ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 29 ເດືອນ​ກໍ​ລະ​ກົດ–ວັນ​ທີ 4 ເດືອນ​ສິງ​ຫາ: “ຫວັງ​ເພິ່ງ​ພຣະ​ເຈົ້າ ແລະ ມີ​ຊີ​ວິດ.” ແອວ​ມາ 36–38


“ວັນ​ທີ 29 ເດືອນ​ກໍ​ລະ​ກົດ–ວັນ​ທີ 4 ເດືອນ​ສິງ​ຫາ: ‘ຫວັງ​ເພິ່ງ​ພຣະ​ເຈົ້າ ແລະ ມີ​ຊີ​ວິດ.’ ແອວ​ມາ 36–38,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ວັນ​ທີ 29 ເດືອນ​ກໍ​ລະ​ກົດ–ວັນ​ທີ 4 ເດືອນ​ສິງ​ຫາ. ແອວ​ມາ 36–38,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2023)

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ອະ​ທິ​ຖານ

Woman [ຜູ້​ຍິງ], ໂດຍ ເຈນ ໂທ​ແມນ, ຫ້າມ​ຄັດ​ລອກ

ວັນ​ທີ 29 ເດືອນ​ກໍ​ລະ​ກົດ–ວັນ​ທີ 4 ເດືອນ​ສິງ​ຫາ: “ຫວັງ​ເພິ່ງ​ພຣະ​ເຈົ້າ ແລະ ມີ​ຊີ​ວິດ”

ແອວ​ມາ 36–38

ເມື່ອ​ແອວ​ມາ​ໄດ້​ເຫັນ​ຄວາມ​ຊົ່ວ​ຮ້າຍ​ຢູ່​ອ້ອມ​ຮອບ​ເພິ່ນ, ເພິ່ນ​ໄດ້​ຮູ້​ສຶກ “ເສົ້າ​ສະ​ຫລົດ​ໃຈ,” “ທຸກ​ຍາກ​ລຳ​ບາກ,” ແລະ “ເຈັບ​ປວດ​ໃນ​ຈິດ​ວິນ​ຍານ” ຫລາຍ (ແອວ​ມາ 8:14). “ຄວາມ​ຊົ່ວ​ຮ້າຍ … ໃນ​ບັນ​ດາ​ຜູ້​ຄົນ​ພວກ​ນີ້,” ເພິ່ນ​ໄດ້​ກ່າວ​ເຖິງ​ຊາວ​ໂຊ​ຣຳ, “ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ຂ້າ​ນ້ອຍ​ເຈັບ​ປວດ” (ແອວ​ມາ 31:30). ເພິ່ນ​ຮູ້​ສຶກ​ເຖິງ​ບາງ​ສິ່ງ​ທີ່​ຄ້າຍ​ຄື​ກັນ​ຫລັງ​ຈາກ​ໄດ້​ກັບ​ຈາກ​ການ​ເຜີຍ​ແຜ່​ຂອງ​ເພິ່ນ​ຕໍ່​ຊາວ​ໂຊ​ຣຳ—ເພິ່ນ​ໄດ້​ສັງ​ເກດ​ເຫັນ​ວ່າ​ໃຈ​ຂອງ​ຊາວ​ນີ​ໄຟ​ຫລາຍ​ຄົນ “ເລີ່ມ​ດື້​ດ້ານ​ຂຶ້ນ, ແລະ ພວກ​ເຂົາ​ບໍ່​ພໍ​ໃຈ​ຍ້ອນ​ວ່າ​ຄວາມ​ເຄັ່ງ​ຄັດ​ຂອງ​ພຣະ​ຄຳ,” ແລະ ສິ່ງ​ນີ້​ເຮັດ​ໃຫ້​ໃຈ​ຂອງ​ເພິ່ນ “ເສົ້າ​ໂສກ​ຢ່າງ​ຍິ່ງ” (ແອວ​ມາ 35:15). ແອວ​ມາ​ໄດ້​ເຮັດ​ສິ່ງ​ໃດ​ກ່ຽວ​ກັບ​ສິ່ງ​ທີ່​ເພິ່ນ​ໄດ້​ເຫັນ ແລະ ຮູ້​ສຶກ? ເພິ່ນ​ບໍ່​ໄດ້​ພຽງ​ແຕ່​ທໍ້​ຖອຍ​ໃຈ ແລະ ເຍາະ​ເຍີ້ຍ​ສະ​ພາບ​ຂອງ​ໂລກ​ເທົ່າ​ນັ້ນ. ກົງ​ກັນ​ຂ້າມ, “ເພິ່ນ​ໃຫ້​ພວກ​ລູກ​ຊາຍ​ຂອງ​ເພິ່ນ​ມາ​ຫາ​ເພິ່ນ” ແລະ ໄດ້​ສິດ​ສອນ​ພວກ​ເຂົາ “ກ່ຽວ​ກັບ​ຄວາມ​ຊອບ​ທຳ” (ແອວ​ມາ 35:16). ເພິ່ນ​ໄດ້​ສິດ​ສອນ​ພວກ​ເຂົາ​ວ່າ “ບໍ່​ມີ​ທາງ​ອື່ນ ຫລື ວິ​ທີ​ອື່ນ​ໃດ​ທີ່​ມະ​ນຸດ​ຈະ​ລອດ​ໄດ້, ມີ​ແຕ່​ໃນ ແລະ ໂດຍ​ທາງ​ພຣະ​ຄຣິດ​ເທົ່າ​ນັ້ນ. … ຈົ່ງ​ເບິ່ງ, ພຣະ​ອົງ​ເປັນ​ພຣະ​ຄຳ​ແຫ່ງ​ຄວາມ​ຈິງ ແລະ ຄວາມ​ຊອບ​ທຳ” (ແອວ​ມາ 38:9).

