“ວັນທີ 5–11 ເດືອນສິງຫາ: ‘ແຜນແຫ່ງຄວາມສຸກອັນຍິ່ງໃຫຍ່.’ ແອວມາ 39–42,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີມໍມອນ 2024 (2023)
“ວັນທີ 5–11 ເດືອນສິງຫາ ແອວມາ 39–42,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: 2024 (2023)
ວັນທີ 5–11 ເດືອນສິງຫາ: “ແຜນແຫ່ງຄວາມສຸກອັນຍິ່ງໃຫຍ່”
ແອວມາ 39–42
ເມື່ອບາງຄົນທີ່ເຮົາຮັກໄດ້ເຮັດຄວາມຜິດທີ່ຮ້າຍແຮງ, ມັນອາດເປັນເລື່ອງຍາກທີ່ຈະຕອບຮັບ. ພາກສ່ວນໜຶ່ງທີ່ເຮັດໃຫ້ ແອວມາ 39–42 ມີຄ່າຫລາຍແມ່ນ ມັນເປີດເຜີຍວິທີທີ່ແອວມາ—ສານຸສິດຂອງພຣະຄຣິດຜູ້ຄັ້ງໜຶ່ງເຄີຍເປັນທຸກເພາະບາບຂອງເພິ່ນເອງທີ່ຕ້ອງກັບໃຈ—ໄດ້ຈັດການກັບສະຖານະການເຊັ່ນນັ້ນ. ໂຄຣິອານທັນ ລູກຊາຍຂອງແອວມາໄດ້ເຮັດບາບເລື່ອງການຮ່ວມເພດ, ແລະ ແອວມາ, ດັ່ງທີ່ເພິ່ນໄດ້ຮຽນຮູ້ ເພື່ອປະຕິບັດສາດສະໜາກິດຂອງເພິ່ນ, ໄດ້ໄວ້ວາງໃຈໃນພະລັງຂອງຄຳສອນທີ່ແທ້ຈິງ ເພື່ອໃຫ້ລູກຊາຍຂອງເພິ່ນເຫັນມຸມມອງນິລັນດອນ ແລະ ຊຸກຍູ້ການກັບໃຈ (ເບິ່ງ ແອວມາ 4:19; 31:5). ໃນບົດເຫລົ່ານີ້, ເຮົາສັງເກດເຫັນຄວາມກ້າຫານຂອງແອວມາ ໃນການກ່າວໂທດບາບ ແລະ ຄວາມອ່ອນໂຍນ ແລະ ຄວາມຮັກຂອງເພິ່ນສຳລັບ ໂຄຣິອານທັນ. ແລະ ໃນທີ່ສຸດ, ເຮົາຮູ້ສຶກເຖິງຄວາມໝັ້ນໃຈຂອງແອວມາ ວ່າພຣະຜູ້ຊ່ວຍໃຫ້ລອດ “ຈະສະເດັດມາເພື່ອເອົາບາບຂອງໂລກໄປ [ແລະ] ເພື່ອປະກາດຂ່າວອັນໜ້າຊື່ນຊົມແຫ່ງຄວາມລອດໃຫ້ແກ່ຜູ້ຄົນຂອງພຣະອົງ” (ແອວມາ 39:15). ຄວາມຈິງທີ່ໂຄຣິອານທັນໄດ້ກັບໃຈ ແລະ ໃນທີ່ສຸດໄດ້ກັບຄືນມາສູ່ວຽກງານຂອງການປະຕິບັດສາດສະໜາກິດ (ເບິ່ງ ແອວມາ 49:30) ສາມາດໃຫ້ຄວາມຫວັງແກ່ເຮົາ ທີ່ຈະໄດ້ຮັບການໃຫ້ອະໄພ ແລະ ການໄຖ່ ເມື່ອເຮົາກັງວົນກ່ຽວກັບບາບຂອງເຮົາເອງ ຫລື ບາບຂອງບາງຄົນທີ່ເຮົາຮັກ (ເບິ່ງ ແອວມາ 42:29).
