​2015
ໄປ​ເຖິງ​ເສັ້ນ​ໄຊ​ພ້ອມ​ດ້ວຍ​ກະ​ບອງ​ໄຟ​ທີ່​ຍັງ​ລຸກ​ໄໝ້​ຢູ່
ຕຸລາ 2015


ຂ່າວ​ສານ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ, ເດືອນ​ຕຸລາ 2015

ໄປ​ເຖິງ​ເສັ້ນ​ໄຊ ພ້ອມ​ດ້ວຍ​ກະ​ບອງ​ໄຟ​ທີ່​ຍັງ​ລຸກ​ໄໝ້​ຢູ່

ໃນ​ສະ​ໄໝ​ໂບ​ຮານ​ຂອງ​ປະ​ເທດ​ກຣີກ ຜູ້​ແລ່ນ​ໄດ້​ແລ່ນ​ແຂ່ງ​ຂັນ​ແບບ ຜັດ​ປ່ຽນ​ກັນ ທີ່​ເອີ້ນ​ວ່າ lampadedromia (ການ​ແລ່ນ​ສົ່ງ​ຕໍ່​ກະ​ບອງ​ໄຟ)1 ໃນ​ການ​ແຂ່ງ​ຂັນ​ດັ່ງ​ກ່າວ, ນັກ​ກິ​ລາ​ຈະ​ຈັບ​ກະ​ບອງ​ໄຟ​ໄປ​ນຳ ແລະ ສົ່ງ​ມັນ​ໃຫ້​ນັກ​ກິ​ລາ​ຄົນ​ຕໍ່​ໄປ ຈົນ​ເຖິງ​ຄົນ​ສຸດ​ທ້າຍ​ໃນ​ທີມ ຊຶ່ງ​ຈະ​ແລ່ນ​ໄປ​ເຖິງ​ເສັ້ນ​ໄຊ.

ລາງ​ວັນ​ບໍ່​ໄດ້​ຖືກ​ມອບ​ໃຫ້​ທີມ​ທີ່​ແລ່ນ​ໄວ​ທີ່​ສຸດ—ມັນ​ຈະ​ຖືກ​ມອບ​ໃຫ້​ແກ່​ທີມ​ທຳ​ອິດ ທີ່​ແລ່ນ​ໄປ​ເຖິງ​ເສັ້ນ​ໄຊ ພ້ອມ​ດ້ວຍ​ກະ​ບອງ​ໄຟ​ທີ່​ຍັງ​ລຸກ​ໄໝ້​ຢູ່.

ມີ​ບົດ​ຮຽ​ນ​ທີ່​ສຳ​ຄັນ​ບົດ​ຮຽນ​ໜຶ່ງ ຊຶ່ງ​ສອນ​ໂດຍ​ສາດ​ສະ​ດາ​ໃນ​ສະ​ໄໝ​ໂບ​ຮານ ແລະ ສະ​ໄໝ​ປະ​ຈຸ​ບັນ ທີ່​ວ່າ: ເຖິງ​ແມ່ນ​ການ​ເລີ່ມ​ແລ່ນ​ແຂ່ງ​ຂັນ ເປັນ​ສິ່ງ​ສຳ​ຄັນ, ແຕ່​ສຳ​ຄັນ​ກວ່ານັ້ນ​ແມ່ນ​ວ່າ ເຮົາ​ແລ່ນ​ໄປ​ເຖິງ​ເສັ້ນ​ໄຊ ພ້ອມ​ດ້ວຍ​ກະ​ບອງ​ໄຟ ທີ່​ຍັງ​ລຸກ​ໄໝ້​ຢູ່.

