ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ
ຂອງ​ຂວັນ​ຄຣິດ​ສະ​ມາດ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ


ຂອງ​ຂວັນ​ຄຣິດ​ສະ​ມາດ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ

ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ ປີ 2022

ວັນ​ອາ​ທິດ, ວັນ​ທີ 4 ເດືອນ​ທັນ​ວາ, 2022

“ເມື່ອ [ບັນ​ດາ​ທູດ] ເຫລົ່າ​ນັ້ນ ຈາກ​ພວກ​ເຂົາ​ຂຶ້ນ​ສູ່​ສະ​ຫວັນ​ແລ້ວ ພວກ​ຜູ້​ລ້ຽງ​ແກະ​ໄດ້​ເວົ້າ​ກັນ​ວ່າ, ໃຫ້​ພວກ​ເຮົາ​ພາ​ກັນ​ໄປ​ເມືອງ​ເບັດ​ເລ​ເຮັມ​ເທາະ ໄປ​ເບິ່ງ​ເຫດ​ການ​ທີ່​ໄດ້​ເກີດ​ຂຶ້ນ ຕາມ​ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໃຫ້​ພວກ​ເຮົາ​ຮູ້​ນັ້ນ.

“ພວກ​ເຂົາ​ຈຶ່ງ​ຮີບ​ໄປ ແລະ ພົບ​ມາ​ຣີ​ກັບ​ໂຢ​ເຊັບ ແລະ ເຫັນ​ພຣະ​ກຸມ​ມານ​ນອນ​ຢູ່​ໃນ​ຮາງ​ຫຍ້າ.”1

ຂໍ້​ພຣະ​ຄຳ​ພີ​ທີ່​ລຽບ​ງ່າຍ​ເຫລົ່າ​ນີ້​ໃນ​ພຣະ​ຄຳ​ພີ​ໃໝ່​ທີ່​ຂຽນ​ໂດຍ​ລູ​ກາ ເຮັດ​ໃຫ້​ເກີດ​ພາບ​ເຫດ​ການ​ແຫ່ງ​ສະ​ຫວັນ​ຂອງ​ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃນ​ຈິດ​ໃຈ​ຂອງ​ເຮົາ ຊຶ່ງ​ໃນ​ທຸກ​ມື້​ນີ້ ມີ​ການ​ສະ​ເຫລີມ​ສະ​ຫລອງ​ໄປ​ທັງ​ທົ່ວ​ໂລກ.

ໃນ​ປະ​ເທດ​ປອກ​ຕຸຍ​ການ ຊຶ່ງ​ເປັນ​ບ້ານ​ເກີດ​ຂອງ​ພວກ​ເຮົາ, ປະ​ເພ​ນີ​ການ​ສ້າງ​ເຫດ​ການ​ໃນ​ພຣະ​ຄຳ​ພີ​ຂຶ້ນ​ໃໝ່ ໂດຍ​ການ​ຈັດ​ສາກ​ເລື່ອງ​ລາວ​ການ​ກຳ​ເນີດ​ນັ້ນ ເປັນ​ປະ​ເພ​ນີ​ອັນ​ເປັນ​ທີ່​ຮັກ. ທ່ານ​ຈະ​ພົບ​ເລື່ອງ​ລາວ​ການ​ກຳ​ເນີດ​ຢູ່​ທົ່ວ​ປະ​ເທດ ໃນ​ສະ​ຖານ​ທີ່​ຫລາຍໆ​ແຫ່ງ​ໃນ​ຊ່ວງ​ເທດ​ສະ​ການ​ຄຣິດ​ສະ​ມາດ—ຊຶ່ງ​ເປັນ​ປະ​ເພ​ນີ​ທີ່​ມີ​ສະ​ແດງ​ໃນ​ຫລາຍໆ​ບ້ານ​ເຊັ່ນ​ກັນ. ການ​ຈັດ​ສາກ​ເລື່ອງ​ລາວ​ການ​ກຳ​ເນີດ ມັກ​ຈະ​ກ່ຽວ​ຂ້ອງ​ກັບ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ເກັບ​ໄຄ​ສົດ, ເຟືອງ, ກ້ອນ​ຫີນ, ແລະ ວັດ​ຖຸ​ດິບ​ທຳ​ມະ​ຊາດ​ອື່ນໆ​ມາ ເພື່ອ​ສ້າງ​ສາກ​ຫລັງ​ທີ່​ສະ​ເໝືອນ​ຈິງ​ສຳ​ລັບ​ເລື່ອງ​ລາວ​ການ​ກຳ​ເນີດ.

