“ວັນທີ 7–13 ເດືອນຕຸລາ: ‘ຈົ່ງເບິ່ງ, ຄວາມສຸກຂອງເຮົາເຕັມປ່ຽມ.’ 3 ນີໄຟ 17–19,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີມໍມອນ 2024 (2023)
“ວັນທີ 7–13 ເດືອນຕຸລາ. 3 ນີໄຟ 17–19,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: 2024 (2023)
ວັນທີ 7–13 ເດືອນຕຸລາ: “ຈົ່ງເບິ່ງ, ຄວາມສຸກຂອງເຮົາເຕັມປ່ຽມ”
3 ນີໄຟ 17–19
ພຣະເຢຊູຄຣິດຫາກໍໄດ້ໃຊ້ເວລາໜຶ່ງວັນ ເພື່ອປະຕິບັດສາດສະໜາກິດຢູ່ໃນແຜ່ນດິນອຸດົມສົມບູນ, ສິດສອນພຣະກິດຕິຄຸນຂອງພຣະອົງ, ປ່ອຍໃຫ້ຜູ້ຄົນເຫັນ ແລະ ສຳຜັດແຜຢູ່ໃນພຣະກາຍທີ່ຟື້ນຄືນພຣະຊົນຂອງພຣະອົງ, ແລະ ເປັນພະຍານວ່າ ພຣະອົງເປັນພຣະຜູ້ຊ່ວຍໃຫ້ລອດທີ່ຖືກສັນຍາໄວ້. ແລະ ບັດນີ້ ມັນເຖິງເວລາທີ່ຈະຕ້ອງຈາກໄປແລ້ວ. “ເວລາຂອງເຮົາໃກ້ເຂົ້າມາເຖິງແລ້ວ,” ພຣະອົງໄດ້ກ່າວ (3 ນີໄຟ 17:1). ພຣະອົງກຳລັງຈະກັບຄືນໄປຫາພຣະບິດາຂອງພຣະອົງ, ແລະ ພຣະອົງຮູ້ວ່າ ຜູ້ຄົນຕ້ອງການເວລາທີ່ຈະໄຕ່ຕອງກ່ຽວກັບສິ່ງທີ່ພຣະອົງໄດ້ສິດສອນ. ສະນັ້ນ, ໂດຍທີ່ໄດ້ສັນຍາວ່າຈະກັບຄືນມາອີກໃນມື້ຕໍ່ໄປ, ພຣະອົງຈຶ່ງໄດ້ໃຫ້ຜູ້ຄົນກັບເມືອບ້ານເຮືອນຂອງພວກເຂົາ. ແຕ່ບໍ່ມີໃຜກັບໄປ. ພວກເຂົາບໍ່ໄດ້ບອກເຖິງຄວາມຮູ້ສຶກຂອງພວກເຂົາ, ແຕ່ພຣະເຢຊູຮູ້ສຶກ: ພວກເຂົາຫວັງວ່າພຣະອົງຈະ “ຢູ່ກັບພວກເຂົາຕື່ມອີກໜ້ອຍໜຶ່ງ” (3 ນີໄຟ 17:5). ພຣະອົງມີສິ່ງສຳຄັນອື່ນໆທີ່ຈະຕ້ອງເຮັດ, ແຕ່ການສະແດງຄວາມເຫັນອົກເຫັນໃຈຕໍ່ລູກໆຂອງພຣະເຈົ້າເປັນສິ່ງທີ່ສຳຄັນຕໍ່ພຣະອົງສະເໝີ. ສະນັ້ນພຣະເຢຊູຈຶ່ງຢູ່ຕື່ມອີກໜ້ອຍໜຶ່ງ. ສິ່ງທີ່ເກີດຂຶ້ນຫລັງຈາກນັ້ນ ຄົງເປັນຕົວຢ່າງທີ່ລະອຽດອ່ອນທີ່ສຸດໃນການປະຕິບັດສາດສະໜາກິດ ທີ່ມີບັນທຶກຢູ່ໃນພຣະຄຳພີ. ຜູ້ທີ່ມີໜ້າຢູ່ທີ່ນັ້ນ ພຽງແຕ່ເວົ້າໄດ້ວ່າ ມັນເກີນກວ່າຈະພັນລະນາໄດ້ (ເບິ່ງ 3 ນີໄຟ 17:16–17). ພຣະເຢຊູເອງໄດ້ສະຫລຸບຄວາມຮູ້ສຶກທາງວິນຍານທີ່ບໍ່ໄດ້ກະກຽມລ່ວງໜ້າ ດ້ວຍພຣະຄຳທີ່ລຽບງ່າຍ ແລະ ມີພະລັງເຫລົ່ານີ້: “ບັດນີ້ຈົ່ງເບິ່ງ, ຄວາມສຸກຂອງເຮົາເຕັມປ່ຽມ” (3 ນີໄຟ 17:20).
