ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 16–22 ເດືອນ​ກັນ​ຍາ: “ຈົ່ງ​ເງີຍ​ໜ້າ ແລະ ເບີກ​ບານ​ເຖີດ.” 3 ນີ​ໄຟ 1–7


“ວັນ​ທີ 16–22 ເດືອນ​ກັນ​ຍາ: ‘ຈົ່ງ​ເງີຍ​ໜ້າ ແລະ ເບີກ​ບານ​ເຖີດ.’ 3 ນີ​ໄຟ 1–7,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ວັນ​ທີ 16–22 ເດືອນ​ກັນ​ຍາ. 3 ນີ​ໄຟ 1–7,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2023)

ຮູບ​ພາບ
ຊາວ​ນີ​ໄຟ​ເຫັນ​ມື້​ທີ່​ບໍ່​ມີ​ກາງ​ຄືນ

One Day, One Night, and One Day [ມື້​ໜຶ່ງ, ຄືນ​ໜຶ່ງ, ແລະ ອີກ​ມື້​ໜຶ່ງ], ໂດຍ ໂຮ​ເຮ ໂກ​ໂກ

ວັນ​ທີ 16–22 ເດືອນ​ກັນ​ຍາ: “ຈົ່ງ​ເງີຍ​ໜ້າ ແລະ ເບີກ​ບານ​ເຖີດ”

3 ນີ​ໄຟ 1–7

ໃນ​ບາງ​ວິ​ທີ, ມັນ​ເປັນ​ເວ​ລາ​ທີ່​ໜ້າ​ຕື່ນ​ເຕັ້ນ ທີ່​ໄດ້​ເປັນ​ຜູ້​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ. ການ​ທຳ​ນາຍ​ໄດ້​ເກີດ​ເປັນ​ຈິງ—ເຄື່ອງ​ໝາຍ ແລະ ສິ່ງ​ມະ​ຫັດ​ສະ​ຈັນ​ທີ່​ຍິ່ງ​ໃຫຍ່​ໃນ​ບັນ​ດາ​ຜູ້​ຄົນ ໄດ້​ເປັນ​ສິ່ງ​ຊີ້​ບອກ​ວ່າ ບໍ່​ດົນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ມາ​ກຳ​ເນີດ. ກົງ​ກັນ​ຂ້າມ, ມັນ​ກໍ​ເປັນ​ເວ​ລາ​ທີ່​ກັງ​ວົນ​ໃຈ​ສຳ​ລັບ​ຜູ້​ທີ່​ເຊື່ອ ເພາະ, ເຖິງ​ແມ່ນ​ສິ່ງ​ມະ​ຫັດ​ສະ​ຈັນ​ທັງ​ໝົດ​ນັ້ນ, ຜູ້​ທີ່​ບໍ່​ເຊື່ອ​ກໍ​ຍັງ​ໝັ້ນ​ໃຈ​ວ່າ “ເວ​ລາ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ” ສຳ​ລັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຈະ​ມາ​ກຳ​ເນີດ (3 ນີ​ໄຟ 1:5). ຜູ້​ຄົນ​ເຫລົ່າ​ນີ້​ໄດ້​ກໍ່​ໃຫ້​ເກີດ​ມີ​ການ “ຮ້ອງ​ປ່າວ​ໄປ​ຕະ​ຫລອດ​ທົ່ວ​ແຜ່ນ​ດິນ” (3 ນີ​ໄຟ 1:7) ແລະ ກໍ​ຍັງ​ໄດ້​ຕັ້ງ​ວັນ​ທີ່​ຈະ​ຂ້າ​ຜູ້​ທີ່​ເຊື່ອ​ທັງ​ໝົດ ຖ້າ​ຫາກ​ເຄື່ອງ​ໝາຍ​ທີ່​ໄດ້​ທຳ​ນາຍ​ໄວ້​ໂດຍ​ຊາ​ມູ​ເອນ​ຄົນ​ເລ​ມັນ—ຄືນ​ທີ່​ບໍ່​ມີ​ຄວາມ​ມືດ—ບໍ່​ປະ​ກົດ​ຂຶ້ນ.

