ຂອງປະທານແຫ່ງສັນຕິສຸກ
ຂ້າພະເຈົ້າມີຄວາມກະຕັນຍູຫລາຍ ທີ່ໄດ້ມີສ່ວນຮ່ວມໃນການສະເຫລີມສະຫລອງເທດສະການບຸນຄຣິດສະມັດກັບທ່ານ. ຈຸດປະສົງຂອງເຮົາຄືທີ່ຈະໃຫ້ກຽດແດ່ພຣະຜູ້ເປັນເຈົ້າ, ພຣະເຢຊູຄຣິດ. ຄວາມຫວັງຂອງເຮົາຄືທີ່ຈະມີວິນຍານທີ່ແທ້ຈິງຂອງເທດສະການບຸນຄຣິດສະມັດ ສຳລັບຕົວເຮົາເອງ ແລະ ສຳລັບຄົນທີ່ເຮົາຮັກ. ວິນຍານນັ້ນຄືສັນຕິສຸກ—ບໍ່ແມ່ນສັນຕິສຸກທາງການເມືອງ, ເພາະພຣະຜູ້ຊ່ວຍໃຫ້ລອດໄດ້ກຳເນີດ ໃນຊ່ວງໄລຍະທີ່ມີຄວາມຢ້ານກົວ ແລະ ມີຄວາມວຸ້ນວາຍຫລາຍ ຈົນວ່າຄອບຄົວຂອງພຣະອົງຕ້ອງໄດ້ອົບພະຍົບໜີໄປຢູ່ປະເທດເອຢິບ; ບໍ່ແມ່ນສັນຕິສຸກທາງເສດຖະກິດ, ເພາະພຣະອົງໄດ້ກຳເນີດຢູ່ໃນຄອກສັດ ແລະ ໄດ້ຖືກວາງໄວ້ຢູ່ໃນຮາງຫຍ້າ; ແລະ ບໍ່ແມ່ນສັນຕິສຸກທີ່ມາເຖິງ ເມື່ອຂອງຂວັນທຸກອັນໄດ້ຖືກຫໍ່ຮຽບຮ້ອຍ, ຕົ້ນຄຣິດສະມັດໄດ້ຖືກປະດັບປະດາເປັນຢ່າງດີ, ແລະ ໂຕະກິນເຂົ້າກໍຖືກຈັດຕຽມຢ່າງສວຍງາມ, ເພາະສັນຕິສຸກດັ່ງກ່າວ ບໍ່ດົນກໍໝົດໄປ. ສັນຕິສຸກຂອງເທດສະການບຸນຄຣິດສະມັດ ແມ່ນ “ສັນຕິສຸກທີ່ມາຈາກພຣະເຈົ້າ ຊຶ່ງເກີນຄວາມເຂົ້າໃຈ.”1 ມັນຄືສັນຕິສຸກທີ່ອັກຄະສາວົກ ໂປໂລ ໄດ້ສັນຍາວ່າ ມັນຈະ “ຮັກສາຈິດໃຈ ແລະ ຄວາມຄິດ [ຂອງເຮົາ] ໄວ້ຜ່ານທາງພຣະເຢຊູຄຣິດ.”2 ແລະ ມັນກໍເປັນດັ່ງນັ້ນແທ້. ສັນຕິສຸກທີ່ເຮົາສະແຫວງຫາ ຈະມາສູ່ເຮົາ ພຽງແຕ່ເມື່ອຜ່ານທາງພຣະເຢຊູຄຣິດ ແລະ ເປັນເພາະພຣະເຢຊູຄຣິດເທົ່ານັ້ນ.
ຫລາຍຄົນໃນພວກເຮົາອາໄສຢູ່ບ່ອນທີ່ສວຍງາມ ແລະ ງຽບສະຫງົບ, ແຕ່ຕົວເຮົາເອງກຳລັງປະເຊີນກັບຄວາມສັບສົນ. ຄົນອື່ນຮູ້ສຶກສະຫງົບ ແລະ ແຈ່ມໃສ ທ່າມກາງການສູນເສຍສ່ວນຕົວ, ຄວາມເສົ້າສະຫລົດໃຈ, ແລະ ຖືກທົດລອງມາຕະຫລອດ.