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ພຣະຜູ້ຊ່ວຍໃຫ້ລອດ ເປັນຕົວຢ່າງທີ່ດີພ້ອມທຸກຢ່າງ ເລື່ອງການປະຕິບັດສາດສະໜາກິດ.
ມີຜູ້ຄົນປະມານ 2,500 ຄົນ ເມື່ອພຣະຜູ້ຊ່ວຍໃຫ້ລອດໄດ້ມາປະກົດຕົວ, ແຕ່ພຣະອົງຍັງຫາທາງປະຕິບັດສາດສະໜາກິດຕໍ່ພວກເຂົາເທື່ອລະຄົນ. ທ່ານສັງເກດເຫັນຫຍັງແດ່ກ່ຽວກັບວິທີທີ່ພຣະອົງໄດ້ປະຕິບັດສາດສະໜາກິດໃນ 3 ນີໄຟ 17; 18:24–25, 28–32? ມີຄວາມຕ້ອງການໃດແດ່ທີ່ພຣະອົງໄດ້ປະຕິບັດສາດສະໜາກິດຕໍ່? ຄຸນລັກສະນະໃດທີ່ເຮັດໃຫ້ການປະຕິບັດສາດສະໜາກິດຂອງພຣະອົງມີປະສິດທິພາບ? ທ່ານອາດຄິດກ່ຽວກັບວິທີທີ່ພຣະອົງປະຕິບັດສາດສະໜາກິດຕໍ່ທ່ານນຳອີກ. ເຮົາຈະເຮັດຕາມຕົວຢ່າງຂອງພຣະອົງໄດ້ແນວໃດ? (ເບິ່ງ 3 ນີໄຟ 18:24–25 ແລະ 28–32 ນຳອີກ.)
ເບິ່ງ “Jesus Christ Has Compassion and Heals the People” (ວິດີໂອ), ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
3 ນີໄຟ 17:13–22; 18:15–25; 19:6–9, 15–36
ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນເຮົາໃຫ້ຮູ້ວິທີອະທິຖານ.
ໃຫ້ຄິດເອງວ່າ ມັນຈະເປັນແນວໃດ ທີ່ໄດ້ຍິນພຣະຜູ້ຊ່ວຍໃຫ້ລອດອະທິຖານເພື່ອທ່ານ. ປະສົບການເຊັ່ນນັ້ນຈະມີຜົນກະທົບຕໍ່ວິທີທີ່ທ່ານອະທິຖານແນວໃດ? ໄຕ່ຕອງສິ່ງນີ້ຂະນະທີ່ທ່ານສຶກສາ 3 ນີໄຟ 17:13–22; 18:15–25; ແລະ 19:6–9, 15–36. ທ່ານຮຽນຮູ້ຫຍັງແດ່ຈາກຕົວຢ່າງ ແລະ ຄຳສອນຂອງພຣະເຢຊູຄຣິດກ່ຽວກັບການອະທິຖານ? ໃຫ້ພິຈາລະນາຊອກຫາຄວາມຮູ້ແຈ້ງກ່ຽວກັບວິທີໃດ, ເມື່ອໃດ, ຢູ່ໃສ, ສຳລັບໃຜ, ແລະ ເປັນຫຍັງຈຶ່ງອະທິຖານ. ມີຄວາມຮູ້ແຈ້ງຢ່າງອື່ນໃດແດ່ທີ່ທ່ານໄດ້ຮັບຈາກຂໍ້ເຫລົ່ານີ້?
ເບິ່ງ ຄຳສອນ ແລະ ພັນທະສັນຍາ 10:5 ນຳອີກ.
ເຮົາສາມາດເຕັມໄປດ້ວຍພຣະວິນຍານ ຂະນະທີ່ເຮົາຮັບສ່ວນສິນລະລຶກ.
