ຈົ່ງ​ຕາມ​ເຮົາ​ມາ
ການ​ປະ​ຊຸມ​ໃນ​ວັນ​ອາ​ທິດ​ທີ​ສອງ ແລະ ທີ​ສາມ


ການ​ປະ​ຊຸມໃນ​ວັນ​ອາ​ທິດ ທີ​ສອງ ແລະ ທີ​ສາມ

ໃນ​ວັນ​ອາ​ທິດ​ທີ​ສອງ ແລະ ທີ​ສາມ​ຂອງ​ແຕ່​ລະ​ເດືອນ, ກຸ່ມ​ແອວ​ເດີ ແລະ ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ຈະຮ່ຳ​ຮຽນ​ຈາກ​ຄຳ​ສອນ​ຂອງ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ ຈາກກອງ​ປະ​ຊຸມ​ໃຫຍ່​ເທື່ອ​ລ່າ​ສຸດ. ໃຫ້​ເນັ້ນ​ໜັກ​ຂ່າວ​ສານ​ຈາກສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ອີງ​ຕາມ​ຄວາມ​ຕ້ອງ​ການ​ໃນ​ທ້ອງ​ຖິ່ນ ແລະ ການ​ດົນ​ໃຈ​ຈາກ​ພຣະ​ວິນ​ຍານ, ກໍ​ສາ​ມາດ​ນຳຂ່າວ​ສານ​ໃດໜຶ່ງ ຈາກກອງ​ປະ​ຊຸມ​ໃຫຍ່​ເທື່ອ​ລ່າ​ສຸດ ມາ​ສົນ​ທະ​ນາ​ໄດ້.

ເກືອບ​ໃນ​ທຸກ​ກໍ​ລະ​ນີ, ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ຫລື ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ຈະ​ເລືອກ​ຂ່າວ​ສານ​ໃດ​ໜຶ່ງ​ຈາກກອງ​ປະ​ຊຸມ​ໃຫຍ່ ເພື່ອ​ສຶກ​ສາ ອີງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ສະ​ມາ​ຊິກ, ເຖິງ​ແມ່ນ​ວ່າ ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ ອາດໄດ້​ໃຫ້​ຄວາມ​ຄິດ​ຄວາມ​ເຫັນແລ້ວ​ກໍ​ຕາມ. ຜູ້​ນຳ​ສາ​ມາດ​ເລືອກ​ຂ່າວ​ສານ​ໃດ​ໜຶ່ງ ທີ່​ກ່ຽວ​ພັນ​ກັບ​ຫົວ​ຂໍ້ ທີ່​ໄດ້​ສົນ​ທະ​ນາ​ກັນ​ຢູ່​ໃນ​ການ​ປະ​ຊຸມ​ສະ​ພາ​ໃນ​ວັນ​ອາ​ທິດ​ທຳ​ອິດ, ຫລື ເຂົາ​ເຈົ້າ​ອາດ​ເລືອກ​ຂ່າວ​ສານ​ຢ່າງ​ອື່ນ ອີງ​ຕາມ​ການ​ດົນ​ໃຈ​ຈາກ​ພຣະ​ວິນ​ຍານ.

ຜູ້​ນຳ ແລະ ຄູ​ສອນ ຄວນ​ຫາ​ວິ​ທີ​ທີ່​ຈະ​ຊຸກ​ຍູ້​ສະ​ມາ​ຊິກ ໃຫ້​ອ່ານ​ຂ່າວ​ສານ​ທີ່​ໄດ້​ຖືກ​ເລືອກ​ໄວ້​ລ່ວງ​ໜ້າ ແລະ ມາ​ດ້ວຍ​ຄວາມ​ຕຽມ​ພ້ອມ​ທີ່​ຈະ​ແບ່ງ​ປັນ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ ແລະ ແນວ​ຄິດກ່ຽວ​ກັບ​ວິ​ທີ​ທີ່​ຈະ​ລົງ​ມື​ປະ​ຕິ​ບັດ​ຕາມນັ້ນ. ກິດ​ຈະ​ກຳ​ເພື່ອ​ຮຽນ​ຮູ້ ທີ່​ຖືກ​ແນະ​ນຳ​ໃຫ້​ໃຊ້ ຢູ່​ຂ້າງ​ລຸ່ມ, ຊຶ່ງ​ອີງ​ຕາມ​ຫລັກ​ທຳ ໃນ ການ​ສິດ​ສອນ​ຕາມ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ສາ​ມາດ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ຮຽນ​ຮູ້​ຈາກ​ຂ່າວ​ສານ​ຂອງກອງ​ປະ​ຊຸມ​ໃຫຍ່​ໄດ້.

ຮູບ​ພາບ
President M. Russell Ballard

M. Russell Ballard, “Precious Gifts from God,” 9–11

ຂ່າວ​ສານ​ຂອງ​ປະ​ທານ​ບາ​ເລີດ ບອກ​ເຖິງ​ຫລາຍ​ຫົວ​ຂໍ້—ຮ່ວມ​ທັງ​ສາດ​ສະ​ດາ, ສັດ​ທາ​ໃນ​ພຣະ​ຄຣິດ, ສິນ​ລະ​ລຶກ, ແລະ ການ​ຮັບ​ໃຊ້—ແລະ ສະ​ມາ​ຊິກ​ຂອງ​ກຸ່ມ ຫລື ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ສາ​ມາດ​ຊອກ​ຫາ​ຫົວ​ຂໍ້​ທີ່​ແຕກ​ຕ່າງ ຊຶ່ງ​ມີ​ຄວາມ​ໝາຍ​ໃດ​ໜຶ່ງ​ໂດຍ​ສະ​ເພາະ. ເຊື້ອ​ເຊີນ​ສະ​ມາ​ຊິກ​ໃຫ້​ແບ່ງ​ປັນ​ບາງ​ສິ່ງ ຈາກ​ຂ່າວ​ສານ ທີ່​ໃຫ້​ການ​ດົນ​ໃຈ​ແກ່​ເຂົາ​ເຈົ້າ. ເຮົາ​ພົບ​ເຫັນ​ພອນ​ຂອງການ​ເຊື້ອ​ເຊີນ ຫລື ຄຳ​ສັນ​ຍາ​ໃດ​ແດ່ ໃນ​ຂ່າວ​ສານ​ຂອງ​ປະ​ທານ​ບາ​ເລີດ? ໃຫ້​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃຫ້​ໄຕ່​ຕອງ​ຈັກ​ສອງ​ສາມ​ນາ​ທີ ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ຖືກ​ດົນ​ໃຈ​ໃຫ້​ເຮັດ ຕາມຜົນ​ຂອງ​ການ​ສົນ​ທະ​ນານີ້.

