ການປະຊຸມ ໃນວັນອາທິດທີສີ່
ໃນວັນອາທິດທີສີ່ຂອງແຕ່ລະເດືອນ, ກຸ່ມແອວເດີ ແລະ ສະມາຄົມສະຕີສົງເຄາະ ຈະສົນທະນາຫົວຂໍ້ໃດໜຶ່ງ ທີ່ຖືກເລືອກໂດຍຝ່າຍປະທານສູງສຸດ ແລະ ກຸ່ມອັກຄະສາວົກສິບສອງ. ຫົວຂໍ້ຂອງວັນອາທິດທີສີ່ ຈະຖືກປ່ຽນໃໝ່ ໃນທຸກກອງປະຊຸມໃຫຍ່ສາມັນ. ນັບຈາກເວລານີ້ ຈົນເຖິງກອງປະຊຸມໃຫຍ່ສາມັນເທື່ອຕໍ່ໄປ, ຫົວຂໍ້ຈະເປັນ “ການປະຕິບັດສາດສະໜາກິດຕໍ່ຄົນອື່ນ.” ແຕ່ລະເດືອນ, ຜູ້ນຳ ຫລື ຄູສອນ ສາມາດເລືອກ ທີ່ຈະນຳພາການສົນທະນາ ໂດຍການໃຊ້ຫລັກທຳຂໍ້ໃດກໍໄດ້ ດັ່ງຕໍ່ໄປນີ້ ທີ່ກ່ຽວພັນກັບການປະຕິບັດສາດສະໜາກິດ.
ການປະຕິບັດສາດສະໜາກິດ ໝາຍຄວາມວ່າແນວໃດ?
ຄຳວ່າ ການປະຕິບັດສາດສະໜາກິດ ໝາຍຄວາມວ່າແນວໃດ ຕໍ່ສະມາຊິກໃນຫວອດ ຫລື ໃນສາຂາຂອງທ່ານ? ເພື່ອຈະໄດ້ຮູ້ຈັກ, ທ່ານສາມາດຂຽນຄຳວ່າ ການປະຕິບັດສາດສະໜາກິດ ໃສ່ເທິງກະດານ ແລະ ແລ້ວເຊື້ອເຊີນສະມາຊິກ ໃຫ້ຂຽນຖ້ອຍຄຳອ້ອມຮອບ ທີ່ກ່ຽວພັນກັບການປະຕິບັດສາດສະໜາກິດ. ສະມາຊິກສາມາດຊອກຫາຂໍ້ຄວາມ ຫລື ສຳນວນ ເພື່ອເອົາມາຕື່ມໃສ່ອີກ ຈາກພຣະຄຳພີ ແບບດັ່ງຕໍ່ໄປນີ້: ມັດທາຍ 25:34–40; ລູກາ 10:25–37; 2 ນີໄຟ 25:26; ໂມໄຊຢາ 18:8–9; 3 ນີໄຟ 18:25; ແລະ Doctrine and Covenants 81:5. ເຮົາຮຽນຮູ້ຫຍັງແດ່ ຈາກຂໍ້ພຣະຄຳພີເຫລົ່ານີ້ ກ່ຽວກັບການປະຕິບັດສາດສະໜາກິດ? ທ່ານສາມາດຂໍໃຫ້ສະມາຊິກແບ່ງປັນຕົວຢ່າງ ກ່ຽວກັບການປະຕິບັດສາດສະໜາກິດ ທີ່ເຂົາເຈົ້າເຄີຍເຫັນ. ການປະຕິບັດສາດສະໜາກິດຂອງເຮົາ ສາມາດສະໜອງຄວາມຕ້ອງການທາງວິນຍານ ແລະ ທາງໂລກຂອງຜູ້ຄົນ ໄດ້ແນວໃດ? ມັນຊ່ວຍຜູ້ຄົນໃຫ້ເຂົ້າໃກ້ຊິດກັບພຣະຄຣິດ ໄດ້ແນວໃດ?
ພຣະຜູ້ຊ່ວຍໃຫ້ລອດ ເປັນຕົວຢ່າງທີ່ດີພ້ອມທຸກຢ່າງ ເລື່ອງການປະຕິບັດສາດສະໜາກິດ.
