ຂອງປະທານແຫ່ງພຣະວິນຍານບໍລິສຸດ
ອ້າຍເອື້ອຍນ້ອງທັງຫລາຍ, ມັນເປັນພອນອັນຍິ່ງໃຫຍ່ທີ່ໄດ້ມາເຕົ້າໂຮມກັບທ່ານ ໃນຄ່ຳຄືນນີ້.
ສາມອາທິດຈາກມື້ນີ້, ຈະເປັນວັນຄຣິດສະມັດ. ໃນເຊົ້າມື້ນັ້ນ, ເດັກນ້ອຍຫລາຍລ້ານຄົນ ຈະຕື່ນແຕ່ກ່ອນໄກ່ຂັນ, ແລະ ຈະສະແດງບົດບາດກົງກັນຂ້າມທີ່ໜ້າສົນໃຈ, ນັ້ນຄື ລາກພໍ່ແມ່ອອກຈາກຕຽງນອນ. ພວກເຂົາຈະຕື່ນເຕັ້ນຂະໜາດ. ພວກເຂົາຈະນັ່ງອ້ອມຂອງຂວັນ ທີ່ພວກເຂົາໄດ້ແນມເບິ່ງມາໄດ້ຫລາຍມື້ແລ້ວ.
ພໍ່ຂອງຂ້າພະເຈົ້າມັກເທດສະການບຸນຄຣິດສະມັດ; ການມອບຂອງຂວັນ ເຮັດໃຫ້ເພິ່ນມີຄວາມສຸກຫລາຍ, ແລະ ເພິ່ນກັບແມ່ຂອງຂ້າພະເຈົ້າ ກໍເຮັດໄດ້ດີຫລາຍໃນເລື່ອງນີ້. ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ ກັບຂ້າພະເຈົ້າ, ເຊັ່ນດຽວກັບຄົນອື່ນໆ, ເປັນຜູ້ໄດ້ຮັບຜົນປະໂຫຍດຈາກພອນສະຫວັນຂອງພວກເພິ່ນ. ຂອງຂວັນບາງຢ່າງທີ່ດີທີ່ສຸດຈາກພວກເພິ່ນ ກໍບໍ່ມີຕົວມີຕົນ—ມັນເປັນປະສົບການທີ່ສ້າງຄວາມສຳພັນແຫ່ງຄວາມຮັກ ແລະ ຄວາມຊົງຈຳທີ່ດີເລີດ. ຄວາມຊົງຈຳເຫລົ່ານັ້ນ ຍັງນຳຄວາມສຸກມາໃຫ້ຂ້າພະເຈົ້າຢູ່ ໃນທຸກວັນນີ້.
ເບິ່ງຄືວ່າ ມັນເປັນສິ່ງເໝາະສົມ ທີ່ການມອບໃຫ້ ແລະ ການຮັບຂອງຂວັນເປັນຈຸດສຳຄັນ ໃນເທດສະການບຸນຄຣິດສະມັດ. ເພາະຕາມຄວາມຈິງແລ້ວ, ເຮົາສະຫລອງຂອງປະທານທີ່ຫາອັນປຽບບໍ່ໄດ້ຂອງພຣະບຸດຂອງພຣະເຈົ້າ, ພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ. ແນ່ນອນ, ຂອງຂວັນທີ່ເຮົາມອບໃຫ້ກັນແລະກັນ ຈະບໍ່ມີວັນເທົ່າທຽມກັບຂອງປະທານນີ້, ແຕ່ຂ້າພະເຈົ້າເຊື່ອວ່າ ຄວາມສຸກຂອງການມອບໃຫ້ ແລະ ການຮັບຂອງຂວັນ ສາມາດຫັນຫົວໃຈຂອງເຮົາມາຫາ “ຂອງປະທານຂອງພຣະເຈົ້າ” ໄດ້.1
ຂອງປະທານທີ່ມີຄ່າທີ່ສຸດ ຂອງພຣະບຸດຂອງພຣະເຈົ້າ ເຊື້ອເຊີນເຮົາແຕ່ລະຄົນໃຫ້ມີສັນຕິສຸກຢູ່ໃນໂລກນີ້ ແລະ ຊີວິດນິລັນດອນຢູ່ໃນໂລກທີ່ຈະມາເຖິງ.2 ອາດເປັນສິ່ງຍາກຫລາຍທີ່ຈະມີຄວາມສະຫງົບຢູ່ໃນໂລກນີ້ຊຶ່ງການຂັດແຍ້ງ ແລະ ການແບ່ງແຍກ ນັບມື້ນັບຮ້າຍແຮງຫລາຍຂຶ້ນ. ແຕ່ພຣະບິດາຜູ້ຊົງຮັກ ແລະ ພຣະບຸດຂອງພຣະອົງ ສະເໜີມອບຄວາມສະຫງົບນັ້ນເອງ ໃຫ້ເຮົາແຕ່ລະຄົນ, ຖ້າຫາກເຮົາພຽງແຕ່ຈະຍອມຮັບເອົາມັນ.
