​2015
ຄຸນ​ສົມ​ບັດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ເຢ​ຊູ​ຄຣິດ: ເຕັມ​ໄປ​ດ້ວຍ​ຄວາມ​ໃຈ​ບຸນ ແລະ ຄວາມ​ຮັກ
ຕຸລາ 2015


ຂ່າວ​ສານ​ການ​ຢ້ຽມ​ສອນ, ເດືອນ​ຕຸລາ 2015

ຄຸນ​ສົມ​ບັດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ເຢ​ຊູ​ຄຣິດ: ເຕັມ​ໄປ​ດ້ວຍ​ຄວາມ​ໃຈ​ບຸນ ແລະ ຄວາມ​ຮັກ

ໃຫ້​ສຶກ​ສາ​ຂ່າວ​ສານ​ນີ້​ດ້ວຍ​ການ​ອະ​ທິ​ຖານ ແລະ ສະ​ແຫວງ​ຫາ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ສິ່ງ​ທີ່​ຄວນ​ແບ່ງ​ປັນ. ການ​ເຂົ້າ​ໃຈ​ຄຸນ​ສົມ​ບັດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ເພີ່ມ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ອົງ ແລະ ເປັນ​ພອນ​ໃຫ້​ແກ່​ຄົນ​ທີ່​ທ່ານ​ດູ​ແລ ຜ່ານ​ການ​ຢ້ຽມ​ສອນ​ໄດ້​ແນວ​ໃດ? ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ, ໃຫ້​ເປີດ​ເບິ່ງ​ທີ່ reliefsociety.lds.org.

ສັດ​ທາ • ຄອບ​ຄົວ • ສົງ​ເຄາະ

The Guide to the Scriptures ອະທິບາຍກ່ຽວກັບຄວາມໃຈບຸນ ວ່າເປັນ “ຄວາມ​ຮັກ​ທີ່​ສູງ​ສຸດ, ມີ​ກຽດ​ທີ່​ສຸດ, ແລະ ໜຽວ​ແໜ້ນ​ທີ່​ສຸດ” (“Charity”). ມັນ​ເປັນ​ຄວາມ​ຮັກ​ທີ່​ບໍ​ລິ​ສຸດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເມື່ອ​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ພະ​ຍາ​ຍາມ​ກາຍ​ເປັນເໝືອນ​ດັ່ງ​ພຣະ​ອົງ,​ ເຮົາ​ຈະ​ເລີ່ມ​ຕົ້ນ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດຂອງ​ພຣະ​ອົງ​ໃນ​ຊີ​ວິດ​ຂອງ​ເຮົາ ແລະ ຈະ​ຖືກ​ກະ​ຕຸ້ນ​ໃຫ້​ຮັກ ແລະ ຮັບ​ໃຊ້​ຄົນ​ອື່ນ ດັ່ງ​ທີ່​ພຣະ​ອົງ​ຈະ​ກະ​ທຳ. “ຄວາມ​ໃຈ​ບຸນ ຄື​ການ​ມີ​ຄວາມ​ອົດ​ທົນ​ນຳ​ບາງ​ຄົນ​ທີ່​ເຄີຍ​ເຮັດ​ໃຫ້​ເຮົາ​ຜິດ​ຫວັງ,” ປະ​ທານ​ທອມ​ມັສ ແອັສ ມອນ​ສັນ ໄດ້​ກ່າວ. “ມັນ​ຄື​ການ​ຕ້ານ​ທານ​ກັບ​ຄວາມ​ຮູ້​ສຶກ​ທີ່​ຄຽດ​ງ່າຍ. ມັນຄື​ການ​ຮັບ​ຄວາມ​ອ່ອນ​ແອ ແລະ ຄວາມ​ບົກ​ພ່ອງ. ມັນຄື​ການ​ຮັບ​ຜູ້​ຄົນ ຕາມ​ທີ່​ເຂົາ​ເຈົ້າ​ເປັນ. ຄື​ການ​ບໍ່​ສົນ​ໃຈ​ກັບ​ລັກ​ສະ​ນະ​ຮູບ​ຮ່າງ​ພາຍ​ນອກ, ແຕ່​ສົນ​ໃຈ​ກັບ​ຄຸນ​ສົມ​ບັດ ທີ່​ຈະ​ບໍ່​ດັບ​ໄປ​ຕາມ​ການ​ເວ​ລາ. “ມັນຄື​ການ​ຕ້ານ​ທານ​ກັບ​ຄວາມ​ຮູ້​ສຶກ ທີ່​ຈັດ​ລະ​ດັບ​ຄົນ​ອື່ນ.”1

ໃນ​ພຣະ​ຄຳ​ພີ​ມໍ​ມອນ, ເຮົາ​ຮຽນ​ຮູ້​ເຖິງ​ຄວາມ​ຈິງ​ທີ່​ສຳ​ຄັນ ທີ່​ວ່າ​ເຮົາ “ອະ​ທິ​ຖານ​ຫາ​ພຣະ​ບິດາ​ດ້ວຍ​ສຸດ​ພະລັງ​ແຫ່ງ​ໃຈ, ເພື່ອ [ເຮົາ] ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ນີ້, ​ຊຶ່ງ​ພຣະ​ອົງ​ປະ​ທານ​ໃຫ້​ທຸກ​ຄົນ​​ທີ່​ເປັນ​ຜູ້​ຕິດ​ຕາມ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ອົງ; ເພື່ອ​ [ເຮົາ] ຈະ​ໄດ້​ກາຍ​ມາ​ເປັນ​ບຸດ [ແລະ ທິດາ] ຂອງ​ພຣະ​ເຈົ້າ; ເມື່ອ​ພຣະ​ອົງ​ສະ​ເດັດ​ມາ ເຮົາ​ຈະ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ, ເພາະວ່າ​ເຮົາ​ຈະ​ເຫັນ​ພຣະ​ອົງ​ຢ່າງ​ທີ່​ພຣະ​ອົງ​ເປັນ​ຢູ່​ນັ້ນ, ເພື່ອ​ເຮົາ​ຈະ​ມີ​ຄວາມ​ຫວັງ​ນີ້; ຄື​ເຮົາ​ຈະ​ຖືກ​ເຮັດ​ໃຫ້​ບໍ​ລິ​ສຸດ​ຄື​ກັນ​ກັບ​ພຣະ​ອົງ​ທີ່​ບໍ​ລິ​ສຸດ” (ໂມ​ໂຣ​ໄນ 7:48).

ຂໍ້​ພຣະ​ຄຳ​ພີ​ເພີ່ມ​ເຕີມ

ໂຢ​ຮັນ 13:34–35; 1 ໂກ​ຣິນ​ໂທ 13:1–13; 1 ນີໄຟ 11:21–23; ອີ​ເທີ 12:33–34

ຈາກ​ປະ​ຫວັດ​ສາດ​ຂອງ​ເຮົາ

“ເອື້ອຍ​ນ້ອງ​ຄົນ​ໜຶ່ງ ຜູ້​ໄດ້​ກາຍ​ເປັນ​ແມ່​ໝ້າຍ​ເມື່ອ​ບໍ່​ດົນ​ມາ​ນີ້ ໄດ້​ຂອບ​ພຣະ​ໄທ​ສຳ​ລັບ​ຜູ້​ຢ້ຽມ​ສອນ ທີ່​ໄດ້​ເປັນ​ທຸກ​ກັບ​ນາງ ແລະ ໄດ້​ປອບ​ໂຍນ​ນາງ. ນາງ​ໄດ້​ຂຽນ​ວ່າ: ‘ຂ້າ​ພະ​ເຈົ້າ​ຕ້ອງ​ການ​ບາງ​ຄົນ​ຫລາຍ​ແທ້ໆ ທີ່​ຂ້າ​ພະ​ເຈົ້າ​ສາ​ມາດ​ເອື້ອມ​ອອກ​ໄປ​ຫາ; ບາງ​ຄົນ​ທີ່​ຈະ​ຮັບ​ຟັງ​ຂ້າ​ພະ​ເຈົ້າ. … ແລະ ເຂົາ​ເຈົ້າ​ໄດ້​ຮັບ​ຟັງ. ເຂົາ​ເຈົ້າ​ໄດ້​ປອບ​ໂຍນ​ຂ້າ​ພະ​ເຈົ້າ. ເຂົາ​ເຈົ້າ​ໄດ້​ຮ້ອງ​ໄຫ້​ກັບ​ຂ້າ​ພະ​ເຈົ້າ. ແລະ ເຂົາ​ເຈົ້າ​ໄດ້​ໂອບ​ກອດ​ຂ້າ​ພະ​ເຈົ້າ … ແລະ ໄດ້​ຊ່ອຍ​ເຫລືອ​ຂ້າ​ພະ​ເຈົ້າ​ອອກ​ມາ​ຈາກ​ຄວາມ​ສິ້ນ​ຫວັງ ແລະ ຄວາມ​ເສົ້າ​ໃຈ ໃນ​ໄລ​ຍະ​ໜຶ່ງ​ເດືອນ​ທຳ​ອິດ ແຫ່ງ​ຄວາມ​ເປົ່າ​ປ່ຽວ​ດຽວ​ດາຍ.’

