ການປະກາດຂອງສາດສະດາເຖິງການກຳເນີດຂອງພຣະຄຣິດ
ໃນຊ່ວງເທດສະການບຸນຄຣິດສະມັດນີ້, ເຮົາຜູ້ທີ່ເຊື່ອ, ສະຫລອງການກຳເນີດຂອງພຣະເຢຊູຄຣິດ, ພຣະບຸດອົງດຽວທີ່ຖືກຳເນີດຂອງພຣະເຈົ້າ, ພຣະບິດາຜູ້ສະຖິດນິລັນດອນ. ໃນພາກສ່ວນໜຶ່ງຂອງລາຍການໃຫ້ຄຳດົນໃຈ ເນື່ອງໃນເທດສະການບຸນຄຣິດສະມັດ ຂອງຝ່າຍປະທານສູງສຸດ ທີ່ເປັນແບບແຜນຂອງການສະເຫລີມສະຫລອງຂອງເຮົາ, ຂ້າພະເຈົ້າຈະກ່າວກ່ຽວກັບການປະກາດຂອງບັນດາສາດສະດາເຖິງການກຳເນີດຂອງພຣະອົງ.
ບໍ່ມີການປະກາດໃດ ທີ່ສຳຄັນຫລາຍໄປກວ່າ ການມາປະກົດຂອງທູດຕໍ່ນາງມາຣີ.
“ແລ້ວ ທູດກໍໄດ້ກ່າວແກ່ນາງວ່າ, ມາຣີເອີຍ: ຢ່າຢ້ານເລີຍ ພຣະເຈົ້າຊົງໂຜດເມດຕາກະລຸນາເຈົ້າແລ້ວ.
“ແລະ ເຈົ້າຈະຕັ້ງທ້ອງ ແລະ ເກີດລູກຊາຍຜູ້ໜຶ່ງ ແລະ ເຈົ້າຈົ່ງໃສ່ຊື່ໃຫ້ກຸມມານນັ້ນວ່າ ເຢຊູ.
“ກຸມມານນັ້ນຈະເປັນໃຫຍ່ ແລະ ຈະເປັນທີ່ເອີ້ນວ່າ ບຸດຂອງພຣະເຈົ້າອົງສູງສຸດ: ພຣະຜູ້ເປັນເຈົ້າ ອົງເປັນພຣະເຈົ້າ ຈະໃຫ້ເພິ່ນນັ່ງບັນລັງຂອງກະສັດດາວິດ ຜູ້ເປັນບັນພະບຸລຸດຂອງເພິ່ນ:
“ແລະ ເພິ່ນຈະປົກຄອງເຊື້ອສາຍຂອງຢາໂຄບຕະຫລອດໄປ ແລະ ອານາຈັກຂອງເພິ່ນຈະບໍ່ສິ້ນສຸດເປັນຈັກເທື່ອ” (ລູກາ 1:30–33).
ການກຳເນີດທີ່ເປັນມະຕະ ແລະ ພຣະຊົນຊີບ ແລະ ການສິ້ນພຣະຊົນຂອງພຣະບຸດຂອງພຣະເຈົ້າ ເປັນສິ່ງຈຳເປັນຕໍ່ແຜນຂອງພຣະບິດາເທິງສະຫວັນ ເພື່ອກໍ່ໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນຂອງມະນຸດ (ເບິ່ງ Moses 1:39). ກ່ອນໂລກໄດ້ຖືກສ້າງຂຶ້ນ, ພຣະເຢຊູຄຣິດໄດ້ຖືກເລືອກ ເພື່ອໃຫ້ມາມີປະສົບການໃນຊີວິດມະຕະ ແລະ ເປັນພຣະຜູ້ຊ່ວຍໃຫ້ລອດ ຊຶ່ງຈຳເປັນຕ້ອງກະທຳຕາມແຜນນີ້ (ເບິ່ງ Moses 4:2). ພໍ່ອາດາມ ໄດ້ຖືກບັນຊາໃຫ້ຖວາຍເຄື່ອງບູຊາ ຕາມແບບແຜນຂອງການເສຍສະລະຂອງພຣະອົງດຽວທີ່ຖືກຳເນີດຈາກພຣະບິດາ, ຊຶ່ງເຕັມໄປດ້ວຍພຣະຄຸນ ແລະ ຄວາມຈິງ. ດັ່ງນັ້ນ [ເພິ່ນຈຶ່ງໄດ້ຖືກສິດສອນ], ວ່າໃຫ້ກະທຳທັງໝົດທີ່ເພິ່ນເຮັດ ໃນພຣະນາມຂອງພຣະບຸດ, ແລະ ໃຫ້ເພິ່ນກັບໃຈ ແລະ ຮ້ອງຫາພຣະເຈົ້າໃນພຣະນາມຂອງພຣະບຸດຕະຫລອດໄປ (ເບິ່ງ Moses 5:7–8).
