​2016
ຫລັງ​ຈາກ​ຄວາມຮັກ, ແລ້ວ​ມີ​ຫຍັງ​ເກີດ​ຂຶ້ນ?
ກັນຍາ 2016


ຂ່າວ​ສານ​ຈາກ​ຝ່າຍ​ປະທານ​ສູງ​ສຸດ, ​ເດືອນ​ກັນຍາ 2016

ຫລັງ​ຈາກ​ຄວາມຮັກ, ແລ້ວ​ມີ​ຫຍັງ​ເກີດ​ຂຶ້ນ?

ປະທານ​ທອມມັສ ແອັສ ມອນສັນ ສາດ​ສະ​ດາ​ທີ່​ຮັກ​ຂອງ​ເຮົາ ໄດ້​ສອນ​ວ່າ “ຄວາມ​ຮັກ​ເປັນ​ຈຸດ​ໃຈ​ກາງ ຂອງ​ພຣະ​ກິດ​ຕິ​ຄຸນ.”1

ຄວາມ​ຮັກ​ເປັນ​ສິ່ງ​ສຳ​ຄັນ​ຫລາຍ ຈົນ​ພຣະ​ເຢ​ຊູ​ໄດ້​ເອີ້ນ​ມັນ​ວ່າ “ເປັນ​ພຣະ​ບັນ​ຍັດ​ຂໍ້​ໃຫຍ່ ແລະ ຂໍ້​ຕົ້ນ” ແລະ ໄດ້​ກ່າວ​ວ່າ ກົດ​ຂໍ້​ອື່ນໆ ແລະ ບັນ​ດາ​ຖ້ອຍ​ຄຳ​ອື່ນໆ ​ຂອງ​ສາດ​ສະ​ດາ ກໍ​ຂຶ້ນ​ກັບ​ພຣະ​ບັນ​ຍັດ​ຂໍ້​ນີ້.2

ຄວາມ​ຮັກ​ເປັນ​ແກ່ນ​ສານ ສຳ​ລັບ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ໃນ​ສາດ​ສະ​ໜາ​ຈັກ. ທຸກ​ໂຄງ​ການ, ທຸກ​ການ​ປະ​ຊຸມ, ທຸກ​ການ​ກະ​ທຳ ທີ່​ເຮົາ​ມີ​ສ່ວນ​ຮ່ວມ ໃນ​ຖາ​ນະ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ ຄວນ​ເກີດ​ຈາກ​ຄຸນ​ສົມ​ບັດ​ນີ້—ຖ້າ​ປາດ​ສະ​ຈາກ​ຄວາມ​ໃຈ​ບຸນ, “ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ,” ແລ້ວ​ເຮົາ​ກໍ​ບໍ່​ເປັນ​ອັນ​ໃດ​ເລີຍ.3

ທັນ​ທີ​ທີ່​ເຮົາ​ເຂົ້າ​ໃຈ​ເລື່ອງ​ນີ້ ໃນ​ຄວາມ​ຄິດ ແລະ ໃນ​ໃຈ​ຂອງ​ເຮົາ, ທັນ​ທີ​ທີ່​ເຮົາ​ປະ​ກາດ​ຄວາມ​ຮັກ​ຂອງ​ເຮົາ​ທີ່​ມີ​ຕໍ່​ພຣະ​ເຈົ້າ ແລະ ຕໍ່​ເພື່ອນ​ມະ​ນຸດ​ຂອງ​ເຮົາ—ແລ້ວ​ມີ​ຫຍັງ​ເກີດ​ຂຶ້ນ?

ການ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ມີ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ ເທົ່າ​ນັ້ນ​ກໍ​ພຽງ​ພໍ​ແລ້ວ​ບໍ? ການ​ປະ​ກາດ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ ແລະ ຕໍ່​ເພື່ອນ​ບ້ານ​ຂອງ​ເຮົາ ເທົ່າ​ນັ້ນ​ກໍ​ເຮັດ​ໃຫ້​ເຮົາ​ຮູ້​ສຶກ​ວ່າ​ຕົນ​ໄດ້​ເຮັດ​ດີ​ພໍ ຕໍ່​ພຣະ​ເຈົ້າ​ແລ້ວ​ບໍ?

