ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ
ພຣະ​ຄຣິດ​ໄດ້​ມາ​ກຳ​ເນີດ​ເພື່ອ​ຊ່ວຍ​ໃຫ້​ລອດ


ພຣະ​ຄຣິດ​ໄດ້​ມາ​ກຳ​ເນີດ​ເພື່ອ​ຊ່ວຍ​ໃຫ້​ລອດ

ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ ປີ 2023

ວັນ​ອາ​ທິດ, ວັນ​ທີ 3 ເດືອນ​ທັນ​ວາ, 2023

ຂ້າ​ພະ​ເຈົ້າ​ມັກ​ວັນ​ຄຣິດ​ສະ​ມາດ! ເລື່ອງ​ລາວ​ພຣະ​ຄຳ​ພີ, ດົນ​ຕີ, ແລະ ຄວາມ​ຮູ້​ສຶກ​ຂອງ​ຄວາມ​ປາດ​ຖະ​ໜາ​ດີ ແລະ ຄວາມ​ເອື້ອ​ເຟື້ອ​ເພື່ອ​ແຜ່ ເບິ່ງ​ຄື​ວ່າ​ຖ້ວມ​ທົ້ນ​ສ່ວນ​ຫລາຍ​ຂອງ​ແຜ່ນ​ດິນ​ໂລກ​ໃນ​ຊ່ວງ​ເວ​ລາ​ອັນ​ສັກ​ສິດ​ນີ້.

ຫລາຍ​ປີ​ທີ່​ຜ່ານ​ມາ, ຂ້າ​ພະ​ເຈົ້າ ແລະ ພັນ​ລະ​ຍາ ໄດ້​ໄປ​ຫລາຍ​ປະ​ເທດ​ໃນ​ຊ່ວງ​ເທດ​ສະ​ການ​ຄຣິດ​ສະ​ມາດ. ພວກ​ເຮົາ​ມັກ​ເບິ່ງ​ທຳ​ນຽມ​ທີ່​ຫລາກ​ຫລາຍ ແລະ ວິ​ທີ​ສະ​ຫລອງ​ຄຣິດ​ສະ​ມາດ​ທີ່​ແຕກ​ຕ່າງ​ກັນ. ການ​ຄິດ​ກ່ຽວ​ກັບ​ປະ​ສົບ​ການ​ເຫລົ່າ​ນີ້ ໄດ້​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ວ່າ ຄຣິດ​ສະ​ມາດ​ແມ່ນ​ສຳ​ລັບ​ທຸກ​ຄົນ. ມັນ​ແມ່ນ​ສຳ​ລັບ​ເດັກ​ນ້ອຍ, ພໍ່​ແມ່, ປູ່​ຍ່າ​ຕາ​ຍາຍ, ລຸງ​ປ້າ​ນ້າ​ອາ, ແລະ ພີ່​ນ້ອງ​ປ້ອງ​ປາຍ. ມັນ​ແມ່ນ​ສຳ​ລັບ​ຜູ້​ທີ່​ຊີ​ວິດ​ດຳ​ເນີນ​ໄປ​ຢ່າງ​ລາບ​ລື້ນ ແລະ ສຳ​ລັບ​ຜູ້​ທີ່​ກຳ​ລັງ​ມີ​ຊີ​ວິດ​ຢູ່​ກັບ​ຄວາມ​ເຈັບ​ປ່ວຍ, ຄວາມ​ຍາກ​ຈົນ, ແລະ ການ​ທົດ​ລອງ. ມັນ​ແມ່ນ​ສຳ​ລັບ​ຜູ້​ທີ່​ເປັນ​ທຸກ​ຈາກ​ຄວາມ​ຫວາດ​ກົວ​ຂອງ​ສົງ​ຄາມ ແລະ ສຳ​ລັບ​ຜູ້​ທີ່​ມີ​ຊີ​ວິດ​ໃນ​ສະ​ພາບ​ການ​ທີ່​ສະ​ຫງົບ​ສຸກ ແລະ ຈະ​ເລີນ​ຮຸ່ງ​ເຮືອງ. ມັນ​ແມ່ນ​ສຳ​ລັບ​ຜູ້​ທີ່​ກຳ​ລັງ​ພະ​ຍາ​ຍາມ​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ສຳ​ລັບ​ຜູ້​ທີ່​ບໍ່​ເຄີຍ​ໄດ້​ຍິນ​ພຣະ​ນາມ​ຂອງ​ພຣະ​ອົງ, ແລະ ແມ່ນ​ແຕ່​ສຳ​ລັບ​ຜູ້​ທີ່​ປະ​ຕິ​ເສດ​ພຣະ​ອົງ. ມັນ​ຍັງ​ແມ່ນ​ສຳ​ລັບ​ຜູ້​ທີ່​ມີ​ຊີ​ວິດ​ກ່ອນ​ທີ່​ພຣະ​ອົງ​ຈະ​ມາ​ກຳ​ເນີດ. ຄຣິດ​ສະ​ມາດ​ແມ່ນ​ສຳ​ລັບ​ທຸກ​ຄົນ!