ຕໍ່ທຸກຄົນທີ່ໄດ້ມາສູ່ຊ່ວງມະຕະ, ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວວ່າ, “ໃນໂລກນີ້ພວກເຈົ້າຈະມີຄວາມທຸກລຳບາກ.”3 ແຕ່ພຣະອົງໄດ້ກ່າວຄຳສັນຍາທີ່ປະເສີດຕໍ່ສານຸສິດຂອງພຣະອົງ ຕອນພຣະອົງໄດ້ປະຕິບັດສາດສະໜາກິດຢູ່ໃນຊ່ວງມະຕະວ່າ: “ສັນຕິສຸກທີ່ເຮົາໃຫ້ນັ້ນ ບໍ່ເໝືອນສັນຕິສຸກທີ່ໂລກໃຫ້.”4 ມັນເປັນສິ່ງປອບໃຈ ທີ່ຮູ້ວ່າ ຄຳສັນຍາແຫ່ງສັນຕິສຸກສ່ວນຕົວນີ້ ແມ່ນສຳລັບສານຸສິດແຫ່ງພັນທະສັນຍາທັງໝົດຂອງພຣະອົງ ໃນທຸກວັນນີ້ດ້ວຍ.
ມັນເປັນຄຳສັນຍາທີ່ຖືກມອບໃຫ້ ໃນຄ່ຳຄືນທີ່ພຣະອົງໄດ້ກຳເນີດ. ເມື່ອທູດສະຫວັນປະກາດເຖິງການກຳເນີດຂອງພຣະຜູ້ຊ່ວຍໃຫ້ລອດ, ພວກເພິ່ນໄດ້ປະກາດວ່າ, “ລັດສະໝີພາບຈົ່ງມີແກ່ພຣະເຈົ້າໃນສະຫວັນທີ່ສູງສຸດ, ແລະ ທີ່ແຜ່ນດິນໂລກຈົ່ງມີສັນຕິສຸກ.”5
ໃນເທດສະການທີ່ເປັນພອນນີ້,—ຫລາຍກວ່າທີ່ຜ່ານມາ—ເຮົາສະແຫວງຫາສັນຕິສຸກ ຜ່ານທາງພຣະອົງຜູ້ປະທານ ຂອງປະທານທັງໝົດ. ຄ່ຳຄືນນີ້ ຂ້າພະເຈົ້າປາດຖະໜາທີ່ຈະແບ່ງປັນຫລາຍວິທີທີ່ເຮົາສາມາດມີສັນຕິສຸກຫລາຍຂຶ້ນໄດ້ ໃນເທດສະການນີ້, ຕະຫລອດປີທີ່ຈະມາເຖິງ, ແລະ ຕະຫລອດຊີວິດຂອງເຮົາ.
ໜຶ່ງ, ເຊັ່ນດຽວກັບເຫລົ່າທູດ ທີ່ໄດ້ຮ້ອງເພງໃນຄືນທີ່ພຣະອົງກຳເນີດ, ເຮົາກໍສາມາດຮູ້ສຶກເຖິງສັນຕິສຸກໄດ້ ເມື່ອເຮົາສະເຫລີມສະຫລອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ. ເຮົາສາມາດ “ມາ [ແລະ] ນະມັດສະການພຣະອົງໄດ້.”6
ເທດສະການບຸນຄຣິດສະມັດເປັນການສະຫລອງການກຳເນີດ. ເຮົາທຸກຄົນກໍມັກຄວາມຮູ້ສຶກຕອນເຫັນເດັກແດງທີ່ຫາກໍເກີດ. ເຮົາຮູ້ສຶກຖ່ອມຕົວ ເມື່ອເຮົາເຫັນການມະຫັດສະຈັນ ຂອງມະນຸດຕົວນ້ອຍໆ ແລະ ສັກກະຍະພາບໃນອະນາຄົດຂອງເຂົາ. ເຮົາຮູ້ສຶກຮັກໃຄ່. ເຮົາຮູ້ສຶກກະຕັນຍູ. ເຮົາຮູ້ສຶກເຖິງສັນຕິສຸກ. ແລະ ເຮົາຮູ້ສຶກມີຄວາມຮັກຢູ່ໃນໃຈ ທີ່ເຮັດໃຫ້ເຮົາຢາກມອບໃຫ້ ແລະ ອ່ອນໂຍນ ເມື່ອເຮົາລະນຶກເຖິງວັນກຳເນີດຂອງຜູ້ທີ່ເຮົາສະເຫລີມສະຫລອງ. ເພາະເທດສະການບຸນຄຣິດສະມັດເປັນການສະຫລອງການກຳເນີດທີ່ບໍ່ເໝືອນການເກີດໃດໆ. ການກຳເນີດຂອງພຣະເຢຊູ ໄດ້ຖືກບອກໄວ້ລ່ວງໜ້າ ໂດຍສາດສະດາຂອງພຣະເຈົ້າ ເປັນເວລາດົນນານມາແລ້ວ. ການກຳເນີດນີ້ ໄດ້ເກີດເປັນຈິງຕາມຄຳສັນຍາທີ່ພຣະບິດາເທິງສະຫວັນໄດ້ເຮັດໄວ້ກັບເຮົາ ຢູ່ໃນໂລກວິນຍານ. ມັນເປັນການກຳເນີດຂອງພຣະເມຊີອາຕາມທີ່ໄດ້ສັນຍາ.
