​2017
ຄວາມ​ໄວ້​ວາງ​ໃຈ
April 2017


ເດັກ​ນ້ອຍ

ຄວາມ​ໄວ້​ວາງ​ໃຈ

ໃຫ້​ລອງ​ເຮັດ​ກິດ​ກະ​ຈຳ​ນີ້​ກັບ​ໝູ່​ເພື່ອນ. ເຈົ້າ​ຈະ​ຕ້ອງ​ໄວ້​ວາງ​ໃຈ ແລະ ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ເຂົາ​ເຈົ້າ​ຢ່າງ​ລະ​ມັດ​ລະ​ວັງ.

ເອົາ​ເຈ້ຍ​ເປົ່າ​ມາ​ໃບ​ໜຶ່ງ ແລະ ​ຂີດ​ເສັ້ນ​ວົງ​ມົນ​ໃສ່ ເປັນ​ຕົວ​ແທນ​ໃຫ້​ໃບ​ໜ້າ. ຈັບ​ສໍ ຫລື ບິກ​ໄວ້, ຫລັບ​ຕາ. ໃຫ້​ໝູ່​ເພື່ອນ​ຂອງ​ເຈົ້າ​ບອກ​ເຈົ້າ​ວ່າ ໃຫ້​ແຕ້ມ​ຮູບ​ໜ່ວຍ​ຕາ, ດັງ, ປາກ, ແລະ ຜົມ ຢູ່​ບ່ອນ​ໃດ ​ຢູ່​ໃນ​ເຈ້ຍ. ແລ້ວ​ໃຫ້​ເບິ່ງ. ມັນ​ອອກ​ມາ​ເປັນ​ແນວ​ໃດ? ເຈົ້າ​ສາ​ມາດ​ທາ​ສີ​ໃສ່​ໃບ​ໜ້າ​ນັ້ນ ແລະ ຂີດ​ເສັ້ນ​ວົງ​ມົນ​ໃສ່​ເຈ້ຍ​ໃບ​ໃໝ່ ເພື່ອ​​ຫລິ້ນ​ແຕ້ມ​ໜ້າ​ອີກ!

ບາງ​ເທື່ອ​ກໍ​ເປັນ​ສິ່ງ​ຍາກ ທີ່​ຈະ​ເຮັດ​ຕາມ​ຄຳ​ແນະ​ນຳ. ແຕ່​ເມື່ອ​ເຮົາ​ພະ​ຍາ​ຍາມ​ເຮັດ​ຕາມ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ໂດຍ​ການ​ເຊື່ອ​ຟັງ​ຕໍ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ພຣະ​ອົງ​ຈະ​ຊ່ວຍ​ເຫລືອ​ເຮົາ. ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ພຣະ​ອົງ​ສະ​ເໝີ.

ພິມ