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ແອວ​ມາ 36; 38:5–6

ເຮົາ​ສາ​ມາດ​ເກີດ​ຈາກ​ພຣະ​ເຈົ້າ.

ມີ​ໜ້ອຍ​ຄົນ​ໃນ​ພວກ​ເຮົາ​ທີ່​ຈະ​ມີ​ປະ​ສົບ​ການ​ທີ່​ໜ້າ​ຕື່ນ​ເຕັ້ນ​ຄື​ກັນ​ກັບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ແອວ​ມາ. ແຕ່​ທຸກ​ຄົນ​ຕ້ອງ “ເກີດ​ຈາກ​ພຣະ​ເຈົ້າ,” ເຖິງ​ແມ່ນ​ວ່າ ຕາມ​ປົກ​ກະ​ຕິ​ແລ້ວ ມັນ​ຈະ​ເກີດ​ຂຶ້ນ​ເທື່ອ​ລະ​ເລັກ​ລະ​ນ້ອຍ (ແອວ​ມາ 36:2338:6). ຂະ​ນະ​ທີ່​ທ່ານ​ອ່ານ ແອວ​ມາ 36, ໃຫ້​ຄິດ​ກ່ຽວ​ກັບ​ວ່າ ການ​ເກີດ​ໃໝ່​ຈາກ​ພຣະ​ເຈົ້າ​ໝາຍ​ຄວາມ​ວ່າ​ແນວ​ໃດ. ຍົກ​ຕົວ​ຢ່າງ​ເຊັ່ນ, ໃນ​ຂັ້ນ​ຕອນ​ຂອງ​ການ​ເກີດ​ຈາກ​ພຣະ​ເຈົ້າ, ເຮົາ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ບາບ? ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ? ການ​ເກີດ​ຈາກ​ພຣະ​ເຈົ້າ​ມີ​ຜົນ​ກະ​ທົບ​ຕໍ່​ສິ່ງ​ທີ່​ທ່ານ​ເຮັດ ໃນ​ການ​ຕອບ​ຮັບ​ຕໍ່​ຄວາມ​ຜິດ​ພາດ​ຂອງ​ທ່ານ​ເອງ​ແນວ​ໃດ? ມີ​ການ​ປ່ຽນ​ແປງ​ອື່ນ​ອີກ​ຢ່າງ​ໃດ​ແດ່​ເກີດ​ຂຶ້ນ​ກັບ​ຄວາມ​ເຊື່ອ ແລະ ການ​ກະ​ທຳ​ຂອງ​ທ່ານ? ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ທ່ານ​ກຳ​ລັງ​ປະ​ສົບ​ກັບ​ການ​ປ່ຽນ​ແປງ​ເຫລົ່າ​ນີ້​ແນວ​ໃດ.