ປະ​ເພ​ນີ​ຄຣິດ​ສະ​ມາດ​ໃນ​ການ​ຈັດ​ສາກ​ເລື່ອງ​ລາວ​ການ​ກຳ​ເນີດ​ນີ້ ເປັນ​ກິດ​ຈະ​ກຳ​ທີ່​ໜ້າ​ທະ​ນຸ​ຖະ​ໜອມ​ໃນ​ໄວ​ເດັກ ແລະ ໄວ​ໜຸ່ມ​ຂອງ​ພວກ​ເຮົາ ແລະ ແລ້ວ​ກັບ​ພໍ່​ແມ່​ຂອງ​ພວກ​ເຮົາ ແລະ ຕໍ່​ມາ ກັບ​ລູກໆ​ຂອງ​ພວກ​ເຮົາ. ການ​ຈັດ​ສາກ​ເລື່ອງ​ລາວ​ການ​ກຳ​ເນີດ ເປັນ​ໜຶ່ງ​ໃນ​ກິດ​ຈະ​ກຳ​ໂປດ​ປານ​ຂອງ​ຂ້າ​ພະ​ເຈົ້າ ໃນ​ຊ່ວງ​ເວ​ລາ​ນີ້​ຂອງ​ປີ.

ພວກ​ເຮົາ​ເກັບ​ຮູບ​ປັ້ນ​ນ້ອຍໆ​ທັງ​ໝົດ​ທີ່​ພວກ​ເຮົາ​ເຄີຍ​ໃຊ້​ເພື່ອ​ສ້າງ​ສາກ​ເລື່ອງ​ລາວ​ການ​ກຳ​ເນີດ ແລະ ສິ່ງ​ອ້ອມ​ຂ້າງ ໄວ້​ໃນ​ກ່ອງ​ໄມ້​ກ່ອງ​ໜຶ່ງ. ສ່ວນ​ຫລາຍ, ກໍ​ມີ​ການ​ສະ​ແດງ​ແບບ​ຈຳ​ລອງ​ນ້ອຍ​ຂອງ​ໝູ່​ບ້ານ​ຂອງ​ພວກ​ເຮົາ​ເຊັ່ນ​ກັນ. ທຸກໆ​ປີ, ທຸກໆ​ຄຣິດ​ສະ​ມາດ, ຮູບ​ປັ້ນ ຫລື ອົງ​ປະ​ກອບ​ໃໝ່ໆ​ສອງ​ສາມ​ອັນ ໄດ້​ຖືກ​ຕື່ມ​ເຂົ້າ​ໃນ​ຄໍ​ເລັກ​ຊັນ. ມີ​ຮູບ​ປັ້ນ​ຂອງ​ຊາວ​ບ້ານ, ເຮືອນ​ຊານ, ຊາວ​ນາ ແລະ ສັດ​ຕ່າງໆ, ກົງ​ຫັນ​ລົມ ແລະ ໂຮງ​ສີ​ນໍ້າ, ແລະ ອົງ​ປະ​ກອບ​ທຳ​ມະ​ຊາດ​ອື່ນໆ ເພື່ອ​ລຽນ​ແບບ​ເນີນ​ພູ ແລະ ຮ່ອມ​ພູ, ຕົ້ນ​ໄມ້, ແລະ ທົ່ງ​ຫຍ້າ​ຕ່າງໆ. ຊິ້ນ​ສ່ວນ​ຂອງ​ແວ່ນ​ສະ​ທ້ອນ​ແສງ ໄດ້​ຖືກ​ໃຊ້​ເພື່ອ​ລຽນ​ແບບ​ແມ່​ນໍ້າ ແລະ ລຳ​ທານ. ບາງ​ຄັ້ງ, ແມ່ນ​ແຕ່​ຂົວ​ກໍ​ມີ​ສະ​ແດງ. ແລະ, ແນ່​ນອນ, ໃນ​ຈຸດ​ສູນ​ກາງ​ຂອງ​ທຸກ​ຢ່າງ ມີ​ຮູບ​ປັ້ນ​ທີ່​ສຳ​ຄັນ​ທີ່​ສຸດ, ຄື​ຮູບ​ປັ້ນ​ທີ່​ມີ​ບັນ​ຍາຍ​ໄວ້​ໃນ​ພຣະ​ຄຳ​ພີ​ສັກ​ສິດ: ຝູງ​ແກະ ແລະ “ຄົນ​ລ້ຽງ​ແກະ​ທີ່​ຢູ່​ຕາມ​ທົ່ງ, ນອນ​ເຝົ້າ​ຝູງ​ແກະ​ຂອງ​ພວກ​ເຂົາ”2 ທູດ​ສະ​ຫວັນ​ທີ່​ກ່າວ​ແກ່​ຄົນ​ລ້ຽງ​ແກະ​ວ່າ​ບໍ່​ຕ້ອງ​ຢ້ານ ແລະ ຜູ້​ທີ່​ປະ​ກາດ​ການ​ກຳ​ເນີດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຜູ້​ທີ່​ນຳ​ເອົາ “ຂ່າວ​ດີ … ທີ່​ນຳ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ອັນ​ໃຫຍ່ ມາ​ສູ່​ປະ​ຊາ​ຊົນ​ທັງ​ໝົດ”3 ຮູບ​ປັ້ນ​ຂອງ​ນາງ​ມາ​ຣີ ແລະ ໂຢ​ເຊັບ ໄດ້​ຖືກ​ວາງ​ໄວ້​ຢ່າງ​ໂດດ​ເດັ່ນ​ຢູ່​ອ້ອມ​ຮາງ​ຫຍ້າ.4 ແລ້ວ​ກໍ​ມີ​ດາວ​ດວງ​ໜຶ່ງ, ຊຶ່ງ​ພຣະ​ຄຳ​ພີ​ໄດ້​ກ່າວ​ວ່າ ດາວ​ດວງ​ນັ້ນ​ນຳ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ອັນ​ໃຫຍ່​ມາ​ສູ່​ພວກ​ໂຫ​ລາ​ຈານ ແລະ ໄດ້​ນຳ​ພາ​ພວກ​ເຂົາ​ໃນ​ການ​ເດີນ​ທາງ​ຂອງ​ພວກ​ເຂົາ ເພື່ອ​ມາ​ຫາ​ພຣະ​ເຢ​ຊູ.5

