ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ
​ເລື່ອງ​ລາວ​ທັງ​ໝົດ​ກ່ຽວ​ກັບບຸນ​ຄຣິດສະມັດ


10161:50

​ເລື່ອງ​ລາວ​ທັງ​ໝົດ​ກ່ຽວ​ກັບ​​ບຸນຄຣິດສະມັດ

​​ເທດສະການ​ບຸນຄຣິດສະມັດ​ນຳ​ມາ​ແຫ່ງຄວາມ​ຮູ້ສຶກ​ທີ່​ອ່ອນ​ໂຍນ, ຄວາມສຸກ, ​ແລະ ຄວາມ​ຮັກ. ​ແລະ ດັ່ງ​ທີ່​ພໍ່​ແມ່​ທຸກ​ຄົນ​ຢືນຢັນ, ປົກກະຕິ​ແລ້ວ ຄວາມ​ຮູ້ສຶກ​ທີ່​ຄ້າຍຄື​ກັນນີ້ ​ເກີດ​ຂຶ້ນ​​ເມື່ອ​ເວລາ​ລູກ​ເກີດ. ​ແນ່ນອນທີ່​ການ​ກຳ​ເນີດຂອງ​ພຣະຄຣິດ ບໍ່​ຄື​ກັນກັບ​ການ​ເກີດ​ຂອງ​ເດັກ​ຄົນ​ອື່ນໆ. ​ເລື່ອງ​ລາວ​ກ່ຽວ​ກັບການ​ກຳ​ເນີດ​ທີ່ປະ​ເສີດ—​ເຖິງ​ການ​ເດີນທາງ​ໄປ​ຍັງ​ເບັດ​ເລ​ເຮັມ, ​ໂຮງ​ແຮມ​ທີ່​ອັ່ງ​ອໍ, ຄອກ​ສັດ​ທີ່​ທຳ​ມະ​ດາ, ດາວ​ດວງ​ໃໝ່, ແລະ ​ທູດ​ສະຫວັນທີ່​ມາ​ປະຕິບັດ—​ເຮັດ​ໃຫ້​ເລື່ອງ​ລາວ​ກ່ຽວ​ກັບການ​ກຳ​ເນີດຂອງ​ພຣະອົງ ​ເປັນ​ສິ່ງໜ້າ​ອັດສະຈັນ​ໃຈ. ​ແຕ່​ເລື່ອງ​ລາວ​ກ່ຽວ​ກັບ​ການ​ກຳ​ເນີດຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ເປັນ​ຕົວ​ແທນ​ໃຫ້​ພຽງ​ແຕ່​ພາກສ່ວນ​ທີ່​ວ່າ​ເປັນ​ຫຍັງເຮົາຈຶ່ງ​ຮູ້ສຶກ​ເຖິງ​ພຣະວິນ​ຍານ​ໃນ​ລະຫວ່າງ​ເທດສະການ​ບຸນຄຣິດສະມັດ. ​ເທດສະການ​ບຸນຄຣິດສະມັດ​ບໍ່​ພຽງ​ແຕ່​ເປັນ​ການສະ​ຫລອງ ວິທີທີ່ ​ພຣະ​ເຢຊູ​ໄດ້​ມາສູ່​ໂລກ​ເທົ່າ​ນັ້ນ ​ແຕ່​ຍັງເປັນ​ການ​ຮັບຮູ້​ວ່າ ພຣະອົງ ​ເປັນ​ໃຜ​ນຳ​ອີກ—​ເປັນ​ພຣະຜູ້​ເປັນ​ເຈົ້າ ​ແລະ ພຣະຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ພຣະ​ເຢຊູ​ຄຣິດ—​ແລະ ວ່າ ​ເປັນ​ຫຍັງ ​ພຣະອົງ​ຈຶ່ງ​ມາສູ່​ໂລກນີ້.

ປະທານທອມ​ມັສ ​ແອັສ ມອນ​ສັນ ​ໄດ້​ສອນ​ວ່າ: “​ເພາະ​ພຣະອົງ​ໄດ້​ມາສູ່​ໂລກ, … ​ເຮົາຈຶ່ງ [ສາມາດ] ມີ​ຄວາມ​ຊື່ນ​ຊົມ ​ແລະ ຄວາມ​ສຸກ​ໃນ​ຊີວິດ​ຂອງ​ເຮົາ ​ແລະ ມີ​ຄວາມ​ສະຫງົບ​ສຸກໃນ​ທຸກ​ວັນ​​ໄດ້. .... ​ເພາະ​ພຣະອົງ​ໄດ້​ມາ, ຊີວິດ​ຂອງ​ເຮົາ​ຈຶ່ງ​ມີ​ຄວາມ​ໝາຍ.”1

