ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ
ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ແຫ່ງ​ຄວາມ​ປິ​ຕິ​ຍິນ​ດີ​ອັນ​ຍິ່ງ​ໃຫຍ່


ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ແຫ່ງ​ຄວາມ​ປິ​ຕິ​ຍິນ​ດີ​ອັນ​ຍິ່ງ​ໃຫຍ່

ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ ປີ 2022

ວັນ​ອາ​ທິດ, ວັນ​ທີ 4 ເດືອນ​ທັນ​ວາ, 2022

ສຸກ​ສັນ​ບຸນ​ຄຣິດ​ສະ​ມາດ! ຂໍ​ຂອບ​ໃຈ​ທຸກ​ທ່ານ​ທີ່​ຂ່າວ​ສານ ແລະ ສຽງ​ເພງ ແລະ ການ​ຮັບ​ໃຊ້​ຂອງ​ພວກ​ເພິ່ນ​ໄດ້​ປະ​ກາດ “ຂ່າວ​ດີ, ເປັນ​ຂ່າວ​ທີ່​ນຳ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ອັນ​ໃຫຍ່” ມາ​ໃຫ້ ໃນ​ຊ່ວງ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ​ນີ້.

ຫລາຍ​ຮ້ອຍ​ລ້ານ​ຄົນ​ສະ​ເຫລີມ​ສະ​ຫລອງ​ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ລະ​ຫວ່າງ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ​ນີ້. ຕະ​ຫລອດ​ທັງ​ໂລກ​ຄວນ​ສະ​ເຫລີມ​ສະ​ຫລອງ. ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ​ໄດ້​ຍິ່ງ​ໃຫຍ່ ແລະ ຍັງ​ຄົງ​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ຜູ້​ທີ່​ເຄີຍ​ມີ​ຊີ​ວິດ.

I.

ແມ່ນ​ແຕ່​ໃນ​ເງື່ອນ​ໄຂ​ທາງ​ຝ່າຍ​ໂລກ, ພຣະ​ຊົນ​ຊີບ​ມະ​ຕະ​ຂອງ​ພຣະ​ເຢ​ຊູ​ແຫ່ງ​ນາ​ຊາ​ເຣັດ​ໄດ້​ມີ​ຜົນ​ກະ​ທົບ​ທີ່​ຍິ່ງ​ໃຫຍ່​ກວ່າ​ຕໍ່​ໂລກ​ນີ້ ແລະ ປະ​ຫວັດ​ສາດ​ຂອງ​ໂລກ​ຫລາຍ​ກວ່າ​ຄົນ​ອື່ນ​ໃດ​ທີ່​ເຄີຍ​ມີ​ຊີ​ວິດ. ພຣະ​ອົງ​ໄດ້​ເປັນ​ຫົວ​ຂໍ້​ຫລັກ​ຂອງ​ບັນ​ດາ​ສາດ​ສະ​ດາ ແລະ ນັກ​ກະ​ວີ​ເປັນ​ເວ​ລາ​ຫລາຍ​ພັນ​ປີ​ມາ​ແລ້ວ. ສິ​ລະ​ປະ ແລະ ສຽງ​ດົນ​ຕີ​ທີ່​ໂດດ​ເດັ່ນ​ທີ່​ສຸດ​ຂອງ​ໂລກ​ພາກ​ຕາ​ເວັນ​ຕົກ​ໄດ້​ຖືກ​ອຸ​ທິດ​ເພື່ອ​ການ​ສະ​ເຫລີມ​ສະ​ຫລອງ​ການ​ກຳ​ເນີດ ແລະ ພຣະ​ຊົນ​ຊີບ ແລະ ພາ​ລະ​ກິດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ບັນ​ດາ​ນັກ​ປັດ​ຊະ​ຍາ ແລະ ນັກ​ສາດ​ສະ​ໜາ​ໄດ້​ໃຊ້​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ເພື່ອ​ສຶກ​ສາ​ຄຳ​ສອນ​ຂອງ​ພຣະ​ອົງ. ຄຳ​ສອນ​ເຫລົ່າ​ນັ້ນ​ໄດ້​ເປັນ​ແຮງ​ດົນ​ໃຈ​ຕໍ່​ວຽກ​ງານ​ແຫ່ງ​ຄວາມ​ໃຈ​ບຸນ​ທີ່​ນັບ​ບໍ່​ຖ້ວນ, ເປັນ​ການ​ສະ​ແດງ​ໃຫ້​ປະ​ຈັກ​ເຖິງ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ.

