ຈົ່ງ​ຕາມ​ເຮົາ​ມາ
ວັນທີ 13–19 ເດືອນ​ມັງກອນ. 1 ນີໄຟ 8–10: “ໄດ້​ຮັບ​ສ່ວນ​ໝາກ​ໄມ້”


“ວັນທີ 13–19 ເດືອນ​ມັງກອນ. 1 ນີໄຟ 8–10: ‘ໄດ້​ຮັບ​ສ່ວນ​ໝາກ​ໄມ້,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 13–19 ເດືອນ​ມັງກອນ. 1 ນີໄຟ 8–10,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ພາບ​ນິ​ມິດ​ຂອງ​ລີ​ໄຮກ່ຽວ​ກັບ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ​

Lehi’s Dream [ຄວາມ​ຝັນ​ຂອງ​ລີ​ໄຮ], ໂດຍ ສະ​ຕີບ​ເວັນ ຫລອຍ ນຽວ

ວັນທີ 13–19 ເດືອນ​ມັງກອນ

1 ນີໄຟ 8–10

“ໄດ້​ຮັບ​ສ່ວນ​ໝາກ​ໄມ້”

ຂະ​ນະ​ທີ່​ທ່ານ​ອ່ານ 1 ນີໄຟ 8–10, ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ຂ່າວ​ສານ​ຂອງ​ພາບ​ນິ​ມິດ​ຂອງ​ລີ​ໄຮ ກ່ຽວ​ຂ້ອງ​ກັບ​ທ່ານ​ແນວ​ໃດ. ໃຫ້​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ທາງວິນ​ຍານ​ທີ່​ທ່ານ​ໄດ້​ຮັບ ໄວ້​ໃນ​ພຣະ​ຄຳ​ພີ, ປຶ້ມ​ບັນ​ທຶກ, ຫລື ແຫລ່ງ​ຊ່ວຍ​ເຫລືອ​ເຫລັ້ມ​ນີ້​ຂອງ​ທ່ານ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຄວາມ​ຝັນ​ຂອງ​ລີ​ໄຮ—ພ້ອມ​ທັງ​ຮາວ​ເຫລັກ, ໝອກ​ແຫ່ງ​ຄວາມ​ມືດ, ອາ​ຄານ​ໃຫຍ່ ແລະ ກວ້າງ​ຂວາງ, ແລະ ຕົ້ນ​ໄມ້ ກັບ​ໝາກ​ທີ່ “ຫວານ​ທີ່​ສຸດ”—ເປັນ​ການ​ເຊື້ອ​ເຊີນ​ທີ່​ດົນ​ໃຈ ໃຫ້​ຮັບ​ເອົາ​ພອນ​ແຫ່ງ​ຄວາມ​ຮັກ ແລະ ການເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສຳ​ລັບ​ລີ​ໄຮ​ແລ້ວ ພາບ​ນິ​ມິດນີ້​ແມ່ນ​ກ່ຽວ​ກັບ​ຄອບ​ຄົວ​ຂອງ​ເພິ່ນ​ນຳ​ອີກ: “ເພາະ​ສິ່ງ​ທີ່​ພໍ່​ເຫັນ, ພໍ່​ຈຶ່ງມີ​ເຫດຜົນ​ທີ່​ຈະ​ປິ​ຕິ​ຍິນ​ດີໃນ​ພຣະ​ຜູ້​ເປັນ​ເຈົ້າ ຍ້ອນ​ນີ​ໄຟ ແລະ ແຊມ​ນຳ​ອີກ. … ແຕ່ ຈົ່ງ​ເບິ່ງ, ຍ້ອນ​ພວກ​ເຈົ້າ, ເລ​ມັນ ແລະ ເລ​ມູ​ເອນ, ພໍ່​ຈຶ່ງ​ຢ້ານກົວ​ຢ່າງຍິ່ງ” (1 ນີໄຟ 8:3–4). ເມື່ອ​ລີ​ໄຮໄດ້ເລົ່າ​ພາບ​ນິ​ມິດ​ຂອງ​ເພິ່ນ​​ຈົບແລ້ວ, ເພິ່ນ​ໄດ້​ຂໍ​ໃຫ້​ເລ​ມັນ​ກັບ​ເລ​ມູ​ເອນ “ເຊື່ອ​ຟັງ​ຄຳ​ຂອງ​ເພິ່ນ, ເພື່ອ​ພຣະ​ຜູ້​ເປັນ​ເຈົ້າອາດ​ຈະ​ເມດ​ຕາ ແລະ ບໍ່​ປະ​ຖິ້ມ​ພວກ​ເຂົາ” (1 ນີໄຟ 8:37). ເຖິງ​ແມ່ນ​ຖ້າ​ຫາກ​ທ່ານ​ໄດ້​ສຶກ​ສາ​ພາບ​ນິ​ມິດ​ຂອງ​ລີ​ໄຮ​ຫລາຍ​ເທື່ອ​ແລ້ວ, ແຕ່​ເທື່ອນີ້ ໃຫ້​ຄິດ​​ຄື​ກັນ​ກັບ​ທີ່​ລີ​ໄຮ​ໄດ້​ຄິດ—ຄິດ​ເຖິງ​ບາງ​ຄົນ​ທີ່​ທ່ານ​ຮັກ. ເມື່ອ​ທ່ານ​ເຮັດ​ເຊັ່ນ​ນັ້ນ, ຄວາມ​ໝັ້ນ​ຄົງ​ຂອງ​ຮາວ​ເຫລັກ, ສິ່ງ​ອັນ​ຕະ​ລາຍ​ຂອງອາ​ຄານ​ໃຫຍ່ ແລະ ກວ້າງ​ຂວາງ, ແລະ ຄວາມ​ຫວານ​ຂອງ​ໝາກ​ໄມ້ ຈະ​ມີ​ຄວາມ​ໝາຍ​ໃໝ່. ແລະ ທ່ານ​ຈະ​ເຂົ້າ​ໃຈຢ່າງ​ເລິກ​ຊຶ້ງ​ຫລາຍ​ຂຶ້ນ ເຖິງ “ຄວາມ​ຮູ້​ສຶກ​ທັງ​ໝົດ​ຂອງ​ບິ​ດາ​ທີ່​ປາ​ນີ” ຜູ້​ໄດ້​ຮັບ​ພາບ​ນິ​ມິດ​ທີ່​ແປກ​ປະ​ຫລາດນັ້ນ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