ມັນ​ຂຶ້ນ​ຢູ່​ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ທຸກ​ຄົນ ທີ່​ຈະ​ຈັດ​ສາກ​ເລື່ອງ​ເລົ່າ​ການ​ກຳ​ເນີດ. ໃນ​ຊ່ວງ​ເວ​ລາ​ຫລາຍ​ມື້ ຫລື ແມ່ນ​ແຕ່​ຫລາຍ​ອາ​ທິດ, ເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ, ສາກ​ໄດ້​ຖືກ​ສ້າງ ແລະ ປະ​ກອບ​ຂຶ້ນ​ດ້ວຍ​ຊິ້ນ​ສ່ວນ​ທັງ​ໝົດ ໃນ​ຕຳ​ແໜ່ງ​ທີ່​ເໝາະ​ສົມ.

ຕະ​ຫລອດ​ທົ່ວ​ເທດ​ສະ​ການ​ນີ້, ພວກ​ເຮົາ​ໄດ້​ຊື່ນ​ຊົມ​ສາກ​ເລື່ອງ​ລາວ​ການ​ກຳ​ເນີດ ແລະ ໄດ້​ຈົດ​ຈຳ​ເຫດ​ການ​ຕ່າງໆ​ທີ່​ໄດ້​ຖືກ​ບັນ​ຍາຍ​ໄວ້​ໃນ​ບັນ​ທຶກ​ຂອງ​ມັດ​ທາຍ ແລະ ລູ​ກາ ທີ່​ເຮັດ​ໃຫ້​ການ​ສະ​ເຫລີມ​ສະ​ຫລອງ​ນີ້ ມີ​ຄວາມ​ໝາຍ​ຢ່າງ​ຍິ່ງ. ເລື່ອງ​ລາວ​ໄດ້​ຖືກ​ເລົ່າ​ກ່ຽວ​ກັບ​ສັດ​ທາ​ຂອງ​ນາງ​ມາ​ຣີ ແລະ ຂອງ​ໂຢ​ເຊັບ; ກ່ຽວ​ກັບ​ການ​ເດີນ​ທາງ​ຂອງ​ເຂົາ​ເຈົ້າ ທີ່​ໄດ້ “ຂຶ້ນ​ໄປ​ຈາກ​ຄາ​ລີ​ເລ, ອອກ​ຈາກ​ເມືອງ​ນາ​ຊາ​ເຣັດ, ເຂົ້າ​ໄປ​ໃນ​ຢູ​ດາ, ໄປ​ສູ່​ເມືອງ​ຂອງ​ດາ​ວິດ, ຊຶ່ງ [ເຄີຍ] ຖືກ​ເອີ້ນ​ວ່າ ເບັດ​ເລ​ເຮັມ6; ແລະ ກ່ຽວ​ກັບ​ຄວາມ​ຍາກ​ລຳ​ບາກ​ຂອງ​ພວກ​ເຂົາ​ໃນ​ການ​ຫາ​ບ່ອນ​ພັກ​ຢູ່​ທີ່​ນັ້ນ.

