“ສຽງຂອງການຟື້ນຟູ: ຄອບຄົວຂອງໂຈເຊັບ ສະມິດ,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ຄຳສອນ ແລະ ພັນທະສັນຍາ 2025 (2025)
“ຄອບຄົວຂອງໂຈເຊັບ ສະມິດ,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: 2025
ສຽງຂອງການຟື້ນຟູ
ຄອບຄົວຂອງໂຈເຊັບ ສະມິດ
ເຮົາແຕ່ລະຄົນຈະໄດ້ຮັບຜົນກະທົບຫລາຍທີ່ສຸດຈາກຊີວິດຂອງຄອບຄົວ, ແລະ ໂຈເຊັບ ສະມິດ ກໍບໍ່ແຕກຕ່າງ. ຄວາມເຊື່ອໝັ້ນ ແລະ ການປະຕິບັດເລື່ອງສາດສະໜາຂອງພໍ່ແມ່ຂອງເພິ່ນ ໄດ້ເຜາະປູກເມັດພືດແຫ່ງສັດທາ ທີ່ເຮັດໃຫ້ການຟື້ນຟູເປັນໄປໄດ້. ປຶ້ມບັນທຶກສ່ວນຕົວຂອງໂຈເຊັບ ບັນຈຸຄຳຍ້ອງຍໍນີ້: “ບໍ່ມີຄຳໃດທີ່ດີພໍທີ່ຈະເອົາມາກ່າວສະແດງຄວາມກະຕັນຍູຕໍ່ພຣະເຈົ້າ ທີ່ໃຫ້ຂ້າພະເຈົ້າມີພໍ່ແມ່ທີ່ປະເສີດ.”
ຂໍ້ຄວາມທີ່ອ້າງເຖິງດັ່ງຕໍ່ໄປນີ້ ຈາກລູສີ ແມັກ ສະມິດ ແມ່ຂອງເພິ່ນ; ວິວລຽມ ສະມິດ ນ້ອງຊາຍຂອງເພິ່ນ, ແລະ ສາດສະດາເອງ ໄດ້ໃຫ້ເຮົາເຫັນໜ້ອຍໜຶ່ງກ່ຽວກັບອິດທິພົນຂອງສາດສະໜາ ຢູ່ໃນບ້ານເຮືອນຂອງຄອບຄົວສະມິດ.
ລູສີ ແມັກ ສະມິດ
“[ປະມານ 1802], ຂ້າພະເຈົ້າໄດ້ລົ້ມປ່ວຍ. … ຂ້າພະເຈົ້າເວົ້າກັບຕົວເອງວ່າ, ຂ້າພະເຈົ້າບໍ່ພ້ອມທີ່ຈະຕາຍເທື່ອ ເພາະຂ້າພະເຈົ້າຍັງບໍ່ຮູ້ຈັກທິດທາງຂອງພຣະຄຣິດເທື່ອ, ແລະ ເບິ່ງຄືວ່າ ມັນມີເຫວທີ່ມືດມົນ ແລະ ເປົ່າປ່ຽວ ຢູ່ລະຫວ່າງຕົວຂ້າພະເຈົ້າ ແລະ ພຣະຄຣິດ ຊຶ່ງຂ້າພະເຈົ້າບໍ່ກ້າທີ່ຈະຜ່ານຂ້າມ. …
