ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ
“ຈົ່ງ​ມາ​ສັກ​ກາ​ລະ​ພຣະ​ອົງ”


“ຈົ່ງ​ມາ​ສັກ​ກາ​ລະ​ພຣະ​ອົງ”

ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ ປີ 2023

ວັນ​ອາ​ທິດ, ວັນ​ທີ 3 ເດືອນ​ທັນ​ວາ, 2023

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຊ່າງ​ມີ​ຄວາມ​ສຸກ​ຫລາຍ​ແທ້ໆ ທີ່​ໄດ້​ເລີ່ມ​ຕົ້ນ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ​ອີກ​ຄັ້ງ​ເມື່ອ​ເຮົາ​ລະ​ນຶກ​ເຖິງ​ການ​ກຳ​ເນີດ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ, ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ.

ນັ້ນ​ແມ່ນ​ເຫດ​ການ​ທີ່​ສັກ​ສິດ ທຸກໆ ຄັ້ງ​ທີ່​ເດັກ​ນ້ອຍ​ຄົນ​ໜຶ່ງ​ໄດ້​ເກີດ​ມາ. ຈົ່ງ​ເບິ່ງ​ປະ​ຕິ​ກິ​ລິ​ຍາ​ຂອງ​ເຫລນ​ຊາຍ​ຄົນ​ໜຶ່ງ​ຂອງ​ພວກ​ເຮົາ​ຂະ​ນະ​ທີ່​ລາວ​ໄດ້​ອູ້ມ​ແອ​ນ້ອຍ​ນ້ອງ​ຊາຍ​ຂອງ​ລາວ​ເປັນ​ຄັ້ງ​ທຳ​ອິດ.

[ວິ​ດີ​ໂອ]

ບໍ່​ເປັນ​ໜ້າ​ປະ​ຫລາດ​ໃຈ​ເລີຍ​ທີ່​ໃນ​ຄືນ​ອັນ​ສັກ​ສິດ​ທີ່​ສຸດ​ເມື່ອ​ຫລາຍ​ກວ່າ 2,000 ປີ​ຜ່ານ​ມາ ໃກ້​ກັບ​ເມືອງ​ນ້ອຍໆ​ຂອງ​ເບັດ​ເລ​ເຮັມ, ເຫລົ່າ​ທູດ​ສະ​ຫວັນ​ໄດ້​ຮ້ອງ​ເພງ​ດ້ວຍ​ຄວາມ​ຊື່ນ​ຊົມ! ທູດ​ອົງ​ໜຶ່ງ​ໄດ້​ສິດ​ສອນ​ພວກ​ຜູ້​ລ້ຽງ​ແກະ​ເຖິງ​ຄວາມ​ຈິງ​ອັນ​ງົດ​ງາມ​ນີ້​ວ່າ:

“ຈົ່ງ​ເບິ່ງ, ເຮົາ​ນຳ​ຂ່າວ​ດີ​ມາ​ບອກ​ໃຫ້​ພວກ​ເຈົ້າ​ຮູ້, ເປັນ​ຂ່າວ​ທີ່​ນຳ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ອັນ​ໃຫຍ່ ມາ​ສູ່​ປະ​ຊາ​ຊົນ​ທັງ​ໝົດ.

“ເພາະ​ວ່າ​ໃນ​ວັນ​ນີ້ [ພຣະ​ຜູ້​ຊ່ວຍ​ໃຫ້​ລອດ] ອົງ​ໜຶ່ງ ຄື​ພຣະ​ຄຣິດ ໄດ້​ມາ​ບັງ​ເກີດ​ຢູ່​ໃນ​ເມືອງ​ຂອງ​ດາ​ວິດ ສຳ​ລັບ​ເຈົ້າ​ທັງ​ຫລາຍ.”1

ແລະ ບັດ​ນີ້, ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, “ຈົ່ງ​ມາ​ສັກ​ກາ​ລະ​ພຣະ​ອົງ.”2