ໂຊ​ໂລ​ໂມນ​ໄດ້​ເລີ່ມ​ຕົ້ນ​ປົກ​ຄອງ​ຢ່າງ​ມີ​ປະ​ສິດ​ທິ​ພາບ

ກະ​ສັດ​ໂຊ​ໂລ​​ໂມນ​ທີ່​ຍິ່ງ​ໃຫຍ່​ໄດ້​ເປັນ​ແບບ​ຢ່າງ​ຂອງ​ບຸກ​ຄົນ​ທີ່​ເລີ່ມ​ຕົ້ນ​ຢ່າງ​ມີ​ປະ​ສິດ​ທິ​ພາບ. ຕອນ​ເພິ່ນ​ຍັງ​ນ້ອຍ, ເພິ່ນ “ຮັກ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ແນະ​ນຳ​ຂອງ​ກະ​ສັດ​ດາ​ວິດ ບິ​ດາ​ຂອງ​ຕົນ” (1 ກະສັດ 3:3). ພຣະ​ເຈົ້າ​ພໍ​ພຣະ​ໄທ​ກັບ​ເພິ່ນ​ຫລາຍ ແລະ ໄດ້​ຖາມ​ເພິ່ນ​ວ່າ,​ “ເຈົ້າ​ຢາກ​ໄດ້​ຫຍັງ​ຈາກ​ເຮົາ” (1 ກະສັດ 3:5).

ແທນ​ທີ່​ຈະ​ຂໍ​ຄວາມ​ຮັ່ງ​ມີ ຫລື ຂໍ​ໃຫ້​ມີ​ຊີ​ວິດ​ອັນ​ຍືນ​ຍາວ,​ ແຕ່​ໂຊ​ໂລ​ໂມນ ໄດ້​ຂໍ “ສະ​ຕິ​ປັນ​ຍາ ເພື່ອ​ຈະ​ປົກ​ຄອງ​ປະ​ຊາ​ຊົນ​ຢ່າງ​ຍຸດ​ຕິ​ທຳ, ແລະ ເພື່ອ​ຈະ​ຮູ້​ຈັກ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ຄວາມ​ດີ ແລະ ຄວາມ​ຊົ່ວ” (1 ກະສັດ 3:9).

ສິ່ງ​ນີ້​ໄດ້​ເຮັດ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ພໍ​ພຣະ​ໄທ​ຫລາຍ​ທີ່​ສຸດ ຈົນ​ວ່າ​ພຣະ​ອົງ​ໄດ້​ປະ​ທານ ບໍ່​ພຽງ​ແຕ່​ສະ​ຕິ​ປັນ​ຍາ ໃຫ້​ໂຊ​ໂລ​ໂມນ​ເທົ່າ​ນັ້ນ ແຕ່​ຍັງ​ໄດ້​ປະ​ທານ​ຄວາມ​ຮັ່ງ​ມີ​ຈົນ​ວັດ​ແທກ​ບໍ່​ໄດ້ ແລະ ຊີ​ວິດ​ອັນ​ຍືນ​ຍາວ ໃຫ້​ເພິ່ນ​ນຳ​ອີກ.

ເຖິງ​ແມ່ນ​ວ່າ​ໂຊ​ໂລ​ໂມນ​ເປັນ​ຄົນ​ສະ​ຫລາດ​ແທ້ໆ ແລະ ໄດ້​ເຮັດ​ຫລາຍ​ສິ່ງ ຫລາຍ​ຢ່າງ​ທີ່​ຍິ່ງ​ໃຫຍ່​ກໍ​ຕາມ, ແຕ່​ເພິ່ນ​ບໍ່​ໄດ້​ຈົບ ຢ່າງ​ມີ​ປະ​ສິດ​ທິ​ພາບ. ໜ້າ​ເສຍ​ໃຈ​ທີ່​ໃນ​ບັ້ນ​ປາຍ​ຊີ​ວິດ​ຂອງ​ເພິ່ນ, “ໂຊ​ໂລ​ໂມນ​ໄດ້​ເຮັດ​ບາບ ຕໍ່​ສູ້​ພຣະ​ຜູ້​ເປັນ​ເຈົ້າ, ແລະ ບໍ່​ໄດ້​ຈິງ​ໃຈ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ” (1 ກະສັດ 11:6).