“ຂ້າພະເຈົ້າໄດ້ຫວັງເພິ່ງພຣະຜູ້ເປັນເຈົ້າ ແລະ ໄດ້ອ້ອນວອນ ແລະ ທູນຕໍ່ພຣະຜູ້ເປັນເຈົ້າ ຂໍໃຫ້ພຣະອົງໂຜດຊີວິດຂອງຂ້າພະເຈົ້າ ເພື່ອວ່າຂ້າພະເຈົ້າຈະໄດ້ລ້ຽງດູລູກໆໃຫ້ເຕີບໃຫຍ່ ແລະ ໃຫ້ກຳລັງໃຈແກ່ສາມີຂອງຂ້າພະເຈົ້າ; ດັ່ງນັ້ນຂ້າພະເຈົ້າຈຶ່ງໄດ້ນອນໝົດຄືນ … ຂ້າພະເຈົ້າໄດ້ເຮັດພັນທະສັນຍານຳພຣະເຈົ້າ [ວ່າ] ຖ້າຫາກພຣະອົງປ່ອຍໃຫ້ຂ້າພະເຈົ້າມີຊີວິດຢູ່ຕໍ່ໄປ ແລ້ວຂ້າພະເຈົ້າຈະຊອກຫາສາດສະໜາທີ່ສາມາດຊ່ວຍໃຫ້ຂ້າພະເຈົ້າຮັບໃຊ້ພຣະອົງຢ່າງຖືກຕ້ອງ, ບໍ່ວ່າຈະເປັນຢູ່ໃນພຣະຄຣິສຕະທຳຄຳພີ ຫລື ຈະພົບເຫັນຢູ່ບ່ອນໃດກໍຕາມຈາກສະຫວັນ ໂດຍການອະທິຖານ ແລະ ໂດຍສັດທາ. ໃນທີ່ສຸດ ສຸລະສຽງໄດ້ກ່າວກັບຂ້າພະເຈົ້າວ່າ, ‘ຈົ່ງໝັ່ນຊອກຫາ ແລະ ເຈົ້າຈະໄດ້ພົບ, ຈົ່ງໝັ່ນເຄາະ ແລະ ຈະມີຜູ້ໄຂປະຕູໃຫ້. ໃຫ້ໃຈຂອງເຈົ້າໄດ້ຮັບການປອບໂຍນ. ເຈົ້າເຊື່ອໃນພຣະເຈົ້າ; ຈົ່ງເຊື່ອໃນຕົວເຮົາຄືກັນ.’ …
“ຈາກເວລານັ້ນເປັນຕົ້ນມາ ຂ້າພະເຈົ້າກໍມີກຳລັງວັງຊາສືບຕໍ່ມາຕະຫລອດ. ຂ້າພະເຈົ້າບໍ່ໄດ້ເວົ້າຫຍັງຫລາຍເລື່ອງສາດສະໜາ ເຖິງແມ່ນວ່າມັນຢູ່ໃນຈິດໃຈຂອງຂ້າພະເຈົ້າຢູ່ຕະຫລອດເວລາກໍຕາມ, ແລະ ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າຈະປະຕິບັດຢ່າງພາກພຽນ ທັນທີທີ່ຂ້າພະເຈົ້າພົບເຫັນບາງຄົນທີ່ຈິງຈັງ ຜູ້ຮູ້ຈັກທິດທາງຂອງພຣະເຈົ້າ ເພື່ອແນະນຳຂ້າພະເຈົ້າໃນສິ່ງທີ່ເປັນຂອງສະຫວັນ.”
ວິວລຽມ ສະມິດ
“ແມ່ຂອງຂ້າພະເຈົ້າ, ຜູ້ຈິງຈັງແທ້ໆ ແລະ ສົນໃຈຫລາຍກັບຄວາມຜາສຸກຂອງລູກໆຂອງເພິ່ນ, ທັງໃນຊີວິດນີ້ ແລະ ຫລັງຈາກຊີວິດນີ້, ໄດ້ເຮັດທຸກສິ່ງດ້ວຍຄວາມຮັກຂອງການເປັນແມ່, ເພື່ອໃຫ້ພວກເຮົາສະແຫວງຫາຄວາມລອດໃຫ້ແກ່ຈິດວິນຍານຂອງພວກເຮົາ, ຫລື (ອີກຄຳໜຶ່ງ) ‘ໃນການຊອກຫາສາດສະໜາ.’ ເພິ່ນໄດ້ຊັກຊວນພວກເຮົາໃຫ້ໄປຮ່ວມການປະຊຸມ, ແລະ ເກືອບທຸກຄົນໃນຄອບຄົວ ກໍມີຄວາມສົນໃຈເລື່ອງສາດສະໜາ, ແລະ ຊອກຫາຄວາມຈິງ.”
