ຈົ່ງ​ຕາມ​ເຮົາ​ມາ
ວັນທີ 6–12 ເດືອນ​ມັງກອນ. 1 ນີໄຟ 1–7: “ເຮົາ​ຈະ​ໄປ ແລະ ເຮັດ”


“ວັນທີ 6–12 ເດືອນ​ມັງກອນ. 1 ນີໄຟ 1–7: ‘ເຮົາ​ຈະ​ໄປ ແລະ ເຮັດ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 6–12 ເດືອນ​ມັງກອນ. 1 ນີໄຟ 1–7,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ຄອບ​ຄົວ​ຂອງ​ລີໄຮ​ເດີນ​ທາງ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ

Lehi Traveling Near the Red Sea [ລີໄຮ​ເດີນ​ທາງ​ຢູ່​ໃກ້​ທະ​ເລ​ແດງ], ໂດຍ ແກຣີ ສະມິດ

ວັນທີ 6–12 ເດືອນ​ມັງກອນ

1 ນີໄຟ 1–7

“ເຮົາ​ຈະ​ໄປ ແລະ ເຮັດ”

ນີໄຟໄດ້​ບັນ​ທຶກ “ເລື່ອງ​ຂອງ​ພຣະ​ເຈົ້າ” (1 ນີໄຟ 6:3). ຂະ​ນະ​ທີ່​ທ່ານ​ສຶກ​ສາ​ບັນ​ທຶກ​ຂອງ​ນີໄຟ, ໃຫ້​ເອົາ​ໃຈ​ໃສ່​ຕໍ່​ເລື່ອງ​ຂອງ​ພຣະ​ເຈົ້າ ທີ່​ທ່ານ​ພົບ​ເຫັນ, ໂດຍ​ສະ​ເພາະ​ຄວາມ​ປະ​ທັບ​ໃຈ​ຈາກ​ພຣະ​ວິນ​ຍານ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ພຣະ​ຄຳ​ພີ​ມໍ​ມອນ​ເລີ່ມ​ຕົ້ນ​ດ້ວຍ​ເລື່ອງ​ລາວ​ຂອງ​ຄອບ​ຄົວ​ທີ່​ແທ້​ຈິງ​ຄອບ​ຄົວ​ໜຶ່ງ ທີ່​ໄດ້​ປະ​ເຊີນ​ກັບ​ບັນ​ຫາ​ຫຍຸ້ງ​ຍາກ​ແທ້ໆ. ມັນ​ໄດ້​ເກີດ​ຂຶ້ນ 600 ປີ ກ່ອນ ຄ.ສ., ແຕ່​ອາດ​ມີ​ບາງ​ສິ່ງ​ຢູ່​ໃນ​ເລື່ອງນີ້ ທີ່​ອາດຄ້າຍ​ຄື​ກັນ​ກັບ​ຄອບ​ຄົວ​ໃນ​ທຸກວັນ​ນີ້. ຄອບ​ຄົວ​ນີ້​ໄດ້​ມີ​ຊີ​ວິດ​ຢູ່​ໃນ​ໂລກ​ທີ່ນັບ​ມື້​ນັບ​ມີ​ຄວາມ​ຊົ່ວ​ຮ້າຍ​ຫລາຍ​ຂຶ້ນ​ເລື້ອຍໆ, ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ກັບ​ເຂົາ​ເຈົ້າ​ວ່າ ຖ້າ​ຫາກ​ເຂົາ​ເຈົ້າ​ຈະ​ຕິດ​ຕາມ​ພຣະ​ອົງ, ແລ້ວ​ພຣະ​ອົງ​ຈະ​ນຳ​ພາ​ເຂົາ​ເຈົ້າ​ໄປ​ຫາ​ບ່ອນ​ທີ່​ປອດ​ໄພ. ໃນ​ລະ​ຫວ່າງ​ການ​ເດີນ​ທາງນັ້ນ ບາງ​ເວ​ລາ​ກໍ​ດີ ແລະ ບາງ​ເວ​ລາ​ກໍ​ບໍ່​ດີ; ເຂົາ​ເຈົ້າ​ໄດ້​ປະສົບ​ກັບ​ພອນ ແລະ ການ​ມະ​ຫັດ​ສະ​ຈັນ ທີ່​ຍິ່ງ​ໃຫຍ່, ແຕ່​ເຂົາ​ເຈົ້າ​ກໍ​ມີ​ການ​ໂຕ້​ຖຽງ ແລະ ການ​ຂັດ​ແຍ້ງ​ກັນ​ຫລາຍ​ພໍ​ສົມ​ຄວນ. ໜ້ອຍ​ເທື່ອ​ທີ່​ພຣະ​ຄຳ​ພີ​ຈະ​ກ່າວ​ຢ່າງຍືດ​ຍາວ​ເຖິງ​ຄອບ​ຄົວ​ທີ່​ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ: ພໍ່​ພະ​ຍາ​ຍາມ​ດົນ​ໃຈ​ຄອບ​ຄົວ​ຂອງ​ຕົນ​ໃຫ້​ມີ​ສັດ​ທາ, ພວກ​ລູກ​ຊາຍ​ຕັດ​ສິນ​ໃຈ​ເອງວ່າ ຈະ​ເຊື່ອ​ພໍ່​ຫລືບໍ່, ແມ່​ມີ​ຄວາມ​ຢ້ານ​ກົວ​ສຳ​ລັບ​ຄວາມ​ປອດ​ໄພ​ຂອງ​ລູກໆ, ແລະ ອ້າຍ​ນ້ອງ​ກັນ ປະ​ເຊີນ​ກັບ​ຄວາມ​ອິດ​ສາ​ບັງ​ບຽດ ແລະ ຄວາມ​ຂັດ​ແຍ້ງ​ກັນ—ແລະ ບາງ​ເທື່ອ​ໄດ້​ໃຫ້​ອະ​ໄພ​ກັນ​ແລະ​ກັນ. ສະ​ຫລຸບ​ແລ້ວ, ມັນ​ມີ​ພະ​ລັງ​ທີ່​ແທ້​ຈິງ ໃນ​ການ​ເຮັດ​ຕາມ​ຕົວ​ຢ່າງ​ເລື່ອງ​ສັດ​ທາ​ທີ່​ຄອບ​ຄົວ​ນີ້—ເຖິງ​ແມ່ນ​ດ້ວຍ​ຄວາມ​ບົກ​ຜ່ອງ​ຂອງ​ເຂົາ​ເຈົ້າ—ໄດ້​ສະ​ແດງ​ໃຫ້​ເຫັນ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