ຄຳ​ອຸ​ປະ​ມາ​ເລື່ອງ​ລູກ​ຊາຍ​ສອງ​ຄົນ

ຢູ່​ທີ່​ພຣະ​ວິ​ຫານ ໃນ​ກຸງ​ເຢ​ຣູ​ຊາ​ເລັມ, ພວກ​ຫົວ​ໜ້າ​ປະ​ໂລ​ຫິດ ກັບ ພວກ​ເຖົ້າ​ແກ່​ຂອງ​ຊາວ​ຢິວ​ໄດ້​ມາ​ຫາ​ພຣະ​ເຢ​ຊູ ເພື່ອ​ຖາມ​ພຣະ​ອົງ ແລະ ຫວັງ​ໃຫ້​ພຣະ​ອົງ​ຂ້ອງ​ຄາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ໄດ້​ຫັນ​ໄປ​ຖາມ​ພວກ​ເຂົາ ໂດຍ​ການ​ເລົ່າ​ເລື່ອງ​ໜຶ່ງ.

ພຣະ​ອົງ​ໄດ້​ເລີ່ມ​ຕົ້ນ ໂດຍ​ການ​ກ່າວ​ວ່າ “ຊາຍ​ຜູ້​ໜຶ່ງ​ມີ​ລູກ​ຊາຍ​ສອງ​ຄົນ.” ຜູ້​ເປັນ​ພໍ່​ໄດ້​ໄປ​ຫາ​ລູກ​ກົກ ແລະ ຂໍ​ໃຫ້​ລາວ​ໄປ​ເຮັດ​ວຽກ​ໃນ​ສວນ​ອະ​ງຸ່ນ. ແຕ່​ລູກ​ຊາຍ​ໄດ້​ບອກ​ປະ​ຕິ​ເສດ. ຕໍ່​ມາ ລູກ​ຊາຍ​ຄົນ​ນັ້ນ “ໄດ້​ກັບ​ໃຈ, ແລະ ໄປ.”

ແລ້ວ ຜູ້​ເປັນ​ພໍ່​ໄດ້​ໄປ​ຫາ​ລູກ​ຊາຍ​ຜູ້​ທີ​ສອງ ແລະ ຂໍ​ໃຫ້​ລາວ​ໄປ​ເຮັດ​ວຽກ​ໃນ​ສວນ​ອະ​ງຸ່ນ. ລູກ​ຊາຍ​ຜູ້​ທີ​ສອງ ໄດ້​ບອກ​ພໍ່​ວ່າ ລາວ​ຈະ​ໄປ, ແຕ່​ລາວ​ບໍ່​ໄດ້​ໄປ.

ແລ້ວ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ຖາມ​ພວກ​ປະ​ໂລ​ຫິດ ແລະ ພວກ​ເຖົ້າ​ແກ່​ວ່າ, “ໃນ​ລູກ​ສອງ​ຄົນ​ນີ້ ຜູ້​ໃດ​ເຮັດ​ຕາມ​ໃຈ​ຂອງ​ພໍ່?”

ພວກ​ເຂົາ​ໄດ້​ຍອມ​ຮັບ​ວ່າ ແມ່ນ​ລູກ​ຊາຍ​ກົກ—ລູກ​ຜູ້​ທີ່​ໄດ້​ເວົ້າ​ວ່າ ລາວ​ຈະ​ບໍ່​ໄດ້ ແຕ່​ຕໍ່​ມາ​ລາວ​ໄດ້​ກັບ​ໃຈ ແລະ ໄດ້​ໄປ​ເຮັດ​ວຽກ​ໃນ​ສວນ​ອະ​ງຸ່ນ.4

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ໃຊ້​ເລື່ອງ​ນີ້ ເພື່ອ​ເນັ້ນ​ໜັກ​ເຖິງ​ຫລັກ​ທຳ​ຂໍ້​ສຳ​ຄັນ—ຜູ້​ທີ່​ເຊື່ອ​ຟັງ​ຕໍ່​ພຣະ​ບັນ​ຍັດ ແມ່ນ​ຜູ້​ທີ່​ຮັກ​ພຣະ​ເຈົ້າ​ແທ້ໆ.

ບາງ​ທີ ເປັນ​ເພາະ​ເຫດ​ນີ້ ທີ່​ພຣະ​ເຢ​ຊູ​ຈຶ່ງ​ໄດ້​ຂໍ​ໃຫ້​ຜູ້​ຄົນ​ຮັບ​ຟັງ ແລະ ເຮັດ​ຕາມ​ຖ້ອຍ​ຄຳ​ຂອງ​ພວກ​ຟາ​ຣີ​ຊາຍ ແລະ ພວກ​ທຳ​ມະ​ຈານ ແຕ່​ບໍ່​ໃຫ້​ເ​ຮັດ​​​ຕາມ​ແບບ​ຢ່າງ​ຂອງ​ພວກ​ເຂົາ.5 ຄູ​ສອນ​ສາດ​ສະ​ໜາ​ເຫລົ່າ​ນີ້ ​ເປັນ​ຄົນ​ດີ​ແຕ່​ເວົ້າ. ພວກ​ເຂົາ​ມັກ​ເວົ້າ​ເລື່ອງ​ສາດ​ສະ​ໜາ, ແຕ່​ໜ້າ​ເສຍ​ໃຈ ທີ່​ພວກ​ເຂົາ​ບໍ່​ຮູ້​ເຖິງ​ແກ່ນ​ສານ​ຂອງ​ມັນ.