1 ນີໄຟ 8

ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ນຳ​ພາ​ເຮົາ​ໄປ​ຫາ​ພຣະ​ຜູ້ຊ່ວຍ​ໃຫ້​ລອດ ແລະ ຊ່ວຍ​ເຮົາ​ໃຫ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ.

ພາບ​ນິ​ມິດ​ຂອງ​ລີ​ໄຮ​ສະ​ເໜີ​ຄຳ​ເຊື້ອ​ເຊີນ​ໃຫ້​ຄຳ​ນຶງ​ວ່າ ເຮົາ​ຢູ່​ໃສ—ແລະ ເຮົາ​ຈະ​ໄປ​ໃສ—ໃນ​ການ​ເດີນ​ທາງ​ສ່ວນ​ຕົວ​ຂອງ​ເຮົາ ເພື່ອ​ຈະ​ໄດ້​ຮູ້​ຈັກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ. ປະ​ທານບອຍ ເຄ ແພ໊ກ​ເກີ ໄດ້ສິດ​ສອນ​ວ່າ: “ທ່ານ​ອາດ​ຄິດ​ວ່າ ຄວາມ​ຝັນ ແລະ ພາບ​ນິ​ມິດ​ຂອງລີ​ໄຮ ບໍ່ມີ​ຄວາມ​ໝາຍ​ພິ​ເສດ​ສຳ​ລັບ​ທ່ານ, ແຕ່ມັນ​ມີ. ທ່ານ​ຢູ່​ໃນ​ນັ້ນ; ເຮົາ​ທຸກ​ຄົນ​ຢູ່​ໃນ​ນັ້ນ (ເບິ່ງ 1 ນີໄຟ 19:23). ຄວາມ​ຝັນ ຫລື ພາບ​ນິ​ມິດ​ຂອງ​ລີ​ໄຮ ກ່ຽວ​ກັບ​ຮາວ​ເຫລັກ ມີ​ທຸກ​ສິ່ງ​ໃນ​ນັ້ນ … ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຕ້ອງ​ເຂົ້າ​ໃຈ​ການ​ທົດ​ສອບ​ຂອງ​ຊີ​ວິດ” (“Lehi’s Dream and You,” New Era, Jan. 2015, 2).