ຄຣິດ​ສະ​ມາດ​ແມ່ນ​ສຳ​ລັບ​ທຸກ​ຄົນ ເພາະ​ພຣະ​ເຈົ້າ​ໄດ້​ສົ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ​ມາ​ເພື່ອ​ເຮົາ​ທຸກ​ຄົນ ແລະ ເພື່ອ​ພວກ​ເຮົາ​ແຕ່​ລະ​ຄົນ.1 “ມີ​ເດັກ​ນ້ອຍ​ຜູ້​ໜຶ່ງ​ໄດ້​ເກີດ​ມາ​ໃຫ້​ພວກ​ເຮົາ.”2

ເພາະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກຳ​ເນີດ, ໃຊ້​ຊີ​ວິດ​ທີ່​ປາດ​ສະ​ຈາກ​ບາບ, ຊົດ​ໃຊ້​ເພື່ອ​ເຮົາ, ແລະ ໄດ້​ຟື້ນ​ຄືນ​ພຣະ​ຊົນ, ເຮົາ​ແຕ່​ລະ​ຄົນ​ຈຶ່ງ​ໄດ້​ຮັບ​ຂອງ​ຂວັນ​ອັນ​ຍິ່ງ​ໃຫຍ່​ແຫ່ງ​ການ​ຟື້ນ​ຄືນ​ຊີ​ວິດ​ຈາກ​ຄວາມ​ຕາຍ. ບໍ່​ມີ​ຈິດ​ວິນ​ຍານ​ແມ່ນ​ແຕ່​ດວງ​ດຽວ​ເທິງ​ແຜ່ນ​ດິນ​ໂລກ ທີ່​ຖືກ​ກີດ​ກັ້ນ​ບໍ່​ໃຫ້​ຮັບ​ຂອງ​ຂວັນ​ອັນ​ປະ​ເສີດ​ນີ້. ນອກ​ຈາກ​ຂອງ​ຂວັນ​ນີ້​ແລ້ວ, “ສິ່ງ​ທີ່​ຕາ​ບໍ່​ເຫັນ, ຫູ​ບໍ່​ໄດ້​ຍິນ … ແມ່ນ​ສິ່ງ​ນັ້ນ​ແຫລະ ທີ່​ພຣະ​ເຈົ້າ​ໄດ້​ຊົງ​ຈັດ​ຕຽມ​ໄວ້ ໃຫ້​ແກ່​ຄົນ​ທັງ​ຫລາຍ​ທີ່​ຮັກ​ພຣະ​ອົງ.”3

ບໍ່​ວ່າ​ຈະ​ໄລ​ຍະ​ເວ​ລາ​ໃດ ຫລື ສະ​ພາບ​ການ​ໃດ​ກໍ​ຕາມ, ການ​ກຳ​ເນີດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເປັນ​ເຫດ​ຜົນ​ໃຫ້​ປິ​ຕິ​ຍິນ​ດີ​ສະ​ເໝີ. ພຣະ​ອົງ​ໄດ້​ສະ​ເດັດ​ມາ​ເພື່ອ​ປະ​ທານ “ສັນ​ຕິ​ສຸກ​ໃນ​ໂລກ​ນີ້, ແລະ ຊີ​ວິດ​ນິ​ລັນ​ດອນ​ໃນ​ໂລກ​ທີ່​ຈະ​ມາ​ເຖິງ” ໃຫ້​ລູກໆ​ແຕ່​ລະ​ຄົນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.4

ຕັ້ງ​ແຕ່​ສະ​ໄໝ​ຂອງ​ອາ​ດາມ ແລະ ເອ​ວາ, ຜູ້​ຄົນ​ທີ່​ຊອບ​ທຳ​ໄດ້​ມຸ້ງ​ຫວັງ​ການ​ກຳ​ເນີດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຜູ້​ທີ່​ຈະ​ເຮັດ​ໃຫ້​ແຜນ​ຂອງ​ພຣະ​ບິ​ດາ​ສຳ​ເລັດ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ.5 ເອ​ຊາ​ຢາ ແລະ ນີ​ໄຟ ໄດ້​ທຳ​ນາຍ​ເຖິງ​ການ​ກຳ​ເນີດ​ຂອງ​ພຣະ​ອົງ​ໃນ​ບໍ​ລິ​ບົດ​ຂອງ​ພາ​ລະ​ກິດ​ຂອງ​ພຣະ​ອົງ.6 ການ​ກຳ​ເນີດ​ຂອງ​ພຣະ​ອົງ ບໍ່​ສາ​ມາດ​ແຍກ​ອອກ​ຈາກ​ເຫດ​ຜົນ​ທີ່​ພຣະ​ອົງ​ສະ​ເດັດ​ມາ​ສູ່​ແຜ່ນ​ດິນ​ໂລກ​ນີ້​ໄດ້.