ໃນໜັງສືໂມເຊ ເຮົາກໍໄດ້ອ່ານຄຳອະທິບາຍຂອງພຣະເຈົ້າ ກ່ຽວກັບແຜນແຫ່ງຄວາມລອດຂອງພຣະອົງ ເພື່ອມະນຸດທັງປວງ, ຜ່ານໂລຫິດຂອງພຣະອົງດຽວທີ່ຖືກຳເນີດຂອງພຣະອົງ, ຜູ້ຈະສະເດັດມາໃນເວລາອັນຮຸ່ງໂລດ (ເບິ່ງ Moses 6:62). ພຣະບິດາເຈົ້າໄດ້ບັນຊາເຮົາໃຫ້ກັບໃຈ ແລະ ຮັບບັບຕິສະມາ ໃນພຣະນາມຂອງພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ, ຜູ້ເຕັມໄປດ້ວຍພຣະຄຸນ ແລະ ຄວາມຈິງ, ຊຶ່ງຄືພຣະເຢຊູຄຣິດ, ພຣະນາມດຽວເທົ່ານັ້ນ ຊຶ່ງຈະມອບໃຫ້ພາຍໃຕ້ຟ້າສະຫວັນ, ຊຶ່ງໂດຍພຣະນາມນັ້ນ ຄວາມລອດຈະມາເຖິງລູກຫລານມະນຸດ (ເບິ່ງ Moses 6:52).
ເອຊາຢາ, ສາດສະດາທີ່ສຳຄັນຜູ້ໜຶ່ງ ໃນສະໄໝພຣະຄຳພີເດີມ, ໄດ້ປະກາດເຖິງການກຳເນີດຂອງພຣະເມຊີອາ. ເພິ່ນໄດ້ປະກາດວ່າ “ພຣະຜູ້ເປັນເຈົ້າເອງຈະໃຫ້ເຈົ້າເຫັນໝາຍສຳຄັນຢ່າງໜຶ່ງ, ຈົ່ງເບິ່ງ, ຍິງສາວຜູ້ໜຶ່ງ ຈະຖືພາ ແລະ ຈະອອກລູກເປັນຜູ້ຊາຍ, ແລະ ຈະມີຊື່ວ່າ ເອມານູເອນ” (ເອຊາຢາ 7:14).
ເອຊາຢາກໍໄດ້ປະກາດອີກວ່າ:
“ມີເດັກນ້ອຍຜູ້ໜຶ່ງໄດ້ເກີດມາໃຫ້ພວກເຮົາ ມີລູກຊາຍຜູ້ໜຶ່ງຖືກມອບໝາຍໃຫ້ພວກເຮົາແລ້ວ. ພຣະອົງຈະມີນາມວ່າ, ຜູ້ປຶກສາທີ່ອັດສະຈັນ, ພຣະເຈົ້າຊົງລິດ, ພຣະບິດາສືບໄປ, ອົງສັນຕິລາດ.
