​2015
ເຕີມ​ເຊື້ອ​ໄຟ​ໃສ່​ກະ​ບອງ​ຂອງ​ເຈົ້າ: ການ​ທົດ​ລອງ 30 ມື້
ຕຸລາ 2015


ຊາວ​ໜຸ່ມ

ເຕີມ​ເຊື້ອ​ໄຟ​ໃສ່​ກະ​ບອງ​ຂອງ​ເຈົ້າ: ການ​ທົດ​ລອງ 30 ມື້

ສຳ​ລັບ​ຊາວ​ໜຸ່ມ​ໃນ​ສາດ​ສະ​ໜາ​ຈັກ​ທີ່​ຫຍຸ້ງ​ຫລາຍ​ໃນ​ຊີ​ວິດ,​ ອາດ​ເປັນ​ສິ່ງ​ງ່າຍ ທີ່​ຈະ​ຫຍຸ້ງ​ຢູ່​ກັບ​ການ​ເຮັດ​ກິດ​ຈະ​ກຳ​ຢ່າງ​ທີ່​ເຄີຍ​ເຮັດ​ທຸກ​ວັນ,​ ໂດຍ​ສະ​ເພາະ​ກັບ​ສິ່ງ​ທີ່​ເປັນ​ທາງ​ວິນ​ຍານ. ເຮົາ​ອ່ານ​ພຣະ​ຄຳ​ພີ​ຂອງ​ເຮົາ, ອະ​ທິ​ຖານ, ແລະ ນະ​ມັດ​ສະ​ການ ໃນ​ວິ​ທີ​ດຽວ​ກັນ​ເກືອບ​ທຸກວັນ ແລະ ຈຶ່ງ​ສົງ​ໄສ​ວ່າ ດ້ວຍ​ເຫດ​ໃດ​ເຮົາ​ຈຶ່ງ ເບິ່ງ​ຄື​ວ່າ ເຮົາ​ຈົມ​ຢູ່​ໃນ​ຄວາມ​ຕ່ຳ​ຕ້ອຍ​ທາງ​ວິນ​ຍານ.

ວິ​ທີ​ທີ່​ດີ​ທີ່​ສຸດ​ຢ່າງ​ໜຶ່ງ​ທີ່​ສາ​ມາດ​ຮັກ​ສາ​ໃຫ້​ກະ​ບອງ​ແຫ່ງ​ວິນ​ຍານ​ຂອງ​ເຈົ້າ​ໃຫ້​ລຸກ​ໄໝ້​ຢ່າງ​ຮຸ່ງ​ເຫລື້ອມ ຄື​ການ​ໃຫ້​ແນ່​ໃຈ​ວ່າ ເຈົ້າ​ມີ​ປະ​ສົບ​ການ​ທາງ​ວິນ​ຍານ ທີ່​ມີ​ຄວາມ​ໝາຍ. ແຕ່​ມັນ​ເປັນ​ສິ່ງ​ທີ່​ເວົ້າ​ງ່າຍ​ເຮັດ​ຍາກ, ສະ​ນັ້ນ ຕໍ່​ໄປ​ນີ້​ແມ່ນ​ຄຳ​ແນະ​ນຳ ທີ່​ຈະ​ຊ່ອຍ​ເຫລືອ​ເຈົ້າ ໃຫ້​ມີ​ຄວາມ​ກ້າວ​ໜ້າ​ທາງ​ວິນ​ຍານ: ໃຫ້​ຄິດ​ກ່ຽວ​ກັບ​ກິດ​ຈະ​ກຳ​ທີ່​ກ່ຽວ​ຂ້ອງ​ກັບ ພຣະ​ກິດ​ຕິ​ຄຸນ​ທີ່​ເຈົ້າ​ບໍ່​ເຄີຍ​ເຮັດ​ມາ​ກ່ອນ (ຫລື ສ່ວນ​ຫລາຍ​ບໍ່​ໄດ້​ເຮັດ) ແລະ ໃຫ້​ຕັ້ງ​ໃຈ​ເຮັດ​ມັນ​ທຸກ​ມື້ ເປັນ​ເວ​ລາ​ໜຶ່ງ​ເດືອນ. ເຈົ້າ​ສາ​ມາດ​ເລີ່ມ​ຕົ້ນ​ເຮັດ​ໜ້ອຍ​ໜຶ່ງ ເພາະ​ເຈົ້າ​ຈະ​ພົບ​ວ່າ ມັນ​ງ່າຍ​ທີ່​ຈະ​ປ່ຽນ​ເທື່ອ​ລະ​ນ້ອຍ ໃຫ້​ກາຍ​ເປັນ​ສິ່ງ​ຍາວ​ນານ. ການ​ເຮັດ​ສິ່ງ​ທີ່​ບໍ່​ສະ​ດວກ ອາດ​ຮຽກ​ຮ້ອງ​ສັດ​ທາ ແລະ ຄວາມ​ພະ​ຍາ​ຍາມ​ຈາກ​ເຮົາ, ​ແຕ່​ເມື່ອ​ເຮົາ​ເຮັດ​ມັນ, ​ເຮົາ​ຈະ​ເຊື້ອ​ເຊີນ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ມາ​ສະ​ຖິດ​ຢູ່​ກັບ​ເຮົາ, ແລະ ເຮົາ​ຈະ​ສະ​ແດງ​ໃຫ້​ເຫັນ​ສັດ​ທາ​ທີ່​ມີ​ຫລາຍ ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ປາດ​ຖະ​ໜາ​ທີ່​ຈະ​ເຂົ້າ​ໃກ້​ພຣະ​ອົງ​ຫລາຍ​ຂຶ້ນ. ຕໍ່​ໄປ​ນີ້ ແມ່ນ​ສອງ​ສາມ​ວິ​ທີ​ທີ່​ຈະ​ຊ່ອຍ​ໃຫ້​ເຈົ້າ​ເລີ່ມ​ຕົ້ນ:

  • ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ອະ​ທິ​ຖານ​ໃນ​ຕອນ​ເຊົ້າ ແລະ ຕອນ​ແລງ. ລອງ​ອະ​ທິ​ຖານ​ອອກ​ສຽງ.

  • ໃຊ້​ເວ​ລາ 15 ນາ​ທີ ເພື່ອອ່ານ​ພຣະ​ຄຳ​ພີ ກ່ອນ​ໄປ​ໂຮງ​ຮຽນ.

  • ອ່ານ​ບົດ​ຄວາມ​ປາ​ໄສ​ຈາກ​ກອງ​ປະ​ຊຸມ​ໃຫຍ່​ທີ່​ຜ່ານ​ມາ.

  • ຕິດ​ຂໍ້​ຄວາມ​ຈາກ​ພຣະ​ຄຳ​ພີ​ມໍ​ມອນ ໃສ່​ໃນ​ການ​ສື່​ສັງ​ຄົມ.

  • ຟັງ​ເພງ​ສວດ ຫລື ເພງ​ຂອງ​ສາດ​ສະ​ໜາ​ຈັກ ແທນ​ເພງ​ທີ່​ເຈົ້າ​ຟັງ​ເປັນ​ປະ​ຈຳ.

ພິມ