1 ນີໄຟ 1–6

ພຣະ​ຄຳ​ພີ​ມີ​ຄຸນຄ່າ​ຫລາຍ.

ຫົກ​ບົດ​ທຳ​ອິດ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ບັນ​ຈຸ​ຂໍ້​ອ້າງ​ອີງ​ຫລາຍ​ຢ່າງ ຕໍ່​ໜັງ​ສື​ທີ່​ສັກ​ສິດ, ບັນ​ທຶກ​ທີ່​ສັກ​ສິດ, ແລະ ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຂະ​ນະ​ທີ່​ທ່ານ​ອ່ານ 1 ນີໄຟ 1–6, ທ່ານ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ວ່າ “ມີ​ຄຸນ​ຄ່າ​ຫລາຍ”? (1 ນີໄຟ 5:21). ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຄຳ​ພີ? ທ່ານ​ພົບ​ເຫັນ​ຫຍັງ​ແດ່​ທີ່​ດົນ​ໃຈ​ທ່ານ​ໃຫ້ຄົ້ນ​ຄວ້າ​ພຣະ​ຄຳ​ພີ​ດ້ວຍ​ຄວາມ​ຕັ້ງ​ໃຈ​ຫລາຍກວ່າ​ເກົ່າ?

1 ນີໄຟ 1:7–15

ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ.