ເພື່ອຮຽນຮູ້ກ່ຽວກັບວິທີທີ່ຈະປະຕິບັດສາດສະໜາກິດຢ່າງມີປະສິດທິພາບ, ສະມາຊິກຄວນແບ່ງປັນເລື່ອງລາວຈາກພຣະຄຳພີ ຊຶ່ງໃນນັ້ນພຣະຜູ້ຊ່ວຍໃຫ້ລອດ ໄດ້ປະຕິບັດສາດສະໜາກິດຕໍ່ຄົນອື່ນ—ຫລາຍຕົວຢ່າງມີຢູ່ໃນ ໂຢຮັນ 4–6 ແລະ ມາຣະໂກ 2:1–12. ສະມາຊິກສາມາດແບ່ງປັນສິ່ງທີ່ປະທັບໃຈເຂົາເຈົ້າ ກ່ຽວກັບເລື່ອງເລົ່າເຫລົ່ານີ້ ແລະ ຫລັກທຳທີ່ເຂົາເຈົ້າຮຽນຮູ້ກ່ຽວກັບການປະຕິບັດສາດສະໜາກິດ. ຍົກຕົວຢ່າງ, ພຣະຜູ້ຊ່ວຍໃຫ້ລອດເຮັດໃຫ້ການຮັບໃຊ້ຂອງພຣະອົງຕໍ່ຄົນອື່ນ ເປັນແບບລັກສະນະສ່ວນຕົວແນວໃດ? ພຣະອົງໄດ້ສະໜອງຄວາມຕ້ອງການຂອງຜູ້ຄົນ ທາງວິນຍານ ແລະ ທາງໂລກ ໃນວິທີໃດ? ສະມາຊິກໃນຫ້ອງຮຽນສາມາດແບ່ງປັນເວລາຕອນທີ່ເຂົາເຈົ້າໄດ້ເຫັນຜູ້ຄົນ ໃຊ້ຫລັກທຳເຫລົ່ານີ້ ໃນການປະຕິບັດສາດສະໜາກິດຂອງເຂົາເຈົ້າ.
ການປະຕິບັດສາດສະໜາກິດ ໄດ້ຖືກຈູງໃຈໂດຍຄວາມຮັກທີ່ເປັນເໝືອນດັ່ງພຣະຄຣິດ.
ໃນການຄົ້ນຫາພະລັງແຫ່ງການປະຕິບັດສາດສະໜາກິດ ຊຶ່ງຖືກຈູງໃຈໂດຍຄວາມຮັກທີ່ເປັນເໝືອນດັ່ງພຣະຄຣິດ, ທ່ານສາມາດຂຽນປະໂຫຍກດັ່ງຕໍ່ໄປນີ້ ໃສ່ເທິງກະດານ ແລະ ເຊື້ອເຊີນສະມາຊິກ ໃຫ້ແນະນຳວິທີຕ່າງໆ ເພື່ອຕື່ມໃສ່ຊ່ອງວ່າງ: ເມື່ອຂ້ອຍຮັກຜູ້ຄົນທີ່ຂ້ອຍຮັບໃຊ້ແທ້ໆ, ຂ້ອຍ . ເມື່ອຂ້ອຍຮັບໃຊ້ ເພາະເຫດຜົນຢ່າງອື່ນ, ຂ້ອຍ . ເຮົາຈະເຮັດສິ່ງໃດ ເພື່ອໃຫ້ແນ່ໃຈໄດ້ວ່າ ການປະຕິບັດສາດສະໜາກິດຂອງເຮົາຕໍ່ຄົນອື່ນ ຖືກຈູງໃຈໂດຍຄວາມຮັກທີ່ເປັນເໝືອນດັ່ງພຣະຄຣິດ? ເຮົາຈະພັດທະນາຄວາມຮັກທີ່ເປັນເໝືອນດັ່ງພຣະຄຣິດໄດ້ແນວໃດ ສຳລັບຜູ້ທີ່ເຮົາຖືກມອບໝາຍໃຫ້ປະຕິບັດສາດສະໜາກິດຕໍ່? (ເບິ່ງ ໂມໂຣໄນ 7:45–48). ບາງທີສະມາຊິກສາມາດແບ່ງປັນປະສົບການ ເລື່ອງການປະຕິບັດສາດສະໜາກິດ ທີ່ໄດ້ຖືກດົນໃຈ ໂດຍຄວາມຮັກທີ່ເປັນເໝືອນດັ່ງພຣະຄຣິດ.
ພຣະເຈົ້າປະສົງໃຫ້ລູກໆຂອງພຣະອົງທຸກຄົນ ໄດ້ຮັບການເບິ່ງແຍງ ແລະ ດູແລ.
ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວວ່າ, “ຄວາມດີເດັ່ນຂອງສາດສະໜາຈັກທີ່ແທ້ຈິງ ແລະ ດຳລົງຢູ່ຂອງພຣະຜູ້ເປັນເຈົ້າ ຈະເປັນລະບຽບສະເໝີ, ມີເປົ້າໝາຍທີ່ຈະປະຕິບັດສາດສະໜາກິດຕໍ່ລູກໆຂອງພຣະເຈົ້າທຸກຄົນ ແລະ ຄອບຄົວຂອງເຂົາເຈົ້າ,” Liahona, May 2018, 69.) ສິ່ງທີ່ປະທານແນວສັນ ສິດສອນວ່າເປັນວິທີທີ່ “ເປັນລະບຽບ, ມີເປົ້າໝາຍ” ແມ່ນໝາຍເຖິງສິ່ງໃດ ຊຶ່ງໃນນັ້ນສາດສະໜາຈັກ ຊ່ວຍເຮົາໃຫ້ດູແລຜູ້ຄົນໃຫ້ດີກວ່າເກົ່າ? ເປັນຫຍັງຄວາມພະຍາຍາມເຫລົ່ານີ້ ຈຶ່ງເປັນ “ຄວາມດີເດັ່ນຂອງສາດສະໜາຈັກທີ່ແທ້ຈິງ”? (ເບິ່ງ ໂມໄຊຢາ 18:21–22 ແລະ ໂມໂຣໄນ 6:4–6 ສຳລັບແນວຄິດບາງຢ່າງ). ພອນຢ່າງໃດແດ່ທີ່ມາສູ່ຊີວິດຂອງເຮົາ ຫລື ຊີວິດຂອງຄົນອື່ນ ເພາະຜູ້ຄົນໄດ້ປະຕິບັດສາດສະໜາກິດ ໃນການເອີ້ນ ຫລື ການມອບໝາຍຂອງເຂົາເຈົ້າ ໃນສາດສະໜາຈັກ?
ຄ່າຂອງຈິດວິນຍານ ຍິ່ງໃຫຍ່ໃນສາຍພຣະເນດຂອງພຣະເຈົ້າ.
ປະສົບການຂອງພວກລູກຊາຍຂອງໂມໄຊຢາ ສະແດງໃຫ້ເຫັນວ່າ ວິທີທີ່ເຮົາມອງເບິ່ງຜູ້ຄົນ ກະທົບກະເທືອນຕໍ່ການປະຕິບັດສາດສະໜາກິດຂອງເຮົາຕໍ່ເຂົາເຈົ້າແນວໃດ. ທ່ານສາມາດຂຽນໃສ່ເທິງກະດານ ວິທີທີ່ຊາວນີໄຟມອງເບິ່ງຊາວເລມັນ ແລະ ວິທີທີ່ພວກລູກຊາຍຂອງໂມໄຊຢາ ມອງເບິ່ງຊາວເລມັນ. ແລ້ວ ເຊື້ອເຊີນສະມາຊິກໃຫ້ຄົ້ນຄວ້າ ໂມໄຊຢາ 28:1–3 ແລະ ແອວມາ 26:23–26 ເພື່ອຊອກຫາຖ້ອຍຄຳ ແລະ ສຳນວນ ເພື່ອຂຽນໃສ່ກ້ອງແຕ່ລະຂໍ້ຄວາມເຫລົ່ານີ້. ການປຽບທຽບນີ້ ສອນເຮົາຫຍັງແດ່ ກ່ຽວກັບວິທີທີ່ເຮົາມອງເບິ່ງຜູ້ຄົນ ກະທົບກະເທືອນຕໍ່ການປະຕິບັດສາດສະໜາກິດຂອງເຮົາຕໍ່ເຂົາເຈົ້າແນວໃດ? ເຮົາສາມາດຮຽນຮູ້ວິທີທີ່ຈະມອງເບິ່ງຜູ້ຄົນ ເໝືອນດັ່ງທີ່ພຣະເຈົ້າມອງເບິ່ງເຂົາເຈົ້າແນວໃດ? (ເບິ່ງ D&C 18:10–16).
ຜູ້ປະຕິບັດສາດສະໜາກິດທີ່ແທ້ຈິງ ຈະເອົາໃຈໃສ່ຕໍ່ຄວາມຕ້ອງການຂອງຄົນອື່ນ.