ໃຫ້ວາດພາບເບິ່ງວ່າ ຄົງເປັນສິ່ງແປກປະຫລາດຫລາຍ ຖ້າຫາກມື້ເຊົ້າຂອງວັນຄຣິດສະມັດມາເຖິງ, ເຮົາໄດ້ນັ່ງຢູ່ອ້ອມຕົ້ນຄຣິດສະມັດ, ປາບປື້ມກັບເຈ້ຍຫໍ່ທີ່ສວຍງາມ, ພາກັນເດົາເບິ່ງວ່າ ມີຫຍັງຢູ່ໃນຫໍ່ເຫລົ່ານັ້ນ, ແລະ ກໍອອກໄປເຮັດພາລະກິດຂອງຕົນຕາມປົກກະຕິ ໂດຍບໍ່ໄດ້ເປີດເບິ່ງຂອງຂວັນເລີຍ!
ໜ້າເສຍໃຈທີ່ ບາງເທື່ອເຮົາກໍເຮັດແບບນີ້ ກັບຂອງປະທານທີ່ພຣະເຈົ້າໄດ້ມອບໃຫ້ເຮົາ. ໃຫ້ເຮົາມາໄຕ່ຕອງກ່ຽວກັບພຣະຄຳຂອງພຣະຜູ້ຊ່ວຍໃຫ້ລອດ ດັ່ງຕໍ່ໄປນີ້: ມັນຈະເປັນປະໂຫຍດຫຍັງແກ່ມະນຸດ ຖ້າຫາກຂອງປະທານນັ້ນຖືກມອບໃຫ້ເຂົາ, ແລະ ເຂົາບໍ່ຍອມຮັບເອົາຂອງປະທານນັ້ນ? ເຂົາບໍ່ປະຕິຍິນດີກັບສິ່ງທີ່ຖືກມອບໃຫ້ແກ່ເຂົາ, ທັງບໍ່ປິຕິຍິນດີກັບພຣະອົງຜູ້ປະທານຂອງປະທານນັ້ນໃຫ້ເຂົາ.3
ຄ່ຳຄືນນີ້ ຂ້າພະເຈົ້າຢາກເຊື້ອເຊີນທ່ານທັງຫລາຍ ໃຫ້ໄຕ່ຕອງເຖິງວິທີທີ່ເຮົາອາດໄດ້ຮັບຂອງປະທານແທ້ໆ ທີ່ພຣະເຈົ້າໄດ້ສະເໜີມອບໃຫ້ເຮົາ. ໂດຍສະເພາະແລ້ວ, ຂ້າພະເຈົ້າຢາກເນັ້ນເຖິງຂອງປະທານແຫ່ງພຣະວິນຍານບໍລິສຸດທີ່ບໍ່ມີຂອບເຂດ. ໃນເວລານີ້, ຂ້າພະເຈົ້າອະທິຖານວ່າ ພຣະວິນຍານບໍລິສຸດ ຈະຊ່ວຍເຮົາໃຫ້ເຂົ້າໃຈເຖິງຄວາມສຳຄັນຂອງ ຂອງປະທານນີ້, ສອນເຮົາເຖິງສິ່ງທີ່ເຮົາສາມາດເຮັດ ເພື່ອຈະຮັບເອົາໄວ້ແທ້ໆ, ແລະ ປະທານພຣະຄຸນໃຫ້ເຮົາ ເພື່ອຈະໄດ້ເຮັດຕາມຄວາມຮູ້ສຶກຂອງເຮົາ.
ເປັນຫຍັງພຣະວິນຍານບໍລິສຸດຈຶ່ງເປັນຂອງປະທານທີ່ໜ້າເພິ່ງປາດຖະໜາຫລາຍແທ້ໆ?