ເບິ່ງ “Alma Counsels His Sons” (ວິດີໂອ), ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ຮູບພາບseminary icon ເຮົາສາມາດຫລີກລ້ຽງຈາກບາບທາງເພດໄດ້.
ຄຳແນະນຳຂອງແອວມາແກ່ລູກຊາຍຂອງເພິ່ນ ໂຄຣິອານທັນ ໃນ ແອວມາ 39 ໃຫ້ໂອກາດທີ່ຍິ່ງໃຫຍ່ໃນການຮຽນຮູ້ກ່ຽວກັບຜົນກະທົບອັນຮ້າຍແຮງຂອງບາບທາງເພດ, ລວມທັງຮູບພາບລາມົກ. ບາງທີ ສິ່ງທີ່ສຳຄັນກວ່າ, ມັນຍັງສາມາດຊ່ວຍໃຫ້ທ່ານເຂົ້າໃຈການໃຫ້ອະໄພ ແລະ ການປິ່ນປົວຂອງພຣະຜູ້ຊ່ວຍໃຫ້ລອດແກ່ຜູ້ທີ່ກັບໃຈ. ຄຳຖາມ ແລະ ກິດຈະກຳເຫລົ່ານີ້ອາດຊ່ວຍໄດ້:
-
ຄວາມຜິດພາດໃດທີ່ໄດ້ນຳພາໂຄຣິອານທັນໃຫ້ລະເມີດກົດພົມມະຈັນ? (ເບິ່ງ ແອວມາ 39:2–4, 8–9). ຜົນສະທ້ອນຂອງການກະທຳຂອງລາວນັ້ນແມ່ນຫຍັງ? (ເບິ່ງ ຂໍ້ທີ 5–13). ເຮົາມີຫລັກຖານໃດແດ່ທີ່ສະແດງວ່າ ໂຄຣິອານທັນໄດ້ກັບໃຈແລ້ວ? (ເບິ່ງ ແອວມາ 42:31; 49:30; 48:18). ທ່ານຮຽນຮູ້ຫຍັງແດ່ກ່ຽວກັບພຣະຜູ້ຊ່ວຍໃຫ້ລອດຈາກປະສົບການນີ້?
-
ອ່ານ ໜ້າທີ 19–20 ຂອງ ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ: ຄູ່ມືສຳລັບການເລືອກ. ແລ້ວຂຽນຄຳອະທິບາຍຂອງທ່ານເອງກ່ຽວກັບວ່າ ຮູບພາບລາມົກແມ່ນຫຍັງ, ເປັນຫຍັງມັນຈຶ່ງອັນຕະລາຍ, ແລະ ສິ່ງທີ່ທ່ານຈະເຮັດເມື່ອທ່ານພົບກັບມັນ. (ເບິ່ງ ມັດທາຍ 5:27–28 ແລະ ຄຳສອນ ແລະ ພັນທະສັນຍາ 63:16 ນຳອີກ.)
-
ທ່ານຈະອະທິບາຍກັບໝູ່ຄົນໜຶ່ງແນວໃດ ວ່າເປັນຫຍັງທ່ານຈຶ່ງເລືອກທີ່ຈະຫລີກລ້ຽງຈາກຮູບພາບລາມົກ ແລະ ດຳລົງຊີວິດຕາມກົດພົມມະຈັນ? ມີຄວາມຮູ້ແຈ້ງຢ່າງໃດແດ່ທີ່ທ່ານສາມາດແບ່ງປັັນໄດ້ຈາກ “ຮ່າງກາຍຂອງເຈົ້າສັກສິດ” ໃນ ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ: ຄູ່ມືສຳລັບການເລືອກ (ໜ້າທີ 22–29)?
