​2016
ການ​ທະ​ນຸ​ຖະ​ໜອມ​ຄອບ​ຄົວ​ນຳ​ກັນ
ສິງຫາ 2016


ຂ່າວ​ສານ​ການ​ຢ້ຽມ​ສອນ, ເດືອນສິງຫາ 2016

ການ​ທະ​ນຸ​ຖະ​ໜອມ​ຄອບ​ຄົວ​ນຳ​ກັນ

ໃຫ້​ສຶກ​ສາ​ຂ່າວ​ສານ​ນີ້​ດ້ວຍ​ການ​ອະ​ທິ​ຖານ ແລະ ສະ​ແຫວງ​ຫາ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ສິ່ງ​ທີ່​ຄວນ​ແບ່ງ​ປັນ. ການ​ເຂົ້າ​ໃຈ​ໃບ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ” ເພີ່ມ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຈົ້າ ແລະ ເປັນ​ພອນ​ໃຫ້​ແກ່​ຄົນ​ທີ່​ທ່ານ​ດູ​ແລ ຜ່ານ​ການ​ຢ້ຽມ​ສອນ ໄດ້​ແນວ​ໃດ? ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ, ໃຫ້​ເປີດ​ເບິ່ງ​ທີ່ reliefsociety.lds.org.

ສັດ​ທາ, ຄອບ​ຄົວ, ສົງ​ເຄາະ

“ສາ​ມີ ແລະ ພັນ​ລະ​ຍາ ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ຮັກ​ແພງ​ເອົາ​ກັນ ແລະ ຮັກ​ແພງ​ລູກໆ​ຂອງ​ຕົນ.”1 “ບ້ານ​ເຮືອນ​ຄວນ​ເປັນ​ບ່ອນ​ວິ​ໄຈ​ຄວາມ ຮັກ​ແລະ ການ​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ,” ​ປະທານ​ຣະໂຊ ເອັມ ແນວສັນ, ປະ​ທານ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ກ່າວ.

“ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ປະ​ສົງ​ໃຫ້​ສາ​ມີ ແລະ ພັນ​ລະ​ຍາ ຊື່​ສັດ​ຕໍ່​ກັນ ແລະ ນັບ​ຖື​ ແລະ ປະ​ພຶດ​ຕໍ່​ລູກໆ​ຂອງ​ເຂົາ​ເຈົ້າ ວ່າ​ເປັນ​ມໍ​ລະ​ດົກ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ.”2

ໃນ​ພຣະ​ຄຳ​ພີ​ມໍ​ມອນ, ຢາ​ໂຄບ​ໄດ້​ກ່າວ​ວ່າ ຄວາມ​ຮັກ​ທີ່​ສາ​ມີ ມີ​ຕໍ່​ພັນ​ລະ​ຍາ​ຂອງ​ຕົນ, ຄວາມ​ຮັກ​ທີ່​ພັນ​ລະ​ຍາ​ມີ​ຕໍ່​ສາ​ມີ​ຂອງ​ຕົນ, ແລະ ຄວາມ​ຮັກ​ຂອງ​ທັງ​ສອງ​ມີ​ຕໍ່​ລູກໆ​ຂອງ​ຕົນ ເປັນ​ເຫດ​ຜົນ​ຢ່າງ​ໜຶ່ງ​ໃນ​ເຫດ​ຜົນ​ທັງ​ຫລາຍ ທີ່​ເຮັດ​ໃຫ້​ຊາວ​ເລ​ມັນ ໃນ​ຈຸດ​ໜຶ່ງ ມີ​ຄວາມ​ຊອບ​ທຳ​ຫລາຍ​ກວ່າ​ຊາວ​ນີ​ໄຟ (ເບິ່ງ ຢາ​ໂຄບ 3:7).

ວິ​ທີ​ໜຶ່ງ​ທີ່​ດີ​ທີ່​ສຸດ ທີ່​ຈະ​ເຊື້ອ​ເຊີນ​ຄວາມ​ຮັກ ແລະ ຄວາມ​ຖືກ​ຕ້ອງ​ປອງ​ດອງ ໃຫ້​ເຂົ້າ​ມາ​ໃນ​ບ້ານ​ເຮືອນ​ຂອງ​ເຮົາ ແມ່ນ​ການ​ເວົ້າ​ຈາ​ທີ່​ອ່ອນ​ຫວານ ​ຕໍ່​ຄົນ​ໃນ​ຄອບ​ຄົວ​ຂອງ​ເຮົາ. ການ​ເວົ້າ​ຈາ​ທີ່​ອ່ອນ​ຫວານ ຈະ​ນຳ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ມາ. ຊິດສະເຕີ ລິນດາ ເຄ ເບີຕັນ, ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ, ໄດ້​ຂໍ​ໃຫ້​ເຮົາ​ໄຕ່​ຕອງ​ຄຳ​ນີ້: “ເລື້ອຍ​ປານ​ໃດ ທີ່​ເຮົາ​ຕັ້ງ​ໃຈ ‘ກ່າວ​ຖ້ອຍ​ຄຳ​ທີ່​ອ່ອນ​ຫວານ​ຕໍ່​ກັນ’?”3

