ສຳລັບຜູ້ທີ່ຊອບທຳ, ຄຣິດສະມາດໝາຍຄວາມວ່າ ທຸກຢ່າງຈະເປັນໄປດ້ວຍດີ
ລາຍການໃຫ້ຄຳດົນໃຈຂອງຝ່າຍປະທານສູງສຸດ ເນື່ອງໃນໂອກາດເທດສະການບຸນຄຣິດສະມາດ ປີ 2022
ວັນອາທິດ, ວັນທີ 4 ເດືອນທັນວາ, 2022
ຂ້າພະເຈົ້າຂໍຂອບໃຈປະທານແນວສັນ ແລະ ຝ່າຍປະທານສູງສຸດສຳລັບສິດທິພິເສດທີ່ໄດ້ມາກ່າວກັບທ່ານໃນຄ່ຳຄືນນີ້. ຄອບຄົວຂອງພວກເຮົາໄດ້ສະຫລອງປະເພນີຂອງບຸນຄຣິດສະມາດໃນປະເທດຂອງພວກເຮົາເອງຢູ່ຝຣັ່ງ, ເຢຍລະມັນ, ແລະ ບຣາຊິນ. ບໍ່ວ່າເຮົາຈະອາໄສຢູ່ບ່ອນໃດ, ສຳລັບເຮົາທຸກຄົນທີ່ເຊື່ອ ແລະ ຕິດຕາມພຣະເຢຊູຄຣິດ, ຄວາມຈິງທີ່ສວຍງາມຢ່າງໜຶ່ງຈະຄົງເປັນເໝືອນເດີມ: ເຮົາປິຕິຍິນດີວ່າ ພຣະອົງໄດ້ຖືກເອີ້ນນັບແຕ່ການເລີ່ມຕົ້ນ, ພຣະອົງຜູ້ມີສ່ວນຮ່ວມເປັນເວລາຫລາຍສັດຕະວັດ, ພຣະອົງຜູ້ເປັນພຣະບຸດອົງດຽວທີ່ຖືກຳເນີດຂອງພຣະບິດາ, ພຣະອົງໄດ້ມາ—ໃນເວລາອັນຮຸ່ງໂລດ, ໃນສະພາບທີ່ຕ່ຳຕ້ອຍທີ່ສຸດ—ພຣະອົງໄດ້ມາ. ແລະ ຍ້ອນວ່າພຣະອົງໄດ້ມາ, ຫລາຍພັນລ້ານຄົນທີ່ເຄີຍມີຊີວິດຢູ່ໃນໂລກນີ້ຈະມີຊີວິດຄືນອີກ ແລະ ຈະ, ຖ້າພວກເຂົາເລືອກ, ຮັບຊີວິດນິລັນດອນເປັນມໍລະດົກ, ຊຶ່ງເປັນຂອງປະທານທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ.
ໃນເລື່ອງລາວທີ່ສວຍງາມເຖິງການກຳເນີດຂອງພຣະອົງໃນຊ່ວງເວລາຄຣິດສະມາດ, ມີຫລາຍບົດຮຽນທີ່ເຮົາສາມາດຮຽນຮູ້ໄດ້.
ຕໍ່ໄປນີ້ແມ່ນບົດຮຽນທີ່ຂ້າພະເຈົ້າຢາກແບ່ງປັນກັບທ່ານໃນຄ່ຳຄືນນີ້: ດ້ວຍຄວາມກັງວົນ ແລະ ຄວາມບໍ່ແນ່ນອນ, ຄວາມລຳບາກ ແລະ ບັນຫາທີ່ຕິດຕາມເຮົາຢູ່ນີ້ ໃນຊີວິດມະຕະຂອງເຮົາ, ສຳລັບຜູ້ທີ່ຊອບທຳ—ຜູ້ມີສັດທາ ແລະ ໄວ້ວາງໃຈໃນພຣະຜູ້ເປັນເຈົ້າ—ໃນທີ່ສຸດ, ທຸກຢ່າງຈະເປັນໄປດ້ວຍດີ.
ໃຫ້ຄິດກ່ຽວກັບຕົວຢ່າງທີ່ສວຍງາມເຫລົ່ານີ້.