ເຊັ່ນ​ດຽວ​ກັນ​ກັບ​ຫລາຍໆ​ທ່ານ, ບຸນ​ຄຣິດ​ສະ​ມາດ​ໄດ້​ມີ​ການ​ປ່ຽນ​ແປງ​ສຳ​ລັບ​ຂ້າ​ພະ​ເຈົ້າ​ຕະ​ຫລອດ​ຫລາຍ​ປີ​ທີ່​ຜ່ານ​ມາ. ຄວາມ​ຊົງ​ຈຳ​ໃນ​ໄວ​ເດັກ​ຂອງ​ຂ້າ​ພະ​ເຈົ້າ​ຖືກ​ຝັງ​ຢູ່​ຜ້າ​ສາກ​ເບື້ອງ​ຫລັງ​ຂອງ​ພາ​ວະ​ເສດ​ຖະ​ກິດ​ຕົກ​ຕ່ຳ​ໃນ​ຊ່ວງ​ຊຸມ​ປີ 1930. ເງິນ​ກໍ​ຫາ​ຍາກ. ຂອງ​ຂວັນ​ກໍ​ເລີຍ​ມີ​ຄຸນ​ຄ່າ​ເປັນ​ພິ​ເສດ.

ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ໃຫ້​ບຸນ​ຄຣິດ​ສະ​ມາດ​ເປັນ​ສິ່ງ​ອັດ​ສະ​ຈັນ​ສຳ​ລັບ​ຂ້າ​ພະ​ເຈົ້າ ແລະ ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ. ໃນ​ແຕ່​ລະ​ປີ​ພວກ​ເຮົາ​ກໍ​ໄດ້​ກາຍ​ເປັນ “ຕົວ​ແທນ​ແຊນ​ຕາ” ໃຫ້​ກັບ​ຄອບ​ຄົວ​ໜຶ່ງ. ພວກ​ເຮົາ​ໄດ້​ກະ​ກຽມ​ຂອງ​ຂວັນ​ທີ່​ເໝາະ​ສົມ ແລະ ເອົາ​ໄປ​ໃຫ້​ເຂົາ​ເຈົ້າ​ໃນ​ວັນ​ຄຣິດ​ສະ​ມາດ ອີບ. ຂະ​ນະ​ທີ່​ພວກ​ເຮົາ​ຂັບ​ລົດ​ອອກ​ຈາກ​ບ້ານ​ຂອງ​ເຂົາ​ເຈົ້າ​ໄປ, ການ​ໂບກ​ມື​ອຳ​ລາ ແລະ ໃບ​ໜ້າ​ທີ່​ຫລັ່ງ​ນ້ຳ​ຕາ​ຂອງ​ເຂົາ​ເຈົ້າ​ໄດ້​ນຳ​ຄວາມ​ສຸກ​ທີ່​ແທ້​ຈິງ​ຂອງ​ການ​ໃຫ້​ມາ​ສູ່​ພວກ​ເຮົາ.

ຂ້າ​ພະ​ເຈົ້າ​ມັກ​ເພງ​ຄຣິດ​ສະ​ມາດ​ໃນ​ຕອນ​ນັ້ນ—ແລະ ຕອນ​ນີ້​ກໍ​ຍັງ​ມັກ​ຢູ່. ທຸກໆ​ປີ, ຊິດ​ສະ​ເຕີ​ແນວ​ສັນ ແລະ ຂ້າ​ພະ​ເຈົ້າ​ມັກ​ຈະ​ຟັງ​ເພງ ແລະ ຮ້ອງ​ເພງ​ນຳ​ກັນ ໃນ​ເພງ​ຂອງ​ທ່ານ​ແຮນ​ແດວ ຊື່​ວ່າ Messiah [ພຣະ​ເມ​ຊີ​ອາ]. ຂ້າ​ພະ​ເຈົ້າ​ມັກ​ຄວາມ​ໝາຍ​ໃນ​ພາ​ສາ​ເຮັບ​ເຣີ ຂອງ​ຄຳ​ວ່າ ອາ​ເລ​ລູ​ຢາ. ມັນ​ໝາຍ​ຄວາມ​ວ່າ “ສັນ​ເສີນ​ພຣະ​ເຈົ້າ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຢ​ໂຮ​ວາ.”3 ຖ້ອຍ​ຄຳ​ທີ່​ຮ້ອງ​ໃນ​ບົດ​ປະ​ພັນ​ນີ້​ບໍ່​ພຽງ​ແຕ່​ຖືກ​ຮ້ອງ​ໃຫ້​ເຂົ້າ​ກັບ​ການ​ກຳ​ເນີດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເທົ່າ​ນັ້ນ ແຕ່​ໃຊ້​ກັບ​ຍຸກ​ການ​ປົກ​ຄອງ​ໃນ​ຊ່ວງ​ພັນ​ປີ​ຂອງ​ພຣະ​ອົງ​ນຳ​ອີກ.

