“ສຽງຂອງການຟື້ນຟູ: ການບັບຕິສະມາແທນບັນພະບຸລຸດຂອງເຮົາ, ‘ຄຳສອນທີ່ສະຫງ່າລາສີ,’” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ຄຳສອນ ແລະ ພັນທະສັນຍາ 2025 (2025)
“ການບັບຕິສະມາແທນບັນພະບຸລຸດຂອງເຮົາ, ‘ຄຳສອນທີ່ສະຫງ່າລາສີ,’” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: 2025
ສຽງຂອງການຟື້ນຟູ
ການບັບຕິສະມາແທນບັນພະບຸລຸດຂອງເຮົາ, “ຄຳສອນທີ່ສະຫງ່າລາສີ”
ນາງຟີບີ ແລະ ວິວເຝີດ ວູດຣັບ
ນາງຟີບີ ວູດຣັບ ໄດ້ອາໄສຢູ່ໃກ້ເມືອງນາວູ ຕອນໂຈເຊັບ ສະມິດ ໄດ້ເລີ່ມຕົ້ນສິດສອນກ່ຽວກັບຄວາມເປັນໄປໄດ້ທີ່ຈະໄດ້ຮັບບັບຕິສະມາແທນຄົນທີ່ມີຊີວິດຢູ່ກ່ອນໜ້ານີ້. ນາງໄດ້ຂຽນຈົດໝາຍເຖິງວິວເຝີດ ສາມີຂອງນາງ, ຜູ້ກຳລັງຮັບໃຊ້ເຜີຍແຜ່ຢູ່ປະເທດອັງກິດ ດັ່ງນີ້:
“ບຣາເດີ ໂຈເຊັບ … ໄດ້ຮຽນຮູ້ໂດຍການເປີດເຜີຍວ່າ ຜູ້ທີ່ເປັນສະມາຊິກຂອງສາດສະໜາຈັກ ສາມາດຮັບບັບຕິສະມາແທນຍາດພີ່ນ້ອງຂອງເຂົາເຈົ້າ ຜູ້ທີ່ຕາຍ ແລະ ບໍ່ມີໂອກາດໄດ້ຍິນພຣະກິດຕິຄຸນນີ້, ແມ່ນແຕ່ແທນລູກໆ, ພໍ່ແມ່, ອ້າຍເອື້ອຍນ້ອງ, ປູ່ຍ່າຕາຍາຍ, ແລະ ລຸງປ້ານ້າອາວອາ. … ທັນທີທີ່ເຂົາເຈົ້າໄດ້ຮັບບັບຕິສະມາແທນໝູ່ເພື່ອນຂອງເຂົາເຈົ້າ ພວກເຂົາກໍໄດ້ຖືກປົດປ່ອຍອອກຈາກຄຸກ ແລະ ເຂົາເຈົ້າສາມາດທວງເອົາພວກເຂົາໃນການຟື້ນຄືນຊີວິດ ແລະ ນຳພວກເຂົາເຂົ້າສູ່ອານາຈັກຊັ້ນສູງ—ຄຳສອນຂໍ້ນີ້ ສາດສະໜາຈັກໄດ້ຮັບຢ່າງເປີດເຜີຍ ແລະ ເຂົາເຈົ້າໄດ້ອອກໄປເປັນກຸ່ມໃຫຍ່, ບາງຄົນໄດ້ຮັບບັບຕິສະມາເຖິງ 16 ເທື່ອ … ໃນໜຶ່ງມື້.”1
ຕໍ່ມາ ວິວເຝີດ ວູດຣັບ ໄດ້ກ່າວເຖິງຫລັກທຳຂໍ້ນີ້ວ່າ: “ທັນທີທີ່ຂ້າພະເຈົ້າໄດ້ຍິນກ່ຽວກັບເລື່ອງນີ້ ຈິດວິນຍານຂອງຂ້າພະເຈົ້າກໍເຕັມໄປດ້ວຍຄວາມຊື່ນຊົມ. … ຂ້າພະເຈົ້າໄດ້ອອກໄປ ແລະ ຮັບບັບຕິສະມາແທນຍາດພີ່ນ້ອງຜູ້ທີ່ຕາຍຂອງຂ້າພະເຈົ້າທຸກຄົນທີ່ຂ້າພະເຈົ້າຄິດອອກ. … ຂ້າພະເຈົ້າຮູ້ສຶກຢາກຮ້ອງ ອາເລລູຢາ ເມື່ອການເປີດເຜີຍນີ້ໄດ້ອອກມາ ເພື່ອເປີດເຜີຍຕໍ່ພວກເຮົາ ເຖິງການບັບຕິສະມາແທນຄົນຕາຍ. ຂ້າພະເຈົ້າຮູ້ສຶກວ່າ ພວກເຮົາສາມາດປິຕິຍິນດີເພາະພອນຂອງສະຫວັນ.”2