ເບິ່ງ ໂມ​ໄຊ​ຢາ 5:7; 27:25–26; ແອວ​ມາ 5:14; 22:15; ຮີ​ລາ​ມັນ 3:35; “Alma the Younger Is Converted unto the Lord” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ແອວ​ມາ 36:12–24; 38:8–9

ພຣະ​ເຢ​ຊູ​ຄຣິດ​ປັບ​ປ່ຽນ​ຄວາມ​ໂສກ​ເສົ້າ​ດ້ວຍ​ຄວາມ​ຊື່ນ​ຊົມ.

ບາງ​ເທື່ອ​ຜູ້​ຄົນ​ບໍ່​ກ້າ​ກັບ​ໃຈ​ເພາະ​ເຂົາ​ເຈົ້າ​ເຫັນ​ວ່າ ການ​ກັບ​ໃຈ​ເປັນ​ການ​ລົງ​ໂທດ​ຢ່າງ​ເຈັບ​ປວດ​ສຳ​ລັບ​ບາບ. ທ່ານ​ຄິດ​ວ່າ​ແອວ​ມາ​ຈະ​ເວົ້າ​ຫຍັງ​ແດ່​ກ່ຽວ​ກັບ​ສິ່ງ​ນັ້ນ? ເພື່ອ​ຈະ​ພົບ​ເຫັນ, ທ່ານ​ສາ​ມາດ​ປຽບ​ທຽບ​ຊີ​ວິດ​ຂອງ​ແອວ​ມາ​ວ່າ​ເປັນ​ແນວ​ໃດ​ກ່ອນ​ເພິ່ນ​ໄດ້​ກັບ​ໃຈ (ເບິ່ງ ແອວ​ມາ 36:6–17) ກັບ​ຄຳ​ບັນ​ຍາຍ​ເຖິງ​ຕົວ​ເພິ່ນ​ເອງ ຫລັງ​ຈາກ​ເພິ່ນ​ໄດ້​ກັບ​ໃຈ (ເບິ່ງ ຂໍ້​ທີ 18–27). ອີງ​ຕາມ ແອວ​ມາ 36:17–18, ແອວ​ມາ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ນີ້​ແນວ​ໃດ?

ເບິ່ງ Matthew S. Holland, “The Exquisite Gift of the Son,” Liahona, Nov. 2020, 45–47 ນຳ​ອີກ.

ແອວ​ມາ 37

ພຣະ​ຄຳ​ພີ​ໄດ້​ຖືກ​ຮັກ​ສາ​ໄວ້ “ເພື່ອ​ຈຸດ​ປະ​ສົງ​ອັນ​ສະ​ຫລາດ.”

ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ມະ​ຫັດ​ສະ​ຈັນ ແລະ ພອນ​ທີ່​ເຮົາ​ມີ​ພຣະ​ຄຳ​ພີ​ໃນ​ທຸກ​ວັນ​ນີ້! ຂະ​ນະ​ທີ່​ທ່ານ​ອ່ານ ແອວ​ມາ 37, ໃຫ້​ຊອກ​ຫາ​ພອນ​ທີ່​ມາ​ຈາກ​ການ​ມີ​ພຣະ​ຄຳ​ພີ (ເບິ່ງ, ຍົກ​ຕົວ​ຢ່າງ, ຂໍ້​ທີ 7–10, 18–19, 44–45).

ໃນ ແອວ​ມາ 37:38–47, ແອວ​ມາ​ໄດ້​ປຽບ​ທຽບ “ພຣະ​ຄຳ​ຂອງ​ພຣະ​ຄຣິດ” ໃສ່​ກັບ ເລຍ​ໂຮ​ນາ. ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ກ່ຽວ​ກັບ​ການ​ປຽບ​ທຽບ​ນີ້, ໃຫ້​ສະ​ທ້ອນ​ຄິດ​ເຖິງ​ຕອນ​ທີ່​ທ່ານ​ໄດ້​ປະ​ສົບ​ກັບ​ສິ່ງ​ມະ​ຫັດ​ສະ​ຈັນ ແລະ ພະ​ລັງ​ຂອງ​ຄຳ​ສອນ​ຂອງ​ພຣະ​ຄຣິດ “ມື້​ແລ້ວ​ມື້​ເລົ່າ” (ແອວ​ມາ 37:40).