ຂໍ້ຄວາມໜຶ່ງຈະກັບເຂົ້າມາສູ່ຄວາມຊົງຈຳ ແລະ ສູ່ຈິດໃຈຂອງຂ້າພະເຈົ້າ ທຸກເທດສະການບຸນຄຣິດສະມັດ. ຂ້າພະເຈົ້າໄດ້ຍິນສຽງທີ່ຊື່ນຊົມຢູ່ໃນຄວາມນຶກຄິດ ເປັນສຽງຂອງກຸ່ມນັກຮ້ອງກຸ່ມໃຫຍ່ ຮ້ອງວ່າ: “ເພາະວ່າເດັກນ້ອຍຜູ້ໜຶ່ງຈະເກີດມາເພື່ອພວກເຮົາ, ຈະປະທານບຸດຊາຍຜູ້ໜຶ່ງໃຫ້ແກ່ພວກເຮົາ, ແລະ ພຣະອົງຈະເປັນຜູ້ປົກຄອງພວກເຮົາ, ພຣະນາມຂອງພຣະອົງຈະຖືກເອີ້ນວ່າ ຜູ້ປະເສີດ, ຜູ້ປຶກສາ, ພຣະເຈົ້າຜູ້ຊົງລິດທານຸພາບ, ພຣະບິດາຜູ້ເປັນນິດ, ອົງສັນຕິລາດ.”7
ເທື່ອທຳອິດທີ່ຂ້າພະເຈົ້າຈື່ໄດ້ວ່າ ໄດ້ຍິນເພງນີ້ ແມ່ນຕອນທີ່ຂ້າພະເຈົ້ານັ່ງຢູ່ຊັ້ນເທິງໃນຕຶກແທໂບແນໂກ ຢູ່ໃນບໍລິເວນພຣະວິຫານເຊົາເລັກ. ກຸ່ມນັກຮ້ອງໄດ້ຮ້ອງເພງຂອງທ່ານແຮນໂດ. ຂ້າພະເຈົ້າຈື່ຄວາມຮູ້ສຶກໃນຕອນນັ້ນໄດ້. ຂ້າພະເຈົ້າເປັນຊາຍໜຸ່ມໃນເວລານັ້ນ. ຕອນນີ້ຂ້າພະເຈົ້າເຖົ້າແກ່ຫລາຍແລ້ວ, ແຕ່ກໍຍັງຈື່ຈຳຄວາມຮູ້ສຶກນັ້ນໄດ້ຢູ່. ມັນເປັນຄວາມຮູ້ສຶກເຖິງພຣະວິນຍານບໍລິສຸດ, ຜູ້ທີ່ຖືກມອບໃຫ້ຂ້າພະເຈົ້າເພື່ອເປັນເພື່ອນ ຕອນຂ້າພະເຈົ້າມີອາຍຸໄດ້ແປດປີ. ພຣະວິນຍານໄດ້ຢືນຢັນແກ່ໃຈຂອງຂ້າພະເຈົ້າວ່າ ຖ້ອຍຄຳທີ່ຂ້າພະເຈົ້າໄດ້ຍິນໃນຄ່ຳຄືນນັ້ນ ເປັນຄວາມຈິງ.
ກຸມມານນ້ອຍຜູ້ໄດ້ກຳເນີດຢູ່ໃນເມືອງ ເບດເລເຮັມ ເມື່ອດົນນານມາແລ້ວ ຄືພຣະບຸດຂອງພຣະເຈົ້າ, ເປັນພຣະອົງດຽວທີ່ຖືກຳເນີດຂອງພຣະບິດາ. ຜູ້ຄົນທີ່ໄດ້ຄຸເຂົ່າລົງຢູ່ຕໍ່ໜ້າພຣະອົງ ໄດ້ມານະມັດສະການພຣະຜູ້ຊ່ວຍໃຫ້ລອດ. ພຣະອົງຄື ພຣະເມສານ້ອຍຂອງພຣະເຈົ້າ, ໄດ້ຖືກສົ່ງມາເພື່ອເຮັດໃຫ້ສາຍຮັດແຫ່ງຄວາມຕາຍຂາດອອກ ໂດຍການເສຍສະລະຊົດໃຊ້ຂອງພຣະອົງ. ພຣະອົງໄດ້ສະເດັດມາດ້ວຍອຳນາດ ເພື່ອຮັບເອົາຄວາມໂສກເສົ້າເສຍໃຈຂອງເຮົາ. ແລະ ພຣະອົງໄດ້ມາກຳເນີດ ເພື່ອຊົດໃຊ້ແທນບາບຂອງເຮົາ ຊຶ່ງພຽງແຕ່ພຣະອົງເທົ່ານັ້ນທີ່ສາມາດເຮັດໄດ້:
ເກີດເພື່ອໂລກຈະຢຸດຄວາມຕາຍ;
ເກີດມາເພື່ອຍົກຊາວໂລກນີ້,
ໃຫ້ປະຊາຟື້ນຄືນຊີວິດ.