ເມື່ອເຮົາເຮັດສິ່ງໃດສິ່ງໜຶ່ງເລື້ອຍໆ, ມັນສາມາດກາຍເປັນກິດຈະວັດ ຫລື ສິ່ງທຳມະດາໄດ້. ບາງເທື່ອເຮົາເລີ່ມເຮັດໂດຍບໍ່ໄດ້ຄິດ. ທ່ານຈະສາມາດກີດກັນບໍ່ໃຫ້ສິ່ງນີ້ເກີດຂຶ້ນໂດຍການຮັບພິທີການສິນລະລຶກໃນແຕ່ລະອາທິດໄດ້ແນວໃດ? ຂະນະທີ່ທ່ານອ່ານ 3 ນີໄຟ 18:1–12, ໃຫ້ໄຕ່ຕອງວ່າ ທ່ານສາມາດ “ອີ່ມ” ທາງວິນຍານ ທຸກຄັ້ງທີ່ທ່ານຮັບສ່ວນສິນລະນຶກໄດ້ແນວໃດ (ເບິ່ງ 3 ນີໄຟ 20:1–9) ນຳອີກ. ອີງຕາມ ຂໍ້ທີ 5–7, 11, ມີສິ່ງໃດແດ່ທີ່ທ່ານຄວນເຮັດ “ສະເໝີ”? ທ່ານອາດໄຕ່ຕອງນຳອີກວ່າ ເປັນຫຍັງພຣະເຢຊູຈຶ່ງມອບພິທີການສິນລະລຶກໃຫ້ເຮົາ—ແລະ ວ່າສິນລະລຶກບັນລຸຈຸດປະສົງຂອງພຣະອົງໃນຊີວິດຂອງທ່ານຫລືບໍ່. ເປັນຫຍັງສິນລະລຶກຈຶ່ງສັກສິດຕໍ່ທ່ານ?
ໃນຂ່າວສານຂອງເພິ່ນ “Always Remember Him” (Liahona, Feb. 2018, 4–6), ປະທານເຮັນຣີ ບີ ໄອຣິງ ໄດ້ມອບ “ຄຳແນະນຳສາມຂໍ້ ກ່ຽວກັບສິ່ງທີ່ທ່ານສາມາດຈື່ຈຳທຸກອາທິດ ເມື່ອທ່ານຮັບສ່ວນສິນລະລຶກທີ່ສັກສິດ.” ມີສິ່ງໃດອີກທີ່ໂດດເດັ່ນຕໍ່ທ່ານກ່ຽວກັບຄຳແນະນຳຂອງເພິ່ນ? ທ່ານສາມາດເຮັດຫຍັງເພື່ອປັບປຸງການນະມັດສະການຂອງທ່ານ ລະຫວ່າງສິນລະລຶກ ແລະ ຕະຫລອດອາທິດ?
ທ່ານສາມາດເຮັດຫຍັງໄດ້ອີກແດ່ເພື່ອນະມັດສະການຢ່າງມີຄວາມໝາຍຫລາຍຂຶ້ນ? ທ່ານສາມາດຖາມຕົວເອງດັ່ງເຊັ່ນ: “ການເສຍສະລະຂອງພຣະຜູ້ຊ່ວຍໃຫ້ລອດມີອິດທິພົນຕໍ່ຊີວິດປະຈຳວັນຂອງເຮົາແນວໃດ?” “ເຮົາກຳລັງເຮັດຫຍັງໄດ້ດີໃນຖານະສານຸສິດຂອງພຣະອົງ ແລະ ສິ່ງໃດທີ່ເຮົາສາມາດປັບປຸງ?”
ເບິ່ງ ມັດທາຍ 26:26–28; Jeffrey R. Holland, “Behold the Lamb of God,” Liahona, May 2019, 44–46; “ພຣະຜູ້ຊ່ວຍດ້ວຍຄວາມຖ່ອມ,” ເພງສວດ ແລະ ເພງຂອງເດັກນ້ອຍ, 28; “Jesus Christ Introduces the Sacrament” (ວິດີໂອ), ຫ້ອງສະໝຸດພຣະກິດຕິຄຸນ; Gospel Topics, “Sacrament,” ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
ເຮົາສາມາດ “ຍົກ” ຄວາມສະຫວ່າງຂອງພຣະເຢຊູຄຣິດຂຶ້ນ.