ຂໍ​ໃຫ້​ຄິດ​ເຖິງ​ອາ​ນາ ແລະ ຊີ​ເມ​ໂອນ, ຜູ້​ທີ່​ໄດ້​ເຫັນ​ກຸມ​ມານ​ນ້ອຍ​ເຢ​ຊູ ແລະ ໄດ້​ຮູ້​ວ່າ ກຸມ​ມານ​ນ້ອຍ​ຜູ້​ນີ້​ເປັນ “ແສງ​ສະ​ຫວ່າງ​ສ່ອງ​ແຈ້ງ”7 ທັງ​ທົ່ວ​ໂລກ ແລະ ຄວາມ​ຫວັງ​ສຳ​ລັບ​ການ​ໄຖ່.8 ບໍ່​ໜ້າ​ແປກ​ໃຈ​ທີ່​ທູດ​ສະ​ຫວັນ​ໄດ້​ກຳ​ນົດ​ຂ່າວ​ສານ “ທີ່​ນຳ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ອັນ​ໃຫຍ່ ມາ​ສູ່​ປະ​ຊາ​ຊົນ​ທັງ​ໝົດ.”9 ເຮົາ​ປິ​ຕິ​ຍິນ​ດີ​ເມື່ອ​ມີ​ທາ​ລົກ​ເກີດ​ມາ, ແຕ່​ການ​ກຳ​ເນີດ​ຄັ້ງ​ນີ້ ແລະ ທາ​ລົກ​ຜູ້​ນີ້​ແມ່ນ​ແຕກ​ຕ່າງ.

ພຣະ​ເຢ​ຊູ​ຄຣິດ, ຄວາມ​ສະ​ຫວ່າງ ແລະ ຊີ​ວິດ​ຂອງ​ໂລກ​ນັ້ນ, ໄດ້​ກຳ​ເນີດ​ໃນ​ຄອກ​ສັດ​ນ້ອຍໆ​ອັນ​ຕໍ່າ​ຕ້ອຍ, ແຕ່​ດາວ​ດວງ​ໃໝ່​ໄດ້​ສົ່ງ​ສັນ​ຍານ​ເຖິງ​ການ​ກຳ​ເນີດ​ຂອງ​ພຣະ​ອົງ. ພຣະ​ຄຳ​ພີ​ມໍ​ມອນ​ເລົ່າ​ເຫດ​ການ​ທີ່​ໜ້າ​ຕື່ນ​ຕາ—ມື້​ໜຶ່ງ, ຄືນ​ໜຶ່ງ, ແລະ ມື້​ໜຶ່ງ​ທີ່​ບໍ່​ມີ​ຄວາມ​ມືດ—ຊຶ່ງ​ສົ່ງ​ສັນ​ຍານ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ. ສັນ​ຍານ​ອັນ​ໜ້າ​ອັດ​ສະ​ຈັນ​ເຫລົ່າ​ນີ້ ໄດ້​ຖືກ​ມອບ​ໃຫ້​ເພື່ອ​ປະ​ກາດ​ການ​ມາ​ເຖິງ​ຂອງ​ຄວາມ​ສະ​ຫວ່າງ​ຂອງ​ໂລກ,10 ຜູ້​ທີ່​ຈະ​ຊ່ວຍ​ປົດ​ປ່ອຍ​ເຮົາ​ຈາກ​ຄວາມ​ມືດ​ແຫ່ງ​ຄວາມ​ບາບ ແລະ ຄວາມ​ຕາຍ. ເຮົາ​ສາ​ມາດ​ຊ່ວຍ​ແບ່ງ​ປັນ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ອົງ​ກັບ​ໂລກ​ໄດ້.

ໃນ​ຊ່ວງ​ເວ​ລາ​ຄຣິດ​ສະ​ມາດ, ແມ່ນ​ແຕ່​ເດັກ​ນ້ອຍໆ​ກໍ​ສາ​ມາດ​ຮູ້​ສຶກ​ເຖິງ​ອິດ​ທິ​ພົນ ແລະ ຜົນ​ກະ​ທົບ​ຂອງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ເມື່ອ​ຫລາຍ​ປີ​ກ່ອນ, ລູກ​ສາວ​ຄົນ​ໜຶ່ງ​ຂອງ​ພວກ​ເຮົາ, ຊອນ​ຢາ, ໄດ້​ຂຽນ​ກ່ຽວ​ກັບ​ການ​ສົນ​ທະ​ນາ​ຂອງ​ນາງ​ກັບ​ລູກ​ຊາຍ​ອາ​ຍຸ​ຫ້າ​ປີ​ຂອງ​ນາງ.