ຈົ່ງຟັງ! ເພງແຫ່ງທູດສະຫວັນ
ສິລິແດ່ກະສັດເກີດໃໝ່!8
ຢູ່ຊັ້ນເທິງຂອງຕຶກແທໂບແນໂກ ໃນຄ່ຳຄືນນັ້ນ, ຂ້າພະເຈົ້າໄດ້ຮູ້ສຶກເຖິງສັດທາ ແລະ ຄວາມຫວັງ. ຂ້າພະເຈົ້າໄດ້ຮູ້ສຶກເຖິງສັດທາ ເພາະຖ້ອຍຄຳທີ່ວ່າ “ເພາະວ່າເດັກນ້ອຍຜູ້ໜຶ່ງຈະເກີດມາເພື່ອພວກເຮົາ,” ຂ້າພະເຈົ້າຈຶ່ງມີຄວາມຫວັງຢູ່ໃນໃຈ ວ່າຄວາມຕາຍບໍ່ໄດ້ເປັນທີ່ສຸດ. ຂ້າພະເຈົ້າຈະຟື້ນຄືນຊີວິດ, ແລະ ສາຍຮັດແຫ່ງຄວາມຕາຍ ຈະຫລຸດອອກຈາກລູກໆທຸກຄົນຂອງພຣະບິດາເທິງສະຫວັນ.
ແຕ່ຂ້າພະເຈົ້າຮູ້ສຶກຫລາຍກວ່ານັ້ນ. ຂ້າພະເຈົ້າມີຄວາມຫວັງວ່າ ເພາະພຣະອົງ, ຂ້າພະເຈົ້າຈຶ່ງສາມາດຕິດຕາມ ແລະ ຮັບໃຊ້ພຣະອົງ ແລະ ໂດຍການນັ້ນ ຂ້າພະເຈົ້າຈຶ່ງໄດ້ເກີດໃໝ່ທາງວິນຍານ. ເພາະຂອງປະທານແຫ່ງການກຳເນີດຂອງພຣະອົງ, ໃຈຂອງຂ້າພະເຈົ້າ, ໃຈຂອງທ່ານ, ແລະ ໃຈຂອງມະນຸດທຸກຄົນ ສາມາດປ່ຽນແປງໄດ້ ເພື່ອກາຍເປັນເໝືອນດັ່ງເດັກນ້ອຍຄືນໃໝ່—ບໍລິສຸດ, ສະອາດ, ແລະ ເໝາະສົມ ທີ່ຈະກັບຄືນໄປບ້ານ ຫາພຣະເຈົ້າອີກ ຜູ້ໄດ້ປະທານພຣະຜູ້ຊ່ວຍໃຫ້ລອດແກ່ເຮົາ ແລະ ໄດ້ຕຽມທາງກັບຄືນໄປຫາພຣະອົງ ຢູ່ໃນບ້ານແຫ່ງສະຫວັນຂອງພຣະອົງ. ຂ້າພະເຈົ້າຮູ້ສຶກເຖິງຄວາມກະຕັນຍູ ແລະ ສັນຕິສຸກ, ແລະ ເຮົາທຸກຄົນກໍສາມາດຮູ້ສຶກເຊັ່ນນັ້ນໄດ້ຄືກັນ ເພາະຂອງປະທານທີ່ພຣະບິດາ ແລະ ພຣະບຸດ ໄດ້ປະທານໃຫ້ແກ່ເຮົາ.