“ຜູ້​ຍິງ​ອີກ​ຄົນ​ໜຶ່ງ ໄດ້​ສະ​ຫລຸບ​ຄວາມ​ຮູ້​ສຶກ​ຂອງ​ນາງ ຕອນ​ນາງ​ໄດ້​ເປັນ​ຜູ້​ຮັບ​ຄວາມ​ໃຈ​ບຸນ​ທີ່​ແທ້​ຈິງ ຈາກ​ຜູ້​ຢ້ຽມ​ສອນ ວ່າ: ‘ຂ້າ​ພະ​ເຈົ້າ​ໄດ້​ຮູ້​ວ່າ ຂ້າ​ພະ​ເຈົ້າ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ ໂຕ​ເລກ​ຢູ່​ໃນ​ປຶ້ມ​ບັນ​ທຶກ ເພື່ອ​ໃຫ້​ນາງ​ມາ​ຢ້ຽມ​ຢາມ. ຂ້າ​ພະ​ເຈົ້າ​ໄດ້​ຮູ້​ວ່າ ນາງ​ເປັນ​ຫ່ວງ​ເປັນ​ໃຍ ຂ້າ​ພະ​ເຈົ້າ.’”2

ເຊັ່ນ​ດຽວ​ກັບ​ເອື້ອຍ​ນ້ອງ​ເຫລົ່າ​ນີ້, ໄພ່​ພົນ​ຍຸກ​ສຸດ​ທ້າຍ ຕະ​ຫລອດ​ທົ່ວ​ໂລກ ສາ​ມາດ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ໃນ​ບົດ​ຄວາມ​ນີ້ ຊຶ່ງ​ກ່າວ​ໂດຍ​ ປະທານ​ບອຍ ເຄ ແພ໊ກເກີ (1924-2015), ປະ​ທານ​ຂອງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ທີ່​ວ່າ: “ຊ່າງ​ເປັນ​ສິ່ງ​ປອບ​ໃຈ​ແທ້ໆ ທີ່​ຮູ້​ວ່າ ບໍ່​ວ່າ [ຄອບ​ຄົວ​ຈະ] ໄປ​ໃສ,​ ຄອບ​ຄົວ​ຂອງ​ສາດ​ສະ​ໜາ​ຈັກ ຈະ​ລໍ​ຖ້າ​ເຂົາ​ເຈົ້າ​ຢູ່. ຈາກ​ວັນ​ທີ່​ເຂົາ​ເຈົ້າ​ມາ​ເຖິງ, ຜູ້​ເປັນ​ຜົວ​ຈະ​ຖືກ​ຮ່ວມ​ເຂົ້າ​ກັບກຸ່ມ​ຖາ​ນະ​ປະ​ໂລ​ຫິດ ແລະ ຜູ້​ເປັນ​ເມຍ​ຈະ​ຖືກ​ຮ່ວມ​ເຂົ້າ​ກັບ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ.”3

ແຫລ່ງ​ອ້າງ​ອີງ

  1. Thomas S. Monson, “Charity Never Faileth,” Liahona, Nov. 2010, 124.

  2. Daughters in My Kingdom: The History and Work of Relief Society (2011), 119–120.

  3. Daughters in My Kingdom, 87.

ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ນີ້

ພຣະ​ຄຣິດ​ເປັນ​ແບບ​ຢ່າງ​ທີ່​ດີ​ພ້ອມ ຂອງ​ເຮົາ​ເຖິງ​ຄວາມ​ຮັກ ແລະ ຄວາມ​ໃຈ​ບຸນ ແນວ​ໃດ?

ພິມ