​2016
ການ​ແບ່ງ​ປັນ​ຄວາມ​ສຸກ​ນິ​ລັນ​ດອນ
ສິງຫາ 2016


ຊາວ​ໜຸ່ມ

ການ​ແບ່ງ​ປັນ​ຄວາມ​ສຸກ​ນິ​ລັນ​ດອນ

ສິ່ງ​ທີ່​ດີ​ທີ່​ສຸດ​ຢ່າງ​ໜຶ່ງ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ແມ່ນ ການ​ມີ​ຄວາມ​ຮູ້​ເຖິງ​ແຜນ​ແຫ່ງ​ຄວາມ​ລອດ. ເຮົາ​ມີ​ໂອ​ກາດ​ທີ່​ດີ ທີ່​ຈະ​ໄດ້​ຢູ່​ກັບ​ຄອບ​ຄົວ​ຂອງ​ເຮົາ​ຊົ່ວ​ນິ​ລັນ​ດອນ. ຄວາມ​ຮູ້​ນັ້ນ ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ຫວັງ ເມື່ອ​ໃດ​ກໍ​ຕາມ​ທີ່​ເຮົາ​ຮູ້​ສຶກ​ກົດ​ດັນ​ຫລາຍ​ຈາກ​ໂລກ. ປະທານ​ໄອຣິງ ສອນ​ວ່າ, “ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຮັກ​ຂອງ​ເຮົາ ຮູ້​ໃຈ​ຂອງ​ເຮົາ​ດີ. ພຣະ​ປະ​ສົງ​ຂອງ​ພຣະ​ອົງ ແມ່ນ​ໃຫ້​ເຮົາ​ມີ​ຄວາມ​ສຸກ (ເບິ່ງ 2 ນີ​ໄຟ 2:25). ສະ​ນັ້ນ ພຣະ​ອົງ​ຈຶ່ງ​ໄດ້​ປະ​ທານ​ພຣະ​ບຸດ​ຂອງ​ພຣະ​ອົງ​ໃຫ້​ເຮົາ ເພື່ອ​ວ່າ​ຄວາມ​ຜູກ​ພັນ​ຢ່າງ​ມີ​ຄວາມ​ສຸກ​ຂອງ​ຄອບ​ຄົວ ຈະ​ຄົງຢູ່​ສືບ​ຕໍ່​ໄປ​ຕະ​ຫລອດ​ການ. … ມັນ​ເປັນ​ຂໍ້​ສະ​ເໜີ​ທີ່​ລູກ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ​ ຜູ້​ທີ່​ໄດ້​ມາ​ສູ່​ໂລກ​ນີ້ ສາ​ມາດ​ທວງ​ເອົາ​ໄດ້.”

ພອນ​ນັ້ນ​ແມ່ນ​ສຳ​ລັບ​ຄົນ​ທີ່​ມີ​ຊີ​ວິດ​ຢູ່​ໃນ​ເວ​ລານີ້ ແລະ ສຳ​ລັບ​ຄົນ​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ—​ແຕ່​ຜ່ານ​ທາງ​ຄວາມ​ຊ່ວຍ​ເຫລືອ​ຂອງ​ເຮົາ​ເທົ່າ​ນັ້ນ. ບັນ​ພະ​ບຸ​ລຸດ​ຂອງ​ເຮົາ​ຢູ່​ໃນ​ໂລກ​ວິນ​ຍານ​ໃນ​ເວ​ລາ​ນີ້ ກຳ​ລັງ​ລໍ​ຖ້າ​ເຮົາ​ໃຫ້​ຕຽມ​ຊື່​ຂອງ​ເຂົາ​ເຈົ້າ​ສຳ​ລັບ​ພິ​ທີ​ການ​ໃນ​ພຣະ​ວິ​ຫານ ເພື່ອ​ກະ​ທຳ​ແທນ​ເຂົາ​ເຈົ້າ. ແຕ່​ບາງ​ຄັ້ງ ມັນ​ອາດ​ເປັນ​ວຽກ​ງານ​ທີ່​ຫຍຸ້ງ​ຍາກ ທີ່​ຈະ​ເຮັດ​ສຳ​ລັບ​ເຂົາ​ເຈົ້າ. ເຮົາ​ອາດ​ຫຍຸ້ງ​ຫລາຍ, ຫລື ເຮົາ​ອາດ​ອາ​ໄສ​ຢູ່​ໄກ​ຈາກ​ພຣະ​ວິ​ຫານ ຈົນ​ບໍ່​ສາ​ມາດ​ໄປ​ພຣະ​ວິ​ຫານ​ເລື້ອຍໆ.

ໂຊກ​ດີ​ຫລາຍ ທີ່​ເຮົາ​ຍັງ​ມີ​ວິ​ທີ​ອື່ນ ທີ່​ເຮົາ​ສາ​ມາດ​ຊ່ວຍ​ເຫລືອ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ​ໄດ້, ເຊັ່ນ​​ການ​ສືບ​ປະ​ຫວັດ​ຄອບ​ຄົວ, ​ການ​ຈັດ​ດັດ​ຊະ​ນີ​ລາຍ​ຊື່, ຫລື ຊ່ວຍ​ດູ​ແລ​ນ້ອງ ໃນ​ຂະ​ນະ​ທີ່​ພໍ່​ແມ່​ໄປ​ພຣະ​ວິ​ຫານ. ດ້ວຍ​ການ​ໃຫ້​ຄວາມ​ຊ່ວຍ​ເຫລືອ, ເຮົາ​ໄດ້​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ ແລະ ນຳ​ຄວາມ​ຫວັງ​ຂອງ​ຄອບ​ຄົວ​ນິ​ລັນ​ດອນ ມາ​ໃຫ້​ຜູ້​ທີ່​ຢູ່​ໃນ​ໂລກ​ວິນ​ຍານ.

ພິມ