ສອງ, ເຊັ່ນດຽວກັນກັບພວກຄົນລ້ຽງແກະ ຜູ້ໄດ້ເຫັນກຸມມານນ້ອຍ ພຣະຄຣິດ ແລະ “ໄດ້ເລົ່າ”9 ຂ່າວປະເສີດເຖິງການກຳເນີດຂອງພຣະອົງໃຫ້ຜູ້ຄົນຟັງ, ເຮົາກໍສາມາດສອນເລື່ອງສັນຕິສຸກໃຫ້ແກ່ຄອບຄົວ ແລະ ຄົນອື່ນໆ ຜູ້ທີ່ເຮົາຮັກໄດ້ຄືກັນ. ເຮົາເຮັດສິ່ງນີ້ໄດ້ດີທີ່ສຸດ ເມື່ອເຮົາເຮັດໃຫ້ພຣະຄຳພີ ເປັນທີ່ຮູ້ຈັກແກ່ຄວາມນຶກຄິດ ແລະ ຈິດໃຈຂອງເຂົາເຈົ້າ.
ຕອນລູກຂອງພວກເຮົາຍັງນ້ອຍ, ພວກເຮົາໄດ້ຫລິ້ນລະຄອນກ້ອມ ດ້ວຍການອ່ານຂໍ້ຄວາມຈາກພຣະຄຳພີ. ພວກເຮົາໄດ້ຫລິ້ນລະຄອນໃນຄ່ຳຄືນ ກ່ອນວັນຄຣິດສະມັດ. ຫລາຍຄົນໃນພວກທ່ານກໍເຄີຍເຮັດຄືກັນ.
ແຕ່ກ່ອນ ການຫລິ້ນລະຄອນຂອງພວກເຮົາ ບໍ່ມີຜູ້ສະແດງຫລາຍປານໃດ ຕາມຈຳນວນຕົວລະຄອນ ທີ່ມີຢູ່ໃນພຣະຄຳພີ. ຂ້າພະເຈົ້າໄດ້ສະແດງເປັນໂຢເຊັບ, ພັນລະຍາເປັນນາງມາຣີ, ແລະ ມີຕຸກກະຕາ ເປັນຕົວແທນໃຫ້ແກ່ກຸມມານນ້ອຍ ພຣະຄຣິດ. ເມື່ອເວລາຜ່ານໄປ ພວກເຮົາກໍມີຜູ້ສະແດງເພີ່ມຫລາຍຂຶ້ນ. ພວກເຮົາໄດ້ເອົາແອນ້ອຍມາສະແດງນຳ ເປັນຕົວແທນໃຫ້ແກ່ກຸມມານນ້ອຍເຢຊູ, ແລ້ວກໍມີພວກຜູ້ລ້ຽງແກະ—ນຸ່ງເສື້ອຄຸມ—ເພື່ອມານະມັດສະການ ຢູ່ທີ່ຄອກສັດ, ຕໍ່ມາພວກເຮົາກໍມີຜູ້ສະແດງເປັນບັນດາກະສັດ ຜູ້ທີ່ໄດ້ນຳຫີບເພັດພອຍມາຖວາຍແດ່ກະສັດເກີດໃໝ່.
ຫລັງຈາກສອງສາມປີຜ່ານໄປ, ພວກເຮົາໄດ້ເປີດການຫລິ້ນລະຄອນ ດ້ວຍເດັກນ້ອຍຄົນໜຶ່ງ ຜູ້ສະແດງເປັນ ຊາມູເອນຄົນເລມັນ ຢືນກ່າວປະຈັກພະຍານດ້ວຍອຳນາດຂອງການເປັນສາດສະດາ ເຖິງການກຳເນີດຂອງພຣະເມຊີອາຕາມຄຳສັນຍາ. ແລ້ວຕໍ່ມາ, ພວກເຮົາໄດ້ເພີ່ມກຸ່ມຜູ້ຄົນທີ່ບໍ່ເຊື່ອຖືໃສ່ນຳ ຜູ້ຖືກ້ອນຫີນທີ່ເຮັດດ້ວຍເຈ້ຍເຫລື້ອມ ເພື່ອໂຍນໃສ່ຊາມູເອນ ໃນຂະນະທີ່ເພິ່ນຢືນຢູ່ຕໍ່ໜ້າພວກເຂົາ. ແຕ່ລະປີ, ເມື່ອກຸ່ມຄົນຊົ່ວມີຫລາຍຂຶ້ນ ແລະ ກໍໂຍນເຈ້ຍເຫລື້ອມແມ້ນຂະໜາດ, ພວກເຮົາຈຶ່ງໄດ້ເຕືອນເຂົາເຈົ້າວ່າ ບໍ່ໃຫ້ໂຍນໄປຖືກຕົວຂອງຊາມູເອນ ເພາະເພິ່ນເປັນຜູ້ຮັບໃຊ້ທີ່ຖືກປົກປ້ອງໄວ້ຂອງພຣະເຈົ້າ—ເພາະວ່າພວກເຮົາກຳລັງເຊື້ອເຊີນ ແລະ ສະເຫລີມສະຫລອງສັນຕິສຸກ!