ຮູບ​ພາບ
Elder Gary E. Stevenson

Gary E. Stevenson, “The Heart of a Prophet,” 17–20

ເພື່ອ​ຊ່ວຍ​ສະ​ມາ​ຊິກ “ໃຫ້​ເຂົ້າ​ໃຈ​ຄວາມ​ສຳ​ຄັນ” ຂອງ​ການ​ເອີ້ນ​ຂອງສາດ​ສະ​ດາ​ຄົນ​ໃໝ່, ທ່ານ​ສາ​ມາດ​ເຊື້ອ​ເຊີນ​ສະ​ມາ​ຊິກ ໃຫ້​ຄົ້ນ​ຄວ້າ​ຂ່າວ​ສານ​ຂອງ​ແອວ​ເດີ ສະ​ຕີບ​ເວັນ​ສັນ, ຊອກ​ຫາ​ຄວາມ​ຈິງ ແລະ ຄວາມ​ຮູ້ ທີ່​ຊ່ວຍ​ເຂົາ​ເຈົ້າ ໃຫ້​ເຂົ້າ​ໃຈເຖິງ​ຄວາມ​ສຳ​ຄັນ ແລະ ຄວາມ​ສັກ​ສິດ​ຂອງ​ຂັ້ນ​ຕອນ​ທີ່​ສູງ​ສົ່ງ​ນີ້. ເຊື້ອ​ເຊີນ​ສະ​ມາ​ຊິກໃຫ້​ແບ່ງ​ປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ຮູ້​ສຶກ ລະ​ຫວ່າງ​ການ​ຊຸມ​ນຸມ​ທີ່​ສັກ​ສິດ ຊຶ່ງ​ໃນ​ນັ້ນ​ປະ​ທານ​ແນວ​ສັນ​ໄດ້​ຖືກ​ສະ​ໜັບ​ສະ​ໜູນ ໃຫ້​ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ. ທ່ານ​ກໍ​ສາ​ມາດ​ແຕ້ມ​ຮູບ​ຫົວ​ໃຈ ໃສ່​ເທິງ​ກະ​ດານ​ນຳ​ອີກ ແລະ ຂໍ​ໃຫ້​ສະ​ມາ​ຊິກ​ຂຽນ​ຖ້ອຍ​ຄຳ ຫລື ສຳ​ນວນ ທີ່​ບັນ​ຍາຍເຖິງ​ຫົວ​ໃຈ ແລະ ບຸກ​ຄະ​ລິກລັກ​ສະ​ນະ​ຂອງ​ປະ​ທານ​ແນວ​ສັນ ໃສ່​ໃນ​ຮູບຫົວ​ໃຈ​ນັ້ນ. ເພິ່ນ​ໄດ້​ສິດ​ສອນສິ່ງ​ໃດ ທີ່​ເປັນ​ພອນ​ໃຫ້​ແກ່​​ເຮົາ?

ຮູບ​ພາບ
Elder Neil L. Andersen

Neil L. Andersen, “The Prophet of God,” 24–27

ການ​ສົນ​ທະ​ນາ​ກ່ຽວ​ກັບ​ຂ່າວ​ສານ​ຂອງ​ແອວ​ເດີ ແອນ​ເດີ​ເຊັນ ສາ​ມາດ​ເພີ່ມ​ສັດ​ທາ​ໃຫ້​ສະ​ມາ​ຊິກ​ໄດ້ ເລື່ອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່. ທ່ານ​ສາ​ມາດ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ຄົ້ນ​ຄວ້າ​ຂ່າວ​ສານ​ຂອງ​ເພິ່ນ ເພື່ອ​ຊອກ​ຫາ​ບາງ​ສິ່ງ​ທີ່​ຊ່ວຍ​ເຂົາ​ເຈົ້າ ໃຫ້​ເຂົ້າ​ໃຈ​ເຫດ​ຜົນ​ທີ່​ພຣະ​ເຈົ້າ​ໃຫ້​ມີ​ສາດ​ສະ​ດາ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ແລະ ເຫດ​ຜົນ​ທີ່​ເຮົາ​ຕ້ອງຕິດ​ຕາມ​ພວກ​ເພິ່ນ. ເຮົາ​ໄດ້​ຮັບ​ພອນ​ແນວ​ໃດ​ແດ່ ເພາະ​ເຮົາ​ມີ​ສາດ​ສະ​ດາ? ສະ​ມາ​ຊິກ​ສາ​ມາດ​ແບ່ງ​ປັນ​ວິ​ທີ​ທີ່​ເຂົາ​ເຈົ້າ ໄດ້​ຮັບ​ປະ​ຈັກ​ພະ​ຍານ​ວ່າ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ເປັນ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ຮູບ​ພາບ
Elder David A. Bednar

David A. Bednar, “Meek and Lowly of Heart,” 30–33

ເພື່ອ​ໃຫ້​ໄດ້​ຮັບ​ການ​ດົນ​ໃຈ ໃນ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ຂ່າວ​ສານ​ຂອງ​ແອວ​ເດີ ແບ໊ດ​ນາ, ທ່ານ​ສາ​ມາດ​ຂຽນ​ໃສ່​ເທິງ​ກະ​ດານ ຄຳ​ວ່າ ຄວາມ​ອ່ອນ​ໂຍນ … ແລະ ​ຄວາມ​ອ່ອນ​ໂຍນບໍ່​ແມ່ນ … ແລ້ວ​ສະ​ມາ​ຊິກ​ສາ​ມາດ​ຄົ້ນ​ຄວ້າ​ຂ່າວ​ສານ​ຂອງ​ແອວ​ເດີ ແບ໊ດ​ນາ ແລະ ຂຽນ​ສຳ​ນວນ​ທີ່​ເຂົາ​ເຈົ້າ​ຊອກ​ເຫັນ ໃສ່​ເທິງ​ກະ​ດານ ໃຫ້​ປະ​ໂຫຍກນີ້​ຄົບ​ຖ້ວນ. ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂ່າວ​ສານນີ້ ທີ່​ດົນ​ໃຈ​ເຮົາ​ໃຫ້​ເປັນ​ຄົນ​ອ່ອນ​ໂຍນ​ຫລາຍກວ່າ​ເກົ່າ? ມີຕົວ​ຢ່າງ​ອັນ​ໃດ​ແດ່​ກ່ຽວ​ກັບ​ຄວາມ​ອ່ອນ​ໂຍນ ທີ່​ເຮົາ​ສາ​ມາດ​ຄິດ​ເຖິງ​ໄດ້? ເຮົາ​ຈະ​ສາ​ມາດ​ນຳ​ໃຊ້​ຄຳ​ແນະ​ນຳ​ຂອງ​ແອວ​ເດີ ແບ໊ດ​ນາ ໃນ​ວິ​ທີ​ໃດ ເພື່ອ​ຈະ​ໄດ້​ກາຍ​ເປັນ​ຄົນ​ທີ່​ອ່ອນ​ໂຍນ​ຫລາຍກວ່າ​ເກົ່າ?