ການ​ແລ່ນ​ແຂ່ງ​ເຖິງ​ເສັ້ນ​ໄຊ​ຂອງ​ເຮົາ​ເອງ

ມີ​ຈັກ​ເທື່ອ​ແລ້ວ​ທີ່​ເຮົາ​ໄດ້​ເລີ່ມ​ຕົ້ນ​ເຮັດ​ບາງ​ສິ່ງ ແຕ່​ເຮັດ​ບໍ່​ສຳ​ເລັດ? ການ​ລົດ​ຄວາມ​ອ້ວນ? ການ​ອອກ​ກຳ​ລັງ​ກາຍ? ການ​ຕັ້ງ​ໃຈ​ທີ່​ຈະ​ອ່ານ​ພຣະ​ຄຳ​ພີ​ທຸກໆ​ວັນ? ການ​ຕັດ​ສິນ​ໃຈ​ທີ່​ຈະ​ເປັນ​ສາ​ນຸ​ສິດ​ທີ່​ດີ​ກວ່າ​ເກົ່າ​ຂອງ​ພຣະ​ເຢ​ຊູ​ຄຣິດ?

ຈັກ​ເທື່ອ​ແລ້ວ​ທີ່​ເຮົາ​ໄດ້​ຕັ້ງ​ເປົ້າ​ໝາຍ​ໃນ​ເດືອນ​ມັງ​ກອນ ແລະ ໄດ້​ເຮັດ​ຢ່າງ​ເອົາ​ຈິງ​ເອົາ​ຈັງ​ສອງ​ສາມ​ມື້, ສອງ​ສາມ​ອາ​ທິດ, ຫລື ແມ່ນ​ແຕ່​ສອງ​ສາມ​ເດືອນ ແຕ່​ເມື່ອ​ເຖິງ​ເດືອນ​ຕຸ​ລາ, ເຮົາ​ພົບ​ເຫັນ​ວ່າ ຄວາມ​ຕັ້ງ​ໃຈ​ທີ່​ລຸກ​ໄໝ້​ຢູ່​ຂອງ​ເຮົາ ເຫລືອ​ພຽງ​ແຕ່​ຂີ້ ເທົ່າ​ຖ່ານ​ເທົ່າ​ນັ້ນ?

ມື້​ໜຶ່ງ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຮູບ​ພາບ​ທີ່​ຕະ​ຫລົກ​ແຜ່ນ​ໜຶ່ງ ເປັນ​ຮູບ​ໝາ ທີ່​ນອນ​ຢູ່​ໃກ້ໆ​ເຈ້ຍ​ໃບ​ໜຶ່ງ ທີ່​ມັນ​ໄດ້​ຈີກ. ມັນ​ມີ​ຂໍ້​ຄວາມ​ວ່າ, “ໃບ​ຢັ້ງ​ຢືນ​ຜ່ານ​ການ​ຝຶກ​ຝົນ.”

ບາງ​ເທື່ອ​ເຮົາ​ກໍ​ເປັນ​ແບບ​ນັ້ນ​ຄື​ກັນ.

ເຮົາ​ມີ​ເຈດ​ຕະ​ນາ​ດີ; ເຮົາ​ໄດ້​ເລີ່ມ​ຕົ້ນ​ດ້ວຍ​ປະ​ສິດ​ທິ​ພາບ; ເຮົາ​ຢາກ​ເປັນ​ຄົນ​ດີ​ທີ່​ສຸດ. ແຕ່​ໃນ​ທີ່​ສຸດ ເຮົາ​ໄດ້​ເຮັດ​ໃຫ້​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ຂາດ​ເປັນ​ຕ່ອນໆ,​ ບໍ່​ເອົາ​ໃຈ​ໃສ່,​ ແລະ ລືມ​ມັນ​ໄປ.

