ຈົ່ງຈື່ໄວ້, ຈົ່ງຈື່ໄວ້
ລາຍການໃຫ້ຄຳດົນໃຈຂອງຝ່າຍປະທານສູງສຸດ ເນື່ອງໃນໂອກາດເທດສະການບຸນຄຣິດສະມາດ ປີ 2023
ວັນອາທິດ, ວັນທີ 3 ເດືອນທັນວາ, 2023
ໃນເຂດທີ່ຂ້າພະເຈົ້າອາໄສຢູ່, ເລີ່ມຕົ້ນປະມານເດືອນພະຈິກ, ທຳມະຊາດທີ່ຢູ່ອ້ອມຂ້າງຂ້າພະເຈົ້າເບິ່ງຄືວ່າຈືດຈາງບໍ່ມີຊີວິດຊີວາ. ສຽງວີດໆຂອງໃບໄມ້ຂຽວ, ທີ່ຄັ້ງໜຶ່ງເຄີຍພັດປີວ ແລະ ສົ່ງສຽງທີ່ອອນຊອນໃຫ້ຂ້າພະເຈົ້າຟັງໃນຊ່ວງເດືອນຂອງລະດູໃບໄມ້ປົ່ງ ແລະ ລະດູຮ້ອນ, ກໍປ່ຽນເປັນຕົ້ນໄມ້ໄຮ້ໃບ ແລະ ໃບໄມ້ແຫ້ງທີ່ຫລົ່ນລົງໃຕ້ຕີນຂອງຂ້າພະເຈົ້າກໍສົ່ງສຽງຕອກແຕກ. ຝູງນົກທີ່ຄັ້ງໜຶ່ງສົ່ງສຽງຮ້ອງທີ່ເບີກບານກໍງຽບໄປ, ແລະ ກິ່ນຫວານຂອງກີບ ແລະ ດອກໄມ້ກໍເບິ່ງຄືວ່າໄດ້ສູນຫາຍໄປຈາກອາກາດ. ສິ່ງຕ່າງໆຢູ່ໃນໂລກທຳມະຊາດທີ່ຂ້າພະເຈົ້າເຊື່ອມໂຍງກັບການກະຕຸ້ນຊີວິດກໍຖອຍຕົວໄປຊົ່ວໄລຍະໜຶ່ງ, ແລະ ໃນທຸກສິ່ງທີ່ງຽບສະງັດ ແລະ ພື້ນທີ່ທີ່ວ່າງເປົ່າ—ຂະນະທີ່ປີເກົ່າກຳລັງສິ້ນສຸດລົງແບບນີ້ ແລະ ກ່ອນຂ້າພະເຈົ້າຈະລືມສຸກສັນຕໍ່ໄປ—ຂອງຂວັນຄຣິດສະມາດກໍມາເຖິງ.
ແລະ ໃນມຸມຂອງຂ້າພະເຈົ້າ ໃນໂລກອັນຍິ່ງໃຫຍ່ຂອງພຣະເຈົ້າ, ຂ້າພະເຈົ້າ ຈື່ຈຳ. ຂ້າພະເຈົ້າຈື່ຈຳທີ່ຈະໃຫ້ຄວາມສົນໃຈກັບຕົ້ນໄມ້ທີ່ຂຽວຢູ່ຕະຫລອດ, ກິ່ນໄມ້, ກິ່ນເຜັດ, ແລະ ກິ່ນດິນ. ຂ້າພະເຈົ້າຈື່ຈຳທີ່ຈະຊອກຫາດອກໄມ້ ແລະ ໝາກແບຣີທີ່ແດງເຂັ້ມ ຫລື ຂາວເຈີດຈ້າ ແລະ ຟັງສຽງເພງຄຸ້ນເຄີຍເຂົ້າໄປສູ່ໃຈ ແລະ ບ້ານເຮືອນ ແລະ ສະຖານທີ່ນະມັດສະການ, ທີ່ປະກາດວ່າ, “ໂລກຈົ່ງສຸກຂີ,” ຂະນະທີ່ຂ້າພະເຈົ້າຊອກຫາສັນຍາລັກຂອງຄຣິດສະມາດທີ່ວ່າ “ສະຫວັນ ແລະ ທຳມະຊາດຮ້ອງເພງ” ນຳຂ້າພະເຈົ້າ ແລະ ເຊື້ອເຊີນຂ້າພະເຈົ້າໃຫ້ ຈື່ຈຳ.