ຮູບ​ພາບ
Sister Bonnie L. Oscarson

Bonnie L. Oscarson, “Young Women in the Work,” 36–38

ຄຳ​ຖາມ​ເປັນ​ວິ​ທີ​ໜຶ່ງ​ທີ່​ເຊື້ອ​ເຊີນ​ໃຫ້​ໄຕ່​ຕອງ. ໃຫ້​ຂຽນ​ຄຳ​ຖາມ​ສອງ​ສາມ​ຄຳ​ໃສ່​ເທິງ​ກະ​ດານ ທີ່​ຂ່າວ​ສານ​ຂອງ​ຊິດ​ສະ​ເຕີ ອໍ​ສະ​ກາ​ສັນ ໄດ້​ຕອບ, ດັ່ງ​ເຊັ່ນ ເຮົາ​ຈະ​ໃຫ້​ກຸ່ມ​ຍິງ​ໜຸ່ມ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ວິ​ທີ​ໃດ? ເຊື້ອ​ເຊີນ​ສະ​ມາ​ຊິກ​ໃຫ້​ຄົ້ນ​ຄວ້າ​ຂ່າວ​ສານ ເພື່ອ​ຊອກ​ຫາ​ຄຳ​ຕອບຕໍ່​ຄຳ​ຖາມ​ເຫລົ່າ​ນີ້ ແລະ ສົນ​ທະ​ນາ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້. ພອນ​ຢ່າງ​ໃດ​ແດ່​ທີ່​ມາ​ເຖິງ ເມື່ອ​ກຸ່ມ​ຍິງ​ໜຸ່ມ​ມີ​ສ່ວນ​ຮ່ວມ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ? ບາງ​ທີ​ສະ​ມາ​ຊິກ​ໃນ​ຫ້ອງ​ຮຽນ ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ ທີ່​ເຂົາ​ເຈົ້າ​ໄດ້​ມີ ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ຮ່ວມ​ກັບ​ກຸ່ມ​ຍິງ​ໜຸ່ມ. ອີງ​ຕາມ​ການ​ສົນ​ທະ​ນາ​ຂອງ​ເຮົາ, ເຮົາ​ໄດ້ຮູ້​ສຶກ​ຖືກ​ດົນ​ໃຈ​ໃຫ້​ເຮັດ​ສິ່ງ​ໃດ?

ຮູບ​ພາບ
Elder Dale G. Renlund

Dale G. Renlund, “Family History and Temple Work: Sealing and Healing,” 46–49

ແອວ​ເດີ ເຣັນ​ລັນ ໄດ້​ກ່າວ​ເຖິງ​ພາບ​ນິ​ມິດ​ຂອງ​ເອ​ເຊ​ກຽນ ກ່ຽວ​ກັບ​ພຣະ​ວິ​ຫານ​ທີ່​ມີ​ນ້ຳ​ໄຫລ​ອອກ​ມາ​ຈາກ​ມັນ (ເບິ່ງ ເອ​ເຊ​ກຽນ 47:8–9). ບາງ​ທີ​ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ກຸ່ມ ຫລື ໃນສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ສາ​ມາດ​ແຕ້ມ​ຮູບ​ກ່ຽວ​ກັບ​ພາບ​ນິ​ມິດນີ້ ໃສ່​ເທິງ​ກະ​ດານ. ພອນ​ຂອງ​ພຣະ​ວິ​ຫານ ແລະ ການ​ສືບ​ປະ​ຫວັດ​ຄອບ​ຄົວ ເປັນ​ເໝືອນ​ດັ່ງ​ພາບ​ນິ​ມິດ​ຂອງ​ເອ​ເຊ​ກຽນ​ແນວ​ໃດ? ທ່ານ​ສາ​ມາດ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຫ້ອງ​ຮຽນ ໃຫ້​ແບ່ງ​ປັນ​ພອນຂອງ​ພຣະ​ວິ​ຫານ ແລະ ວຽກ​ງານ​ການ​ສືບ​ປະ​ຫວັດ​ຄອບ​ຄົວ ທີ່​ເຂົາ​ເຈົ້າ​ເຄີຍ​ມີ​ປະ​ສົບ​ການ. ເຮົາ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່ ເພື່ອ​ເຮັດ​ໃຫ້​ການ​ສືບ​ປະ​ຫວັດ​ຄອບ​ຄົວ ແລະ ວຽກ​ງານ​ພຣະ​ວິ​ຫານ ເປັນ​ພາກ​ສ່ວນ​ໜຶ່ງ​ທີ່​ເຮົາ​ເຮັດ​ເປັນ​ປະ​ຈຳ ໃນ​ຊີ​ວິດ​ຂອງ​ເຮົາ?