ພຣະບຸດອົງທຳ​ອິດ​ຂອງ​ພຣະບິດາ

ຄວາມ​ໝາຍ​ນີ້ ​ແຈ່ມ​ແຈ້ງ​ຂຶ້ນ​ເມື່ອ​ເຮົາ​​ໄຕ່ຕອງ​ກ່ຽວ​ກັບ​​ເລື່ອງ​ລາວ​​ທັງ​ໝົດ​ກ່ຽວ​ກັບ​ຄຣິດສະມັດ. ປະທານກໍ​ດອນ ບີ ຮິງ​ລີ ​ໄດ້​ອະທິບາຍ​ວ່າ: “ຄົງ​ບໍ່​ມີຄຣິດສະມັດ ຖ້າ​ຫາກ​ບໍ່​ມີອິດສະ​ເຕີ. ກຸມມານ​ນ້ອຍ​ເຢຊູ​ແຫ່ງ​ເບັດ​ເລ​ເຮັມ ຄົງ​ເປັນ​ພຽງ​ແຕ່​ແອນ້ອຍ​ທຳ​ມະ​ດາ​ເທົ່າ​ນັ້ນ ຖ້າ​ຫາກ​ບໍ່​ມີ​ພຣະຄຣິດທີ່​ໄຖ່​ແຫ່ງ​ເຄັດ​ເຊ​ມາ​ເນ ​ແລະ ຄາ​ວາລີ, ​ແລະ ຄວາມ​ຈິງ​ເລື່ອງ​ການ​ຟື້ນ​ຄືນ​ພຣະຊົນ​ຢ່າງຜູ້​ມີ​ໄຊ.”2

ການ​ກຳ​ເນີດຂອງ​ພຣະ​ເຢຊູ​ໃນ​ເບັດ​ເລ​ເຮັມ ບໍ່​ໄດ້​ເປັນ​ການ​ເລີ່ມຕົ້ນຂອງ​ເລື່ອງ, ​ແລະ ຄາ​ວາລີ ບໍ່​ໄດ້​ເປັນ​ຕອນ​ຈົບ. ພຣະຄຳ​ພີ​ສອນ​ວ່າ ພຣະອົງ​ໄດ້​ຢູ່ “ກັບ​ພຣະ​ເຈົ້າ … ​ໃນ​ຕອນ​ຕົ້ນ”3 ​ໃນ​ສະພາ​​ກ່ອນ​ເກີດ ​ຢູ່ໃນ​ສະຫວັນ. ​ເຮົາ​ກໍ​ຢູ່​ທີ່​ນັ້ນຄື​ກັນ, ບ່ອນ​ທີ່​ເຮົາ​ໄດ້​ຮູ້ຈັກ​ພຣະອົງ​ວ່າ​ເປັນ​ພຣະ​ເຢ​ໂຮ​ວາ, ​ເປັນ​ບຸດອົງທຳ​ອິດຂອງ​ພຣະບິດາ​ຜູ້​ສະຖິດ​ນິລັນດອນ.4 ​ເຮົາ​ໄດ້​ຮຽນ​ຮູ້​ວ່າ ພຣະອົງຈະ​ມີບົດບາດ​ທີ່​ສຳຄັນ ​ໃນ​ຖານະ​ເປັນ​ພຣະຜູ້​ສ້າງ ​ແລະ ພຣະຜູ້​ໄຖ່​ຂອງ​ໂລກ. ​ເຮົາ​ໄດ້​ຮ້ອງ​ໂຮ​ດ້ວຍ​ຄວາມ​ຊື່ນ​ຊົມ ​ເມື່ອ​ເຮົາ​​ໄດ້ຮັບ​ເອົາ​ແຜນ​ແຫ່ງ​ຄວາມສຸກ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະບິດາ.5 ​ເຖິງ​ແມ່ນ​ວ່າ ມີ​ຫລາຍ​ຄົນ​ໄດ້​ຕໍ່ຕ້ານ​ແຜນ​ຂອງ​ພຣະ​ເຈົ້າ, ​ແຕ່​ເຮົາ​ໄດ້​ຢູ່​ຝ່າຍ​ຂອງ​ຜູ້​ທີ່​ມີ​ສັດທາ​ໃນ​ພຣະ​ເຢຊູ​ຄຣິດ. ​ເຮົາ​ໄດ້​ເຕັມ​ໃຈ​ຮັບ​ເອົາ​ການ​ສ່ຽງ​ເປັນ​ມະນຸດ ​ເພາະ​ເຮົາ​ໝັ້ນ​ໃຈ​ວ່າ ພຣະ​ເຢຊູ​ຈະ​ບັນລຸ​​ພຣະປະສົງ​ຂອງ​ພຣະບິດາ—ວ່າ ຜ່ານ​ທາງ​ພຣະອົງ ​ເຮົາ​ຈະ​ລອດ.

