດ ເມື່ອ​ປຽບ​ທຽບ​ກັບ​ການ​ໄດ້​ຮັບ​ຂອງ​ຂວັນ​ທີ່​ແທ້​ຈິງ​ຂອງ​ຄຣິດ​ສະ​ມາດ—ນັ້ນ​ຄື​ພຣະ​ເຢ​ຊູ​ຄຣິດ

“ມັນ​ຈະ​ເປັນ​ປະ​ໂຫຍດ​ຫຍັງ​ແກ່​ມະ​ນຸດ ຖ້າ​ຫາກ​ຂອງ​ປະ​ທານ​ນັ້ນ​ຖືກ​ມອບ​ໃຫ້​ເຂົາ, ແລະ ເຂົາ​ບໍ່​ຍອມ ຮັບ ເອົາ​ຂອງ​ປະ​ທານ​ນັ້ນ?”9

ໃຫ້​ພິ​ຈາ​ລະ​ນາ​ຂໍ້​ພຣະ​ຄຳ​ພີ​ນັ້ນ​ໂດຍ​ຄຳ​ນຶງ​ເຖິງ​ຄວາມ​ຈິງ​ນິ​ລັນ​ດອນ​ນີ້, “ເພາະ​ວ່າ ພຣະ​ເຈົ້າ​ຊົງ​ຮັກ​ໂລກ​ຫລາຍ​ທີ່​ສຸດ ຈົນ​ໄດ້​ປະ​ທານ​ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ອົງ ເພື່ອ​ທຸກ​ຄົນ​ທີ່​ວາງ​ໃຈ​ເຊື່ອ​ໃນ​ພຣະ​ບຸດ​ນັ້ນ​ຈະ​ບໍ່​ຈິບ​ຫາຍ ແຕ່​ມີ​ຊີ​ວິດ​ອັນ​ຕະ​ຫລອດ​ໄປ​ເປັນ​ນິດ.”10

ຂ້າ​ພະ​ເຈົ້າ​ມັກ​ຄຳ​ສັນ​ຍາ​ທີ່​ວ່າ ຜູ້​ໃດ​ກໍ​ຕາມ​ທີ່​ຈະ ຮັບ ເອົາ​ຂອງ​ຂວັນ​ທີ່​ເປັນ​ພຣະ​ຄຣິດ​ຢ່າງ​ແທ້​ຈິງ ຊຶ່ງ​ໄດ້​ປະ​ທານ​ໃຫ້​ໃນ​ຄ່ຳ​ຄືນ​ທີ່​ສັກ​ສິດ​ນັ້ນ ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ!

ດັ່ງ​ນັ້ນ​ເຮົາ​ຈຶ່ງ​ເຫັນ​ວ່າ ຜ່ານ​ທາງ​ຄວາມ​ພະ​ຍາ​ຍາມ​ທຸກ​ວັນ​ຂອງ​ເຮົາ ທີ່​ຈະ​ຮັບ​ເອົາ​ພຣະ​ຄຣິດ​ຢ່າງ​ເຕັມ​ທີ່​ຫລາຍ​ຂຶ້ນ, ເຮົາ​ຈະ​ກາຍ​ເປັນ​ດັ່ງ​ທີ່​ສາດ​ສະ​ດາ​ຂອງ​ເຮົາ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ໄດ້​ເຊື້ອ​ເຊີນ: “ຜູ້​ຄົນ​ທີ່​ມີ​ຄວາມ​ສາ​ມາດ, ກຽມ​ພ້ອມ, ແລະ ມີ​ຄ່າ​ຄວນ​ທີ່​ຈະ ຮັບ ເອົາ​ພຣະ​ຜູ້​ເປັນ​ເຈົ້າ​ເມື່ອ​ພຣະ​ອົງ​ສະ​ເດັດ​ມາ​ອີກ​ຄັ້ງ, ຜູ້​ຄົນ​ທີ່​ໄດ້​ເລືອກ​ພຣະ​ເຢ​ຊູ​ຄຣິດ​ແລ້ວ.”11

ຊ່າງ​ຮຸ່ງ​ໂລດ​ແທ້ໆ​ເມື່ອ​ຈິນ​ຕະ​ນາ​ການ​ເຖິງ​ວັນ​ນັ້ນ​ທີ່​ເຮົາ​ຈະ​ປະ​ກາດ​ຮ່ວມ​ກັນ​ອີກ​ວ່າ, “ໂລກ​ຈົ່ງ​ສຸກ​ຂີ, ພຣະ​ຊົງ​ບັງ​ເກີດ; ທຸ​ລີ [ແລະ ເຮົາ​ແຕ່​ລະ​ຄົນ] ນ້ອມ ຮັບ ກະ​ສັດ!”12 ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.