ຮູບ​ພາບ
Elder D. Todd Christofferson

D. Todd Christofferson, “The Elders Quorum,” 55–58

ໃນ​ກຸ່ມ​ແອວ​ເດີ, ທ່ານ​ສາ​ມາດ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ກຸ່ມ ໃຫ້​ອ່ານ​ພາກ​ໜຶ່ງ​ໃນ​ຂ່າວ​ສານ​ຂອງ​ແອວ​ເດີ ຄຣິສ​ໂຕ​ເຟີ​ສັນ ກ້ອງ​ຫົວ​ຂໍ້ “ຈຸດ​ປະ​ສົງ​ຂອງ​ການ​ປ່ຽນ​ແປງ​ເຫລົ່າ​ນີ້.” ເຮົາ​ຈະ​ເຮັດ​ສິ່ງ​ໃດ​ແດ່ ເພື່ອ​ໃຫ້​ແນ່​ໃຈ​ວ່າ ເຮົາ​ບັນ​ລຸ​ຈຸດ​ປະ​ສົງ​ເຫລົ່າ​ນີ້? ໃນ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ທ່ານ​ສາ​ມາດ​ຂໍ​ໃຫ້​ກ່າວສະ​ຫລຸບ​ການ​ປ່ຽນ​ແປງ​ໃນ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນຄີ​ເສ​ເດັກ ທີ່​ແອວ​ເດີ ຄຣິສ​ໂຕ​ເຟີ​ສັນ ໄດ້​ບັນ​ຍາຍ. ແລ້ວບັນ​ດາເອື້ອຍ​ນ້ອງສາ​ມາດ​ຊີ້ບອກ​ເຖິງ​ຫລັກ​ທຳ ທີ່​ກ່າວ​ເຖິງ​ການ​ປ່ຽນ​ແປງ​ເຫລົ່າ​ນີ້ ທີ່​ສາ​ມາດ​ເອົາ​ໄປ​ນຳ​ໃຊ້ ໃນ​ວຽກ​ງານ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະໄດ້. ໃນ​ກຸ່ມ​ແອວ​ເດີ ຫລື ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ສະ​ມາ​ຊິກ​ສາ​ມາດ​ສົນ​ທະ​ນາ​ເຖິງ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ເລື່ອງ​ລາວ​ຂອງບຣາ​ເດີ ໂກດສ໌ ແລະ ເຖິງວິ​ທີ​ທີ່​ຈະ​ນຳ​ມັນ​ເອົາ​ໄປ​ໃຊ້​ໃນ​ວຽກ​ງານ​ຂອງ​ເຂົາ​ເຈົ້າ.

ຮູບ​ພາບ
Elder Ronald A. Rasband

Ronald A. Rasband, “Behold! A Royal Army,” 58–61

ບາງ​ທີ ການຮ້ອງ​ເພງ, ຫລື ຟັງ, ຫລື ອ່ານ​ເນື້ອ​ເພງ​ຊື່​ວ່າ, “Behold! A Royal Army” (Hymns, no. 251) ນຳ​ກັນ ອາດ​ດົນ​ໃຈ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ຂ່າວ​ສານ​ຂອງ​ແອວ​ເດີ ແຣັສ໌​ແບນ. ກຸ່ມ​ຖາ​ນະ​ປະ​ໂລ​ຫິດ ແລະ ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ເປັນ​ເໝືອນ​ດັ່ງ​ກອງ​ທັບ​ຂອງ​ພຣະ​ເຈົ້າ​ແນວ​ໃດ? ສະ​ມາ​ຊິກ​ສາ​ມາດ​ຊອກ​ຫາ ແລະ ສົນ​ທະ​ນາ​ກ່ຽວ​ກັບ “ພອນ​ຫລາຍໆ​ຢ່າງ” ທີ່​ແອວ​ເດີ ແຣັສ໌​ແບນ ກ່າວ​ເຖິງ ທີ່​ຈະ​ມາ​ຈາກ​ການກໍ່​ສ້າງ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ໃໝ່. ມີ​ພອນ​ຢ່າງ​ໃດ​ແດ່​ທີ່​ເຮົາ​ໄດ້​ຮັບ—ຫລື ເຮົາ​ຫວັງ​ທີ່​ຈະ​ໄດ້​ຮັບ—ຈາກ​ການ​ປະ​ຕິ​ບັດ​ຕາມ​ການ​ປ່ຽນ​ແປງ​ເຫລົ່າ​ນີ້? ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ສາ​ມາດ​ໄດ້​ຮັບ​ພອນ​ທີ່​ຫລາຍກວ່ານີ້​ໄດ້​ແນວ​ໃດ ດັ່ງ​ເຊັ່ນ “ຂອງ​ປະ​ທານ​ທີ່​ແຕກ​ຕ່າງ​ກັນ” ແລະ “ການ​ໃຫ້​ຄຳ​ແນະ​ນຳ”?

ຮູບ​ພາບ
President Henry B. Eyring

Henry B. Eyring, “Inspired Ministering,” 61–64

ປະ​ທານ​ໄອ​ຣິງ ບອກ​ເຖິງ​ຄຳ​ປາ​ໄສ​ຂອງ​ສອງ​ຄົນ ຢູ່​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ທີ່​ເພິ່ນ​ປະ​ທັບ​ໃຈ​ຫລາຍ. ບາງ​ທີ​ທ່ານ​ກໍ​ຄວນ​ຂໍ​ໃຫ້​ເຄິ່ງ​ກຸ່ມ ຫລື ເຄິ່ງ​ກຸ່ມ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ທົບ​ທວນ​ຖ້ອຍ​ຄຳ​ຂອງ​ຊາຍ​ໜຸ່ມ​ອາ​ຍຸ 14 ປີ ແລະ ອີກ​ເຄິ່ງ​ກຸ່ມ​ໃຫ້​ທົບ​ທວນ​ເລື່ອງ​ລາວ​ກ່ຽວ​ກັບ​ຄູ​ສອນ​ປະ​ຈຳ​ບ້ານ. ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ອ່ານ, ສະ​ມາ​ຊິກ​ຄວນ​ຄິດ​ກ່ຽວ​ກັບ​ຄຳ​ແນະ​ນຳ ທີ່​ເຂົາ​ເຈົ້າ​ຈະ​ມອບ​ໃຫ້​ແກ່​ຊາຍ​ໜຸ່ມ ຫລື ຍິງ​ໜຸ່ມ ຜູ້​ຫາ​ກໍ​ໄດ້​ຮັບ​ການມອບ​ໝາຍ ໃຫ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ບາງ​ຄົນ. ເຮົາ​ຈະ “ໄດ້​ຮັບ​ການ​ດົນ​ໃຈ ແລະ ເປັນ​ຄົນ​ໃຈ​ບຸນ​ຫລາຍ​ຂຶ້ນ ໃນ​ການ … ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຮົາ​ແນວ​ໃດ”?