ພຣະວິນຍານບໍລິສຸດເປັນສະມາຊິກອົງທີສາມ ໃນຝ່າຍພຣະເຈົ້າ. ພຣະອົງເປັນພຣະຜູ້ປອບໂຍນ,4 ເປັນຜູ້ນຳພາ,5 ເປັນຄູສອນ,6 ເປັນຜູ້ເຮັດໃຫ້ເຮົາບໍລິສຸດ,7 ແລະ ດ້ວຍວິທີນີ້ ພຣະອົງຈຶ່ງເປັນຜູ້ປ່ຽນໃຈຂອງມະນຸດ.8 ຜ່ານທາງພຣະອົງ, ເຮົາສາມາດຮັບເອົາອຳນາດ ແລະ ຄຸນສົມບັດຂອງພຣະເຈົ້າ ໃນຊີວິດຂອງເຮົາ.
ທ່ານຄົງຈື່ຄຸນສົມບັດເຫລົ່ານີ້ໄດ້: “ຄວາມຮັກ, ຄວາມຊື່ນຊົມຍິນດີ, ສັນຕິສຸກ, ຄວາມອົດທົນດົນນານ, ຄວາມເມດຕາປານີ, ຄວາມດີ, ຄວາມສັດຊື່, ຄວາມສຸພາບອ່ອນຫວານ, [ແລະ] ການຮູ້ຈັກບັງຄັບຕົນ.”9 ຕໍ່ຂ້າພະເຈົ້າແລ້ວ ສິ່ງເຫລົ່ານີ້ເບິ່ງຄືວ່າເປັນຄຳບັນຍາຍເຖິງສິ່ງທີ່ຜູ້ຄົນມັກກ່າວເຖິງເລື້ອຍໆວ່າເປັນ “ວິນຍານຂອງບຸນຄຣິດສະມັດ.” ຄຳສັນຍາຂອງທູດ ທີ່ໄດ້ນຳ “ຂ່າວທີ່ນຳຄວາມຊື່ນຊົມຍິນດີອັນໃຫຍ່” ແລະ “ສັນຕິສຸກມາໃຫ້ມະນຸດທັງປວງ”10 ຈາກຄ່ຳຄືນຂອງວັນຄຣິດສະມັດເທື່ອທຳອິດນັ້ນ ໄດ້ເກີດເປັນຈິງແລ້ວ, ໃນບາງສ່ວນ, ເມື່ອເຮົາຮັບເອົາພຣະວິນຍານບໍລິສຸດ.
ເຮົາມັກກ່າວເຖິງຄວາມພະຍາຍາມທີ່ຈະຮັກສາວິນຍານຂອງບຸນຄຣິດສະມັດ ໄວ້ຕະຫລອດທັງປີ. ໂດຍທຳມະຊາດແລ້ວ ເຮົາຢາກໃຫ້ຄຸນສົມບັດເຫລົ່ານີ້ ຝັງຢູ່ໃນຈິດວິນຍານຂອງເຮົາຕະຫລອດການ. ແລະ ພຣະບິດາທີ່ດີພ້ອມທຸກຢ່າງຂອງເຮົາ ປະສົງໃຫ້ເຮົາ, ລູກໆຂອງພຣະອົງ, ຮັບເອົາຂອງປະທານເຫລົ່ານີ້. ນີ້ເປັນຄຳສັນຍາທີ່ຍິ່ງໃຫຍ່ຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ—ທີ່ຈະປ່ຽນແປງຈິດໃຈຂອງເຮົາ, ທີ່ຈະ “ບໍ່ມີໃຈທີ່ຈະກະທຳຄວາມຊົ່ວອີກຕໍ່ໄປ, ແຕ່ປາດຖະໜາຈະເຮັດແຕ່ຄວາມດີໂດຍຕະຫລອດ,”11 ເພື່ອຈະເຕັມໄປດ້ວຍຄວາມຫວັງ ແລະ ຄວາມຮັກອັນສົມບູນ.12 ໂດຍການຮັບເອົາພຣະວິນຍານບໍລິສຸດແທ້ໆ, ຂອງປະທານອັນມີຄ່າເຫລົ່ານີ້ ຈຶ່ງຈະເປີດອອກແກ່ເຮົາ.