ຜູ້​ຄົນ​ບໍ່​ເຄີຍ​ສະ​ເຫລີມ​ສະ​ຫລອງ​ສິ່ງ​ໃດ​ຫລາຍ​ໄປ​ກວ່າ​ພຣະ​ຊົນ​ຊີບ ແລະ ຄຳ​ສອນ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ. ສິ່ງ​ນີ້, ແນ່​ນອນ​ວ່າ, ລວມ​ທັງ​ຕຶກ​ໂບດ​ໃຫຍ່​ທີ່​ຢາຍ​ຢູ່​ຕາມ​ພູ​ມີ​ພາບ​ໃນ​ເອີ​ຣົບ ແລະ ເຂດ​ອາ​ເມ​ຣິ​ກາ, ຊຶ່ງ​ຫລາຍ​ແຫ່ງ​ຕ້ອງ​ໃຊ້​ເວ​ລາ​ນານ​ກວ່າ​ໜຶ່ງ​ສັດ​ຕະ​ວັດ​ໃນ​ການ​ກໍ່​ສ້າງ. ເມື່ອ​ບໍ່​ດົນ​ມາ​ນີ້, ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ມີ​ພຣະ​ວິ​ຫານ 171 ແຫ່ງ​ທີ່​ຖືກ​ອຸ​ທິດ ແລະ ເປີດ​ໃຫ້​ບໍ​ລິ​ການ ແລະ ມີ 129 ແຫ່ງ​ອີກ​ທີ່​ຢູ່​ໃນ​ລະ​ຫວ່າງ​ການ​ບູ​ລະ​ນະ, ການ​ປຸກ​ສ້າງ, ການ​ອອກ​ແບບ, ຫລື ຫາ​ກໍ​ຖືກ​ປະ​ກາດ​ໂດຍ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ຢູ່​ທີ່​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ໃນ​ເດືອນ​ຕຸ​ລາ​ຜ່ານ​ມາ​ນີ້. ພຣະ​ວິ​ຫານ​ເຫລົ່າ​ນີ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແມ່ນ​ຢາຍ​ຢູ່​ໃນ​ທຸກໆ​ທະ​ວີບ ແລະ ໃນ 74 ປະ​ເທດ​ຂອງ​ໂລກ. ຢູ່​ທີ່​ນັ້ນ​ເຮົາ​ອຸ​ທິດ​ຊີ​ວິດ​ຂອງ​ເຮົາ​ເພື່ອ​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ.

ຫລາຍໆ​ລ້ານ​ຄົນ​ໄດ້​ມອບ​ຊີ​ວິດ​ຂອງ​ເຂົາ​ເຈົ້າ—ແລະ, ສຳ​ຄັນ​ຫລາຍ​ກວ່າ​ນັ້ນ, ຫລາຍໆ​ລ້ານ​ຄົນ​ໄດ້​ຈັດ​ຊີ​ວິດ​ຂອງ​ເຂົາ​ເຈົ້າ ຕາມ​ແບບ​ແຜນ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ອິດ​ສະ​ຣາ​ເອນ, ພຣະ​ເຢ​ໂຮ​ວາ, ພຣະ​ເຢ​ຊູ​ຄຣິດ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ປະ​ທານ​ກໍ​ດອນ ບີ ຮິງ​ລີ ບໍ່​ໄດ້​ກ່າວ​ເກີນ​ຈຸດ​ປະ​ສົງ​ເມື່ອ​ເພິ່ນ​ໄດ້​ປະ​ກາດ​ວ່າ, “ຕົວ​ຢ່າງ​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້​ຂອງ​ພຣະ​ອົງ [ໄດ້​ເປັນ] ພະ​ລັງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ສຳ​ລັບ​ຄວາມ​ດີ​ງາມ ແລະ ສັນ​ຕິ​ສຸກ​ຕະ​ຫລອດ​ທົ່ວ​ໂລກ.”1

II.

ເຮົາ​ສາ​ມາດ​ເຫັນ​ຈຸດ​ປະ​ສົງ ແລະ ສັນ​ຍາ​ລັກ​ອັນ​ສຳ​ຄັນ​ໄດ້ ໃນ​ຄຳ​ປະ​ກາດ​ແຫ່ງ​ສະ​ຫວັນ​ເຖິງ​ການ​ກຳ​ເນີດ​ຂອງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ເຈົ້າ. ເຮົາ​ຮຽນ​ຮູ້​ເລື່ອງ​ລາວ​ຈາກ​ພຣະ​ຄຳ​ພີ​ໃໝ່​ວ່າ ການ​ປະ​ກາດ​ເຖິງ​ການ​ກຳ​ເນີດ​ຂອງ​ກຸມ​ມານ​ນ້ອຍ​ພຣະ​ຄຣິດ ໃນ​ຊີກ​ໂລກ​ພາກ​ຕາ​ເວັນ​ອອກ​ແມ່ນ​ຖືກ​ປະ​ກາດ​ຕໍ່​ສາມ​ກຸ່ມ​ທີ່​ແຕກ​ຕ່າງ​ກັນ, ແຕ່​ລະ​ກຸ່ມ​ດ້ວຍ​ບຸກ​ຄະ​ລິກ​ລັກ​ສະ​ນະ​ທີ່​ແຕກ​ຕ່າງ​ກັນ​ຫລາຍ. ຜູ້​ຄົນ​ທີ່​ໄດ້​ຮັບ​ການ​ປະ​ກາດ​ແຫ່ງ​ສະ​ຫວັນ​ເຖິງ​ການ​ກຳ​ເນີດ​ນັ້ນ​ໄດ້​ເປັນ​ຜູ້​ຄົນ​ທີ່​ຖ່ອມ​ຕົວ​ທີ່​ສຸດ, ບໍ​ລິ​ສຸດ​ທີ່​ສຸດ, ແລະ ສະ​ຫລາດ​ທີ່​ສຸດ.