ເພື່ອຊ່ວຍສະມາຊິກໃຫ້ເຂົ້າໃຈຫລາຍຂຶ້ນ ເຖິງຄຸນຄ່າຂອງການເອົາໃຈໃສ່ຕໍ່ຄວາມຕ້ອງການຂອງຄົນອື່ນ ໃນຖານະທີ່ເຮົາເປັນຜູ້ປະຕິບັດສາດສະໜາກິດ, ທ່ານສາມາດປຽບທຽບການປະຕິບັດສາດສະໜາກິດ ໃສ່ກັບການໃຫ້ ແລະ ການຮັບຂອງຂວັນ. ເຮົາເຄີຍໄດ້ຮັບຂອງຂວັນທີ່ມີຄວາມໝາຍບໍ ຈາກບາງຄົນທີ່ຮູ້ແທ້ໆວ່າ ເຮົາຕ້ອງການ ຫລື ຢາກໄດ້ສິ່ງໃດ? ການປະຕິບັດສາດສະໜາກິດ ຄ້າຍຄືກັນກັບການໃຫ້ຂອງຂວັນທີ່ຮູ້ຈັກຄິດນຳຜູ້ອື່ນແນວໃດ? ໃຫ້ສົນທະນາເລື່ອງລາວຈາກກອງປະຊຸມໃຫຍ່ສາມັນ ທີ່ລ່າສຸດ ຊຶ່ງສະແດງໃຫ້ເຫັນເຖິງວິທີທີ່ຜູ້ຄົນປະຕິບັດສາດສະໜາກິດ ອີງຕາມຄວາມຕ້ອງການຂອງຄົນອື່ນ (ເບິ່ງ, ຍົກຕົວຢ່າງ, Jean B. Bingham, “Ministering as the Savior Does,” Liahona, May 2018). ສະມາຊິກກໍສາມາດແບ່ງປັນເລື່ອງລາວອື່ນໆໄດ້ຄືກັນ ທີ່ສະແດງໃຫ້ເຫັນເຖິງຫລັກທຳນີ້.
ເຮົາຈະຮູ້ຈັກເຖິງຄວາມຕ້ອງການຂອງຄົນອື່ນໄດ້ແນວໃດ? ເຊື້ອເຊີນສະມາຊິກແຕ່ລະຄົນໃຫ້ຂຽນລາຍຊື່ຂອງຜູ້ທີ່ເຂົາເຈົ້າປະຕິບັດສາດສະໜາກິດຕໍ່. ຢູ່ທາງຂ້າງຂອງແຕ່ລະຊື່ ເຂົາເຈົ້າສາມາດຂຽນຄຳຕອບ ສຳລັບຄຳຖາມທີ່ວ່າ “ບຸກຄົນນີ້ຕ້ອງການສິ່ງໃດ ເພື່ອຈະໄດ້ເຂົ້າໃກ້ຊິດກັບພຣະຄຣິດ?” ເມື່ອເໝາະສົມ, ຊຸກຍູ້ສະມາຊິກໃຫ້ຮ່ວມພິທີການ ທີ່ແຕ່ລະຄົນອາດຈຳເປັນຕ້ອງໄດ້ຮັບ. ເຊື້ອເຊີນສະມາຊິກໃຫ້ຄິດຕໍ່ໄປ ກ່ຽວກັບຄຳຖາມນີ້ ແລະ ສະແຫວງຫາການດົນໃຈ ທີ່ຈະຊ່ວຍເຂົາເຈົ້າ ສະໜອງຄວາມຕ້ອງການຂອງຄົນອື່ນ.
ພຣະຜູ້ເປັນເຈົ້າປະສົງໃຫ້ເຮົາ ຮັບເອົາການປະຕິບັດສາດສະໜາກິດຈາກຄົນອື່ນ.