ເບິ່ງ D. Todd Christofferson, “The Blessing of Scripture,” Liahona, May 2010, 32–35; “ຈາ​ລຶກ​ທອງ​ຄຳ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 71; “Alma Testifies to His Son Helaman” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ

ພຣະ​ຄຳ​ພີ​ສິດ​ສອນ​ເຮົາ​ເຖິງ​ວິ​ທີ​ທີ່​ຈະ​ຕິດ​ຕາມ​ພຣະ​ເຈົ້າ

ແອວ​ມາ 37:1–14

ຮູບ​ພາບ
seminary icon
“ໂດຍ​ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ​ຈະ​ນຳ​ເລື່ອງ​ໃຫຍ່​ມາ.”

ບາງ​ເທື່ອ​ເຮົາ​ອາດ​ຮູ້​ສຶກ​ຄື​ກັບ​ວ່າ ບັນ​ຫາ​ຂອງ​ເຮົາ​ໃຫຍ່​ໂຕ ແລະ ສັບ​ສົນ​ຫລາຍ ຈົນ​ວ່າ​ການ​ແກ້​ໄຂ​ຈະ​ຕ້ອງ​ໃຫຍ່​ໂຕ ແລະ ສັບ​ສົນ​ຄື​ກັນ. ແຕ່​ນັ້ນ​ບໍ່​ແມ່ນ​ວິ​ທີ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ເໝີ​ໄປ. ຂະ​ນະ​ທີ່​ທ່ານ​ອ່ານ ແອວ​ມາ 37:1–14, ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ວ່າ​ພຣະ​ອົງ​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ​ແນວ​ໃດ. ແລ້ວ​ທ່ານ​ສາ​ມາດ​ໄຕ່​ຕອງ ແລະ ບັນ​ທຶກ​ວິ​ທີ​ທີ່​ທ່ານ​ເຫັນ​ຫລັກ​ທຳ​ຂໍ້​ນີ້​ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ.

ຖ້າ​ຫາກ​ທ່ານ​ຈະ​ສິດ​ສອນ​ຫລັກ​ທຳ​ຂໍ້​ນີ້​ໃຫ້​ຄົນ​ໃດ​ຄົນ​ໜຶ່ງ, ທ່ານ​ຈະ​ໃຊ້​ຕົວ​ຢ່າງ​ຈາກ​ທຳ​ມະ​ຊາດ ຫລື ຊີ​ວິດ​ປະ​ຈຳ​ວັນ​ໃດ​ແດ່​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຫລັກ​ທຳ​ນັ້ນ? ທ່ານ​ສາ​ມາດ​ພົບ​ເຫັນ​ບາງ​ສິ່ງ​ຢູ່​ໃນ​ຂ່າວ​ສານ​ຂອງ ປະ​ທານ​ດາ​ລິນ ເອັຈ ໂອກສ໌ “Small and Simple Things,” (Liahona, May 2018, 89–92).

ແມ່ນ​ຫຍັງ​ຄື​ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ​ທີ່​ນຳ​ທ່ານ​ມາ​ຢູ່​ໃກ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ?

ສ່ວນ​ຫລາຍ​ແລ້ວ, ການ​ເລືອກ “ເລັກ​ນ້ອຍ ແລະ ງ່າຍໆ” ຂອງ​ເຮົາ​ສ້າງ​ຄວາມ​ແຕກ​ຕ່າງ​ທີ່​ຍິ່ງ​ໃຫຍ່​ໃນ​ຊີ​ວິດ​ຂອງ​ເຮົາ. ໃຫ້​ຄິດ​ທີ່​ຈະ​ເລືອກ​ຫົວ​ຂໍ້​ໜຶ່ງ​ຈາກ​ປຶ້ມ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຄູ່​ມື​ສຳ​ລັບ​ການ​ເລືອກ ແລະ ຖາມ​ຕົວ​ເອງ​ຄຳ​ຖາມ​ທີ່​ຄ້າຍ​ກັບ​ດັ່ງ​ຕໍ່​ໄປ​ນີ້: ການ​ເລືອກ​ຂອງ​ເຮົາ​ກ່ຽວ​ກັບ​ເລື່ອງ​ນີ້​ມີ​ຜົນ​ກະ​ທົບ​ຕໍ່​ຕົວ​ເຮົາ ແລະ ຜູ້​ຄົນ​ທີ່​ຢູ່​ອ້ອມ​ຮອບ​ເຮົາ​ແນວ​ໃດ? ມີ​ການ​ປ່ຽນ​ແປງ​ເລັກ​ນ້ອຍ ແລະ ງ່າຍໆ​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້ ທີ່​ຈະ​ນຳ​ໄປ​ສູ່​ຄວາມ​ສະ​ຫງົບ ແລະ ຄວາມ​ສຸກ​ຫລາຍ​ຂຶ້ນ?

