ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ
ພຣະ​ຄຣິດ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ໄດ້​ມາ​ກຳ​ເນີດ


ພຣະ​ຄຣິດ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ໄດ້​ມາ​ກຳ​ເນີດ

ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ ປີ 2023

ວັນ​ອາ​ທິດ, ວັນ​ທີ 3 ເດືອນ​ທັນ​ວາ, 2023

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ສຸກ​ສັນ​ວັນ​ຄຣິດ​ສະ​ມາດ!

ພວກ​ເຮົາ​ກະ​ຕັນ​ຍູ​ທີ່​ໄດ້​ມາ​ເຕົ້າ​ໂຮມ​ຮ່ວມ​ກັບ​ຝ່າຍ​ປະ​ທານ​ສູງ​ສຸດ​ທີ່​ຮັກ​ແພງ​ຂອງ​ພວກ​ເຮົາ ໃນ​ລາຍ​ການ​ໃຫ້​ຄຳ​ດົນ​ໃຈ ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ​ນີ້. ບໍ່​ວ່າ​ທ່ານ​ຈະ​ຢູ່​ບ່ອນ​ໃດ​ໃນ​ຊ່ວງ​ເທດ​ສະ​ການ​ຄຣິດ​ສະ​ມາດ​ນີ້, ຂໍ​ໃຫ້​ທ່ານ​ຈົ່ງ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ຂະ​ນະ​ທີ່​ເຮົາ​ສະ​ເຫລີມ​ສະ​ຫລອງ​ພຣະ​ເຢ​ຊູ​ຄຣິດ ໃນ​ຖາ​ນະ​ຫົວ​ໃຈ​ຂອງ​ຄຣິດ​ສະ​ມາດ.

ຄຣິດ​ສະ​ມາດ​ເປັນ​ຊ່ວງ​ເວ​ລາ​ແຫ່ງ​ດົນ​ຕີ, ກິ່ນ ແລະ ລົດ​ຊາດ, ຄວາມ​ຄາດ​ຫວັງ ແລະ ຄວາມ​ມີ​ນ້ຳ​ໃຈ. ຊ່ວງ​ເວ​ລາ​ແຫ່ງ​ການ​ເຕົ້າ​ໂຮມ, ບໍ່​ວ່າ​ເຮົາ​ຈະ​ຢູ່​ໃກ້ ຫລື ໄກ.

ສ່ວນ​ຫລາຍ​ຄຣິດ​ສະ​ມາດ​ກາຍ​ເປັນ​ຄຣິດ​ສະ​ມາດ ເມື່ອ​ເຮົາ​ນຳ​ຄວາມ​ສຸກ​ໃນ​ຄຣິດ​ສະ​ມາດ​ມາ​ສູ່​ຜູ້​ອື່ນ​ຢ່າງ​ງຽບໆ. ຫລາຍ​ຄອບ​ຄົວ​ເປັນ​ຕົວ​ແທນ​ໃຫ້​ແຊນ​ຕາ. ຫລາຍໆ​ຄົນ​ສ່ອງ​ແສງ​ໂລກ​ດ້ວຍ​ແສງ​ສະ​ຫວ່າງ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຄວາມ​ຊົງ​ຈຳ​ຄຣິດ​ສະ​ມາດ​ທີ່​ຈື່​ຈຳ​ໄດ້​ຄື​ຄວາມ​ຊົງ​ຈຳ​ຄຣິດ​ສະ​ມາດ​ທີ່​ສ້າງ​ຂຶ້ນ​ໃໝ່. ການ​ປະ​ຕິ​ບັດ​ຊ້ຳ​ດົນ​ນານ, ຄວາມ​ຊົງ​ຈຳ​ຄຣິດ​ສະ​ມາດ​ຈະ​ກາຍ​ເປັນ​ປະ​ເພ​ນີ, ຊຶ່ງ​ສາ​ມາດ​ເຮັດ​ໃຫ້​ເຮົາ​ຮັກ​ພຣະ​ເຢ​ຊູ​ຄຣິດ​ເລິກ​ເຊິ່ງ​ຫລາຍ​ຂຶ້ນ—ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ, ພຣະ​ບຸດ​ຂອງ​ພຣະ​ບິ​ດາ​ນິ​ລັນ​ດອນ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ.1

ຖ້າ​ຫາກ​ທ່ານ​ມີ​ຄວາມ​ຊົງ​ຈຳ​ທີ່​ທ່ານ​ໂປດ​ປານ, ຂໍ​ໃຫ້​ທ່ານ​ດື່ມ​ດ່ຳ​ກັບ​ສິ່ງ​ເຫລົ່າ​ນັ້ນ​ຢ່າງ​ມີ​ຄວາມ​ສຸກ​ໃນ​ເທດ​ສະ​ການ​ນີ້. ຖ້າ​ຫາກ​ທ່ານ​ກຳ​ລັງ​ສ້າງ​ປະ​ເພ​ນີ​ຄຣິດ​ສະ​ມາດ​ຢູ່, ຂໍ​ໃຫ້​ມັນ​ຈົ່ງ​ເຮັດ​ໃຫ້​ຄວາມ​ຮັກ​ຂອງ​ທ່ານ​ທີ່​ມີ​ຕໍ່​ພຣະ​ເຢ​ຊູ​ຄຣິດ​ເລິກ​ເຊິ່ງ​ຫລາຍ​ຂຶ້ນ ແລະ ອວຍ​ພອນ​ທ່ານ​ໃນ​ແຕ່​ລະ​ປີ.

ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ປະ​ເພ​ນີ​ຄຣິດ​ສະ​ມາດ​ຂອງ​ຄອບ​ຄົວ​ກອງ​ທີ່​ໂປດ​ປານ​ສາມ​ຢ່າງ​ຊິ​ໄດ້​ບໍ?

ຢ່າງ​ທີ​ໜຶ່ງ, ແຕ່​ລະ​ປີ, ຊິດ​ສະ​ເຕີ​ກອງ​ກັບ​ຂ້າ​ພະ​ເຈົ້າ​ມັກ​ເບິ່ງ​ເຄື່ອງ​ປະ​ດັບ​ຄຣິດ​ສະ​ມາດ​ເກົ່າ ຊຶ່ງ​ບອກ​ເລົ່າ​ເລື່ອງ​ລາວ​ຄອບ​ຄົວ​ຂອງ​ພວກ​ເຮົາ.

ສະ​ໄໝ​ເປັນ​ຄູ່​ສາ​ມີ​ພັນ​ລະ​ຍາ​ໜຸ່ມ​ສາວ, ຊິດ​ສະ​ເຕີ​ກອງ​ກັບ​ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ຢູ່​ປະ​ເທດ​ອັງ​ກິດ. ພວກ​ເຮົາ​ໄດ້​ອາ​ໄສ​ຢູ່​ເຮືອນ​ຫ້ອງ​ແຖວ​ຂະ​ໜາດ​ນ້ອຍ ທີ່​ມີ​ງົບ​ປະ​ມານ​ນັກ​ສຶກ​ສາ​ທີ່​ຈຳ​ກັດ. ພວກ​ເຮົາ​ໄດ້​ນັບ​ເງິນ​ໝາກ​ເຊັນ​ຂອງ​ພວກ​ເຮົາ ກ່ອນ​ຈະ​ຊື້​ຕົ້ນ​ຄຣິດ​ສະ​ມາດ​ນ້ອຍໆ ແມ່ນ​ແຕ່ ຊາ​ລີ ບຣາວ ກໍ​ຍັງ​ຄົງ​ຮູ້​ສຶກ​ອີ​ດູ​ຕົນ​ນຳ.

ມີ​ຄວາມ​ຄິດ​ສ້າງ​ສັນ​ສະ​ເໝີ, ຊິດ​ສະ​ເຕີ​ກອງ​ໄດ້​ໃຊ້​ໄມ້​ໜີບ​ຜ້າ​ເຮັດ​ເຄື່ອງ​ປະ​ດັບ​ເປັນ​ຫຸ່ນ​ທະ​ຫານ​ອັງ​ກິດ​ນ້ອຍ​ສຳ​ລັບ​ຕົ້ນ​ຄຣິດ​ສະ​ມາດ​ຂອງ​ພວກ​ເຮົາ. ລາວ​ໄດ້​ໃສ່​ໝວກ​ຂົນ​ແກະ​ສີ​ດຳ ແລະ ຮອຍ​ຍິ້ມ​ໃຫ້​ແຕ່​ລະ​ຄົນ.

ເປັນ​ເວ​ລາ 43 ປີ, ທີ່​ທະ​ຫານ​ອັງ​ກິດ​ໄມ້​ໜີບ​ຜ້າ ໄດ້​ຢືນ​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ຕົ້ນ​ຄຣິດ​ສະ​ມາດ​ຂອງ​ພວກ​ເຮົາ. ເຂົາ​ເຈົ້າ​ເຕືອນ​ພວກ​ເຮົາ​ໃຫ້​ນຶກ​ເຖິງ​ຄຣິດ​ສະ​ມາດ​ຄັ້ງ​ທຳ​ອິດ​ຂອງ​ພວກ​ເຮົາ—ຫ່າງ​ໄກ​ຈາກ​ບ້ານ—ແລະ ຄຣິດ​ສະ​ມາດ​ແຕ່​ລະ​ຄັ້ງ​ຕໍ່​ຈາກ​ນັ້ນ​ມາ.

ຄອບ​ຄົວ​ຂອງ​ລູກ​ຊາຍ​ຂອງ​ພວກ​ເຮົາ​ໄດ້​ເຮັດ​ຫຸ່ນ​ເອ້​ຈາກ​ໄມ້​ໜີບ​ຜ້າ “ນ້ອຍໆ” ເຫລົ່າ​ນີ້. ມັນ​ເປັນ​ຕົວ​ແທນ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ທົ່ວ​ໂລກ. ທ່ານ​ສາ​ມາດ​ເຫັນ​ຮອຍ​ຍິ້ມ​ຂອງ​ເຂົາ​ເຈົ້າ​ບໍ່? ເຫັນ​ການ​ແຕ່ງ​ກາຍ​ແບບ​ສາ​ກົນ​ບໍ? ເຫັນ​ບັດ​ຊື່​ບໍ? ຂ້າ​ພະ​ເຈົ້າ​ຖືກ​ບອກ​ວ່າ ມີ​ອັນ​ໜຶ່ງ​ທີ່​ຖືກ​ເຮັດ​ໃຫ້​ເໝືອນ​ຂ້າ​ພະ​ເຈົ້າ.