ມັນ​ເປັນ​ທຳ​ມະ​ຊາດ​ຂອງ​ມະ​ນຸດ​ທີ່​ຈະ​ສະ​ດຸດ, ແລະ ບາງ​ເທື່ອ​ຢາກ​ຂໍ​ລາ​ອອກ​ຈາກ​ການ​ແຂ່ງ​ຂັນ. ແຕ່​ໃນ​ຖາ​ນະ​ທີ່​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ໄດ້​ສັນ​ຍາ ບໍ່​ພຽງ​ແຕ່ ຈະ​ເລີ່ມ​ຕົ້ນ​ແລ່ນ​ເທົ່າ​ນັ້ນ,​ ແຕ່​ໄດ້​ສັນ​ຍາ​ວ່າ ຈະ​ແລ່ນ​ໄປ​ເຖິງ​ເສັ້ນ​ໄຊ​ນຳ​ອີກ— ແລະ ແລ່ນ​ໄປ​ເຖິງ​ພ້ອມ​ດ້ວຍ​ກະ​ບອງ​ໄຟ ທີ່​ຍັງ​ລຸກ​ໄໝ້​ຢູ່​ຢ່າງ​ຮຸ່ງ​ເຫລື້ອມ. ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ໄດ້​ສັນ​ຍາ​ກັບ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ວ່າ,​ “ຜູ້​ໃດ​ທີ່​ຈະ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ, ຜູ້​ນັ້ນ​ຈະ​ລອດ​ໃນ​ວັນ​ສຸດ​ທ້າຍ” (ມັດທາຍ 24:13).

ຂ້າ​ພະ​ເຈົ້າ​ຂໍ​ຖອດ​ຄວາມ​ທີ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສັນ​ຍາ​ໄວ້ ກ່ຽວ​ກັບ​ສະ​ໄໝ​ຂອງ​ເຮົາ​ວ່າ: ຖ້າ​ຫາກ​ເຮົາ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ແລະ ໄປ​ເຖິງ​ເສັ້ນ​ໄຊ​ພ້ອມ​ດ້ວຍ​ກະ​ບອງ​ໄຟ​ຂອງ​ເຮົາ ທີ່​ຍັງ​ລຸກ​ໄໝ້​ຢູ່, ແລ້ວ​ເຮົາ​ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ, ຊຶ່ງ​ເປັນ​ຂອງ​ປະ​ທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ໃນ​ບັນ​ດາ​ຂອງ​ປະ​ທານ​ຂອງ​ພຣະ​ເຈົ້າ (ເບິ່ງ D&C 14:7; ເບິ່ງ 2 ນີໄຟ 31:20 ນຳ​ອີກ).

ແສງ​ໄຟ​ທີ່​ບໍ່​ເຄີຍ​ດັບ​ມອດ

ບາງ​ເທື່ອ ຫລັງ​ຈາກ​ທີ່​ໄດ້​ສະ​ດຸດ, ໄດ້​ລົ້ມ, ຫລື ແມ່ນ​ແຕ່​ໄດ້​ຍອມ​ແພ້, ເຮົາ​ຈະ​ຮູ້​ສຶກ​ທໍ້​ຖອຍ​ໃຈ ແລະ ເຊື່ອ​ວ່າ​ແສງ​ໄຟ​ຂອງ​ເຮົາ​ໄດ້​ດັບ​ມອດ​ໄປ​ແລ້ວ ແລະ ການ​ແຂ່ງ​ຂັນ​ຂອງ​ເຮົາ​ກໍ​ໝົດ​ໂອ​ກາດ​ໄປ​ແລ້ວ. ແຕ່​ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ ຈະ​ບໍ່​ມີ​ວັນ​ດັບ​ມອດ. ມັນ​ຈະ​ສ່ອງ​ແຈ້ງ​ຢູ່​ໃນ​ຄວາມ​ມືດ ແລະ ຈະ​ສ່ອງ​ເຂົ້າ​ໄປ​ໃນ​ໃຈ​ຂອງ​ເຮົາ ຖ້າ​ພຽງ​ແຕ່​ເຮົາ​ເປີດ​ໃຈ​ຮັບ​ພຣະ​ອົງ (ເບິ່ງ 1 ກະສັດ 8:58).