ເບິ່ງ Michael A. Dunn, “One Percent Better,” Liahona, Nov. 2021, 106–8; Gospel Topics “Agency,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ໃຊ້​ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ. ຄ້າຍ​ຄື​ກັນ​ກັບ​ສິ່ງ​ອື່ນໆ​ຫລາຍ​ສິ່ງ​ໃນ​ຊີ​ວິດ, ການ​ສິດ​ສອນ ແລະ ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ສາ​ມາດ​ເຮັດ​ຂຶ້ນ​ມາ​ໄດ້​ຜ່ານ​ວິ​ທີ​ທາງ​ເລັກ​ນ້ອຍ ແລະ ງ່າຍໆ​ໄດ້. ຍົກ​ຕົວ​ຢ່າງ, ເຮົາ​ສາ​ມາດ​ໃຊ້​ເກືອ ຫລື ເຊື້ອ​ແປ້ງ​ໜ້ອຍ​ໜຶ່ງ ເພື່ອ​ສິດ​ສອນ​ເຖິງ​ພະ​ລັງ​ຂອງ​ສິ່ງ​ເລັກ​ນ້ອຍ ແລະ ງ່າຍໆ​ໄດ້​ແນວ​ໃດ? (ເບິ່ງ ມັດ​ທາຍ 5:13; 13:33).

ແອວ​ມາ 37:35–37

“ຈົ່ງ​ປຶກ​ສາ​ນຳ​ພຣະ​ຜູ້​ເປັນ​ເຈົ້າ.”

ໃນ ແອວ​ມາ 37:35–37, ໃຫ້​ຊອກ​ຫາ​ຄຳ​ເຊື້ອ​ເຊີນ​ຂອງ​ແອວ​ມາ​ຕໍ່​ຮີ​ລາ​ມັນ ລູກ​ຊາຍ​ຂອງ​ເພິ່ນ. ມີ​ຄຳ​ເຊື້ອ​ເຊີນ​ໃດ​ແດ່​ທີ່​ທ່ານ​ຮູ້​ສຶກ​ຖືກ​ກະ​ຕຸ້ນ​ໃຫ້​ກະ​ທຳ​ຕາມ? ຍົກ​ຕົວ​ຢ່າງ, ທ່ານ​ອາດ​ໄຕ່​ຕອງ​ຄວາມ​ໝາຍ​ຂອງ​ຖ້ອຍ​ຄຳ​ທີ່​ວ່າ “ຈົ່ງ​ປຶກ​ສາ​ນຳ​ພຣະ​ຜູ້​ເປັນ​ເຈົ້າ” (ຂໍ້​ທີ 37). ທ່ານ​ໄດ້​ພະ​ຍາ​ຍາມ​ເຮັດ​ສິ່ງ​ນີ້​ໃນ​ວິ​ທີ​ໃດ​ແດ່? ພຣະ​ອົງ​ໄດ້​ຊີ້​ນຳ​ທ່ານ ເພື່ອ​ຄວາມ​ດີ​ແນວ​ໃດ?

ແອວ​ມາ 38

ການ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ເຖິງ​ພຣະ​ເຢ​ຊູ​ຄຣິດ ສາ​ມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄົນ​ທີ່​ເຮົາ​ຮັກ.

ຖ້ອຍ​ຄຳ​ຂອງ​ແອວ​ມາ​ເຖິງ​ຊິບ​ລັນ ລູກ​ຊາຍ​ຂອງ​ເພິ່ນ ໃຫ້​ຕົວ​ຢ່າງ​ໜຶ່ງ​ທີ່​ດີ​ເຖິງ​ວິ​ທີ​ທີ່​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ ແລະ ໃຫ້​ກຳ​ລັງ​ໃຈ​ແກ່​ຜູ້​ຄົນ​ທີ່​ເຮົາ​ຮັກ ໃນ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ. ການ​ສຶກ​ສາ ແອວ​ມາ 38 ອາດ​ໃຫ້​ແນວ​ຄິດ​ບາງ​ຢ່າງ​ແກ່​ທ່ານ ເພື່ອ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ແລະ ໝູ່​ເພື່ອນ​ພົບ​ເຫັນ​ພະ​ລັງ​ໃນ​ພຣະ​ເຢ​ຊູ​ຄຣິດ. ໃຫ້​ຂຽນ​ສິ່ງ​ທີ່​ທ່ານ​ພົບ​ເຫັນ​ລົງ​ໄວ້.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ແອວ​ມາ 36:6–24