ເຄື່ອງ​ເອ້​ຄຣິດ​ສະ​ມາດ​ຂອງ​ພວກ​ເຮົາ​ຊ່ວຍ​ຟື້ນ​ຄວາມ​ຊົງ​ຈຳ​ອັນ​ອົບ​ອຸ່ນ​ຂອງ​ໝູ່​ເພື່ອນ ແລະ ປະ​ສົບ​ການ​ໃນ​ສະ​ຖານ​ທີ່​ຕ່າງໆ. ຂະ​ບວນ​ແຫ່​ແຫ່ງ​ຄວາມ​ຊົງ​ຈຳ​ຄຣິດ​ສະ​ມາດ​ທີ່​ສະ​ໜຸກ​ສະ​ໜານ ແລະ ຄັດ​ເລືອກ​ມາ​ໃນ​ແຕ່​ລະ​ປີ ເຮັດ​ໃຫ້​ເຮົາ​ຍິ້ມ​ໄດ້.

ສາດ​ສະ​ດາ​ແອວ​ມາ​ເປັນ​ພະ​ຍານ​ວ່າ ແຜ່ນ​ດິນ​ໂລກ​ເຄື່ອນ​ທີ່​ໃນ​ຮູບ​ແບບ​ປົກ​ກະ​ຕິ​ບົ່ງ​ບອກ​ວ່າ ມີ​ພຣະ​ເຈົ້າ. ຄຣິດ​ສະ​ມາດ​ເປັນ​ຈຸດ​ທີ່​ຄຸ້ນ​ເຄີຍ​ໃນ​ການ​ໂຄ​ຈອນ​ຄົບ​ຮອບ​ດວງ​ຕາ​ເວັນ​ຂອງ​ໂລກ 365¼ ວັນ​ຕໍ່​ປີ. ເນື່ອງ​ຈາກ​ການ​ໝຸນ​ວຽນ​ປະ​ຈຳ​ປີ​ນີ້ ໄດ້​ເຮັດ​ໃຫ້​ເຮົາ​ກັບ​ໄປ​ສູ່​ເທດ​ສະ​ການ​ຄຣິດ​ສະ​ມາດ, ຂ້າ​ພະ​ເຈົ້າ​ຄິດ​ເຖິງ​ສິ່ງ​ທີ່​ນັກ​ຂຽນ ອີ ບີ ໄວ້ ໄດ້​ຂຽນ​ກ່ຽວ​ກັບ “The Ring of Time.”2

ເພິ່ນ​ແນະ​ນຳ​ວ່າ ພຽງ​ແຕ່​ປະ​ສົບ​ການ​ເທົ່າ​ນັ້ນ​ທີ່​ເຮົາ​ຈະ​ເຂົ້າ​ໃຈ “ເວ​ລາ​ບໍ່​ໄດ້​ເຄື່ອນ​ທີ່​ເປັນ​ວົງ​ມົນ​ແທ້ໆ​ເລີຍ.” ວົງ​ແຫວນ​ແຫ່ງ​ເວ​ລາ​ອາດ​ເບິ່ງ​ຄື​ກັບ​ວ່າ “ຖືກ​ປະ​ກອບ​ຢ່າງ​ສົມ​ບູນ​ແບບ, ບໍ່​ປ່ຽນ​ແປງ, ຄາດ​ເດົາ​ໄດ້, ປາດ​ສະ​ຈາກ​ການ​ເລີ່ມ​ຕົ້ນ ຫລື ສິ້ນ​ສຸດ.” ແຕ່​ເມື່ອ​ເຮົາ​ຍັງ​ນ້ອຍ​ເທົ່າ​ນັ້ນ​ທີ່​ເຮົາ​ຈິນ​ຕະ​ນາ​ການ​ໄດ້​ວ່າ ເຮົາ​ສາ​ມາດ​ສ້າງ​ວົງ​ມົນ​ທີ່​ສົມ​ບູນ​ແບບ ແລະ ບໍ່​ມີ​ອາ​ຍຸ​ແກ່​ກວ່າ​ຕອນ​ທີ່​ເຮົາ​ເລີ່ມ​ຕົ້ນ.

ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ການ​ມາ​ຂອງ​ຄຣິດ​ສະ​ມາດ​ແຕ່​ລະ​ຄັ້ງ​ຈະ​ຄື​ກັນ ແຕ່​ຈະ​ບອກ​ໂດຍ​ທາງ​ອ້ອມ​ວ່າ ເວ​ລາ (ແລະ ສະ​ຖານ​ທີ່) ສາ​ມາດ​ເປັນ​ເສັ້ນ​ຊື່ ແລະ ວົງ​ມົນ​ພ້ອມໆ​ກັນ. “ທາງ​ຄັບ ແລະ ແຄບ”3 ແລະ “ໜຶ່ງ​ຮອບ​ນິ​ລັນ​ດອນ”4 ສາ​ມາດ​ເປັນ​ຄຳ​ອະ​ທິ​ບາຍ​ທີ່​ສົມ​ບູນ​ແບບ​ກ່ຽວ​ກັບ​ຄວາມ​ເປັນ​ຈິງ​ຂອງ​ພັນ​ທະ​ສັນ​ຍາ​ທີ່​ຕັ້ງ​ຢູ່​ໃນ​ກຸມ​ມານ​ນ້ອຍ​ພຣະ​ຄຣິດ​ທີ່​ເບັດ​ເລ​ເຮັມ​ໄດ້.

ດ້ວຍ​ວິ​ທີ​ນີ້, ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ສ່ວນ​ໜຶ່ງ​ຂອງ​ຄວາມ​ອັດ​ສະ​ຈັນ​ໃຈ​ຂອງ​ຄຣິດ​ສະ​ມາດ ແມ່ນ​ການ​ເປັນ​ເດັກ​ນ້ອຍ ແລະ ເປັນ​ຜູ້​ໃຫຍ່​ໃນ​ເວ​ລາ​ດຽວ​ກັນ. ເຮົາ​ຍິນ​ດີ​ໃນ​ຖາ​ນະ​ທີ່​ເປັນ​ຜູ້​ໃຫຍ່ ໃນ​ສິ່ງ​ທີ່​ຕອນ​ນີ້​ເຮັດ​ໃຫ້​ເດັກ​ທີ່​ເຮົາ​ເຄີຍ​ເປັນ​ພໍ​ໃຈ. ແລະ ເຮົາ​ຍິນ​ດີ​ກັບ​ເດັກ ຂະ​ນະ​ທີ່​ເຮົາ​ສ້າງ ແລະ ສ້າງ​ຊ້ຳ​ຄວາມ​ຊົງ​ຈຳ ແລະ ປະ​ເພ​ນີ​ນຳ​ກັນ.

ປະ​ເພ​ນີ​ຄຣິດ​ສະ​ມາດ​ທີ່​ໂປດ​ປານ​ຢ່າງ​ທີ​ສອງ​ຂອງ​ຄອບ​ຄົວ​ກອງ​ແມ່ນ​ການ​ຈັດ​ສະ​ແດງ​ສາກ​ຮາງ​ຫຍ້າ​ຂອງ​ຄອບ​ຄົວ​ພວກ​ເຮົາ, ຫລື ສາກ​ເລື່ອງ​ລາວ​ການ​ກຳ​ເນີດ—ຊຶ່ງ​ເປັນ​ພາບ​ການ​ກຳ​ເນີດ​ຂອງ​ກຸມ​ມານ​ນ້ອຍ​ພຣະ​ຄຣິດ​ທີ່​ບໍ​ລິ​ສຸດ.

ທ່ານ​ມັກ​ສາກ​ເລື່ອງ​ລາວ​ການ​ກຳ​ເນີດ​ທີ່​ສຸມ​ໃສ່​ພຣະ​ເຢ​ຊູ​ຄຣິດ, ເຊື້ອ​ເຊີນ​ໃຫ້​ເຮົາ​ເຮັດ​ເຊັ່ນ​ດຽວ​ກັນ​ຫລື​ບໍ່? ດັ່ງ​ທີ່​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ໜຶ່ງ​ທີ່​ຫາ​ກໍ​ກັບ​ບ້ານ ໄດ້​ກ່າວ​ວ່າ, “ກ່ອນ​ການ​ເຜີຍ​ແຜ່​ຂອງ​ຂ້າ​ນ້ອຍ, ພຣະ​ເຢ​ຊູ​ຄຣິດ​ໄດ້​ເປັນ​ສ່ວນ​ໜຶ່ງ​ໃນ​ຊີ​ວິດ​ຂອງ​ຂ້າ​ນ້ອຍ. ບັດ​ນີ້ ພຣະ​ອົງ​ເປັນ​ຊີ​ວິດ​ຂອງ​ຂ້າ​ນ້ອຍ.”

ສາກ​ຮາງ​ຫຍ້າ​ຂອງ​ຄອບ​ຄົວ​ພວກ​ເຮົາ​ມີ​ທຸກ​ຂະ​ໜາດ ແລະ ທຸກ​ສະ​ພາບ​ແວດ​ລ້ອມ ເທົ່າ​ທີ່​ຈະ​ຈິນ​ຕະ​ນາ​ການ​ໄດ້, ເຮັດ​ຈາກ​ວັດ​ຖຸ​ທຸກ​ຢ່າງ​ເທົ່າ​ທີ່​ຈະ​ຈິນ​ຕະ​ນາ​ການ​ໄດ້, ຈາກ​ທຸກ​ບ່ອນ​ເທົ່າ​ທີ່​ຈະ​ຈິນ​ຕະ​ນາ​ການ​ໄດ້. ສາກ​ຮາງ​ຫຍ້າ​ແຕ່​ລະ​ຊຸດ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ເປັນ​ພອນ​ໃຫ້​ແກ່​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ.