ບໍ່​ສຳ​ຄັນ​ວ່າ ເຮົາ​ຈະ​ລົ້ມ​ເລື້ອຍ​ປານ​ໃດ ແລະ ຕົກ​ລົງ​ໄປ​ເລິກ​ປານ​ໃດ​ກໍ​ຕາມ, ແຕ່​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ​ຍັງ​ຮຸ່ງ​ແຈ້ງ​ຢູ່​ສະ​ເໝີ. ເຖິງ​ແມ່ນ​ໃນ​ຄ່ຳ​ຄືນ​ທີ່​ມືດ​ດັບ, ຖ້າ​ຫາກ​ເຮົາ​ພຽງ​ແຕ່​ກ້າວ​ເຂົ້າ​ໄປ​ຫາ​ພຣະ​ອົງ, ຄວາມ​ສະ​ຫວ່າງ​ຂອງ​ພຣະ​ອົງ​ຈະ​ກຳ​ຈັດ​ເງົາ​ມືດ ແລະ ນຳ​ຄວາມ​ສະ​ຫວ່າງ​ມາ​ສູ່​ຈິດ​ວິນ​ຍານ​ຂອງ​ເຮົາ​ອີກ.

ການ​ແລ່ນ​ແຂ່ງ​ຂັນ​ຂອງ​ການ​ເປັນ​ສາ​ນຸ​ສິດ ບໍ່​ແມ່ນ​ການ​ແລ່ນ​ແຂ່ງ​ທີ່​ໄວ​ທີ່​ສຸດ ແລະ ໃນ​ໄລ​ຍະ​ສັ້ນໆ; ມັນ​ແມ່ນ​ການ​ແລ່ນ​ແຂ່ງ​ເປັນ​ໄລ​ຍະ​ຍາວ. ແລະ ມັນ​ບໍ່​ຂຶ້ນ​ຢູ່​ກັບ​ຄວາມ​ໄວ​ຂອງ​ການ​ແລ່ນ​ຂອງ​ເຮົາ. ຕາມ​ຈິງ​ແລ້ວ, ມີ​ທາງ​ດຽວ​ເທົ່າ​ນັ້ນ ທີ່​ເຮົາ​ຈະ​ແພ້​ຄື ເມື່ອ​ເຮົາ​ຍອມ​ແພ້ ຫລື ສະ​ລະ​ສິດ.

ຕາບ​ໃດ​ທີ່​ເຮົາ​ຍັງ​ລຸກ​ຂຶ້ນ ແລະ ກ້າວ​ໄປ​ຂ້າງ​ໜ້າ ມຸ້ງ​ໄປ​ຫາ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ເຮົາ​ຈະ​ຊະ​ນະ​ການ​ແລ່ນ​ແຂ່ງ​ຂັນ​ຂອງ​ເຮົາ ພ້ອມ​ດ້ວຍ​ກະ​ບອງ​ໄຟ​ທີ່​ຍັງ​ລຸກ​ໄໝ້​ຢູ່​ຢ່າງ​ຮຸ່ງ​ເຫລື້ອມ.

ເພາະ​ກະ​ບອງ​ໄຟ​ບໍ່​ໄດ້​ກ່ຽວ​ກັບ​ເຮົາ ຫລື ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ເຮັດ.

ມັນ​ກ່ຽວ​ກັບ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ໂລກ.

ແລະ ຄວາມ​ສະ​ຫວ່າງ​ນັ້ນ ຈະ​ບໍ່​ມີ​ວັນ​ດັບ​ມອດ​ໄປ​ຈັກ​ເທື່ອ. ມັນ​ເປັນ​ຄວາມ​ສະ​ຫວ່າງ​ທີ່​ກືນ​ກິນ​ຄວາມ​ມືດ, ປິ່ນ​ປົວ​ບາດ​ແຜ​ຂອງ​ເຮົາ, ແລະ ສ່ອງ​ແສງ​ແມ່ນ​ແຕ່​ຢູ່​ໃນ​ຄວາມ​ໂສກ​ເສົ້າ​ທີ່​ສຸດ ແລະ ໃນ​ຄວາມ​ມືດ​ທີ່​ບໍ່​ສາ​ມາດ​ຢັ່ງ​ເຖິງ.

ມັນ​ເປັນ​ຄວາມ​ສະ​ຫວ່າງ​ທີ່​ເກີນ​ກວ່າ​ຄວາມ​ເຂົ້າ​ໃຈ.