ໃນ​ສະ​ຖາ​ນະ​ການ​ທີ່​ຍາກ​ລຳ​ບາກ​ເຫລົ່າ​ນີ້, ສາດ​ສະ​ດາ​ນີ​ໄຟ​ໄດ້ “ຮ້ອງ​ທູນ​ຕໍ່​ພຣະ​ເຈົ້າ​ຂອງ​ເພິ່ນ​ຢ່າງ​ສຸດ​ກຳ​ລັງ​ເພື່ອ​ຜູ້​ຄົນ​ຂອງ​ເພິ່ນ” (3 ນີ​ໄຟ 1:11). ຄຳ​ຕອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ການ​ດົນ​ໃຈ​ຕໍ່​ທຸກ​ຄົນ​ທີ່​ປະ​ເຊີນ​ກັບ​ການ​ຂົ່ມ​ເຫັງ ຫລື ຄວາມ​ສົງ​ໄສ ແລະ ຕ້ອງ​ການ​ທີ່​ຈະ​ຮູ້​ຈັກ​ວ່າ ແສງ​ສະ​ຫວ່າງ​ຈະ​ເອົາ​ຊະ​ນະ​ຄວາມ​ມືດ​ຫລື​ບໍ່: “ຈົ່ງ​ເງີຍ​ໜ້າ ແລະ ເບີກ​ບານ​ເຖີດ; … ເຮົາ​ຈະ​ເຮັດ​ໃຫ້​ທຸກ​ສິ່ງ​ຢ່າງ​ຊຶ່ງ​ເຮົາ​ໄດ້​ເວົ້າ​ໄວ້​ໂດຍ​ປາກ​ຂອງ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ຂອງ​ເຮົາ​ສຳ​ເລັດ” (3 ນີ​ໄຟ 1:13).

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

3 ນີ​ໄຟ 1–7

ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ນັ້ນ ຮຽກ​ຮ້ອງ​ໃຫ້​ມີ​ຄວາມ​ອົດ​ທົນ ແລະ ຄວາມ​ພະ​ຍາ​ຍາມ.

3 ນີ​ໄຟ 1–7 ບັນ​ຍາຍ​ຜູ້​ຄົນ​ທີ່​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ຄົນ​ອື່ນ​ທີ່​ບໍ່​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ. ແມ່ນ​ຫຍັງ​ຄື​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ກຸ່ມ​ເຫລົ່າ​ນີ້? ຕາ​ຕະ​ລາງ​ທີ່​ຄື​ກັນ​ກັບ​ດັ່ງ​ຕໍ່​ໄປ​ນີ້ ອາດ​ຊ່ວຍ​ທ່ານ​ໃຫ້​ຈັດ​ລະ​ບຽບ​ຄວາມ​ຄິດ​ຂອງ​ທ່ານ​ໄດ້:

ສິ່ງ​ທີ່​ເຮັດ​ໃຫ້​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ອ່ອນ​ແອ​ລົງ

ສິ່ງ​ທີ່​ເຮັດ​ໃຫ້​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ເຂັ້ມ​ແຂງ​ຂຶ້ນ

3 ນີ​ໄຟ 1:5–11

ການ​ບໍ່​ເຊື່ອ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ ແລະ ເຍາະ​ເຍີ້ຍ​ຄົນ​ຊອບ​ທຳ

ການ​ມີ​ສັດ​ທາ​ໃນ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ ແລະ ອະ​ທິ​ຖານ​ຂໍ​ຄວາມ​ຊ່ວຍ​ເຫລືອ

