​2017
ຄົນ​ທີ່​ທ່ຽງ​ທຳ​ຈະ​ດຳ​ລົງ​ຊິ​ວິດ​ດ້ວຍ​ສັດ​ທາ
April 2017


ຂ່າວ​ສານ​ຈາກ​ຝ່າຍ​ປະທານ​ສູງ​ສຸດ, ເດືອນ​ເມສາ 2017

ຄົນ​ທີ່​ທ່ຽງ​ທຳ​ຈະ​ດຳ​ລົງ​ຊີວິດ​ດ້ວຍ​ສັດ​ທາ

ທ່ານ​ອາ​ຈານ ແລະ ຄົນ​ເຮັດ​ສະບູ

ມີ​ນິ​ທານ​ເລື່ອງ​ໜຶ່ງ​ຂອງ​ຊາວ​ຢິວ ກ່ຽວ​ກັບ​ຄົນ​ເຮັດ​ສະ​ບູ ຜູ້​ບໍ່​ເຊື່ອ​ໃນ​ພຣະ​ເຈົ້າ. ມື້​ໜຶ່ງ ໃນ​ຂະ​ນະ​ທີ່​ລາວ​ກຳ​ລັງ​ຍ່າງ​ໄປ​ກັບ​ທ່ານ​ອາ​ຈານ​ຄົນ​ໜຶ່ງ, ລາວ​ໄດ້​ເວົ້າ​ວ່າ, “ມີ​ສິ່ງ​ໜຶ່ງ​ທີ່​ຂ້າ​ນ້ອຍ​ບໍ່​ເຂົ້າ​ໃຈ. ພວກ​ເຮົາ​ມີ​ສາດ​ສະ​ໜາ ມາ​ເປັນ​ເວ​ລາ​ຫລາຍ​ພັນ​ປີ​ແລ້ວ. ແຕ່ເມື່ອ​ເຮົາ​ຫລຽວ​ເບິ່ງ​ຮອບໆ ເຮົາ​ເຫັນ​ຄວາມ​ຊົ່ວ​ຮ້າຍ, ຄວາມ​ບໍ່​ຊື່​ສັດ, ຄວາມ​ເສື່ອມ​ເສຍ, ຄວາມ​ອະ​ທຳ, ຄວາມ​ເຈັບ​ປວດ, ຄວາມ​ຫິວ​ໂຫຍ, ແລະ ຄວາມ​ຮຸນ​ແຮງ. ປະ​ກົດ​ວ່າ ສາດ​ສະ​ໜາ​ບໍ່​ໄດ້​ຊ່ວຍ​ໃຫ້​ໂລກ​ນີ້​ດີ​ຂຶ້ນ​ເລີຍ. ສະ​ນັ້ນ ຂ້າ​ນ້ອຍ​ຈຶ່ງ​ຖາມ​ທ່ານ​ວ່າ, ສາດ​ສະ​ໜາ​ມີ​ດີ​ແນວ​ໃດ?”

ທ່ານ​ອາ​ຈານ​ໄດ້​ມິດ​ຢູ່ ແຕ່​ໄດ້​ຍ່າງ​ຕໍ່​ໄປ​ກັບ​ຄົນ​ເຮັດ​ສະ​ບູ. ໃນ​ທີ່​ສຸດ ເຂົາ​ເຈົ້າ​ໄດ້​ໄປ​ເຖິງ​ສະ​ໜາມ​ບ່ອນ​ທີ່​ເດັກ​ນ້ອຍ ທີ່​ເປື້ອນ​ຝຸ່ນ ກຳ​ລັງ​ຫລິ້ນ​ຂີ້​ດິນ​ຢູ່.

“ມີ​ສິ່ງ​ໜຶ່ງ​ທີ່​ຂ້ອຍ​ບໍ່​ເຂົ້າ​ໃຈ,” ທ່ານ​ອາ​ຈານ​ໄດ້​ເວົ້າ. “ເບິ່ງ​ພວກ​ເດັກ​ນ້ອຍ​ເຫລົ່າ​ນັ້ນ​ແມ. ພວກ​ເຮົາ​ມີ​ສະ​ບູ​ເປັນ​ເວ​ລາ​ຫລາຍ​ພັນ​ປີ​ແລ້ວ, ແຕ່​ພວກ​ເດັກ​ນ້ອຍ​ເຫລົ່າ​ນັ້ນ ກໍ​ຍັງ​ສົກ​ກະ​ປົກ​ຢູ່. ສະ​ບູ​ມີ​ດີ​ແນວ​ໃດ?”