ຈຸດ​ປະ​ສົງ​ທີ່​ແທ້​ຈິງ ທີ່​ມີ​ກ່າວ​ຢູ່​ໃນໜ້າ​ວິ​ເຄາະ​ສະ​ບັບ—ເພື່ອ​ໃຫ້​ທຸກ​ຄົນ​ຍອມ​ຮັບ​ວ່າ ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ—ພຣະ​ຄຳ​ພີ​ມໍ​ມອນ​ເລີ່ມ​ຕົ້ນ​ດ້ວຍ​ພາບ​ນິ​ມິດອັນ​ແປກ​ປະ​ຫລາດ​ຂອງ​ລີໄຮ ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ຈາກ​ສິ່ງ​ທີ່​ລີໄຮ​ໄດ້​ເຫັນ? ວຽກ​ງານ​ບາງ​ຢ່າງ​ທີ່ “ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ” ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ຊີ​ວິດ​ຂອງ​ທ່ານ ມີ​ແນວ​ໃດ​ແດ່? (1 ນີໄຟ 1:14).

1 ນີໄຟ 2

ເມື່ອ​ເຮົາ​ສະ​ແຫວງ​ຫາ ແລະ ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ແລ້ວ​ພຣະ​ອົງ​ຈະ​ສາ​ມາດ​ເຮັດ​ໃຫ້​ໃຈ​ຂອງ​ເຮົາ​ອ່ອນ​ລົງ.

ເຖິງ​ແມ່ນ​ວ່າ ເລ​ມັນ, ເລ​ມູ​ເອນ, ແລະ ນີໄຟ ທັງ​ສາມ​ໄດ້​ເຕີບ​ໃຫຍ່​ຂຶ້ນ​ຢູ່​ໃນ​ຄອບ​ຄົວ​ດຽວ​ກັນ ແລະ ເຄີຍ​ມີ​ປະ​ສົບ​ການ​ທີ່​ຄ້າຍ​ຄື​ກັນ, ແຕ່​ກໍ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຫລາຍ​ໃນ​ເລື່ອງ​ທີ່​ເຂົາ​ເຈົ້າ​ຕອບ​ຮັບ​ການ​ຊີ້​ນຳ​ຈາກ​ສະ​ຫວັນ ທີ່​ບິ​ດາ​ຂອງ​ເຂົາ​ເຈົ້າ​ໄດ້​ຮັບ ຢູ່​ໃນ​ບົດ​ນີ້. ຂະ​ນະ​ທີ່​ທ່ານ​ອ່ານ 1 ນີໄຟ 2, ທ່ານ​ສາ​ມາດບອກ​ໄດ້​ບໍວ່າ ເປັນ​ຫຍັງ​ໃຈ​ຂອງ​ນີໄຟ​ຈຶ່ງ​ອ່ອນ​ລົງ ຂະ​ນະ​ທີ່​ໃຈ​ຂອງ​ພວກອ້າຍ​ຂອງ​ເພິ່ນ​ແຂງ​ກະ​ດ້າງ. ທ່ານ​ອາດ​ຄິດ​ກ່ຽວ​ກັບຄຳ​ຕອບ​ຂອງທ່ານ​ເອງນຳ​ອີກ ຕໍ່​ການ​ຊີ້​ນຳ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ, ບໍ່​ວ່າ​ຈະ​ເປັນ​ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຫລື ສາດ​ສະ​ດາ​ຂອງ​ພຣະ​ອົງ. ເມື່ອ​ໃດ​ທີ່​ທ່ານ​ຮູ້​ສຶກວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ໃຈ​ຂອງ​ທ່ານອ່ອນ​ລົງ ເພື່ອ​ວ່າ​ທ່ານ​ຈະ​ຮັບ​ເອົາ​ການ​ຊີ້​ນຳ ແລະ ຄຳ​ແນະ​ນຳ​ຂອງ​ພຣະ​ອົງ ດ້ວຍ​ຄວາມ​ເຕັມ​ໃຈ ຫລາຍກວ່າ​ເກົ່າ?

1 ນີໄຟ 3–4

ພຣະ​ເຈົ້າ​ຈະ​ຕຽມ​ທາງ​ໃຫ້​ເຮົາ​ເພື່ອ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ.

ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ລີໄຮ ແລະ ຄອບ​ຄົວ​ຂອງ​ເພິ່ນ ໃຫ້​ໄປ​ເອົາ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ​ຈາກ​ລາ​ບານ, ພຣະ​ອົງ​ບໍ່​ໄດ້​ໃຫ້​ຄຳ​ແນະ​ນຳ​ໃດ​ໜຶ່ງ​ໂດຍ​ສະ​ເພາະ ເຖິງວິ​ທີ​ທີ່​ຈະ​ບັນ​ລຸ​ພຣະ​ບັນ​ຍັດ​ຂໍ້ນີ້. ສ່ວນ​ຫລາຍ​ມັນ​ຊິ​ເປັນ​ແບບນີ້​ແທ້ໆ​ກັບ​ພຣະ​ບັນ​ຍັດ​ຂໍ້​ອື່ນໆ ຫລື ການ​ເປີດ​ເຜີຍ​ສ່ວນ​ຕົວ ທີ່​ເຮົາ​ໄດ້​ຮັບ​ຈາກ​ພຣະ​ເຈົ້າ, ແລະ ສິ່ງນີ້​ອາດ​ເຮັດ​ໃຫ້​ເຮົາ​ຮູ້​ສຶກວ່າ ພຣະ​ອົງຮຽກ​ຮ້ອງ “ເລື່ອງ​ຍາກ” (1 ນີໄຟ 3:5). ສິ່ງ​ໃດ​ທີ່​ດົນ​ໃຈ​ທ່ານ​ກ່ຽວ​ກັບ​ການ​ຕອບ​ຮັບ​ຂອງ​ນີໄຟ ຕໍ່​ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ທີ່​ພົບ​ເຫັນ​ໃນ 1 ນີໄຟ 3:7, 15–16? ມີ​ຫຍັງ​ບໍ​ທີ່​ດົນ​ໃຈ​ທ່ານ​ໃຫ້ “ໄປ ແລະ ເຮັດ”?

ຂະ​ນະ​ທີ່​ທ່ານ​ອ່ານ 1 ນີໄຟ 1–7, ໃຫ້​ຊອກ​ຫາ​ວິ​ທີ​ທີ່​ພຣະ​ເຈົ້າ​ໄດ້​ຕຽມ​ທາງ​ໃຫ້​ລີໄຮ ແລະ ຄອບ​ຄົວ​ຂອງ​ເພິ່ນ. ພຣະ​ອົງ​ໄດ້​ກະ​ທຳ​ສິ່ງນີ້​ສຳ​ລັບ​ທ່ານ​ແນວ​ໃດ?

ເບິ່ງ ສຸພະສິດ 3:5–6; 1 ນີໄຟ 17:3 ນຳ​ອີກ.

1 ນີໄຟ 4:1–3; 5:1–8; 7:6–21

ການ​ຈື່​ຈຳ​ວຽກ​ງານ​ຂອງ​ພຣະ​ເຈົ້າ ສາ​ມາດ​ເຮັດ​ໃຫ້​ເຮົາ​ມີ​ສັດ​ທາ​ທີ່​ຈະ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

ເມື່ອ​ເລ​ມັນ ແລະ ເລ​ມູ​ເອນ ຮູ້​ສຶກ​ຢາກ​ຈົ່ມ, ທຳ​ມະ​ດາ​ແລ້ວ ເຂົາ​ເຈົ້າ​ມີ​ນີໄຟ ແລະ ລີໄຮ​ຢູ່​ໃກ້ ເພື່ອຊຸກ​ຍູ້ ແລະ ຕັກ​ເຕືອນ​ເຂົາ​ເຈົ້າ. ເມື່ອ​ທ່ານ​ຮູ້​ສຶກ​ຢາກ​ຈົ່ມ, ການອ່ານ​ຖ້ອຍ​ຄຳ​ຂອງ​ນີໄຟ ແລະ ລີໄຮ ສາ​ມາດ​ໃຫ້​ຄຳ​ແນະ​ນຳ ແລະ ທັດ​ສະ​ນະ​ທີ່​ມີ​ຄ່າ​ໄດ້. ນີໄຟ ແລະ ລີໄຮ​ໄດ້​ພະ​ຍາ​ຍາມ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ພວກ​ເພິ່ນ ເພື່ອ​ສ້າງ​ສັດ​ທາ​ໃນ​ພຣະ​ເຈົ້າ ແນວ​ໃດ​ແດ່? (ເບິ່ງ 1 ນີໄຟ 4:1–3; 5:1–8; 7:6–21). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຕົວ​ຢ່າງ​ຂອງ​ພວກ​ເພິ່ນ ທີ່​ສາ​ມາດ​ຊ່ວຍ​ທ່ານ​ໃນ​ເທື່ອ​ໜ້າ ເມື່ອ​ທ່ານຄິດ​ຢາກ​ຈົ່ມ ຫລື ຢາກ​ກະ​ບົດ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳຂໍ້ໃດ​ທີ່ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

