​2016
ການ​ຮັກ​ສາ​ພຣະ​ບັນ​ຍັດ ແລະ ການ​ຮັກ​ຄົນ​ອື່ນ
ກັນຍາ 2016


ຊາວ​ໜຸ່ມ

ການ​ຮັກ​ສາ​ພຣະ​ບັນ​ຍັດ ແລະ ການ​ຮັກ​ຄົນ​ອື່ນ

ເມື່ອ​ເຮົາ​ຄິດ​ເຖິງ​ຄວາມ​ຮັກ, ສ່ວນ​ຫລາຍ​ແລ້ວ ສິ່ງ​ທຳ​ອິດ​ທີ່​ເຂົ້າ​ມາ​ສູ່​ຄວາມ​ຄິດ​ຂອງ​ເຮົາ​ແມ່ນ ໜັງ​ເລື່ອງ​ຄວາມ​ຮັກ, ເຂົ້າ​ໜົມ​ໂຊ​ໂກ​ລ້າ, ແລະ ດອກ​ໄມ້. ແຕ່​ຄວາມ​ຮັກ—ທີ່​ແທ້​ຈິງ—​ແມ່ນ​ເລິກ​ຊຶ້ງ ແລະ ບໍ່​ເຫັນ​ແກ່​ຕົວ​ຫລາຍກວ່ານັ້ນ. ພຣະ​ເຢ​ຊູ​ຄຣິດ​ໄດ້​ມີ​ພຣະ​ຊົນ​ຢູ່​ເພື່ອ​ເຮົາ ແລະ ໄດ້​ສິ້ນ​ພຣະ​ຊົນ​ເພື່ອ​ເຮົາ ເພາະ​ພຣະ​ອົງ​ຮັກ​ເຮົາ. ຕາມ​ຈິງ​ແລ້ວ, ມີ​ພຣະ​ບັນ​ຍັດ​ທີ່​ຍິ່ງ​ໃຫຍ່​ຢູ່​ສອງ​ຂໍ້ ຄື​ໃຫ້​ຮັກ​ພຣະ​ເຈົ້າ ແລະ ​ໃຫ້​ຮັກ​ທຸກ​ຄົນ (ເບິ່ງ ມັດ​ທາຍ 22:36–40). ​ແຕ່​ເຮົາ​ຈະ​ສາ​ມາດ ສະ​ແດງ ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ ເຮົາ​ຮັກ​ເຂົາ​ດ້ວຍ​ວິ​ທີ​ໃດ?

ປະ​ທານ​ອຸກດອບ ໄດ້​ແບ່ງ​ປັນ​ຄຳ​ອຸ​ປະ​ມາ​ຂອງ​ພ​ຣະ​ຄ​ຣິດ​ເລື່ອງ​ພໍ່​ຄົນ​ໜຶ່ງ​ທີ່​ມີ​ລູກ​ຊາຍ​ສອງ​ຄົນ, ຄົນ​ໜຶ່ງ​ໄດ້​ເຮັດ​ວຽກ​ໃຫ້​ພໍ່ ແລະ ອີກ​ຄົນ​ໜຶ່ງບໍ່​ເຮັດ​ວຽກ​ໃຫ້​ພໍ່. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເນັ້ນ​ໜັກ​ວ່າ ​ພຽງ​ແຕ່​ລູກ​ຊາຍ​ຜູ້​ທີ່​ເຊື່ອ​ຟັງ​ພໍ່​ຂອງ​ຕົນ​ເທົ່າ​ນັ້ນ ທີ່​ຮັກ​ພໍ່​ຂອງ​ຕົນ​ແທ້ໆ. ຄ້າຍ​ຄື​ກັນ​ນີ້, ເມື່ອ​ເຮົາ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ເຮົາ​ໄດ້​ສະ​ແດງ​ວ່າ ເຮົາ​ຮັກ​ພຣະ​ອົງ ແລະ ຢາກ​ກັບ​ຄືນ​ໄປ​ຫາ​ພຣະ​ອົງ.

ແຕ່​ເຮົາ​ຈະ​ເຮັດ​ແນວ​ໃດ ຈຶ່ງ​ຈະ​ເປັນ​ການ​ສະ​ແດງ​ອອກ​ວ່າ ເຮົາ​ຮັກ​ທຸກ​ຄົນ? ປະ​ທານ​ອຸກດອບ ອະ​ທິ​ບາຍ​​ຄື​ກັນ​ວ່າ: “ຖ້າ​ເຮົາ​ຮັກ​ເພື່ອນ​ມະ​ນຸດ​ດ້ວຍ​ກັນ​ແທ້ໆ, ເຮົາ​ຕ້ອງ​ເອື້ອມ​ອອກ​ໄປ​ຊ່ວຍ​ເຫລືອ ‘ຄົນ​ຍາກ​ຈົນ ແລະ ຄົນ​ຂັດ​ສົນ, ຄົນ​ເຈັບ​ປ່ວຍ ແລະ ຄົນ​ເປັນ​ທຸກ.’ ເພາະ​ຄົນ​ໃດ​ທີ່​ເຫັນ​ອົກ​ເຫັນ​ໃຈ ແລະ ໃຫ້​ການ​ຮັບ​ໃຊ້​ຢ່າງ​ບໍ່​ເຫັນ​ແກ່​ຕົວ, ຄົນ​ນັ້ນ​ກໍ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ.”

ສະ​ນັ້ນ ເທື່ອ​ໜ້າ​ເມື່ອ​ເຈົ້າ​ເຫັນ​ພໍ່​ແມ່, ອ້າຍ​ເອື້ອຍ​ນ້ອງ, ຫລື ໝູ່​ເພື່ອນ​ຂອງ​ເຈົ້າ, ໃຫ້​ເຈົ້າ​ຄິດ​ຫາ​ວິ​ທີ​ຮັບ​ໃຊ້​ເຂົາ​ເຈົ້າ ເພື່ອ​ສະ​ແດງ​ຄວາມ​ຮັກ​ຕໍ່​ເຂົາ​ເຈົ້າ. ມັນ​ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ ແລະ ເຈົ້າ​ມີ​ຄວາມ​ສຸກ​ເທົ່າ​ນັ້ນ, ແຕ່​ມັນ​ຈະ​ເຮັດ​ໃຫ້​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ມີ​ຄວາມ​ສຸກ​ດ້ວຍ.

ພິມ