​2017
ຄຳ​ສາ​ບານ ແລະ ພັນ​ທະ​ສັນ​ຍາ​ຂອງ​ຖາ​ນະ​ປະ​ໂລ​ຫິດ
April 2017


ຂ່າວ​ສານ​ການ​ຢ້ຽມ​ສອນ, ເດືອນ​ເມສາ 2017

ຄຳ​ສາ​ບານ ແລະ ພັນ​ທະ​ສັນ​ຍາ​ຂອງ​ຖາ​ນະ​ປະ​ໂລ​ຫິດ

ໃຫ້​ສຶກ​ສາ​ຂ່າວ​ສານ​ນີ້​ດ້ວຍ​ການ​ອະ​ທິ​ຖານ ແລະ ສະ​ແຫວງ​ຫາ​ການ​ດົນ​ໃຈ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ສິ່ງ​ທີ່​ຄວນ​ແບ່ງ​ປັນ. ການ​ເຂົ້າ​ໃຈ​ຈຸດ​ປະ​ສົງ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ຕຽມ​ທິ​ດາ​ຂອງ​ພຣະ​ເຈົ້າ ສຳ​ລັບ​ພອນ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ​ແນວ​ໃດ?

ຮູບ​ພາບ
Relief Society seal

ສັດທາ, ຄອບຄົວ, ສົງເຄາະ

ເມື່ອ​ພວກ​ເຮົາ​ໃນ​ຖາ​ນະ​ເອື້ອຍ​ນ້ອງ​ເຂົ້າ​ໃຈ​ວ່າ ຄຳ​ສາ​ບານ ແລະ ພັນ​ທະ​ສັນ​ຍາ​ຂອງ​ຖາ​ນະ​ປະ​ໂລ​ຫິດ ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ເຮົາ​ເປັນ​ສ່ວນ​ຕົວ​ຫລາຍ​ຂຶ້ນ​ເທົ່າ​ໃດ, ເຮົາ​ຈະ​ຮັບ​ເອົາ​ພອນ ແລະ ຄຳ​ສັນ​ຍາ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ.

ແອວເດີ ເອັມ ຣະໂຊ ບາເລີດ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ກ່າວ​ວ່າ, “ທຸກ​ຄົນ​ທີ່​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ​ນຳ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຜູ້​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ ສາ​ມາດ​ໄດ້​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ, ​ຮັບ​ພອນ​ໂດຍ​ການ​ປະ​ຕິ​ບັດ​ຂອງ​ເຫລົ່າ​ທູດ, ສື່​ສານ​ກັບ​ພຣະ​ເຈົ້າ, ຮັບ​ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ, ແລະ ໃນ​ທີ່​ສຸດ, ກາຍ​ເປັນ​ຜູ້​ໜຶ່ງ​ທີ່​ໄດ້​ຮັບ​ມູນ​ມໍ​​ລະ​ດົກ​ຮ່ວມ​ກັບ​ພຣະ​ເຢ​ຊູ​ຄຣິດ ໃນ​ທຸກ​ສິ່ງ​ທີ່​ພຣະ​ບິ​ດາ​ຂອງ​ເຮົາ​ມີ.”1

ພອນ ແລະ ຄຳ​ສັນ​ຍາ​ຂອງ​ຄຳ​ສາ​ບານ ແລະ ພັນ​ທະ​ສັນ​ຍາ​ຂອງ​ຖາ​ນະ​ປະ​ໂລ​ຫິດ ກ່ຽວ​ພັນ​ກັບ​ທັງ​ຊາຍ ແລະ ຍິງ. ຊິດ​ສະ​ເຕີ ແຊ​ຣີ ແອວ ດູ, ອະ​ດີດ​ທີ່​ປຶກ​ສາ​ໃນ​ຝ່າຍ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ, ໄດ້​ກ່າວ​ວ່າ, “ຖາ​ນະ​ປະ​ໂລ​ຫິດ​ທີ່​ສົມ​ບູນ​ແບບ ຂອງ​ພິ​ທີ​ການ​ອັນ​ສູງ​ສຸດ ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ສາ​ມາດ​ຮັບ​ໄດ້ ພຽງ​ແຕ່​ເມື່ອ​ຊາຍ ແລະ ຍິງ​​ ມີ​ໜ້າຢູ່​ນຳ​ກັນ​ເທົ່າ​ນັ້ນ.”2