ແຕ່​ໃນ​ທີ່​ສຸດ, ວັນ​ຄຣິດ​ສະ​ມາດ​ກໍ​ມາ​ເຖິງ, ແລະ ຮູບ​ປັ້ນ​ກຸມ​ມານ​ນ້ອຍ​ເຢ​ຊູ​ໄດ້​ຖືກ​ວາງ​ໄວ້​ໃນ​ຮາງ​ຫຍ້າ, ແລະ ການ​ສົນ​ທະ​ນາ ແລ້ວ​ຫັນ​ໄປ​ຫາ​ຄວາມ​ສຳ​ຄັນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃນ​ຊີ​ວິດ​ຂອງ​ພວກ​ເຮົາ ແລະ ສິ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ​ເພື່ອ​ພວກ​ເຮົາ7 ແລະ ກ່ຽວ​ກັບ​ວ່າ ພຣະ​ອົງ​ເປັນ ຂອງ​ຂວັນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ໃນ​ບັນ​ດາ​ຂອງ​ຂວັນ​ທັງ​ໝົດ.

ເພງ​ຄຣິດ​ສະ​ມາດ​ນີ້ ສະ​ຫລຸບ​ຄວາມ​ຮູ້​ສຶກ​ຂອງ​ວິນ​ຍານ​ແຫ່ງ​ການ​ສະ​ເຫລີມ​ສະ​ຫລອງ:

“ໂອ ລູກ​ແຫ່ງ​ຄວາມ​ຫ່ວງ​ໃຍ​ທີ່​ອ່ອນ​ໂຍນ​ຂອງ​ມາ​ຣີ!

ໂອ ເດັກ​ນ້ອຍ​ຊ່າງ​ບໍ​ລິ​ສຸດ ແລະ ຍຸດ​ຕິ​ທຳ!

ຖືກ​ອູ້ມ​ຢູ່​ໃນ​ຮາງ​ຫຍ້າ

ໃນ​ວັນ​ຄຣິດ​ສະ​ມາດ​ທຳ​ອິດ​ແຫ່ງ​ສະ​ຫວັນ​ນັ້ນ!

ຄວາມ​ຫວັງ​ຂອງ​ທຸກ​ໄວ ແລະ ທຸກ​ເຊື້ອ​ຊາດ

ໄດ້​ຮວມ​ຢູ່​ໃນ​ໃບ​ໜ້າ​ອັນ​ເປັ່ງ​ປະ​ກາຍ​ຂອງ​ພຣະ​ອົງ!

ໂອ ເດັກ​ຊຶ່ງ​ສະ​ຫງ່າ​ລາ​ສີ​ເຕັມ​ແຜ່ນ​ດິນ​ໂລກ!

ໂອ ລູກ​ຂອງ​ການ​ກຳ​ເນີດ​ທີ່​ຕໍ່າ​ຕ້ອຍ!

ຄົນ​ລ້ຽງ​ແກະ ທີ່​ຖືກ​ນຳ​ພາ​ຈາກ​ທີ່​ຫ່າງ​ໄກ,

ກຳ​ລັງ​ຢືນ​ນະ​ມັດ​ສະ​ການ​ຢູ່​ໃຕ້​ດວງ​ດາວ,

ແລະ ພວກ​ໂຫ​ລາ​ຈານ​ກໍ​ລົ້ມ​ຄຸ​ເຂົ່າ​ລົງ

ແລະ ຖວາຍ​ບັງ​ຄົມ​ແດ່​ພຣະ​ອົງ!