ວີເລດ ຄິມໂບ
ຄືກັນກັບຊິດສະເຕີ ວູດຣັບ, ນາງວີເລດ ຄິມໂບ ກໍໄດ້ຍິນກ່ຽວກັບການບັບຕິສະມາແທນ ຂະນະທີ່ຮີເບີ ສາມີຂອງນາງ ກຳລັງໄປສັ່ງສອນພຣະກິດຕິຄຸນ. ນາງໄດ້ຂຽນຫາເພິ່ນວ່າ:
“ປະທານສະມິດໄດ້ເປີດຫົວຂໍ້ໃໝ່ ແລະ ສະຫງ່າລາສີ … ຊຶ່ງໄດ້ເຮັດໃຫ້ຫລາຍຄົນໃນສາດສະໜາຈັກມີສັດທາຫລາຍຂຶ້ນກວ່າເກົ່າ. ນັ້ນຄື, ສາມາດຮັບບັບຕິສະມາແທນຄົນຕາຍ. ໂປໂລໄດ້ກ່າວເຖິງມັນ, ຢູ່ໃນ ໂກຣິນໂທ ສະບັບທີໜຶ່ງ ບົດທີ 15 ຂໍ້ທີ 29. ໂຈເຊັບໄດ້ຮັບມັນຢ່າງແຈ່ມແຈ້ງໂດຍການເປີດເຜີຍ. … ມັນເປັນສິດທິພິເສດຂອງສາດສະໜາຈັກທີ່ຈະຮັບບັບຕິສະມາແທນຍາດພີ່ນ້ອງຂອງເຂົາເຈົ້າຜູ້ທີ່ໄດ້ຕາຍໄປກ່ອນພຣະກິດຕິຄຸນນີ້ອອກມາ; ແມ່ນແຕ່ກັບຄືນໄປຫາປູ່ຍ່າຕາຍາຍທວດຂອງເຂົາເຈົ້າ. … ເມື່ອເຮັດແນວນັ້ນ, ພວກເຮົາສາມາດເປັນຕົວແທນໃຫ້ເຂົາເຈົ້າ; ແລະ ມອບສິດທິພິເສດໃຫ້ເຂົາເຈົ້າທີ່ຈະອອກມາໃນການຟື້ນຄືນຊີວິດຄັ້ງທຳອິດ. ເພິ່ນເວົ້າວ່າ ພຣະກິດຕິຄຸນຈະຖືກສັ່ງສອນໃຫ້ແກ່ເຂົາເຈົ້າ … ແຕ່ວິນຍານບໍ່ສາມາດຮັບບັບຕິສະມາ. … ນັບແຕ່ລະບຽບການຂໍ້ນີ້ໄດ້ຖືກສັ່ງສອນຢູ່ທີ່ນີ້, ນ້ຳບໍ່ເຄີຍສະຫງົບ. ລະຫວ່າງກອງປະຊຸມ ບາງເທື່ອກໍມີພວກແອວເດີ ຈຳນວນແປດ ຫລື ສິບຄົນ ລົງໄປໃນນ້ຳພ້ອມກັນ ເພື່ອໃຫ້ບັບຕິສະມາ. … ນ້ອງກໍຢາກຮັບບັບຕິສະມາແທນແມ່ຂອງນ້ອງ. ນ້ອງຄິດວ່າຊິລໍຖ້າຈົນອ້າຍກັບມາ, ແຕ່ເທື່ອແລ້ວນີ້ ເມື່ອໂຈເຊັບໄດ້ກ່າວກ່ຽວກັບເລື່ອງນີ້, ເພິ່ນໄດ້ແນະນຳໃຫ້ທຸກຄົນຟ້າວເຮັດ, ແລະ ປົດປ່ອຍໝູ່ເພື່ອນຂອງຕົນຈາກການຈ່ອງຈຳ ໃຫ້ໄວເທົ່າທີ່ຈະເປັນໄປໄດ້. ສະນັ້ນ ນ້ອງຈຶ່ງຄິດວ່າຈະອອກໄປເຮັດໃນອາທິດນີ້, ເພາະມີເພື່ອນບ້ານຫລາຍຄົນທີ່ຈະອອກໄປຄືກັນ. ບາງຄົນກໍໄດ້ຮັບບັບຕິສະມາຫລາຍເທື່ອແລ້ວ. … ດັ່ງທີ່ອ້າຍສາມາດເຫັນ ມັນມີໂອກາດສຳລັບທຸກຄົນ. ນີ້ບໍ່ແມ່ນຄຳສອນທີ່ສະຫງ່າລາສີບໍ?”3
ຟີບີ ເຈສ