“ອຳນາດຈະເພີ່ມຂຶ້ນຢູ່ສະເໝີ, ອານາຈັກຈະມີສັນຕິສຸກໄປເລື້ອຍໆ, ພຣະອົງຈະຂຶ້ນປົກຄອງສືບຕໍ່ດາວິດຜູ້ເປັນກະສັດ ທີ່ອຳນາດຫລັກຄືຄວາມຍຸດຕິທຳ ແລະ ຖືກຕ້ອງ ເລີ່ມຕັ້ງແຕ່ບັດນີ້ ຈົນເຖິງເທົ່າອະວະສານ” (ເອຊາຢາ 9:6–7).
ການກຳເນີດຂອງພຣະຄຣິດ ກໍຍັງຖືກເປີດເຜີຍແກ່ສາດສະດາໃນພຣະຄຳພີມໍມອນນຳອີກ. ຫົກຮ້ອຍປີ ກ່ອນການກຳເນີດຂອງພຣະຜູ້ຊ່ວຍໃຫ້ລອດ ລີໄຮໄດ້ສອນວ່າ ພຣະເຈົ້າຈະຍົກ “ພຣະເມຊີອາ, ຫລື ອີກຄຳໜຶ່ງເອີ້ນວ່າ ພຣະຜູ້ຊ່ວຍໃຫ້ລອດຂອງໂລກ” ຂຶ້ນ ໃນບັນດາຊາວຢິວ (1 ນີໄຟ 10:4).
ສາດສະດາອະບີນາໄດ ໄດ້ປະກາດວ່າ:
“ໂມເຊບໍ່ໄດ້ທຳນາຍແກ່ພວກເຂົາກ່ຽວກັບການສະເດັດມາຂອງພຣະເມຊີອາ, ແລະ ວ່າພຣະເຈົ້າຈະໄຖ່ຜູ້ຄົນຂອງພຣະອົງບໍ? ແທ້ຈິງແລ້ວ, ເຖິງແມ່ນວ່າສາດສະດາທຸກຄົນທີ່ທຳນາຍໄວ້ນັບແຕ່ການເລີ່ມຕົ້ນຂອງໂລກມາ—ກໍໄດ້ເວົ້າເຖິງເລື່ອງເຫລົ່ານີ້ບໍ່ຫລາຍກໍໜ້ອຍແມ່ນບໍ?
“ພວກເພິ່ນບໍ່ໄດ້ກ່າວໄວ້ບໍວ່າ ພຣະເຈົ້າພຣະອົງເອງຈະສະເດັດມາໃນບັນດາລູກຫລານມະນຸດ, ແລະ ຮັບເອົາຮູບລັກສະນະຂອງມະນຸດ, ແລະ ຈະສະເດັດໄປໂດຍອຳນາດອັນຍິ່ງໃຫຍ່ຕາມຜືນແຜ່ນດິນໂລກ?” (ໂມໄຊຢາ 13:33–34).
ສາດສະດານີໄຟໄດ້ບັນທຶກ ເຖິງວິທີທີ່ທູດໄດ້ສະແດງໃຫ້ເພິ່ນເຫັນຍິງສາວບໍລິສຸດ ໃນເມືອງນາຊາເຣັດ, ໂດຍການປະກາດວ່າ, “ຈົ່ງເບິ່ງ, ຜູ້ຍິງບໍລິສຸດທີ່ເຈົ້າເຫັນຄືມານດາຂອງພຣະບຸດຂອງພຣະເຈົ້າ ທາງເນື້ອໜັງ” (1 ນີໄຟ 11:18).
“ແລະ ເຫດການໄດ້ບັງເກີດຂຶ້ນ [ນີໄຟໄດ້ຂຽນ] ວ່າ ຂ້າພະເຈົ້າເຫັນວ່ານາງຖືກນຳໄປທາງພຣະວິນຍານຊົ່ວໄລຍະໜຶ່ງ; ແລະ ຫລັງຈາກນາງໄດ້ຖືກນຳໄປທາງພຣະວິນຍານຊົ່ວໄລຍະໜຶ່ງແລ້ວ ທູດໄດ້ກ່າວກັບຂ້າພະເຈົ້າມີຄວາມວ່າ: ເບິ່ງເຖີດ!