ສິ່ງອັດສະຈັນຢ່າງໜຶ່ງຂອງເທດສະການນີ້ກໍແມ່ນ ເບິ່ງຄືວ່າຊາວຄຣິດຕະຫລອດທົ່ວໂລກ, ແລະ ອີກຫລາຍຄົນທີ່ບໍ່ແມ່ນຊາວຄຣິດ, ກໍໃຊ້ໄລຍະເວລານີ້ ພາກັນຕັ້ງໃຈຊອກຫາ ແລະ ເຕີມເຕັມຊີວິດຂອງເຂົາເຈົ້າ ດ້ວຍສັນຍາລັກແຫ່ງ ຄວາມລະນຶກເຖິງ ໃນຊ່ວງບຸນຄຣິດສະມາດ.
ຄຣິດສະມາດເປັນສະພານທີ່ເຮົາຂ້າມຜ່ານເພື່ອນຳເຮົາເຂົ້າສູ່ປີໃໝ່. ແລະ ຂະນະທີ່ເຮົາຂ້າມໄປໃນທາງຂອງເຮົາ, ເຮົາຖືກເຊື້ອເຊີນໃຫ້ພິຈາລະນາການມະຫັດສະຈັນຂອງ “ພຣະເຈົ້າ, ພຣະຜູ້ເປັນເຈົ້າເປັນຢູ່ສືບໄປເປັນນິດ, ພຣະອົງເປັນຜູ້ສ້າງສັບພະທຸກສິ່ງຢູ່ໃນໂລກ,”1 ພຣະອົງທີ່ໄດ້ກຳເນີດມາໃນສະພາບການທີ່ຕ່ຳຕ້ອຍ ຢູ່ທີ່ເມືອງຂອງດາວິດ ແລະ “ພັນຜ້າອ້ອມນອນຢູ່ໃນຮາງຫຍ້າ.”2 ຂະນະທີ່ເຮົາເດີນໄປໃນການເດີນທາງແຫ່ງຄຣິດສະມາດຂອງເຮົາ, ບາງທີເຮົາຈະສາມາດເຫັນ ຕົວເຮົາເອງ ໃນຖານະໂຫລາຈານຊາຍ ແລະ ຍິງສະໄໝໃໝ່, ບາງທີຫລຽວເບິ່ງດວງດາວຢູ່ເທິງຕົ້ນໄມ້ຂຽວ ແລະ ແສງໄຟສ່ອງແສງແວວວາວຢູ່ອ້ອມຮອບເຮົາ, “ມີຄວາມຊົມຊື່ນຍິນດີອັນໃຫຍ່”3 ກັບໝາຍສຳຄັນທີ່ຢູ່ຕໍ່ໜ້າເຮົາ ເພື່ອນຳພາ ແລະ ຊີ້ນຳການເດີນທາງຂອງເຮົາໄປຫາພຣະເຢຊູຄຣິດ, ພຣະອົງທີ່ເປັນ “ຄວາມສະຫວ່າງຂອງໂລກ.”4 ຖ້າຫາກເຮົາຫອມກິ່ນເຄື່ອງເທດສະເພາະໃດໜຶ່ງໃນອາກາດລະຫວ່າງເທດສະການນີ້, ບາງທີມັນຈະເຕືອນເຮົາໃຫ້ນຳເອົາຂອງຂວັນມານຳ ເພື່ອມອບໃຫ້ “ພຣະບຸດຂອງພຣະເຈົ້າອົງຊົງພຣະຊົນຢູ່”5—ທີ່ບໍ່ແມ່ນ “ຄຳ, ກຳຍານ, ແລະ ຢາງໄມ້ຫອມ”6 ແຕ່ເປັນການເສຍສະລະແຫ່ງການນະມັດສະການຂອງ “ໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ” ຂອງເຮົາ.7 ແລະ ຕໍ່ຜູ້ຄົນໃນບັນດາພວກເຮົາທີ່ຮັກ ແລະ ດູແລເດັກນ້ອຍ, ບາງທີເຮົາກໍຄ້າຍຄືກັນກັບຜູ້ລ້ຽງແກະສະໄໝໃໝ່ທີ່ “ນອນເຝົ້າຝູງແກະຂອງ [ເຮົາ] ໃນເວລາກາງຄືນ,”8 ຄອຍຖ້າຟັງທູດສະຫວັນຢູ່ເທິງໂລກທີ່ພຣະຜູ້ເປັນເຈົ້າໄດ້ສົ່ງມາດ້ວຍຄຳເຊື້ອເຊີນວ່າ “ຢ່າຢ້ານເລີຍ,” ເພາະວ່າພວກເພິ່ນຈະມາບອກທິດທາງທີ່ນຳໄປຫາບ່ອນທີ່ເຮົາອາດພົບເຫັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ.9 ເຮົາບໍ່ຈື່ຈຳທີ່ຈະສື່ມ “ຂ່າວທີ່ນຳຄວາມຊົມຊື່ນຍິນດີອັນໃຫຍ່” ເຫລົ່ານີ້ໃສ່ຫູຂອງລູກໆຂອງເຮົາທີ່ເປັນປະຈັກພະຍານບໍ? ເພື່ອວ່າເມື່ອພວກເຂົາ, ດ້ວຍຄວາມອັດສະຈັນຂອງເດັກ, ເຫັນສີຂອງບຸນຄຣິດສະມາດ ອັນເປັນສີແດງ ແລະ ສີຂຽວ, ສີຄຳ ແລະ ສີຂາວ, ແລ້ວພວກເຂົາຈະ ຈື່ຈຳ ການເສຍສະລະຊົດໃຊ້ທີ່ດີພ້ອມ ແລະ ບໍລິສຸດຂອງພຣະຜູ້ໄຖ່ຂອງພວກເຂົາ, ພຣະເຢຊູຄຣິດ, ຜູ້ສະເໜີມອບຂອງປະທານແຫ່ງຄວາມລອດ ແລະ ຊີວິດໃໝ່ ແລະ ນິລັນດອນໃຫ້ແກ່ພວກເຂົາ.
ຄຣິດສະມາດອະນຸຍາດໃຫ້ເຮົາເດີນທາງທາງວິນຍານໄປທີ່ເມືອງເບັດເລເຮັມ ເພື່ອເຫັນເປັນພະຍານດ້ວຍຕົວເຮົາເອງເຖິງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ແລະ ແລ້ວແບ່ງປັນປະຈັກພະຍານນັ້ນ ແລະ ດ້ວຍລີ້ນທີ່ມາຍ ແລະ ຕີນ ແລະ ມືພ້ອມທີ່ຈະ “ເລົ່າເລື່ອງ”10 ແລະ ເປັນພະຍານເຖິງທຸກສິ່ງທີ່ເຮົາໄດ້ມາຮູ້ຈັກກ່ຽວກັບພຣະອົງ. ເຮົາສາມາດເດີນທາງນັ້ນໄປຫາພຣະອົງໂດຍການຈື່ຈຳ.
