​2016
ຄວາມ​ຫວັງ​ໃນ​ຄວາມ​ຮັກ​ຂອງ​ຄອບ​ຄົວ​ນິ​ລັນ​ດອນ
ສິງຫາ 2016


ຂ່າວ​ສານ​ຈາກ​ຝ່າຍ​ປະທານ​ສູງ​ສຸດ, ເດືອນສິງຫາ 2016

ຄວາມ​ຫວັງ​ໃນ ຄວາມ​ຮັກ​ຂອງ​ຄອບ​ຄົວ​ນິ​ລັນ​ດອນ

ໃນ​ຂອງ​ປະ​ທານ​ທັງ​ໝົດ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໄດ້​ຈັດ​ຫາ​ໃຫ້​ລູກໆ​ຂອງ​ພຣະ​ອົງ, ອັນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ແມ່ນ​ຊີ​ວິດ​ນິ​ລັນ​ດອນ (ເບິ່ງ D&C 14:7). ຂອງ​ປະ​ທານ​ນັ້ນ ຄື​ການ​ມີ​ຊີ​ວິດ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ​ອົງ​ເປັນພຣະ​ບິ​ດາ ແລະ ພຣະ​ບຸດ​​ທີ່​ຮັກ​ຂອງ​ພຣະ​ອົງ​ຕະ​ຫລອດ​ການ ນຳ​ຄອບ​ຄົວ. ພຽງ​ແຕ່​ໃນ​ອາ​ນາ​ຈັກ​ທີ່​ສູງ​ສຸດ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ, ເອີ້ນ​ວ່າ ອາ​ນາ​ຈັກ​ຊັ້ນ​ສູງ, ທີ່​ຄວາມ​ຮັກ​ຂອງ​ຊີ​ວິດ​ຄອບ​ຄົວ ຈະ​ດຳ​ເນີນ​ຕໍ່​ໄປ.

ເຮົາ​ທຸກ​ຄົນ​ຫວັງ​ທີ່​ຈະ​ມີ​ຄວາມ​ສຸກ​ໃນ​ການໄດ້​ຢູ່​ກັບ​ຄອບ​ຄົວ​ທີ່​ມີ​ຄວາມ​ຮັກ​ຕໍ່​ກັນ. ສຳ​ລັບ​ບາງ​ຄົນ​ໃນ​ພວກ​ເຮົາ, ມັນ​ເປັນ​ຄວາມ​ຮູ້​ສຶກ​ທີ່​ເຮົາ​ບໍ່​ເຄີຍ​ປະ​ສົບ​ການ​ມາ​ກ່ອນ—ເປັນ​ຄວາມ​ຮູ້​ສຶກ​ທີ່​ເຮົາ​ຮູ້​ວ່າ ເປັນ​ໄປ​ໄດ້ ແຕ່​ຍັງ​ບໍ່​ເຄີຍ​ຮູ້​ຈັກ​ມາ​ກ່ອນ. ເຮົາ​ອາດ​ເຄີຍ​ໄດ້​ຍິນ​ມັນ ໃນ​ຊີ​ວິດ​ຂອງ​ຄົນ​ອື່ນ. ສຳ​ລັບ​ຄົນ​ອື່ນໆ​ໃນ​ພວກ​ເຮົາ, ຄວາມ​ຮັກ​ໃນ​ຄອບ​ຄົວ ເບິ່ງ​ຄື​ວ່າ ເປັນ​ຄວາມ​ຈິງ ແລະ ມີ​ຄ່າ ເມື່ອ​ຄວາມ​ຕາຍ ໄດ້​ແຍກ​ເຮົາ​ຈາກ​ລູກ, ຈາກ​ແມ່, ຈາກ​ພໍ່, ຈາກ​ອ້າຍ​ນ້ອງ, ຈາກ​ເອື້ອຍ​ນ້ອງ, ຫລື ຈາກ​ພໍ່​ແມ່​ທີ່​ຮັກ​ຂອງ​ເຮົາ.