ຍິງຊອບທຳຄົນໜຶ່ງຊື່ເອລີຊາເບັດ ແລະ ສາມີຂອງນາງຊື່ ເຊກາຣີຢາ, ບັດນີ້ກໍເຖົ້າແກ່ແລ້ວ, ເປັນທຸກໃຈເພາະເຂົາເຈົ້າບໍ່ມີລູກ. ແຕ່ເຂົາເຈົ້າຊື່ສັດ ແລະ ໄວ້ວາງໃຈໃນພຣະຜູ້ເປັນເຈົ້າ.
ເຖິງແມ່ນພຣະຄຳພີບໍ່ໄດ້ບັນທຶກສິ່ງທີ່ເຊກາຣີຢາ ແລະ ນາງເອລີຊາເບັດອາດຮູ້ສຶກ ແລະ ເວົ້ານຳກັນ ແຕ່ລະຄອນເພງເລື່ອງ Savior of the World [ພຣະຜູ້ຊ່ວຍໃຫ້ລອດຂອງໂລກ] ກໍໄດ້ຊ່ວຍໃຫ້ເຮົາສະທ້ອນຄິດເຖິງສິ່ງທີ່ຢູ່ໃນໃຈຂອງເຂົາເຈົ້າໄດ້. ເຊກາຣີຢາປະກາດແກ່ນາງເອລີຊາເບັດວ່າ: “ພວກເຮົາບໍ່ໄດ້ຖືກເລືອກໃຫ້ມີລູກ. ແຕ່ພວກເຮົາຍັງໄວ້ວາງໃຈໃນພຣະຜູ້ເປັນເຈົ້າຢູ່.” ແລະ ແລ້ວເຂົາເຈົ້າໄດ້ຮ້ອງເພງວ່າ: “ຂ້ານ້ອຍຈະໃຫ້ແດ່ພຣະເຈົ້າຕະຫລອດໄປ, ແຕ່ບໍ່ແມ່ນຕາມຄວາມປະສົງຂອງຂ້ານ້ອຍ. … ຖ້າບໍ່ສາມາດມີ, ການໃຫ້ແດ່ພຣະອົງຕະຫລອດໄປໝາຍຄວາມວ່າ ຂ້ານ້ອຍຈະລໍຖ້າເຝົ້າເບິ່ງ. … ຂ້ານ້ອຍຈະ … ໃຫ້ພຣະອົງນຳພາຂ້ານ້ອຍໄປ … ຈົນເຖິງຊົ່ວໂມງ, ມື້, ແລະ ປີຂອງຂ້ານ້ອຍຈະໝົດໄປ.”1
ແລ້ວສິ່ງມະຫັດສະຈັນກໍໄດ້ເກີດຂຶ້ນ. ພຣະຄຳພີໄດ້ບັນທຶກວ່າ ໃນພຣະວິຫານ, ທູດຄັບລີເອນໄດ້ມາປະກົດຕໍ່ເຊກາຣີຢາ. ທູດໄດ້ປະກາດວ່າ: “ເອລີຊາເບັດ … ຈະເກີດລູກຊາຍຄົນໜຶ່ງໃຫ້ເຈົ້າ, ເຈົ້າຈົ່ງໃສ່ຊື່ໃຫ້ລາວວ່າ ໂຢຮັນ. … ເພິ່ນຈະຕຽມປະຊາຊົນໄວ້ພ້ອມສຳລັບພຣະຜູ້ເປັນເຈົ້າ.”2
ເຊກາຣີຢາໄດ້ຕອບວ່າ, “ຂ້ານ້ອຍກໍເຖົ້າແກ່ແລ້ວ, ແລະ ເມຍຂອງຂ້ານ້ອຍກໍເໝືອນກັນ.”3