ການ​ກຳ​ເນີດຂອງ​ພຣະບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດຂອງ​ພຣະ​ເຈົ້າ

ຕອນ​ຢູ່​ໃນ​ໂລກ, ຄວາມ​ຊົງຈຳ​ກ່ຽວ​ກັບ​ຊີວິດ​ກ່ອນ​ເກີດຂອງ​ເຮົາ​ໄດ້​ຖືກ​ປິດ​ບັງ​ໄວ້ ດ້ວຍ​ຜ້າ​ມ່ານ​ແຫ່ງ​ຄວາມ​ຫລົງ​ລືມ. ຈຸດປະສົງ​ຂອງ​ເຮົາ​ໃນ​ການ​ມາສູ່​ໂລກ ​ແມ່ນ​ເພື່ອ​ທີ່​ຈະ​ຮຽນ​ “ດຳ​ເນີນ​ຊີວິດ​ດ້ວຍ​ສັດທາ, ບໍ່​ແມ່ນ​ດ້ວຍ​ການ​ມອງ​ເຫັນ.”6

​ໃນ​ການ​​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດທາ​ນັ້ນ, ພຣະ​ເຈົ້າ​ໄດ້​ສົ່ງ​ສາດສະດາ ຜູ້​ສາມາດ​ມອງເຫັນ​ລ່ວງ​ໜ້າມາ ​ແລະ ​ພວກ​ເພິ່ນໄດ້​ບອກ​ລ່ວງ​ໜ້າ ​ເຖິງ​ການ​ມາ​ຂອງ​ພຣະ​ເມ​ຊີ​ອາທີ່​ຖືກ​ສັນຍາ​ໄວ້. ສາດສະດາ​ທ່ານ​ໜຶ່ງ​ໃນ​ບັນດາ​ສາດສະດາ​ເຫລົ່າ​ນັ້ນ​ແມ່ນ ນີ​ໄຟ, ຜູ້​ໄດ້​ເຫັນ​ພາບ​ນິມິດ​ກ່ຽວ​ກັບຕົ້ນ​ໄມ້ ທີ່​ສວຍ​ງາມ ​ແລະ ຂາວ​ທີ່​ສຸດ. ​ເມື່ອ​ເພິ່ນ​​ໄດ້​ທູນ​ຖາມ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ພາບ​ນິມິດ​ນັ້ນ, ​ເພິ່ນ​ໄດ້​ເຫັນ​ເມືອງ​ນາ​ຊາ​ເຣັດ ​ແລະ ນາງ​ມາຣີ, ຍິງ​ສາວ​ບໍລິສຸດ ຜູ້​ທີ່​ຈົບງາມທີ່​ສຸດ. ​ແລ້ວທູດ​ທີ່ຢູ່​ກັບ​ນີ​ໄຟ ​ໄດ້​ຖາມຄຳ​ຖາມ​ທີ່ໜັກ​ແໜ້ນ​ນີ້​ວ່າ: “ເຈົ້າຮູ້ຈັກ​ພຣະ​ເມດ​ຕາ​ກະລຸນາ​ຂອງ​ພຣະ​ເຈົ້າບໍ່?” ​ໃນ​ອີກ​ຄຳ​ໜຶ່ງ, “ເຈົ້າ​ເຂົ້າ​ໃຈ​ບໍ​ວ່າ ​ເປັນ​ຫຍັງ​ພຣະ​ເຈົ້າ​ເອງ​ຈະ​ມາສູ່​ໂລກ, ​ເປັນ​ຫຍັງ​ພຣະອົງ​ຈຶ່ງ​ຍອມ​ລົງ​ຕ່ຳ​ກວ່າ​ທຸກ​ສິ່ງ? ນີ​ໄຟ​ໄດ້​ຕອບ​ຢ່າງ​ບໍ່​ແນ່​ໃຈ​ວ່າ: “ຂ້ານ້ອຍ​ຮູ້​ວ່າ ພຣະອົງ​ຮັກ​ລູກໆ​ຂອງ​ພຣະອົງ; ​​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້ານ້ອຍ​ກໍ​ບໍ່​ຮູ້​ເຖິງ​ຄວາມ​ໝາຍ​ໝົດ​ທຸກ​ຢ່າງ.”