ເຮົາ​ທຸກ​ຄົນ​ມີ​ຄວາມ​ຫວັງ​ວ່າ​ໃນ​ມື້​ໜຶ່ງ ເຮົາ​ຈະ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ອັນ​ອົບ​ອຸ່ນ ຂອງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ທີ່​ເຮົາ​ຮັກ​ຫລາຍ​ທີ່​ສຸດ ແລະ ຕອນ​ນີ້​ກໍ​ຢາກ​ໂອບ​ກອດ​ເຂົາ​ເຈົ້າ​ດັ່ງ​ທີ່​ເຄີຍ.

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຮັກ​ຂອງ​ເຮົາ ຮູ້​ໃຈ​ຂອງ​ເຮົາ​ດີ. ພຣະ​ປະ​ສົງ​ຂອງ​ພຣະ​ອົງ ແມ່ນ​ໃຫ້​ເຮົາ​ມີ​ຄວາມ​ສຸກ (ເບິ່ງ 2 ນີ​ໄຟ 2:25). ສະ​ນັ້ນ ພຣະ​ອົງ​ຈຶ່ງ​ໄດ້​ປະ​ທານ​ພຣະ​ບຸດ​ຂອງ​ພຣະ​ອົງ​ໃຫ້​ເຮົາ ເພື່ອ​ວ່າ​ຄວາມ​ຜູກ​ພັນ​ຢ່າງ​ມີ​ຄວາມ​ສຸກ​ຂອງ​ຄອບ​ຄົວ ຈະ​ຄົງຢູ່​ສືບ​ຕໍ່​ໄປ​ຕະ​ຫລອດ​ການ. ຍ້ອນ​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຮັດ​ໃຫ້​ສາຍ​ຮັດ​ແຫ່ງ​ຄວາມ​ຕາຍ​ຂາດ​ອອກ, ເຮົາ​ຈຶ່ງ​ຈະ​ໄດ້​ຟື້ນ​ຄືນ​ຊີ​ວິດ. ຍ້ອນ​ວ່າ​ພຣະ​ອົງ​ໄດ້​ຊົດ​ໃຊ້​ແທນ​ບາບ​ຂອງ​ເຮົາ, ໂດຍ​ສັດ​ທາ ແລະ ການ​ກັບ​ໃຈ, ເຮົາ​ຈຶ່ງ​ຈະ​ສາ​ມາດ​ມີ​ຄ່າ​ຄວນ​ສຳ​ລັບ​ອາ​ນາ​ຈັກ​ຊັ້ນ​ສູງ, ບ່ອນ​ທີ່​ຄອບ​ຄົວ​ໄດ້​ຖືກ​ຜູກ​ມັດ​ເຂົ້າ​ກັນ ໃນ​ຄວາມ​ຮັກ​ຕະ​ຫລອດ​ການ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ສົ່ງ​ສາດ​ສະ​ດາ ເອ​ລີ​ຢາ ມາ​ຫາ ໂຈ​ເຊັບ ສະ​ມິດ ເພື່ອ​ຟື້ນ​ຟູ​ຂໍ​ກະ​ແຈ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ (ເບິ່ງ D&C 110). ດ້ວຍ​ຂໍ​ກະ​ແຈ​ເຫລົ່າ​ນັ້ນ ອຳ​ນາດ​ແຫ່ງ​ການ​ຜະ​ນຶກ ຈຶ່ງ​ໄດ້​ມີ​ມາ, ​ໄດ້​ນຳ​ຂອງ​ປະ​ທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ເຈົ້າ ມາ​ໃຫ້​ລູກໆ​ຂອງ​ພຣະ​ອົງ—ນັ້ນ​ຄື ຊີ​ວິດ​ນິ​ລັນ​ດອນ ​ຢູ່​ນຳ​ກັນ​ເປັນ​ຄອບ​ຄົວ ຕະ​ຫລອດ​ການ.