ການ​ປະ​ກາດ​ເທື່ອ​ທຳ​ອິດ​ແມ່ນ​ຕໍ່​ຄົນ​ລ້ຽງ​ແກະ​ຢູ່​ທີ່​ເນີນ​ພູ​ໃກ້​ເມືອງ​ເບັດ​ເລ​ເຮັມ. ທູດ​ອົງ​ໜຶ່ງ ແລະ ກອງ​ທັບ​ນັກ​ຮ້ອງ​ແຫ່ງ​ສະ​ຫວັນ​ໄດ້​ປະ​ກາດ “ຂ່າວ​ດີ, ເປັນ​ຂ່າວ​ທີ່​ນຳ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ອັນ​ໃຫຍ່​ມາ​ສູ່​ປະ​ຊາ​ຊົນ​ທັງ​ໝົດ … [ພຣະ​ຜູ້​ຊ່ວຍ​ໃຫ້​ລອດ] ອົງ​ໜຶ່ງ, ຄື​ພຣະ​ຄຣິດ​ໄດ້​ມາ​ບັງ​ເກີດ.”2 ຄົນ​ລ້ຽງ​ແກະ​ອາດ​ຖືກ​ເລືອກ​ໃຫ້​ໄດ້​ຮັບ​ຂ່າວ​ດີ​ເຫລົ່າ​ນີ້​ເພາະ​ວ່າ​ພວກ​ເຂົາ​ເປັນ​ຜູ້​ຄົນ​ອ່ອນ​ນ້ອມ ແລະ ຖ່ອມ​ຕົວ. ດັ່ງ​ນັ້ນ, ພວກ​ເຂົາ​ຈຶ່ງ​ໄດ້​ຮັບ​ເອົາ​ຂ່າວ​ແຫ່ງ​ສະ​ຫວັນ​ເປັນ​ພິ​ເສດ, ຊຶ່ງ​ພວກ​ເຂົາ​ໄດ້​ສະ​ແດງ​ໃຫ້​ເຫັນ​ໂດຍ​ການ​ໄປ​ຢ້ຽມ​ຢາມ​ກຸມ​ມານ​ນ້ອຍ. ແລ້ວ, ພຣະ​ຄຳ​ພີ​ລາຍ​ງານ​ວ່າ, ພວກ​ເຂົາ “ກໍ​ເລົ່າ​ເລື່ອງ ຕາມ​ທີ່​ເຂົາ​ໄດ້​ຍິນ​ເຖິງ​ພຣະ​ກຸມ​ມານ​ນັ້ນ.”3 ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ນຳ​ໃຊ້​ຕົວ​ຢ່າງ​ຂອງ​ວຽກ​ງານ​ຂອງ​ພວກ​ເຂົາ​ໃນ​ຖາ​ນະ​ຄົນ​ລ້ຽງ​ແກະ ແລະ ລູກ​ແກະ​ໃນ​ການ​ສິດ​ສອນ​ຂອງ​ພຣະ​ອົງ. ພ້ອມ​ນັ້ນ, ເມື່ອ​ພຣະ​ເຢ​ຊູ​ໄດ້​ມາ​ຫາ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ໃນ​ຕອນ​ເລີ່ມ​ຕົ້ນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ, ສາດ​ສະ​ດາ​ຄົນ​ນັ້ນ​ໄດ້​ປະ​ກາດ​ວ່າ “ຈົ່ງ​ເບິ່ງ​ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ, ຜູ້​ໄດ້​ຮັບ​ເອົາ​ບາບ​ກຳ​ຂອງ​ໂລກ​ໄປ.”4

