“ສຽງຂອງການຟື້ນຟູ: ຜູ້ປ່ຽນໃຈເຫລື້ອມໃສລຸ້ນທຳອິດ,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ຄຳສອນ ແລະ ພັນທະສັນຍາ 2025 (2025)
“ຜູ້ປ່ຽນໃຈເຫລື້ອມໃສລຸ້ນທຳອິດ,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: 2025
ສຽງຂອງການຟື້ນຟູ
ຜູ້ປ່ຽນໃຈເຫລື້ອມໃສລຸ້ນທຳອິດ
ແມ່ນແຕ່ກ່ອນສາດສະໜາຈັກໄດ້ຖືກຈັດຕັ້ງຂຶ້ນໃນປີ 1830, ພຣະຜູ້ເປັນເຈົ້າໄດ້ປະກາດວ່າ, “ທົ່ງກໍຂາວພ້ອມແລ້ວທີ່ຈະເກັບກ່ຽວ” (ຄຳສອນ ແລະ ພັນທະສັນຍາ 4:4). ຂໍ້ຄວາມນີ້ໄດ້ຖືກພິສູດວ່າເປັນຄວາມຈິງໃນຫລາຍເດືອນຕໍ່ຈາກນັ້ນ, ຂະນະທີ່ຜູ້ສະແຫວງຫາຄວາມຈິງຫລາຍຄົນ ໄດ້ຖືກນຳພາໂດຍພຣະວິນຍານຂອງພຣະເຈົ້າ ໃຫ້ພົບເຫັນສາດສະໜາຈັກທີ່ຟື້ນຟູຂອງພຣະເຢຊູຄຣິດ.
ຜູ້ປ່ຽນໃຈເຫລື້ອມໃສລຸ້ນທຳອິດເຫລົ່ານີ້ ໄດ້ເປັນເຄື່ອງມືໃນການສ້າງພື້ນຖານຂອງການຟື້ນຟູ, ແລະ ເລື່ອງລາວຂອງເຂົາເຈົ້າເຖິງການປ່ຽນໃຈເຫລື້ອມໃສ ມີຄວາມສຳຄັນຫລາຍຕໍ່ເຮົາໃນທຸກວັນນີ້. ສັດທາທີ່ເຂົາເຈົ້າສະແດງໃຫ້ເຫັນ ເປັນສັດທາຢ່າງດຽວກັນກັບທີ່ເຮົາຕ້ອງການ ໃນການເຫລື້ອມໃສຕໍ່ພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ອາບີແກວ ຄາວກິນສ໌ ເລນເນີດ
ຕອນນາງອາບີແກວ ຄາວກິນສ໌ ເລນເນີດ ມີອາຍຸສາມສິບປາຍປີ, ນາງຢາກໄດ້ຮັບການໃຫ້ອະໄພຈາກບາບຂອງນາງ. ນາງໄດ້ອ່ານພຣະຄຣິສຕະທຳຄຳພີເປັນບາງຄັ້ງ, ແລະ ຜູ້ຄົນຈາກສາດສະໜາຈັກຄຣິດສະຕຽນຕ່າງໆກໍໄດ້ມາຢ້ຽມຢາມນາງທີ່ບ້ານ, ແຕ່ນາງສັບສົນກ່ຽວກັບສິ່ງທີ່ເຮັດໃຫ້ແຕ່ລະສາດສະໜາແຕກຕ່າງກັນ. “ເຊົ້າມື້ໜຶ່ງ,” ນາງໄດ້ເວົ້າ, “ຂ້ອຍໄດ້ເຂົ້າໄປໃນປ່າພ້ອມກັບເອົາປຶ້ມພຣະຄຣິສຕະທຳຄຳພີໄປນຳ, ແລ້ວໄດ້ຄຸເຂົ່າລົງ.” ນາງໄດ້ອະທິຖານຢ່າງຕັ້ງໃຈຫາພຣະຜູ້ເປັນເຈົ້າ. “ທັນໃດນັ້ນ ຂ້ອຍໄດ້ເຫັນພາບຢູ່ໃນຕາ,” ນາງໄດ້ເວົ້າ, “ແລະ ໄດ້ເຫັນແຕ່ລະນິກາຍເລື່ອນຜ່ານສາຍຕາໄປ, ແລະ ຂ້ອຍໄດ້ຍິນສຽງ, ເວົ້າວ່າ: ‘ທັງໝົດນີ້ ຖືກສ້າງຂຶ້ນເພື່ອຫາຜົນປະໂຫຍດ.’ ແລ້ວ, ຂ້ອຍໄດ້ເຫັນແສງຮຸ່ງແຈ້ງຢູ່ທາງໜ້າ, ແລະ ສຽງຈາກເບື້ອງບົນດັງຂຶ້ນວ່າ: ‘ເຮົາຈະຍົກຜູ້ຄົນຂອງເຮົາຂຶ້ນ, ຜູ້ທີ່ເຮົາຍິນດີທີ່ຈະເປັນເຈົ້າຂອງ ແລະ ອວຍພອນ.’” ບໍ່ດົນຈາກນັ້ນ, ອາບີແກວກໍໄດ້ຍິນກ່ຽວກັບພຣະຄຳພີມໍມອນ. ເຖິງແມ່ນວ່ານາງຍັງບໍ່ມີພຣະຄຳພີມໍມອນເທື່ອ, ແຕ່ນາງໄດ້ຊອກຫາມັນ ເພື່ອຈະໄດ້ “ຮູ້ຄວາມຈິງກ່ຽວກັບປຶ້ມເຫລັ້ມນີ້, ໂດຍຂອງປະທານ ແລະ ອຳນາດຂອງພຣະວິນຍານບໍລິສຸດ,” ແລະ “ທັນທີນາງກໍຮູ້ສຶກວ່າ ປຶ້ມນັ້ນຢູ່ໃກ້.” ໃນທີ່ສຸດ ເມື່ອນາງມີໂອກາດທີ່ຈະອ່ານພຣະຄຳພີມໍມອນ, ນາງກໍ “ພ້ອມແລ້ວທີ່ຈະຮັບເອົາມັນ.” ນາງ ແລະ ໄລມັນ ສາມີຂອງນາງ, ໄດ້ຮັບບັບຕິສະມາ ໃນປີ 1831.
ທອມມັສ ບີ ມາສ໌
ຕອນທອມມັສ ບີ ມາສ໌ ຍັງໜຸ່ມ, ລາວໄດ້ສຶກສາພຣະຄຣິສຕະທຳຄຳພີ ແລະ ໄດ້ເຂົ້າຮ່ວມສາດສະໜາຈັກຄຣິດສະຕຽນກຸ່ມໜຶ່ງ. ແຕ່ລາວຍັງບໍ່ພໍໃຈ, ແລະ ໃນທີ່ສຸດ ລາວກໍໄດ້ຖອນຕົວອອກຫ່າງຈາກທຸກສາດສະໜາຈັກ. “ຂ້ອຍມີວິນຍານແຫ່ງການເປີດເຜີຍຫລາຍພໍສົມຄວນ,” ລາວໄດ້ເວົ້າ, “ແລະ ໄດ້ບອກ [ຜູ້ນຳພາສາດສະໜາຫລາຍຄົນ] ວ່າ ຂ້ອຍຄາດໝາຍວ່າຈະມີສາດສະໜາຈັກໃໝ່ແຫ່ງໜຶ່ງຖືກຈັດຕັ້ງຂຶ້ນ, ຊຶ່ງຈະມີຄວາມຈິງໃນຄວາມບໍລິສຸດຂອງມັນ.” ບໍ່ດົນຫລັງຈາກນັ້ນ, ທອມມັສກໍໄດ້ຮັບການກະຕຸ້ນໃຫ້ອອກຈາກບ້ານຂອງລາວ ຢູ່ໃນເມືອງບອສ໌ຕັນ, ລັດມາສາຊູເສດສ໌, ແລະ ເດີນທາງໄປພາກຕາເວັນຕົກ. ຫລັງຈາກໄດ້ເດີນທາງເປັນເວລາສາມເດືອນ ຢູ່ໃນພາກຕາເວັນຕົກຂອງລັດນິວຢອກ ໂດຍທີ່ບໍ່ຮູ້ວ່າລາວກຳລັງຊອກຫາຫຍັງ, ລາວຈຶ່ງໄດ້ເລີ່ມຕົ້ນກັບບ້ານ. ໃນລະຫວ່າງທາງ, ຜູ້ຍິງຄົນໜຶ່ງໄດ້ຖາມທອມມັສວ່າ ລາວເຄີຍໄດ້ຍິນກ່ຽວກັບ “ປຶ້ມຄຳທີ່ຊາຍໜຸ່ມຄົນໜຶ່ງຊື່ ໂຈເຊັບ ສະມິດ ພົບເຫັນບໍ.” ໂດຍທີ່ຈັບໃຈກັບຄວາມຄິດນີ້, ທອມມັສຈຶ່ງໄດ້ເດີນທາງໄປເມືອງພາໄມຣາ ແລະ ພົບກັບມາຕິນ ແຮຣິສ ຢູ່ໂຮງພິມ, ຂະນະທີ່ພຣະຄຳພີມໍມອນ 16 