ນາງ​ໄດ້​ຂຽນ​ວ່າ, “ແອນ​ດຣູ​ໄດ້​ເວົ້າ​ກັບ​ຂ້ອຍ​ມື້​ຄືນ​ນີ້ ຕອນ​ທີ່​ຂ້ອຍ​ກຳ​ລັງ​ເອົາ​ລາວ​ເຂົ້າ​ນອນ​ວ່າ, ‘ປີ​ໜ້າ, ລູກ​ຈະ​ບໍ່​ສຸມ​ໃຈ​ໃສ່​ຂອງ​ຂວັນ​ຫລາຍ, ແຕ່​ລູກ​ຈະ​ສຸມ​ໃຈ​ໃສ່​ສິ່ງ​ທີ່​ລູກ​ຈະ​ເອົາ​ໃຫ້​ພຣະ​ເຢ​ຊູ.’ ຂ້ອຍ​ໄດ້​ຖາມ​ລາວ​ວ່າ ລາວ​ໄປ​ເອົາ​ແນວ​ຄິດ​ນີ້​ມາ​ແຕ່​ໃສ, ແລະ ລາວ​ໄດ້​ບອກ​ຂ້ອຍ​ວ່າ ເອົາ​ມາ​ຈາກ​ຄູ​ສອນ​ຊັ້ນ​ປະ​ຖົມ​ໄວ​ຂອງ​ລາວ. ຊົມ​ເຊີຍ​ຊັ້ນ​ປະ​ຖົມ​ໄວ!”11

ແມ່ນ​ແລ້ວ. ຊົມ​ເຊີຍ​ຊັ້ນ​ປະ​ຖົມ​ໄວ. ບັດ​ນີ້, 14 ປີ​ຕໍ່​ມາ, ແອນ​ດຣູ​ກຳ​ລັງ​ຮັບ​ໃຊ້​ເຜີຍ​ແຜ່ ແລະ ກຳ​ລັງ​ໃຊ້​ເວ​ລາ​ໃນ​ຊ່ວງ​ເທດ​ສະ​ການ​ຄຣິດ​ສະ​ມາດ​ນີ້​ໃນ​ການ​ມອບ​ຂ່າວ​ສານ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃຫ້​ກັບ​ຄົນ​ອື່ນ. ເມື່ອ​ບໍ່​ດົນ​ມາ​ນີ້ ລາວ​ໄດ້​ຂຽນ​ວ່າ “ພຣະ​ເຢ​ຊູ​ໄດ້​ປະ​ທານ​ທຸກ​ສິ່ງ​ໃຫ້​ເຮົາ … [ແລະ] ຈະ​ຮັບ​ເອົາ​ບາບ​ທັງ​ໝົດ​ຂອງ​ເຮົາ. ນັ້ນ​ຄື​ເຫດ​ຜົນ​ທີ່​ຂ້ອຍ​ໄດ້​ມາ​ເຜີຍ​ແຜ່​ຢູ່​ທີ່​ນີ້.”12

ເທດ​ສະ​ການ​ຄຣິດ​ສະ​ມາດ ແມ່ນ​ຊ່ວງ​ເວ​ລາ​ທີ່​ພິ​ເສດ ທີ່​ຈະ​ຄິດ​ເຖິງ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ທີ່​ຈະ​ໃຫ້. ເຮົາ​ອາດ​ສາ​ມາດ​ຊ່ວຍ​ໃຫ້​ຄົນ​ອື່ນ​ສຳ​ຜັດ​ເຖິງ “ຄວາມ​ຕື່ນ​ເຕັ້ນ​ແຫ່ງ​ຄວາມ​ຫວັງ”13 ອັນ​ເປັນ​ຜົນ​ຈາກ​ການ​ມາ​ຮູ້​ຈັກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຖວາຍ​ໃຈ​ຂອງ​ເຮົາ​ໃຫ້​ແກ່​ພຣະ​ອົງ.

ລູກ​ສາວ​ຂອງ​ພວກ​ເຮົາ ອາ​ລິ​ສາ ໄດ້​ເສຍ​ຊີ​ວິດ​ໄປ​ຍ້ອນ​ມະ​ເລັງ ເມື່ອ​ຫລາຍ​ປີ​ກ່ອນ, ແລະ ຂ້າ​ພະ​ເຈົ້າ​ມັກ​ມຸມ​ມອງ​ຂອງ​ນາງ​ກ່ຽວ​ກັບ​ຄຣິດ​ສະ​ມາດ, ແມ່ນ​ແຕ່​ຂະ​ນະ​ທີ່​ນາງ​ປະ​ເຊີນ​ກັບ​ລາງ​ສຸ​ຂະ​ພາບ​ທີ່​ໂຫດ​ຮ້າຍ. ປີ​ໜຶ່ງ ນາງ​ໄດ້​ຂຽນ​ວ່າ:

“ຂ້ອຍ​ໄດ້​ຮັບ​ເຊີ​ໄພ້​ສຳ​ລັບ​ຄຣິດ​ສະ​ມາດ. ເປັນ​ເຊີ​ໄພ້​ທີ່ ໃຫຍ່ ອັນ​ໜຶ່ງ. … ຂ້ອຍ​ໄດ້​ຮັບ​ອີ​ເມວ​ກ່ອນ​ຄຣິດ​ສະ​ມາດ​ຈາກ​ພະ​ຍາ​ບານ​ທີ່​ຫ້ອງ​ການ​ເນື້ອ​ງອກ​ວິ​ທະ​ຍາ. ເພິ່ນ​ເວົ້າ​ວ່າ, ‘ສຸກ​ສັນ​ວັນ​ຄຣິດ​ສະ​ມາດ—ເນື້ອ​ງອກ​ຂອງ​ເຈົ້າ​ໄດ້​ຮັບ​ຜົນ​ກວດ​ເປັນ​ບວກ​ສຳ​ລັບ​ການ​ກາຍ​ພັນ [ທາງ​ພັນ​ທຸ​ກຳ​ທີ່​ສະ​ເພາະ​ເຈາະ​ຈົງ].’ … ນັ້ນ​ໝາຍ​ຄວາມ​ວ່າ​ຫຍັງ​ສຳ​ລັບ​ຂ້ອຍ? ເຂົາ​ເຈົ້າ​ໄດ້​ອະ​ນຸ​ມັດ … ຢາ … ທີ່​ແຊກ​ແຊງ​ເສັ້ນ​ທາງ​ການ​ສົ່ງ​ສັນ​ຍານ​ຂອງ​ຈຸ​ລັງ​ມະ​ເລັງ [ສຳ​ລັບ​ຜູ້​ທີ່​ມີ​ການ​ກາຍ​ພັນ​ນັ້ນ]. ມັນ​ບໍ່​ແມ່ນ​ການ​ຮັກ​ສາ, ແຕ່​ແມ່ນ​ຢາ​ອັດ​ສະ​ຈັນ​ທີ່​ສາ​ມາດ​ຫົດ​ຕົວ … ເນື້ອ​ງອກ ໄດ້​ຢ່າງ​ວ່ອງ​ໄວ. … ໜ້າ​ເສຍ​ດາຍ​ທີ່​ໃນ​ທີ່​ສຸດ ຮ່າງ​ກາຍ​ກໍ​ພົບ​ທາງ​ກັບ​ຄືນ​ຈົນ​ໄດ້, ແລະ ມະ​ເລັງ​ກໍ​ກັບ​ຄືນ​ມາ. … ແຕ່​ຂ້ອຍ​ຮູ້​ສຶກ​ຄື​ກັບ​ວ່າ ມີ​ຄົນ​ຍື່ນ​ຊີ​ວິດ​ໃຫ້​ຂ້ອຍ​ຕື່ມ​ຫລາຍ​ເດືອນ. ແລະ ນັ້ນ​ອາດ​ເປັນ​ສິ່ງ​ໃດ? … ລະ​ດູ​ຮ້ອນ​ໜຶ່ງ​ຕື່ມ? ຊ່ວງ​ເທດ​ສະ​ການ​ວັນ​ຢຸດ​ອື່ນ​ອີກ​ກັບ​ລູກໆ​ຂອງ​ຂ້ອຍ? ຂ້ອຍ​ໄດ້​ຮ້ອງ​ໄຫ້​ເມື່ອ​ຂ້ອຍ​ເປີດ​ອີ​ເມວ ແລະ ໄດ້​ຂອບ​ຄຸນ​ພຣະ​ເຈົ້າ​ສຳ​ລັບ​ເຊີ​ໄພ້​ທີ່​ດີ​ທີ່​ສຸດ​ທີ່​ຂ້ອຍ​ເຄີຍ​ໄດ້​ຮັບ.”14

ອາ​ລິ​ສາ​ໄດ້​ຮັບ​ເວ​ລາ​ທີ່​ມີ​ຄ່າ​ຕື່ມ​ກັບ​ຄອບ​ຄົວ​ຂອງ​ນາງ. ນາງ​ໄດ້​ແບ່ງ​ປັນ​ປະ​ສົບ​ການ​ທີ່​ຄອບ​ຄົວ​ຂອງ​ພວກ​ເຂົາ​ໄດ້​ມີ ຂະ​ນະ​ທີ່​ມອບ​ຂອງ​ຂວັນ​ຄຣິດ​ສະ​ມາດ​ທີ່​ບໍ່​ປະ​ສົງ​ອອກ​ນາມ​ໃຫ້​ກັບ​ເພື່ອນ​ບ້ານ​ຄົນ​ໜຶ່ງ. ມັນ​ສະ​ແດງ​ໃຫ້​ເຫັນ​ວ່າ ທຸກໆ​ລາຍ​ລະ​ອຽດ​ຂອງ​ການ​ໃຫ້​ຂອງ​ຂວັນ​ຂອງ​ເຮົາ ອາດ​ບໍ່​ສົມ​ບູນ​ແບບ​ສະ​ເໝີ​ໄປ. ນາງ​ໄດ້​ຂຽນ​ວ່າ:

“ພວກ​ເຮົາ​ໄດ້​ວາງ​ຂອງ​ຂວັນ … ລັບ​ໄວ້ ມື້​ຄືນ​ກ່ອນ. ພວກ​ເດັກ​ນ້ອຍ​ໄດ້​ວາງ​ແຜນ​ການ​ຫລົບ​ໜີ ແລະ ບ່ອນ​ລີ້​ທີ່​ດີ​ທີ່​ສຸດ.

