ຈົ່ງ​ຕາມ​ເຮົາ​ມາ
ການ​ປະ​ຊຸມ​ສະ​ພາໃນ​ວັນ​ອາ​ທິດ​ທຳ​ອິດ


ການ​ປະ​ຊຸມ​ສະ​ພາ ໃນ​ວັນ​ອາ​ທິດ​ທຳ​ອິດ

ໃນ​ວັນ​ອາ​ທິດ​ທຳ​ອິດ​ຂອງ​ແຕ່​ລະ​ເດືອນ, ການ​ປະ​ຊຸມ​ຂອງກຸ່ມ​ແອວ​ເດີ ແລະ ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາ ຈະ​ບໍ່​ຮ່ວມ​ບົດ​ຮຽນ​ທີ່​ຖືກ​ສິດສອນ​ໂດຍ​ຄູ​ສອນ. ແຕ່​ໃຫ້​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ແລະ ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ເປັນ​ຜູ້​ນຳ​ພາ​ການ​ປະ​ຊຸມ​ສະ​ພາດ້ວຍ​ຕົວ​ເອງ. ໃນ​ການ​ປະ​ຊຸມສະ​ພາ ໃນ​ວັນ​ອາ​ທິດ​ທຳ​ອິດນີ້, ແອວ​ເດີ​ແຕ່​ລະ​ກຸ່ມ ແລະ ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ຈະ​ປຶກ​ສາ​ຫາ​ລື​ນຳ​ກັນ ກ່ຽວ​ກັບ​ໜ້າ​ທີ່​ຮັບ​ຜິດ​ຊອບໃນ​ທ້ອງ​ຖິ່ນ, ໂອ​ກາດ, ແລະ ການ​ທ້າ​ທາຍ, ຮຽນ​ຮູ້​ຈາກ​ຄວາມ​ຮູ້ ແລະ ປະ​ສົບ​ການ​ຂອງ​ກັນ​ແລະ​ກັນ; ແລະ ວາງ​ແຜນ​ວິ​ທີ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ຄວາມ​ປະ​ທັບ​ໃຈ​ທີ່​ໄດ້​ຮັບ​ຈາກ​ພຣະ​ວິນ​ຍານ. ການ​ສົນ​ທະ​ນາ​ເຫລົ່າ​ນີ້ ຄວນ​ກ່ຽວ​ພັນ​ກັບ​ພຣະ​ຄຳ​ພີ ແລະ ຄຳ​ສອນ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່.

ບໍ່​ແມ່ນ​ການ​ປະ​ຊຸມ​ສະ​ພາ​ທຸກ​ບ່ອນ ຈະ​ເປັນ​ຄື​ກັນ​ໝົດ. ຕໍ່​ໄປ​ນີ້​ແມ່ນ​ແນວ​ທາງ​ຊີ້​ນຳ ເພື່ອ​ຊ່ວຍ​ຝ່າຍ​ປະ​ທານ​ນຳ​ພາ​ສະ​ພາ​ໃຫ້ມີ​ປະ​ສິດ​ທິ​ພາບ.

ກ່ອນ​ການ​ປະ​ຊຸມ​ສະ​ພາ

ໃຫ້:

  • ແຈ້ງບອກ​ເຖິງ​ຄວາມ​ຕ້ອງ​ການ, ໂອ​ກາດ, ແລະ ການ​ທ້າ​ທາຍ​ໃນ​ທ້ອງ​ຖິ່ນ.

  • ເລືອກ​ຫົວ​ຂໍ້​ທີ່​ຈະ​ສົນ​ທະ​ນາ ດ້ວຍ​ການ​ອະ​ທິ​ຖານ.

  • ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ກຸ່ມ ຫລື ເອື້ອຍ​ນ້ອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ໃຫ້​ມາ​ດ້ວຍ​ຄວາມ​ຕຽມ​ພ້ອມ ທີ່​ຈະ​ແບ່ງ​ປັນ​ຄວາມ​ຄິດ ແລະ ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ.

ບໍ່ໃຫ້:

  • ຕຽມ​ບົດ​ຮຽນ.

  • ມາ​ດ້ວຍ​ຄຳ​ຕອບ​ໃດ​ໜຶ່ງ​ໂດຍ​ສະ​ເພາະ ຫລື ແຜນ​ການ​ທີ່​ຈະລົງ​ມື​ປະ​ຕິ​ບັດ ຢູ່​ໃນ​ໃຈ.