ຄົນ​ເຮັດ​ສະ​ບູ ໄດ້​ຕອບ​ວ່າ, “ແຕ່​ທ່ານ​ອາ​ຈານ​ເອີຍ, ​ທ່ານ​ຊິ​ເວົ້າ​ຕຳ​ນິ​ສະ​ບູ​ກໍ​ບໍ່​ຖືກ ສຳ​ລັບ​ເດັກ​ນ້ອຍ​ທີ່​ເປື້ອນ​ເປິ​ເຫລົ່າ​ນັ້ນ. ສະ​ບູ​ຕ້ອງ​ຖືກ​ໃຊ້ ກ່ອນ​ມັນ​ຈະ​ເປັນ​ຜົນ.”

ທ່ານ​ອາ​ຈານ​ກໍ​ຍິ້ມ ແລະ ​ໄດ້​ເວົ້າ​ວ່າ, “ແມ່ນ​ແລ້ວ.”

ເຮົາ​ຈະ​ດຳ​ລົງ​ຊີ​ວິດ​ໃນ​ວິ​ທີ​ໃດ?

ອັກ​ຄະ​ສາ​ວົກ​ໂປ​ໂລ, ເມື່ອ​ອ້າງ​ເຖິງ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ໃນ​ສະ​ໄໝ​ພຣະ​ຄຳ​ພີ​ເດີມ, ໄດ້​ສະ​ຫລຸບ​ຄວາມ​ໝາຍ​ຂອງ​ການ​ເປັນ​ຜູ້​ທີ່​ເຊື່ອ ເມື່ອ​ເພິ່ນ​ໄດ້​ຂຽນ​ວ່າ, “ຄົນ​ທີ່​ທ່ຽງ​ທຳ​ຈະ​ດຳ​ລົງ​ຊີ​ວິດ​ດ້ວຍ​ສັດ​ທາ” (ໂຣມ 1:17).

ບາງ​ທີ​ໃນ​ຂໍ້​ຄວາມ​ທີ່​ລຽບ​ງ່າຍ​ນີ້ ເຮົາ​ເຂົ້າ​ໃຈ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ສາດ​ສະ​ໜາ​ທີ່​ອ່ອນ​ແອ​ ແລະ ບໍ່​ມີ​ປະ​ໂຫຍດ​ກັບ​ສາດ​ສະ​ໜາ​ທີ່​ມີ​ພະ​ລັງ ທີ່​ຈະ​ປ່ຽນ​ແປງ​ຊີ​ວິດ​ໄດ້.

ແຕ່​ໃນ​ການ​ທີ່​ຈະ​ເຂົ້າ​ໃຈ​ວ່າ ການ​​ດຳ​ລົງ​ຊີ​ວິດ​ດ້ວຍ​ສັດ​ທາ ນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ, ເຮົາ​ຕ້ອງ​ເຂົ້າ​ໃຈ​ວ່າ ສັດ​ທາ​ຄື​ຫຍັງ.

ສັດ​ທາ​ແມ່ນ​ເກີນ​ກວ່າ​ການ​ມີ​ຄວາມ​ເຊື່ອ. ມັນ​ເປັນ​ການ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ​ແທ້ໆ ດ້ວຍ​ການ​ກະ​ທຳ.

ມັນ​ເກີນ​ກວ່າ ການ​ພຽງ​ແຕ່​ປາດ​ຖະ​ໜາ​ເທົ່າ​ນັ້ນ.