ພຣະເຈົ້າປະທານຂອງປະທານແຫ່ງຄວາມລະນຶກເຖິງໃຫ້ແກ່ເຮົາ ເພື່ອວ່າເຮົາຈະບໍ່ລືມ ພຣະຜູ້ໃຫ້, ເພື່ອວ່າເຮົາຈະມາຮູ້ສຶກເຖິງຄວາມຮັກທີ່ບໍ່ມີຂອບເຂດຂອງພຣະອົງທີ່ມີໃຫ້ເຮົາ ແລະ ຮຽນຮູ້ທີ່ຈະຮັກພຣະອົງໃນການຕອບແທນ. ໂມໂຣໄນ ສາດສະດາບູຮານ ແນະນຳເຮົາໃຫ້ຈຳໄວ້ວ່າ “ຂອງປະທານທີ່ດີທຸກຢ່າງມາຈາກພຣະຄຣິດ.”11 ພຣະຜູ້ຊ່ວຍໃຫ້ລອດຂອງເຮົາປະທານຂອງປະທານທີ່ບໍ່ຄືສິ່ງທີ່ຊາວໂລກສະເໜີມອບໃຫ້—ທີ່ເປັນຊົ່ວຄາວ, ເປັນບາງສ່ວນ, ແລະ ສ່ຽງຕໍ່ການເຊາະເຈື່ອນເມື່ອເວລາຜ່ານໄປ. ພຣະເຢຊູຄຣິດສະເໜີມອບຂອງປະທານທີ່ທົນທານ, ແມ່ນແຕ່ຂອງປະທານທີ່ຈຳເປັນ, ທີ່ລວມທັງ:
-
ຂອງປະທານແຫ່ງພຣະວິນຍານ, ເຊັ່ນຄວາມຮູ້, ສະຕິປັນຍາ, ປະຈັກພະຍານ, ແລະ ສັດທາ.12
-
ຂອງປະທານແຫ່ງພຣະວິນຍານບໍລິສຸດ.
-
ຂອງປະທານແຫ່ງຊີວິດນິລັນດອນ.
ຂະນະທີ່ເຮົາສະທ້ອນຄິດລະຫວ່າງຊີວິດຂອງເຮົາກ່ຽວກັບ “ຂອງປະທານທີ່ດີ” ທັງໃຫຍ່ ແລະ ນ້ອຍ ທີ່ໄດ້ເຂົ້າມາໃນຊີວິດຂອງເຮົາ, ເຮົາສາມາດເຫັນພຣະຫັດຂອງພຣະຜູ້ເປັນເຈົ້າກູ້ຊີວິດເຮົາ, ເສີມພະລັງໃຫ້ເຮົາ, ແລະ ຈັດການບັນເທົາທຸກໃຫ້ແກ່ເຮົາໄດ້ບໍ?
ໃນຂະນະທີ່ບາງເທື່ອຈິດໃຈ ແລະ ໃຈຂອງເຮົາອາດລະເມີ ແລະ ຫັນໜີໄປຈາກພຣະອົງ, ຄວາມຄົງທີ່ຂອງພຣະອົງເຮັດໃຫ້ເຮົາແນ່ໃຈໄດ້ວ່າ ພຣະຜູ້ເປັນເຈົ້າບໍ່ລືມໄລເຮົາ—ໃນຊ່ວງຄຣິດສະມາດ ຫລື ໃນເວລາອື່ນໃດເລີຍ. ພຣະຜູ້ເປັນເຈົ້າໄດ້ປະກາດວ່າເຮົາຖືກຈາລຶກໄວ້ໃນພຣະຫັດຂອງພຣະອົງ.13 ພຣະອົງຮັກສາຄຳສັນຍາຂອງພຣະອົງສະເໝີ. ພຣະອົງຈຶ່ຈຳພັນທະສັນຍາທີ່ພຣະອົງໄດ້ເຮັດກັບເຮົາ ແລະ ກັບບັນພະບຸລຸດຂອງເຮົາ. ພຣະອົງໄດ້ຍິນ ແລະ ຈື່ຈຳຄຳອະທິຖານຂອງເຮົາເຖິງພຣະບິດາເທິງສະຫວັນ, ບໍ່ວ່າເຮົາຈະຄຸເຂົ່າ ຫລື ອ້ອນວອນຈາກຫ້ອງນອນຂອງເຮົາ ຫລື