-
ໃຫ້ຄິດທີ່ຈະເບິ່ງວິດີໂອ “To Look Upon” (ຫ້ອງສະໝຸດພຣະກິດຕິຄຸນ). ໃຫ້ຢຸດວິດີໂອແຕ່ລະເທື່ອທີ່ດາວິດສາມາດຕັດສິນໃຈເລືອກທາງທີ່ແຕກຕ່າງ. ການເລືອກຂອງດາວິດ ຄ້າຍຄືກັບການເລືອກທີ່ທ່ານອາດປະເຊີນແນວໃດ?
ຢຸດບຶດໜຶ່ງເພື່ອໄຕ່ຕອງ. ເມື່ອເບິ່ງວິດີໂອ, ບໍ່ວ່າທ່ານຈະກຳລັງສິດສອນ ຫລື ກຳລັງສຶກສາດ້ວຍຕົວເອງກໍຕາມ, ໃຫ້ຢຸດວິດີໂອເປັນບາງຄັ້ງເພື່ອຖາມວ່າ, “ເຮົາກຳລັງຮຽນຮູ້ຫຍັງ?” ສິ່ງນີ້ສາມາດເຊື້ອເຊີນຄວາມຮູ້ແຈ້ງຈາກພຣະວິນຍານບໍລິສຸດໄດ້.
ເບິ່ງ Bradley R. Wilcox, “Worthiness Is Not Flawlessness,” Liahona, Nov. 2021, 61–67; “Pornography” ໃນບ່ອນເກັບກຳ “Life Help” ຂອງຫ້ອງສະໝຸດພຣະກິດຕິຄຸນ.
ຈະມີຫຍັງເກີດຂຶ້ນຫລັງຈາກທີ່ເຮົາຕາຍ?
ໂຄຣິອານທັນມີຄຳຖາມກ່ຽວກັບສິ່ງທີ່ເກີດຂຶ້ນຫລັງຄວາມຕາຍ. ຄວາມກັງວົນຂອງລາວໄດ້ນຳພາໃຫ້ແອວມາສິດສອນຫລັກທຳທີ່ພົບເຫັນໃນ ແອວມາ 40–41. ຂະນະທີ່ທ່ານສຶກສາ, ໃຫ້ເຮັດລາຍການກ່ຽວກັບຄວາມຈິງທີ່ທ່ານພົບເຫັນກ່ຽວກັບສິ່ງຕ່າງໆເຊັ່ນ ໂລກວິນຍານ, ການຟື້ນຄືນຊີວິດ, ແລະ ການພິພາກສາ. ໃຫ້ຄິດທີ່ຈະອ່ານບົດເຫລົ່ານີ້ຈາກມຸມມອງຂອງຄົນບາງຄົນ, ດັ່ງເຊັ່ນໂຄຣິອານທັນ, ທີ່ຈຳເປັນຕ້ອງກັບໃຈ—ເຖິງແນວໃດ, ມັນກໍເປັນຄວາມຈິງສຳລັບເຮົາທຸກຄົນ.
ເຮົາສາມາດສະແຫວງຫາຄຳຕອບຕໍ່ຄຳຖາມຂອງເຮົາໄດ້ ດ້ວຍສັດທາໃນພຣະເຢຊູຄຣິດ.
ບາງເທື່ອເຮົາອາດຄິດວ່າ ສາດສະດາຮູ້ຈັກຄຳຕອບຕໍ່ຄຳຖາມເລື່ອງພຣະກິດຕິຄຸນທຸກຂໍ້. ແຕ່ໃຫ້ສັງເກດເບິ່ງຄຳຖາມທີ່ບໍ່ໄດ້ຮັບຄຳຕອບທີ່ແອວມາໄດ້ມີໃນ ບົດທີ 40. ເພິ່ນໄດ້ເຮັດສິ່ງໃດ ເພື່ອຊອກຫາຄຳຕອບ? ເພິ່ນໄດ້ເຮັດສິ່ງໃດ ເມື່ອເພິ່ນບໍ່ມີຄຳຕອບ? ຕົວຢ່າງຂອງແອວມາສາມາດຊ່ວຍທ່ານໄດ້ແນວໃດ?
