​2016
ການ​ເປັນ​ພໍ່​ແມ່ ເປັນ​ໜ້າ​ທີ່​ອັນ​ສັກ​ສິດ
ກັນຍາ 2016


ຂ່າວ​ສານ​ການ​ຢ້ຽມ​ສອນ, ​ເດືອນ​ກັນຍາ 2016

ການ​ເປັນ​ພໍ່​ແມ່ ເປັນ​ໜ້າ​ທີ່​ອັນ​ສັກ​ສິດ

ໃຫ້​ສຶກ​ສາ​ຂ່າວ​ສານ​ນີ້​ດ້ວຍ​ການ​ອະ​ທິ​ຖານ ແລະ ສະ​ແຫວງ​ຫາ​ການ​ດົນ​ໃຈ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ສິ່ງ​ທີ່​ຄວນ​ແບ່ງ​ປັນ. ການ​ເຂົ້າ​ໃຈ​ໃບ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ” ເພີ່ມ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຈົ້າ ແລະ ເປັນ​ພອນ​ໃຫ້​ແກ່​ຄົນ​ທີ່​ທ່ານ​ດູ​ແລ ຜ່ານ​ການ​ຢ້ຽມ​ສອນ ໄດ້​ແນວ​ໃດ? ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ, ໃຫ້​ເປີດ​ເບິ່ງ​ທີ່ reliefsociety.lds.org.

ຮູບ​ພາບ
ກາ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ

ສັດທາ, ຄອບຄົວ, ສົງເຄາະ

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ໄດ້​ສ້າງ​ຕັ້ງ​ຄອບ​ຄົວ​ຂຶ້ນ ເພື່ອ​ຊ່ວຍ​ເຮົາ​ໃຫ້​ສອນ​ຫລັກ​ທຳ​ທີ່​ຖືກ​ຕ້ອງ ໃນ​ສະ​ພາບ​ແວດ​ລ້ອມ​ທີ່​ມີ​ຄວາມ​ຮັກ. ປະທານ​ທອມມັສ ແອັສ ມອນສັນ ໄດ້​ກ່າວ​ວ່າ: “ໃຫ້​ຍ້ອງ​ຍໍ ແລະ ໂອບກອດ​ລູກ, ເວົ້າ​ວ່າ, ‘ພໍ່ ຫລື ແມ່​ຮັກ​ລູກ’ ຫລາຍ​​ຂຶ້ນ; ໃຫ້​ກ່າວ​ຄຳ​ຂອບ​ໃຈ​ສະ​ເໝີ. ຢ່າ​ປ່ອຍ​ໃຫ້​ບັນ​ຫາ​ທີ່​ຈະ​ຕ້ອງ​ແກ້​ໄຂ​ ມີ​ຄວາມ​ສຳ​ຄັນ​ຫລາຍກວ່າ​ຄົນ​ທີ່​ຈະ​ຕ້ອງ​ຮັກ.”1

ຊູແຊນ ດັບເບິນຢູ ແທນເນີ, ອະ​ດີດ​ປະທານ​ອົງ​ການ​ຍິງ​ໜຸ່ມ​ສາ​ມັນ, ໄດ້​ສອນ​ວ່າ: “ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ໄດ້​ຕັ້ງ​ແບບ​ແຜນ​ໄວ້ ເພື່ອ​ໃຫ້​ເຮົາ​ປະ​ຕິ​ບັດ​ຕາມ. ພຣະ​ອົງ​ຮັກ​ເຮົາ, ສອນ​ເຮົາ, ອົດ​ທົນ​ກັບ​ເຮົາ, ແລະ ໄດ້​ປະ​ທານ​ອຳ​ເພີ​ໃຈ​ໃຫ້​ເຮົາ. … ບາງ​ເທື່ອ ການ​ລົງ​ໂທດ, ຊຶ່ງ​ໝາຍ​ເຖິງ ‘ການ​ສອນ,’ ຖືກ​ເຂົ້າ​ໃຈ​ຜິດ​ວ່າ​ເປັນ​ການ​ຕຳ​ນິ​ຕິ​ຕຽນ. ເດັກ​ນ້ອຍ—ເຊັ່ນ​ດຽວ​ກັບ ຄົນ​ອື່ນໆ ໃນ​ທຸກ​ໄວ—ຈະ​​ປັບ​ປຸງ​ນິ​ໄສ​ຈາກ​ຄວາມ​ຮັກ ແລະ ການ​ຊຸກ​ຍູ້ ຫລາຍ​ກວ່າ​ການ​ຈັບ​ຜິດ.”2

“​ເມື່ອ​ເຮົາ​ມີ​ການ​ອະ​ທິ​ຖານ​ເປັນ​ຄອບ​ຄົວ, ສຶກ​ສາ​ພຣະ​ຄຳ​ພີ, ມີ​ການ​ສັງ​ສັນ​ໃນ​ຄອບ​ຄົວ, ການ​ໃຫ້​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ແລະ ການ​ໄປ​ນະ​ມັດ​ສະ​ການ​ໃນ​ວັນ​ຊະ​ບາ​ໂຕ ເປັນ​ປະ​ຈຳ,” ​ແອວ​ເດີ ຄວນຕິນ ແອວ ຄຸກ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ໄດ້​ກ່າວ, “​ແລ້ວ​ລູກ​ຂອງ​ເຮົາ​ຈະ​… ຕຽມ​ພ້ອມ​ສຳ​ລັບ​ບ້ານ​ນິ​ລັນ​ດອນ ໃນ​ສະ​ຫວັນ, ບໍ່​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ເຂົາ ຢູ່​ໃນ​ໂລກ​ທີ່​ຫຍຸ້ງ​ຍາກ​ນີ້​ກໍ​ຕາມ.”3