ການ​ປະ​ກາດ​ເທື່ອ​ທີ​ສອງ​ເຖິງ​ການ​ກຳ​ເນີດ​ຂອງ​ພຣະ​ເມ​ຊີ​ອາ ແມ່ນ​ຢູ່​ໃນ​ພຣະ​ວິ​ຫານ​ທີ່​ເຢ​ຣູ​ຊາ​ເລັມ​ຕໍ່​ພະ​ນັກ​ງານ​ບໍ​ລິ​ສຸດ​ສອງ​ຄົນ ຊຶ່ງ​ມີ​ຊີ​ວິດ​ຕາມ​ພຣະ​ເຈົ້າ​ຂອງ​ພວກ​ເພິ່ນ ໄດ້​ເຮັດ​ໃຫ້​ພວກ​ເພິ່ນ​ເໝາະ​ສົມ​ທີ່​ຈະ​ໄດ້​ຮັບ​ການ​ເປັນ​ພະ​ຍານ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ເມື່ອ​ນາງ​ມາ​ຣີ ແລະ ໂຢ​ເຊັບ​ໄດ້​ນຳ​ກຸມ​ມານ​ນ້ອຍ​ເຢ​ຊູ​ມາ​ທີ່​ພຣະ​ວິ​ຫານ​ເພື່ອ​ການ​ຖວາຍ​ດັ່ງ​ທີ່​ກົດ​ບັນ​ຍັດ​ມີ​ຂຽນ​ໄວ້​ສຳ​ລັບ​ລູກ​ຊາຍ​ກົກ, ຊີ​ເມ​ໂອນ ແລະ ອາ​ນາ ທັງ​ສອງ​ໄດ້​ເປັນ​ພະ​ຍານ​ວ່າ ພຣະ​ອົງ​ຄື​ພຣະ​ເມ​ຊີ​ອາ. ພຣະ​ຄຳ​ພີ​ບັນ​ທຶກ​ວ່າ ຊີ​ເມ​ໂອນ​ໄດ້​ອູ້ມ​ເອົາ​ກຸມ​ມານ​ນ້ອຍ​ໄວ້​ໃນ​ອ້ອມ​ແຂນ​ຂອງ​ຕົນ ແລະ ໄດ້​ສັນ​ລະ​ເສີນ​ພຣະ​ເຈົ້າ​ທີ່​ໄດ້​ອະ​ນຸ​ຍາດ​ໃຫ້​ເພິ່ນ​ໄດ້​ເຫັນ “ຄວາມ​ພົ້ນ​ທີ່​ມາ​ຈາກ​ພຣະ​ອົງ,” “ຄື​ແສງ​ສະ​ຫວ່າງ​ສ່ອງ​ແຈ້ງ​ເປີດ​ເຜີຍ​ພຣະ​ປະ​ສົງ​ແກ່​ບັນ​ດາ​ປະ​ຊາ​ຊາດ ແລະ ນຳ​ເອົາ​ສະ​ຫງ່າ​ລາ​ສີ​ມາ​ສູ່​ອິດ​ສະ​ຣາ​ເອນ ພົນ​ລະ​ເມືອງ​ຂອງ​ພຣະ​ເຈົ້າ.” ແລະ ນາງ​ອາ​ນາ, “ໝໍ​ທຳ​ນາຍ​ຍິງ​ຄົນ​ໜຶ່ງ,” “ເວ​ລາ​ນັ້ນ​ນາງ​ໄດ້​ເຂົ້າ​ມາ​ໂມ​ທະ​ນາ​ຂອບ​ພຣະ​ຄຸນ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເວົ້າ​ເຖິງ​ກຸມ​ມານ​ນ້ອຍ​ໃຫ້​ແກ່​ທຸກ​ຄົນ​ໃນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ຟັງ ຊຶ່ງ​ພວກ​ເຂົາ​ກຳ​ລັງ​ຄອຍ​ຖ້າ​ການ​ໄຖ່​ໃຫ້​ພົ້ນ​ນັ້ນ.”5

ກຸ່ມ​ທີ​ສາມ​ກໍ​ໄດ້​ຮຽນ​ຮູ້​ເຖິງ​ການ​ກຳ​ເນີດ​ທີ່​ອັດ​ສະ​ຈັນ​ນີ້. ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ, ທີ່​ໂຈ​ເຊັບ ສະ​ມິດ ໄດ້​ປັບ​ປຸງ​ໜ້ອຍ​ໜຶ່ງ, ລາຍ​ງານ​ວ່າ “ມີ​ພວກ​ໂຫ​ລາ​ຈານ​ໄດ້​ມາ​ຈາກ​ທິດ​ຕາ​ເວັນ​ອອກ​ໄປ​ທີ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ, ແລະ ຖາມ​ວ່າ, ເດັກ​ທີ່​ຫາ​ກໍ​ເກີດ​ມາ​ເປັນ​ກະ​ສັດ​ຂອງ​ຊາວ​ຢິວ​ນັ້ນ​ຢູ່​ໃສ? ພວກ​ເຮົາ​ໄດ້​ເຫັນ​ດາວ​ຂອງ​ເພິ່ນ​ປະ​ກົດ​ຂຶ້ນ​ທາງ​ທິດ​ຕາ​ເວັນ​ອອກ, ແລະ ພວກ​ເຮົາ​ໄດ້​ມາ​ເພື່ອ​ຂາບ​ໄຫວ້​ນະ​ມັດ​ສະ​ການ​ເພິ່ນ.”6