ການອະທິຖານເປັນວິທີໜຶ່ງທີ່ເຮົາສາມາດພົບຄຳຕອບຕໍ່ຄຳຖາມເລື່ອງພຣະກິດຕິຄຸນ.
ການຊົດໃຊ້ຂອງພຣະເຢຊູຄຣິດເຮັດໃຫ້ການໄຖ່ເປັນໄປໄດ້.
ໂຄຣິອານທັນໄດ້ເຊື່ອວ່າການລົງໂທດສຳລັບບາບ ບໍ່ຍຸດຕິທຳ (ເບິ່ງ ແອວມາ 42:1). ໃນ ແອວມາ 42, ແອວມາໄດ້ຈັດການກັບຄວາມກັງວົນຂອງເພິ່ນແນວໃດ? ທ່ານອາດຈັດຂໍ້ພຣະຄຳພີໃນບົດນີ້ເປັນສອງກຸ່ມ: “ພຣະເຈົ້າຊົງຍຸດຕິທຳ” ແລະ “ພຣະເຈົ້າຊົງເມດຕາ.” ການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ ເຮັດໃຫ້ທັງຄວາມຍຸດຕິທຳ ແລະ ຄວາມເມດຕາເປັນໄປໄດ້ແນວໃດ? ໃຫ້ຊອກຫາຄວາມຮູ້ແຈ້ງເພີ່ມເຕີມໃນວິດີໂອ “The Mediator” (ຫ້ອງສະໝຸດພຣະກິດຕິຄຸນ).
ເບິ່ງ “ປັນຍາ ແລະ ຄວາມຮັກຍິ່ງໃຫຍ່,” ເພງສວດ ແລະ ເພງຂອງເດັກນ້ອຍ, 20 ນຳອີກ.
ສຳລັບແນວຄິດເພີ່ມເຕີມ, ໃຫ້ເບິ່ງວາລະສານ Liahona ແລະ For the Strength of Youth ສະບັບຂອງເດືອນນີ້.
ແນວຄິດສຳລັບການສິດສອນເດັກນ້ອຍ
ຕົວຢ່າງທີ່ດີຂອງເຮົາສາມາດນຳພາຄົນອື່ນມາຫາພຣະຄຣິດໄດ້.
-
ຄຳແນະນຳຂອງແອວມາແກ່ໂຄຣິອານທັນ ສາມາດຊ່ວຍໃຫ້ລູກໆຂອງທ່ານເຂົ້າໃຈຄວາມສຳຄັນຂອງການເປັນຕົວຢ່າງທີ່ດີໄດ້. ໃຫ້ຄິດທີ່ຈະອ່ານ ແອວມາ 39:1 ນຳກັນ. ຊີບລັນ ອ້າຍຂອງໂຄຣິອານທັນ ເປັນຕົວຢ່າງທີ່ດີແນວໃດ? ລູກໆຂອງທ່ານສາມາດພົບເຫັນຄຳຕອບເພີ່ມເຕີມຕໍ່ຄຳຖາມນີ້ໃນ ແອວມາ 38:2–4.
-
ພວກທ່ານຍັງສາມາດຫລິ້ນເກມ ຊຶ່ງທ່ານ ແລະ ລູກໆຂອງທ່ານປ່ຽນຜຽນກັນເຮັດຕາມ ຫລື ລອກລຽນແບບກັນ. ໃຊ້ເກມນີ້ເພື່ອສະແດງໃຫ້ເຫັນວ່າ ການກະທຳຂອງເຮົາສາມາດຊ່ວຍຄົນອື່ນໃຫ້ເຮັດການເລືອກທີ່ດີໄດ້ແນວໃດ. ຮ້ອງເພງ “ຄວາມເມດຕາເລີ່ມຈາກເຮົາ” (ເພງສວດ ແລະ ເພງຂອງເດັກນ້ອຍ, 69) ນຳກັນ, ແລະ ຊ່ວຍລູກໆຂອງທ່ານຄິດກ່ຽວກັບວິທີທີ່ພວກເຂົາສາມາດເປັນຕົວຢ່າງທີ່ດີໄດ້.