“ພວກເຮົາໄດ້ອະທິຖານເປັນຄອບຄົວສະເໝີ ນັບແຕ່ຂ້າພະເຈົ້າຈື່ໄດ້. ຂ້າພະເຈົ້າຈື່ໄດ້ວ່າ ພໍ່ມັກເອົາແວ່ນຕາໃສ່ໄວ້ຢູ່ຖົງເສື້ອຂອງເພິ່ນ, … ແລະ ເມື່ອລູກໆເຫັນເພິ່ນງົມຫາແວ່ນຕາຂອງເພິ່ນ, ກໍເປັນສັນຍານວ່າ ຕ້ອງກຽມພ້ອມສຳລັບການອະທິຖານ, ແລະ ຖ້າຫາກພວກເຮົາບໍ່ສັງເກດເຫັນ ແມ່ຈະເວົ້າວ່າ, ‘ວິວລຽມ,’ ຫລື ໃຜກໍຕາມທີ່ບໍ່ເອົາໃຈໃສ່, ‘ກຽມພ້ອມສຳລັບການອະທິຖານເດີ້.’ ຫລັງຈາກອະທິຖານແລ້ວ ພວກເຮົາຈະຮ້ອງເພງໜຶ່ງນຳກັນ.”
ໂຈເຊັບ ຜູ້ພໍ່ ແລະ ລູສີ ສະມິດ ໄດ້ສິດສອນຄອບຄົວຂອງຕົນ ໃຫ້ສຶກສາພຣະຄຳພີ.
ໂຈເຊັບ ສະມິດ
“ຂ້າພະເຈົ້າບອກໄດ້ວ່າ [ພໍ່ຂອງຂ້າພະເຈົ້າ] ບໍ່ເຄີຍເຮັດສິ່ງໃດທີ່ອາດຖືກກ່າວເຖິງວ່າ ຂາດຄວາມເພື່ອແຜ່, ໃນຊີວິດຂອງເພິ່ນ, ທີ່ຂ້າພະເຈົ້າເຄີຍຮູ້ຈັກ. ຂ້າພະເຈົ້າຮັກພໍ່ ແລະ ຄວາມຊົງຈຳຂອງເພິ່ນ; ແລະ ຄວາມຊົງຈຳກ່ຽວກັບການກະທຳຄວາມດີຂອງເພິ່ນ ຢູ່ໃນຄວາມຄິດຂອງຂ້າພະເຈົ້າຢ່າງໜັກແໜ້ນ; ແລະ ຖ້ອຍຄຳທີ່ອ່ອນໂຍນຂອງການເປັນພໍ່ຂອງເພິ່ນໄດ້ຖືກຂຽນໄວ້ຢູ່ໃນຫົວໃຈຂອງຂ້າພະເຈົ້າ. ສິ່ງທີ່ສັກສິດຕໍ່ຂ້າພະເຈົ້າ ແມ່ນຄວາມຄິດທີ່ຂ້າພະເຈົ້າທະນຸຖະໜອມກ່ຽວກັບປະຫວັດຊີວິດຂອງເພິ່ນ, ຊຶ່ງຂ້າພະເຈົ້າຈື່ບໍ່ລືມ ແລະ ຖືກຝັງໄວ້ຢູ່ໃນໃຈ, ໂດຍການສັງເກດດ້ວຍຕົວເອງ ນັບແຕ່ຂ້າພະເຈົ້າເກີດມາ. … ແມ່ຂອງຂ້າພະເຈົ້າກໍເປັນຜູ້ໜຶ່ງທີ່ປະເສີດທີ່ສຸດ, ແລະ ດີທີ່ສຸດໃນບັນດາຜູ້ຍິງທັງປວງ.”