ຂໍ້​ພຣະ​ຄຳ​ພີ​ເພີ່ມ​ເຕີມ

ໂຣມ 12:10; ໂມ​ໄ​ຊ​ຢາ 4:15; Doctrine and Covenants 25:5

ເລື່ອງ​ຈິງ​ໃນ​ຊີ​ວິດ

ແອວເດີ ດີ ທອດ ຄຣິສໂຕເຟີສັນ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ແບ່ງ​ປັນ​ປະ​ສົບ​ການ​ຕອນ​ເພິ່ນ​ຍັງ​ນ້ອຍ​ ອັນ​ທີ່​ເຮັດ​ໃຫ້​ເພິ່ນ​ຮູ້​ເຖິງ​ຄວາມ​ສຳ​ຄັນ​ຂອງ​ຄອບ​ຄົວ​ທີ່​ມີ​ຄວາມ​ຮັກ. ​ຕອນ​ເພິ່ນ​ກັບ​ອ້າຍ​ນ້ອງ​ຂອງ​ເພິ່ນ​ຍັງ​ນ້ອຍ, ແມ່​ຂອງ​ພວກ​ເພິ່ນ​ໄດ້​ຮັບ​ການ​ຜ່າ​ຕັດ​ມະ​ເລັງ ທີ່​ເຮັດ​ໃຫ້​ແມ່​ໄດ້​ຮັບ​ຄວາມ​ເຈັບ​ປວດ​ຫລາຍ ເມື່ອ​ເພິ່ນ​ໃຊ້​ແຂນ​ເບື້ອງ​ຂວາ​ຂອງ​ເພິ່ນ. ໂດຍ​ທີ່​ມີ​ລູກ​ຊາຍ​ຫລາຍ​ຄົນ, ຈຶ່ງ​ຕ້ອງ​ໄດ້​ລີດ​ເຄື່ອງ​ຫລາຍ​ສົມ​ຄວນ, ແຕ່​ໃນ​ຂະ​ນະ​ທີ່​ແມ່​ຂອງ​ເພິ່ນ​ລີດ​ເຄື່ອງ​ຢູ່​ນັ້ນ, ເພິ່ນ​ມັກ​ຈະ​ຢຸດ​ພັກ ແລະ ເຂົ້າ​ໄປ​ໃນ​ຫ້ອງ​ນອນ ເພື່ອ​ຮ້ອງ​ໄຫ້ ຈົນ​ກວ່າ​ຄວາມ​ເຈັບ​ປວດ​ໄດ້​ບັນ​ເທົາ​ລົງ.

ເມື່ອ​ພໍ່​ຂອງ​ແອວເດີ ຄຣິສໂຕເຟີສັນ ຮູ້​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ, ເພິ່ນ​ຈຶ່ງ​ໄດ້​ອົດ​ບໍ່​ຊື້​ເຂົ້າ​ສວຍ​ກິນ ​ເກືອບ​ເຖິງ​ໜຶ່ງ​ປີ ເພື່ອ​ທ້ອນ​ເງິນ​ຊື້​ເຄື່ອງ​ຈັກ ທີ່​ເຮັດ​ໃຫ້​ການ​ລີດ​ເຄື່ອງ​ງ່າຍ​ຂຶ້ນ. ເພາະ​ຄວາມ​ຮັກ​ຂອງ​ເພິ່ນ​ທີ່​ມີ​ຕໍ່​ພັນ​ລະ​ຍາ, ເພິ່ນ​ຈຶ່ງ​ໄດ້​ເປັນ​ແບບ​ຢ່າງ​​ເຖິງ​ການ​ທະ​ນຸ​ຖະ​ໜອມ​ຄອບ​ຄົວ ໃຫ້​ແກ່​ພວກ​ລູກ​ຊາຍ​ຂອງ​ເພິ່ນ. ແອວ​ເດີ ຄຣິສໂຕເຟີສັນ ໄດ້​ກ່າວ​ເຖິງ​ປິ​ຕິ​ກິ​ລິ​ຍາ​ທີ່​ອ່ອນ​ໂຍນ​ນີ້​ວ່າ, “ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ຮູ້​ຈັກ​ເຖິງ​ການ​ເສຍ​ສະ​ລະ​ຂອງ​ພໍ່​ເລີຍ ແລະ ການ​ກະ​ທຳ​ດ້ວຍ​ຄວາມ​ຮັກ​ສຳ​ລັບ​ແມ່​ຂອງ​ຂ້າ​ພະ​ເຈົ້າ ໃນ​ເວ​ລາ​ນັ້ນ, ແຕ່​​ຕອນ​ນີ້ ຂ້າ​ພະ​ເຈົ້າ​ຮູ້​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ຕົນ​ເອງວ່າ, ‘ນັ້ນ​ແຫລະ​ຄື ສຸພາບ​ບຸ​ລຸດ.’”4

ແຫລ່ງ​ອ້າງ​ອີງ

  1. “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” Liahona, Nov. 2010, 129.

  2. Russell M. Nelson, “Salvation and Exaltation,” Liahona, May 2008, 8.

  3. Linda K. Burton, “We’ll Ascend Together,” Liahona, May 2015, 31.

  4. D. Todd Christofferson, “Why Marriage, Why Family,” Liahona, May 2006, 46.

ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ນີ້

ຄວາມ​ຮັກ ແລະ ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຕໍ່​ກັນ ຈະ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ໃຫ້​ເຂົ້າ​ມາ​ໃນ​ບ້ານ​ເຮືອນ​ຂອງ​ເຮົາ​ແນວ​ໃດ?

ພິມ