ລະ​ຫວ່າງ​ການ​ປະ​ຊຸມ​ສະ​ພາ

ໃຫ້:

  • ເຊື້ອ​ເຊີນ​ສະ​ມາ​ຊິກ​ໃຫ້ ແບ່ງ​ປັນ​ປະ​ສົບ​ການ ທີ່​ເຂົາ​ເຈົ້າ​ໄດ້​ປະ​ຕິ​ບັດ ອີງ​ຕາມ​ຄວາມ​ປະ​ທັບ​ໃຈ ທີ່​ເຂົາ​ເຈົ້າ​ໄດ້​ຮັບ ຈາກ​ການ​ປະ​ຊຸມ​ເທື່ອ​ແລ້ວນີ້.

  • ບອກ​ກ່າວ​ຫົວ​ຂໍ້​ຂອງ​ການ​ປະ​ຊຸມ ແລະ ຊຸກ​ຍູ້​ສະ​ມາ​ຊິກ​ໃຫ້ ປຶກ​ສາ​ຫາ​ລື​ນຳ​ກັນ ກ່ຽວ​ກັບ​ຫົວ​ຂໍ້​ນັ້ນ, ຊອກ​ຫາ​ຄຳ​ຕອບ ແລະ ການ​ຊີ້​ນຳ​ຈາກ​ພຣະ​ຄຳ​ພີ, ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ.

  • ວາງ​ແຜນ​ທີ່​ຈະ​ປະ​ຕິ​ບັດ ຕາມ​ສິ່ງ​ທີ່​ໄດ້​ສົນ​ທະ​ນາ. ສິ່ງນີ້​ອາດ​ຮ່ວມ​ດ້ວຍ​ແຜນ​ການ​ທີ່​ເປັນກຸ່ມ ຫລື ແຜນ​ການສ່ວນ​ຕົວ.

ບໍ່ໃຫ້:

  • ໃຊ້​ສິດ​ຄວບ​ຄຸມ​ການ​ສົນ​ທະ​ນາ.

  • ພະ​ຍາ​ຍາມຊັກ​ຊວນ​ຄົນ​ອື່ນ​ໃຫ້​ຍອມ​ຮັບ​ແນວ​ຄິດ​ຂອງ​ທ່ານ.

  • ສົນ​ທະ​ນາເລື່ອງ​ທີ່​ແຕະ​ຕ້ອງ​ຈິດ​ໃຈ ຫລື ເລື່ອງ​ທີ່​ເປັນ​ຄວາມ​ລັບ.

  • ສິດສອນ​ບົດ​ຮຽນ.

  • ກົດ​ດັນ​ຄົນ​ອື່ນ​ໃຫ້​ມີ​ສ່ວນ​ຮ່ວມ.

ຫລັງ​ຈາກ​ການ​ປະ​ຊຸມ​ສະ​ພາ

ໃຫ້:

  • ຕິດ​ຕາມ​ເບິ່ງ​ແຜນການ ແລະ ການມອບ​ໝາຍ ທີ່​ໄດ້​ເຮັດ ລະ​ຫວ່າງ​ການ​ປະ​ຊຸມ​ສະ​ພາ.

  • ຊອກ​ຫາ​ວິ​ທີ​ທີ່​ຈະ​ຮ່ວມ​ຜູ້ບໍ່​ໄດ້​ມາ​ຮ່ວມ​ການ​ປະ​ຊຸມ ເພາະ​ການ​ເອີ້ນ ຫລື ເພາະ​ເຫດ​ຜົນ​ອື່ນໆ. ບອກ​ໃຫ້​ເຂົາ​ເຈົ້າ​ຮູ້​ກ່ຽວ​ກັບ​ແຜນ​ການ​ທີ່​ໄດ້​ເຮັດ.

  • ມອບ​ໂອ​ກາດ​ແກ່​ສະ​ມາ​ຊິກ ທີ່​ຈະ​ແບ່ງ​ປັນ​ປະ​ສົບ​ການ ໃນ​ການ​ປະ​ຊຸມ​ເທື່ອ​ຕໍ່​ໄປ.