“ແລະ ຂ້າພະເຈົ້າເບິ່ງ ແລະ ເຫັນຍິງບໍລິສຸດຜູ້ນັ້ນອີກກຳລັງອູ້ມແອນ້ອຍຜູ້ໜຶ່ງໄວ້ໃນອ້ອມແຂນ.
“ແລະ ທູດໄດ້ກ່າວກັບຂ້າພະເຈົ້າວ່າ: ຈົ່ງເບິ່ງ ພຣະເມສານ້ອຍຂອງພຣະເຈົ້າ, ແທ້ຈິງແລ້ວ, ແມ່ນພຣະບຸດຂອງພຣະບິດາຜູ້ສະຖິດນິລັນດອນ!” (1 ນີໄຟ 11:19–21; ເບິ່ງ ແອວມາ 7:9–10 ນຳອີກ.
ເຮົາທຸກຄົນ ກໍຮູ້ຈັກເຖິງການປະກາດແຫ່ງສະຫວັນເທື່ອທຳອິດໄດ້ດີ ຫລັງຈາກ ການກຳເນີດຂອງພຣະເຢຊູ. ມັນເປັນສິ່ງສຳຄັນຫລາຍ ທີ່ການປະກາດດັ່ງກ່າວ ແມ່ນແກ່ຜູ້ຄົນກຸ່ມໜຶ່ງ, ຊຶ່ງເຮົາຖືກບອກວ່າ, ເປັນຜູ້ຄົນທີ່ຕ່ຳຕ້ອຍທີ່ສຸດ ຂອງສັງຄົມໃນສະໄໝນັ້ນ.
“ແລະ ໃນຂົງເຂດນີ້ ໄດ້ມີຄົນລ້ຽງແກະທີ່ຢູ່ຕາມທົ່ງ ນອນເຝົ້າຝູງແກະຂອງພວກເຂົາໃນເວລາກາງຄືນ.
“ແລະ ມີທູດອົງໜຶ່ງຂອງພຣະຜູ້ເປັນເຈົ້າ ໄດ້ມາປະກົດແກ່ພວກເຂົາ, ແລະ ລັດສະໝີຂອງພຣະຜູ້ເປັນເຈົ້າ ກໍສ່ອງແຈ້ງອ້ອມຮອບພວກເຂົາ: ດັ່ງນັ້ນ ພວກເຂົາຈຶ່ງຕົກໃຈຢ້ານຫລາຍ.
“ແລະ ທູດອົງນັ້ນໄດ້ກ່າວແກ່ພວກເຂົາວ່າ, ຢ່າຢ້ານເລີຍ: ເຮົານຳຂ່າວດີມາບອກໃຫ້ພວກເຈົ້າຮູ້ ເປັນຂ່າວທີ່ນຳຄວາມຊົມຊື່ນຍິນດີອັນໃຫຍ່ ມາສູ່ປະຊາຊົນທັງໝົດ.
“ເພາະວ່າໃນວັນນີ້ ພຣະຜູ້ຊ່ວຍໃຫ້ລອດອົງໜຶ່ງ ຄືພຣະຄຣິດໄດ້ມາບັງເກີດຢູ່ໃນເມືອງຂອງດາວິດ ສຳລັບເຈົ້າທັງຫລາຍ. …
“ແລະ ໃນທັນໃດນັ້ນ ກໍມີກອງທັບທູດສະຫວັນໝູ່ໃຫຍ່ ມາປະກົດກັບທູດອົງນັ້ນ ຮ່ວມກັນຮ້ອງເພງສັນລະເສີນພຣະເຈົ້າວ່າ,
“ລັດສະໝີ ຈົ່ງມີແກ່ພຣະເຈົ້າ ໃນສະຫວັນທີ່ສູງສຸດ ແລະ ທີ່ແຜ່ນດິນໂລກຈົ່ງມີສັນຕິສຸກ ແກ່ມະນຸດທັງປວງ” (ລູກາ 2:8–11, 13–14).