ມັນ​ເກີນ​ກວ່າ ການ​ພຽງ​ແຕ່​ນັ່ງ​ເບິ່ງ​ຢູ່​ຊື່ໆ, ງຶກ​ຫົວ, ແລະ ເວົ້າ​ວ່າ ເຮົາ​ເຫັນ​ດ້ວຍ. ເມື່ອ​ເຮົາ​ເວົ້າ​ວ່າ “ຄົນ​​ທ່ຽງ​ທຳ​ຈະ​ດຳ​ລົງ ຊີ​ວິດ​ດ້ວຍ​ສັດ​ທາ,” ເຮົາ​ໝາຍ​ຄວາມ​ວ່າ ເຮົາ​ໄດ້​ຮັບ​ການ​ນຳ​ພາ ແລະ ຖືກ​ຊີ້​ນຳ​ໂດຍ​ສັດ​ທາ​ຂອງ​ເຮົາ. ເຮົາ ກະ​ທຳ ໃນ​ຮູບ​ແບບ​ທີ່​ສອດ​ຄ່ອງ​ກັບ​ສັດ​ທາ​ຂອງ​ເຮົາ—ບໍ່​ແມ່ນ​ດ້ວຍ​ຄວາມ​ຮູ້​ສຶກ​ທີ່​ເຊື່ອ​ຟັງ​ແບບ​ບໍ່​ຄິດ, ແຕ່​ແມ່ນ​ດ້ວຍ​ຄວາມ​ຮັກ​ທີ່​ໝັ້ນ​ໃຈ ແລະ ຈິງ​ໃຈ ທີ່​ມີ​ໃຫ້​ພຣະ​ເຈົ້າ​ຂອງ​ເຮົາ ແລະ ສຳ​ລັບ​ປັນ​ຍາ​ອັນ​ປະ​ເສີດ​ລ້ຳ ທີ່​ພຣະ​ອົງ​ໄດ້​ເປີດ​ເຜີຍ​ແກ່​ລູກໆ​ຂອງ​ພຣະ​ອົງ.

ສັດ​ທາ​ຈະ​ຕ້ອງ​ຄຽງ​ຄູ່​ໄປ​ກັບ​ການ​ກະ​ທຳ, ຖ້າ​ບໍ່​ດັ່ງ​ນັ້ນ ມັນ​ກໍ​ບໍ່​ມີ​ປະ​ໂຫຍດ​ອັນ​ໃດ (ເບິ່ງ ຢາ​ໂກ​ໂບ 2:17). ມັນ​ຈະ​ບໍ່​ແມ່ນ​ສັດ​ທາ​ຈັກ​ໜ້ອຍ​ເລີຍ. ມັນ​ບໍ່​ມີ​ພະ​ລັງ​ທີ່​ຈະ​ປ່ຽນ​ແມ່ນ​ແຕ່​ຄົນ​ດຽວ, ແລ້ວ​ຈະ​ປ່ຽນ​ໂລກ​ໄດ້​ແນວ​ໃດ.

ຊາຍ ແລະ ຍິງ ທີ່​ມີ​ສັດ​ທາ ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຜູ້​ຊົງ​ເມດ​ຕາ​ຂອງ​ເຂົາ​ເຈົ້າ—ແມ່ນ​ແຕ່​ໃນ​ເວ​ລາ​ທີ່ບໍ່​ມີ​ຄວາມ​ແນ່​ນອນ, ແມ່ນ​ແຕ່​ໃນ​ເວ​ລາ​ທີ່​ມີ​ຄວາມ​ສົງ​ໄສ ແລະ ຄວາມ​ຍາກ​ລຳ​ບາກ ຕອນ​ທີ່​ເຂົາ​ເຈົ້າ​ບໍ່​ເຫັນ​ຄັກ ຫລື ເຂົ້າ​ໃຈ​ຢ່າງ​ແຈ່ມ​ແຈ້ງ.