ຮູບ​ພາບ
President Dallin H. Oaks

Dallin H. Oaks, “The Powers of the Priesthood,” 65–68

ໃນ​ການ​ເລີ່ມ​ຕົ້ນ​ການ​ສົນ​ທະ​ນາ, ທ່ານ​ຄວນ​ຂຽນ​ຫົວ​ຂໍ້​ຂອງສີ່​ພາກ ຂອງ​ຂ່າວ​ສານ​ຂອງ​ປະ​ທານ​ໂອກສ໌ ໃສ່​ເທິງ​ກະ​ດານ ແລ້ວ​ເຊື້ອ​ເຊີນ ສະ​ມາ​ຊິກ​ແຕ່​ລະ​ຄົນໃຫ້​ອ່ານ​ໜຶ່ງ​ພາກ ຢູ່​ໃນ​ໃຈ ແລະ ແລ້ວ​ໃຫ້​ຂຽນ​ປະ​ໂຫຍກ​ໜຶ່ງ ໃສ່​ເທິງ​ກະ​ດານ ທີ່​ສະ​ຫລຸບ​ເນື້ອ​ຫາ​ຂອງ​ຂ່າວ​ສານ ຂອງ​ພາກນັ້ນ. ແລ້ວສະ​ມາ​ຊິກສາ​ມາດ​ບອກ​ເຖິງ​ຄວາມຮູ້​ສຶກ​ທີ່​ເຂົາ​ເຈົ້າໄດ້​ຮັບ​ຈາກການ​ດົນ​ໃຈ ວ່າໃຫ້​ເຮັດ​ສິ່ງ​ໃດ ຈາກ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ອ່ານ​ໄປ​ນັ້ນ. ການ​ຮັບ​ໃຊ້​ຂອງ​ເຮົາ ໃນ​ຖາ​ນະ​ທີ່​ເປັນ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ ຫລື ເອື້ອຍ​ນ້ອງສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ຈະ​ດີ​ຂຶ້ນ​ໄດ້​ແນວ​ໃດ ເມື່ອ​ເຮົາ​ນຳ​ໃຊ້​ຄຳ​ສອນ​ໃນ​ຂ່າວ​ສານ​ຂອງ​ປະ​ທານ​ໂອກສ໌?

ຮູບ​ພາບ
President Russell M. Nelson

Russell M. Nelson, “Ministering with the Power and Authority of God,” 68–75

ປະ​ທານ​ແນວ​ສັນ ເຊື້ອ​ເຊີນ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ ໃຫ້ “ລຸກ​ຂຶ້ນ” ແລະ ໃຊ້​ຖາ​ນະ​ປະ​ໂລ​ຫິດ ເພື່ອ​ເປັນ​ພອນ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ເຊື້ອ​ເຊີນ​ສະ​ມາ​ຊິກ​ຂອງ​ກຸ່ມ ຫລື ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ໃຫ້​ຄົ້ນ​ຄວ້າ ເພື່ອ​ຊອກ​ຫາ​ຕົວ​ຢ່າງ​ທີ່​ເພິ່ນ​ໄດ້​ມອບ​ໃຫ້ ແລະ ສົນ​ທະ​ນາ​ເຖິງວິ​ທີ​ທີ່ມັນ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ ວິ​ທີ​ທີ່ຖາ​ນະ​ປະ​ໂລ​ຫິດ ສາ​ມາດ​ຖືກ​ນຳ​ໃຊ້​ໃຫ້​ເປັນ​ພອນ​ແກ່​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ ແລະ ຄົນ​ອື່ນ. ມີ​ປະ​ສົບ​ການ​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ແບ່ງ​ປັນ ເມື່ອ​ເຮົາ​ໄດ້​ຮັບ​ພອນ ໂດຍ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ? ເຮົາ​ຈະ​ຊ່ວຍ​ຄົນ​ອື່ນ ຫລື ຕົວ​ເອງ​ໃຫ້​ມີ​ສັດ​ທາ ທີ່​ຈະໃຊ້​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ ເພື່ອ “ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ໃນ​ພຣະ​ນາມ​ຂອງ​ພຣະ​ອົງ” ໄດ້​ແນວ​ໃດ?

ຮູບ​ພາບ
Sister Reyna I. Aburto

Reyna I. Aburto, “With One Accord,” 78–80

ຂ່າວ​ສານ​ຂອງ​ຊິດ​ສະ​ເຕີ​ອາ​ເບີ​ໂຕ ໃຫ້​ໂອ​ກາດ​ສຳ​ລັບ​ກຸ່ມ ຫລື ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຂອງ​ທ່ານ ປະ​ເມີນວ່າ​ການ​ທຳ​ງານ​ໃນ​ການ​ເປັນ​ອັນ​ໜຶ່ງ​ອັນດຽວ​ກັນ ໃນ​ການ​ເຮັດ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ມີ​ປະ​ສິດ​ທິ​ພາບຫລາຍ​ປານ​ໃດ. ເພື່ອຊ່ວຍ​ສະ​ມາ​ຊິກ​ໃຫ້​ເຮັດ​ສິ່ງນີ້, ທ່ານ​ສາ​ມາດ​ສະ​ແດງ​ຮູບ​ພາບ​ຂອງ​ແມງ​ກະ​ເບື້ອ​ໃຫຍ່, ພຣະ​ຜູ້​ຊ່ວຍ​ໃຫ້​ລອດໄປ​ຢ້ຽມ​ຢາມ​ຊາວ​ນີ​ໄຟ (ເບິ່ງ Gospel Art Book, 82, 83, 84), ແລະ ການ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ​ຂອງ​ສາດ​ສະ​ໜາ​ຈັກ (ເບິ່ງ LDS.org). ສະ​ມາ​ຊິກ​ສາ​ມາດ​ຄົ້ນ​ຄວ້າຂ່າວ​ສານ ແລະ ຊອກ​ຫາ​ວິ​ທີ​ທີ່​ຊິດ​ສະ​ເຕີ ອາ​ເບີ​ໂຕ ໄດ້​ໃຊ້​ຕົວ​ຢ່າງ​ເຫລົ່າ​ນີ້ ເພື່ອ​ສອນ​ກ່ຽວ​ກັບ​ຈຸດ​ປະ​ສົງ ແລະ ພອນ​ຂອງ​ການ​ທຳ​ງານ​ໃນ​ການ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ. ເຮັດ​ແນວ​ໃດ ເຮົາ​ຈຶ່ງ​ຈະ​ສາ​ມາດ​ທຳ​ງານ “ດ້ວຍ​ການ​ຮ່ວມ​ໃຈ​ກັນ”?