ເດັກ​ນ້ອຍ​ຜູ້​ໜຶ່ງ​ຈະ​ເກີດ​ມາ​ເພື່ອ​ພວກ​ເຮົາ,

ຈະ​ປະ​ທານ​ບຸດ​ຊາຍ​ຜູ້​ໜຶ່ງ​ໃຫ້​ແກ່​ພວກ​ເຮົາ:

ແລະ ພຣະ​ອົງ​ຈະ​ເປັນ​ຜູ້​ປົກ​ຄອງ​ພວກ​ເຮົາ:

ແລະ ພຣະ​ນາມ​ຂອງ​ພຣະ​ອົງ​ຈະ​ຖືກ​ເອີ້ນ​ວ່າ ຜູ້​ປະ​ເສີດ, ຜູ້​ປຶກ​ສາ,

ພຣະ​ເຈົ້າ​ຜູ້​ຊົງ​ລິດ​ທາ​ນຸ​ພາບ,

ພຣະ​ບິ​ດາ​ຜູ້​ເປັນ​ນິດ,

ອົງ​ສັນ​ຕິ​ລາດ.4

ມັນ​ເປັນ​ຊ່ວງ​ໄວ​ໜຸ່ມ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ຂ້າ​ພະ​ເຈົ້າ​ເລີ່ມ​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ອັນ​ເລິກ​ເຊິ່ງ​ເຖິງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ. ຂ້າ​ພະ​ເຈົ້າ​ຮູ້​ດ້ວຍ​ຕົວ​ເອງ​ວ່າ​ພຣະ​ເຢ​ຊູ​ຄຣິດ​ໄດ້​ກຳ​ເນີດ​ຈາກ​ນາງ​ມາ​ຣີ​ຍິງ​ພົມ​ມະ​ຈາ​ລີ, ຜູ້​ທີ່​ເປັນ “ພາ​ຊະ​ນະ​ທີ່​ປະ​ເສີດ ແລະ ຖືກ​ເລືອກ​ໄວ້​ແລ້ວ.”5 ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພຣະ​ອົງ ຄື ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ແທ້ໆ6 ແລະ ເປັນ​ຈຸດ​ສູນ​ກາງ​ໃນ​ປະ​ຫວັດ​ສາດ​ຂອງ​ມະ​ນຸດ​ຊາດ ທັງ​ໝົດ.

ໃຫ້​ຄິດ​ເບິ່ງ​ກ່ຽວ​ກັບ​ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ເຮົາ​ບໍ່​ສາ​ມາດ​ເຂົ້າ​ໃຈ​ໄດ້—ທັງ​ໝົດ​ແມ່ນ​ເປັນ​ໄປ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ​ຂອງ​ພຣະ​ອົງ! ພຣະ​ເຢ​ຊູ​ຊົງ​ເປັນ​ພຣະ​ເຈົ້າ​ຢູ່​ແລ້ວ​ໃນ​ຕອນ​ທີ່​ພຣະ​ອົງ​ໄດ້​ສະ​ເດັດ​ຈາກ​ສະ​ຫວັນ​ມາ​ສູ່​ໂລກ ເພື່ອ​ເຮັດ​ຄວາມ​ສຳ​ເລັດ​ທີ່​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ. ຄວາມ​ສຳ​ເລັດ​ນັ້ນ​ຄື​ການ​ຊ່ວຍ​ຊີ​ວິດ ແລະ ປ່ຽນ​ແປງ​ຊີ​ວິດ. ຄວາມ​ສຳ​ເລັດ​ທີ່​ບໍ່​ມີ​ໃຜ​ໃນ​ເຮົາ​ຈະ​ເຮັດ​ໄດ້​ດ້ວຍ​ຕົວ​ເຮົາ​ເອງ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ “[ໄດ້] ທົນ​ກັບ​ຄວາມ​ເຈັບ​ປວດ ແລະ ຄວາມ​ທຸກ​ທໍ​ລະ​ມານ ແລະ ຖືກ​ລໍ້​ລວງ​ໃນ​ທຸກ​ຮູບ​ແບບ”7 ເພື່ອ​ພຣະ​ອົງ​ຈະ​ຮູ້​ຈັກ “ຕາມ​ທາງ​ຂອງ​ເນື້ອ​ໜັງ​ວ່າ ຈະ​ຊ່ວຍ​ເຫລືອ [ເຮົາ] ຕາມ​ຄວາມ​ບົກ​ພ່ອງ​ຂອງ [ເຮົາ] ໄດ້​ແນວ​ໃດ.”8

