ຈົ່ງ​ຕາມ​ເຮົາ​ມາ
ເປັນ​ຫຍັງ​ເຮົາ​ຈຶ່ງ​ມີ​ການ​ປະ​ຊຸມ​ຂອງ​ກຸ່ມ ແລະ ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ?


ເປັນ​ຫຍັງ​ເຮົາ​ຈຶ່ງ​ມີ ການ​ປະ​ຊຸມ​ຂອງ​ກຸ່ມ ແລະ ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ?

ໃນ​ຍຸກ​ສຸດ​ທ້າຍນີ້, ພຣະ​ເຈົ້າ​ໄດ້​ຟື້ນ​ຟູ​ຖາ​ນະ​ປະ​ໂລ​ຫິດ ແລະ ໄດ້​ຈັດ​ຕັ້ງ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ ແລະ ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຂຶ້ນ ເພື່ອ​ຊ່ວຍ​ບັນ​ລຸ​ວຽກ​ງານ ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ອົງ. ດ້ວຍ​ເຫດນີ້, ແຕ່​ລະ​ວັນ​ອາ​ທິດ ເມື່ອ​ເຮົາ​ເຕົ້າ​ໂຮມ​ກັນ​ໃນ​ການ​ປະ​ຊຸມ​ຂອງ​ກຸ່ມ​ແອວ​ເດີ ແລະ ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ເຮົາ​ສົນ​ທະ​ນາ ແລະ ວາງ​ແຜນ ວິ​ທີ​ທີ່​ຈະ​ຊ່ວຍ​ບັນ​ລຸ​ວຽກ​ງານ​ຂອງ​ພຣະ​ເຈົ້າ. ເພື່ອ​ໃຫ້​ມີ​ປະ​ສິດ​ທິ​ພາບ, ການ​ປະ​ຊຸມ​ເຫລົ່າ​ນີ້ ຕ້ອງ​ເປັນ​ຫລາຍກວ່າ​ພຽງ​ແຕ່​ຫ້ອງ​ຮຽນ​ເທົ່າ​ນັ້ນ. ມັນ​ເປັນ​ໂອ​ກາດ​ທີ່​ຈະ​ປຶກ​ສາ​ຫາ​ລື​ນຳ​ກັນ ກ່ຽວ​ກັບ​ວຽກ​ງານ​ແຫ່ງ​ຄວາມ​ລອດ, ຮຽນ​ຮູ້​ນຳ​ກັນ​ຈາກ​ຄຳ​ສອນ​ຂອງ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ວາງ​ແຜນ​ທີ່​ຈະ​ບັນ​ລຸ​ມັນ.

ພິມ