ເຮົາ​ມັກ​ທີ່​ລູກໆ​ຂອງ​ພຣະ​ເຈົ້າ​ໃນ​ທຸກ​ບ່ອນ​ພັນ​ລະ​ນາ​ເຖິງ​ກຸມ​ມານ​ນ້ອຍ​ເຢ​ຊູ, ມາ​ຣີ, ໂຢ​ເຊັບ, ພວກ​ໂຫ​ລາ​ຈານ, ພວກ​ຜູ້​ລ້ຽງ​ແກະ, ແລະ ສັດ​ຕ່າງໆ​ກັບ​ສະ​ພາບ​ແວດ​ລ້ອມ, ລັກ​ສະ​ນະ, ແລະ ລາຍ​ລະ​ອຽດ​ທີ່​ຄຸ້ນ​ເຄີຍ ແລະ ກ່ຽວ​ຂ້ອງ​ກັນ. ສາກ​ຮາງ​ຫຍ້າ​ເຫລົ່າ​ນີ້​ກໍ​ຍັງ​ເຕືອນ​ເຮົາ​ວ່າ ພຣະ​ເຈົ້າ​ຮັກ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ; ເຮົາ​ເຫັນ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ໄດ້​ໃນ​ລັກ​ສະ​ນະ​ຂອງ​ສາກ​ຮາງ​ຫຍ້າ ແລະ ສາກ​ເລື່ອງ​ລາວ​ການ​ກຳ​ເນີດ​ຂອງ​ເຮົາ ບໍ່​ວ່າ​ມັນ​ຈະ​ມາ​ຈາກ​ໃສ​ກໍ​ຕາມ.

ປະ​ເພ​ນີ​ຄຣິດ​ສະ​ມາດ​ທີ່​ໂປດ​ປານ​ຢ່າງ​ທີ​ສາມ​ຂອງ​ຄອບ​ຄົວ​ກອງ, ນອກ​ເໜືອ​ຈາກ​ການ​ອ່ານ​ເລື່ອງ​ລາວ​ພຣະ​ຄຳ​ພີ​ກ່ຽວ​ກັບ​ການ​ກຳ​ເນີດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ນຳ​ກັນ​ແລ້ວ, ກໍ​ຄື​ການ​ອ່ານ​ເລື່ອງ​ຂອງ ຊານ ດິກ​ເກັນສ໌ A Christmas Carol ອອກ​ສຽງ​ເປັນ​ຄອບ​ຄົວ.

ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ມັດ​ຜ້າ​ພັນ​ຄໍ ແລະ ສວມ​ໝວກ​ທົງ​ສູງ, ທ່ານ​ລອງ​ຈິນ​ຕະ​ນາ​ການ, ຈັກ​ບຶດ​ໜຶ່ງ, ວ່າ​ຂ້າ​ພະ​ເຈົ້າ​ເປັນ ເອ​ເບ​ເນ​ເຊີ ສະ​ກຣູດຈ໌ ໃນ A Christmas Carol ຊິ​ໄດ້​ບໍ?

ບາງ​ປີ, ຄອບ​ຄົວ​ຂອງ​ພວກ​ເຮົາ​ຈະ​ອ່ານ A Christmas Carol ຈາກ​ຕົ້ນ​ຈົນ​ຈົບ. ພວກ​ເຮົາ​ຄົນ​ນ້ຳ​ຊັອກ​ໂກ​ແລັດ​ຮ້ອນ ດ້ວຍ​ໄມ້​ເທົ້າ​ເຂົ້າ​ໜົມ ແລະ ຫົວ​ກັບ​ການ​ອ້າງ​ອີງ​ເຖິງ “Norfolk biffins” ແລະ “smoking bishop.” ພວກ​ເຮົາ​ຂົນ​ໜາວ​ລຸກ​ຂະ​ນະ​ທີ່ ຜີ​ຂອງ​ເຈ​ກັບ ມາ​ເລ ກະ​ທົບ​ໂສ້​ຂອງ​ມັນ. ພວກ​ເຮົາ​ຮູ້​ສຶກ​ຍິນ​ດີ​ທີ່​ວິນ​ຍານ​ແຫ່ງ​ຄຣິດ​ສະ​ມາດ​ໃນ​ອະ​ດີດ, ປະ​ຈຸ​ບັນ, ແລະ ອະ​ນາ​ຄົດ ຊ່ວຍ​ໃຫ້ ເອ​ເບ​ເນ​ເຊີ ສະ​ກຣູດຈ໌ ກາຍ​ເປັນ​ຄົນ​ໃໝ່.

ບາງ​ປີ, ຄອບ​ຄົວ​ຂອງ​ພວກ​ເຮົາ​ກໍ​ອ່ານ A Christmas Carol, ສະ​ບັບ​ຫຍໍ້ ຊຶ່ງ​ຫຍໍ້​ໂດຍ​ລູກ​ໄພ້​ກັບ​ລູກ​ຊາຍ​ຂອງ​ພວກ​ເຮົາ ເພື່ອ​ໃຫ້​ເໝາະ​ສົມ​ກັບ​ຊ່ວງ​ຄວາມ​ສົນ​ໃຈ​ທີ່​ສັ້ນ​ກວ່າ​ຂອງ​ສະ​ມາ​ຊິກ​ຄອບ​ຄົວ​ທີ່​ອາ​ຍຸ​ນ້ອຍ​ກວ່າ.