ຊິດ​ສະ​ເຕີ ລິນດາ ເຄ ເບີຕັນ, ປະທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ, ໄດ້​ລະ​ບຸ​ການ​ເອີ້ນ​ນີ້​ວ່າ, “ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ທ່ອງ​ຂຶ້ນ​ໃຈ ຄຳ​ສາ​ບານ ແລະ ພັນ​ທະ​ສັນ​ຍາ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ຊຶ່ງ​ມີ​ຢູ່​ໃນ ພຣະ​ຄຳ​ພີ Doctrine and Covenants 84:33–44. ໂດຍ​ການ​ເຮັດ​ສິ່ງ​ນີ້, ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ວ່າ ພຣະ​ວິນ​ຍານ​ບໍ​ລິ​ສຸດ ຈະ​ຂະ​ຫຍາຍ​ຄວາມ​ເຂົ້າ​ໃຈ​ຂອງ​ທ່ານ​ກ່ຽວ​ກັບ​ຖາ​ນະ​ປະ​ໂລ​ຫິດ ແລະ ດົນ​ໃຈ ແລະ ສົ່ງ​ເສີມ​ທ່ານ ໃນ​ທາງ​ທີ່​ດີ​ເລີດ”3

ຄຳ​ແນະ​ນຳ​ຂອງ​ໂຈ​ເຊັບ ສະ​ມິດ ຕໍ່​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ມີ​ເຈດ​ຕະ​ນາ​ໃຫ້​ຕຽມ​ສະ​ຕີ ເພື່ອ “ມາ​ຮັບ​ເອົາ​ສິດ​ທິ​ພິ​ເສດ ແລະ ພອນ ແລະ ຂອງ​ປະ​ທານ​ຂອງ​ຖາ​ນະ​ປະ​ໂລ​ຫິດ.” ສິ່ງ​ນີ້​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້ ຜ່ານ​ທາງ​ພິ​ທີ​ການ​ຂອງ​ພຣະ​ວິ​ຫານ.

“ພິ​ທີ​ການ​ຂອງ​ພຣະ​ວິ​ຫານ [ຄື] ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ແຕ່​ມັນ [ບໍ່​ໄດ້] ມອບ​ຕຳ​ແໜ່ງ​ຂອງ​ການ​ເປັນ​ຝ່າຍ​ສົງ​ໃຫ້​ແກ່​ຊາຍ ແລະ ຍິງ. [ພິ​ທີ​ການ​ເຫລົ່າ​ນີ້ ບັນ​ລຸ] ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ວ່າ​ຜູ້​ຄົນ​ຂອງ​ພຣະ​ອົງ—ຍິງ ແລະ ຊາຍ—ຈະ​ໄດ້​ຮັບ​ພິ​ທີ​ການ​ສັກ​ສິດ ດ້ວຍ​ອຳ​ນາດ​ຈາກ​ເບື້ອງ​ບົນ [ເບິ່ງ D&C 38:32].”4

ຂໍ້​ພຣະ​ຄຳ​ພີ ແລະ ຂໍ້​ມູນ​ເພີ່ມ​ເຕີມ

Doctrine and Covenants 84:19–40; 121:45–46; reliefsociety.lds.org

ແຫລ່ງ​ອ້າງ​ອີງ

  1. M. Russell Ballard, “Men and Women and Priesthood Power,” Liahona, Sept. 2014, 36.

  2. Sheri L. Dew, in Daughters in My Kingdom: The History and Work of Relief Society (2011), 128.

  3. Linda K. Burton, “Priesthood Power—Available to All,” Ensign, June 2014, 39–40.

  4. Gospel Topics, “Joseph Smith’s Teachings about Priesthood, Temple, and Women,” topics.lds.org.

ພິມ