​ແລ້ວ​ທູດ​ໄດ້​ກ່າວ​ວ່າ, “ຜູ້ຍິງ​ບໍລິສຸດ​ທີ່​ເຈົ້າ​ເຫັນ​ຄື​ມານ​ດາ​ຂອງ​ພຣະບຸດ​ຂອງ​ພຣະ​ເຈົ້າທາງ​ເນື້ອ​ໜັງ.” ນີ​ໄຟ​ໄດ້​ເຫັນ​​ນາງມາຣີອູ້ມ​ແອນ້ອຍ, ​ແລະ ດ້ວຍ​ຄວາມສຸກ ທູດ​ໄດ້​ກ່າວ​ວ່າ, “ຈົ່ງ​ເບິ່ງ​ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ, … ​ແມ່ນ​ພຣະບຸດ​ຂອງ​ພຣະບິດາ​ຜູ້​ສະຖິດ​ນິລັນດອນ!” ທັນ​ໃດ​ນັ້ນ, ຄວາມ​ໝາຍ​ກ່ຽວ​ກັບຕົ້ນ​ໄມ້—​ແລະ ​ເຫດຜົນ​ທີ່​ເຮົາ​ສະ​ຫລອງ​ການ​ກຳ​ເນີດຂອງ​ພຣະຄຣິດ—​ຈຶ່ງແຈ່ມ​ແຈ້ງ​ຂຶ້ນຕໍ່​ນີ​ໄຟ. ​ເພິ່ນ​ໄດ້​ກ່າວ​ວ່າ, “ຄື​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ຊຶ່ງ​ແຜ່ຜາຍ​ອອກ​ມາ​ຫາ​ໃຈ​ຂອງ​ລູກ​ຫລານ​ມະນຸດ; ດັ່ງນັ້ນ, ມັນ​ຈຶ່ງ​ເປັນ​ທີ່​ເພິ່ງ​ປາດ​ຖະໜາ​ທີ່​ສຸດ​ເໜືອກ​ວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ທັງ​ສິ້ນ.” “ແທ້​ຈິງ​ແລ້ວ,” ທູດ​ໄດ້​ກ່າວ​ຕື່ມ​ວ່າ, “ແລະ ​ເປັນ​ທີ່​ປິ​ຕິ​ຍິນ​ດີ​ທີ່​ສຸດ​ແກ່​ຈິດ​ວິນ​ຍານ.”7

​ໃນ​ທີ່​ສຸດ, ​ເກືອບ​ເຖິງ 600 ປີ ຫລັງ​ຈາກ​ພາບ​ນິມິດ​ຂອງ​ນີ​ໄຟ, ມື້​ທີ່ໄດ້​ຄອຍ​ຖ້າ​ມາ​ດົນ​ນານ​ແລ້ວ, ຊຶ່ງ​ໄດ້​ຖືກ​ທຳນາຍ​ໄວ້​ດົນ​ນານ​ມາ​ແລ້ວ ກໍ​ໄດ້​ມາ​ເຖິງ. ພຣະ​ເຢຊູ​ໄດ້​ເດີນ​ຜ່ານ​ຜ້າ​ມ່ານ ​ແລະ ​ເຂົ້າມາສູ່​ໂລກ ​ເປັນ​ເດັກ​ທາລົກ​ທີ່​ຊ່ວຍ​ຕົວ​ເອງ​ບໍ່​ໄດ້, ​ເຖິງ​ແມ່ນ​ພຣະອົງ​ບໍ່​ເໝືອນ​ເດັກ​ທາລົກ​ຄົນ​ອື່ນໆ​ກໍ​ຕາມ. ພຣະບຸດ​ອົງ​ທຳ​ອິດ​ຂອງ​ພຣະ​ເຈົ້າ​ໃນ​ວິນ​ຍານ ​ໄດ້​ກາຍ​ເປັນ​ພຣະບຸດ​ອົງ​ດຽວທີ່​ຖື​ກຳ​ເນີດຂອງ​ພຣະອົງ ​ໃນ​ເນື້ອ​ໜັງ. ​ເດັກ​ຄົນ​ນີ້, ຜູ້​ໄດ້​ເກີດ​ມາ​ໃນ​ສະພາບ​ແວດ​ລ້ອມ​ທີ່​ຕ່ຳ​ຕ້ອຍ​ທີ່​ສຸດ, ຈະ​ເປັນ​ຜູ້​ນຳ​ຄວາມ​ລອດ​ມາ​ໃຫ້​ຄອບຄົວ​ນິລັນດອນ​ຂອງ​ພຣະ​ເຈົ້າ! ​ແທ້​ຈິງແລ້ວ, “ຄວາມ​ຫວັງ ​ແລະ ຄວາມ​ຢ້ານ​ກົວ​​ໃນ​ຫລາຍໆ​ປີຜ່ານມາ” ​ໄດ້​ເກີດ​ຂຶ້ນ​ໃນ “ເມືອງ​ນ້ອຍ​ແຫ່ງ​ເບັດ​ເລ​ເຮັມ” ​ໃນ​ຄືນ​ນັ້ນ.8

​ແນ່ນອນ​ທີ່ ​ເລື່ອງ​ລາວ​ບໍ່​ໄດ້​ສິ້ນ​ສຸດ​ລົງ​ຢູ່​ທີ່​ນັ້ນ. ​ເຖິງ​ແມ່ນການ​ກຳ​ເນີດຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ເປັນ​ການ​ມະ​ຫັດສະ​ຈັນ​ອັນ​ຍິ່ງ​ໃຫຍ່, ​ແຕ່​ການ​ມະຫັດສະຈັນ​ອັນ​ຍິ່ງ​ໃຫຍ່ກວ່າ ກຳລັງ​ຈະ​ຕາມ​ມາ.