ໜ້າຫາກໍອອກມາຈາກຈັກພິມ. ທອມມັສໄດ້ຖືກອະນຸຍາດໃຫ້ເອົາສຳເນົາ 16 ໃບເຫລົ່ານັ້ນ, ແລະ ລາວກໍໄດ້ເອົາມັນກັບບ້ານ ໄປໃຫ້ ເອລີຊາເບັດ ພັນລະຍາຂອງລາວເບິ່ງ. “ນາງພໍໃຈຫລາຍ” ກັບປຶ້ມນັ້ນ, ລາວເວົ້າ, “ເຊື່ອວ່າມັນເປັນວຽກງານຂອງພຣະເຈົ້າ.” ຕໍ່ມາ ທອມມັສ ແລະ ເອລີຊາເບັດ ໄດ້ຍ້າຍໄປລັດນິວຢອກ ພ້ອມກັບລູກໆຂອງເຂົາເຈົ້າ ແລະ ໄດ້ຮັບບັບຕິສະມາ. (ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບ ທອມມັສ ບີ ມາສ໌, ໃຫ້ເບິ່ງ ຄຳສອນ ແລະ ພັນທະສັນຍາ 31.)
ພາລີ ແລະ ແຕ້ງຟູນ ພະແຣັດ
ຄືກັນກັບ ທອມມັສ ມາສ໌, ພາລີ ແລະ ແຕ້ງຟູນ ພະແຣັດ ກໍໄດ້ຮັບການກະຕຸ້ນທາງວິນຍານ ໃຫ້ປະໄຮ່ທີ່ຮຸ່ງເຮືອງຂອງຕົນຢູ່ລັດໂອໄຮໂອໄປ ເພື່ອສັ່ງສອນພຣະກິດຕິຄຸນ ດັ່ງທີ່ເຂົາເຈົ້າເຂົ້າໃຈມັນຈາກພຣະຄຣິສຕະທຳຄຳພີ. ດັ່ງທີ່ພາລີໄດ້ບອກນ້ອງຊາຍຂອງລາວວ່າ, “ສິ່ງເຫລົ່ານີ້ໄດ້ວົນວຽນຢູ່ໃນຈິດໃຈຂ້ອຍ ຈົນຂ້ອຍນິ້ງເສີຍຢູ່ບໍ່ໄດ້.” ເມື່ອເຂົາເຈົ້າໄປເຖິງພາກຕາເວັນອອກຂອງລັດນິວຢອກ, ພາລີໄດ້ຖືກກະຕຸ້ນໃຫ້ຢຸດພັກຢູ່ໃນເຂດນັ້ນ. ເຂົາເຈົ້າຕັດສິນໃຈວ່າ ໃຫ້ນາງແຕ້ງຟູນເດີນທາງຕໍ່ໄປປາດສະຈາກລາວ. “ອ້າຍມີວຽກງານທີ່ຈະເຮັດຢູ່ພາກພື້ນນີ້ຂອງປະເທດ,” ພາລີໄດ້ບອກນາງ, “ແລະ ວ່າມັນແມ່ນຫຍັງ, ແລະ ດົນນານປານໃດ ອ້າຍບໍ່ຮູ້; ແຕ່ອ້າຍຊິໄປຫານ້ອງ ເມື່ອມັນແລ້ວໆ.” ແມ່ນຢູ່ໃນທີ່ນັ້ນແຫລະ ທີ່ພາລີໄດ້ຍິນກ່ຽວກັບພຣະຄຳພີມໍມອນ. “ຂ້ອຍຮູ້ສຶກສົນໃຈພິເສດກັບປຶ້ມເຫລັ້ມນີ້,” ລາວໄດ້ເວົ້າ. ລາວໄດ້ຂໍຢືມປຶ້ມ ແລະ ກໍໄດ້ອ່ານມັນໝົດຄືນ. ເມື່ອເຖິງຕອນເຊົ້າ, ລາວກໍຮູ້ວ່າ ມັນຈິງແທ້, ຖືວ່າ “ມັນມີຄ່າຫລາຍກວ່າຄວາມຮັ່ງມີທັງໝົດຂອງໂລກນີ້.” ພາຍໃນສອງສາມວັນນັ້ນ ພາລີກໍໄດ້ຮັບບັບຕິສະມາ. ແລ້ວລາວກໍໄດ້ໄປຫານາງແຕ້ງຟູນ, ຜູ້ທີ່ໄດ້ຮັບບັບຕິສະມາຄືກັນ. (ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບ ພາລີ ພີ ພະແຣັດ, ໃຫ້ເບິ່ງ ຄຳສອນ ແລະ ພັນທະສັນຍາ 32.)