ສົມມຸດວ່າທ່ານມີເພື່ອນທີ່ບໍ່ຮູ້ຫຍັງເລີຍກ່ຽວກັບພຣະເຢຊູຄຣິດ ແຕ່ທ່ານເປັນຜູ້ຕິດຕາມຂອງພຣະອົງ. ເພື່ອນຂອງທ່ານຈະສະຫລຸບແນວໃດກ່ຽວກັບພຣະອົງ, ອີງຕາມການກະທຳຂອງທ່ານ? ຄຳວ່າ “ຈົ່ງຍົກຄວາມສະຫວ່າງຂອງເຈົ້າຂຶ້ນເພື່ອມັນຈະສ່ອງແສງໄປທົ່ວໂລກ” ມີຄວາມໝາຍແນວໃດຕໍ່ທ່ານ? (3 ນີໄຟ 18:24). ມີຄຳເຊື້ອເຊີນໃດອີກແດ່ທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ມອບໃຫ້ໃນ 3 ນີໄຟ 18:22–25 ທີ່ຊ່ວຍໃຫ້ທ່ານຍົກຄວາມສະຫວ່າງຂຶ້ນ?
ເບິ່ງ Bonnie H. Cordon, “That They May See,” Liahona, May 2020, 78–80 ນຳອີກ.
ສານຸສິດຂອງພຣະເຢຊູຄຣິດສະແຫວງຫາຂອງປະທານແຫ່ງພຣະວິນຍານບໍລິສຸດ.
ໃຫ້ຄິດກ່ຽວກັບການອະທິຖານເມື່ອບໍ່ດົນມານີ້ຂອງທ່ານ. ຄຳອະທິຖານຂອງທ່ານໄດ້ສິດສອນທ່ານຫຍັງແດ່ກ່ຽວກັບຄວາມປາດຖະໜາອັນເລິກເຊິ່ງຂອງທ່ານ? ຫລັງຈາກໄດ້ໃຊ້ເວລາໜຶ່ງວັນຢູ່ກັບພຣະຜູ້ຊ່ວຍໃຫ້ລອດ, ຝູງຊົນ “ໄດ້ອະທິຖານຂໍສິ່ງທີ່ [ພວກເຂົາ] ປາດຖະໜາຫລາຍທີ່ສຸດ”—ນັ້ນຄື ຂອງປະທານແຫ່ງພຣະວິນຍານບໍລິສຸດ (3 ນີໄຟ 19:9). ເປັນຫຍັງຂອງປະທານແຫ່ງພຣະວິນຍານບໍລິສຸດຈຶ່ງເປັນໜ້າເພິ່ງປາດຖະໜາຫລາຍແທ້? ຂະນະທີ່ທ່ານອ່ານຂ່າວສານເຫລົ່ານີ້, ໃຫ້ໄຕ່ຕອງຄວາມປາດຖະໜາຂອງທ່ານເອງສຳລັບການເປັນເພື່ອນຂອງພຣະວິນຍານບໍລິສຸດ. ທ່ານຈະສາມາດສະແຫວງຫາຄວາມເປັນເພື່ອນນັ້ນຢ່າງຈິງຈັງໄດ້ແນວໃດ?
ແນວຄິດສຳລັບການສິດສອນເດັກນ້ອຍ
ພຣະຜູ້ຊ່ວຍໃຫ້ລອດຮັກລູກໆທຸກຄົນຂອງພຣະບິດາເທິງສະຫວັນ.
-
ທ່ານສາມາດໃຊ້ຮູບພາບທີ່ຄ້າຍຄືກັນກັບຢູ່ໃນໂຄງຮ່າງນີ້ ຫລື ວິດີໂອ “Jesus Christ Prays and Angels Minister to the Children” (ຫ້ອງສະໝຸດພຣະກິດຕິຄຸນ) ເພື່ອຊ່ວຍໃຫ້ລູກໆຂອງທ່ານວາດພາບເຫັນເລື່ອງລາວຢູ່ໃນ 3 ນີໄຟ 17. ໃຫ້ຄິດທີ່ຈະອ່ານວະລີ ຫລື ຂໍ້ພຣະຄຳພີຈາກ 3 ນີໄຟ 17 ທີ່ເນັ້ນເຖິງຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດສຳລັບຜູ້ຄົນ (ດັ່ງເຊັ່ນ ຂໍ້ທີ 7 ແລະ 20–25). ແລ້ວລູກໆຂອງທ່ານສາມາດແຕ້ມຮູບຕົວເອງກັບພຣະເຢຊູ. ຂະນະທີ່ພວກເຂົາກຳລັງແຕ້ມຮູບ, ໃຫ້ຊ່ວຍພວກເຂົາຄິດເຖິງວິທີທີ່ພຣະເຢຊູໄດ້ສະແດງຄວາມຮັກຂອງພຣະອົງຕໍ່ພວກເຂົາ.
ເຮົາສາມາດຄິດກ່ຽວກັບພຣະເຢຊູເມື່ອເຮົາຮັບສ່ວນສິນລະລຶກ.
-
ບາງທີທ່ານສາມາດເຊື້ອເຊີນລູກໆຂອງທ່ານໃຫ້ບອກທ່ານເຖິງສິ່ງທີ່ໄດ້ເກີດຂຶ້ນລະຫວ່າງສິນລະລຶກ. ແລ້ວທ່ານສາມາດອ່ານ 3 ນີໄຟ 18:1–12 ແລະ ຂໍໃຫ້ລູກໆຂອງທ່ານຍົກມືຂຶ້ນ ເມື່ອພວກເຂົາໄດ້ຍິນບາງສິ່ງທີ່ຄ້າຍຄືກັນກັບສິ່ງທີ່ພວກເຂົາໄດ້ເຮັດມື້ນີ້. ພຣະເຢຊູຄຣິດຕ້ອງການໃຫ້ເຮົາຈື່ຈຳເຖິງ ຫລື ຄິດກ່ຽວກັບຫຍັງລະຫວ່າງສິນລະລຶກ? (ເບິ່ງ 3 ນີໄຟ 18:7, 11).
3 ນີໄຟ 18:15–24; 19:6–9, 15–36
ພຣະເຢຊູໄດ້ສິດສອນເຮົາໃຫ້ຮູ້ວິທີອະທິຖານ.
-
ຮ້ອງເພງກ່ຽວກັບການອະທິຖານນຳກັນ, ດັ່ງເຊັ່ນ “ອະທິຖານແລ້ວບໍ່” (ເພງສວດ ແລະ ເພງຂອງເດັກນ້ອຍ, 52), ເປັນວິທີທີ່ດີໃນການຊ່ວຍໃຫ້ລູກໆຂອງທ່ານຄິດກ່ຽວກັບວ່າ ເປັນຫຍັງເຮົາຈຶ່ງອະທິຖານ. ແລ້ວທ່ານ ແລະ ລູກໆຂອງທ່ານສາມາດອ່ານ 3 ນີໄຟ 18:18–21 ແລະ ເວົ້າລົມກັນກ່ຽວກັບສິ່ງທີ່ພຣະເຢຊູໄດ້ສິດສອນກ່ຽວກັບການອະທິຖານ. ການເຊື້ອເຊີນໃຫ້ລູກໆຂອງທ່ານບອກທ່ານວ່າພວກເຂົາຮູ້ສຶກແນວໃດ ເມື່ອພວກເຂົາອະທິຖານ ຈະຊ່ວຍໃຫ້ພວກເຂົາແບ່ງປັນປະຈັກພະຍານກ່ຽວກັບການອະທິຖານ.
-
ມັນອາດເປັນເລື່ອງສະໜຸກສະໜານສຳລັບລູກໆທີ່ຈະອອກໄປຊອກຫາພອນອັນລ້ຳຄ່າຂອງການອະທິຖານ. ທ່ານສາມາດຂຽນແຫລ່ງອ້າງອີງພຣະຄຳພີດັ່ງຕໍ່ໄປນີ້ໃສ່ເຈ້ຍ ແລະ ເຊື່ອງເຈ້ຍໄວ້ 3 ນີໄຟ 18:15; 3 ນີໄຟ 18:20; 3 ນີໄຟ 18:21; 3 ນີໄຟ 19:9; ແລະ 3 ນີໄຟ 19:23. ແລ້ວລູກໆຂອງທ່ານສາມາດຊອກຫາເຈ້ຍເຫລົ່ານັ້ນ ແລະ ອ່ານຂໍ້ພຣະຄຳພີ, ຊອກຫາສິ່ງທີ່ພຣະເຢຊູຄຣິດ ຫລື ສານຸສິດຂອງພຣະອົງໄດ້ສິດສອນກ່ຽວກັບການອະທິຖານ.