ພາລະກິດ​ຂອງ​ພຣະບິດາ

​ເຮົາ​ຮູ້​ພຽງ​ເລັກ​ນ້ອຍ​ກ່ຽວ​ກັບ​ພຣະຊົນ​ຊີບ​ຂອງ​ພຣະ​ເຢຊູ​ໃນ​ໄວ​ເຍົາ. ​ເຮົາ​ຮູ້​ວ່າ ພຣະອົງ “​ໄດ້​ຈະ​ເລີນ​ເຕີບ​ໃຫຍ່​ຂຶ້ນ ​ໃນ​ດ້ານ​ສະຕິ​ປັນຍາ, ​ແລະ ​ໃນ​ດ້ານ​ຮ່າງກາຍ ​ເປັນ​ທີ່​ພໍພຣະ​ໄທ​ຕໍ່​ພຣະ​ເຈົ້າ ​ແລະ ຕໍ່​ມະນຸດ​ດ້ວຍ.”9 ​ເມື່ອ​ມີ​ອາຍຸ​ໄດ້ 12 ພັນ​ສາ, ພຣະອົງ​ມີ​ຄວາມ​ປາດ​ຖະໜາ​ທີ່​ຈະ “​ເຮັດ​ພາລະກິດ​ຂອງ​ພຣະບິດາ [ຂອງ​ພຣະອົງ] .”10 ພາລະກິດ​ດັ່ງກ່າວຄື ການ​ເປັນ​ພະຍານ​ຕໍ່​ຊາວ​ໂລກ ​ເຖິງຄວາມ​ຮັກ​ອັນ​ຍິ່ງ​ໃຫຍ່ ​ແລະ ປະ​ເສີດຂອງ​ພຣະບິດາ ທີ່​ມີ​ຕໍ່​ລູກໆ​ຂອງ​ພຣະອົງ.11

“ເພາະ​ພຣະ​ເຈົ້າຮັກ​ໂລກ​ຫລາຍ​ທີ່​ສຸດ ຈົນ​ໄດ້​ປະທານ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ, ... ​ເພື່ອ​ທຸກ​ຄົນ​ທີ່​ວາງ​ໃຈ​ເຊື່ອ​ໃນ​ພຣະອົງ​ຈະ​ບໍ່​ຈິບຫາຍ.”12

ພາລະກິດ​ຂອງ​ພຣະບິດາ​ຂອງ​ພຣະອົງ​ຄື “[ການ​ໄປ] ທຸກ​ຫົນ​ທຸກ​ແຫ່ງ.”13 ມັນ​ເປັນ​ວຽກ​ງານ​ແຫ່ງ​ການ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ—“ປິ່ນປົວ​ຄົນ​ເຈັບ​ປ່ວຍ, ​ເຮັດ​ໃຫ້​ຄົນ​ຕາຍ​ຄືນ​ມີ​ຊີວິດ, ​ເຮັດ​ໃຫ້​ຄົນ​ເປ້ຍ​ລ່ອຍ​ຍ່າງ​ໄດ້, ຄົນ​ຕາບອດ​ເຫັນຮຸ່ງ, ​ແລະ ຄົນ​ຫູໜວກ​ໄດ້​ຍິນ.”14

ພາລະກິດ​ຂອງ​ພຣະບິດາ​ຂອງ​ພຣະອົງຄື ການ​ເປີດ​ຕາ​ແຫ່ງ​ສັດທາ​ຂອງ​ເຮົາ, ການປຸກ​ຄວາມ​ສາມາດ​ທາງ​ວິນ​ຍານ​ຂອງ​ເຮົາ, ​ແລະ ການ​ປິ່ນປົວ​ຄວາມ​ເຈັບ​ປວດ, ຄວາມ​ທະ​ນົງ​ຕົວ, ຄວາມ​​ເຈັບ​ໄຂ້​ໄດ້ປ່ວຍ, ​ແລະ ຄວາມ​ຜິດ​ບາບ​ຂອງ​ເຮົາ. ຄື​ການ “ຊ່ວຍ​ [ເຮົາ​ໃນ​] ຄວາມອ່ອນ​ແອ​ຂອງ​ເຮົາ.” ​ແລະ ​ໃນ​ການ​ບັນລຸ​ສິ່ງ​ນີ້, ພຣະ​ເຢຊູ​ໄດ້​ເຕັມ​ໃຈ​ຮັບ​​ເອົາ​ຄວາມ​ເຈັບ​ປວດ, ການປະຕິ​ເສດ, ຄວາມທຸກ​ທໍລະມານ, ​ແລະ ການ​ລໍ້​ລວງ ​ໃນ​ທຸກ​ຮູບ​ແບບ.15