ຈາກ​ການ​ສອບ​ຖາມ​ຂອງ​ພວກ​ເພິ່ນ ເຮົາ​ຈະ​ສົງ​ໄສ​ບໍ່​ໄດ້​ວ່າ ພວກ​ເພິ່ນ​ຖືກ​ນຳ​ພາ​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຈຸດ​ປະ​ສົງ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ. ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ສິດ​ສອນ​ວ່າ, “ບໍ່​ມີ​ຜູ້​ໃດ​ຮູ້​ພຣະ​ໄທ​ຂອງ​ພຣະ​ເຈົ້າ, ມີ​ແຕ່​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ​ທີ່​ຮູ້​ຈັກ.”7 ພວກ​ໂຫ​ລາ​ຈານ​ເຫລົ່າ​ນີ້​ເປັນ​ຜູ້​ຄົນ​ຈາກ​ດິນ​ແດນ ແລະ ວັດ​ທະ​ນະ​ທຳ​ອື່ນ, ສະ​ນັ້ນ​ການ​ເປັນ​ພະ​ຍານ​ຕໍ່​ພວກ​ເພິ່ນ​ໄດ້​ເປັນ​ການ​ເຕືອນ​ໃຈ​ວ່າ ພຣະ​ເມ​ຊີ​ອາ​ໄດ້​ມາ​ກຳ​ເນີດ​ເພື່ອ​ທຸກ​ຄົນ​ທັງ​ປວງ. ນອກ​ເໜືອ​ຈາກ​ນັ້ນ, ອາດ​ຍັງ​ມີ​ຈຸດ​ປະ​ສົງ​ອື່ນ​ອີກ. ມູນ​ຄ່າ​ຂອງ​ຄຳ ແລະ ຂອງ​ຂວັນ​ອື່ນໆ​ທີ່​ພວກ​ໂຫ​ລາ​ຈານ​ໄດ້​ມອບ​ໃຫ້ ອາດ​ໄດ້​ຊ່ວຍ​ນາງ​ມາ​ຣີ ແລະ ໂຢ​ເຊັບ​ອອກ​ເດີນ​ທາງ​ໄປ​ທີ່​ເອ​ຢິບ​ຢ່າງ​ກະ​ທັນ​ຫັນ ແລະ ອາ​ໄສ​ຢູ່​ທີ່​ນັ້ນ​ເພື່ອ​ຊ່ວຍ​ກຸມ​ມານ​ນ້ອຍ​ພຣະ​ຄຣິດ​ໃຫ້​ລອດ ເມື່ອ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ​ຖືກ​ຄຸກ​ຄາມ​ໂດຍ​ຄຳ​ສັ່ງ​ອັນ​ຊົ່ວ​ຮ້າຍ​ຂອງ​ກະ​ສັດ​ເຮ​ໂຣດ.8

ມັນ​ກໍ​ໜ້າ​ສົນ​ໃຈ​ທີ່​ເຫດ​ການ​ອັດ​ສະ​ຈັນ​ຂອງ​ການ​ກຳ​ເນີດ​ຂອງ​ພຣະ​ຄຣິດ ແລະ ສິ່ງ​ທີ່​ສຳ​ຄັນ​ຂອງ​ເຫດ​ການ​ນັ້ນ​ໄດ້​ຖືກ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ພຽງ​ແຕ່​ຕໍ່​ຜູ້​ຄົນ​ທີ່​ຖ່ອມ​ຕົວ​ທີ່​ສຸດ, ຜູ້​ທີ່​ບໍ​ລິ​ສຸດ​ທີ່​ສຸດ, ແລະ ຜູ້​ທີ່​ສະ​ຫລາດ​ທີ່​ສຸດ ບໍ່​ແມ່ນ​ບໍ? ດັ່ງ​ທີ່ ແອວ​ເດີ ເຈມສ໌ ອີ ທາ​ເມດ ໄດ້​ສິດ​ສອນ​ຢູ່​ໃນ​ໜັງ​ສື Jesus the Christ [ພຣະ​ເຢ​ຊູ​ອົງ​ເປັນ​ພຣະ​ຄຣິດ], “ແນ່​ນອນ​ວ່າ ພຣະ​ເຈົ້າ​ໄດ້​ຍົກ​ບັນ​ດາ​ພະ​ຍານ​ຂຶ້ນ​ເພື່ອ​ພຣະ​ອົງ​ເອງ ເພື່ອ​ສະ​ໜອງ​ທຸກໆ​ຊົນ​ຊັ້ນ ແລະ ສະ​ພາບ​ການ​ຂອງ​ມະ​ນຸດ—ປະ​ຈັກ​ພະ​ຍານ​ຂອງ​ເຫລົ່າ​ທູດ​ສຳ​ລັບ​ຜູ້​ຄົນ​ທີ່​ຍາກ​ຈົນ ແລະ ຕ່ຳ​ຕ້ອຍ; ປະ​ຈັກ​ພະ​ຍານ​ຂອງ​ພວກ​ໂຫ​ລາ​ຈານ​ສຳ​ລັບ​ກະ​ສັດ​ທີ່​ຈອງ​ຫອງ ແລະ ພວກ​ປະ​ໂລ​ຫິດ​ທີ່​ທະ​ນົງ​ຕົວ​ແຫ່ງ​ຢູ​ດາຍ.”9

ການ​ຈົດ​ຈຳ​ຊີ​ເມ​ໂອນ ແລະ ນາງ​ອາ​ນາ ສາ​ມາດ​ດົນ​ໃຈ​ເຮົາ​ໃຫ້​ເປັນ​ເໝືອນ​ດັ່ງ​ພວກ​ເພິ່ນ ແລະ ເພີ່ມ​ການ​ເປັນ​ພະ​ຍານ​ຂອງ​ເຮົາ​ເຖິງ​ການ​ກຳ​ເນີດ​ທີ່​ສັກ​ສິດ​ນັ້ນ ແລະ ຈຸດ​ປະ​ສົງ​ຂອງ​ມັນ​ໃນ​ຊ່ວງ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ​ນີ້.

III.