ຄັບຣີເອນໄດ້ຕອບວ່າ, “ຍ້ອນເຈົ້າບໍ່ເຊື່ອຖ້ອຍຄຳຂອງເຮົາ,” “ເຈົ້າຈະເປັນຄົນໃບ້ບໍ່ສາມາດປາກໄດ້, ຈົນເຖິງວັນທີ່ເຫດການເຫລົ່ານັ້ນເກີດຂຶ້ນ.”4
ໃຫ້ຄິດເຖິງຄວາມຮູ້ສຶກທີ່ອາດມາສູ່ນາງເອລີຊາເບັດ ແລະ ເຊກາຣີຢາ. ເປັນເວລາຫລາຍປີທີ່ເຂົາເຈົ້າໄດ້ອະທິຖານທູນຂໍລູກ, ແຕ່ກໍບໍ່ສາມາດມີລູກ. ເຂົາເຈົ້າໄດ້ສືບຕໍ່ຮັກສາພຣະບັນຍັດ ແລະ ໄວ້ວາງໃຈໃນພຣະຜູ້ເປັນເຈົ້າ. ແລ້ວ, ທູດອົງໜຶ່ງໄດ້ມາປະກົດຕໍ່ເຊກາຣີຢາ, ແຕ່ຫລັງຈາກນັ້ນ, ລາວບໍ່ສາມາດເວົ້າ. ລາວອາດສົງໄສກ່ຽວກັບຖານະຂອງລາວກັບພຣະຜູ້ເປັນເຈົ້າ. ແຕ່ເມື່ອເຖິງເວລາ, ລູກກໍໄດ້ເກີດມາ. ເຊກາຣີຢາກໍສາມາດເວົ້າໄດ້ອີກ. ແລະ ລູກກໍກາຍເປັນໂຢຮັນຜູ້ເປັນສາດສະດາ, ຜູ້ໄດ້ຕຽມທາງໄວ້ໃຫ້ພຣະຜູ້ຊ່ວຍໃຫ້ລອດ. ດ້ວຍຄວາມບໍ່ແນ່ນອນ ແລະ ຄວາມລຳບາກ, ສຳລັບຜູ້ທີ່ຊອບທຳ, ໃນທີ່ສຸດ, ທຸກຢ່າງຈະເປັນໄປດ້ວຍດີ.
ຕໍ່ໄປ, ໃນເລື່ອງລາວຄຣິດສະມາດ, ເຮົາພົບກັບນາງມາຣີ, ໄດ້ຖືກເລືອກໃຫ້ເປັນມານດາຂອງພຣະບຸດຂອງພຣະເຈົ້າ. ແລະ ກໍຍັງມີຄວາມກັງວົນ ແລະ ຄວາມບໍ່ແນ່ນອນໃນຊີວິດຂອງນາງ. ຄັບລີເອນໄດ້ປະກົດຕໍ່ນາງມາຣີ, ບອກນາງເຖິງການເອີ້ນທີ່ມີກຽດຂອງນາງ. ນາງມາຣີໄດ້ຖາມວ່າ, “ຂ້ານ້ອຍຍັງບໍ່ທັນໄດ້ຮ່ວມເພດສຳພັນກັບຜູ້ຊາຍຈັກເທື່ອ, ເຫດການນີ້ຈະເປັນໄປໄດ້ຢ່າງໃດ?”5 ຄັບຣີເອນໄດ້ອະທິບາຍວ່າ ລິດເດດຂອງພຣະວິນຍານບໍລິສຸດຈະລົງມາເທິງນາງ, ແລະ ລິດເດດຂອງພຣະເຈົ້າອົງສູງສຸດຈະປົກຄຸມນາງໄວ້, ແລະ ນາງຈະມີພຣະບຸດຂອງພຣະເຈົ້າ, ແລະ ພຣະນາມຂອງພຣະອົງຈະແມ່ນ ພຣະເຢຊູ.