ພາລະກິດ​ຂອງ​ພຣະບິດາ​ຂອງ​ພຣະອົງຄື ການ​ຊ່ວຍ​ເຮົາ​ໃຫ້​ບັນ​ລຸ​ຈຸດ​ປະສົງ​ຂອງ​ເຮົາ​ຢູ່​ໃນ​ໂລກ​ນີ້—ຄື ການ “ຕຽມ​ເຮົາ​ສຳລັບ​ສະຫວັນ,” ​ເພື່ອ​ວ່າ​ເຮົາ​ຈະ “ໄດ້​ຢູ່​ກັບ [ພຣະອົງ] ຢູ່​ທີ່​ນັ້ນ.”16 ​ໃນ​ອີກ​ຄຳ​ໜຶ່ງ, ພາລະກິດ​ຂອງ​ພຣະບິດາ​ຂອງ​ພຣະອົງ ຄື—​ແລະ ຍັງ​ຄື—ການ​ກໍ່​ໃຫ້​ເກີດ​ຄວາມ​ເປັນ​ອະມະຕະ ​ແລະ ຊີວິດ​ນິລັນດອນ​ຂອງ​ມະນຸດ.”17

ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ

​ໃນ​ທີ່​ສຸດ, ​ເລື່ອງ​ລາວ​ທັງ​ໝົດ​ກ່ຽວ​ກັບ​ຄຣິດສະມັດ​ແມ່ນ​ຮ່ວມ​ດ້ວຍ​ສາມ​ມື້​ສຸດ​ທ້າຍ​ຂອງ​ພຣະຊົນ​ຊີບ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ. ​ໃນ​ຊ່ວງທີ່​ສຳຄັນຫລາຍ​ນັ້ນ, ພຣະຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ອອກ​ໄປ​ຈາກ​ສວນ​ເຄັດ​ເຊ​ມາ​ເນ ​ໄປ​ຫາ​ຫລັກ​ກາງ​ແຂນ​ທີ່​ຄາ​ວາລີ ​ແລ້ວ​ຕໍ່​ໄປ​ເຖິງ​ສວນ​ອຸບ​ມຸງ. ​ແອວ​ເດີ ​ແຈັບ​ຟະຣີ ອາ ຮໍ​ແລນ ​ໄດ້​ສອນ​ວ່າ, “ຜົນ​ກະທົບ ​ແລະ ປະສິດທິພາບ” ຂອງ​ເວລາ​ນັ້ນ ຈະ “ຢ້ອນ​ຄືນ​ຫລັງ … ​ໄປ​ຫາຕອນ​ຕົ້ນຂອງ​ເວລາ, ​ແລະ ນັບ​ຈາກ​ນັ້ນມາ … ຈົນ​ເຖິງ​ຕະຫລອດ​ຊົ່ວ​ນິລັນດອນ.”18

​ໂດຍ​ທີ່​ມະນຸດ​ທັງ​ປວງຕ້ອງ​ເພິ່ງ​ອາ​ໄສ​ພຣະອົງ​ໃຫ້​ຊ່ວຍ​​ໄປ​ເຖິງ​ຈຸດໝາຍ​ປາຍທາງ​ຂອງ​ພວກ​ເຂົາ, ພຣະ​ເຢຊູ​ຈຶ່ງ​ໄດ້​ເຂົ້າ​ໄປສວນ​ເຄັດ​ເຊ​ມາ​ເນ​ແຕ່​ພຽງ​ຜູ້​ດຽວ. ​ຈາກ​ນັ້ນກໍ​ໄດ້​ຖືກ​ສອບ​ສວນ, ຖືກ​ຂ້ຽນ​ຕີ, ​ແລະ ​ໃນ​ທີ່​ສຸດ ຖືກ​ຄຶງ​ຈົນສິ້ນ​ພຣະຊົນ​ຢູ່​ເທິງ​ໄມ້​ກາງ​ແຂນ. ດ້ວຍ​ຖ້ອຍ​ຄຳທີ່​ຖ່ອມຕົວ ​ແລະ ອ່ອນ​ນ້ອມ​ອັນດຽວ​ກັນ​ກັບ​ທີ່​ພຣະອົງ​ໄດ້​ປະກາດນັບ​ແຕ່​ຕອນ​ຕົ້ນວ່າ ຂ້າພຣະອົງ​ຢູ່​ນີ້​ເດ ຂໍ​ຈົ່ງ​ສົ່ງ​ຂ້າພຣະອົງ​ໄປ​ເຖີດ,19 ບັດ​ນີ້ ພຣະອົງ​ໄດ້​ກ່າວ​ວ່າ, “ພຣະບິດາ​ເຈົ້າ​ເອີຍ, ລູກ​ຂໍ​ມອບ​ຈິດ​ວິນ​ຍານ​ຂອງ​ລູກ​ໄວ້​ໃນ​ພຣະຫັດຂອງ​ພຣະອົງ.”20