ສຳ​ລັບ​ເຮົາ, ບໍ່​ມີ​ອັນ​ໃດ​ເປັນ​ເລື່ອງ​ໃໝ່​ໃນ​ການ​ສະ​ເຫລີມ​ສະ​ຫລອງ​ການ​ກຳ​ເນີດ​ຂອງ​ພຣະ​ຄຣິດ. ຂ່າວ​ສານ​ກໍ​ບໍ່​ມີ​ເວ​ລາ​ສິ້ນ​ສຸດ ແລະ ໜ້າ​ຄຸ້ນ​ເຄີຍ. ມັນ​ຖືກ​ສິດ​ສອນ​ໃຫ້​ກັບ​ອາ​ດາມ. ມັນ​ຖືກ​ສັ່ງ​ສອນ​ໃຫ້​ກັບ​ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ. ມັນ​ຖືກ​ເປີດ​ເຜີຍ​ຕໍ່​ລູກ​ຫລານ​ຂອງ​ບິ​ດາ​ລີ​ໄຮ. ເທື່ອ​ແລ້ວ​ເທື່ອ​ອີກ, ສາດ​ສະ​ດາ​ໄດ້​ປະ​ກາດ​ຄວາມ​ຈິງ​ທີ່​ເປັນ​ຈຸດ​ໃຈ​ກາງ​ຂອງ​ຄຳ​ສອນ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ. ເທື່ອ​ແລ້ວ​ເທື່ອ​ອີກ, ພວກ​ເພິ່ນ​ໄດ້​ປະ​ກາດ​ພາ​ລະ​ກິດ​ຂອງ​ພຣະ​ອົງ ແລະ ໄດ້​ສິດ​ສອນ​ພຣະ​ບັນ​ຊາ​ຂອງ​ພຣະ​ອົງ​ວ່າ ລູກໆ​ຂອງ​ພຣະ​ເຈົ້າ​ຮັກ ແລະ ຮັບ​ໃຊ້​ພຣະ​ເຈົ້າ ແລະ ກັນ​ແລະ​ກັນ. ຊ້ຳ​ແລ້ວ​ຊ້ຳ​ອີກ​ຕະ​ຫລອດ​ທຸກ​ຍຸກ​ທຸກ​ສະ​ໄໝ, ການ​ປະ​ກາດ​ເຫລົ່າ​ນີ້​ເປັນ​ຂ່າວ​ສານ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ນິ​ລັນ​ດອນ​ທັງ​ໝົດ. ສຳ​ລັບ​ຜູ້​ທີ່​ຕິດ​ຕາມ​ພຣະ​ຄຣິດ, ການ​ປະ​ກາດ​ເຫລົ່າ​ນີ້​ບໍ່​ຕ້ອງ ຖືກ​ແກ້​ໄຂ​ໃໝ່. ມັນ​ຕ້ອງ ຖືກ​ຕໍ່​ອາ​ຍຸ​ໃໝ່ ໃນ​ຊີ​ວິດ​ຂອງ​ເຮົາ​ແຕ່​ລະ​ຄົນ.

ບຸນ​ຄຣິດ​ສະ​ມາດ​ດົນ​ໃຈ​ໃຫ້​ເຮົາ​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ເອື້ອມ​ຕົວ​ເອງ​ອອກ​ໄປ​ໃຫ້​ກວ້າງ​ໄກ​ກວ່າ​ຄວາມ​ຜູກ​ພັນ​ແຫ່ງ​ຄວາມ​ຮັກ ແລະ ມິດ​ຕະ​ພາບ​ປົກ​ກະ​ຕິ​ຂອງ​ເຮົາ. ການ​ປະ​ກາດ​ແຫ່ງ​ສະ​ຫວັນ​ທີ່​ວ່າ “ໃນ​ສະ​ຫວັນ​ທີ່​ສູງ​ສຸດ ແລະ ໃນ​ແຜ່ນ​ດິນ​ໂລກ​ຈົ່ງ​ມີ​ສັນ​ຕິ​ສຸກ​ແກ່​ມະ​ນຸດ​ທັງ​ປວງ”10 ບໍ່​ໄດ້​ຈຳ​ກັດ​ພຽງ​ແຕ່​ກັບ​ຜູ້​ຄົນ​ທີ່​ເຮົາ​ມີ​ຄວາມ​ຮູ້​ສຶກ​ຮັກ​ໃຄ່ ແລະ ມັກ​ຊອບ​ຢູ່​ແລ້ວ​ເທົ່າ​ນັ້ນ. ມັນ​ນຳ​ເຈດ​ຕະ​ນາ​ດີ​ໄປ​ສູ່​ໝູ່​ເພື່ອນ, ສູ່​ຄົນ​ແປກ​ໜ້າ, ແມ່ນ​ແຕ່​ສູ່​ສັດ​ຕູ. ບຸນ​ຄຣິດ​ສະ​ມາດ​ເປັນ​ເວ​ລາ​ສຳ​ລັບ​ການ​ໃຫ້​ອະ​ໄພ, ເວ​ລາ​ທີ່​ຈະ​ປິ່ນ​ປົວ​ບາດ​ແຜ​ເກົ່າ ແລະ ຟື້ນ​ຟູ​ຄວາມ​ສຳ​ພັນ​ທີ່​ຫ່າງ​ເຫີນ​ໄປ.