ການ​ກັບ​ໃຈ​ນຳ​ຄວາມ​ຊື່ນ​ຊົມ​ໃນ​ພຣະ​ເຢ​ຊູ​ຄຣິດ​ມາ​ໃຫ້.

  • ເພື່ອ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ​ວ່າ ການ​ກັບ​ໃຈ​ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້, ທ່ານ​ສາ​ມາດ​ເອົາ​ເຈ້ຍ​ໃບ​ໜຶ່ງ​ທີ່​ມີ​ຮູບ​ໃບ​ໜ້າ​ທີ່​ມີ​ຄວາມ​ສຸກ​ຢູ່​ຂ້າງ​ໜຶ່ງ ແລະ ໜ້າ​ເສົ້າ​ຢູ່​ອີກ​ຂ້າງ​ໜຶ່ງ​ໃຫ້​ພວກ​ເຂົາ. ຂໍ​ໃຫ້​ພວກ​ເຂົາ​ຟັງ​ໃນ​ຂະ​ນະ​ທີ່​ທ່ານ​ອ່ານ ຫລື ສະ​ຫລຸບ ແອວ​ມາ 36:13, 17–20 ແລະ ຍົກ​ຮູບ​ໃບ​ໜ້າ​ໃດ​ໜຶ່ງ​ຂຶ້ນ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ ແອວ​ມາ​ໄດ້​ຮູ້​ສຶກ​ແນວ​ໃດ. ລູກ​ຜູ້​ໃຫຍ່​ສາ​ມາດ​ຂຽນ​ຖ້ອຍ​ຄຳ ຫລື ວະ​ລີ​ທີ່​ບັນ​ຍາຍ​ວ່າ​ເພິ່ນ​ໄດ້​ຮູ້​ສຶກ​ແນວ​ໃດ. ແມ່ນ​ຫຍັງ​ໄດ້​ເຮັດ​ໃຫ້​ແອວ​ມາ​ເສົ້າ​ໃຈ, ແລະ ແມ່ນ​ຫຍັງ​ໄດ້​ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້​ເພິ່ນ? ແລ້ວ​ທ່ານ​ສາ​ມາດ​ບອກ​ພວກ​ເຂົາ​ກ່ຽວ​ກັບ​ຄວາມ​ຊື່ນ​ຊົມ​ທີ່​ທ່ານ​ຮູ້​ສຶກ​ເມື່ອ​ທ່ານ​ກັບ​ໃຈ.

ແອວ​ມາ 37:6–7

“ໂດຍ​ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ​ຈະ​ນຳ​ເລື່ອງ​ໃຫຍ່​ມາ.”

  • ລູກໆ​ຂອງ​ທ່ານ​ອາດ​ມັກ​ຊອກ​ຫາ​ສິ່ງ​ຂອງ​ເລັກໆ​ນ້ອຍໆ​ທີ່​ເຮັດ​ໃຫ້​ສິ່ງ​ຍິ່ງ​ໃຫຍ່​ເກີດ​ຂຶ້ນ. ສິ່ງ​ຂອງ​ດັ່ງ​ເຊັ່ນ ຖ່ານ​ໄຟ, ກະ​ແຈ​ລົດ, ຫລື ແມ່ນ​ແຕ່​ຂອງ​ຫລິ້ນ​ທີ່​ປອບ​ໂຍນ​ພວກ​ເຂົາ​ກໍ​ອາດ​ເປັນ​ຕົວ​ຢ່າງ​ໄດ້. ແລ້ວ​ທ່ານ​ສາ​ມາດ​ອ່ານ ແອວ​ມາ 37:6–7 ນຳ​ກັນ ແລະ ຄິດ​ເຖິງ​ສິ່ງ​ເລັກ​ນ້ອຍ ຫລື ງ່າຍໆ​ບາງ​ສິ່ງ​ທີ່​ພຣະ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ເຮັດ. ຈະ​ມີ​ສິ່ງ​ທີ່​ຍິ່ງ​ໃຫຍ່​ໃດ​ແດ່​ສາ​ມາດ​ເກີດ​ຂຶ້ນ​ເມື່ອ​ເຮົາ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ເລັກ​ນ້ອຍ ຫລື ງ່າຍໆ​ເຫລົ່າ​ນີ້?