ຊາຍ ແລະ ຍິງ​ທີ່​ມີ​ສັດ​ທາ ຈະ​ດຳ​ເນີນ​ໄປ​ຢ່າງ​ພາກ​ພຽນ ໃນ​ເສັ້ນ​ທາງ​ແຫ່ງ​ການ​ເປັນ​ສາ​ນຸ​ສິດ ແລະ ພະ​ຍາ​ຍາມ​ທີ່​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢ​ຊູ​ຄຣິດ, ທີ່​ຊົງ​ຮັກ​ຂອງ​ເຂົາ​ເຈົ້າ. ແນ່ນອນ, ສັດ​ທາ​ຈະ​ສົ່ງ​ເສີມ ແລະ ດົນ​ໃຈ​ເຮົາ ໃຫ້​ໂນ່ມ​ອຽງ​ໃຈ​ຂອງ​ເຮົາ​ຂຶ້ນ​ຫາ​ສະ​ຫວັນ ແລະ ເອື້ອມ​ອອກ​ໄປ​ສະ​ເໝີ, ໃຫ້​ຄວາມ​ຊ່ວຍ​ເຫລືອ, ແລະ ເປັນ​ພອນ​ໃຫ້​ແກ່​ເພື່ອນ​ມະ​ນຸດ​ດ້ວຍ​ກັນ​ຂອງ​ເຮົາ.

ສາດ​ສະ​ໜາ​ທີ່​ປາດ​ສະ​ຈາກ​ການ​ກະ​ທຳ ກໍ​ເປັນ​ເໝືອນ​ດັ່ງ​ສະ​ບູ​ທີ່​ຍັງ​ຢູ່​ໃນ​ກ່ອງ. ມັນ​ອາດ​ມີ​ສັກ​ກະ​ຍະ​ພາບ​ທີ່​ດີ​ເລີດ, ແຕ່​ໃນ​ຄວາມ​ເປັນ​ຈິງ​ແລ້ວ ມັນ​ມີ​ພະ​ລັງ​ພຽງ​ໜ້ອຍ​ດຽວ​ທີ່​ຈະ​ສ້າງ​ຄວາມ​ແຕກ​ຕ່າງ ຈົນ​ກວ່າ​ມັນ​ຖືກ​ນຳ​ໃຊ້​ຕາມ​ທີ່​ປະ​ສົງ​ໃຫ້​ໃຊ້. ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ຖືກ​ຟື້ນ​ຟູ ເປັນ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ການ​ກະ​ທຳ. ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ ສອນ​ສາດ​ສະ​ໜາ​ທີ່​ເປັນ​ຄວາມ​ຈິງ ຊຶ່ງ​ເປັນ​ຂ່າວ​ສານ​ແຫ່ງ​ຄວາມ​ຫວັງ, ສັດ​ທາ, ແລະ ຄວາມ​ໃຈ​ບຸນ, ຮ່ວມ​ທັງ​ການ​ຊ່ວຍ​ເຫລືອ​ຄົນ​ອື່ນ ໃນ​ທາງ​ວິນ​ຍານ ແລະ ທາງ​ໂລກ.

ສອງ​ສາມ​ເດືອນ​ຜ່ານ​ມາ​ນີ້, ແຮ​ຣີ​ແອດ, ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ກັບ​ຂ້າ​ພະ​ເຈົ້າ ໄດ້​ໄປ​ທ່ຽວ​ກັບ​ລູກ​ບາງ​ຄົນ​ຂອງ​ພວກ​ເຮົາ ຢູ່​ໃນ​ເຂດ​ເມ​ດີ​ແຕ​ຣາ​ເນ. ພວກ​ເຮົາ​ໄດ້​ໄປ​ຢ້ຽມ​ຢາມ​ສູນ​ອົບ​ພະ​ຍົບ ແລະ ໄດ້​ພົບ​ກັບ​ຫລາຍ​ຄອບ​ຄົວ ຈາກ​ປະ​ເທດ​ທີ່​ເກີດ​ເສິກ​ສົງ​ຄາມ. ເຂົາ​ເຈົ້າ​ເຫລົ່າ​ນັ້ນ​ບໍ່​ໄດ້​ນັບ​ຖື​ສາດ​ສະ​ໜາ​ດຽວ​ກັນ​ກັບ​ເຮົາ, ແຕ່​ເຂົາ​ເຈົ້າ​ເປັນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ ແລະ ເຂົາ​ເຈົ້າ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຢ່າງ​ຮີບ​ດ່ວນ. ຫົວ​ໃຈ​ຂອງ​ພວກ​ເຮົາ​ໄດ້​ຖືກ​ສຳ​ພັດ​ຢ່າງ​ເລິກ​ຊຶ້ງ ເມື່ອ​ພວກ​ເຮົາ​ໄດ້​ເຫັນ​ດ້ວຍ​ຕົວ​ເອງ ເຖິງ​ສັດ​ທາ​ທີ່​ເຂັ້ມ​ແຂງ​ຂອງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ໄດ້​ໃຫ້​ຄວາມ​ຊ່ວຍ​ເຫລືອ, ການ​ສົງ​ເຄາະ, ແລະ ຄວາມ​ຫວັງ ແກ່​ເພື່ອນ​ມະ​ນຸດ ທີ່​ຂັດ​ສົນ​ຂອງ​ເຮົາ, ໂດຍ​ບໍ່​ຄຳ​ນຶງ​ເຖິງ​ສາດ​ສະ​ໜາ, ສັນ​ຊາດ, ຫລື ການ​ສຶກ​ສາ​ຂອງ​ເຂົາ​ເຈົ້າ.