ໃນ​ຊ່ວງ​ສອງ​ສາມ​ເດືອນ​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ຫລາຍ​ຂຶ້ນ​ກ່ຽວ​ກັບ​ຄວາມ​ເຈັບ​ປວດ ແລະ ອິດ​ທິ​ພົນ​ຂອງ​ການ​ຫລໍ່​ຫລອມ​ຂອງ​ມັນ. ຫົວ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຫຍັບ​ອອກ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ຈິນ​ຕະ​ນາ​ການ​ເຖິງ​ຂອບ​ເຂດ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ອົງ. ຈິດ​ໃຈ​ມະ​ຕະ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ບໍ່​ສາ​ມາດ​ເຂົ້າ​ໃຈ​ໄດ້​ເລີຍ​ວ່າ​ພຣະ​ອົງ​ຊົງ​ຮັບ​ເອົາ​ຄວາມ​ເຈັບ​ປວດ ທັງ​ໝົດ, ຄວາມ​ຜິດ​ບາບ ທັງ​ໝົດ, ຄວາມ​ທໍ​ລະ​ມານ ທັງ​ໝົດ, ແລະ ຄວາມ​ທຸກ ທັງ​ໝົດ ຂອງ ທຸກ​ຄົນ ທີ່​ເຄີຍ​ມີ​ຊີ​ວິດ​ຢູ່ ມາ​ໄວ້​ກັບ​ພຣະ​ອົງ​ໄດ້​ແນວ​ໃດ!

ໃນ​ການ​ກະ​ທຳ​ແຫ່ງ​ຄວາມ​ເມດ​ຕາ​ອັນ​ສຸດ​ຂີດ​ທີ່​ຂັດ​ກັບ​ຄວາມ​ເຂົ້າ​ໃຈ ຫລື ການ​ອະ​ທິ​ບາຍ​ຂອງ​ມະ​ນຸດ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ພຣະ​ອົງ​ເອງ​ໄດ້​ຍອມ​ຈຳ​ນົນ​ຕໍ່​ຄວາມ​ເຈັບ​ປວດ​ທາງ​ວິນ​ຍານ ແລະ ທາງ​ຮ່າງ​ກາຍ​ທີ່​ບໍ່​ມີ​ຫຍັງ​ທຽບ​ໄດ້.

ເຮົາ​ເຄົາ​ລົບ​ກຸມ​ມານ​ນ້ອຍ​ແຫ່ງ​ເບັດ​ເລ​ເຮັມ​ຢ່າງ​ແນ່​ແທ້ ເນື່ອງ​ຈາກ​ວ່າ​ຕໍ່​ມາ​ພຣະ​ອົງ​ໄດ້​ຖວາຍ​ການ​ເສຍ​ສະ​ລະ​ທີ່​ບໍ່​ສາ​ມາດ​ເຂົ້າ​ໃຈ​ໄດ້ ແລະ ບໍ່​ມີ​ຂອບ​ເຂດ ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ ແລະ ຢູ່​ເທິງ​ໄມ້​ກາງ​ແຂນ​ທີ່​ພູ​ກະ​ໂຫລກ​ຫົວ. ການ​ຖວາຍ​ນີ້​ໄດ້​ໄຖ່​ເຮົາ​ແຕ່​ລະ​ຄົນ​ເມື່ອ​ເຮົາ​ເລືອກ​ທີ່​ຈະ​ກັບ​ໃຈ ແລະ ຕິດ​ຕາມ​ພຣະ​ອົງ. ຈາກ​ນັ້ນ, ດັ່ງ​ທີ່​ພຣະ​ອົງ​ໄດ້​ປະ​ຕິ​ບັດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ຢ່າງ​ດີ​ເດັ່ນ, ພຣະ​ອົງ​ຊົງ​ລຸກ​ຂຶ້ນ​ຈາກ​ອຸບ​ມຸງ​ໃນ​ມື້​ທີ​ສາມ, ໂດຍ​ປະ​ທານ​ພອນ​ແຫ່ງ​ການ​ຟື້ນ​ຄືນ​ຊີ​ວິດ​ຫລັງ​ຄວາມ​ຕາຍ​ຢ່າງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃຫ້​ກັບ​ເຮົາ​ແຕ່​ລະ​ຄົນ.