ບຸນ​ຄຣິດ​ສະ​ມາດ​ເປັນ​ເວ​ລາ​ທີ່​ຕ້ອງ​ກຳ​ຈັດ​ຄວາມ​ອວດ​ອົ່ງ ແລະ ການ​ຍົວະ​ຍົງ, ທີ່​ຈະ​ປາບ​ປາມ​ການ​ວິ​ພາກ​ວິ​ຈານ, ທີ່​ຈະ​ນຳ​ໃຊ້​ຄວາມ​ອົດ​ທົນ, ແລະ ຢຸດ​ເນັ້ນ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ຜູ້​ຄົນ. ເຮົາ​ມີ​ແຮງ​ຈູງ​ໃຈ​ທີ່​ຈະ​ຄົບ​ຫາ​ກັບ​ທຸກ​ຄົນ, ຕໍ່​ຜູ້​ທີ່​ເປັນ ແລະ ຜູ້​ທີ່​ບໍ່​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ຮັກ​ສາ​ພຣະ​ບັນ​ຍັດ​ທີ່​ພຣະ​ເຈົ້າ​ໄດ້​ໃຫ້​ສາດ​ສະ​ດາ​ໂມ​ເຊ​ມອບ​ໃຫ້​ແກ່​ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ.

“ຢ່າ​ຂົ່ມ​ເຫັງ​ຄົນ​ຕ່າງ​ດ້າວ​ທີ່​ອາ​ໄສ​ຢູ່​ໃນ​ດິນ​ແດນ​ຂອງ​ພວກ​ເຈົ້າ.

“ຈົ່ງ​ເຮັດ​ກັບ​ພວກ​ເຂົາ​ເໝືອນ​ເຮັດ​ກັບ​ພີ່​ນ້ອງ​ອິດ​ສະ​ຣາ​ເອນ​ຄົນ​ອື່ນໆ, ແລະ ຈົ່ງ​ຮັກ​ພວກ​ເຂົາ​ເໝືອນ​ຮັກ​ພວກ​ເຈົ້າ​ເອງ.”11

ບຸນ​ຄຣິດ​ສະ​ມາດ​ເປັນ​ເວ​ລາ​ທີ່​ຈະ​ຈົດ​ຈຳ​ວ່າ​ເຮົາ​ທຸກ​ຄົນ​ເປັນ​ລູກ​ຂອງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ ຜູ້​ທີ່​ໄດ້​ປະ​ທານ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ ເພື່ອ​ວ່າ​ທຸກ​ຄົນ​ຈະ​ຖືກ​ໄຖ່​ຈາກ​ຄວາມ​ຕາຍ ແລະ ຜູ້​ທີ່​ໄດ້​ສະ​ເໜີ​ມອບ​ພອນ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ໃຫ້​ແກ່​ມະ​ນຸດ​ທຸກ​ຄົນ​ຕາມ​ເງື່ອນ​ໄຂ​ອັນ​ດຽວ​ກັນ.

ໃນ​ຖາ​ນະ​ຜູ້​ຕິດ​ຕາມ​ພຣະ​ຄຣິດ, ເຮົາ​ຄວນ​ເປັນ​ຜູ້​ຄົນ​ທີ່​ເປັນ​ມິດ ແລະ ຮູ້​ຈັກ​ຄຳ​ນຶງ​ຫລາຍ​ທີ່​ສຸດ​ໃນ​ບັນ​ດາ​ຜູ້​ຄົນ​ທັງ​ປວງ​ໃນ​ທຸກ​ແຫ່ງ​ຫົນ. ເຮົາ​ຄວນ​ສິດ​ສອນ​ລູກໆ​ຂອງ​ເຮົາ​ໃຫ້​ເປັນ​ຄົນ​ມີ​ເມດ​ຕາ ແລະ ຄຳ​ນຶງ​ເຖິງ​ທຸກ​ຄົນ. ແນ່​ນອນ​ວ່າ, ເຮົາ​ຄວນ, ຫລີກ​ລ້ຽງ​ການ​ຄົບ​ຫາ​ສະ​ມາ​ຄົມ ແລະ ກິດ​ຈະ​ກຳ​ໃດໆ​ທີ່​ເຮັດ​ໃຫ້​ການ​ປະ​ພຶດ​ຂອງ​ເຮົາ​ຕົກ​ຢູ່​ໃນ​ການ​ສ່ຽງ ຫລື ເຮັດ​ໃຫ້​ສັດ​ທາ ແລະ ການ​ນະ​ມັດ​ສະ​ການ​ຂອງ​ເຮົາ​ອ່ອນ​ແອ​ລົງ. ແຕ່​ນັ້ນ​ບໍ່​ຄວນ​ກີດ​ກັນ​ເຮົາ​ຈາກ​ການ​ຮ່ວມ​ມື​ກັບ​ຜູ້​ຄົນ​ໃນ​ທຸກ​ວິ​ທີ​ທາງ—ທັງ​ຜູ້​ເຊື່ອ ແລະ ຜູ້​ບໍ່​ເຊື່ອ.