ການກຳເນີດຂອງພຣະຜູ້ຊ່ວຍໃຫ້ລອດ ໄດ້ເກີດຂຶ້ນພາຍໃນສອງສາມມື້ ຫລັງຈາກການປະກາດຂອງຜູ້ຄົນທີ່ສັກສິດສອງຄົນ—ຊຶ່ງທຸກວັນນີ້ ເຮົາຈະເອີ້ນພວກເພິ່ນວ່າ ເປັນພະນັກງານໃນພຣະວິຫານ:
“ແລະ ຈົ່ງເບິ່ງ, ຢູ່ໃນນະຄອນເຢຣູຊາເລັມ ໄດ້ມີຊາຍຄົນໜຶ່ງຊື່ວ່າ ຊີເມໂອນ; ເພິ່ນເປັນຄົນສິນທຳຢຳເກງພຣະເຈົ້າ ແລະ ໄດ້ຄອຍຖ້າຜູ້ທີ່ມາໂຜດຊ່ວຍຊາດອິດສະຣາເອນໃຫ້ລອດ: ແລະ ພຣະວິນຍານບໍລິສຸດ ໄດ້ສະຖິດຢູ່ກັບເພິ່ນ.
“ພຣະວິນຍານບໍລິສຸດໄດ້ສະແດງໃຫ້ເພິ່ນຮູ້ວ່າ ເພິ່ນຈະບໍ່ຕາຍກ່ອນໄດ້ເຫັນພຣະຄຣິດ ຜູ້ມາຈາກພຣະຜູ້ເປັນເຈົ້າ.
“ພຣະວິນຍານບໍລິສຸດໄດ້ນຳພາຊີເມໂອນເຂົ້າໄປໃນພຣະວິຫານ: ແລະ ເມື່ອພໍ່ແມ່ໄດ້ນຳເອົາພຣະກຸມມານເຢຊູເຂົ້າໄປໃນພຣະວິຫານ ເພື່ອປະຕິບັດຕາມກົດ,
“ແລ້ວ ເພິ່ນກໍໄດ້ອູ້ມເອົາພຣະກຸມມານໄວ້ໃນອ້ອມແຂນຂອງຕົນ ແລະ ສັນລະເສີນພຣະເຈົ້າວ່າ,
“ຂ້າແດ່ພຣະອົງເຈົ້າ, ບັດນີ້ ພຣະອົງໄດ້ໃຫ້ຜູ້ຮັບໃຊ້ຂອງພຣະອົງ ໄປເປັນສຸກຕາມພຣະຄຳຂອງພຣະອົງ:
“ເພາະວ່າຕາຂອງຂ້ານ້ອຍໄດ້ເຫັນຄວາມລອດ ທີ່ມາຈາກພຣະອົງແລ້ວ” (ລູກາ 2:25–30).
ການປະກາດເທື່ອທີສອງແມ່ນ ຈາກສະຕີທີ່ສັກສິດຄົນໜຶ່ງ, ຜູ້ອາໄສຢູ່ໃນພຣະວິຫານຄືກັນ. ນາງອານາ, ຜູ້ຊຶ່ງພຣະຄຳພີເອີ້ນວ່າ “ໝໍທຳນາຍຍິງ ... ເປັນຄົນແກ່ຊະລາຫລາຍແລ້ວ, …
“ແລະ ນາງເປັນໝ້າຍຢູ່ລະຫວ່າງແປດສິບສີ່ປີ. ນາງບໍ່ໜີຈາກບໍລິເວນພຣະວິຫານຈັກເທື່ອ, ແຕ່ໄດ້ຢູ່ປະຕິບັດພຣະເຈົ້າ, ຮັກສາສິນດ້ວຍການຖືສິນອົດເຂົ້າ ແລະ ອະທິຖານ ທັງກາງເວັນ ແລະ ກາງຄືນ.
“ໃນເວລານັ້ນ ນາງກໍໄດ້ເຂົ້າມາຂອບພຣະຄຸນພຣະເຈົ້າ ແລະ ເວົ້າເຖິງພຣະກຸມມານໃຫ້ແກ່ທຸກຄົນ ໃນນະຄອນເຢຣູຊາເລັມຟັງ ຊຶ່ງພວກເຂົາກຳລັງຄອຍຖ້າການໄຖ່ຢູ່” (ລູກາ 2:36–38).