ວິ​ທີ​ໜຶ່ງ​ທີ່​ຈະ​ສຶກ​ສາ 1 ນີໄຟ 8 ອາດ​ເປັນ​ການ​ປະ​ກອບ​ແຜນ​ຜັງ ຄື​ກັນ​ກັບ​ຕົວ​ຢ່າງ​​ທີ່​ສະ​ແດງ​ຢູ່​ບ່ອນນີ້. ເພື່ອ​ຈະ​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງເຄື່ອງ​ໝາຍ​ຕ່າງໆ, ມັນ​ຈະ​ຊ່ວຍ​ໄດ້​ຫລາຍ ຖ້າ​ທ່ານອ່ານ​ເບິ່ງ​ພາບ​ນິ​ມິດທີ່​ນີ​ໄຟ​ໄດ້​ຮັບ ຕອນ​ເພິ່ນ​ໄດ້​ອະ​ທິ​ຖານ​ຂໍ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ພາບ​ນິ​ມິດ​ຂອງ​ບິ​ດາ​ຂອງ​ເພິ່ນ—ເບິ່ງ 1 ນີໄຟ 11:4–25, 32–36; 12:16–18; ແລະ 15:21–33, 36 ໂດຍ​ສະ​ເພາະ. ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພາບນິ​ມິດ​ຂອງ​ລີ​ໄຮ, ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ຮຽນ​ຮູ້.

ເຄື່ອງ​ໝາຍ​ຈາກ​ພາບ​ນິ​ມິດ​ຂອງ​ລີ​ໄຮ

ຄວາມ​ໝາຍ

ຄຳ​ຖາມ​ໃຫ້​ໄຕ່​ຕອງ

ເຄື່ອງ​ໝາຍ​ຈາກ​ພາບ​ນິ​ມິດ​ຂອງ​ລີ​ໄຮ

ຕົ້ນ​ໄມ້ ແລະ ໝາກ​ຂອງ​ມັນ (1 ນີໄຟ 8:10–12)

ຄວາມ​ໝາຍ

ຄຳ​ຖາມ​ໃຫ້​ໄຕ່​ຕອງ

ເຮົາ​ຈະ​ເຮັດສິ່ງ​ໃດ ເພື່ອ​ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ມາ​ຮັບ​ເອົາ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ?

ເຄື່ອງ​ໝາຍ​ຈາກ​ພາບ​ນິ​ມິດ​ຂອງ​ລີ​ໄຮ

ແມ່​ນ້ຳ (1 ນີໄຟ 8:13)

ຄວາມ​ໝາຍ

ຄຳ​ຖາມ​ໃຫ້​ໄຕ່​ຕອງ

ເຄື່ອງ​ໝາຍ​ຈາກ​ພາບ​ນິ​ມິດ​ຂອງ​ລີ​ໄຮ

ຮາວ​ເຫລັກ (1 ນີໄຟ 8:19–20, 30)

ຄວາມ​ໝາຍ

ຄຳ​ຖາມ​ໃຫ້​ໄຕ່​ຕອງ

ເຄື່ອງ​ໝາຍ​ຈາກ​ພາບ​ນິ​ມິດ​ຂອງ​ລີ​ໄຮ

ໝອກ​ແຫ່ງ​ຄວາມ​ມືດ (1 ນີໄຟ 8:23)

ຄວາມ​ໝາຍ

ຄຳ​ຖາມ​ໃຫ້​ໄຕ່​ຕອງ

ເຄື່ອງ​ໝາຍ​ຈາກ​ພາບ​ນິ​ມິດ​ຂອງ​ລີ​ໄຮ

ອາ​ຄານ​ໃຫຍ່ ແລະ ກວ້າງ​ຂວາງ (1 ນີໄຟ 8:26–27, 33)

ຄວາມ​ໝາຍ

ຄຳ​ຖາມ​ໃຫ້​ໄຕ່​ຕອງ

ເຄື່ອງ​ໝາຍ​ຈາກ​ພາບ​ນິ​ມິດ​ຂອງ​ລີ​ໄຮ

ຄວາມ​ໝາຍ

ຄຳ​ຖາມ​ໃຫ້​ໄຕ່​ຕອງ

ເບິ່ງ David A. Bednar, “Lehi’s Dream: Holding Fast to the Rod,” Ensign ຫລື Liahona, Oct. 2011, 33–37 ນຳ​ອີກ.

ຮູບ​ພາບ
ລີ​ໄຮ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ

ລີ​ໄຮ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ. Tree of Life [ຕົ້ນ​ໄມ້​ແຫ່ງ​ຊີ​ວິດ], ໂດຍ ມາກັສ ອາລານ ວິນເຊັນ

1 ນີໄຟ 9

ເປັນ​ຫຍັງ​ນີ​ໄຟ​ຈຶ່ງ​ເຮັດ​ແຜ່ນ​ຈາ​ລຶກ​ສອງ​ຊຸດ?