ຮູບ​ພາບ
President Henry B. Eyring

Henry B. Eyring, “His Spirit to Be with You,” 86–89

ເພື່ອເພີ່ມ​ຄວາມ​ປາດ​ຖະໜາ ແລະ ຄວາມ​ສາ​ມາດ​ຂອງ​ເຮົາ ທີ່​ຈະ​ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ປະ​ທານ​ໄອ​ຣິງ ແບ່ງ​ປັນ​ປະ​ສົບ​ການ​ສ່ວນ​ຕົວ​ຫລາຍ​ຢ່າງ ແລະ ໃຫ້​ຄຳ​ແນະ​ນຳ​ໃດ​ໜຶ່ງ​ໂດຍ​ສະ​ເພາະ. ຫລັງ​ຈາກ​ໄດ້ທົບ​ທວນ​ປະ​ສົບ​ການ​ຂອງ​ເພິ່ນ​ແລ້ວ, ມີ​ຄວາມ​ຊົງ​ຈຳ​ອັນ​ໃດ​ແດ່ ທີ່​ຄ້າຍ​ຄື​ກັນ​ນີ້ ທີ່​ສະ​ມາ​ຊິກ​ໃນ​ກຸ່ມ ຫລື ໃນ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ສາ​ມາດ​ເອົາ​ມາ​ແບ່ງ​ປັນ ເຖິງ​ຕອນ​ທີ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ ໄດ້​ສຳ​ພັດໃຈ​ຂອງ​ເຂົາ​ເຈົ້າ ຫລື ​ໄດ້​ຢືນ​ຢັນ​ຄວາມ​ຈິງ? ບາງ​ທີ​ສະ​ມາ​ຊິກ ສາ​ມາດ​ຂຽນ​ການ​ຊີ້​ນຳ​ທີ່​ປະ​ທານ​ໄອ​ຣິງ​ໄດ້​ແບ່ງ​ປັນ ໃສ່​ເທິງ​ກະ​ດານ ເພື່ອ​ຊ່ວຍ “ເປີດ​ໃຈ ຮັບ​ເອົາ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ວິນ​ຍານ.” ການ​ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ເພິ່ນ ຊ່ວຍເຮົາ ໃນ​ຊີ​ວິດ​ຂອງເຮົາ​ເອງ ແລະ ຄອບ​ຄົວ​ຂອງ​ເຮົາ​ໄດ້​ແນວ​ໃດ? ໃນ​ຊີ​ວິດ​ຂອງກຸ່ມ ຫລື ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຂອງ​ເຮົາ​ໄດ້​ແນວ​ໃດ?

ຮູບ​ພາບ
President Dallin H. Oaks

Dallin H. Oaks, “Small and Simple Things,” 89–92

ຂ່າວ​ສານ​ຂອງ​ປະ​ທານ​ໂອກສ໌ ບັນ​ຈຸ​ຄຳ​ປຽບ​ທຽບ ທີ່​ສອນວ່າ ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ ສາ​ມາດ​ມີ​ຜົນ​ກະ​ທົບ​ທີ່​ມີ​ພະ​ລັງ ໄປ​ໃນ​ທາງທີ່​ດີ ຫລື ທາງ​ທີ່ຊົ່ວ​ໄດ້. ຄຳ​ປຽບ​ທຽບ​ເຫລົ່າ​ນີ້ ແມ່ນ​ຮ່ວມ​ທັງ​ຮາກ​ໄມ້, ທີມ​ພາຍ​ເຮືອ, ເສັ້ນ​ຝ້າຍ, ແລະ ນ້ຳ​ຍ້ອຍ. ສະ​ມາ​ຊິກ​ສາ​ມາດ​ອ່ານ​ຄຳ​ປຽບ​ທຽບ​ເຫລົ່າ​ນີ້ ແລະ ສົນ​ທະ​ນາ​ສິ່ງ​ທີ່​ຄຳ​ປຽບ​ທຽບ​ສິດ​ສອນ​ກ່ຽວ​ກັບ​ພະ​ລັງ​ຂອງ​ການ​ເຮັດ​ສິ່ງ​ເລັກ​ນ້ອຍ ແລະ ງ່າຍໆເປັນ​ປະ​ຈຳ. ມີ​ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ​ຢ່າງ​ໃດ​ແດ່ ທີ່​ນຳ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ມາ​ສູ່​ຊີ​ວິດ​ຂອງ​ເຮົາ? ເຊື້ອ​ເຊີນ​ສະ​ມາ​ຊິກ​ໃຫ້​ໄຕ່​ຕອງ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ຄວາມ​ປະ​ທັບ​ໃຈ ໃຫ້​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ປະ​ທານ​ໂອກສ໌.

ຮູບ​ພາບ
President Russell M. Nelson

Russell M. Nelson, “Revelation for the Church, Revelation for Our Lives,” 93–96

ໃນ​ຂ່າວ​ສານ​ຂອງ​ເພິ່ນ, ປະ​ທານ​ແນວ​ສັນ ຂໍ​ໃຫ້​ເຮົາ​ເພີ່ມ “ຄວາມ​ສາ​ມາດ​ທາງວິນ​ຍານ ທີ່​ຈະ​ຮັບ​ເອົາ​ການ​ເປີດ​ເຜີຍ.” ເພື່ອ​ຊ່ວຍ​ສະ​ມາ​ຊິກ​ໃຫ້​ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ເພິ່ນ, ທ່ານ​ສາ​ມາດ​ຂຽນ​ຄຳ​ຖາມ​ຄື​ກັນກັບ ດັ່ງ​ຕໍ່​ໄປ​ນີ້ ໃສ່​ເທິງ​ກະ​ດານ: ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ການ ການ​ເປີດ​ເຜີຍ? ເຮົາ​ຈະ​ເພີ່ມ​ຄວາມ​ສາ​ມາດ​ຂອງ​ເຮົາ ເພື່ອ​ຮັບ​ເອົາ​ການ​ເປີດ​ເຜີຍ—ທັງ​ເປັນ​ສ່ວນ​ຕົວ ແລະ ເມື່ອ​ເຮົາ​ປຶກ​ສາ​ຫາ​ລື​ນຳ​ກັນ ໄດ້​ແນວ​ໃດ? ມີພອນ​ຢ່າງ​ໃດ​ແດ່ ທີ່​ປະ​ທານ​ແນວ​ສັນ ສັນ​ຍາ ຖ້າ​ເຮົາ​ສະ​ແຫວງ​ຫາ​ການ​ເປີດ​ເຜີຍ? ແຍກ​ສະ​ມາ​ຊິກ​ອອກ​ເປັນ​ຫລາຍກຸ່ມ, ແລະ ເຊື້ອ​ເຊີນ​ແຕ່​ລະ​ກຸ່ມ​ໃຫ້​ຊອກ​ຫາ ແລະ ແບ່ງ​ປັນຄຳ​ຕອບ ໃຫ້​ກັບ​ຄຳ​ຖາມ​ຂໍ້​ໜຶ່ງ.