ຈຸດສຳຄັນແມ່ນ ຂອງປະທານແຫ່ງພຣະວິນຍານບໍລິສຸດ ຈະຖືກສະເໜີມອບໃຫ້ແກ່ເຮົາ ດ້ວຍຖ້ອຍຄຳທີ່ວ່າ “ຈົ່ງຮັບເອົາພຣະວິນຍານບໍລິສຸດ.”13 ຂ້າພະເຈົ້າຂໍແນະນຳຈຸດສຳຄັນສາມຢ່າງ ທີ່ຈະຊ່ວຍເຮົາໃຫ້ຮັບເອົາຂອງປະທານອັນມີຄ່າແທ້ໆນີ້. ໃນການເຮັດສິ່ງນີ້, ຂ້າພະເຈົ້າຂໍກ່າວເຖິງພາບທີ່ຊາບຊຶ້ງຢູ່ໃນພຣະຄຳພີມໍມອນ. ພຣະຄຣິດທີ່ໄດ້ຟື້ນຄືນພຣະຊົນແລ້ວ ໄດ້ໃຊ້ມື້ທີ່ມະຫັດສະຈັນ ເພື່ອປະຕິບັດໃນບັນດາຜູ້ຄົນ. ພຣະອົງໄດ້ສັນຍາວ່າຈະກັບຄືນມາ ໃນມື້ຕໍ່ໄປ. ຂ່າວນັ້ນຖືກເລົ່າລືໄປທົ່ວແຜ່ນດິນ, ແລະ ຜູ້ຄົນຢ່າງຫລວງຫລາຍຕະຫລອດທົ່ວແຜ່ນດິນ ໄດ້ມາເຕົ້າໂຮມກັນ, ບາງຄົນໄດ້ທຳງານໝົດຄືນ ເພື່ອວ່າໃນຕອນຮຸ່ງເຊົ້າ ເຂົາເຈົ້າຈະໄດ້ໄປເຖິງບ່ອນທີ່ພຣະເຢຊູບອກວ່າ ຈະມາປະກົດອີກ.
1. ຄວາມປາດຖະໜາທາງວິນຍານອັນສູງສຸດ
ໃນຂະນະທີ່ເຂົາເຈົ້າພາກັນລໍຖ້າການກັບມາຂອງພຣະຜູ້ຊ່ວຍໃຫ້ລອດ, ພວກສານຸສິດໄດ້ສອນຝູງຊົນເຖິງສິ່ງທີ່ພຣະເຢຊູໄດ້ສອນໃນມື້ທີ່ຜ່ານມາ.14 ມີບັນທຶກໄວ້ວ່າ ເຂົາເຈົ້າໄດ້ຄຸເຂົ່າ ແລະ ອະທິຖານ “ຂໍສິ່ງທີ່ເຂົາເຈົ້າປາດຖະໜາຫລາຍທີ່ສຸດ; ແລະ ເຂົາເຈົ້າປາດຖະໜາຂໍໃຫ້ພຣະວິນຍານບໍລິສຸດມາສະຖິດຢູ່ນຳເຂົາເຈົ້າ.”15 ໃຫ້ເຮົາຄິດຈັກບຶດໜຶ່ງ ເຖິງເວລາທີ່ສຳຄັນຫລາຍທີ່ສຸດນັ້ນ—ເຂົາເຈົ້າຈົດຈໍ່ຢາກເຫັນການກັບມາຂອງພຣະຜູ້ຊ່ວຍໃຫ້ລອດ, ແຕ່ເຂົາເຈົ້າບໍ່ໄດ້ອະທິຖານຂໍສິ່ງນັ້ນ. ໂດຍທີ່ໄດ້ຖືກສິດສອນໂດຍຄູສອນທີ່ດີພ້ອມທຸກຢ່າງ ແລະ ໂດຍສານຸສິດທີ່ພຣະອົງໄດ້ເລືອກໄວ້, ສິ່ງທີ່ເຂົາເຈົ້າປາດຖະໜາຫລາຍທີ່ສຸດ ແມ່ນຂອງປະທານແຫ່ງພຣະວິນຍານບໍລິສຸດ. ຄວາມປາດຖະໜາອັນແຮງກ້າ ແລະ ສູງສຸດຂອງເຂົາເຈົ້າ ເປັນສິ່ງສຳຄັນຫລາຍ ຕໍ່ການຮັບເອົາຂອງປະທານນີ້.