ໂອ ລູກ​ທີ່​ທູດ​ສະ​ຫວັນ​ຮ້ອງ​ເພງ!

ໂອ ເດັກ​ນ້ອຍ, ກະ​ສັດ​ທາ​ລົກ​ຂອງ​ເຮົາ!

ຢາ​ບັນ​ເທົາ​ສຳ​ລັບ​ທຸກໆ​ຄວາມ​ໂສກ​ເສົ້າ

ມີ​ຢູ່​ໃນ​ດວງ​ຕາ​ອັນ​ເສາະ​ໃສ ແລະ ສ່ອງ​ສະ​ຫວ່າງ!

ໂອ ຂອງ​ຂວັນ​ອັນ​ລໍ້າ​ຄ່າ​ທີ່​ຖືກ​ມອບ​ໃຫ້​ມະ​ນຸດ

ເພື່ອ​ໃຫ້​ເຮົາ​ໄດ້​ຮັບ​ມໍ​ລະ​ດົກ​ໃນ​ສະ​ຫວັນ!”8

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ພຣະ​ອົງ​ເອງ​ໄດ້​ເປັນ​ພະ​ຍານ​ເຖິງ​ຂອງ​ຂວັນ​ທີ່​ພຣະ​ອົງ​ປະ​ທານ​ໃຫ້​ແກ່​ພວກ​ເຮົາ: “ເຮົາ​ບອກ​ເລື່ອງ​ນີ້​ແກ່​ເຈົ້າ​ທັງ​ຫລາຍ ເພື່ອ​ພວກ​ເຈົ້າ​ຈະ​ມີ​ຄວາມ​ສະ​ຫງົບ​ສຸກ​ໃນ​ເຮົາ. ໃນ​ໂລກ​ນີ້​ພວກ​ເຈົ້າ​ຈະ​ມີ​ຄວາມ​ທຸກ​ລຳ​ບາກ: ແຕ່​ຈົ່ງ​ຊື່ນ​ໃຈ​ເທາະ ເພາະ​ຝ່າຍ​ເຮົາ​ໄດ້​ຊະ​ນະ​ໂລກ​ແລ້ວ.”9

“ເພາະ​ວ່າ ພຣະ​ເຈົ້າ​ຮັກ​ໂລກ​ຫລາຍ​ທີ່​ສຸດ, ຈົນ​ໄດ້​ປະ​ທານ​ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ອົງ, ເພື່ອ​ທຸກ​ຄົນ​ທີ່​ວາງ​ໃຈ​ເຊື່ອ​ໃນ​ພຣະ​ບຸດ​ນັ້ນ​ຈະ​ບໍ່​ຈິບ​ຫາຍ ແຕ່​ມີ​ຊີ​ວິດ​ອັນ​ຕະ​ຫລອດ​ໄປ​ເປັນ​ນິດ.”10

ຊ່າງ​ເປັນ​ຂອງ​ຂວັນ​ທີ່​ພິ​ເສດ, ຊ່າງ​ເປັນ​ຂອງ​ຂວັນ​ທີ່​ປະ​ເສີດ​ແທ້ໆ!

“ເທດ​ສະ​ການ​ຄຣິດ​ສະ​ມາດ ແມ່ນ​ເວ​ລາ​ສະ​ທ້ອນ​ຄິດ ແລະ ​ກະ​ທຳ​ຕາມ ພອນ ແລະ ໂອ​ກາດ ທີ່​ເຮົາ​ມີ ຍ້ອນ​ການ​ກຳ​ເນີດ, ພຣະ​ຊົນ​ຊີບ, ການ​ຊົດ​ໃຊ້, ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ.”11