ຂໍ​ໃຫ້​ເຮົາ​ແຕ່​ລະ​ຄົນ​ຈົ່ງ​ໄປ​ເຖິງ​ຈຸດ​ໝາຍ​ປາຍ​ທາງ​ທີ່​ເຮົາ​ໄດ້​ເລີ່ມ​ຕົ້ນ. ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈະ​ໄປ​ເຖິງ​ເສັ້ນ​ໄຊ​ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ ພ້ອມ​ດ້ວຍ​ກະ​ບອງ​ໄຟ​ຂອງ​ເຮົາ ທີ່​ຍັງ​ລຸກ​ໄໝ້​ຢູ່.

ແຫລ່ງ​ອ້າງ​ອີງ

  1. Harpers Dictionary of Classical Antiquities (1898), “Lampadedromia,” www.perseus.tufts.edu/hopper. ພໍ​ສະ​ນຽສ໌ ໄດ້​ບັນ​ຍາຍ​ເຖິງ​ການ​ແລ່ນ​ແຂ່ງ​ຂັນ​ຢ່າງ​ອື່ນ ຊຶ່ງ​ຜູ້​ຖື​ກະ​ບອງ ໄຟ​ອາດ​ເປັນ​ຜູ້​ໜຶ່ງ​ຈາກ​ແຕ່​ລະ​ເຜົ່າ, ທີ່​ບໍ່​ໄດ້​ສົ່ງ​ຕໍ່​ກະ​ບອງ​ໄຟ​ໃຫ້​ຄົນ​ອື່ນ. ແຕ່​ໃນ lampadedromia (ການ​ແລ່ນ​ສົ່ງ​ຕໍ່​ກະ​ບອງ​ໄຟ), ຜູ້​ຊະ​ນະ ຄື​ຜູ້​ທີ່​ໄປ​ເຖິງ​ເສັ້ນ​ໄຊ​ກ່ອນ​ໝູ່ ພ້ອມ​ດ້ວຍ​ກະ​ບອງ​ໄຟ​ທີ່​ຍັງ​ລຸກ​ໄໝ້​ຢູ່.

ການ​ສອນ​ຈາກ​ຂ່າວ​ສານ​ນີ້

ໃຫ້​ຊຸກ​ຍູ້​ຄົນ​ທີ່​ທ່ານ​ສອນ ໃຫ້​ຄິດ​ກ່ຽວ​ກັບ​ຈຸດ​ທີ່​ເຂົາ​ເຈົ້າ​ໄດ້ຢູ່​ໃນ “ການ​ແລ່ນ​ແຂ່ງ​ຂັນ” ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ. ກະ​ບອງ​ຂອງ​ເຂົາ​ເຈົ້າ​ຍັງ​ລຸກ​ໄໝ້​ຢ່າງ​ຮຸ້ງ​ເຫລື້ອມ​ຢູ່​ບໍ? ທ່ານ​ສາ​ມາດ​ອາດ​ສຳ​ນວນ​ທີ່​ກ່າວ​ວ່າ “ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ ເປັນ​ຄວາມ​ສະ​ຫວ່າງ​ທີ່​ກືນ​ກິນ​ຄວາມ​ມືດ, ປິ່ນ​ປົວ​ບາດ​ແຜ​ຂອງ​ເຮົາ, ແລະ ສ່ອງ​ແສງ​ແມ່ນ​ແຕ່​ຢູ່​ໃນ​ຄວາມ​ໂສກ​ເສົ້າ​ທີ່​ສຸດ ແລະ ໃນ​ຄວາມ​ມືດ​ທີ່​ບໍ່​ສາ​ມາດ​ຢັ່ງ​ເຖິງ.” ແລ້ວ​ໃຫ້​ສົນ​ທະ​ນາ​ກັບ​ຄົນ​ທີ່​ທ່ານ​ສອນ ເຖິງ​ວິ​ທີ​ທີ່​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ​ມີ​ອິດ​ທິ​ພົນ​ຕໍ່​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ແນວ​ໃດ​ໃນ​ອາ​ດີດ ແລະ ມັນ​ມີ​ອິດ​ທິ​ພົນ​ຕໍ່​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ແນວ​ໃດ ໃນ​ປະ​ຈຸ​ບັນ.