ພວກເຮົາຢາກໃຫ້ເດັກຜູ້ນ້ອຍມີພາກສ່ວນນຳ, ສະນັ້ນ ພວກເຮົາຈຶ່ງໄດ້ຕື່ມຝູງແກະ ແລະ ຝູງແບ້ ໃສ່ໄວ້ຢູ່ຂ້າງຫລັງຂອງພວກຜູ້ລ້ຽງແກະ ທີ່ເດີນໄປຫາຄອກສັດ.
ແຕ່ເມື່ອເວລາຜ່ານໄປ—ດັ່ງທີ່ມັນເປັນ. ຜູ້ສະແດງກໍເຕີບໃຫຍ່ໝົດແລ້ວ, ແລະ ບັດນີ້ ພວກເຮົາສອງຄົນກໍກັບໄປເລີ່ມຕົ້ນໃໝ່. ຂ້າພະເຈົ້າໄດ້ເຫັນຜູ້ສະແດງເປັນ ໂຢເຊັບ, ນາງມາຣີ, ພວກຜູ້ລ້ຽງແກະ, ຝູງແບ້, ຝູງແກະນ້ອຍ, ແລະ ບັນດາກະສັດ ເຕີບໃຫຍ່ຂຶ້ນ ແລະ ໄດ້ສອນຄົນທີ່ເຂົາເຈົ້າຮັກ ໃຫ້ຮູ້ຈັກພຣະຜູ້ຊ່ວຍໃຫ້ລອດ ແລະ ກ່ຽວກັບສັນຕິສຸກ ທີ່ການກຳເນີດຂອງພຣະອົງ ໄດ້ນຳມາໃຫ້.
ເຂົາເຈົ້າໄດ້ຮັບພອນ ທີ່ໄດ້ເປັນພາກສ່ວນໃນການຫລິ້ນລະຄອນ ເພື່ອຮຽນຮູ້ບາງສິ່ງກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ ແລະ ວ່າເປັນຫຍັງເຮົາຈຶ່ງຮັກພຣະອົງ. ຂ້າພະເຈົ້າມີຄວາມກະຕັນຍູ ທີ່ລູກໆຂອງພວກເຮົາ ແລະ ລູກໆຂອງເຂົາເຈົ້າ ໄດ້ເຫັນພວກເຮົາໃຫ້ກຽດແກ່ກຸມມານນ້ອຍເຢຊູ, ໄດ້ເກີດມາເພື່ອເສຍສະລະອັນເປັນນິດ, ເປັນຂອງປະທານແຫ່ງສັນຕິສຸກທີ່ມີຄ່າປະເສີດລ້ຳ ຊຶ່ງພຣະບິດາເທິງສະຫວັນໄດ້ປະທານໃຫ້ແກ່ລູກໆທຸກຄົນຂອງພຣະອົງ.
ສາມ, ເຊັ່ນດຽວກັນກັບພວກໂຫລາຈານ, ເຮົາສາມາດມອບຂອງຂວັນແຫ່ງຄວາມຮັກ ແລະ ສັນຕິສຸກໄດ້ ໃນຖານະທີ່ເປັນສານຸສິດຂອງພຣະຜູ້ເປັນເຈົ້າ ຜູ້ໄດ້ຟື້ນຄືນພຣະຊົນແລ້ວ.
ອະທິການແຊວເລີ ໃນເມືອງແຣັກສະເບີກ, ລັດໄອດາໂຮ, ໄດ້ເຮັດສິ່ງນີ້ ໃນຕອນທີ່ເພິ່ນຮັບໃຊ້ເປັນອະທິການດົນນານມາແລ້ວ. ຕຶກໂບດຂອງເພິ່ນຕັ້ງຢູ່ໃກ້ທາງດ່ວນ ທີ່ຕັດຜ່ານເມືອງນ້ອຍ. ໃນຊ່ວງໄລຍະທີ່ຜູ້ຄົນຫາວຽກເຮັດໄດ້ຍາກ, ເຂົາເຈົ້າມັກຈະຍົກຍ້າຍເລື້ອຍໆ, ເພື່ອຊອກຫາລ້ຽງຊີບ. ຫລາຍຄົນໄດ້ມາຂໍຄວາມຊ່ວຍເຫລືອຈາກອະທິການຂອງໄພ່ພົນຍຸກສຸດທ້າຍ. ສ່ວນຫລາຍແລ້ວ ອະທິການຫລາຍຄົນທີ່ເຂົາເຈົ້າໄດ້ໄປຂໍຄວາມຊ່ວຍເຫລືອ ຈະສົ່ງເຂົາເຈົ້າໄປຫາບ້ານຂອງອະທິການແຊວເລີ.