ຊິດນີ ແລະ ຟີບີ ຣິກດອນ
ໃນລະຫວ່າງທາງຈາກລັດນິວຢອກ ໄປສອນສາດສະໜາຢູ່ລັດມີເຊີຣີ, ພາລີ ພະແຣັດ ແລະ ເພື່ອນຮ່ວມງານຂອງລາວ ໄດ້ຢຸດພັກຢູ່ເມືອງເມັນໂຕ, ລັດໂອໄຮໂອ, ທີ່ບ້ານຂອງຊິດນີ ແລະ ຟີບີ ຣິກດອນ—ເພື່ອນເກົ່າຂອງພາລີ ທີ່ຮູ້ຈັກກັນໃນສະໄໝທີ່ລາວອາໄສຢູ່ລັດໂອໄຮໂອ. ຊິດນີ ເປັນນັກເທດຊາວຄຣິດ, ແລະ ຄັ້ງໜຶ່ງ ພາລີກໍເຄີຍເປັນສະມາຊິກໃນນິກາຍຂອງລາວ ແລະ ຖືວ່າລາວເປັນຄູສອນທາງວິນຍານທີ່ດີຄົນໜຶ່ງ. ພາລີໄດ້ບອກເພື່ອນຂອງລາວກ່ຽວກັບພຣະຄຳພີມໍມອນດ້ວຍຄວາມກະຕືລືລົ້ນ ແລະ ເຖິງການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດ. ຊິດນີເອງກໍໄດ້ຊອກຫາການຟື້ນຟູຂອງສາດສະໜາຈັກທີ່ແທ້ຈິງ ທີ່ລາວເຫັນບັນຍາຍຢູ່ໃນພຣະຄຳພີໃໝ່, ແຕ່ລາວກໍຍັງມີຄວາມສົງໄສຢູ່ ກ່ຽວກັບພຣະຄຳພີມໍມອນ ໃນຕອນຕົ້ນ. “ແຕ່ຂ້ອຍຊິອ່ານປຶ້ມຂອງເຈົ້າ,” ລາວໄດ້ບອກພາລີ ເພື່ອນຂອງລາວ, “ແລະ ຊິພະຍາຍາມຊອກຫາ, ຖ້າຫາກວ່າການເປີດເຜີຍແມ່ນມາຈາກພຣະເຈົ້າຫລືບໍ່.” ຫລັງຈາກສອງອາທິດຂອງການສຶກສາ ແລະ ອະທິຖານ, ລາວກັບນາງຟີບີ ທັງສອງຍອມຮັບວ່າ ພຣະຄຳພີນັ້ນຈິງແທ້. ແຕ່ຊິດນີກໍຍັງຮູ້ອີກວ່າ ການເຂົ້າຮ່ວມສາດສະໜາຈັກ ຈະເປັນການເສຍສະລະຫລາຍທີ່ສຸດສຳລັບຄອບຄົວຂອງລາວ. ແທ້ຈິງແລ້ວ ລາວຈະສູນເສຍວຽກການຂອງລາວ ໃນຖານະນັກເທດ, ພ້ອມທັງຖານະໃນສັງຄົມ ຢູ່ໃນຊຸມຊົນຂອງລາວ. ຂະນະທີ່ລາວກັບນາງຟີບີສົນທະນາກັນກ່ຽວກັບເລື່ອງນີ້, ນາງຟີບີໄດ້ເວົ້າວ່າ, “ນ້ອງໄດ້ພິຈາລະນາແລ້ວ, ແລະ … ມັນເປັນຄວາມປະສົງຂອງນ້ອງ ທີ່ຈະເຮັດຕາມພຣະປະສົງຂອງພຣະເຈົ້າ, ບໍ່ວ່າຈະມີຫຍັງເກີດຂຶ້ນກໍຕາມ.”