ມັນ​ເປັນ​ຂໍ້​ສະ​ເໜີ​ທີ່​ລູກ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ​ ຜູ້​ທີ່​ໄດ້​ມາ​ສູ່​ໂລກ​ນີ້ ສາ​ມາດ​ທວງ​ເອົາ​ໄດ້. ໜຶ່ງ​ສ່ວນ​ສາມ​ຂອງ​ລູກໆ​ທາງ​ວິນ​ຍານ​ຂອງ​ພຣະ​ອົງ ໄດ້​ປະ​ຕິ​ເສດ​ຂໍ້​ສະ​ເໜີ​ຂອງ​ພຣະ​ອົງ​ຕອນ​ຢູ່​ໃນ​ໂລກ​ວິນ​ຍານ. ໂດຍ​ທີ່​ບໍ່​ມີ​ສັດ​ທາ​ພຽງ​ພໍ ແລະ ​ໂດຍ​ການ​ກະ​ບົດ, ພວກ​ເຂົາ​ຈຶ່ງ​ບໍ່​ເຄີຍ​ຮູ້​ຈັກ ຄວາມ​ສຸກ​ຂອງ​ຄອບ​ຄົວ​ນິ​ລັນ​ດອນ ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ປະ​ທານ​ໃຫ້.

ສຳ​ລັບ​ເຮົາ​ທຸກ​ຄົນ ທີ່​ໄດ້​ຜ່ານ​ການ​ທົດ​ສອບ​ອັນ​ຈຳ​ເປັນ​ນັ້ນ ໃນ​ໂລກ​ວິນ​ຍານ​ກ່ອນ​ຊ່ວງ​ມະ​ຕະ ແລະ ມີ​ຄ່າ​ຄວນ​ທີ່​ຈະ​ໄດ້​ຮັບ​ຂອງ​ປະ​ທານ ຊຶ່ງ​ເປັນ​ຮ່າງ​ກາຍ​ທີ່​ເປັນ​ມະ​ຕະ, ການ​ເລືອກ​ອັນ​ຍິ່ງ​ໃຫຍ່ ເລື່ອງ​ຊີ​ວິດ​ນິ​ລັນ​ດອນ ຍັງ​ເປັນ​ສິ່ງ​ທີ່​ເຮົາ​ຕ້ອງ​ເລືອກ​ຢູ່. ຖ້າ​ຫາກ​ເຮົາ​ໄດ້​ຮັບ​ພອນ ເພື່ອ​ໃຫ້​ພົບ​ເຫັນ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່, ເຮົາ​ຈະ​ສາ​ມາດ​ເລືອກ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ນຳ​ພຣະ​ເຈົ້າ ອັນ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ເໝາະ​ສົມ​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ. ເມື່ອ​ເຮົາ​ອົດ​ທົນ​ດ້ວຍ​ຄວາມ​ຊື່​ສັດ, ແລ້ວ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຈະ​ຢືນ​ຢັນ​ຕໍ່​ຄວາມ​ຫວັງ ແລະ ຄວາມ​ແນ່​ນອນ​ໃຈ​ຂອງ​ເຮົາ​ວ່າ ເຮົາ​ກຳ​ລັງ​ເດີນ​ໄປ​ໃນ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ ສູ່​ຊີ​ວິດ​ນິ​ລັນ​ດອນ, ເພື່ອ​ຈະ​ໄດ້​ຢູ່​ກັບ​ຄອບ​ຄົວ​ຕະ​ຫລອດ​ການ ໃນ​ອາ​ນາ​ຈັກ​ຊັ້ນ​ສູງ.

ສຳ​ລັບ​ບາງ​ຄົນ, ຄວາມ​ສຸກ​ນິ​ລັນ​ດອນ​ນັ້ນ ອາດ​ໄກ​ກວ່າ​ທີ່​ຈະ​ເອື້ອມ​ເຖິງ ຫລື ເກີນ​ກວ່າ​ທີ່​ຈະ​ຫວັງ. ພໍ່ແມ່, ລູກໆ, ອ້າຍ​ນ້ອງ, ແລະ ເອື້ອຍ​ນ້ອງ​ບາງ​ຄົນ ອາດ​ເລືອກ​ເຮັດ​ບາງ​ສິ່ງ ທີ່​ເບິ່ງ​ຄື​ວ່າ ຕັດ​ເຂົາ​ເຈົ້າ​ອອກ​ຈາກ​ຊີ​ວິດ​ນິ​ລັນ​ດອນ. ທ່ານ​ອາດ​ສົງ​ໄສ​ວ່າ ທ່ານ​ກໍ​ເໝາະ​ສົມ​ຢູ່​ບໍ ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.

ເທື່ອ​ໜຶ່ງ​ສາດ​ສະ​ດາ​ຄົນ​ໜຶ່ງ​ຂອງ​ພຣະ​ເຈົ້າ​ໄດ້​ແນະ​ນຳ​ຂ້າ​ພະ​ເຈົ້າ​ຊຶ່ງ​ນຳ​ສັນ​ຕິ​ສຸກ​ມາ​ໃຫ້​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ເປັນ​ຫ່ວງ​ວ່າ ການ​ເລືອກ​ຂອງ​ຄົນ​ອື່ນ ອາດ​ກີດ​ກັນ​ບໍ່​ໃຫ້​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຢູ່​ນຳ​ກັນ ຕະ​ຫລອດ​ການ. ເພິ່ນ​ໄດ້​ເວົ້າ​ວ່າ, “ທ່ານ​ເປັນ​ຫ່ວງ​ນຳ​ເລື່ອງ​ບໍ່​ເປັນ​ເລື່ອງ. ຂໍ​ໃຫ້​ທ່ານ​ພຽງ​ແຕ່​ດຳ​ລົງ​ຊີ​ວິດ​ໃຫ້​ມີ​ຄ່າ​ຄວນ​ຕໍ່​ອາ​ນາ​ຈັກ​ຊັ້ນ​ສູງ​ກໍ​ພໍ​ແລ້ວ, ແລະ ການ​ຈັດ​​ຕຽມ​ຄອບ​ຄົວ​ນັ້ນ​ ຈະ​ເລີດ​ກວ່າ​ທີ່​ທ່ານ​ຄິດ.”