3 ນີ​ໄຟ 1:29–30

3 ນີ​ໄຟ 2:1–3

3 ນີ​ໄຟ 3:12–16

3 ນີ​ໄຟ 4:8–10, 30–33

3 ນີ​ໄຟ 6:13–18

3 ນີ​ໄຟ 7:15–22

ຖາມ​ຄຳ​ຖາມ​ສ່ວນ​ຕົວ​ຂະ​ນະ​ທີ່​ທ່ານ​ສຶກ​ສາ. ຍົກ​ຕົວ​ຢ່າງ, ຂະ​ນະ​ທີ່​ຕື່ມ​ໃສ່​ຕາ​ຕະ​ລາງ​ນີ້, ທ່ານ​ສາ​ມາດ​ຖາມ​ຄຳ​ຖາມ​ເຊັ່ນ “ບົດ​ຮຽນ​ສຳ​ລັບ​ເຮົາ​ໃນ​ທີ່​ນີ້​ແມ່ນ​ຫຍັງ?” ສິ່ງ​ນີ້​ຈະ​ນຳ​ການ​ດົນ​ໃຈ​ມາ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

3 ນີ​ໄຟ 1:1–23

ຮູບ​ພາບ
seminary icon
ຍ້ອນ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈຶ່ງ​ສາ​ມາດ “ເບີກ​ບານ” ໄດ້.

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ທ່ານ​ຮູ້​ວ່າ ຊີ​ວິດ​ຂອງ​ທ່ານ​ຈະ​ລວມ​ທັງ​ຊ່ວງ​ເວ​ລາ​ທີ່​ຍາກ​ລຳ​ບາກ, ແມ່ນ​ແຕ່​ເປັນ​ຕາ​ຢ້ານ. ແຕ່​ພຣະ​ອົງ​ຍັງ​ຢາກ​ໃຫ້​ທ່ານ​ປະ​ສົບ​ກັບ​ຄວາມ​ຊື່ນ​ຊົມ​ນຳ​ອີກ. ອ່ານ 3 ນີ​ໄຟ 1:1–23 ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ເຫດ​ຜົນ​ທີ່​ຊາວ​ນີ​ໄຟ​ທີ່​ຊື່​ສັດ​ຕ້ອງ​ຢ້ານ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ເຫດ​ຜົນ​ອັນ​ໃດ​ເພື່ອ​ໃຫ້​ພວກ​ເຂົາ “ເບີກ​ບານ”?

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຊ້​ວະ​ລີ​ທີ່​ວ່າ “ເບີກ​ບານ” ໃນ​ຫລາຍໆ​ໂອ​ກາດ—ຍົກ​ຕົວ​ຢ່າງ, ໃນ ມັດ​ທາຍ 14:24–27; ໂຢ​ຮັນ 16:33; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 61:36; 78:17–19. ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ຄຳ​ເຊື້ອ​ເຊີນ​ເຫລົ່າ​ນີ້? ທ່ານ​ອາດ​ອ່ານ​ຂໍ້​ທີ່​ຢູ່​ອ້ອມໆ ເພື່ອ​ທີ່​ຈະ​ເຂົ້າ​ໃຈ​ສະ​ພາບ​ການ ຊຶ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ຖ້ອຍ​ຄຳ​ເຫລົ່າ​ນີ້. ໃນ​ແຕ່​ລະ​ກໍ​ລະ​ນີ, ພຣະ​ອົງ​ໄດ້​ໃຫ້​ເຫດ​ຜົນ​ອັນ​ໃດ ເພື່ອ​ຊ່ວຍ​ໃຫ້​ຜູ້​ຄົນ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຢ້ານ​ກົວ​ຂອງ​ພວກ​ເຂົາ? ພຣະ​ອົງ​ໄດ້​ກະ​ທຳ​ສິ່ງ​ນີ້​ເພື່ອ​ທ່ານ​ແນວ​ໃດ?