ແລະ ບາງ​ປີ, ດ້ວຍ​ຮອຍ​ຍິ້ມ ແລະ ອາ​ລົມ​ດີ, ຄອບ​ຄົວ​ຂອງ​ພວກ​ເຮົາ​ຈະ​ອ່ານ​ເລື່ອງ A Christmas Carol ແບບ​ອ່ານ​ສະ​ຕິກ​ເກີ​ຕິດ​ລົດ. ມັນ​ມີ​ພຽງ​ສອງ​ແຖວ: “ບາ, ຮຳ​ບັກ” ແລະ “ຂໍ​ພຣະ​ເຈົ້າ​ອວຍ​ພອນ​ເຮົາ​ທຸກ​ຄົນ.”

ຊານ ດິກ​ເກັນສ໌ ໄດ້​ເລີ່ມ​ຕົ້ນ​ຂຽນ​ເລື່ອງ A Christmas Carol ໃນ​ເດືອນ​ຕຸ​ລາ ແລະ ໄດ້​ສຳ​ເລັດ​ໃນ​ຕົ້ນ​ເດືອນ​ທັນ​ວາ ປີ 1843—ເປັນ​ໄລ​ຍະ​ເວ​ລາ​ພຽງ​ແຕ່​ຫົກ​ອາ​ທິດ​ເທົ່າ​ນັ້ນ. ສະ​ບັບ​ຊຸດ​ທຳ​ອິດ 6,000 ຫົວ​ໄດ້​ຖືກ​ຈັດ​ພິມ​ໃນ​ກຸງ​ລອນ​ດອນ ໃນ​ວັນ​ທີ 19 ເດືອນ​ທັນ​ວາ, 1843. ທຸກ​ເຫລັ້ມ​ຂາຍ​ໝົດ​ພາຍ​ໃນ​ວັນ​ຄຣິດ​ສະ​ມາດ ອີບ.

ຜູ້​ທີ່​ບັນ​ທຶກ​ຄວາມ​ເປັນ​ມາ​ຂອງ A Christmas Carol ອະ​ທິ​ບາຍ​ວ່າ ຊານ ດິກ​ເກັນສ໌ ໄດ້​ຂຽນ​ໃນ​ຊ່ວງ​ເວ​ລາ​ທີ່​ອັງ​ກິດ​ໃນ​ຍຸກ​ວິກ​ຕໍ​ເຣຍ​ກຳ​ລັງ​ພິ​ຈາ​ລະ​ນາ​ຄວາມ​ໝາຍ​ຂອງ​ຄຣິດ​ສະ​ມາດ​ອີກ​ຄັ້ງ. ເທດ​ສະ​ການ​ຄຣິດ​ສະ​ມາດ, ຕົ້ນ​ຄຣິດ​ສະ​ມາດ, ຄຳ​ທັກ​ທາຍ​ຄຣິດ​ສະ​ມາດ, ການ​ເຕົ້າ​ໂຮມ​ຂອງ​ຄອບ​ຄົວ​ໃນ​ວັນ​ຄຣິດ​ສະ​ມາດ, ບັດ​ຄຣິດ​ສະ​ມາດ, ແມ່ນ​ແຕ່​ເພງ​ຄຣິດ​ສະ​ມາດ ສາ​ມາດ​ມີ ຫລື ຄວນ​ມີ​ໃນ​ສັງ​ຄົມ​ແນວ​ໃດ?

ໃນ​ຊ່ວງ​ເວ​ລາ​ທີ່​ຫລາຍ​ຄົນ​ຮູ້​ສຶກ​ບໍ່​ໝັ້ນ​ຄົງ, ໂດດ​ດ່ຽວ, ແລະ ດຽວ​ດາຍ, ເລື່ອງ A Christmas Carol ຂອງ​ດິກ​ເກັນສ໌ ກ່າວ​ເຖິງ​ຄວາມ​ປາດ​ຖະ​ໜາ​ຢ່າງ​ເລິກ​ເຊິ່ງ​ຕໍ່​ມິດ​ຕະ​ພາບ, ຄວາມ​ຮັກ, ແລະ ການ​ຍຶດ​ໝັ້ນ​ໃນ​ຄຸນ​ຄ່າ​ຂອງ​ຄຣິດ​ສະ​ຕຽນ, ຍ້ອນ​ວ່າ ເອ​ເບ​ເນ​ເຊີ ສະ​ກຣູດຈ໌ ໄດ້​ພົບ​ສັນ​ຕິ​ສຸກ ແລະ ການ​ປິ່ນ​ປົວ​ໃນ​ອະ​ດີດ, ປະ​ຈຸ​ບັນ, ແລະ ອະ​ນາ​ຄົດ​ຂອງ​ລາວ.