ຮູບ​ພາບ
Elder Gerrit W. Gong

Gerrit W. Gong, “Christ the Lord Is Risen Today,” 97–98

ສະ​ມາ​ຊິກ​ຂອງ​ກຸ່ມ ຫລື ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຂອງ​ທ່ານ ຮຽນ​ຮູ້​ຫຍັງ​ແດ່ ຈາກ​ຂ່າວ​ສານ​ຂອງ​ແອວ​ເດີ ກອງ ກ່ຽວ​ກັບ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ? ທ່ານ​ສາ​ມາດ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃຫ້​ຄົ້ນ​ຄວ້າ​ຂ່າວ​ສານ, ຊອກ​ຫາ​ພອນ​ທີ່​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພັນ​ທະ​ສັນ​ຍາ​ຂອງ​ເຮົາ—ທຳ​ງານ​ດ້ວຍ​ກັນ—ທີ່​ມີ​ໃຫ້​ສຳ​ລັບ​ເຮົາ. ແລ້ວ​ຖາມ​ຄຳ​ຖາມ​ຄື​ກັນກັບ​ດັ່ງ​ຕໍ່​ໄປ​ນີ້ ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ພົບ​ເຫັນ: ພັນ​ທະ​ສັນ​ຍາ​ຂອງ​ເຮົາ ແລະ ການ​ຊົດ​ໃຊ້​ທຳ​ງານ​ດ້ວຍ​ກັນ​ໃນ​ວິ​ທີ​ໃດ ເພື່ອ “ເຮັດໃຫ້​ເປັນ​ໄປ​ໄດ້ ແລະ ຍົກ​ລະ​ດັບ” ເຮົາ? ມັນ​ຊ່ວຍ​ເຮົາ​ໃຫ້​ຍຶດ​ໝັ້ນ ແລະ ປ່ອຍ​ໄປ​ແນວ​ໃດ?

ຮູບ​ພາບ
Elder Ulisses Soares

Ulisses Soares, “Prophets Speak by the Power of the Holy Spirit,” 98–99

ຂ່າວ​ສານ​ຂອງ​ແອວ​ເດີ​ໂຊ​ອາ​ເຣສ໌ ສາ​ມາດ​ດົນ​ໃຈ​ເຮົາ​ໃຫ້​ປະ​ຕິ​ບັດ​ໃນ​ສັດ​ທາ ເມື່ອ​ເຮົາ​ຮູ້​ສຶກວ່າບໍ່​ພຽບ​ພ້ອມ ໃນ​ການ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ແອວ​ເດີ ໂຊ​ອາ​ເຣສ໌ ໄດ້​ຮັບ​ການ​ປອບ​ໂຍນ ແລະ ຄວາມ​ແນ່ນອນ​ໃຈ ໃນ​ວິ​ທີ​ໃດ ເມື່ອ​ເພິ່ນ​ໄດ້​ຮັບ​ການ​ເອີ້ນ​ໃໝ່​ຂອງ​ເພິ່ນນີ້ ໃຫ້​ເປັນ​ອັກ​ຄະ​ສາ​ວົກ? ເພິ່ນ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ປະ​ສົບ​ການ​ຂອງ​ເພິ່ນ ເລື່ອງ​ການ​ຖືກ​ເອີ້ນ​ໃຫ້​ເປັນ​ປະ​ທານ​ເຜີຍ​ແຜ່? ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ປະ​ສົບ​ການ​ຂອງ​ເພິ່ນ? ໃຫ້​ເວ​ລາ​ແກ່​ສະ​ມາ​ຊິກ ເພື່ອ​ແບ່ງ​ປັນ​ປະ​ສົບ​ການ ຕອນເຂົາ​ເຈົ້າ​ຮູ້​ສຶກບໍ່​ແນ່​ໃຈ ກ່ຽວ​ກັບ​ບາງ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເຂົາ​ເຈົ້າ​ເຮັດ. ເຂົາ​ເຈົ້າ​ໄດ້​ເຮັດ​ສິ່ງ​ໃດ ເພື່ອ​ໃຫ້ມີ​ສັດ​ທາ​ທີ່​ຈະ​ດຳ​ເນີນ​ໄປ​ໜ້າ?

ຮູບ​ພາບ
Elder Jeffrey R. Holland

Jeffrey R. Holland, “Be With and Strengthen Them,” 101–3

ເມື່ອ​ສະ​ມາ​ຊິກ​ຂອງ​ກຸ່ມ ຫລື ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຂອງ​ທ່ານ ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ການ​ປ່ຽນ​ແປງ ສູ່ “ຄວາມ​ຄິດ​ແຫ່ງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ,” ເຂົາ​ເຈົ້າ​ມີ​ຄຳ​ຖາມ​ຢ່າງ​ໃດ​ແດ່? ຂ່າວ​ສານ​ຂອງ​ແອວ​ເດີ ຮໍ​ແລນ ອາດ​ມີ​ຄຳ​ຕອບ​ໃນ​ນັ້ນ. ສະ​ມາ​ຊິກ​ສາ​ມາດຊອກ​ຫາ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ ທີ່​ແອວ​ເດີ ຮໍ​ແລນ ສິດ​ສອນ ທີ່​ເປັນພື້ນ​ຖານ​ຂອງ​ການ​ປ່ຽນ​ແປງ​ເຫລົ່າ​ນີ້. ເຮົາ​ພົບ​ເຫັນ​ການ​ເຊື້ອ​ເຊີນ​ແນວ​ໃດ​ແດ່ ໃນ​ຂ່າວ​ສານ​ຂອງ​ເພິ່ນ? ມີ​ພອນ​ຢ່າງ​ໃດ​ແດ່​ທີ່​ຖືກ​ສັນ​ຍາ​ໄວ້? ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແບບ​ໃໝ່​ນີ້ ສາ​ມາດ​ຊ່ວຍ​ເຮົາ​ກາຍ​ເປັນ “ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ຄ​ຣິດ” ໄດ້​ແນວ​ໃດ?