ການ​ກະ​ທຳ ແລະ ຄວາມ​ລອດ​ຂອງ​ເຮົາ

ໃນ​ບົດ​ຮຽນ​ສຸດ​ທ້າຍ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​​ຕໍ່​ສາ​ນຸ​ສິດ​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ກ່າວ​ກັບ​ພວກ​ເຂົາ ເຖິງ​ການ​ພິ​ພາກ​ສາ ຄັ້ງ​ສຸດ​ທ້າຍ. ຄົນ​ຊົ່ວ ແລະ ຄົນ​ຊອບ​ທຳ ຈະ​ຖືກ​ແຍກ​ອອກ​ຈາກ​ກັນ. ຄົນ​ດີ​ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ​ເປັນ​ມູນ​ມໍ​ລະ​ດົກ; ຄົນ​ຊົ່ວ​ຈະ​ຖືກ​ສົ່ງ​ໄປ​ຮັບ​ການ​ລົງ​ໂທດ​ຊົ່ວ​ນິ​ລັນ​ດອນ.

ແມ່ນ​ຫຍັງ​ຄື​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ຜູ້​ຄົນ​ສອງ​ກຸ່ມ​ນີ້?

ຜູ້​ຄົນ​ທີ່​ໄດ້​ສະ​ແດງ​ຄວາມ​ຮັກ​ຂອງ​ພວກ​ເຂົາ​ຜ່ານ​ການ​ກະ​ທຳ ໄດ້​ຖືກ​ຊ່ວຍ​ໃຫ້​ລອດ. ຜູ້​ຄົນ​ທີ່ບໍ່​ໄດ້​ເຮັດ ຖືກ​ລົງ​ໂທດ.6 ການ​ກະ​ທຳ​ຂອງ​ເຮົາ ໃນ​ຊີ​ວິດ​ແຕ່​ລະ​ວັນ ຈະ​ເປັນ​ຫລັກ​ຖານ​ເຖິງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ແທ້​ຈິງ​ຂອງ​ເຮົາ ຕໍ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ຕໍ່​ຄຸນ​ຄ່າ ແລະ ຫລັກ​ທຳ​ຂອງ​ພຣະ​ກິດ​ຕິ​ຄຸນ.

ໃນ​ທີ່​ສຸດ, ພຽງ​ແຕ່​ການ​ປະ​ກາດ​ເຖິງ​ຄວາມ​ຮັກ​ຕໍ່​ພຣະ​ເຈົ້າ ແລະ ຕໍ່​ເພື່ອນ​ມະ​ນຸດ ເທົ່າ​ນັ້ນ ຈະ​ບໍ່​ສາ​ມາດ​ນຳ​ຄວາມ​ສູງ​ສົ່ງ​ມາ​ໃຫ້​ເຮົາ​ໄດ້. ເພາະ​ດັ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ສອນ​ວ່າ, “ບໍ່​ແມ່ນ​ໝົດ​ທຸກ​ຄົນ​ທີ່​ກ່າວ​ກັບ​ເຮົາ​ວ່າ, ພຣະ​ອົງ​ເຈົ້າ​ເອີຍ, ພຣະ​ອົງ​ເຈົ້າ​ເອີຍ, ແລ້ວ​ຈະ​ໄດ້​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ສະ​ຫວັນ​ໄດ້; ມີ​ແຕ່​ຜູ້​ທີ່​ກະ​ທຳ​ຕາມ​ນ້ຳ​ພຣະ​ໄທ​ຂອງ​ພຣະ​ບິດາ​ຂອງ​ເຮົາ​ຜູ້​ສະຖິດ​ຢູ່​ໃນ​ສະ​ຫວັນ​ເທົ່າ​ນັ້ນ ທີ່​ຈະ​ເຂົ້າ​ໄປ​ໄດ້.”7

ແມ່ນ​ຫຍັງ​ເກີດ​ຂຶ້ນ ຫລັງ​ຈາກ​ຄວາມ​ຮັກ?