ສັດ​ທາ​ທີ່​ປະ​ກອບ​ດ້ວຍ​ການ​ກະ​ທຳ​ຢ່າງ​ສະ​ໝ່ຳ​ສະ​ເໝີ ຈະ​ເຮັດ​ໃຫ້​ຫົວ​ໃຈ​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ, ເຮັດ​ໃຫ້​ຈິດ​ໃຈ​ເຕັມ​ໄປ​ດ້ວຍ​ຄວາມ​ສະ​ຫລຽວ​ສະ​ຫລາດ ແລະ ຄວາມ​ເຂົ້າ​ໃຈ, ແລະ ເຮັດ​ໃຫ້​ຈິດ​ວິນ​ຍານ​ເຕັມ​ໄປ​ດ້ວຍ​ຄວາມ​ສະ​ຫງົບ​ສຸກ ແລະ ຄວາມ​ຮັກ.

ສັດ​ທາ​ຂອງ​ເຮົາ​ສາ​ມາດ​ເປັນ​ພອນ ແລະ ເປັນ​ອິດ​ທິ​ພົນ​ທີ່​ຊອບ​ທຳ ໃຫ້​ແກ່​ຄົນ​ທີ່​ຢູ່​ອ້ອມ​ຮອບ​ເຮົາ ແລະ ຕົວ​ເຮົາ​ດ້ວຍ.

ສັດ​ທາ​ຂອງ​ເຮົາ​ສາ​ມາດ​ເຮັດ​ໃຫ້​ໂລກ​ນີ້​ເຕັມ​ໄປ​ດ້ວຍ​ຄວາມ​ດີ​ງາມ ແລະ ຄວາມ​ສະ​ຫງົບ​ສຸກ​ໄດ້.

ສັດ​ທາ​ຂອງ​ເຮົາ​ສາ​ມາດ​ປ່ຽນ​ຄວາມ​ກຽດ​ຊັງ ໃຫ້​ກາຍ​ເປັນ​ຄວາມ​ຮັກ ແລະ ປ່ຽນ​ສັດ​ຕູ​ໃຫ້​ກາຍ​ເປັນ​ໝູ່​ເພື່ອນ​ໄດ້.

ແລ້ວ​ຄົນ​ທີ່​ຊອບ​ທຳ ທີ່​ດຳ​ລົງ​ຊີ​ວິດ​ດ້ວຍ​ການ​ກະ​ທຳ​ໃນ​ສັດ​ທາ, ຈະ​ດຳ​ລົງ​ຊີ​ວິດ​ດ້ວຍ​ການ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ແລະ ດ້ວຍ​ການ​ເດີນ​ໄປ​ໃນ​ທາງ​ຂອງ​ພຣະ​ອົງ.

ນັ້ນ​ຄື​ສັດ​ທາ​ອັນ​ທີ່​ສາ​ມາດ​ປ່ຽນ​ບຸກ​ຄົນ, ຄອບ​ຄົວ, ປະ​ຊາ​ຊາດ, ແລະ ໂລກ​ໄດ້.

ພິມ