-
ດ້ວຍໄຟສາຍ ຫລື ຮູບຕາເວັນ, ທ່ານສາມາດປຽບທຽບແສງສະຫວ່າງໃສ່ກັບພະລັງຂອງຕົວຢ່າງທີ່ດີ. ທ່ານ ແລະ ລູກໆຂອງທ່ານຍັງສາມາດຊອກຫາຮູບພຣະເຢຊູເຮັດຄວາມດີ ແລະ ເວົ້າກ່ຽວກັບຕົວຢ່າງທີ່ພຣະອົງຕັ້ງໄວ້ເພື່ອພວກເຮົາ. ວິດີໂອ “Shine Your Light So Others May See” ແລະ “Lessons I Learned as a Boy” ສາມາດຊ່ວຍລູກໆຂອງທ່ານສົນທະນາກ່ຽວກັບວ່າ ຕົວຢ່າງຂອງພວກເຂົາສາມາດນຳພາຜູ້ຄົນໃຫ້ມາຫາພຣະຄຣິດໄດ້ແນວໃດ.
ເປັນເພາະພຣະເຢຊູຄຣິດ, ເຮົາຈຶ່ງສາມາດກັບໃຈໄດ້ ເມື່ອເຮົາເຮັດຜິດ.
-
ໂດຍທີ່ບໍ່ເວົ້າເຖິງລາຍລະອຽດກ່ຽວກັບສະພາບຂອງການບາບຂອງລາວ, ໃຫ້ອະທິບາຍວ່າ ໂຄຣິອານທັນໄດ້ຕັດສິນໃຈເລືອກສິ່ງທີ່ຜິດແນວໃດ. ເຮົາສາມາດເວົ້າຫຍັງເພື່ອຊ່ວຍລາວ? ໃຫ້ຄິດທີ່ຈະອ່ານ ແອວມາ 39:9 ໃຫ້ລູກໆຂອງທ່ານຟັງ, ແລະ ຊ່ວຍໃຫ້ພວກເຂົາເຂົ້າໃຈວ່າ ກັບໃຈ ແລະ ປະຖິ້ມ ໝາຍຄວາມວ່າແນວໃດ. ເປັນພະຍານວ່າ ການກັບໃຈສາມາດເປັນໄປໄດ້ຜ່ານທາງພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ.
-
ນີ້ແມ່ນບົດຮຽນທີ່ໃຊ້ສິ່ງຂອງເພື່ອສະແດງໃຫ້ເຫັນເຖິງຄວາມຊື່ນຊົມຂອງການກັບໃຈ: ເອົາບາງຢ່າງທີ່ໜັກໃຫ້ເດັກນ້ອຍຖື ຂະນະທີ່ທ່ານເລົ່າເລື່ອງກ່ຽວກັບບາງຄົນທີ່ເຄີຍເຮັດບາງຢ່າງທີ່ບໍ່ຖືກຕ້ອງ ແລະ ຮູ້ສຶກບໍ່ດີ. ບອກລູກໆຂອງທ່ານວ່າ ສິ່ງນັ້ນເປັນເໝືອນດັ່ງຄວາມຮູ້ສຶກທີ່ບໍ່ດີທີ່ເຮົາອາດຮູ້ສຶກ ເມື່ອເຮົາເຮັດຜິດ. ເອົາສິ່ງທີ່ໜັກນັ້ນອອກຈາກເດັກນ້ອຍ ຂະນະທີ່ທ່ານເປັນພະຍານວ່າ ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດສາມາດເອົາຄວາມຮູ້ສຶກທີ່ໜັກ ແລະ ບໍ່ດີອອກໄປ ແລະ ຊ່ວຍເຮົາໃຫ້ເປັນຄົນທີ່ດີກວ່າເກົ່າຂະນະທີ່ເຮົາກັບໃຈ.