ຄຳທຳນາຍ ແລະ ການປະກາດ ທີ່ກ່າວຜ່ານມານັ້ນ ບອກເຖິງການສະເດັດມາຄັ້ງ ທຳອິດ ຂອງພຣະຜູ້ຊ່ວຍໃຫ້ລອດ. ບັດນີ້ ເຮົາກຳລັງຕຽມພ້ອມສຳລັບການສະເດັດມາຄັ້ງ ທີສອງ ຂອງພຣະຜູ້ເປັນເຈົ້າ, ຊຶ່ງເປັນເວລາ ຊຶ່ງຜູ້ທີ່ເຊື່ອກຳລັງຄອຍຖ້າຢ່າງກະຕືລືລົ້ນ ແລະ ຜູ້ທີ່ບໍ່ເຊື່ອກໍຢ້ານກົວ ແລະ ປະຕິເສດ. ເຮົາຖືກບັນຊາໃຫ້ຢືນຢູ່ … ໃນສະຖານທີ່ສັກສິດ, ແລະ ບໍ່ຫວັ່ນໄຫວ, ຈົນກວ່າວັນຂອງພຣະຜູ້ເປັນເຈົ້າມາເຖິງ; ເພາະມັນມາເຖິງຢ່າງໄວ (ເບິ່ງ D&C 87:8). “ສະຖານທີ່ສັກສິດ” ເຫລົ່ານັ້ນແມ່ນຮ່ວມດ້ວຍພຣະວິຫານ ແລະ ພັນທະສັນຍາກໍຖືກຮັກສາຢ່າງຊື່ສັດ, ບ້ານເຮືອນ ບ່ອນທີ່ລູກໆມີຄ່າປະເສີດລ້ຳ ແລະ ຖືກສິດສອນ, ແລະ ໜ້າທີ່ຕ່າງໆທີ່ເຮົາໄດ້ຮັບມອບໝາຍໂດຍຜູ້ມີສິດອຳນາດຖານະປະໂລຫິດ, ຮ່ວມດ້ວຍການເຜີຍແຜ່, ພຣະວິຫານ, ແລະ ການເອີ້ນອື່ນໆ, ທີ່ເຮົາປະຕິບັດຢ່າງຊື່ສັດ ຢູ່ໃນສາຂາ, ຫວອດ, ແລະ ສະເຕກ.
ໃນຂະນະທີ່ເຮົາຕຽມສຳລັບການສະເດັດມາຄັ້ງທີສອງຂອງພຣະອົງ, ແລະ ໃນຂະນະທີ່ເຮົາຢືນຢູ່ໃນສະຖານທີ່ສັກສິດ, ເຮົາຈະສືບຕໍ່ຮັກສາເທດສະການບຸນຄຣິດສະມັດຕໍ່ໄປ ບໍ່ຄິດວ່າເປັນພຽງເທດສະການທີ່ “ທັກທາຍກັນ” ຊື່ໆ ຫລື “ເປັນວັນຢຸດພັກທີ່ລື້ນເລີງ” ເທົ່ານັ້ນ, ແຕ່ເປັນການສະເຫລີມສະຫລອງ ການກຳເນີດຂອງພຣະບຸດຂອງພຣະເຈົ້າ ແລະ ເປັນເວລາທີ່ຈະຈື່ຈຳຄຳສອນ ແລະ ຄວາມສຳຄັນນິລັນດອນຂອງການຊົດໃຊ້ຂອງພຣະອົງ. ຂ້າພະເຈົ້າອະທິຖານວ່າ ເຮົາຈະຊື່ສັດໃນການເຮັດສິ່ງນີ້.
ຂ້າພະເຈົ້າເປັນພະຍານເຖິງຄວາມຈິງຂອງສິ່ງເຫລົ່ານີ້ ຜູ້ຊຶ່ງເຮົາສະເຫລີມສະຫລອງວັນກຳເນີດຂອງພຣະອົງ, ແມ່ນແຕ່ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.