“ຈຸດ​ປະ​ສົງ​ອັນ​ສະ​ຫລາດ” ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ການ​ໃຫ້​ນີ​ໄຟ​ເຮັດ​ບັນ​ທຶກ​ສອງ​ຊຸດ ໄດ້​ໃຫ້​ຄວາມ​ແຈ່ມ​ແຈ້ງ ຫລາຍ​ສັດ​ຕະ​ວັດຫລັງ​ຈາກນັ້ນ. ຫລັງ​ຈາກ​ໂຈ​ເຊັບ ສະ​ມິດ ໄດ້​ແປ​ຕົ້ນ​ສະ​ບັບ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ 116 ໜ້າ, ​ແລ້ວ​ເພິ່ນ​ໄດ້ມອບ​ມັນ​ໃຫ້​ມາຕິນ ແຮຣິສ, ຜູ້​ໄດ້​ເຮັດ​ມັນ​ເສຍ (ເບິ່ງ ຄ&ພ 10:1–23). ແຕ່​ແຜ່ນ​ຈາ​ລຶກ​ຊຸດ​ທີ​ສອງ​ຂອງ​ນີ​ໄຟ ໄດ້​ກ່າວ​ເຖິງ​ຊ່ວງ​ໄລ​ຍະ​ດຽວ​ກັນ, ​ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ໂຈ​ເຊັບ ສະ​ມິດ ໃຫ້​ແປ​ແຜ່ນ​ຈາ​ລຶກ​ເຫລົ່າ​ນີ້ ແທນ​ທີ່​ຈະ​ກັບ​ຄືນ​ໄປ​ແປ​ສິ່ງ​ທີ່​ເສຍ​ໄປ​ນັ້ນ (ເບິ່ງ ຄ&ພ 10:38–45).

ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ​ແຜ່ນ​ຈາ​ລຶກ ທີ່​ກ່າວ​ເຖິງ​ຢູ່​ໃນ 1 ນີໄຟ 9, ໃຫ້ເບິ່ງ “ບົດ​ວິ​ເຄາະ​ໂດຍ​ຫຍໍ້​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ”; 1 ນີໄຟ 19:1–5; 2 ນີໄຟ 5:29–32; ແລະ ຄຳ​ຂອງ​ມໍ​ມອນ 1:3–9.

1 ນີໄຟ 10:2–16

ສາດ​ສະ​ດາ​ໃນ​ສະ​ໄໝ​ບູ​ຮານ​ຮູ້​ເຖິງ​ພາ​ລະ​ກິດ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ໄດ້​ເປັນ​ພະ​ຍານ​ເຖິງ​ພຣະ​ອົງ.

ເລື່ອງ​ລາວ​ກ່ຽວ​ກັບ​ພາບ​ນິ​ມິດ​ຂອງ​ລີ​ໄຮ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ກັບ​ຄອບ​ຄົວ​ຂອງ​ເພິ່ນ, ແຕ່​ເພິ່ນ​ຍັງ​ມີ​ຄວາມ​ຈິງ​ນິ​ລັນ​ດອນ​ຢ່າງ​ອື່ນ​ອີກ ທີ່​ຈະ​ສິດ​ສອນ​ເຂົາ​ເຈົ້າ​ກ່ຽວ​ກັບ​ພາ​ລະ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຂະ​ນະ​ທີ່​ທ່ານ​ອ່ານ 1 ນີໄຟ 10:2–16, ໃຫ້​ຄິດ​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ປະ​ສົງ​ໃຫ້​ຄອບ​ຄົວ​ຂອງ​ລີ​ໄຮ—ແລະ ເຮົາ​ທຸກ​ຄົນ—ຮູ້​ຄວາມ​ຈິງ​ເຫລົ່ານີ້. ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ທ່ານ​ສາ​ມາດບອກ​ຄົນ​ທີ່​ທ່ານ​ຮັກ ເພື່ອ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ຫັນ​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ​ຫລັງ​ຈາກ​ໄດ້​ສຶກ​ສາ​ພາບ​ນິ​ມິດ ແລະ ຄຳ​ສອນ​ຂອງ​ລີ​ໄຮ​ແລ້ວ, ເຊັ່ນ​ດຽວ​ກັນກັບ​ນີ​ໄຟ, ທ່ານ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ຮຽນ​ຮູ້​ສິ່ງ​ໃດ “ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ”? (1 ນີໄຟ 10:17).