ໃນ​ຊ່ວງ​ເທດ​ສະ​ການ​ນີ້, ເຮົາ​ມັກ​ຈະ​ຮ້ອງ​ເພງ ຫລື ກ່າວ​ຢ່າງ​ມີ​ຄວາມ​ສຸກ​ວ່າ, “ສຸກ​ສັນ​ວັນ​ຄຣິດ​ສະ​ມາດ.” ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຄວາມ​ປາດ​ຖະ​ໜາ​ຈາກ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ມີ​ຕໍ່​ທ່ານ​ແຕ່​ລະ​ຄົນ​ໃນ​ຄ່ຳ​ຄືນ​ນີ້​ມີ​ຫລາຍ​ອົງ​ປະ​ກອບ. ແທ້​ຈິງ​ແລ້ວ, ມັນ​ບໍ່​ແມ່ນ​ຄວາມ ປາດ​ຖະ​ໜາ ຂອງ​ຂ້າ​ພະ​ເຈົ້າ​ສຳ​ລັບ​ທ່ານ; ແຕ່​ມັນ​ຄື ຄຳ​ອະ​ທິ​ຖານ ຂອງ​ຂ້າ​ພະ​ເຈົ້າ​ສຳ​ລັບ​ທ່ານ ໃນ​ເວ​ລາ​ທີ່​ສັກ​ສິດ​ຂອງ​ບຸນ​ຄຣິດ​ສະ​ມາດ​ນີ້.

ກ່ອນ​ອື່ນ, ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ​ທ່ານ​ຈະ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ອັນ​ເລິກ​ເຊິ່ງ ແລະ ເປັນ​ນິ​ລັນ​ດອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ທີ່​ມີ​ຕໍ່​ທ່ານ​ເປັນ​ການ​ສ່ວນ​ຕົວ. ພຣະ​ເຢ​ຊູ​ຄຣິດ​ໄດ້​ຮູ້​ຈັກ​ກັບ​ທ່ານ​ຕັ້ງ​ແຕ່​ພົມ​ມະ​ຈັກ​ກ່ອນ​ເກີດ. ພຣະ​ອົງ​ຮູ້​ຈັກ ແລະ ເຫັນ​ທ່ານ​ຢູ່ ປະ​ຈຸ​ບັນ​ນີ້. ພຣະ​ອົງ​ເຫັນ​ຄວາມ​ສຸກ ແລະ ຄວາມ​ໂສກ​ເສົ້າ​ຂອງ​ທ່ານ. ພຣະ​ອົງ​ໄດ້​ປະ​ສົບ​ກັບ​ມັນ​ທັງ​ໝົດ​ມາ​ກ່ອນ​ແລ້ວ.

ພຣະ​ອົງ​ມີ​ຄວາມ​ເມດ​ຕາ​ຢ່າງ​ສົມ​ບູນ​ຕໍ່​ການ​ດີ້ນ​ລົນ​ຂອງ​ທ່ານ ແລະ ປິ​ຕິ​ຍິນ​ດີ​ທຸກ​ຄັ້ງ​ທີ່​ທ່ານ​ມຸ້ງ​ໜ້າ​ຕໍ່​ໄປ​ໃນ​ຄວາມ​ຊອບ​ທຳ, ໃນ​ຊ່ວງ​ເວ​ລາ​ທີ່​ດີ ແລະ ບໍ່​ດີ.

