​2015
ເຮັດ​ໃຫ້​ກະ​ບອງ​ໄຟ​ຂອງ​ເຈົ້າ​ຮຸ່ງ​ເຫລື້ອມ
ຕຸລາ 2015


ເດັກ​ນ້ອຍ

ເຮັດ​ໃຫ້​ກະ​ບອງ​ໄຟ​ຂອງ​ເຈົ້າ​ຮຸ່ງ​ເຫລື້ອມ

ດົນ​ນານ​ມາ​ແລ້ວ​ໃນ​ປະ​ເທດ​ກຣີກ,​ ມີ​ການ​ແຂ່ງ​ຂັນ ຊຶ່ງ​ຜູ້​ແລ່ນ​ຈະ​ຈັບ​ກະ​ບອງ​ໄຟ​ທີ່​ລຸກ​ໄໝ້​ໄປ​ນຳ. ໃຜ​ກໍ​ຕາມ​ທີ່​ແລ່ນ​ໄປ​ເຖິງ​ເສັ້ນ​ໄຊ ພ້ອມ​ດ້ວຍ​ກະ​ບອງ​ໄຟ​ທີ່​ຍັງ​ລຸກ​ໄໝ້​ຢູ່ ເປັນ​ຜູ້​ຊະ​ນະ. ປະ​ທານ​ອຸກ​ດອບ ກ່າວ​ວ່າ ຊີ​ວິດ​ກໍ​ຄື​ກັນ​ກັບ​ການ​ແຂ່ງ​ຂັນ. ກະ​ບອງ​ໄຟ​ທີ່​ເຮົາ​ຍົກ​ຂຶ້ນ ຄື​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ. ເມື່ອ​ເຮົາ​ພະ​ຍາ​ຍາມ​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈະ​ເຮັດ​ໃຫ້​ກະ​ບອງ​ໄຟ​ຂອງ​ເຮົາ​ຮຸ່ງ​ເຫລື້ອມ​ຫລາຍ​ຂຶ້ນ.

ເຈົ້າ​ເຮັດ​ຫຍັງ​ໄດ້​ແດ່ ເພື່ອ​ຈະ​ໄດ້​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ ແລະ ເຮັດ​ໃຫ້​ກະ​ບອງ​ໄຟ​ຂອງ​ເຈົ້າ​ຮຸ່ງ​ເຫລື້ອມ​ຫລາຍ​ຂຶ້ນ? ໃຫ້​ເລືອກ​ຈາກ​ລາຍ​ການ​ທີ່​ຢູ່​ຂ້າງ​ລຸ່ມ​ນີ້:

  • ຍິ້ມ ຫລື ຖາມ​ສະ​ບາຍ​ດີ​ກັບ​ບາງ​ຄົນ ຜູ້​ເບິ່ງ​ຄື​ວ່າ ໂດດ​ດ່ຽວ

  • ໃຈ​ຮ້າຍ​ໃຫ້​ບາງ​ຄົນ

  • ຮັກ​ສາ​ຮ່າງ​ກາຍ​ຂອງ​ເຈົ້າ​ໃຫ້​ດີ

  • ເວົ້າ​ເຍາະ​ເຍີ້ຍ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຈົ້າ

  • ເຊື່ອ​ຟັງ​ຕໍ່​ສາດ​ສະ​ດາ

  • ຍອມ​ແພ້​ເມື່ອ​ເຈົ້າ​ເຮັດ​ຄວາມ​ຜິດ​ພາດ

  • ຊ່ອຍ​ເຫລືອ​ບາງ​ຄົນ

ພິມ