​2017
ການ​ຮັບ​ໃຊ້​ຄົນ​ອື່ນ​ດ້ວຍ​ສັດ​ທາ
April 2017


ຊາວ​ໜຸ່ມ

ການ​ຮັບ​ໃຊ້​ຄົນ​ອື່ນ​ດ້ວຍ​ສັດ​ທາ

ປະທານ​ອຸກດອບ​ບອກ​ເຮົາ​ວ່າ ສັດ​ທາ​ຂອງ​ເຮົາ​ໃນ​ພ​ຣະ​ເຈົ້າ ຕ້ອງ “ຄຽງ​ຄູ່​ໄປ​ກັບ​ການ​ກະ​ທຳ.” ເມື່ອ​ສັດ​ທາ​ຂອງ​ເຮົາ “ປະ​ກອບ​ດ້ວຍ​ການ​ກະ​ທຳ,” ເພິ່ນ​ອະ​ທິ​ບາຍ​ວ່າ, ມັນ “ເຮັດ​ໃຫ້ … ​ຈິດ​ວິນ​ຍານ​ເຕັມ​ໄປ​ດ້ວຍ​ຄວາມ​ສະ​ຫງົບ​ສຸກ ແລະ ຄວາມ​ຮັກ.” ດ້ວຍ​ຄຳ​ສັນ​ຍາ​ຂອງ​ພອນ​ນີ້, ເຮົາ ສາ​ມາດ ສ້າງ​ຄວາມ​ແຕກ​ຕ່າງ, ແລະ ເຮົາ​ສາ​ມາດ​ເຫັນ​ສິ່ງ​ນີ້ ໃນ​ຊີ​ວິດ​ຂອງ​ເຮົາ ຖ້າ​ຫາກ​ເຮົາ​ໃຊ້​ເວ​ລາ​ເຮັດ​ການ​ຮັບ​ໃຊ້​ທີ່​ເຕັມ​ໄປ​ດ້ວຍ​ສັດ​ທາ. ທ່ານ​ສາ​ມາດ​ອະ​ທິ​ຖານ​ທຸກ​ເຊົ້າ ເພື່ອ​ທູນ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊ່ວຍ​ເຫລືອ ໃນ​ການ​ຮັບ​ໃຊ້​ຄົນ​ອື່ນ. ຍົກ​ຕົວ​ຢ່າງ, ທູນ​ຂໍ​ໃຫ້​ພຣະ​ອົງ​ສະ​ແດງ​ໃຫ້​ເຈົ້າ​ຮູ້ ຕອນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຈົ້າ​ຕ້ອງ​ການ​ໃຫ້​ຊ່ວຍ​ເຮັດ​ວຽກ​ເຮືອນ ຫລື ຕອນ​ໝູ່​ເພື່ອນ​ຢາກ​ໄດ້​ຮັບ​ກຳ​ລັງ​ໃຈ. ແລ້ວ, ເມື່ອ​ເຈົ້າ​ໄດ້​ຮັບ​ການ​ດົນ​ໃຈ, ໃຫ້​ເຈົ້າ​ລົງ​ມື​ເຮັດ​ຕາມ​ນັ້ນ! ຖ້າ​ຫາກ​ເຈົ້າ​ເຮັດ​ໃຫ້​ການ​ອະ​ທິ​ຖານ​ເຫລົ່າ​ນີ້ ແລະ ການ​ຮັບ​ໃຊ້​ນີ້ ກາຍ​ເປັນ​ນິ​ໄສ, ແລ້ວ​ການ​ກະ​ທຳ​ທີ່​ຊື່​ສັດ ແລະ ສະ​ໝ່ຳ​ສະ​ເໝີ​ຂອງ​ເຈົ້າ ຈະ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ເຈົ້າ ແລະ ຊີ​ວິດ​ຂອງ​ຄົນ​ອື່ນໆ. ປະທານ​ອຸກດອບ​ສັນ​ຍາ​ວ່າ ເຈົ້າ “ສາ​ມາດ​ປ່ຽນ​ບຸກ​ຄົນ, ຄອບ​ຄົວ, ປະ​ຊາ​ຊາດ, ແລະ ໂລກ​ໄດ້.”

ພິມ