ໃຫ້​ພິ​ຈາ​ລະ​ນາ​ສຶກ​ສາ​ຄຳ​ປາ​ໄສ​ຂອງ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ “Joy and Spiritual Survival” (Liahona, Nov. 2016, 81–84). ປະ​ທານ​ແນວ​ສັນ​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ການ​ພົບ​ຄວາມ​ຊື່ນ​ຊົມ​ໃນ​ທຸກໆ​ສະ​ຖາ​ນະ​ການ? ໃຫ້​ສັງ​ເກດ​ເບິ່ງ​ວ່າ ປະ​ທານ​ແນວ​ສັນ​ໃຊ້​ຄຳ​ວ່າ ເຈາະ​ຈົງ ຈັກ​ເທື່ອ. ບາງ​ເທື່ອ​ທ່ານ​ກໍ​ສາ​ມາດ​ປຽບ​ທຽບ​ການ​ໝຸນ​ເລນ​ກ້ອງ​ຖ່າຍ​ຮູບ​ໃຫ້​ແຈ້ງ ຫລື ເລນ​ອື່ນໆ ກັບ​ການ​ສຸມ​ໃຈ​ໃສ່​ພຣະ​ເຢ​ຊູ​ຄຣິດ. ທ່ານ​ຈະ​ສຸມ​ໃຈ​ໃສ່​ພຣະ​ອົງ​ໃຫ້​ຫລາຍ​ຂຶ້ນ​ໄດ້​ແນວ​ໃດ?

ເບິ່ງ “ຄວາມ​ທຸກ​ໂສກ,” “ຄວາມ​ຫວັງ,” “ສຸ​ຂະ​ພາບ​ຈິດ,” ຫລື ຫົວ​ຂໍ້​ອື່ນໆ​ໃນ​ພາກ “Life Help” ຂອງ ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

3 ນີ​ໄຟ 1:4–21; 5:1–3

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຮັດ​ໃຫ້​ພຣະ​ຄຳ​ທັງ​ໝົດ​ຂອງ​ພຣະ​ອົງ​ສຳ​ເລັດ​ໃນ​ເວ​ລາ​ຂອງ​ພຣະ​ອົງ.

ອ່ານ 3 ນີ​ໄຟ 1:4–7 ແລະ ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ອາດ​ຮູ້​ສຶກ ຖ້າ​ທ່ານ​ເປັນ​ໜຶ່ງ​ໃນ​ຜູ້​ທີ່​ເຊື່ອ. ພວກ​ເຂົາ​ໄດ້​ເຮັດ​ສິ່ງ​ໃດ ເພື່ອ​ຮັກ​ສາ​ສັດ​ທາ​ຂອງ​ພວກ​ເຂົາ​ໃຫ້​ເຂັ້ມ​ແຂງ? (ເບິ່ງ 3 ນີ​ໄຟ 1:4–21 ແລະ 5:1–3). ຖ້ອຍ​ຄຳ​ຂອງ​ຊາ​ມູ​ເອນ​ໄດ້​ສຳ​ເລັດ​ຢ່າງ​ໃດ? (ເບິ່ງ 3 ນີ​ໄຟ 1:19–21). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ພຣະ​ຄຳ​ຂອງ​ພຣະ​ອົງ​ສຳ​ເລັດ​ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ?

3 ນີ​ໄຟ 1:4–15; 5:12–26; 6:10–15; 7:15–26

ເຮົາ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ມໍ​ມອນ​ໄດ້​ປະ​ກາດ​ວ່າ, “ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ” (3 ນີ​ໄຟ 5:13). ວະ​ລີ​ນີ້​ມີ​ຄວາມ​ໝາຍ​ຕໍ່​ທ່ານ​ແນວ​ໃດ? ໃຫ້​ຄິດ​ທີ່​ຈະ​ຄົ້ນ​ຄວ້າ 3 ນີ​ໄຟ 1:4–15; 5:12–26; 6:10–15; ແລະ 7:15–26, ເພື່ອ​ຊອກ​ຫາ​ຄຸນ​ສົມ​ບັດ, ຄວາມ​ເຊື່ອ, ແລະ ການ​ກະ​ທຳ​ຂອງ​ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ.