ປະທານເຮັນຣີ ບີ ໄອຣິງ ໄດ້ສອນວ່າ: “ບາງເທື່ອ ພວກເຮົາສ່ວນຫລາຍ … ກໍມີສັດທາພຽງພໍ ທີ່ຢາກມີພຣະວິນຍານບໍລິສຸດ. ຄວາມປາດຖະໜານັ້ນອາດອ່ອນແອ ແລະ ມີເປັນໄລຍະ, ໂດຍສະເພາະໃນເວລາທີ່ເຮົາມີບັນຫາ. [ແຕ່] ກ່ອນເຮົາຈະຖືກພາຂຶ້ນສູງ ສູ່ບ່ອນປອດໄພໃນອະນາຄົດໄດ້ນັ້ນ, ເຮົາຕ້ອງມີສັດທາສະເໝີ ແລະ ຢ່າງແຮງກ້າ.16 ອ້າຍເອື້ອຍນ້ອງທັງຫລາຍ, ກ່ອນເຮົາຈະໄດ້ຮັບຂອງປະທານນີ້ ເຮົາຕ້ອງມີຄວາມປາດຖະໜາຢາກໄດ້ມັນ ດ້ວຍສຸດໃຈຂອງເຮົາ.
2. ການມີສ່ວນຮ່ວມໃນພິທີການ ດ້ວຍຄວາມຊອບທຳ
ໃນການກັບຄືນມາເວົ້າເຖິງພາບຢູ່ໃນພຣະຄຳພີມໍມອນອີກ, ເຮົາກໍພົບເຫັນຈຸດສຳຄັນອີກຢ່າງໜຶ່ງ. ຫລັງຈາກທີ່ໄດ້ອ້ອນວອນຂໍຂອງປະທານທີ່ເຂົາເຈົ້າປາດຖະໜາຫລາຍທີ່ສຸດ, ນັ້ນຄືພຣະວິນຍານບໍລິສຸດ, ສານຸສິດກໍໄດ້ລົງໄປໃນນ້ຳ ແລະ ຮັບບັບຕິສະມາ. “ແລະ ເຫດການໄດ້ບັງເກີດຂຶ້ນເມື່ອເຂົາເຈົ້າທຸກຄົນໄດ້ຮັບບັບຕິສະມາແລ້ວ … ພຣະວິນຍານບໍລິສຸດໄດ້ສະເດັດລົງມາເທິງເຂົາເຈົ້າ, ແລະ ເຂົາເຈົ້າໄດ້ເຕັມໄປດ້ວຍພຣະວິນຍານບໍລິສຸດ ແລະ ດ້ວຍໄຟ.”17 ພິທີການບັບຕິສະມາ ເປັນພະຍານທາງຮ່າງກາຍ ເຖິງຄຳສັນຍາວ່າເຮົາຈະຈື່ຈຳ ແລະ ເຊື່ອຟັງ, ເຕັມໃຈທີ່ຈະຮັບເອົາພຣະນາມຂອງພຣະຄຣິດ, ແລະ ປາດຖະໜາທີ່ຈະຮັບເອົາພຣະວິນຍານບໍລິສຸດ.18
ແຕ່ລະອາທິດ ເຮົາມີໂອກາດທີ່ຈະຕໍ່ການເປັນພະຍານນັ້ນ ໂດຍການຮັບສ່ວນສິນລະລຶກ, “ເພື່ອວ່າ [ເຮົາ] ຈະມີພຣະວິນຍານຂອງພຣະອົງຢູ່ດ້ວຍຕະຫລອດເວລາ.”19 ພິທີການຄຽງຄູ່ຂອງການບັບຕິສະມາ ແລະ ສິນລະລຶກ ຊ່ວຍນຳ “ອຳນາດແຫ່ງຄວາມເປັນເໝືອນພຣະເຈົ້າ” ມາສູ່ຊີວິດຂອງເຮົາ.20 ຖ້າຈະເວົ້າແລ້ວ, ມັນເປັນສັນຍາລັກໃຫ້ຈຸດໝາຍປາຍທາງ ແລະ ຂັ້ນຕອນຂອງການກາຍເປັນເໝືອນດັ່ງພຣະເຈົ້າ. ການກາຍເປັນຄົນໃໝ່ໃນພຣະຄຣິດ, ເປັນ “ບຸດ ແລະ ທິດາຂອງພຣະອົງ,”21 ຄືຈຸດໝາຍປາຍທາງທີ່ເຮົາປາດຖະໜາ. ເຮົາໄປເຖິງຈຸດໝາຍປາຍທາງນັ້ນ ອາທິດລະບາດກ້າວ ເມື່ອເຮົາພະຍາຍາມຈື່ຈຳ ແລະ ເຊື່ອຟັງ. ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ມາທຸກອາທິດ ເພື່ອຮັບສ່ວນສິນລະລຶກຂອງພຣະຜູ້ເປັນເຈົ້າ ດ້ວຍສັດທາໃນຄຳສັນຍາຂອງພຣະອົງ ວ່າເມື່ອເຮົາຮັກສາພັນທະສັນຍາຂອງເຮົາ ແລ້ວເຮົາຈະເຕັມໄປດ້ວຍພຣະວິນຍານ, ກ້າວຂຶ້ນໄປເທື່ອລະຂັ້ນຕອນ, ຈົນເຖິງວັນທີ່ສົມບູນ.”22
ປີນີ້ ວັນຄຣິດສະມັດໄດ້ຕົກເປັນວັນອາທິດ. ຊ່າງເປັນພອນຫລາຍແທ້ໆ ທີ່ໄດ້ສະຫລອງວັນກຳເນີດຂອງພຣະຄຣິດ ແລະ ການຊົດໃຊ້ທີ່ສົມບູນແບບຂອງພຣະອົງ ເມື່ອເຮົາຮັບສ່ວນສິນລະລຶກ ໃນມື້ນັ້ນ.
3. ການເພີ່ມສັດທາ
ຈຸດສຸດທ້າຍ ແລະ ສຳຄັນທີ່ສຸດ ຊຶ່ງຂ້າພະເຈົ້າຈະກ່າວເຖິງແມ່ນ ສັດທາໃນພຣະເຢຊູຄຣິດ. ຫລັງຈາກພຣະວິນຍານບໍລິສຸດໄດ້ມາສະຖິດຢູ່ກັບສານຸສິດ ດ້ວຍອຳນາດອັນຍິ່ງໃຫຍ່, ແລ້ວພຣະຄຣິດກໍໄດ້ສະເດັດມາປະກົດ ແລະ ໄດ້ອະທິຖານ, ຂອບພຣະໄທພຣະບິດາຂອງພຣະອົງສຳລັບການມອບຂອງປະທານທີ່ມີຄ່າໃຫ້ແກ່ເຂົາເຈົ້າ. ແລ້ວພຣະອົງໄດ້ກ່າວພຣະຄຳທີ່ສຳຄັນເຫລົ່ານີ້ວ່າ: “ພຣະອົງໄດ້ປະທານພຣະວິນຍານບໍລິສຸດໃຫ້ແກ່ພວກເຂົາ ເພາະພວກເຂົາເຊື່ອໃນຂ້ານ້ອຍ.”23 ສັດທາໃນພຣະຜູ້ຊ່ວຍໃຫ້ລອດ ແລະ ໃນການຊົດໃຊ້ທີ່ສົມບູນແບບຂອງພຣະອົງ ເປັນແຫລ່ງຂອງ ຂອງປະທານທີ່ດີທັງໝົດ.24
ການເພີ່ມສັດທາ ຈະນຳຂອງປະທານທີ່ຍິ່ງໃຫຍ່ກວ່າ ຂອງພຣະວິນຍານມາສູ່ຊີວິດຂອງເຮົາ. ສະນັ້ນ ເຮົາຈະມີສັດທາຫລາຍຂຶ້ນ ໃນພຣະຄຣິດໄດ້ແນວໃດ? ເຮົາຊື່ນຊົມ ແລະ ເຊື່ອຟັງພຣະຄຳຂອງພຣະອົງ. ແອວເດີ ດີ ທອດ ຄຣິສໂຕເຟີສັນ ໄດ້ສອນວ່າ, “ຈຸດປະສົງຕົ້ນຕໍຂອງພຣະຄຳພີທັງໝົດ ຄືການເຮັດໃຫ້ຈິດວິນຍານຂອງເຮົາເຕັມໄປດ້ວຍສັດທາໃນພຣະເຈົ້າອົງເປັນພຣະບິດາ ແລະ ໃນພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ.”25 ຄວາມຈິງນີ້ ມີຢູ່ທົ່ວໄປໃນພຣະຄຳພີມໍມອນ. ຍົກຕົວຢ່າງ, ກະສັດເບັນຢາມິນໄດ້ສອນຜູ້ຄົນຂອງເພິ່ນ ເຖິງຖ້ອຍຄຳທີ່ເພິ່ນໄດ້ຮັບຈາກທູດອົງໜຶ່ງ, ຊຶ່ງໄດ້ຊ່ວຍເຂົາເຈົ້າໃຫ້ມີ “ສັດທາອັນໃຫຍ່ຫລວງ” ໃນພຣະເຢຊູຄຣິດ, ແລະ ເປັນເພາະສັດທານັ້ນ ພຣະວິນຍານຈຶ່ງເຮັດໃຫ້ເກີດການປ່ຽນແປງອັນໃຫຍ່ຫລວງ ໃນໃຈຂອງເຂົາເຈົ້າ.26
ຖ້າຫາກເຮົາປາດຖະໜາທີ່ຈະມີພຣະວິນຍານບໍລິສຸດເປັນເພື່ອນທຸກວັນ, ເຮົາຕ້ອງຊື່ນຊົມ ແລະ ເຊື່ອຟັງພຣະຄຳຂອງພຣະຄຣິດ ຊຶ່ງໄດ້ຮັບຜ່ານທາງພຣະຄຳພີ, ສາດສະດາທີ່ມີຊີວິດຢູ່, ແລະ ການດົນໃຈຂອງພຣະວິນຍານ. ການສະແຫວງຫາຄວາມສະຫວ່າງ ແລະ ຄວາມຈິງໃນທຸກວັນ ຈະເພີ່ມສັດທາຂອງເຮົາໃນພຣະຄຣິດ, ເພີ່ມຄວາມປາດຖະໜາຂອງເຮົາ ທີ່ຈະເປັນເໝືອນດັ່ງພຣະອົງ, ແລະ ເພີ່ມຄວາມສາມາດຂອງເຮົາ ທີ່ຈະຮັບເອົາສະມາຊິກອົງທີສາມ ໃນຝ່າຍພຣະເຈົ້າ ເພື່ອໃຫ້ເປັນເພື່ອນໃກ້ຊິດຂອງເຮົາ.
ອ້າຍເອື້ອຍນ້ອງທັງຫລາຍ, ພຣະເຈົ້າສະເໜີມອບຂອງປະທານທີ່ມີຄ່າຂອງພຣະອົງໃຫ້ແກ່ເຮົາ ຢ່າງບໍ່ຄິດຄ່າ, ໃນຊ່ວງບຸນຄຣິດສະມັດ ແລະ ຕະຫລອດປີ. ຂ້າພະເຈົ້າອະທິຖານວ່າ ເຮົາຈະບໍ່ປະຂອງປະທານເຫລົ່ານັ້ນໄວ້ຢູ່ໃນຫໍ່, ແຕ່ໃຫ້ຮັບເອົາມັນ ໂດຍການເຮັດຕາມຈຸດສຳຄັນເຫລົ່ານີ້. ຂ້າພະເຈົ້າເປັນພະຍານວ່າ ເມື່ອເຮົາເຮັດເຊັ່ນນັ້ນ, ເຮົາຈະເຕັມໄປດ້ວຍຄວາມຮັກ, ຄວາມຊົມຊື່ນຍິນດີ, ຄວາມສະຫງົບ, ຄວາມບໍລິສຸດ, ແລະ ອຳນາດ ກ້າວຂຶ້ນໄປເທື່ອລະບາດກ້າວ ແລະ ຂັ້ນຕອນ. ເຮົາຈະກາຍເປັນ “ຜູ້ຮັບເອົາທຳມະຊາດແຫ່ງສະຫວັນ.”27 ເຮົາຈະປິຕິຍິນດີນຳຂອງປະທານ ແລະ ນຳຜູ້ມອບຂອງປະທານ. ແລະ ເມື່ອພຣະອົງສະເດັດມາອີກ, ເຮົາຈະຕຽມພ້ອມແລ້ວ ທີ່ຈະ “ຮັບເອົາຈອມກະສັດ [ຂອງເຮົາ].”28 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.