ຂໍ້​ພຣະ​ຄຳ​ພີ​ເພີ່ມ​ເຕີມ

1 ນີ​ໄຟ 8:37; 3 ນີ​ໄຟ 22:13; Doctrine and Covenants 93:40; 121:41

ເລື່ອງ​ຈິງ​ໃນ​ຊີ​ວິດ

ແອວເດີ ຣໍເບີດ ດີ ແຮວສ໌ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ກຳ​ລັງ​ອ່ານ​ໜັງ​ສື​ພິມ​ຢູ່ ຕອນ​ຫລານ​ຊາຍ​ນ້ອຍ​ຂອງ​ຂ້າ​ພະ​ເຈົ້າ ໄດ້​ໝົ້ນ​ເຂົ້າ​ມາ​ຫາ​ຂ້າ​ພະ​ເຈົ້າ.” “ໃນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ອ່ານ, ຂ້າ​ພະ​ເຈົ້າ​ດີ​ໃຈ​ຫລາຍ ທີ່​ໄດ້​ຍິນ​ສຽງ​ທີ່​ອ່ອນ​ຫວານ​ຂອງ​ລາວ ເວົ້າ​ລົມ​ຢູ່​ໃກ້ໆ. ​ຂ້າ​ພະ​ເຈົ້າ​ຕົກ​ໃຈ​ພຽງ​ໃດ ເມື່ອ​ບໍ່​ດົນ​ຈາກ​ນັ້ນ, ລາວ​ໄດ້​ແຫຍ້​ຕົວ​ລາວ​ເອງ​ເຂົ້າ​ໄປ​ລະ​ຫວ່າງ​ຂ້າ​ພະ​ເຈົ້າ ແລະ ໜັງ​ສື​ພິມ​ນັ້ນ. ໄດ້​ເອົາ​ມື​ຈັບ​ໜ້າ​ຂ້າ​ພະ​ເຈົ້າ ແລະ ເນັ້ນ​ດັງ​ຂອງ​ລາວ​ໃສ່​ກັບ​ດັງ​ຂອງ​ຂ້າ​ພະ​ເຈົ້າ, ​ລາວ​ໄດ້​ຖາມ​ວ່າ, ‘ພໍ່​ຕູ້! ພໍ່​ຕູ້​ຢູ່​ໃນ​ນີ້​ບໍ?’

“… ການ​ຢູ່​ໃນ ນີ້ ​ໝາຍ​ເຖິງ​ການ​ເຂົ້າ​ອົກ​ເຂົ້າ​ໃຈ ຫົວ​ໃຈ​ຂອງ​ຄົນ​ໜຸ່ມ​ຂອງ​ເຮົາ ແລະ ການ​ພົວ​ພັນ​ຢູ່​ກັບ​ພວກ​ເຂົາ. ແລະ ການ​ພົວ​ພັນ​ຢູ່​ກັບ​ພວກ​ເຂົາ ບໍ່​ພຽງ​ແຕ່​ໝາຍ​ເຖິງ​ການ​ໂອ້​ລົມ​ກັບ​ພວກ​ເຂົາ, ແຕ່​ແມ່ນ​ການ​ເຮັດ​ສິ່ງ​ຕ່າງໆ​ກັບ​ພວກ​ເຂົາ​ດ້ວຍ. …

“ເຮົາ​ຕ້ອງວາງ​ແຜນ ແລະ ສວຍ​ໂອ​ກາດ​ເວ​ລາ​ສັ່ງ​ສອນ. …

“… ເມື່ອ​ຂ້າ​ພະ​ເຈົ້າ​ມີ​ຊີ​ວິດ​ນານ​ເທົ່າ​ໃດ ຂ້າ​ພະ​ເຈົ້າ​ຍິ່ງ​ຮູ້​ວ່າ ຕອນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ສັ່ງ​ສອນ​ຄາວ​ຍັງ​ໜຸ່ມ, ໂດຍ​ສະ​ເພາະ​ສິ່ງ​ທີ່​ພໍ່​ແມ່​ໄດ້​ສອນ​ໃຫ້, ໄດ້​ມີ​ອິດ​ທິ​ພົນ​ຕໍ່​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ, ແລະ ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ເປັນ​ຄົນ ທີ່​ຂ້າ​ພະ​ເຈົ້າ​ເປັນ​ຢູ່​ໃນ​ເວ​ລານີ້.”4

ແຫລ່ງ​ອ້າງ​ອີງ

  1. Thomas S. Monson, “Love at Home—Counsel from Our Prophet,” Liahona, Aug. 2011, 4.

  2. Susan W. Tanner, “Did I Tell You … ?” Liahona, May 2003, 74.

  3. Quentin L. Cook, “The Lord Is My Light,” Liahona, May 2015, 64.

  4. Robert D. Hales, “Our Duty to God: The Mission of Parents and Leaders to the Rising Generation,” Liahona, May 2010, 96, 95.

ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ນີ້

ເປັນ​ຫຍັງ​ພຣະ​ກິດ​ຕິ​ຄຸນ​ຈຶ່ງ​ປະ​ສົບ​ຄວາມ​ສຳ​ເລັດ​ຫລາຍ ເມື່ອ​ຖືກ​ສອນ​ດ້ວຍ​ພາ​ສາ ແລະ ແບບ​ຢ່າງ ທີ່​ເປັນ​ຄວາມ​ຮັກ?

ພິມ