“‘ແຕ່​ຖ້າ​ຫາກ​ເຂົາ​ເຈົ້າ​ເຫັນ​ພວກ​ເຮົາ …’ ແຊມ​ໄດ້​ເວົ້າ​ຢ່າງ​ຈິງ​ຈັງ, ແລະ ອີກ​ສອງ​ຄົນ​ກໍ​ໂນ້ມ​ຕົວ​ເຂົ້າ​ຢ່າງ​ກັງ​ວົນ​ໃຈ. ‘ພວກ​ເຮົາ​ຄວນ​ຈະ​ມີ​ກ້ອນ​ຫິ​ມະ​ຢູ່​ໃນ​ມື​ຂອງ​ພວກ​ເຮົາ.’

“ເຈມສ໌​ເຂົ້າ​ໃຈ​ແລ້ວ. ‘ໂອ​ເຄ, ໄດ້. ເພື່ອ​ໃຫ້​ມັນ​ຖືກ​ປະ​ຕູ​ເພື່ອ​ປິດ​ມັນ​ແມ່່ນ​ບໍ່?’

“‘ບໍ່,’ [ແຊມ​ຕອບ], ‘ພວກ​ເຮົາ​ຈະ​ໃຫ້​ມັນ​ຖືກ​ໜ້າ​ເຂົາ​ເຈົ້າ.’”15

ອາ​ລິ​ສາ​ໄດ້​ແບ່ງ​ປັນ​ການ​ແລກ​ປ່ຽນ​ທີ່​ອ່ອນ​ໂຍນ​ຍິ່ງ​ກວ່າ​ກັບ​ລູກ​ຊາຍ​ຫລ້າ​ຂອງ​ນາງ, ລຸກ, ຜູ້​ທີ່​ອາ​ຍຸ​ພຽງ​ແຕ່​ຫົກ​ປີ​ໃນ​ຕອນ​ນັ້ນ. ນາງ​ໄດ້​ຂຽນ​ວ່າ:

“ຄືນ​ນີ້ ຂະ​ນະ​ທີ່​ພວກ​ເຮົາ​ກຳ​ລັງ​ນອນ​ຢູ່​ຕຽງ​ຂອງ​ລາວ​ທີ່​ສ່ອງ​ແສງ​ດ້ວຍ​ໄຟ​ແສງ​ສີ​ເປັນ​ແຖວ​ຢູ່​ເທິງ​ປ່ອງ​ຢ້ຽມ​ຂອງ​ລາວ, ຂ້ອຍ​ໄດ້​ຖາມ​ລາວ​ວ່າ … , ‘ເອົາ​ລະ, ລູກ​ຢາກ​ຂໍ … ຫຍັງ?’

“‘ອໍ, ລູກ​ຄິດ​ບາງ​ຢ່າງ​ອອກ​ແລ້ວ.’

“‘ໂອ້?’

“‘ມັນ​ສາ​ມາດ​ຖືກ​ໃຊ້​ໄດ້​ທຸກໆ​ລະ​ດູ​ການ.’

“‘ໂອ້?’

“ການ​ຢຸດ​ຊົ່ວ​ຄາວ​ທີ່​ໜ້າ​ຕື່ນ​ຕາ. ‘ອ້ອມ​ກອດ ແລະ ຈູບ​ຈາກ​ແມ່.’

“ນັ້ນ​ສົມ​ຄວນ​ໄດ້​ຮັບ 100 ຈູບ​ນ້ອຍໆ ແລະ ອ້ອມ​ກອດ​ໝີ​ໃຫຍ່ໆ​ຄາ​ທີ່. ‘ລຸກ ຄົນ​ໂງ່​ເອີຍ, ລູກ​ສາ​ມາດ​ຮັບ​ສິ່ງ​ນັ້ນ​ໄດ້​ຕະ​ຫລອດ​ເວ​ລາ!’

“ແຕ່​ຂະ​ນະ​ທີ່​ຂ້ອຍ​ຍ່າງ​ອອກ​ຈາກ​ປະ​ຕູ​ໄປ ຫົວ​ໃຈ​ຂອງ​ຂ້ອຍ​ກໍ​ຊຸດ​ລົງ​ໜ້ອຍ​ໜຶ່ງ. ຂ້ອຍ​ເດົາ​ວ່າ ມັນ​ອາດ​ຈະ​ບໍ່​ແມ່ນ​ຄວາມ​ຈິງ​ສະ​ເໝີ​ໄປ. ຂ້ອຍ​ຮູ້​ສຶກ​ກະ​ຕັນ​ຍູ​ຫລາຍ​ທີ່​ປີ​ນີ້ ລາວ​ສາ​ມາດ​ມີ​ສິ່ງ​ນັ້ນ ແລະ ຂອງ​ຂວັນ​ເຊັ່ນ​ກັນ.”16

ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປະ​ທັບ​ໃຈ​ເປັນ​ພິ​ເສດ​ກັບ​ຄວາມ​ຄິດ​ຂອງ​ອາ​ລິ​ສາ​ກ່ຽວ​ກັບ​ຄວາມ​ຫວັງ​ກ່ຽວ​ກັບ​ຄຣິດ​ສະ​ມາດ. ນາງ​ໄດ້​ຂຽນ​ວ່າ:

“ຂ້ອຍ​ຮູ້​ສຶກ​ຕຶງ​ໃຈ​ກັບ​ຄວາມ​ຫວັງ​ໃນ​ເທດ​ສະ​ການ​ນີ້. ຂະ​ນະ​ທີ່​ຂ້ອຍ​ຄິດ​ກ່ຽວ​ກັບ​ການ​ອັດ​ສະ​ຈັນ​ຂອງ​ພຣະ​ຄຣິດ ແລະ ຂອງ​ຂວັນ​ຫລາຍໆ​ຢ່າງ​ຂອງ​ພຣະ​ເຈົ້າ, ຂ້ອຍ​ຮູ້​ສຶກ​ເຖິງ​ຄວາມ​ຫວັງ​ສຳ​ລັບ​ທຸກ​ຢ່າງ ແລະ ທຸກ​ຄົນ. ມັນ​ບໍ່​ຈຳ​ເປັນ​ຕ້ອງ​ເປັນ​ຄວາມ​ຫວັງ​ຊະ​ນິດ​ທີ່​ວ່າ ທຸກ​ຢ່າງ​ຈະ​ສົມ​ບູນ​ແບບ, ແຕ່​ແມ່ນ​ວ່າ ທຸກ​ຢ່າງ​ຈະ​ເປັນ​ໄປ​ດ້ວຍ​ດີ, ແລະ ໃນ​ທີ່​ສຸດ ຄວາມ​ດີ​ຈະ​ມີ​ໄຊ. ໃນ​ຊີ​ວິດ​ຂອງ​ເຮົາ​ທຸກ​ຄົນ. ຂ້ອຍ​ບໍ່​ຄິດ​ວ່າ ມັນ​ສາຍ​ເກີນ​ໄປ​ສຳ​ລັບ​ການ​ອັດ​ສະ​ຈັນ, ສຳ​ລັບ​ການ​ປ່ຽນ​ແປງ, ສຳ​ລັບ​ສັນ​ຕິ​ສຸກ. ຂ້ອຍ​ເຊື່ອ​ສິ່ງ​ນັ້ນ​ແທ້ໆ ເລິກ​ລົງ​ໄປ​ທາງ​ໃນ ແລະ ທົ່ວ​ທັງ​ໝົດ. ຂ້ອຍ​ຍອມ​ຮັບ​ວ່າ ມັນ​ເບິ່ງ​ຄື​ວ່າ​ງ່າຍ​ກວ່າ​ທີ່​ຈະ​ຮູ້​ສຶກ​ເຖິງ​ຄວາມ​ຫວັງ​ນີ້​ສຳ​ລັບ​ຄົນ​ອື່ນ, ແຕ່​ຍາກ​ກວ່າ​ທີ່​ຈະ​ນຳ​ມັນ​ມາ​ໃຊ້​ກັບ​ໂຕ​ເອງ. ແຕ່​ຂ້ອຍ​ກຳ​ລັງ​ຮຽນ​ຮູ້. ‘ເຊື່ອ​ໃນ​ທຸກ​ສິ່ງ, ຫວັງ​ໃນ​ທຸກ​ສິ່ງ, ອົດ​ທົນ​ຕໍ່​ທຸກ​ສິ່ງ.’ ລຽບ​ງ່າຍ. ງົດ​ງາມ.”

ເມື່ອ​ເວົ້າ​ເຖິງ​ລູກ​ຊາຍ​ຂອງ​ນາງ​ແລ້ວ, ນາງ​ໄດ້​ເວົ້າ​ຕື່ມ​ວ່າ, “ໃນ​ວັນ​ຄຣິດ​ສະ​ມາດ ອີບ ເຈມສ໌​ໄດ້​ຫລິ້ນ [ເພງ​ຄຣິດ​ສະ​ມາດ​ໃຫ້​ຂ້ອຍ​ຟັງ ແລະ ຂ້ອຍ] ມັກ​ຂໍ້​ຄວາມ​ໃນ​ເພງ​ນີ້​ວ່າ:

ຊາວ​ຄຣິດ​ສະ​ຕຽນ​ທີ່​ດີ​ເອີຍ, ຈົ່ງ​ປິ​ຕິ​ຍິນ​ດີ

ດ້ວຍ​ຫົວ​ໃຈ, ແລະ ຈິດ​ວິນ​ຍານ, ແລະ ສຽງ;

ບັດ​ນີ້ ເຈົ້າ​ບໍ່​ຕ້ອງ​ຢ້ານ​ຂຸມ​ຝັງ​ສົບ:

ສັນ​ຕິ​ສຸກ! ສັນ​ຕິ​ສຸກ!