ຄຳ​ຕອບ​ຕໍ່​ຄຳ​ຖາມ​ທີ່​ວ່າ “​ຫລັງ​ຈາກ​​ຄວາມຮັກ, ແລ້ວ “ມີ​ຫຍັງ​ເກີດ​ຂຶ້ນ?” ​ສາ​ມາດ​ເປັນ​ຄຳ​ທີ່​ລຽບ​ງ່າຍ ແລະ ກົງ​ໄປ​ກົງ​ມາ​ໄດ້. ຖ້າ​ເຮົາ​ຮັກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແທ້ໆ, ເຮົາ​ຕ້ອງ​ໂນ້ມ​ອ່ຽງ​ໃຈ​ຂອງ​ເຮົາ​ໄປ​ຫາ​ພຣະ​ອົງ ແລະ ແລ້ວ​ເຮົາ​ຈະ​ເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ການ​ເປັນ​ສາ​ນຸ​ສິດ. ເມື່ອ​ເຮົາ​ຮັກ​ພຣະ​ເຈົ້າ, ເຮົາ​ຈະ​ຕ້ອງ​ພະ​ຍາ​ຍາມ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.8

ຖ້າ​ເຮົາ​ຮັກ​ເພື່ອນ​ມະ​ນຸດ​ດ້ວຍ​ກັນ​ແທ້ໆ, ເຮົາ​ຕ້ອງ​ເອື້ອມ​ອອກ​ໄປ​ຊ່ວຍ​ເຫລືອ “ຄົນ​ຍາກ​ຈົນ ແລະ ຄົນ​ຂັດ​ສົນ, ຄົນ​ເຈັບ​ປ່ວຍ ແລະ ຄົນ​ເປັນ​ທຸກ.”9 ເພາະ​ຄົນ​ໃດ​ທີ່​ເຫັນ​ອົກ​ເຫັນ​ໃຈ ແລະ ໃຫ້​ການ​ຮັບ​ໃຊ້​ຢ່າງ​ບໍ່​ເຫັນ​ແກ່​ຕົວ,10 ຄົນ​ນັ້ນ​ກໍ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ນີ້​ແຫລະ​ຄື​ສິ່ງ​ທີ່​ເກີດ​ຂຶ້ນ ຫລັງ​ຈາກ​ຄວາມ​ຮັກ.

ນີ້​ຄື​ແກ່ນ​ສານ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ການ​ສອນ​ຈາກ​ຂ່າວ​ສານ​ນີ້

ປະທານ​ອຸກດອບ ບັນ​ຍາຍ​ເຖິງ​ການ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ ວ່າ​ເປັນ​ຄົນ​ທີ່​ສະ​ແດງ​ຄວາມ​ຮັກ​ຂອງ​ພວກ​ເຂົາ​ຕໍ່​ພຣະ​ອົງ ແລະ ຕໍ່​ຄົນ​ອື່ນໆ ຜ່ານ​ການ​ກະ​ທຳ​ຂອງ​ພວກ​ເຂົາ. ເພິ່ນ​ສອນ​ເຮົາ​ວ່າ “ຖ້າ​ເຮົາ​ຮັກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແທ້ໆ, ເຮົາ​ຕ້ອງ​ໂນ້ມ​ອ່ຽງ​ໃຈ​ຂອງ​ເຮົາ​ໄປ​ຫາ​ພຣະ​ອົງ ແລະ ແລ້ວ​​ເຮົາ​ຈະ​ເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ການ​ເປັນ​ສາ​ນຸ​ສິດ.” ໃຫ້​ຖາມ​ຄົນ​ທີ່​ທ່ານ​ສອນ​ວ່າ ຄວາມ​ຮັກ​ໄດ້​ກະ​ຕຸ້ນ​ເຂົາ​ເຈົ້າ​ໃຫ້​ເດີນ​ໄປ​ໃນ​ເສັ້ນ​ທາງ​ຂອງ​ການ​ເປັນ​ສາ​ນຸ​ສິດ​ແນວ​ໃດ. ທ່​ານ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ​ຂອງ​ທ່ານ ນຳ​ເຂົາ​ເຈົ້າ​ກໍ​ໄດ້. ທ່ານ​ສາ​ມາດ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ອະ​ທິ​ຖານ ເພື່ອ​ຂໍ​ໃຫ້​ມີ​ຄວາມ​ໃຈ​ບຸນ ແລະ ມີ​ພະ​ລັງ​ຫລາຍ​ຂຶ້ນ ທີ່​ຈະ​ກະ​ທຳ​ດ້ວຍ​ຄວາມ​ຮັກ.

ພິມ