ຕໍ່​ທຸກ​ຄົນ​ທີ່​ເຄີຍ​ມີ​ປະ​ສົບ​ການ ຫລື ສິ້ນ​ຫວັງ​ກັບ​ການ​ແຕ່ງ​ງານ ແລະ ​ສິ້ນ​ຫວັງກັບລູກໆ—​ຫລື ບໍ່​ເຄີຍ​ມີ​ຄອບ​ຄົວ ຫລື ບໍ່​ເຄີຍ​ມີ​ລູກ​ເລີຍ—, ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮູ້​ຈັກ​ທ່ານ ແລະ ຮັກ​ທ່ານ ໃນ​ຖາ​ນະ​ທີ່​ເປັນ​ລູກໆ​ທາງ​ວິນ​ຍານ​ຂອງ​ພຣະ​ອົງ. ຕອນ​ທ່ານ​ໄດ້​ຢູ່​ກັບ​ພຣະ​ອົງ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ ກ່ອນ​ມາ​ສູ່​ຊີ​ວິດນີ້, ພວກ​ພຣະ​ອົງ​ໄດ້​ເອົາ​ຄວາມ​ຫວັງ​ເຖິງ​ຊີ​ວິດ​ນິ​ລັນ​ດອນ ໃສ່​ໄວ້​ໃນ​ໃຈ​ຂອງ​ທ່ານ​ແລ້ວ. ດ້ວຍ​ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ທີ່​ທຳ​ງານ​ຢູ່ ແລະ ດ້ວຍ​ການ​ນຳ​ພາ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ທ່ານ​ຈະ​ສາ​ມາດ​ຮູ້​ສຶກ​ໃນ​ເວ​ລາ​ນີ້ ແລະ ຈະ​ຮູ້​ສຶກ​ໃນ​ໂລກ​ຕໍ່​ໄປ ເຖິງ​ຄວາມ​ຮັກ​ຂອງ​ຄອບ​ຄົວ ທີ່​ພຣະ​ບິ​ດາ ທີ່​ຮັກ​ຂອງ​ທ່ານ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ ປະ​ສົງ​ຫລາຍ​ທີ່​ສຸດ ໃຫ້​ທ່ານ​ໄດ້​ຮັບ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເມື່ອ​ທ່ານ​ດຳ​ລົງ​ຊີ​ວິດ​ໃຫ້​ມີ​ຄ່າ​ຄວນ​ຕໍ່​ອາ​ນາ​ຈັກ​ຊັ້ນ​ສູງ, ແລ້ວ​ຄຳ​ສັນ​ຍາ​ທີ່​ສາດ​ສະ​ດາ​ໄດ້​ກ່າວ​ໄວ້​ ທີ່​ວ່າ “ການ​ຈັດ​ຕຽມ​ຄອບ​ຄົວ​ນັ້ນ​ ຈະ​ເລີດ​ກວ່າ​ທີ່​ທ່ານ​ຄິດ” ຈະ​ເປັນ​ຂອງ​ທ່ານ.

ການ​ສອນ​ຈາກ​ຂ່າວ​ສານ​ນີ້

ໃຫ້​ພິ​ຈາ​ລະ​ນາ​ເລີ່ມ​ຕົ້ນ​ໂດຍ​ການ​ບອກ​ຄົນ​ທີ່​ທ່ານ​ສອນ ເຖິງ​ຕອນ​ທີ່​ທ່ານ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ ສຳ​ລັບ​ຄວາມ​ຫວັງ​ຕໍ່​ຄອບ​ຄົວ​ນິ​ລັນ​ດອນ. ເຊື້ອ​ເຊີນ​ເຂົາ​ເຈົ້າ ໃຫ້​ໄຕ່​ຕອງ​ເຖິງ ຕອນ​ທີ່​ທ່ານ​ຮູ້​ສຶກ​ມີ​ຄວາມ​ກະ​ຕັນ​ຍູ​ຕໍ່​ຄອບ​ຄົວ​ນິ​ລັນ​ດອນ. ຖາມ​ເຂົາ​ເຈົ້າ ຖ້າ​ຫາກ​ວ່າ​ເຂົາ​ເຈົ້າ​ຢາກ​ແບ່ງ​ປັນ​ຫລື​ບໍ່. ແລ້ວ ທ່ານ​ສາ​ມາດ​ເຊື້ອ​ເຊີນ​ເຂົາ​ເຈົ້າ ໃຫ້​ຄິດ​ເຖິງວິ​ທີ​ທີ່​ຈະ​ພັດ​ທະ​ນາ​ຕົນ ແລະ ດຳ​ລົງ​ຊີ​ວິດ​ໃຫ້​ມີ​ຄ່າ​ຄວນ​ຕໍ່​ອາ​ນາ​ຈັກ​ຊັ້ນ​ສູງ ເພື່ອ​ວ່າ​ຄຳ​ສັນ​ຍາ​ຂອງ​ສາດ​ສະ​ດາ​ ທີ່​ວ່າ “ການ​ຈັດ​ຕຽມ​ຄອບ​ຄົວ​ນັ້ນ​ ຈະ​ເລີດ​ກວ່າ​ທີ່​ທ່ານ​ຄິດ” ຈະ​ເປັນ​ຂອງ​ເຂົາ​ເຈົ້າ.

ພິມ