ແອວເດີ ຣໍເບີດ ດີ ແຮວສ໌ ໄດ້ກ່າວວ່າ: “ແຜນແຫ່ງພຣະກິດຕິຄຸນຮຽກຮ້ອງການໃຫ້ ແລະ ການຮັບ. … ໃນຄວາມຫຍຸ້ງຍາກ ບຸກຄົນມັກຈະເວົ້າວ່າ: ‘ຂ້ອຍຊິເຮັດຄົນດຽວ,’ … ‘ຂ້ອຍດູແລຕົວເອງໄດ້.’ ມີຄຳກ່າວໄວ້ວ່າ ບໍ່ມີຄົນໃດທີ່ຮັ່ງມີເຫລືອລົ້ນ ຈົນບໍ່ຕ້ອງການຄວາມຊ່ວຍເຫລືອຈາກຄົນອື່ນ, ບໍ່ມີຄົນໃດທີ່ຍາກຈົນຄົ່ນແຄ້ນ ຈົນບໍ່ມີປະໂຫຍດຫຍັງເລີຍຕໍ່ເພື່ອນຝູງຂອງລາວ. ການທີ່ຈະຂໍຄວາມຊ່ວຍເຫລືອຈາກຄົນອື່ນ ດ້ວຍຄວາມໝັ້ນໃຈ, ແລະ ການທີ່ຈະຊ່ວຍເຫລືອດ້ວຍຄວາມເມດຕາກະລຸນາ, ຄວນເປັນພາກສ່ວນໜຶ່ງຂອງນິໄສໃຈຄໍ ອັນແທ້ຈິງຂອງເຮົາ” (“We Can’t Do It Alone,” Ensign, Nov. 1975, 91, 93). ເປັນຫຍັງບາງເທື່ອເຮົາຈຶ່ງລັງເລໃຈ ທີ່ຈະຮັບເອົາຄວາມຊ່ວຍເຫລືອຈາກຄົນອື່ນ? ຄວາມເຕັມໃຈຂອງເຮົາທີ່ຈະຮັບເອົາຄວາມຊ່ວຍເຫລືອຈາກຄົນອື່ນ ເປັນພອນໃຫ້ແກ່ຜູ້ທີ່ຮັບໃຊ້ເຮົາແນວໃດ? ໃຫ້ເວລາແກ່ສະມາຊິກຈັກບຶດໜຶ່ງ ເພື່ອໄຕ່ຕອງວິທີທີ່ເຂົາເຈົ້າສາມາດເປີດໃຈອອກກວ້າງຕື່ມອີກ ເພື່ອຮັບເອົາການປະຕິບັດສາດສະໜາກິດຈາກຄົນອື່ນ. ຂໍ້ຄວາມໃນ 1 ໂກຣິນໂທ 12:13–21 ແນະນຳຫຍັງແດ່ ກ່ຽວກັບເຫດຜົນທີ່ເຮົາຕ້ອງການກັນແລະກັນ?
ມັນມີຫລາຍວິທີທີ່ເຮົາສາມາດປະຕິບັດສາດສະໜາກິດຕໍ່ຄົນອື່ນ.
ເພື່ອຊ່ວຍສະມາຊິກໃຫ້ພິຈາລະນາວິທີທີ່ເຮົາສາມາດປະຕິບັດສາດສະໜາກິດຕໍ່ຄົນອື່ນ, ທ່ານສາມາດເຊື້ອເຊີນເຂົາເຈົ້າ ໃຫ້ທົບທວນຂ່າວສານຂອງແອວເດີ ແຈັບຟະຣີ ອາ ຮໍແລນ ໃນຫົວຂໍ້ “ຢູ່ກັບພວກເຂົາ ແລະ ເຮັດໃຫ້ພວກເຂົາເຂັ້ມແຂງ” (Liahona, May 2018, 101–3; ເບິ່ງ “Ministering Principles” ໃນສະບັບທີ່ຈະພິມອອກມາ ໃນບໍ່ຊ້ານີ້). ສະມາຊິກສາມາດແຍກກັນອອກເປັນຫລາຍກຸ່ມນ້ອຍໆ, ແລະ ແຕ່ລະກຸ່ມສາມາດຄິດຫາກໍລະນີຕ່າງໆ ຊຶ່ງໃນນັ້ນບຸກຄົນອາດຕ້ອງການຄວາມຊ່ວຍເຫລືອ. ແລ້ວເຂົາເຈົ້າສາມາດຊ່ວຍກັນຄິດຫາຫລາຍໆວິທີ ຊຶ່ງໃນນັ້ນຜູ້ຄົນສາມາດປະຕິບັດສາດສະໜາກິດຕໍ່ ຄວາມຕ້ອງການທາງວິນຍານ ແລະ ທາງໂລກ ຂອງບຸກຄົນ ຢູ່ໃນກໍລະນີຕ່າງໆ. ຂໍໃຫ້ກຸ່ມແບ່ງປັນແນວຄິດຂອງຕົນ ແລະ ໄຕ່ຕອງວ່າແນວຄິດ ທີ່ໄດ້ສົນທະນາໄປນັ້ນ ສາມາດເປັນພອນໃຫ້ແກ່ຜູ້ຄົນທີ່ເຂົາເຈົ້າປະຕິບັດສາດສະໜາກິດຕໍ່ຫລືບໍ່.