ຮູບ​ພາບ
Sister Jean B. Bingham

Jean B. Bingham, “Ministering as the Savior Does,” 104–7

ໃນ​ຂ່າວ​ສານ​ຂອງ​ເພິ່ນ, ຊິດ​ສະ​ເຕີ​ບິງ​ກຳ ເຊື້ອ​ເຊີນ​ເຮົາ​ໃຫ້​ຖາມ​ຕົວ​ເອງ ໃນ​ຄຳ​ຖາມ​ທີ່​ສາ​ມາດ​ຊີ້​ນຳ​ເຮົາ ໃນ​ຄວາມ​ພະ​ຍາ​ຍາມ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຮົາ. ສະ​ມາ​ຊິກ​ສາ​ມາດ​ສົນ​ທະ​ນາ​ເຖິງວິ​ທີ​ທີ່​ຄຳ​ຖາມ​ເຫລົ່າ​ນີ້ ສາ​ມາດ​ຊີ້​ນຳ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ ແລະ ແລ້ວ​ຊ​ອກ​ຫາ​ຄຳ​ຕອບ​ໃຫ້​ແກ່​ຄຳ​ຖາມ​ຂອງ​ຊິດ​ສະ​ເຕີ ບິງ​ກຳ ທີ່​ວ່າ, “[ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ] ຈະ​ປະ​ກົດ​ຂຶ້ນ​ໃນ​ຮູບແບບ​ໃດ?” ທ່ານ​ສາ​ມາດ​ໃຊ້​ເວ​ລາ​ທົບ​ທວນ​ບາງ​ຕົວ​ຢ່າງທີ່​ຊິດ​ສະ​ເຕີ​ບິງ​ກຳ ແບ່ງ​ປັນ ເຖິງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ເປັນ​ສ່ວນ​ຕົວ ແລະ ເຊື້ອ​ເຊີນ​ສະ​ມາ​ຊິກ​ໃຫ້​ແບ່ງ​ປັນ​ຕົວ​ຢ່າງ​ຂອງ​ເຂົາ​ເຈົ້າ​ເອງ. ເຮົາພົບ​ເຫັນ​ຫຍັງ​ແດ່ ໃນ​ຂ່າວ​ສານ​ຂອງ​ຊິດ​ສະ​ເຕີ ບິງ​ກຳ ທີ່​ເພີ່ມ​ຄວາມ​ເຂົ້າ​ໃຈໃຫ້​ແກ່​ເຮົາ ເຖິງ​ເຫດ​ຜົນ ແລະ ວິ​ທີ​ທີ່​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ?

ຮູບ​ພາບ
Elder Dieter F. Uchtdorf

Dieter F. Uchtdorf, “Behold the Man!,” 107–10

ວິ​ທີ​ທີ່​ເຮົາ​ຊ່ວຍ​ບາງ​ຄົນ​ໃຫ້​ເຂົ້າ​ໃຈ​ວ່າ ການ​ເສຍ​ສະ​ລະ​ຊົດ​ໃຊ້ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ ເປັນ​ເຫດ​ການ​ທີ່​ສຳ​ຄັນ​ທີ່​ສຸດ ໃນ​ປະ​ຫວັດ​ສາດ​ຂອງ​ໂລກ? ເຊື້ອ​ເຊີນ​ສະ​ມາ​ຊິກ​ໃຫ້​ໄຕ່​ຕອງ​ຄຳ​ຖາມ​ຂໍ້​ນີ້ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ອ່ານ​ພາກ​ສ່ວນ​ຕ່າງໆ ໃນ​ຂ່າວ​ສານ​ຂອງ​ແອວ​ເດີ ອຸກດອບ. ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ສິ່ງ​ໃດ​ແດ່ ທີ່​ອະ​ທິ​ບາຍ​ວ່າ ເປັນ​ຫຍັງ​ເຫດ​ການ​ເຫລົ່າ​ນີ້ ຈຶ່ງ​ສຳ​ຄັນ​ຫລາຍ​ແທ້ໆ​ຕໍ່​ເຂົາ​ເຈົ້າ? ຫລັງ​ຈາກ​ການ​ສົນ​ທະ​ນານີ້, ສະ​ມາ​ຊິກ​ໃນ​ຫ້ອງ​ຮຽນ​ສາ​ມາດ​ເວົ້າ​ລົມ​ກັນ ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ມັນ​ຕໍ່​ເຂົາ​ເຈົ້າ ທີ່ຈະ “ເບິ່ງ​ຊາຍ​ຄົນ​ນີ້.” ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ແດ່ ທີ່​ຈະ “ເບິ່ງ​ຊາຍ​ຄົນ​ນີ້”?

ຮູບ​ພາບ
Elder Quentin L. Cook

Quentin L. Cook, “Prepare to Meet God,” 114–17

ທ່ານ​ສາ​ມາດ​ເລີ່ມ​ຕົ້ນ​ການ​ສົນ​ທະ​ນາ​ຂອງ​ທ່ານ ກ່ຽວ​ກັບ​ຂ່າວ​ສານ​ຂອງ​ແອວ​ເດີ ຄຸກ ໂດຍ​ການ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃຫ້​ສະ​ຫລຸບ​ຂໍ​ກະ​ແຈ​ແຫ່ງ​ການ​ຟື້ນ​ຟູ ໃນ​ພຣະ​ວິ​ຫານ​ເຄີດ​ແລນ. ອີງ​ຕາມ​ຂ່າວ​ສານ​ຂອງ​ແອວ​ເດີ​ຄຸກ, ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃດ​ແດ່ ທີ່​ສາດ​ສະ​ໜາ​ຈັກ​ມີ ທີ່​ກ່ຽວ​ພັນ​ກັບ​ຂໍ​ກະ​ແຈ​ເຫລົ່າ​ນີ້? ໜ້າ​ທີ່​ຮັບ​ຜິດ​ຊອບ​ເຫລົ່າ​ນີ້ ເຫັນ​ຢູ່​ໃນ​ສາດ​ສະ​ໜາ​ຈັກ ໃນ​ທຸກວັນ​ນີ້​ແນວ​ໃດ? ຂຽນ​ຄຳ​ວ່າ ຄວາມ​ຊອບ​ທຳ, ການ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ, ແລະ ຄວາມ​ສະ​ເໝີ​ພາບ ໃສ່​ເທິງ​ກະ​ດານ, ແລະ ຂໍ​ໃຫ້​ສະ​ມາ​ຊິກ​ແບ່ງ​ປັນ​ຄວາມ​ຮູ້​ທີ່​ເຂົາ​ເຈົ້າໄດ້​ຮັບ ກ່ຽວ​ກັບ​ຫລັກ​ທຳ​ແຕ່​ລະ​ຢ່າງ ຈາກ​ຂ່າວ​ສານ​ຂອງ​ແອວ​ເດີ ຄຸກ. ຫລັກ​ທຳ​ເຫລົ່າ​ນີ້​ຊ່ວຍ​ເຮົາ​ໃຫ້​ບັນ​ລຸ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສັກ​ສິດ​ຂອງ​ສາດ​ສະ​ໜາ​ຈັກ ໄດ້​ແນວ​ໃດ?

ພິມ