ທັນທີທີ່ອ່າງບັບຕິສະມາຢູ່ໃນພຣະວິຫານນາວູໄດ້ຖືກສ້າງສຳເລັດ, ການບັບຕິສະມາແທນກໍໄດ້ຖືກກະທຳຢູ່ໃນນັ້ນ ແທນແມ່ນ້ຳ. ນາງຟີບີ ເຈສ, ຜູ້ອາໄສຢູ່ໃນເມືອງນາວູ, ໄດ້ຂຽນເຖິງແມ່ຂອງນາງກ່ຽວກັບພຣະວິຫານ, ບັນຍາຍກ່ຽວກັບອ່າງບັບຕິສະມາ ວ່າເປັນບ່ອນທີ່ “ເຮົາສາມາດຮັບບັບຕິສະມາແທນຄົນຕາຍຂອງເຮົາ ແລະ ກາຍເປັນຜູ້ຊ່ວຍໃຫ້ລອດຢູ່ເທິງພູຊີໂອນ.” ນາງໄດ້ອະທິບາຍຕື່ມວ່າ ໃນອ່າງນີ້, “ລູກໄດ້ຮັບບັບຕິສະມາແທນພໍ່ທີ່ລູກຮັກຫລາຍ ແລະ ແທນໝູ່ເພື່ອນທີ່ລູກຮັກທຸກຄົນ. … ບັດນີ້ ລູກຢາກຮູ້ຈັກຊື່ຂອງພໍ່ຕູ້ແມ່ຕູ້ ເພື່ອວ່າລູກຈະໄດ້ປົດປ່ອຍພວກເພິ່ນ, ເພາະລູກຢາກປົດປ່ອຍຄົນຕາຍ. … ພຣະຜູ້ເປັນເຈົ້າໄດ້ກ່າວອີກເທື່ອໜຶ່ງ ແລະ ໄດ້ຟື້ນຟູລະບຽບການຂອງສະໄໝບູຮານ.”4
ຊາລີ ແຣນໂດ
ໃນການຂຽນເຖິງໝູ່ເພື່ອນ ແລະ ຄອບຄົວຂອງນາງກ່ຽວກັບການບັບຕິສະມາແທນສະມາຊິກໃນຄອບຄົວທີ່ມີຊີວິດຢູ່ກ່ອນໜ້ານີ້, ນາງຊາລີ ແຣນໂດ ໄດ້ກ່າວເຖິງການຕາຍຂອງທ້າວຈອດ ລູກຊາຍຂອງນາງ ດັ່ງນີ້:
“ໂອ້ ມັນໄດ້ເປັນຊ່ວງເວລາທີ່ຍາກຫລາຍແທ້ໆສຳລັບຂ້ອຍ ແລະ ເບິ່ງຄືວ່າຂ້ອຍບໍ່ສາມາດທຳໃຈໄດ້, ແຕ່ … ພໍ່ຂອງລາວໄດ້ຮັບບັບຕິສະມາແທນລາວ ແລະ ມັນຊ່າງເປັນສິ່ງສະຫງ່າລາສີແທ້ໆ ທີ່ພວກເຮົາເຊື່ອ ແລະ ຮັບເອົາຄວາມສົມບູນຂອງພຣະກິດຕິຄຸນ ຕາມທີ່ມັນຖືກສັ່ງສອນໃນເວລານີ້ ແລະ ສາມາດຮັບບັບຕິສະມາແທນໝູ່ເພື່ອນຂອງເຮົາທີ່ຕາຍໄປແລ້ວ ແລະ ຊ່ວຍທຸກຄົນຮັບບັບຕິສະມາຢ້ອນຄືນຫລັງເທົ່າທີ່ເຮົາສາມາດຈື່ຈຳໄດ້.
“ເຖິງຢ່າງໃດກໍຕາມ ຂ້ອຍຢາກໃຫ້ພວກເຈົ້າຂຽນຕອບຂ້ອຍ ແລະ ບອກລາຍຊື່ຂອງທຸກຄົນທີ່ພວກເຮົາຮູ້ຈັກທີ່ໄດ້ຕາຍໄປແລ້ວ ຢ້ອນຄືນຫາປູ່ຍ່າຕາຍາຍ. ຂ້ອຍຕັ້ງໃຈທີ່ຈະເຮັດທຸກສິ່ງທີ່ຂ້ອຍສາມາດເຮັດໄດ້ ເພື່ອຊ່ວຍນຳຄວາມລອດມາໃຫ້ໝູ່ເພື່ອນຂອງຂ້ອຍ ແລະ ຂ້ອຍຈະດີໃຈຫລາຍທີ່ພວກເຈົ້າບາງຄົນຈະມາຊ່ວຍຂ້ອຍເຮັດ ເພາະມັນເປັນວຽກງານຢ່າງຫລວງຫລາຍທີ່ຄົນຜູ້ດຽວຈະເຮັດຕາມລຳພັງ. … ຂ້ອຍຮູ້ວ່າ ພວກເຈົ້າຈະຄິດວ່າ ນີ້ແມ່ນຄຳສອນທີ່ແປກປະຫລາດ ແຕ່ພວກເຈົ້າຈະພົບວ່າ ມັນເປັນຄວາມຈິງ.”5