ແລ້ວ ໃນ​ເວ​ລາ​ນີ້, ຄວາມ​ໝາຍ​ທີ່​ແທ້​ຈິງ​ຂອງ​ຄຣິດ​ສະ​ມາດ​ກໍ​ດຶງ​ເຮົາ​ໃຫ້​ເຂົ້າ​ໃກ້​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ, ກຳ​ເນີດ​ເປັນ​ກຸມ​ມານ​ນ້ອຍ​ໃນ​ຮາງ​ຫຍ້າ. ພຣະ​ເຢ​ຊູ​ຄຣິດ​ຮູ້​ຕາມ​ທາງ​ແຫ່ງ​ເນື້ອ​ໜັງ​ວ່າ​ຈະ​ຊ່ວຍ​ເຮົາ​ດ້ວຍ​ອຸ​ທອນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ​ແນວ​ໃດ. ແລ້ວ​ໃນ​ເວ​ລາ​ນີ້, ຄຣິດ​ສະ​ມາດ​ສະ​ເຫລີມ​ສະ​ຫລອງ​ການ​ເປັນ​ສ່ວນ​ໜຶ່ງ​ຂອງ​ພັນ​ທະ​ສັນ​ຍາ, ການ​ມີ​ສ່ວນ​ຮ່ວມ, ແລະ ຊຸມ​ຊົນ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ກັນ​ແລະ​ກັນ.

ຂ້າ​ພະ​ເຈົ້າ​ຂໍ​ຖາມ​ຄຳ​ຖາມ A Christmas Carol ທີ່​ແຕກ​ຕ່າງ​ໜຶ່ງ​ຂໍ້. ເປັນ​ຫຍັງ, ເມື່ອ​ເຮົາ​ຄິດ​ກ່ຽວ​ກັບ ສະ​ກຣູດຈ໌, ເຮົາ​ຈະ​ນຶກ​ເຖິງ​ຄົນ​ຂີ້​ໜຽວ​ຂີ້​ໂມ​ໂຫ​ເປັນ​ຫລັກ, ຄົນ​ທີ່​ເຍາະ​ເຍີ້ຍ​ຄຣິດ​ສະ​ມາດ​ວ່າ​ເປັນ​ການ​ສິ້ນ​ເປືອງ​ຢ່າງ​ຫລວງ​ຫລາຍ?

ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ຮັບ​ຮູ້​ສະ​ກຣູດຈ໌ ຄົນ​ໃໝ່​ຫລາຍ​ກວ່າ? ສະ​ກຣູດຈ໌ ຄົນ​ໃໝ່, ຜູ້​ໃຈ​ດີ​ທີ່​ສົ່ງ​ໄກ່​ງວງ​ໂຕ​ໃຫຍ່​ທີ່​ສຸດ​ໄປ​ໃຫ້​ເປັນ​ຂອງ​ເຊີ​ໄພ້​ວັນ​ຄຣິດ​ສະ​ມາດ? ສະ​ກຣູດຈ໌ ຄົນ​ໃໝ່, ຜູ້​ທີ່​ໄດ້​ຄືນ​ດີ​ກັບ ເຟຣດ​ດີ ຫລານ​ຊາຍ​ທີ່​ລ່າ​ເລີງ​ຂອງ​ລາວ? ສະ​ກຣູດຈ໌ ຄົນ​ໃໝ່, ຜູ້​ໄດ້​ຂຶ້ນ​ເງິນ​ເດືອນ​ໃຫ້ ບອບ ແຄຣດ ຈິດ ແລະ ດູ​ແລ ທ້າວ​ໄທ​ນີ ທິມ?

ປ່ອຍ​ໃຫ້​ພວກ​ທີ່​ບໍ່​ເຊື່ອ​ເຍາະ​ເຍີ້ຍ. ສະ​ກຣູດຈ໌ ຄົນ​ໃໝ່ “ໄດ້​ເຮັດ​ມັນ​ທັງ​ໝົດ, ແລະ ຫລາຍ​ກວ່າ​ນັ້ນ.” ລາວ​ໄດ້​ກາຍ​ເປັນ​ຄົນ​ດີ ແລະ ເປັນ​ເພື່ອນ​ທີ່​ດີ ດັ່ງ​ທີ່​ໂລກ​ເກົ່າ​ຮູ້.

ສະ​ນັ້ນ ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ຈື່​ທ່ານ ສະ​ກຣູດຈ໌ ຄົນ​ນັ້ນ? ມີ​ຜູ້​ໃດ​ບໍ​ທີ່​ຢູ່​ອ້ອມ​ຕົວ​ເຮົາ, ບາງ​ທີ​ຕົວ​ເຮົາ​ເອງ, ຜູ້​ທີ່​ອາດ​ຈະ​ເປັນ​ຄົນ​ແຕກ​ຕ່າງ ຖ້າ​ຫາກ​ເຮົາ​ພຽງ​ແຕ່​ຈະ​ຢຸດ​ສັນ​ນິ​ຖານ ຫລື ລະ​ບຸ​ລວມ​ວ່າ ເຂົາ​ເປັນ​ຄົນ​ແບບ​ເກົ່າ?