ອ້ອນວອນງຽບໆຢູ່ໃນໃຈຂອງເຮົາກໍຕາມ. ພຣະອົງຈື່ຈຳ, ດັ່ງທີ່ ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ, ທີ່ຈະ “ເຂົ້າແຊກແຊງໃນຊີວິດຂອງຜູ້ທີ່ເຊື່ອໃນພຣະອົງ.”14 ພຣະອົງຈື່ຈຳທີ່ຈະໃຫ້ອະໄພເຮົາຫລາຍໆຄັ້ງເທົ່າທີ່ເຮົາຈະກັບໃຈ. ພຣະອົງຈື່ຈຳທີ່ຈະກ່າວກັບເຮົາຜ່ານທາງພຣະຄຳພີ ແລະ ສາດສະດາ ເພື່ອຊ່ວຍເຮົາໃຫ້ພົບເຫັນເສັ້ນທາງກັບຄືນບ້ານສະເໝີ—ບໍ່ວ່າເຮົາໄດ້ຫລົງທາງໄປໄກປານໃດ ແລະ ບໍ່ວ່າຈະດົນນານປານໃດກໍຕາມ. ແລະ ພຣະອົງຈື່ຈຳທີ່ຈະສົ່ງພຣະວິນຍານຂອງພຣະອົງມາພະຍາຍາມກັບເຮົາຢູ່ ເມື່ອເຮົາພະຍາຍາມທີ່ຈະຮັກສາຄຳສັນຍາສັກສິດຂອງເຮົາ ທີ່ຈະ “ລະນຶກເຖິງພຣະອົງຕະຫລອດເວລາ.”15
ປະທານສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ສິດສອນວ່າ: “ເມື່ອທ່ານຊອກຫາຖ້ອຍຄຳທີ່ສຳຄັນທີ່ສຸດໃນວັດຈະນານຸກົມ, … [ມັນ] ອາດເປັນຄຳທີ່ວ່າ ຈື່ຈຳ. ເພາະວ່າທ່ານທຸກຄົນໄດ້ເຮັດພັນທະສັນຍາ[,] … ຄວາມຈຳເປັນທີ່ຍິ່ງໃຫຍ່ທີ່ສຸດຂອງເຮົາ ແມ່ນທີ່ຈະຈື່ຈຳ.” ເພິ່ນກ່າວຕໍ່ໄປວ່າ, “ນັ້ນຈຶ່ງເປັນເຫດຜົນທີ່ທຸກຄົນໄປຮ່ວມກອງປະຊຸມສິນລະລຶກທຸກໆວັນຊະບາໂຕ—ເພື່ອຮັບສ່ວນສິນລະລຶກ ແລະ ຮັບຟັງປະໂລຫິດອະທິຖານວ່າ ເຂົາຈະ ‘ລະນຶກເຖິງພຣະອົງຕະຫລອດເວລາ ແລະ ຮັກສາພຣະບັນຍັດຂອງພຣະອົງ ຊຶ່ງປະທານໃຫ້ເຂົາ.’ … ຈື່ຈຳ ຄືຖ້ອຍຄຳ. ຈື່ຈຳ ຄືແຜນທີ່ຈະລົງມືກະທຳ.”16
ການຈື່ຈຳພຣະເຈົ້າດົນໃຈເຮົາໃຫ້ຈຸດໄຟແຮງຜັກດັນທາງວິນຍານຂອງເຮົາ ແລະ ເຊື້ອເຊີນເຮົາໃຫ້ລົງມືກະທຳໃນວິທີການຂອງພຣະເຈົ້າ. ໃຫ້ພິຈາລະນາຄຳສອນເຫລົ່ານີ້ທີ່ ປະທານແນວສັນໄດ້ເຊື້ອເຊີນເຮົາໃຫ້ຈື່ຈຳ:
-
“ໃຫ້ພຣະເຈົ້າໄຊຊະນະໃນຊີວິດຂອງທ່ານ” ແລະ “ຈົ່ງມອບເວລາຂອງທ່ານໃຫ້ພຣະອົງຫລາຍພໍ.”
-
“ສະແຫວງຫາ ແລະ ຄາດຫວັງການມະຫັດສະຈັນ.”