1 ນີໄຟ 1–7

ຕະ​ຫລອດ​ທົ່ວ 1 ນີໄຟ 1–7, ທ່ານ​ສາ​ມາດຊຸກ​ຍູ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ ໃຫ້​ສັງ​ເກດ​ເບິ່ງ​ວ່າ ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ລີໄຮ ແລະ ຊາ​ໄຣ​ຢາ ປະ​ຕິ​ບັດ​ຕໍ່​ກັນ​ແນວ​ໃດ. ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຄວາມ​ສຳ​ພັນ​ເຫລົ່າ​ນີ້ ທີ່​ສາ​ມາດ​ຊ່ວຍຄອບ​ຄົວ​ຂອງ​ເຮົາ?

ຮູບ​ພາບ
ນີໄຟ ແລະ ຄອບ​ຄົວ​ຂອງ​ເພິ່ນກວດ​ກາ​ເບິ່ງ​ແຜ່ນ​ຈາ​ລຶກ

ນີໄຟ ​ແລະ ຄອບ​ຄົວ​ຂອງ​ເພິ່ນ​ນັບ​ຖື​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ.

1 ນີໄຟ 2:20

ຫລັກ​ທຳ​ຢູ່​ໃນ 1 ນີໄຟ 2:20 ຖືກອ້າງເຖິງ​ເລື້ອຍໆ​ຕະ​ຫລອດ​ທົ່ວ​ພຣະ​ຄຳ​ພີ​ມໍ​ມອນ. ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ຈະ​ສາ​ມາດ​ນຳ​ໃຊ້​ມັນ​ກັບ​ຊີ​ວິດ​ຂອງ​ເຂົາ​ເຈົ້າ ໃນ​ຂະ​ນະ​ທີ່​ພວກ​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ນຳ​ກັນ ໃນ​ປີນີ້​ແນວ​ໃດ? ບາງ​ທີ​ພວກ​ທ່ານ​ຄວນ​ເຮັດ​ໂປສເຕີ້​ນຳ​ກັນ ທີ່​ກ່າວ​ເຖິງ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຢູ່​ໃນ​ຂໍ້​ນີ້ ແລະ ສະ​ແດງ​ມັນ​ຢູ່​ໃນ​ເຮືອນ​ຂອງ​ພວກທ່ານ. ມັນ​ສາ​ມາດ​ເປັນ​ສິ່ງ​ເຕືອນ​ໃຈ ທີ່​ຈະ​ສົນ​ທະ​ນາ​ກັນ​ເປັນ​ບາງ​ຄັ້ງ ເຖິງວິ​ທີ​ທີ່​ພວກ​ທ່ານ​ໄດ້​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ​ຊ່ວຍ​ໃຫ້​ຄອບ​ຄົວ​ຂອງ​ພວກທ່ານ​ຮຸ່ງ​ເຮືອງ​ຂຶ້ນ ເມື່ອ​ພວກ​ທ່ານ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ໃຫ້​ຄິດ​ທີ່​ຈະ​ຈົດ​ປະ​ສົບ​ການ​ເຫລົ່າ​ນີ້ ໃສ່ໃນ​ໂປສເຕີ້.

1 ນີໄຟ 2:11–13; 3:5–7

ບາງ​ທີ​ຄອບ​ຄົວ​ຂອງ​ທ່ານ​ອາດໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ສັງ​ເກດ​ເຫັນ​ຄວາມ​ແຕກ​ຕ່າງຂອງ​ການ​ຕອບ​ຮັບ ຂອງ​ເລ​ມັນ​ກັບ​ເລ​ມູ​ເອນ ແລະ ການ​ຕອບ​ຮັບ​ຂອງ​ນີໄຟ ຕໍ່​ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເຮົາ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ 1 ນີໄຟ 2:11–13; 3:5–7 ກ່ຽວ​ກັບ​ການ​ເວົ້າ​ຈົ່ມ? ເຮົາ​ຈະ​ໄດ້​ຮັບ​ພອນ​ຢ່າງໃດ​ແດ່ ເມື່ອ​ເຮົາ​ໃຊ້​ສັດ​ທາ?