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ​ທ່ານ​ຈະ​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ສ່ວນ​ຕົວ​ດ້ວຍ​ຕົວ​ເອງ​ວ່າ​ພຣະ​ເຢ​ຊູ ຄື ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ວ່າ​ພຣະ​ອົງ​ເຕັມ​ໄປ​ດ້ວຍ​ອຳ​ນາດ​ຂອງ​ພຣະ​ເຈົ້າ, ແລະ ເນື່ອງ​ຈາກ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ, ທ່ານ​ຈຶ່ງ​ບໍ່​ຈຳ​ເປັນ​ຕ້ອງ​ຮູ້​ສຶກ​ວ່າ ທ່ານ​ຈະ​ຕ້ອງ ປະ​ເຊີນ​ໜ້າ ກັບ​ຄວາມ​ທ້າ​ທາຍ​ທີ່​ຍາກ​ລຳ​ບາກ​ໃນ​ຊີ​ວິດ​ຕາມ​ລຳ​ພັງ. ຂະ​ນະ​ທີ່​ທ່ານ​ໝັ່ນ​ຂໍ, ໝັ່ນ​ຊອກ, ແລະ ໝັ່ນ​ເຄາະ​ຢ່າງ​ຈິງ​ໃຈ,9 ທ່ານ​ຈະ​ສາ​ມາດ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ອົງ​ໄດ້​ຢ່າງ​ບໍ່​ຢຸດ​ຢັ້ງ ເພື່ອ​ຊ່ວຍ​ເຫລືອ​ທ່ານ, ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ທ່ານ, ແລະ ປິ່ນ​ປົວ​ທ່ານ.10

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ​ທ່ານ​ຈະ​ໃຊ້​ປະ​ໂຫຍດ​ຈາກ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢ່າງ​ເຕັມ​ທີ່​ໂດຍ​ການ​ກັບ​ໃຈ​ໃນ​ທຸກ​ວັນ, ເຮັດ​ໃຫ້​ຊີ​ວິດ​ຂອງ​ທ່ານ​ບໍ​ລິ​ສຸດ​ຫລາຍ​ຂຶ້ນ, ແລະ ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກ​ສະ​ຫວັນ​ໃນ​ທຸກ​ສິ່ງ​ທີ່​ທ່ານ​ເຮັດ. ໃນ​ອີກ​ຄຳ​ໜຶ່ງ, ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ຂໍ​ໃຫ້​ທ່ານ​ປະ​ສົບ​ກັບ​ຄວາມ​ສຸກ​ໃນ​ການ​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ​ຕະ​ຫລອດ​ເວ​ລາ.

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ເຊັ່ນ​ກັນ​ວ່າ​ທ່ານ​ຈະ​ໃຊ້​ຊ່ວງ​ເວ​ລາ​ຂອງ​ເທດ​ສະ​ການ​ວັນ​ພັກ​ນີ້​ເພື່ອ​ເລີ່ມ​ຕົ້ນ​ເທດ​ສະ​ການ​ແຫ່ງ​ການ​ນະ​ມັດ​ສະ​ການ​ສ່ວນ​ຕົວ​ທີ່​ຍິ່ງ​ໃຫຍ່​ຫລາຍ​ຂຶ້ນ. ເລີ່ມ​ຕົ້ນ​ໃໝ່​ກ່ຽວ​ກັບ​ການ​ສຶກ​ສາ​ຄຳ​ສອນ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ. ບໍ່​ມີ​ໃຜ​ຢູ່​ເທິງ​ໂລກ​ໃບ​ນີ້​ຮັກ​ທ່ານ​ໄດ້​ເທົ່າ​ກັບ​ພຣະ​ອົງ. ບໍ່​ມີ​ໃຜ​ຢູ່​ທີ່​ນີ້​ເຂົ້າ​ໃຈ​ທ່ານ​ດີ​ໄປ​ກວ່າ ຫລື ຮູ້​ຈັກ​ຄວາມ​ເສົ້າ​ໂສກ ແລະ ຄວາມ​ອ່ອນ​ແອ​ຂອງ​ທ່ານ​ຢ່າງ​ແທ້​ຈິງ​ເທົ່າ​ກັບ​ພຣະ​ອົງ. ບໍ່​ມີ​ໃຜ​ຢູ່​ເທິງ​ໂລກ​ໃບ​ນີ້​ມີ​ອຳ​ນາດ​ເໝືອນ​ກັບ​ພຣະ​ເຢ​ຊູ​ຄຣິດ. ບໍ່​ມີ​ໃຜ​ຢູ່​ທີ່​ນີ້​ກະ​ຕື​ລື​ລົ້ນ​ໃຫ້​ທ່ານ​ກາຍ​ເປັນ​ທຸກ​ສິ່ງ​ທີ່​ທ່ານ​ເຮັດ​ໄດ້​ເທົ່າ​ກັບ​ພຣະ​ອົງ. ບໍ່​ມີ​ໃຜ​ອ້ອນ​ວອນ​ຕໍ່​ພຣະ​ບິ​ດາ​ແທນ​ທ່ານ​ໄດ້​ຄື​ກັບ​ພຣະ​ອົງ.

ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ຄື​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ. ພຣະ​ອົງ​ຄື​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດ​ສະ​ຣາ​ເອນ. ພຣະ​ອົງ​ຄື​ຜູ້​ທີ່​ພຣະ​ເຈົ້າ​ໄດ້​ຫົດ​ສົງ.11 ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພຣະ​ບິ​ດາ, ພຣະ​ອົງ​ຄື​ພຣະ​ຜູ້​ສ້າງ​ຂອງ​ທຸກ​ສິ່ງ​ທີ່​ຖືກ​ສ້າງ​ຂຶ້ນ.12 ພຣະ​ເຢ​ຊູ​ຄຣິດ​ຄື​ພຣະ​ເຢ​ໂຮ​ວາ​ຜູ້​ຍິ່ງ​ໃຫຍ່, ພຣະ​ເຈົ້າ​ຂອງ​ພຣະ​ຄຳ​ພີ​ເດີມ.13 ພຣະ​ອົງ​ຄື​ເອ​ມາ​ນູ​ເອນ​ທີ່​ຖືກ​ສັນ​ຍາ​ໄວ້.14 ພຣະ​ອົງ​ຄື​ແບບ​ຢ່າງ​ທີ່​ຍິ່ງ​ໃຫຍ່​ຂອງ​ເຮົາ15 ແລະ ເປັນ​ຜູ້​ວິງ​ວອນ​ນຳ​ພຣະ​ບິ​ດາ​ແທນ​ເຮົາ.16 ຍ້ອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ທີ່​ຖືກ​ຟື້ນ​ຟູ, ພອນ​ທັງ​ໝົດ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ​ຈຶ່ງ​ໄດ້​ມີ​ໃຫ້​ກັບ​ມະ​ນຸດ​ທັງ​ໝົດ ເມື່ອ​ເຂົາ​ເຈົ້າ​ມາ​ຫາ​ພຣະ​ອົງ ແລະ ຖືກ​ເຮັດ​ໃຫ້​ດີ​ພ້ອມ​ໃນ​ພຣະ​ອົງ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂໍ​ໃຫ້​ເຮົາ​ຈົ່ງ​ດຳ​ລົງ​ຊີ​ວິດ​ຕາມ​ວິນ​ຍານ​ແຫ່ງ “ອາ​ເລ​ລູ​ຢາ,” ສັນ​ເສີນ​ພຣະ​ເຈົ້າ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຢ​ໂຮ​ວາ​ຢູ່​ສະ​ເໝີ. ໃນ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ​ທີ່​ສະ​ຫງ່າ​ລາ​ສີ​ນີ້, ຈົ່ງ​ມາ​ສັກ​ກາ​ລະ​ພຣະ​ອົງ, ພຣະ​ຄຣິດ​ອົງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ!

ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່! ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ! ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ພຣະ​ອົງ​ຊົງ​ຊີ້​ນຳ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ຢ່າງ​ຕໍ່​ເນື່ອງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ສິ່ງ​ນີ້ ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ພິມ