​ແຜ່ນດິນ​ໂລກ​ໄດ້​ຮ້ອງຄວນ​ຄາງ, ໝູ່​ເພື່ອນ​ຂອງ​ພຣະອົງ​ໄດ້​ໂສກ​ເສົ້າ​ເສຍ​ໃຈ, ​ແລະ ຄວາມ​ມືດ​ໄດ້​ປົກ​ຄຸມ​ແຜ່ນດິນ. ພຣະຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຈາກ​ໄປ​ສູ່​ໂລກ​ວິນ​ຍານ, ບ່ອນ​ທີ່ຄົນ​ທີ່​ທ່ຽງ​ທຳ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ເປັນ​ກຸ່ມ​ໃຫຍ່—​ໄປ​ຫາ ຈິດ​ວິນ​ຍານ​ຂອງ​ຄົນ​ທີ່​ຊອບ​ທຳ ຜູ້​ໄດ້​ຕາຍ​ໄປ​ແລ້ວ—ທີ່​ໄດ້​ຄອຍ​ຖ້າ​ການສະ​ເດັດ​ມາ​ຂອງ​ພຣະອົງ. ​ເຫດການ​ທີ່​ປະ​ທັບ​ໃຈທີ່​ຄ້າຍຄື​ກັນ​ນີ້ ​ໄດ້​ເກີດ​ຂຶ້ນ​ໃນ​ຕອນ​ຕົ້ນຂອງ​ເວລາ, ບຸດ​ ​ແລະ ທິດາ​ຂອງ​ພຣະ​ເຈົ້າ ​ໄດ້​ຮ້ອງ​ອອກ​ມາ​ດ້ວຍ​ຄວາມ​ຊື່ນ​ຊົມ ​ແລະ ກົ້ມຂາບ​ລົງ​ເພື່ອ​ນະມັດ​ສະການພຣະ​ຜູ້​ປົດ​ປ່ອຍ​​ຂອງ​​ເຂົາ​ເຈົ້າ.21

ການ​ຟື້ນ​ຄືນ​ພຣະຊົນ​ຂອງຄວາມ​ສະຫວ່າງ​ຂອງ​ໂລກ

ບໍ່​ດົນ ​ກໍ​ເຖິງ​ເວລາ​ທີ່​ພຣະຜູ້​ຊ່ວຍ​ໃຫ້​ລອດ​ຕ້ອງ​ຮັບ​ພຣະກາຍ​ຂອງ​ພຣະອົງ​ຄືນ ​ແລະ ບັນລຸ​ການ​ເອົາ​ຊະນະ​ຄວາມ​ຕາຍ​ຂອງ​ພຣະອົງ. ​ໃນ​ເຊົ້າຂອງ​ວັນ​ໜຶ່ງ​ໃນ​ລະດູ​​ໃບ​ໄມ້​ປົ່ງ, ​ເປັນ​ມື້​ທຳ​ອິດ​ຂອງ​ອາທິດ, ນາງ​ມາຣີ​ໄທ ມັກ​ດາ​ລາ ​ໄດ້​ໄປ​ທີ່​ອຸ​ບມຸງ​ຂອງ​ພຣະອົງ ​ແລະ ​ເຫັນ​ມັນ​ວ່າງ​ເປົ່າ. ນາງ​ເປັນ​ຄົນ​ທຳ​ອິດ​ທີ່​ໄດ້​ຍິນ​ສຸລະສຽງ ​ແລະ ​ເຫັນ​ພຣະພັກ​ຂອງ​ພຣະອົງ. ຕໍ່​ມາ​ພຣະ​ເຢຊູ​ໄດ້​ປະກົດ​ຕົວ​ຕໍ່​ອັກຄະ​ສາວົກ​ຂອງ​ພຣະອົງ, ​ເຊື້ອ​ເຊີນ​ພວກ​ເພິ່ນ​ໃຫ້​ເບິ່ງ​ພຣະຫັດ ​ແລະ ພຣະບາດ​ຂອງ​ພຣະອົງ, ​ເພື່ອ “ຄຳ​ເບິ່ງ [ພຣະອົງ], ​ແລະ ​ໃຫ້ເບິ່ງ”22 ວ່າ ​ແມ່ນ​ພຣະອົງ​—ວ່າ ພຣະຜູ້​ໄຖ່​ຂອງ​ເຂົາ​ເຈົ້າ ​ໄດ້​ຟື້ນ​ຄືນ​ພຣະຊົນ​ແລ້ວແທ້ໆ!