ບໍ່​ມີ​ບຸກ​ຄົນ​ໃດ ແລະ ບໍ່​ມີ​ຄອບ​ຄົວ​ໃດ​ທີ່​ສົມ​ບູນ​ແບບ. ເຮົາ​ແຕ່​ລະ​ຄົນ​ມີ​ຂໍ້​ບົກ​ພ່ອງ ແລະ ຄວາມ​ຜິດ—ສິ່ງ​ທີ່​ເຮົາ​ປາດ​ຖະ​ໜາ​ຈະ​ເຮັດ​ໃຫ້​ດີ​ຂຶ້ນ. ຄຣິດ​ສະ​ມາດ​ນີ້, ບາງ​ທີ​ເຮົາ​ສາ​ມາດ​ໄດ້​ຮັບ—ແລະ ສະ​ເໜີ​ມອບ—ຂອງ​ປະ​ທານ​ອັນ​ລ້ຳ​ຄ່າ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ການ​ປ່ຽນ​ແປງ ແລະ ການ​ກັບ​ໃຈ, ການ​ມອບ​ຂອງ​ປະ​ທານ​ເຫລົ່າ​ນັ້ນ​ໃຫ້​ຄົນ​ອື່ນ ແລະ ຕົວ​ເຮົາ​ເອງ.

ຂໍ​ໃຫ້​ເຮົາ​ຈົ່ງ​ສ້າງ​ສັນ​ຕິ​ສຸກ​ກັບ​ປີ​ທີ່​ຜ່ານ​ມາ. ຈົ່ງ​ປ່ອຍ​ວາງ​ຄວາມ​ກັງ​ວົນ​ທາງ​ອາ​ລົມ ແລະ ສຽງ​ດັງ, ຄວາມ​ຂັດ​ແຍ້ງ ແລະ ຄວາມ​ລຳ​ຄານ ທີ່​ວຸ້ນ​ວາຍ​ຊີ​ວິດ​ຂອງ​ເຮົາ. ຂໍ​ໃຫ້​ເຮົາ​ມອບ​ຄວາມ​ເປັນ​ໄປ​ໄດ້​ໃໝ່ໆ​ໃຫ້​ກັນ​ແລະ​ກັນ ແທນ​ທີ່​ຈະ​ຍຶດ​ຕິດ​ຢູ່​ກັບ​ຂໍ້​ຈຳ​ກັດ​ໃນ​ອະ​ດີດ. ມາ​ເປີດ​ໂອ​ກາດ​ໃຫ້​ສະ​ກຣູດຈ໌ ຄົນ​ໃໝ່​ໃນ​ຕົວ​ເຮົາ​ແຕ່​ລະ​ຄົນ​ເພື່ອ​ປ່ຽນ​ແປງ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ໄດ້​ມາ​ໃນ​ວັນ​ຄຣິດ​ສະ​ມາດ ເພື່ອ​ປົດ​ປ່ອຍ​ຊະ​ເລີຍ—ແລະ ບໍ່​ພຽງ​ສະ​ເພາະ​ຜູ້​ທີ່​ຢູ່​ໃນ​ຄຸກ​ເທົ່າ​ນັ້ນ. ພຣະ​ອົງ​ສາ​ມາດ​ປົດ​ປ່ອຍ​ເຮົາ​ຈາກ​ຜີ​ໃນ​ອະ​ດີດ, ປົດ​ເຮົາ​ຈາກ​ຄວາມ​ເສຍ​ໃຈ​ກັບ​ບາບ​ຂອງ​ເຮົາ ແລະ ຂອງ​ຜູ້​ອື່ນ. ພຣະ​ອົງ​ສາ​ມາດ​ໄຖ່​ເຮົາ​ຈາກ​ການ​ເອົາ​ແຕ່​ໃຈ​ຕົວ​ເອງ ແລະ ຄວາມ​ເຫັນ​ແກ່​ຕົວ​ຂອງ​ເຮົາ ຜ່ານ​ທາງ​ການ​ເກີດ​ໃໝ່​ໃນ​ພຣະ​ອົງ.

ເພາະ​ວ່າ​ໃນ​ວັນ​ນີ້ ອົງ​ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ​ອົງ​ໜຶ່ງ, ຄື​ພຣະ​ຄຣິດ [ອົງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ] ໄດ້​ມາ​ບັງ​ເກີດ … ສຳ​ລັບ ເຈົ້າ.”5

ສະ​ນັ້ນ ສຸກ​ສັນ​ວັນ​ຄຣິດ​ສະ​ມາດ!

ຂໍ​ໃຫ້​ປະ​ເພ​ນີ​ຄຣິດ​ສະ​ມາດ ແລະ ຄວາມ​ຊົງ​ຈຳ​ຂອງ​ທ່ານ​ຈົ່ງ​ສຸກ​ສັນ ແລະ ສົດ​ໃສ.

ຂໍ​ໃຫ້​ເຮົາ​ຈົ່ງ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ເຢ​ຊູ​ຄຣິດ, ໃນ​ວັນ​ຄຣິດ​ສະ​ມາດ ແລະ ທຸກໆ​ວັນ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ອົງ​ດ້ວຍ​ຄວາມ​ສຸກ ໃນ​ພຣະ​ນາມ​ອັນ​ສັກ​ສິດ ແລະ ບໍ​ລິ​ສຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ພິມ