ມັນມີເຫດຜົນສຳລັບໃນການເຮັດສິ່ງນັ້ນ. ຄອບຄົວແຊວເລີ ຈະຕ້ອນຮັບຄົນແປກໜ້າ. ແທນທີ່ມີແຕ່ຄອບຄົວນັ່ງກິນເຂົ້ານຳກັນ, ເຂົາເຈົ້າຈະມີຄົນແປກໜ້າໜຶ່ງ ຫລື ສອງຄົນ, ຫລື ບາງເທື່ອຫລາຍກວ່ານັ້ນ ນັ່ງກິນນຳ. ຫລັງຈາກແຂກບ້ານໄດ້ກິນເຂົ້າທີ່ແຊບຊ້ອຍ ຈາກຝີມືຂອງຊິດສະເຕີ ແຊວເລີ ແລ້ວ, ອະທິການກໍໄດ້ມອບເສື້ອໃຫຍ່ລາຍທະຫານ ທີ່ເພິ່ນໄດ້ຊື້ມາ ໃຫ້ເຂົາເຈົ້າ.
ເມື່ອໄດ້ນຸ່ງເສື້ອໃຫຍ່ທີ່ອົບອຸ່ນແລ້ວ ແລະ ໄດ້ຮັບຫໍ່ເຂົ້າທີ່ຊິດສະເຕີ ແຊວເລີ ໄດ້ຈັດໃຫ້, ເຂົາເຈົ້າກໍໄດ້ອອກໄປສູ່ອາກາດໜາວເຢັນ ດ້ວຍຫົວໃຈທີ່ອົບອຸ່ນ. ພາບ ແລະ ສຽງ ແລະ ຄວາມຮູ້ສຶກ ຈະຄົງຢູ່ກັບເຂົາເຈົ້າ ໃນເສັ້ນທາງເດີນຂອງເຂົາເຈົ້າ. ເພາະເວລາທີ່ໜາວເຢັນຫລາຍທີ່ສຸດ ຢູ່ເມືອງແຣັກສະເບີກ ເປັນຊ່ວງເທດສະການບຸນຄຣິດສະມັດ ແລະ ເພາະປະເພນີຂອງຄອບຄົວ ທີ່ມີຄວາມໃຈບຸນຕະຫລອດທັງປີ, ລູກໆຂອງຄອບຄົວແຊວເລີ ຈຶ່ງມີຄວາມຊົງຈຳທີ່ໄດ້ກະທຳ ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດຈະກະທຳ—ແລະ ໄດ້ກະທຳເພື່ອພຣະອົງ.
ທ່ານ ແລະ ຄອບຄົວຂອງທ່ານ ຈະຕ້ອງສ້າງປະເພນີສຳລັບເທດສະການບຸນຄຣິດສະມັດ ຂອງຕົນເອງ ເພື່ອໃຫ້ເຂົ້າກັບສະພາບການຂອງຕົນ, ແຕ່ປະເພນີເຫລົ່ານັ້ນຈະມີສິ່ງທີ່ຄ້າຍຄືກັນ. ມັນຈະນຳຫົວໃຈມາສູ່ພຣະຜູ້ຊ່ວຍໃຫ້ລອດ. ແລະ ມັນຈະຮ່ວມດ້ວຍການກະທຳດ້ວຍຄວາມເມດຕາ ຊຶ່ງພຣະຜູ້ຊ່ວຍໃຫ້ລອດຈະເຫັນດ້ວຍ. ພຣະອົງໄດ້ກ່າວວ່າ:
“ເພາະເມື່ອເຮົາຫິວເຂົ້າ ພວກເຈົ້າກໍເອົາໃຫ້ເຮົາກິນ: ເມື່ອເຮົາຫິວນ້ຳພວກເຈົ້າກໍເອົາໃຫ້ເຮົາດື່ມ: ເຮົາເປັນແຂກບ້ານ ພວກເຈົ້າໄດ້ຕ້ອນຮັບເຮົາໄວ້:
“ເຮົາເປືອຍກາຍ, ພວກເຈົ້າກໍເອົາເຄື່ອງໃຫ້ເຮົານຸ່ງຫົ່ມ: ເຮົາເຈັບປ່ວຍ ພວກເຈົ້າກໍໄດ້ມາເບິ່ງແຍງເຮົາ: ເຮົາຢູ່ໃນຄຸກ ພວກເຈົ້າກໍໄດ້ມາຢ້ຽມຢາມເຮົາ.”10