1 ນີໄຟ 3:19–20; 5:10–226

ຂໍ້​ເຫລົ່າ​ນີ້​ສາ​ມາດ​ດົນ​ໃຈ​ຄອບ​ຄົວ​ຂອງ​ທ່ານໃຫ້ບັນ​ທຶກ​ເຫດ​ການ ແລະ ປະ​ສົບ​ການ​ທີ່​ສຳ​ຄັນ ຈາກ​ຊີ​ວິດ​ຂອງ​ພວກ​ທ່ານ​ໄວ້. ບາງ​​ທີພວກ​ທ່ານ​ຄວນ​ເລີ່ມ​ຕົ້ນມີ​ບັນ​ທຶກ​ຂອງ​ຄອບ​ຄົວ, ທີ່​ຄ້າຍ​ຄື​ກັນ​ກັບ​ບັນ​ທຶກ​ທີ່​ນີໄຟ ແລະ ລີໄຮ​ມີ ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ຄອບ​ຄົວ​ຂອງ​ພວກ​ເພິ່ນ. ທ່ານ​ຈະ​ຮ່ວມ​ຫຍັງ​ແດ່​ໄວ້​ໃນ​ບັນ​ທຶກ​ຂອງ​ຄອບ​ຄົວ?

1 ນີໄຟ 7:19–21

ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ເຮົາ ກ່ຽວ​ກັບ​ຕົວ​ຢ່າງ​ຂອງ​ນີໄຟ ຢູ່​ໃນ​ຂໍ້​ເຫລົ່າ​ນີ້? ຄອບ​ຄົວ​ຂອງ​ເຮົາ​ໄດ້​ຮັບ​ພອນ​ແນວ​ໃດ ເມື່ອ​ເຮົາ “ຍົກ​ໂທດ​ໃຫ້ [ກັນແລະ​ກັນ] ຢ່າງ​ເຕັມ​ໃຈ”?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ສຶກ​ສາ​ພຣະ​ຄຳ​ພີ​ຢ່າງ​ສະ​ໝ່ຳ​ສະ​ເໝີ. ສິ່ງ​ສຳ​ຄັນ​ຢ່າງ​ໜຶ່ງ​ທີ່​ມີ​ຄວາມ​ໝາຍ ໃນ​ການ​ສິດ​ສອນ​ຢູ່​ໃນ​ບ້ານ ແມ່ນ​ການ​ຫາ​ໂອ​ກາດ ເພື່ອ​ຮຽນ​ຮູ້​ຢ່າງ​ສະ​ໝ່ຳ​ສະ​ເໝີ ສຳ​ລັບ​ຄອບ​ຄົວ​ຂອງ​ທ່ານ. ປະ​ທານ​ທອມ​ມັສ ແອັສ ມອນສັນ ໄດ້​ສອນ​ວ່າ, “ການ​ສຶກ​ສາ​ຢ່າງ​ເອົາ​ຈິງ​ເອົາ​ຈັງ​ເປັນ​ເວ​ລາ​ສັ້ນໆ​ຈະ​ບໍ່​ມີ​ປະ​ໂຫຍດ​ເທົ່າ​ກັບ​ການ​ສຶກ​ສາ​ທຸກໆ​ມື້ ແລະ ການ​ນຳ​ໃຊ້​ຂໍ້​ພຣະ​ຄຳ​ພີ​ໃນ​ຊີ​ວິດ​ຂອງ​ເຮົາ” (“Be Your Best Self,” Ensign ຫລື Liahona, May 2009, 68).

ຮູບ​ພາບ
ນີໄຟ​ຢືນ​ຢູ່​ໃກ້​ລາບານ​ທີ່​ເມົາ​ເຫລົ້າ

I Did Obey the Voice of the Spirit [ເຮົາ​ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ], ໂດຍ ວາວເຕີ ເຣນ

ພິມ