​2016
ຄອບ​ຄົວ​ສາ​ມາດ​ຢູ່​ນຳ​ກັນ​ຕະ​ຫລອດ​ການ
ສິງຫາ 2016


ເດັກ​ນ້ອຍ

ຄອບ​ຄົວ​ສາ​ມາດ​ຢູ່​ນຳ​ກັນ​ຕະ​ຫລອດ​ການ

ເພາະ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຟື້ນ​ຟູ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ເຮົາ​ຈຶ່ງ​ສາ​ມາດ​ອາ​ໄສ​ຢູ່​ກັບ​ຄອບ​ຄົວ​ຂອງ​ເຮົາ​ຕະ​ຫລອດ​ການ! ເຈົ້າ​ມັກ​ຫຍັງ​ແດ່​ກ່ຽວ​ກັບ​ຄອບ​ຄົວ​ຂອງ​ເຈົ້າ? ໃຫ້​ເຮັດ​ຕາມ​ຂໍ້​ແນະ​ນຳ​ຕໍ່​ໄປ​ນີ້ ເພື່ອ​ເຮັດ​ສາຍ​ໂສ້​ເຈ້ຍ ເພື່ອ​ສະ​ຫລອງ​ຄອບ​ຄົວ​ຂອງ​ເຈົ້າ.

  1. ໃຫ້​ພັບ​ເຈ້ຍ​ທົບ​ເຄິ່ງ ແລ້ວ​ໃຫ້​ພັບ​ມັນ​ອີກ​ເທື່ອ​ໜຶ່ງ ເພື່ອ​ເຈົ້າ​ຈະ​ໄດ້​ມີ​ເຈ້ຍ​ເປັນ​ແຜ່ນ​ຍາວ.

  2. ໃຫ້​ແຕ້ມ​ຮູບ​ຄົນ​ເດ່​ມື​ໄປ​ຫາ​ຂອບ​ເຈ້ຍ​ທີ່​ພັບ.

  3. ຕັດ​ຮູບ​ຄົນ​ອອກ. ຢ່າ​ຕັດ​ບ່ອນ​ທີ່​ມື​ຕິດ​ຢູ່​ກັບ​ຂອບ​ເຈ້ຍ​ທີ່​ພັບ.

  4. ມາຍ​ເຈ້ຍ​ອອກ. ໃຫ້​ຂຽນ ຫລື ແຕ້ມ​ບາງ​ສິ່ງ​ທີ່​ເຈົ້າ​ມັກ ກ່ຽວ​ກັບ​ແຕ່​ລະ​ຄົນ​ໃນ​ຄອບ​ຄົວ.

  5. ໃຫ້​ໃຊ້​ກາວ​ເທັບ​ຕິດ​ເຈ້ຍ​ຮູບ​ຄົນ​ຕໍ່​ໃສ່​ກັນ ຖ້າ​ຫາກ​ເຈົ້າ​ມີ​ຄອບ​ຄົວ​ໃຫຍ່!

ພິມ