​2016
ການ​ສະ​ແດງ​ຄວາມ​ຮັກ
ກັນຍາ 2016


ເດັກ​ນ້ອຍ

ການ​ສະ​ແດງ​ຄວາມ​ຮັກ

ພຣະ​ເຢ​ຊູ​ເລົ່າ​ເລື່ອງ​ພໍ່​ຄົນ​ໜຶ່ງ​ຜູ້​ມີ​ລູກ​ຊາຍ​ສອງ​ຄົນ. ພໍ່​ໄດ້​ທຳ​ງານ​ຢູ່​ໃນ​ສວນ​ອະ​ງຸ່ນ ແລະ ໄດ້​ຂໍ​ໃຫ້​ລູກ​ຊາຍ​ສອງ​ຄົນ​ໄປ​ເຮັດ​ວຽກ​ຊ່ວຍ​ເພິ່ນ. ລູກ​ຊາຍ​ກົກ​ໄດ້​ບອກ​ປະ​ຕິ​ເສດ, ແຕ່​ຕໍ່​ມາ​ລາວ​ໄດ້​ໄປ​ຊ່ວຍ​ເຮັດ​ວຽກ​ຢູ່​ໃນ​ສວນ. ລູກ​ຊາຍ​ຜູ້​ທີ​ສອງ ໄດ້​ເວົ້າ​ວ່າ ລາວ​ຈະ​ໄປ​ຊ່ວຍ, ແຕ່​ລາວ​ບໍ່​ໄດ້​ໄປ. ພຣະ​ເຢ​ຊູ​ໄດ້​ສອນ​ວ່າ ລູກ​ຊາຍ​ກົກ​ໄດ້​ສະ​ແດງ​ຄວາມ​ຮັກ​ຕໍ່​ພໍ່ ໂດຍ​ການ​ເຊື່ອ​ຟັງ.

ໃຫ້​ສາ​ທິດ​ເລື່ອງ​ນີ້​ແບບ​ການ​ຫລິ້ນ​ລະ​ຄອນ! ແລ້ວ​ໃຫ້​ຂຽນ ຫລື ແຕ້ມ​ຮູບ​ສາມ​ຢ່າງ ທີ່​ເຈົ້າ​ສາ​ມາດ​ເຮັດ ໃນ​ການ​ສະ​ແດງ​ຄວາມ​ຮັກ​ຂອງ​ເຈົ້າ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ພິມ