ຫົວ​ຂໍ້​ສຳ​ລັບ​ການ​ປະ​ຊຸມ​ສະ​ພາ ໃນ​ວັນ​ອາ​ທິດ​ທຳ​ອິດ

ແນວ​ຄິດ​ສຳ​ລັບ​ຫົວ​ຂໍ້​ທີ່​ຈະ​ສົນ​ທະ​ນາ​ໃນ​ການ​ປະ​ຊຸມ​ສະພາ ອາດ​ມາ​ຈາກ​ການ​ປະ​ຊຸມ​ຂອງ​ຝ່າຍ​ປະ​ທານ, ການ​ປະ​ຊຸມ​ສະ​ພາ​ຫວອດ, ແຜນ​ການ​ສຳ​ລັບ​ເຂດ, ຄວາມ​ປະ​ທັບ​ໃຈ​ຂອງ​ຜູ້​ນຳ ຈາກ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ສະ​ມາ​ຊິກ, ແລະ ຄວາມ​ປະ​ທັບ​ໃຈ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ຫົວ​ຂໍ້​ຢູ່​ຂ້າງ​ລຸ່ມ​ເປັນ​ພຽງ​ຫົວ​ຂໍ້​ແນະ​ນຳ​ເທົ່າ​ນັ້ນ. ຜູ້​ນຳ​ອາດ​ຮູ້​ຈັກ​ເຖິງ​ຄວາມ​ຕ້ອງ​ການ​ຂອງ​ຄົນ​ອື່ນ ທີ່​ເຂົາ​ເຈົ້າ​ຖືກ​ດົນ​ໃຈ​ໃຫ້​ກ່າວ​ເຖິງ.

  • ເຮົາ​ຈະ​ເຮັດ​ສິ່ງ​ໃດ​ແດ່ ເພື່ອ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຜູ້​ຄົນ​ທີ່​ຢູ່​ອ້ອມ​ຮອບ​ເຮົາ? (ເບິ່ງ ໂມ​ໄຊ​ຢາ 23:18).

  • ເຮົາ​ຈະ​ຈັດ​ລຳ​ດັບ​ຄວາມ​ສຳ​ຄັນ​ຂອງ​ໜ້າ​ທີ່​ຮັບ​ຜິດ​ຊອບຂອງ​ເຮົາ​ໃນ​ວິ​ທີ​ໃດ?

  • ເຮົາ​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ກັບ​ໝູ່​ເພື່ອນ ແລະ ຄົນ​ບ້ານ​ໃກ້​ເຮືອນ​ຄຽງ​ຂອງ​ເຮົາ​ໃນ​ວິ​ທີ​ໃດ? (ເບິ່ງ ແອວ​ມາ 17).

  • ເຮົາ​ຈະ​ປົກ​ປ້ອງ​ຕົວ​ເອງ ແລະ ຄອບ​ຄົວ​ຂອງ​ເຮົາ ຈາກ​ສື່​ສານມວນ​ຊົນ​ທີ່ບໍ່​ເໝາະ​ສົມ ແລະ ຮູບ​ພາບ​ລາ​ມົກ​ໃນ​ວິ​ທີ​ໃດ?

  • ເຮົາ​ຈະ​ເຮັດ​ສິ່ງ​ໃດ​ເພື່ອ​ຊ່ວຍ​ສອນ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ລູກໆ​ຂອງ​ເຮົາ ແລະ ຊາວ​ໜຸ່ມ​ຢູ່​ໃນ​ຫວອດ​ຂອງ​ເຮົາ?

  • ເຮົາ​ຈະ​ມີ​ພາກ​ສ່ວນ​ໃນ​ວຽກ​ງານ​ການ​ສືບ​ປະ​ຫວັດ​ຄອບ​ຄົວ ແລະ ການ​ນະ​ມັດ​ສະ​ການ​ໃນ​ພຣະ​ວິ​ຫານ​ໃນ​ວິ​ທີ​ໃດ?

  • ເຮົາ​ຈະ​ເຊື້ອ​ເຊີນ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊ່ວຍ​ເຫລືອ​ໃນ​ວິ​ທີ​ໃດ ໃນ​ຂະ​ນະ​ທີ່​ເຮົາ​ສະ​ແຫວງ​ຫາ​ຄຳ​ຕອບ​ໃຫ້​ແກ່​ຄຳ​ຖາມ​ຂອງ​ເຮົາ​ເລື່ອງ​ພຣະ​ກິດ​ຕິ​ຄຸນ ແລະ ເພື່ອ​ຈະ​ມີ​ຄວາມ​ເຂົ້າ​ໃຈ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ເລິກ​ຊຶ້ງ?

  • ເຮົາ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ເຮົາ ເຖິງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ແລະ ຊ່ວຍ​ຄອບ​ຄົວ​ຂອງ​ເຮົາ ໃຫ້​ເປັນ​ຄົນ​ກຸ້ມ​ຕົວ​ເອງ​ທາງວິນ​ຍານ​ໃນ​ວິ​ທີ​ໃດ?

ພິມ