ຫລັງຈາກທີ່ເຮົາຕາຍໄປ, ວິນຍານຂອງເຮົາກໍໄປສູ່ໂລກວິນຍານຈົນກວ່າການຟື້ນຄືນຊີວິດ ແລະ ການພິພາກສາ.
-
ມັນເປັນເລື່ອງທຳມະຊາດທີ່ຈະສົງໄສວ່າ ມີຫຍັງເກີດຂຶ້ນກັບເຮົາຫລັງຈາກທີ່ເຮົາຕາຍ. ທ່ານສາມາດເຮັດຫຍັງໄດ້ແດ່ ເພື່ອຊ່ວຍໃຫ້ລູກໆຂອງທ່ານພົບຄຳຕອບທີ່ດົນໃຈ? ທ່ານສາມາດຂຽນ ຄວາມຕາຍ, ໂລກວິນຍານ (ທີ່ສຸຂະເສີມ ແລະ ຄຸກວິນຍານ), ການຟື້ນຄືນຊີວິດ, ແລະ ການພິພາກສາ ໃສ່ເຈ້ຍແຕ່ລະໃບ. ຊ່ວຍໃຫ້ລູກໆຂອງທ່ານເຂົ້າໃຈວ່າ ຄຳເຫລົ່ານີ້ໝາຍຄວາມວ່າແນວໃດ. ຂະນະທີ່ພວກທ່ານອ່ານ ແອວມາ 40:6–7, 11–14, 21–23 ນຳກັນ, ລູກໆຂອງທ່ານສາມາດວາງຄຳເປັນລຳດັບ ຊຶ່ງປະກົດຂຶ້ນໃນຂໍ້ເຫລົ່ານີ້.
-
ລູກຜູ້ໃຫຍ່ອາດໄດ້ປະໂຫຍດຈາກການຊອກຫາຄຳຕອບຕໍ່ຄຳຖາມໂດຍການຄົ້ນຄວ້າ ແອວມາ 40:6–7, 11–14, 21–23. ໃຫ້ຄິດທີ່ຈະຖາມລູກໆຂອງທ່ານຄຳຖາມທີ່ສາມາດໃຫ້ຄຳຕອບໄດ້ໃນຂໍ້ເຫລົ່ານີ້, ເຊັ່ນ “ຮ່າງກາຍຂອງເຮົາຈະເປັນແນວໃດເມື່ອເຮົາຟື້ນຄືນຊີວິດ?” ເຊື້ອເຊີນພວກເຂົາໃຫ້ຄົ້ນຫາຄຳຕອບໃນຂໍ້ທີ່ເໝາະສົມ.
ຮູບພາບນາງມາຣີ ແລະ ພຣະເຢຊູMary and the Resurrected Lord [ນາງມາຣີ ແລະ ພຣະຜູ້ເປັນເຈົ້າທີ່ຟື້ນຄືນພຣະຊົນ], ໂດຍ ແຮຣີ ແອນເດີສັນ
-
ລູກໆຂອງທ່ານຮູ້ຈັກໃຜບາງຄົນທີ່ໄດ້ຕາຍໄປແລ້ວບໍ່? ບາງເທື່ອທ່ານອາດເວົ້າຫຍໍ້ກ່ຽວກັບຄົນໆນັ້ນ. ເປັນພະຍານວ່າ ມື້ໃດມື້ໜຶ່ງ ລາວ—ແລະ ຄົນອື່ນທຸກໆຄົນ—ຈະຟື້ນຄືນຊີວິດຍ້ອນພຣະເຢຊູຄຣິດ. ຖ້າຈຳເປັນ, ໃຫ້ໃຊ້ໜ້າກິດຈະກຳຂອງອາທິດນີ້ ເພື່ອອະທິບາຍວ່າ ການຟື້ນຄືນຊີວິດນັ້ນ ໝາຍຄວາມວ່າແນວໃດ.
ສຳລັບແນວຄິດເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.
This My Son [ລູກຂອງພໍ່], ໂດຍ ແອວສະແປດ ເຄດລິນ ຢັງ