ເບິ່ງ “I’m Trying to Be like Jesus,” Children’s Songbook, 78 ນຳ​ອີກ.

3 ນີ​ໄຟ 2:11–12; 3:1–26

ເມື່ອ​ເຮົາ​ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ກໍ​ບໍ່​ຈຳ​ເປັນ​ຕ້ອງ​ຢ້ານ.

ປະ​ສົບ​ການ​ຂອງ​ຊາວ​ນີ​ໄຟ​ກັບ​ກຸ່ມ​ໂຈນ ອາດ​ມີ​ບົດ​ຮຽນ​ທີ່​ສາ​ມາດ​ຊ່ວຍ​ທ່ານ​ເລື່ອງ​ຄວາມ​ອັນ​ຕະ​ລາຍ​ທາງ​ວິນ​ຍານ​ທີ່​ທ່ານ​ປະ​ເຊີນ. ໃຫ້​ຊອກ​ຫາ​ບົດ​ຮຽນ​ເຫລົ່າ​ນີ້​ໃນ 3 ນີ​ໄຟ 2:11–12 ແລະ 3:1–26. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ຄົ້ນ​ຫາ​ຄຳ​ເວົ້າ​ຂອງ​ກິດ​ດີ​ອານ​ໄຮ​ໃນ 3 ນີ​ໄຟ 3:2–10 ແລະ ປຽບ​ທຽບ​ມັນ​ກັບ​ວິ​ທີ​ທີ່​ຊາ​ຕານ​ອາດ​ພະ​ຍາ​ຍາມ​ຫລອກ​ລວງ​ທ່ານ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຕົວ​ຢ່າງ​ຂອງ​ເລ​ໂຄ​ນິ​ອັດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

3 ນີ​ໄຟ 1:4–15, 19–21

ມີ​ດາວ​ດວງ​ໃໝ່​ປະ​ກົດ​ຂຶ້ນ​ໃນ​ເວ​ລາ​ທີ່​ພຣະ​ເຢ​ຊູ​ຄຣິດ​ກຳ​ເນີດ.

  • ໜ້າ​ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້ ສາ​ມາດ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ການ​ອັດ​ສະ​ຈັນ​ທີ່​ຊາວ​ນີ​ໄຟ​ໄດ້​ເຫັນ ເມື່ອ​ພຣະ​ເຢ​ຊູ​ກຳ​ເນີດ. ທ່ານ​ຍັງ​ສາ​ມາດ​ໃຊ້ “ບົດ​ທີ 41: ເຄື່ອງ​ໝາຍ​ເຖິງ​ການ​ກຳ​ເນີດ​ຂອງ​ພຣະ​ຄຣິດ” (ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ, 114–16) ນຳ​ອີກ ເພື່ອ​ສິດ​ສອນ​ພວກ​ເຂົາ​ກ່ຽວ​ກັບ​ເລື່ອງ​ນີ້—ຫລື ເພື່ອ​ຊ່ວຍ​ໃຫ້​ພວກ​ເຂົາ​ເລົ່າ​ໃຫ້​ທ່ານ​ຟັງ.

3 ນີ​ໄຟ 1:4–21

ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ນັ້ນ ສຳ​ເລັດ​ສະ​ເໝີ.