ໃຫ້ຄິດກ່ຽວກັບຄວາມຊື່ນຊົມ ແລະ ຄວາມສຸກທີ່ນາງອາດຮູ້ສຶກ ທີ່ຖືກຢ້ຽມຢາມໂດຍທູດອົງໜຶ່ງຂອງພຣະເຈົ້າ. ນາງຄົງຖ່ອມໃຈຂະໜາດໃດຂະນະທີ່ນາງຕຶກຕອງການເປັນມານດາຂອງພຣະເມຊີອາ ທີ່ລໍຄອຍມາເປັນເວລາດົນນານ. ແຕ່, ເມື່ອໄດ້ບອກໂຢເຊັບ, ທຸກເລື່ອງບໍ່ໄດ້ຖືກແກ້ໄຂທັນທີ. ໂຢເຊັບເປັນພຽງຄົນທຳມະດາ ແລະ ບໍ່ຢາກເຮັດໃຫ້ນາງມາຣີອັບອາຍ, ແຕ່ລາວບໍ່ແນ່ໃຈວ່າຄວນເລືອກທາງໃດຈຶ່ງຈະຖືກຕ້ອງ. ໃນບັນຫາ ແລະ ຄວາມບໍ່ແນ່ນອນຂອງລາວ, ທູດອົງໜຶ່ງໄດ້ມາຫາລາວໃນຄວາມຝັນ: “ໂຢເຊັບ, … ຢ່າສູ່ຢ້ານທີ່ຈະຮັບເອົາມາຣີມາເປັນເມຍຂອງເຈົ້າ ການທີ່ມາຣີຕັ້ງທ້ອງນັ້ນກໍມີໂດຍລິດເດດຂອງພຣະວິນຍານບໍລິສຸດ. ນາງຈະເກີດລູກຊາຍຜູ້ໜຶ່ງ, ແລະ ເຈົ້າຈົ່ງໃສ່ຊື່ໃຫ້ເດັກນີ້ວ່າ ເຢຊູ: ເພາະເພິ່ນຈະໂຜດປະຊາຊົນຂອງຕົນ ໃຫ້ລອດພົ້ນຈາກບາບກຳຂອງພວກເຂົາ.”6
ແນ່ນອນເຮົາສາມາດເຂົ້າໃຈວ່ານາງມາຣີມີບັນຫາ ແລະ ບໍ່ແນ່ນອນ, ສົງໄສວ່າ ພອນທີ່ອັດສະຈັນນັ້ນຈະເກີດຂຶ້ນໄດ້ແນວໃດ. ໂຢເຊັບ, ກໍເຊັ່ນກັນ, ມີຄວາມກັງວົນ ແລະ ບໍ່ສະຫງົບ. ແຕ່ບັດນີ້ມັນແຈ່ມແຈ້ງທີ່ເຂົາເຈົ້າຕ້ອງເດີນໄປໃນເສັ້ນທາງນີ້ນຳກັນ. ນາງມາຣີຄົງດີໃຈຫລາຍຂະໜາດໃດທີ່ຮູ້ວ່າທູດໄດ້ປະກົດຕໍ່ໂຢເຊັບ. ໂຢເຊັບຄົງດີໃຈຫລາຍຂະໜາດໃດທີ່ຮູ້ວ່າ ສິ່ງນີ້ແມ່ນພຣະປະສົງຂອງພຣະເຈົ້າ. ດ້ວຍຄວາມບໍ່ແນ່ນອນ ແລະ ຄວາມລຳບາກ, ສຳລັບຜູ້ທີ່ຊອບທຳ, ໃນທີ່ສຸດ, ທຸກຢ່າງຈະເປັນໄປດ້ວຍດີ.
ແຕ່ດັ່ງທີ່ເຮົາຮູ້ຈັກ, ຈະມີຄວາມລຳບາກຢູ່ຂ້າງໜ້າ; ຈະມີສະເໝີ. ດັ່ງທີ່ເມື່ອໃກ້ເຖິງເວລາທີ່ນາງມາຣີຈະຄອດລູກ, ໂຣມໄດ້ສັ່ງໃຫ້ໂຢເຊັບກັບຄືນໄປເມືອງເບັດເລເຮັມ. ນາງມາຣີ ແລະ ໂຢເຊັບໄດ້ຕັ້ງໃຈວ່າຈະເດີນທາງໄປພ້ອມກັນ. ເຮົາທຸກຄົນກໍມັກເລື່ອງລາວຄຣິດສະມາດທີ່ສວຍງາມນີ້. ເມື່ອມາຮອດເມືອງເບັດເລເຮັມ, ໂຮງແຮມບໍ່ມີບ່ອນວ່າງເລີຍ. ໂຢເຊັບຄົງຮູ້ສຶກກັງວົນຫລາຍ. ມັນເປັນໄປໄດ້ແນວໃດ? ເປັນຫຍັງນາງມາຣີ, ຜູ້ທີ່ຖືກເລືອກເໜືອຜູ້ຍິງທຸກຄົນ, ຕ້ອງໄດ້ເກີດລູກທີ່ເປັນພຣະບຸດຂອງພຣະເຈົ້າອົງສູງສຸດ ຢູ່ໃນຄອກສັດທີ່ທຳມະດາ? ການກຳເນີດບໍ່ຄວນມີບັນຫາ ຫລື ອາການແຊກຊ້ອນແມ່ນບໍ?