  • ລູກໆ​ຂອງ​ທ່ານ​ສາ​ມາດ​ລອງ​ເຮັດ​ບາງ​ສິ່ງ​ດັ່ງ​ເຊັ່ນ: ເລີ່ມ​ຢອດ​ນ້ຳ​ໃສ່​ຈອກ, ເທື່ອ​ລະ​ຢອດ. ຕົວ​ຢ່າງ​ນີ້​ກ່ຽວ​ພັນ​ກັບ ແອວ​ມາ 37:6–7 ແນວ​ໃດ? ແລ້ວ​ທ່ານ​ສາ​ມາດ​ເວົ້າ​ລົມ​ກ່ຽວ​ກັບ​ວ່າ “ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ” ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ດັ່ງ​ເຊັ່ນ​ການ​ອ່ານ​ພຣະ​ຄຳ​ພີ​ທຸກໆ​ມື້, ກໍ​ຄ້າຍ​ຄື​ກັນ​ກັບ​ຢອດ​ນ້ຳ​ໃສ່​ຈອກ​ແນວ​ໃດ.

  • ຊ່ວຍ​ລູກ​ຂອງ​ທ່ານ​ໃຫ້​ຄິດ​ເຖິງ​ວິ​ທີ​ທີ່​ພວກ​ເຂົາ​ຈະ​ນຳ​ສິ່ງ​ທີ່​ຍິ່ງ​ໃຫຍ່​ມາ​ໃຫ້ ຢູ່​ທີ່​ບ້ານ, ທີ່​ໂຮງ​ຮຽນ, ຫລື ທີ່​ໂບດ. ເພງ “ກ້າ​ເຮັດ​ສິ່ງ​ຖືກ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70) ກໍ​ສະ​ແດງ​ໃຫ້​ເຫັນ​ຫລັກ​ທຳ​ຂໍ້​ນີ້​ນຳ​ອີກ.

ແອວ​ມາ 37:38–47

ພຣະ​ຄຳ​ພີ​ສາ​ມາດ​ຊ່ວຍ​ເຮົາ​ທຸກໆ​ມື້.

  • ທ່ານ​ອາດ​ຈະ​ຊ່ວຍ​ລູກໆ​ຂອງ​ທ່ານ​ພັດ​ທະ​ນາ​ຄວາມ​ຮັກ​ທີ່​ມີ​ສຳ​ລັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໄດ້​ແນວ​ໃດ, ດັ່ງ​ທີ່​ແອວ​ມາ​ໄດ້​ເຮັດ​ໃຫ້​ຮີ​ລາ​ມັນ? ໃຫ້​ຄິດ​ທີ່​ຈະ​ສະ​ແດງ​ຮູບ​ເລຍ​ໂຮ​ນາ​ໃຫ້​ພວກ​ເຂົາ​ເບິ່ງ (ດັ່ງ​ເຊັ່ນ ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ, ເລກ​ທີ 68) ຫລື ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ແຕ້ມ​ຮູບ​ນັ້ນ​ໃນ​ຂະ​ນະ​ທີ່​ພວກ​ເຂົາ​ແບ່ງ​ປັນ​ສິ່ງ​ທີ່​ພວກ​ເຂົາ​ຮູ້​ກ່ຽວ​ກັບ​ມັນ (ເບິ່ງ ແອວ​ມາ 37:38–47; 1 ນີ​ໄຟ 16:10, 28–29). ພຣະ​ຄຳ​ພີ​ເປັນ​ເໝືືອນ​ດັ່ງ​ເລຍ​ໂຮ​ນາ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ທູດ​ກຳ​ລັງ​ປະ​ກົດ​ຕົວ​ຕໍ່​ແອວ​ມາ ແລະ ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ

Angel Appears to Alma and the Sons of Mosiah [ທູດ​ປະ​ກົດ​ຕົວ​ຕໍ່​ແອວ​ມາ ແລະ ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ], ໂດຍ ຄະ​ລາກ ແຄວ​ລີ ພຣາຍສ໌

ພິມ