ແລະ ພຣະອົງຈະກ່າວວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ເມື່ອພວກເຈົ້າໄດ້ເຮັດສິ່ງເຫລົ່ານີ້ ແກ່ຜູ້ທີ່ຕ່ຳຕ້ອຍທີ່ສຸດຄົນໜຶ່ງໃນພວກພີ່ນ້ອງເຫລົ່ານີ້ຂອງເຮົາ, ພວກເຈົ້າກໍໄດ້ເຮັດແກ່ເຮົາເໝືອນກັນ.”11
ເຫລົ່າທູດ, ພວກຜູ້ລ້ຽງແກະ, ແລະ ພວກໂຫລາຈານ ໄດ້ສະແຫວງຫາ ແລະ ໄດ້ພົບເຫັນສັນຕິສຸກ ຈາກສັດທາຂອງເຂົາເຈົ້າໃນພຣະເຢຊູຄຣິດ. ສະນັ້ນ ທ່ານກໍຄືກັນ. ການກຳເນີດຂອງພຣະຜູ້ຊ່ວຍໃຫ້ລອດ ເປັນຂອງປະທານທີ່ເຮັດໃຫ້ເປັນໄປໄດ້ ສຳລັບພຣະບິດາ ທີ່ຈະປະທານ “ສັນຕິສຸກຢູ່ໃນໂລກນີ້ ແລະ ຊີວິດນິລັນດອນຢູ່ໃນໂລກທີ່ຈະມາເຖິງ”12 ໃຫ້ແກ່ເຮົາ. ເຮົາໄດ້ຮ້ອງໂຮດ້ວຍຄວາມຊື່ນຊົມ ຢູ່ໃນໂລກວິນຍານ ເມື່ອເຮົາໄດ້ຍິນຄຳສັນຍານີ້. ສັນຕິສຸກ ແລະ ຄວາມຊື່ນຊົມໄດ້ມາສູ່ເຮົາອີກ ເມື່ອເຮົາໄດ້ຍິນຖ້ອຍຄຳໃນເພງ ທີ່ຮ້ອງປະກາດເຖິງຄຳສັນຍາດ້ວຍຄວາມຮັກ ທີ່ພຣະເຈົ້າໄດ້ເຮັດໄວ້ກັບເຮົາ ມີຄຳວ່າ:
ຂ້າພະເຈົ້າອະທິຖານວ່າ ສັນຕິສຸກຈະມາສູ່ເຮົາ ແລະ ຢູ່ກັບເຮົາແຕ່ລະຄົນ ເມື່ອເຮົາຈື່ຈຳ, ຮັກ, ແລະ ນະມັດສະການ ພຣະບິດາເທິງສະຫວັນຂອງເຮົາ ໂດຍການຮັກສາພັນທະສັນຍາຂອງເຮົາ ທີ່ໄດ້ເຮັດໄວ້ກັບພຣະອົງ. ຂໍໃຫ້ເຮົາຈົ່ງຈື່ຈຳສະເໝີ ເຖິງການຮັບໃຊ້ທີ່ພຣະເຢຊູຄຣິດໄດ້ກະທຳ ແລະ ເຖິງຄວາມເມດຕາທີ່ພຣະອົງມີຕໍ່ຜູ້ຄົນ ໃນການປະຕິບັດສາດສະໜາກິດຂອງພຣະອົງຢູ່ໃນຊ່ວງມະຕະ—ແລະ ຕັ້ງໃຈທີ່ຈະເຮັດແບບດຽວກັນນັ້ນ.
ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄື ພຣະຄຣິດ, ເປັນພຣະບຸດທີ່ຮັກຂອງພຣະບິດາ. ຂ້າພະເຈົ້າເປັນພະຍານວ່າ ປະທານທອມມັສ ແອັສ ມອນສັນ ເປັນສາດສະດາທີ່ມີຊີວິດຢູ່ຂອງພຣະເຈົ້າ. ເພິ່ນ ແລະ ຝ່າຍປະທານສູງສຸດ ປາດຖະໜາວ່າ ທ່ານຈະຮູ້ສຶກເຖິງຄວາມຊື່ນຊົມ, ຄວາມຮັກ, ແລະ ສັນຕິສຸກ ທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ສັນຍາກັບສານຸສິດທີ່ຊື່ສັດ ແລະ ອ່ອນນ້ອມຂອງພຣະອົງ ລະຫວ່າງເທດສະການນີ້ ແລະ ຕະຫລອດໄປ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.