ສິ່ງ​ເຫລົ່າ​ນີ້​ຄື “ຂ່າວ​ທີ່​ນຳ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ອັນ​ໃຫຍ່”23 ມາ​ໃຫ້ ທີ່​ເຮົາ​ສະຫລອງ​ໃນ​ຊ່ວງ​ເທດສະການ​ບຸນຄຣິດສະມັດ—ບໍ່​ພຽງ​ແຕ່​ວ່າ​ພຣະຄຣິດ​ໄດ້​ກຳ​ເນີດ​ເທົ່າ​ນັ້ນ ​ແຕ່​ພຣະອົງ​ໄດ້​ມີ​ພຣະຊົນ​ຊີ​ບຢູ່​ທ່າມກາງ​ພວກ​ເຮົາ, ​ໄດ້​ປະທານ​ພຣະຊົນ​ຊີບຂອງ​ພຣະອົງ​ໃຫ້​ເຮົາ, ​ໄດ້​ຟື້ນ​ຄືນ​ພຣະຊົນ, ​ແລະ ​ສຸດ​ທ້າຍ “ໄດ້​ບັນລຸ​ວຽກ​ງານ​ທີ່ [ພຣະບິດາ​ຂອງ​ພຣະອົງ] ມີ​ໃຫ້​ພຣະອົງ​ເຮັດ.”24 ​ເຮົາ​ປິ​ຕິ​ຍິນ​ດີ ​ເພາະ​ຄວາມ​ສັບສົນ ​ແລະ ຄວາມວຸ້ນວາຍ​ຂອງ​ໂລກ​ນີ້ ສາມາດ​ມິດ​ງຽບ​ລົງ ດ້ວຍ​ຄຳ​ສັນຍາ​ທີ່​ໄດ້​ເຮັດ​ໄວ້​ກັບ​ເຮົາ ນັບ​ຕັ້ງ​ແຕ່​ຕອນ​ຕົ້ນ—​ເປັນ​ຄຳ​ສັນຍາ​ທີ່​ບັນລຸ​ໂດຍ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ. ​ເພາະ​ດ້ວຍ​ເຫດ​ນີ້, ​ເລື່ອງ​​ເລົ່າ​ກ່ຽວ​ກັບ​ຄຣິດສະມັດ ຈຶ່ງ​ບໍ່​ຈົບ​ປາດ​ສະ​ຈາກ​ເລື່ອງ​ເລົ່າ​ກ່ຽວ​ກັບ​ບຸນອິດສະ​ເຕີ. ມັນ​ແມ່ນ​ການ​ເສຍ​ສະລະ​ຊົດ​​ໃຊ້​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ທີ່​ເຮັດ​ໃຫ້​ຄ່ຳ​ຄືນ​ທີ່​ງຽບ​ສະຫງົບ​ຢູ່​ໃນ​ເບັດ​ເລ​ເຮັມ ​ເປັນ​ຄືນ​ທີ່​ສັກສິດ. ມັນ​ແມ່ນ​ຂອງ​ປະທານ​ແຫ່ງ​ການ​ໄຖ່​ຂອງ​ພຣະອົງ ທີ່​ເຮັດ​ໃຫ້​​ເຮົາຮ້ອງ​ອອກ​ມາ​ດ້ວຍ​ຄວາມ​ຊື່ນ​ຊົມ ຢູ່​ໃນ​ໂລກ​ກ່ອນ​ເກີດ—​ເປັນ​ຂອງ​ປະທານ​ທີ່​ປິ່ນປົວ​ຄົນ​ເຈັບ​ປ່ວຍ, ​ໂຜດ​ຄົນ​ຕາບອດ​ໃຫ້​ເຫັນຮຸ່ງ, ​ແລະ ​ເຊັດ​ນ້ຳຕາ​ທຸກ​ຢົດ.25

ຄວາມ​ສະຫວ່າງ​ທີ່​ເຮົາ​ມັກ​ໃນ​ຊ່ວງ​ເທດສະການ​ບຸນຄຣິດສະມັດ ​ແມ່ນ​ມາ​ຈາກ​ຄວາມ​ສະຫວ່າງ​ຂອງ​ໂລກ, ນັ້ນຄື ພຣະ​ເຢຊູ​ຄຣິດ. ​ເລື່ອງ​ເລົ່າ​ທີ່​ເຮົາ​ທະນຸ​ຖະໜອມ​ໃນ​ເທດສະການ​ບຸນ​ຄຣິດສະມັດ ບອກ​ເຖິງ​ແຜນ​ແຫ່ງ​ຄວາມສຸກ​ຂອງ​ພຣະບິດາ, ຊຶ່ງ​ພຣະຄຣິດ​ໄດ້​ເຮັດ​ໃຫ້​​ເປັນ​ໄປ​ໄດ້. ຂອງ​ປະທານ​ທີ່ເຮັດ​ໃຫ້​ເທດສະການ​ບຸນ​ຄຣິດສະມັດ​ສັກສິດ​ແມ່ນ​ພຣະຊົນ​ຊີບຂອງ​ພຣະອົງ, ຊຶ່ງ​ພຣະອົງ​ໄດ້​ມອບ​ໃຫ້​ ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ມີ​ຊີວິດ​ນິລັນດອນ. ຂໍ​ໃຫ້​ເຮົາ​ຈົ່ງ​ຮັບ​ເອົາ​ຂອງ​ປະທານ​ນີ້ ​ແລະ ​ແບ່ງປັນ​ຄວາມ​ຮັກ ​ແລະ ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ ​ໃຫ້​ແກ່​ທຸກ​ຄົນ​ຢູ່​ໃນ​ໂລກ, ​ໂດຍ​ສະ​ເພາະ​ໃນ​ລະຫວ່າງ​ເທດສະການທີ່​ປະ​ເສີດ​ນີ້, ນັ້ນຄື​ຄຳ​ອະທິຖານ​ຂອງ​ຂ້າພະ​ເຈົ້າ ​ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.