ຂ້າ​ພະ​ເຈົ້າ​ຄິດ​ເຖິງ​ພອນ​ຂອງ​ການ​ພົບ​ສັນ​ຕິ​ສຸກ ແລະ ຄວາມ​ຫວັງ ແມ່ນ​ແຕ່​ໃນ​ທ່າມ​ກາງ​ການ​ທ້າ​ທາຍ ແລະ ການ​ທົດ​ລອງ​ຕ່າງໆ12 ພອນ​ຂອງ​ການ​ນຳ​ພາ​ທາງ​ສະ​ຫວັນ​ໃນ​ເວ​ລາ​ແຫ່ງ​ໄຊ​ຊະ​ນະ ແລະ ເວ​ລາ​ແຫ່ງ​ຄວາມ​ສິ້ນ​ຫວັງ13 ພອນ​ຂອງ​ມຸມ​ມອງ ແລະ ຈຸດ​ປະ​ສົງ​ທີ່​ຍິ່ງ​ໃຫຍ່​ກວ່າ, ໂດຍ​ທີ່​ຮູ້ ແລະ ເຊື່ອ​ວ່າ ມີ​ສິ່ງ​ອື່ນ​ອີກ​ຫລັງ​ຈາກ​ປະ​ສົບ​ການ​ມະ​ຕະ​ນີ້14 ພອນ​ຂອງ​ຄວາມ​ກະ​ຕັນ​ຍູ ແມ່ນ​ແຕ່​ໃນ​ຍາມ​ທີ່​ເຮົາ​ມີ​ໜ້ອຍ​ເພື່ອ​ຄ້ຳ​ຈູນ​ຄວາມ​ຕ້ອງ​ການ​ຂອງ​ເຮົາ; ພອນ​ຂອງ​ການ​ຮັບ​ການ​ປອບ​ໂຍນ ເມື່ອ​ເຮົາ​ຮູ້​ສຶກ​ໂດດ​ດ່ຽວ15 ແລະ ພອນ​ທີ່​ເຮັດ​ໃຫ້​ເຮົາ​ສາ​ມາດ​ໃຫ້​ໄດ້ ແມ່ນ​ແຕ່​ໃນ​ຍາມ​ທີ່​ເຮົາ​ບໍ່​ມີ​ຫລາຍ​ກໍ​ຕາມ.

ພອນ​ເຫລົ່າ​ນີ້ ແລະ ພອນ​ອື່ນໆ​ອີກ​ຫລາຍ​ຢ່າງ​ທີ່​ເຮົາ​ມີ ແມ່ນ​ຍ້ອນ​ພຣະ​ເຢ​ຊູ​ຄຣິດ! ແມ່ນ​ແລ້ວ, ຍ້ອນ​ກຸມ​ມານ​ນ້ອຍ​ເຢ​ຊູ ຂ້າ​ພະ​ເຈົ້າ​ຈຶ່ງ​ລໍ​ຄອຍ​ຖ້າ​ຢ່າງ​ໃຈ​ຈົດ​ຈໍ່ ເພື່ອ​ທີ່​ຈະ​ວາງ​ພຣະ​ອົງ​ໄວ້​ໃນ​ຮາງ​ຫຍ້າ​ໃນ​ວັນ​ຄຣິດ​ສະ​ມາດ ໃນ​ສາກ​ເລື່ອງ​ລາວ​ການ​ກຳ​ເນີດ! ພຣະ​ອົງ, ຜູ້​ເປັນ​ຂອງ​ຂວັນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພວກ​ເຮົາ, ໄດ້​ປະ​ທານ​ພອນ​ອັນ​ລໍ້າ​ຄ່າ​ເຊັ່ນ​ນັ້ນ ຍ້ອນ​ພຣະ​ຊົນ​ຊີບ, ຕົວ​ຢ່າງ, ຄຳ​ສອນ, ແລະ ການ​ເສຍ​ສະ​ລະ​ຂອງ​ພຣະ​ອົງ.

ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ຖາມ​ວ່າ: ເພື່ອ​ເປັນ​ການ​ຕອບ​ແທນ, ເຮົາ​ບໍ່​ຄວນ​ໃຊ້​ພອນ​ເຫລົ່າ​ນີ້ ເພື່ອ​ຍົກ​ພາ​ລະ​ຂອງ​ຄົນ​ອື່ນ​ບໍ, ຊ່ວຍ ແລະ ສົ່ງ​ເສີມ​ໃຫ້​ພວກ​ເຂົາ​ເຊື່ອມ​ໂຍງ​ກັບ​ວິນ​ຍານ​ຂອງ​ເທດ​ສະ​ການ​ອັນ​ສັກ​ສິດ​ນີ້ ແລະ ສະ​ເຫລີມ​ສະ​ຫລອງ​ຂ່າວ​ດີ​ທີ່​ຖືກ​ປະ​ກາດ​ແກ່​ຄົນ​ລ້ຽງ​ແກະ​ໃນ​ຄຣິດ​ສະ​ມາດ​ທຳ​ອິດ​ບໍ?