  • ຂະ​ນະ​ທີ່​ທ່ານ ແລະ ລູກໆ​ຂອງ​ທ່ານ​ອ່ານ 3 ນີ​ໄຟ 1:4–10, ເຊື້ອ​ເຊີນ​ໃຫ້​ພວກ​ເຂົາ​ເວົ້າ​ກ່ຽວ​ກັບ​ວ່າ ພວກ​ເຂົາ​ອາດ​ຮູ້​ສຶກ​ຢ່າງ​ໃດ​ທີ່​ເປັນ​ໜຶ່ງ​ໃນ​ຜູ້​ທີ່​ເຊື່ອ​ໃນ​ສະ​ໄໝ​ນັ້ນ. ແລ້ວ, ຂະ​ນະ​ທີ່​ພວກ​ເຂົາ​ອ່ານ​ເລື່ອງ​ລາວ​ທີ່​ເຫລືອ​ໃນ ຂໍ້​ທີ 11–15, ພວກ​ເຂົາ​ສາ​ມາດ​ແນະ​ນຳ​ວິ​ທີ​ທີ່​ຈະ​ປະ​ກອບ​ປະ​ໂຫຍກ​ນີ້​ໃຫ້​ຄົບ​ຖ້ວນ: “ບົດ​ຮຽນ​ຂອງ​ເລື່ອງ​ລາວ​ນີ້​ສຳ​ລັບ​ຂ້ອຍ​ແມ່ນ …”

  • ບາງ​ເທື່ອ​ລູກໆ​ຂອງ​ທ່ານ​ກໍ​ສາ​ມາດ​ຊ່ວຍ​ທ່ານ​ນຶກ​ເຖິງ​ເວ​ລາ​ອື່ນໆ​ທີ່​ພຣະ​ເຈົ້າ​ສຳ​ເລັດ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ ທີ່​ໄດ້​ໃຫ້​ໄວ້​ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ. ພວກ​ເຂົາ​ອາດ​ຢາກ​ຊອກ​ຫາ​ຮູບ​ຂອງ​ເລື່ອງ​ລາວ​ເຫລົ່າ​ນີ້​ໃນ ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ (ເບິ່ງ, ຍົກ​ຕົວ​ຢ່າງ, ເລກ​ທີ 7–8 ແລະ 81). ໃຫ້​ພວກ​ເຂົາ​ແບ່ງ​ປັນ​ສິ່ງ​ທີ່​ພວກ​ເຂົາ​ຮູ້​ກ່ຽວ​ກັບ​ເລື່ອງ​ລາວ​ເຫລົ່າ​ນີ້, ລວມ​ທັງ​ວິ​ທີ​ທີ່​ຄຳ​ສັນ​ຍາ​ຕ່າງໆ​ຂອງ​ພຣະ​ເຈົ້າ​ສຳ​ເລັດ. ອ່ານ 3 ນີ​ໄຟ 1:20 ນຳ​ກັນ, ແລະ ແບ່ງ​ປັນ​ຄຳ​ພະ​ຍານ​ຂອງ​ທ່ານ​ເອງ​ກ່ຽວ​ກັບ​ຄວາມ​ຈິງ​ເຫລົ່າ​ນີ້.

3 ນີ​ໄຟ 2:11–12; 3:13–14, 24–26

ພວກ​ເຮົາ​ເຂັ້ມ​ແຂງ​ຂຶ້ນ ເມື່ອ​ພວກ​ເຮົາ​ເຕົ້າ​ໂຮມ​ກັນ.

  • ຊ່ວຍ​ລູກໆ​ຂອງ​ທ່ານ​ຄົ້ນ​ພົບ​ວ່າ ເປັນ​ຫຍັງ​ຊາວ​ນີ​ໄຟ​ຈຶ່ງ​ເຕົ້າ​ໂຮມ​ກັນ ແລະ ພອນ​ທີ່​ມາ​ສູ່​ພວກ​ເຂົາ​ໃນ 3 ນີ​ໄຟ 2:11–12 ແລະ 3:13–14, 24–26. ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ສຳ​ລັບ​ເຮົາ​ທີ່​ຈະ​ເຕົ້າ​ໂຮມ​ກັນ​ໃນ​ສະ​ໄໝ​ນີ້ ໃນ​ຄອບ​ຄົວ​ຂອງ​ເຮົາ ແລະ ຢູ່​ທີ່​ໂບດ?