ເມື່ອ​ສອງ​ສາມ​ທົດ​ສະ​ວັດ​ກ່ອນ, ປະ​ທານ​ທອມ​ມັສ ແອັສ ມອນ​ສັນ ໄດ້​ກ່າວ​ຖ້ອຍ​ຄຳ​ເຫລົ່າ​ນີ້​ວ່າ:

“ຄົນ​ລ້ຽງ​ແກະ​ໃນ​ສະ​ໄໝ​ກ່ອນ​ໄດ້​ຊອກ​ຫາ​ກຸມ​ມານ​ນ້ອຍ​ເຢ​ຊູ. ແຕ່​ເຮົາ​ສະ​ແຫວງ​ຫາ​ອົງ​ພຣະ​ເຢ​ຊູ​ຄຣິດ, ອ້າຍ​ຂອງ​ເຮົາ, ຜູ້​ໄກ່​ເກ່ຍ​ຂອງ​ເຮົາ​ກັບ​ພຣະ​ບິ​ດາ, ພຣະ​ຜູ້​ໄຖ່​ຂອງ​ເຮົາ, ພຣະ​ຜູ້​ບຸກ​ເບີກ​ຄວາມ​ລອດ​ຂອງ​ເຮົາ; ພຣະ​ອົງ​ທີ່​ສະ​ຖິດ​ຢູ່​ກັບ​ພຣະ​ບິ​ດາ​ໃນ​ຕອນ​ຕົ້ນ; ພຣະ​ອົງ​ທີ່​ໄດ້​ຮັບ​ເອົາ​ບາບ​ຂອງ​ໂລກ​ໄວ້​ກັບ​ພຣະ​ອົງ​ເອງ ແລະ ເຕັມ​ພຣະ​ໄທ​ທີ່​ຈະ​ສິ້ນ​ພຣະ​ຊົນ ເພື່ອ​ວ່າ​ເຮົາ​ຈະ​ມີ​ຊີ​ວິດ​ຕະ​ຫລອດ​ໄປ. ນີ້​ຄື​ພຣະ​ເຢ​ຊູ ຜູ້​ທີ່​ເຮົາ​ສະ​ແຫວງ​ຫາ.”12

ໄພ່​ພົນ​ຍຸກ​ສຸດ​ທ້າຍ​ແມ່ນ​ເໝາະ​ສົມ​ໂດຍ​ສະ​ເພາະ​ທີ່​ຈະ​ສະ​ເຫລີມ​ສະ​ຫລອງ​ຂ່າວ​ສານ​ທີ່​ຊ່ວຍ​ໃຫ້​ລອດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຕະ​ຫລອດ​ທັງ​ປີ. ເຮົາ​ມີ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຊຶ່ງ​ພາ​ລະ​ກິດ​ຂອງ​ພຣະ​ອົງ​ແມ່ນ​ທີ່​ຈະ​ເປັນ​ພະ​ຍານ​ເຖິງ​ພຣະ​ບິ​ດາ ແລະ ພຣະ​ບຸດ.13 ເຮົາ​ເປັນ​ລູກ​ຂອງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ ຜູ້​ໄດ້​ປະ​ກາດ​ວ່າ “ນີ້​ຄື​ວຽກ​ງານ​ຂອງ​ເຮົາ ແລະ ລັດ​ສະ​ໝີ​ພາບ​ຂອງ​ເຮົາ—ຄື​ການ​ທີ່​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ຂອງ​ມະ​ນຸດ.”14 ແລະ ບັນ​ດາ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ຜູ້​ເປັນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ອິດ​ສະ​ຣາ​ເອນ, ໄດ້​ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ວ່າ:

“ພຣະ​ອົງ​ໄດ້​ມາ​ສູ່​ໂລກ, ແມ່ນ​ແຕ່​ພຣະ​ເຢ​ຊູ, ເພື່ອ​ຖືກ​ຄຶງ​ເພື່ອ​ໂລກ, ແລະ ເພື່ອ​ຮັບ​ເອົາ​ບາບ​ຂອງ​ໂລກ, ແລະ ເພື່ອ​ເຮັດ​ໃຫ້​ໂລກ​ບໍ​ລິ​ສຸດ, ແລະ ເພື່ອ​ຊຳ​ລະ​ລ້າງ​ມັນ​ຈາກ​ຄວາມ​ບໍ່​ຊອບ​ທຳ​ທັງ​ໝົດ;

“ວ່າ​ໂດຍ​ຜ່ານ​ພຣະ​ອົງ ທຸກ​ຄົນ​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ ຜູ້​ຊຶ່ງ​ພຣະ​ບິ​ດາ​ໄດ້​ໃຫ້​ຢູ່​ໃນ​ອຳ​ນາດ​ຂອງ​ພຣະ​ອົງ ແລະ ຖືກ​ສ້າງ​ໂດຍ​ພຣະ​ອົງ;

“ຜູ້​ທີ່​ສັນ​ລະ​ເສີນ​ພຣະ​ບິ​ດາ, ແລະ ຊ່ວຍ​ໃຫ້​ວຽກ​ງານ​ທຸກ​ຢ່າງ​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ​ລອດ.”15

ດັ່ງ​ນັ້ນ, ໃນ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ ເຮົາ​ປະ​ກາດ “ວ່າ​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ, ມະ​ນຸດ​ຊາດ​ທັງ​ປວງ​ຈະ​ລອດ​ໄດ້ ໂດຍ​ການ​ປະ​ຕິ​ບັດ​ຕາມ​ກົດ ແລະ ພິ​ທີ​ການ​ແຫ່ງ​ພຣະ​ກິດ​ຕິ​ຄຸນ.”16 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ພິມ