ພຣະ​ຄຣິດ​ສາ​ມາດ​ປ່ຽນ​ແປງ​ຄຣິດ​ສະ​ມາດ​ຂອງ​ເຮົາ ເໜືອ​ໂບ​ແຫ່ງ​ຄວາມ​ກະ​ລຸ​ນາ ແລະ ຄວາມ​ຮັກ​ໄຄ່ ແລະ ຫໍ່​ການ​ສະ​ເຫລີມ​ສະ​ຫລອງ​ຂອງ​ເຮົາ​ດ້ວຍ​ຄວາມ​ໃຈ​ບຸນ, ຊຶ່ງ​ກໍ​ຄື “ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ [ທີ່] ອົດ​ທົນ​ຕະ​ຫລອດ​ການ.”16 “ເຖິງ​ແມ່ນ​ວ່າ ຄວາມ​ຮູ້​ສຶກ​ຂອງ​ເຮົາ​ຈະ​ມາ ແລະ ໄປ​ກໍ​ຕາມ, ແຕ່​ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ເຮົາ​ບໍ່​ເປັນ​ເຊັ່ນ​ນັ້ນ.”17 ຄວາມ​ຮັກ​ຂອງ​ພຣະ​ອົງ​ສືບ​ຕໍ່​ເລື້ອຍ​ໄປ​ຕະ​ຫລອດ​ທັງ​ປີ ແລະ ຕະ​ຫລອດ​ທັງ​ຊີ​ວິດ​ຂອງ​ເຮົາ.

ການ​ວາງ​ຈຸດ​ສຸມ​ຂອງ​ເຮົາ​ຄືນ​ໃໝ່​ທີ່​ພຣະ​ຄຣິດ​ອີກ​ຄັ້ງ ໃນ​ຊ່ວງ​ຄຣິດ​ສະ​ມາດ ຈະ​ເຮັດ​ໃຫ້​ເຮົາ​ມີ​ການ​ວັດ​ແທກ​ທີ່​ສຳ​ຄັນ​ຍິ່ງ​ຂຶ້ນ ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ໃນ​ຊີ​ວິດ​ຂອງ​ເຮົາ ແລະ ຄວາມ​ສາ​ມາດ​ທີ່​ຈະ​ຮັກ ແລະ ຮັບ​ໃຊ້​ຄົນ​ອື່ນ​ອ້ອມ​ຮອບ​ເຮົາ​ຫລາຍ​ຍິ່ງ​ຂຶ້ນ.

ເມື່ອ​ເຮົາ​ຮັກ​ສາ​ວິນ​ຍານ​ຂອງ​ຄຣິດ​ສະ​ມາດ, ເຮົາ​ກໍ​ຮັກ​ສາ​ພຣະ​ວິນ​ຍານ​ຂອງ​ພຣະ​ຄຣິດ. ໃນ​ເທດ​ສະ​ການ​ນີ້ ຂໍ​ໃຫ້​ເຮົາ​ສຸມ​ໃຈ​ໃສ່​ທີ່​ພຣະ​ເຢ​ຊູ​ຄຣິດ, ແສງ​ສະ​ຫວ່າງ​ຂອງ​ໂລກ, ແລະ ຂໍ​ໃຫ້​ເຮົາ​ໃຫ້​ແສງ​ສະ​ຫວ່າງ​ຂອງ​ເຮົາ​ສ່ອງ​ສະ​ຫວ່າງ​ໃນ​ເທດ​ສະ​ການ​ນີ້ ໂດຍ​ການ​ແບ່ງ​ປັນ​ຄວາມ​ຮັກ​ຂອງ​ເຮົາ, ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຂອງ​ເຮົາ, ແລະ ການ​ຮັບ​ໃຊ້​ຂອງ​ເຮົາ​ກັບ​ຄົນ​ອື່ນ.

ເພາະ​ພຣະ​ອົງ​ສະ​ເດັດ​ມາ, ການ​ດຳ​ລົງ​ຢູ່​ຂອງ​ເຮົາ​ຈຶ່ງ​ມີ​ຄວາມ​ໝາຍ. ເພາະ​ພຣະ​ອົງ​ສະ​ເດັດ​ມາ, ຈຶ່ງ​ມີ​ຄວາມ​ຫວັງ. ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ, ແລະ ພຣະ​ອົງ​ເປັນ​ຂອງ​ຂວັນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ; ຂ້າ​ພະ​ເຈົ້າ​ຂໍ​ມອບ​ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ເລື່ອງ​ນີ້. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ພິມ