-
“ຈົ່ງຢຸດຕິການຂັດແຍ້ງໃນຊີວິດ … ຂອງທ່ານ”17 ແລະ ເປັນຜູ້ສ້າງຄວາມສະຫງົບສຸກ.18
ຄຣິດສະມາດເປັນໂອກາດທີ່ຈະລົງມືກະທຳຕາມຄຳເຊື້ອເຊີນເຫລົ່ານີ້ ແລະ ນຳໃຊ້ແນວໂນ້ມທຳມະຊາດຂອງເຮົາ ທີ່ຈະລະນຶກເຖິງ ແລະ ຄິດກ່ຽວກັບພຣະເຢຊູຄຣິດຫລາຍຂຶ້ນ, ຍອມຮັບທີ່ຈະສະທ້ອນຄິດເຖິງການມະຫັດສະຈັນຂອງການກຳເນີດຂອງພຣະອົງ, ແລະ ຮູ້ສຶກ ແລະ ລົງມືກະທຳຕາມຄວາມຮູ້ສຶກທີ່ຍິ່ງໃຫຍ່ກວ່າຂອງການຮ່ວມສຳພັນທະໄມຕີກັບລູກໆຂອງພຣະເຈົ້າ. ສັນຍາລັກຂອງການລະນຶກເຖິງ ທີ່ເປັນລັກສະນະຂອງເທດສະການຄຣິດສະມາດ ມັກຈະຖືກຮັບຮູ້ຂະນະທີ່ເຮົາ:
-
ຈື່ຈຳທີ່ຈະຖ່າຍທອດຄຳທັກທາຍຄຣິດສະມາດເຖິງໝູ່ເພື່ອນ, ຄອບຄົວ, ແລະ ຄົນແປກໜ້າ.
-
ຈື່ຈຳທີ່ຈະໃຫ້ຂອງຂວັນທີ່ເປັນການສະແດງຄວາມຮັກ.
-
ຈື່ຈຳທີ່ຈະເປັນຄົນເພື່ອແຜ່ຕໍ່ຄົນຂັດສົນ ແລະ ມີນ້ຳໃຈເອື້ອເຟື້ອຕໍ່ຜູ້ຄົນທີ່ເຂົ້າມາໃນບ້ານເຮືອນຂອງເຮົາ.
-
ຈື່ຈຳທີ່ຈະເນັ້ນຄວາມສຳຄັນຂອງການເຕົ້າໂຮມຂອງຄອບຄົວ ແລະ ປະເພນີທີ່ເຮັດໃຫ້ຄຣິດສະມາດແຕກຕ່າງ ແລະ ຊັດເຈນ.
ສຳລັບຫລາຍຄົນໃນຊ່ວງເວລານີ້ຂອງປີ, ຄວາມມັກຊອບຂອງການກະກຽມອາຫານອັນດຽວກັນຂອງເຮົາ, ການເລົ່າເລື່ອງລາວທີ່ສະໝ່ຳສະເໝີຂອງຄອບຄົວ, ແລະ ການຕົກແຕ່ງຕົ້ນຄຣິດສະມາດດ້ວຍຂອງເອ້ທີ່ເຮົາສະແດງແຕ່ລະປີ ເປັນກິດຈະກຳທີ່ສຳຄັນ ທີ່ຮັກສາຄວາມປາດຖະໜາທຳມະຊາດຂອງເຮົາ ທີ່ຈະຈື່ຈຳປະສົບການທີ່ສຳຄັນຕໍ່ເຮົາ. ອາຫານຄາບພິເສດ, ເລື່ອງລາວໃດໜຶ່ງໂດຍສະເພາະ, ແລະ ເຄື່ອງຕົກແຕ່ງ ກໍສາມາດເປັນສິ່ງເຕືອນໃຈສຳລັບຄວາມຊົງຈຳທີ່ຖືກສະສົມມາຂອງເຮົາ. ແມ່ນແຕ່ຄວາມປາດຖະໜາອັນແຮງກ້າຂອງເຮົາ ທີ່ຈະເປັນຄົນໃຈບຸນຫລາຍຂຶ້ນໃນຊ່ວງເວລານີ້ ກໍສາມາດເນັ້ນເຖິງເຈດຕະນາຂອງເຮົາ ທີ່ຈະຈື່ຈຳທີ່ຈະເປັນຄົນກະຕັນຍູ. ຄວາມຮັກອັນພິເສດນີ້ທີ່ຢູ່ກັບເຮົາ ພ້ອມການມາເຖິງຂອງເທດສະການຄຣິດສະມາດກໍຍັງເປັນໂອກາດທີ່ຖືກມອບໃຫ້ເຮົາ ເພື່ອຈະຕັ້ງຄວາມປາດຖະໜາ ແລະ ການກະທຳຂອງເຮົາຢູ່ທີ່ພຣະເຢຊູຄຣິດ: “ຈົ່ງຈື່ໄວ້, ຈົ່ງຈື່ໄວ້ ວ່າລູກຈະຕ້ອງສ້າງຮາກຖານຂອງລູກຂຶ້ນເທິງດານຫີນຂອງພຣະຜູ້ໄຖ່ຂອງພວກເຮົາ, ຄື ພຣະຄຣິດ, ພຣະບຸດຂອງພຣະເຈົ້າ.”19 ຂໍໃຫ້ຈື່ຈຳໄວ້ວ່າ ຂະນະທີ່ເຮົາມາເຖິງທ້າຍປີເກົ່າ ແລະ ເຮົາເດີນທາງຂ້າມສະພານເຂົ້າສູ່ປີໃໝ່—ໃນຖານະໂຫລາຈານຊາຍ ແລະ ຍິງ, ໃນຖານະຜູ້ລ້ຽງແກະທີ່ເອົາໃຈໃສ່—ໃຫ້ມັນເປັນໄປໂດຍພະລັງຂອງພຣະຫັດຂອງພຣະຜູ້ເປັນເຈົ້າ20 ທີ່ເຮົາຈະເຮັດດັ່ງນັ້ນ.
ສະນັ້ນ, ບໍ່ວ່າທ່ານອາໄສຢູ່ໃສກໍຕາມໃນໂລກ, ຂໍຈົ່ງຈື່ຈຳທີ່ຈະເອົາໃຈໃສ່ຕໍ່ສັນຍາລັກທີ່ຫລາກຫລາຍ ທີ່ເຊື້ອເຊີນທ່ານໃຫ້ຊອກຫາພຣະຄຣິດ. ໃນທຸກສິ່ງທີ່ເຮົາເນັ້ນໜັກໃນຊ່ວງເວລານີ້ຂອງປີ, ກັບທຸກສິ່ງທີ່ເຮົາຖ່າຍທອດ, ສຳລັບທຸກຄົນທີ່ເຮົາຄິດເຖິງ, ຂໍໃຫ້ເຮົາຈົ່ງຢ່າລືມທີ່ຈະລະນຶກເຖິງ ພຣະຜູ້ໃຫ້ທີ່ແທ້ຈິງ—ພຣະອົງບໍ່ເຄີຍລືມເຮົາ ແລະ ປະທານອຳນາດໃຫ້ແກ່ເຮົາທີ່ຈະລະນຶກເຖິງພຣະອົງ ຜ່ານທາງພຣະວິນຍານຂອງພຣະອົງ, ໃນຊ່ວງເທດສະການຄຣິດສະມາດ ແລະ ຕະຫລອດເວລາ. ພຣະອົງນຳຄວາມ “ສຸກຂີສູ່ໂລກ” ແລະ ເຊື້ອເຊີນໃຈຂອງເຮົາໃຫ້ “ກຽມໄວ້ຄອຍເຝົ້າ”21 ເພື່ອນ້ອມຮັບກະສັດຂອງເຮົາ. ພຣະອົງເປັນຮາກຖານທີ່ແໜ້ນໜາທີ່ເຮົາເດີນທາງເທິງນັ້ນ. ພຣະອົງເປັນຄວາມສະຫວ່າງຂອງໂລກ ແລະ ເປັນພຣະບຸດຂອງພຣະເຈົ້າທີ່ຊົງພຣະຊົນຢູ່. ຂ້າພະເຈົ້າເປັນພະຍານໃນພຣະນາມຂອງພຣະອົງ, ແມ່ນແຕ່ພຣະເຢຊູຄຣິດ, ອາແມນ.