  • ທ່ານ​ຮູ້​ຈັກ​ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ​ທີ່​ສິດ​ສອນ​ກ່ຽວ​ກັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຄວາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ບໍ່? ບາງ​ເທື່ອ​ລູກໆ​ຂອງ​ທ່ານ​ອາດ​ລອງ​ຫັກ​ໄມ້​ກິ່ງ​ໜຶ່ງ ແລ້ວ​ຕາມ​ດ້ວຍ​ໄມ້​ມັດ​ໜຶ່ງ ຫລື ຈີກ​ເຈ້ຍ​ໃບ​ໜຶ່ງ ແລ້ວ​ຕາມ​ດ້ວຍ​ເຈ້ຍ​ປຶກ​ໜຶ່ງ. ເຮົາ​ເປັນ​ເໝືອນ​ດັ່ງ​ກິ່ງ​ໄມ້ ຫລື ເຈ້ຍ​ແນວ​ໃດ?

3 ນີ​ໄຟ 5:12–26; 6:14; 7:15–26

ເຮົາ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ.

  • ຫລັງ​ຈາກ​ທີ່​ອ່ານ 3 ນີ​ໄຟ 5:13 ນຳ​ກັນ, ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ເວົ້າ​ລຶ້ມ​ຄືນ​ວະ​ລີ​ທີ່​ວ່າ “ເຮົາ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ.” ເພື່ອ​ທີ່​ຈະ​ຮຽນ​ຮູ້​ວ່າ ການ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ, ໃຫ້​ອ່ານ​ບາງ​ຕົວ​ຢ່າງ​ເຫລົ່າ​ນີ້​ນຳ​ກັນ: ຊາວ​ເລ​ມັນ​ທີ່​ປ່ຽນ​ໃຈ​ເຫລື້ອມ​ໃສ (ເບິ່ງ 3 ນີ​ໄຟ 6:14), ມໍ​ມອນ (ເບິ່ງ 3 ນີ​ໄຟ 5:12–26), ແລະ ນີ​ໄຟ (ເບິ່ງ 3 ນີ​ໄຟ 7:15–26). ທ່ານ​ຍັງ​ສາ​ມາດ​ພົບ​ແນວ​ຄິດ​ເຫລົ່າ​ນີ້​ໄດ້​ໃນ​ເພງ​ເຊັ່ນ “ຄັ້ງ​ໜຶ່ງ​ເຢ​ຊູ​ເກີດ​ຕ່ຳ​ຕ້ອຍ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 22) ນຳ​ອີກ.

  • ໃນ​ເຈ້ຍ​ອີກ​ໃບ​ໜຶ່ງ, ຊ່ວຍ​ລູກໆ​ຂອງ​ທ່ານ​ແຕ້ມ​ຕາມ​ຮອຍ​ມື​ຂອງ​ພວກ​ເຂົາ ແລະ ຕັດ​ຮອຍ​ມື​ອອກ. ຂຽນ “ເຮົາ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ” ໃສ່​ດ້ານ​ໜຶ່ງ, ແລະ ເຊື້ອ​ເຊີນ​ໃຫ້​ພວກ​ເຂົາ​ແຕ້ມ​ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່​ພວກ​ເຂົາ​ສາ​ມາດ​ເຮັດ​ໄດ້ ເພື່ອ​ທີ່​ຈະ​ເປັນ​ສາ​ນຸ​ສິດ​ໃສ່​ອີກ​ດ້ານ​ໜຶ່ງ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ນີ​ໄຟ​ເປັນ​ພະ​ຍານ​ເຖິງ​ມື້​ທີ່​ບໍ່​ມີ​ກາງ​ຄືນ

A Day, a Night, and a Day [ມື້​ໜຶ່ງ, ຄືນ​ໜຶ່ງ, ແລະ ອີກ​ມື້​ໜຶ່ງ], ໂດຍ ວາວ​ເຕີ ເຣນ.

ພິມ