ພຣະ​ເຢ​ຊູ​ຄຣິດ​ໄດ້​ມາ​ກຳ​ເນີດ​ເພື່ອ​ຊ່ວຍ​ໃຫ້​ລອດ!

ເອີ້ນ​ເຈົ້າ​ຄົນ​ໜຶ່ງ, ແລະ ເອີ້ນ​ເຈົ້າ​ທຸກ​ຄົນ,

ໃຫ້​ມາ​ຮັບ​ຫ້ອງ​ໂຖງ​ອັນ​ເປັນ​ນິດ:

ພຣະ​ຄຣິດ​ໄດ້​ມາ​ກຳ​ເນີດ​ເພື່ອ​ຊ່ວຍ​ໃຫ້​ລອດ!

ພຣະ​ຄຣິດ​ໄດ້​ມາ​ກຳ​ເນີດ​ເພື່ອ​ຊ່ວຍ​ໃຫ້​ລອດ!”17

ພຣະ​ອົງ​ໄດ້​ມາ​ກຳ​ເນີດ​ເພື່ອ​ຊ່ວຍ​ໃຫ້​ລອດ. ເພື່ອ​ຊ່ວຍ​ທ່ານ ແລະ ເພື່ອ​ຊ່ວຍ​ຂ້າ​ພະ​ເຈົ້າ​ໃຫ້​ລອດ. ຊ່າງ​ເປັນ​ຂອງ​ຂວັນ​ທີ່​ບໍ່​ສາ​ມາດ​ປຽບ​ທຽບ​ໄດ້ ທີ່​ສາ​ມາດ​ຖືກ​ມອບ​ໃຫ້​ໂດຍ​ພຣະ​ອົງ​ເທົ່າ​ນັ້ນ. ບໍ່​ວ່າ​ສະ​ພາບ​ການ​ປະ​ຈຸ​ບັນ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ຂໍ​ໃຫ້​ເຮົາ​ສຳ​ຜັດ​ເຖິງ​ຂອງ​ຂວັນ​ຂອງ​ພຣະ​ອົງ​ໃນ​ຊີ​ວິດ​ຂອງ​ເຮົາ​ຢ່າງ​ເຕັມ​ທີ່ ໃນ​ຊ່ວງ​ເທດ​ສະ​ການ​ຄຣິດ​ສະ​ມາດ​ນີ້.

ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ ໂຢ​ຮັນ 3:16–17.

  2. ເອ​ຊາ​ຢາ 9:6

  3. 1 ໂກ​ຣິນ​ໂທ 2:9.

  4. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:23.

  5. ເບິ່ງ ໂມ​ເຊ 5:6–8; 6:52, 59–62.

  6. ເບິ່ງ ເອ​ຊາ​ຢາ 7:14; 9:6; 1 ນີ​ໄຟ 11:14–21.

  7. ລູ​ກາ 2:32.

  8. ເບິ່ງ ລູ​ກາ 2:38.

  9. ລູ​ກາ 2:10.

  10. ເບິ່ງ ໂຢ​ຮັນ 8:12.

  11. ການ​ຕິດ​ຕໍ່​ສ່ວນ​ຕົວ​ຈາກ ຊອນ​ຢາ ບລອດ​ເຈັດ, ວັນ​ທີ 27 ເດືອນ​ທັນ​ວາ, 2009.

  12. ການ​ຕິດ​ຕໍ່​ສ່ວນ​ຕົວ​ຈາກ ແອນ​ດຣູ ບລອດ​ເຈັດ, ວັນ​ທີ 16 ເດືອນ​ຕຸ​ລາ, 2023.

  13. ຈອນ ຊໍ​ລິ​ແວນ ໄດວ້, “O Holy Night,” ປະ​ພັນ​ໂດຍ ອາ​ໂດລຟ໌ ອາ​ດາມ.

  14. ການ​ຕິດ​ຕໍ່​ສ່ວນ​ຕົວ​ຈາກ ອາ​ລິ​ສາ ລິນ​ຕັນ, ວັນ​ທີ 27 ເດືອນ​ທັນ​ວາ, 2011.

  15. ການ​ຕິດ​ຕໍ່​ສ່ວນ​ຕົວ​ຈາກ ອາ​ລິ​ສາ ລິນ​ຕັນ, ວັນ​ທີ 16 ເດືອນ​ທັນ​ວາ, 2011.

  16. ການ​ຕິດ​ຕໍ່​ສ່ວນ​ຕົວ​ຈາກ ອາ​ລິ​ສາ ລິນ​ຕັນ, ວັນ​ທີ 16 ເດືອນ​ທັນ​ວາ, 2011.

  17. ການ​ຕິດ​ຕໍ່​ສ່ວນ​ຕົວ​ຈາກ ອາ​ລິ​ສາ ລິນ​ຕັນ, ວັນ​ທີ 27 ເດືອນ​ທັນ​ວາ, 2012.

ພິມ