ມັນເບິ່ງຄືວ່າເປັນເລື່ອງແປກ, ບໍ່ຍຸດຕິທຳເລີຍ. ແຕ່ກຸມມານນ້ອຍກໍໄດ້ເກີດມາ; ມີສຸຂະພາບແຂງແຮງ. ດັ່ງທີ່ເພງຄຣິດສະມາດບອກກ່າວ, “ພຣະເຢຊູທາລົກອ່ອນນອນຫລັບໃນຮາງຫຍ້າ, ບໍ່ມີແມ່ນແຕ່ເປມາໃຫ້ທາລົກໜຸນນອນ.”7
ກ່ອນຄ່ຳຄືນຈະໝົດໄປ, ທູດອົງໜຶ່ງໄດ້ມາປະກົດຕໍ່ຄົນລ້ຽງແກະຢູ່ໃນທົ່ງ ນຳຂ່າວດີທີ່ຊົມຊື່ນຍິນດີຍິ່ງໃຫຍ່ມາໃຫ້. ເຫລົ່າທູດໄດ້ຮ້ອງເພງວ່າ, “ລັດສະໝີພາບ ຈົ່ງມີແກ່ພຣະເຈົ້າ ໃນສະຫວັນທີ່ສູງສຸດ ແລະ ທີ່ແຜ່ນດິນໂລກຈົ່ງມີສັນຕິສຸກ ແກ່ມະນຸດທັງປວງ.”8
ຄົນລ້ຽງແກະໄດ້ໄປເມືອງເບັດເລເຮັມ ເພື່ອຊອກຫາກຸມມານນ້ອຍເຢຊູ. ແລະ ເມື່ອພວກເຂົາໄດ້ພົບເຫັນກຸມມານນ້ອຍເຢຊູ, ໂຢເຊັບ ແລະ ນາງມາຣີຄົງຮູ້ສຶກໄດ້ຮັບການປອບໂຍນ ແລະ ມີຄວາມໝັ້ນໃຈ ທີ່ຮູ້ວ່າມີຈຸດປະສົງໃນຄວາມລຳບາກທີ່ອ້ອມຮອບເຂົາເຈົ້າ. ເຫລົ່າທູດໄດ້ປະກາດການມາຂອງພຣະອົງ ແລະ ພາລະກິດທີ່ມີກຽດຂອງພຣະອົງ. ຫລັງຈາກການດີ້ນລົນ ແລະ ຄວາມບໍ່ແນ່ນອນ, ສຳລັບຜູ້ທີ່ຊອບທຳ, ໃນທີ່ສຸດ, ທຸກຢ່າງຈະເປັນໄປດ້ວຍດີ.
ໃນໂລກໃໝ່, ບັນຫາ, ຄວາມບໍ່ແນ່ນອນ, ແລະ ຄວາມກັງວົນ ກໍເກີດກັບຜູ້ທີ່ຊອບທຳເຊັ່ນກັນ. ສາດສະດາຊາມູເອນໄດ້ທຳນາຍວ່າ ການກຳເນີດຂອງພຣະຜູ້ຊ່ວຍໃຫ້ລອດຈະເກີດຂຶ້ນໃນຫ້າປີຂ້າງໜ້າ ແລະ ວ່າຈະມີເຄື່ອງໝາຍຂອງຄ່ຳຄືນທີ່ປາດສະຈາກຄວາມມືດ. ເມື່ອໃກ້ເຖິງເວລາ, ສິ່ງທີ່ບໍ່ຄາດຄິດໄດ້ຖືກວາງແຜນ. “ມີມື້ໜຶ່ງ [ໄດ້ຖືກຕັ້ງໄວ້ໂດຍ] ພວກທີ່ບໍ່ເຊື່ອ, [ຜູ້ໄດ້ປະກາດວ່າ ເວລາໄດ້ຜ່ານພົ້ນໄປແລ້ວ,] ທຸກຄົນທີ່ເຊື່ອ [ວ່າພຣະຜູ້ຊ່ວຍໃຫ້ລອດຈະສະເດັດມາຈະ] ຖືກຂ້າ ຖ້າຫາກເຄື່ອງໝາຍ … ບໍ່ເກີດເປັນຈິງ.”9 ພວກທີ່ບໍ່ເຊື່ອໄດ້ເວົ້າເຍາະເຍີ້ຍຜູ້ທີ່ເຊື່ອວ່າ, “ຄວາມປິຕິຍິນດີ ແລະ ສັດທາຂອງພວກທ່ານທີ່ມີຕໍ່ສິ່ງນີ້ກໍບໍ່ມີປະໂຫຍດ.”10 ໃຫ້ລອງຄິດເບິ່ງຄວາມບໍ່ສະບາຍໃຈ ແລະ ຄວາມກັງວົນຂອງຜູ້ທີ່ຊອບທຳວ່າເປັນຢ່າງໃດ. ພຣະຄຳພີກ່າວວ່າ ນີໄຟ “ຂາບລົງຢູ່ກັບພື້ນດິນ, ແລະ ຮ້ອງທູນຕໍ່ພຣະເຈົ້າຂອງເພິ່ນຢ່າງສຸດກຳລັງເພື່ອຜູ້ຄົນຂອງເພິ່ນ.”11 ແລະ ຂະນະທີ່ນີໄຟກຳລັງອະທິຖານຢູ່ນັ້ນ, “ສຸລະສຽງຂອງພຣະຜູ້ເປັນເຈົ້າໄດ້ມາເຖິງເພິ່ນ, ມີຄວາມວ່າ: ຈົ່ງເງີຍໜ້າ ແລະ ເບີກບານເຖີດ; ເພາະຈົ່ງເບິ່ງ, ເວລາໃກ້ເຂົ້າມາເຖິງແລ້ວ, ແລະ ໃນຄືນນີ້ເຄື່ອງໝາຍຈະປະກົດຂຶ້ນ, ແລະ ໃນມື້ອື່ນ ເຮົາຈະເຂົ້າມາໃນໂລກນີ້.”12
ພຣະຄຳພີປະກາດວ່າ, “ພຣະຄຳທີ່ກ່າວໄວ້ກັບນີໄຟນັ້ນສຳເລັດແລ້ວ, … ເພາະຈົ່ງເບິ່ງ, ເວລາດວງອາທິດຕົກແລ້ວ ມັນບໍ່ມີຄວາມມືດເລີຍ. … [ແລະ] ຜູ້ຄົນທັງໝົດ … ມີຄວາມແປກໃຈຢ່າງຍິ່ງຈົນວ່າພວກເຂົາລົ້ມລົງຢູ່ກັບພື້ນດິນ. … [ແລະ] ມັນບໍ່ມີຄວາມມືດຕະຫລອດຄືນນັ້ນ, ແຕ່ມັນແຈ້ງຄືກັນກັບຕອນທ່ຽງຂອງກາງເວັນ. … ແລະ ພວກເຂົາຈຶ່ງຮູ້ຈັກວ່າ ມັນເປັນມື້ທີ່ພຣະຜູ້ເປັນເຈົ້າຈະກຳເນີດ.”13
ດ້ວຍຄວາມລຳບາກ ແລະ ຄວາມບໍ່ແນ່ນອນ, ສຳລັບຜູ້ທີ່ຊອບທຳ—ສຳລັບຜູ້ທີ່ໄວ້ວາງໃຈໃນພຣະເຈົ້າ—ໃນທີ່ສຸດ, ບໍ່ວ່າຈະເປັນໃນຊີວິດນີ້ ຫລື ໃນເວລາທີ່ເຮົາຄຸເຂົ່າລົງແທບພຣະບາດຂອງພຣະອົງ, ທຸກຢ່າງຈະເປັນໄປດ້ວຍດີ.14
ໃຫ້ຄິດກ່ຽວກັບຊ່ວງເວລາສັກສິດຂອງການກຳເນີດຂອງພຣະຜູ້ຊ່ວຍໃຫ້ລອດ, ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງລໍຖ້າຈົນເຖິງຄ່ຳຄືນສຸດທ້າຍກ່ອນຈະບອກນີໄຟວ່າ ພຣະອົງຈະມາກຳເນີດໃນມື້ອື່ນເຊົ້າ? ພຣະອົງສາມາດບອກເພິ່ນຫລາຍອາທິດ ຫລື ຫລາຍເດືອນກ່ອນໜ້ານັ້ນ. ເປັນຫຍັງພຣະອົງຈຶ່ງປ່ອຍໃຫ້ນາງເອລີຊາເບັດ ແລະ ເຊກາຣີຢາເຖົ້າແກ່ໂດຍບໍ່ມີລູກ ກ່ອນການຢືນຢັນວ່າສາດສະດາໂຢຮັນຈະມາເກີດນຳເຂົາເຈົ້າ? ແລະ ເປັນຫຍັງນາງມາຣີຈຶ່ງຕ້ອງສົງໄສກ່ຽວກັບເສັ້ນທາງເດີນຢູ່ຕໍ່ໜ້ານາງ ແລະ ໂຢເຊັບສົງໄສກ່ຽວກັບຖານະຂອງລາວຢູ່ໃນເລື່ອງລາວທີ່ສຳຄັນທີ່ສຸດຂອງເລື່ອງລາວທັງໝົດ? ເປັນຫຍັງບົດບາດຂອງຮາງຫຍ້າ ແລະ ຄົນລ້ຽງແກະ ແລະ ເຫລົ່າທູດຈຶ່ງບໍ່ເປັນທີ່ຮູ້ຈັກ ຈົນກວ່າຫລັງຈາກເຫດການໄດ້ເກີດຂຶ້ນ?
ໃນໂລກກ່ອນເກີດ, ພຣະຜູ້ເປັນເຈົ້າໄດ້ປະກາດວ່າ: “ພວກເຮົາຈະ ພິສູດ ພວກເຂົາໂດຍວິທີນີ້, ເພື່ອເບິ່ງວ່າພວກເຂົາຈະເຮັດທຸກສິ່ງທັງປວງສິ່ງໃດກໍຕາມທີ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາຈະບັນຊາພວກເຂົາຫລືບໍ່.”15 ແລະ ຈາກສຸພາສິດ: “ຈົ່ງໄວ້ວາງໃຈໃນພຣະຜູ້ເປັນເຈົ້າດ້ວຍສຸດໃຈຂອງເຈົ້າ, ຢ່າເຊື່ອໝັ້ນຈັກເທື່ອໃນສິ່ງທີ່ເຈົ້າຄິດວ່າເຈົ້າຮູ້ຈັກ. ຈົ່ງລະນຶກເຖິງພຣະຜູ້ເປັນເຈົ້າໃນທຸກສິ່ງທີ່ເຈົ້າກະທຳ, ແລະ ພຣະອົງຈະໃຫ້ເຈົ້າເຫັນຫົນທາງອັນຖືກຕ້ອງ.”16
ໃນວັນເວລາຂອງຄວາມບໍ່ແນ່ນອນຂອງເຮົາ, ໃນບັນຫາ ແລະ ຄວາມລຳບາກໃນວັນເວລາຂອງເຮົາ, ໃນການດີ້ນລົນຂອງເຮົາ, ຂໍໃຫ້ເຮົາຈົ່ງຊື່ສັດ. ພຣະເຢຊູໄດ້ມາໃນຄ່ຳຄືນທີ່ສັກສິດນັ້ນ. ພຣະອົງເປັນພຣະຜູ້ຊ່ວຍໃຫ້ລອດຂອງໂລກ, ເປັນອົງສັນຕິລາດ, ເປັນຈອມກະສັດ. ພຣະອົງຊົງພຣະຊົນຢູ່, ແລະ “ຄວາມຫວັງຄວາມຢ້ານທີ່ມີມານານເປັນປະກົດການໃນ [ພຣະອົງ] ຄືນນີ້.”17 ຂ້າພະເຈົ້າເປັນພະຍານວ່າ ເມື່ອເຮົາຊອບທຳ, ນ້ຳຕາ ແລະ ຄວາມໂສກເສົ້າ, ຄວາມລຳບາກ, ແລະ ຄວາມບໍ່ແນ່ນອນຂອງເຮົາ ຈະຖືກຕອບສະໜອງ ແລະ ຖືກເຮັດໃຫ້ຖືກຕ້ອງໃນພຣະອົງ, ພຣະບຸດທີ່ຮັກຂອງພຣະເຈົ້າ. “ພຣະຊົງບັງເກີດ, ໂລກຈົ່ງສຸກຂີ.”18 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.