1 ນີໄຟ 10:17–19

ພຣະ​ເຈົ້າ​ຈະ​ເປີດ​ເຜີຍ​ຄວາມ​ຈິງ​ຕໍ່​ເຮົາ ຖ້າ​ຫາກ​ເຮົາ​ສະ​ແຫວງ​ຫາ​ການ​ເປີດ​ເຜີຍ​ຢ່າງ​ພາກ​ພຽນ.

ທ່ານ​ຈະ​ຕອບ​ຮັບ​ແນວ​ໃດ ເມື່ອ​ທ່ານ​ພົບ​ເຫັນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ ທີ່​ທ່ານບໍ່​ເຂົ້າ​ໃຈ? ໃຫ້ສັງ​ເກດ​ເບິ່ງ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງວິ​ທີ​ທີ່​ນີ​ໄຟ​ໄດ້​ຕອບ​ຮັບ​ຕໍ່​ພາບນິ​ມິດ​ຂອງ​ລີ​ໄຮ (ເບິ່ງ 1 ນີໄຟ 10:17–19; 11:1) ແລະ ວິ​ທີ​ທີ່​ເລ​ມັນກັບ​ເລ​ມູ​ເອນ​ຕອບ​ຮັບ (ເບິ່ງ 1 ນີໄຟ 15:1–10). ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ຕອບຮັບ​ໃນ​ວິ​ທີ​ເຫລົ່າ​ນີ້, ແລະ ແມ່ນ​ຫຍັງ​ຄື​ຜົນ​ຂອງການ​ຕອບ​ຮັບ​ຂອງ​ເຂົາ​ເຈົ້າ?

ໃຫ້​ຄິດ​ທີ່​ຈະ​ຂຽນ​ກ່ຽວ​ກັບ​ເວ​ລາ​ທີ່​ທ່ານ​ຢາກ​ຮູ້​ຈັກ​ວ່າ ຄຳ​ສອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ເປັນ​ຄວາມ​ຈິງ​ຫລືບໍ່. ຂັ້ນ​ຕອນ​ທີ່​ທ່ານ​ເຮັດ​ຕາມ​ເປັນ​ຈັ່ງ​ໃດ ເມື່ອ​ປຽບ​ທຽບ​ໃສ່​ກັບ​ຂັ້ນ​ຕອນ​ທີ່​ນີ​ໄຟ​ໄດ້​ເຮັດ?

ເບິ່ງ 1 ນີໄຟ 2:11–19; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 8:1–3 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳຂໍ້ໃດ​ທີ່ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

1 ນີໄຟ 8

ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ອາດ​ມັກ​ການ​ສະ​ແດງ​ບົດ​ບາດ​ກ່ຽວ​ກັບ​ພາບ​ນິ​ມິດ​ຂອງ​ລີ​ໄຮ ຫລື ແຕ້ມ​ຮູບ ແລະ ໃຊ້ຮູບ​ພາບ​ຂອງ​ເຂົາ​ເຈົ້າ ເພື່ອບອກ​ກ່ຽວ​ກັບ​ພາບ​ນິ​ມິດ. ຫລື ທ່ານ​ສາ​ມາດ​ສະ​ແດງ​ຮູບ​ພາບ​ທີ່ບັນ​ຍາຍ​ເຖິງ​ພາບ​ນິ​ມິດ​ຂອງ​ລີ​ໄຮ​ກໍ​ໄດ້ ທີ່​ມີ​ຢູ່​ໃນ​ບົດ​ຮຽນ​ນີ້ ແລະ ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ຊີ້ບອກ​ຂໍ້​ປີກ​ຍ່ອຍ ແລະ ຊອກ​ຫາ​ຂໍ້​ພຣະ​ຄຳ​ພີ​ທີ່​ບັນ​ຍາຍ​ເຖິງ​ສິ່ງ​ທີ່​ມັນ​ເປັນ​ຕົວ​ແທນ​ໃຫ້. ທ່ານ​ກໍ​ສາ​ມາດ​ເບິ່ງວິ​ດີ​ໂອ​ນຳ​ອີກ ທີ່​ບັນ​ຍາຍ​ເຖິງ​ພາບ​ນິ​ມິດ​ຂອງ​ລີ​ໄຮ (ເບິ່ງ ວິ​ດີ​ໂອ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ ຢູ່ທີ່ ChurchofJesusChrist.org ຫລື ແອພ ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ).

1 ນີໄຟ 8:10–16

ມີ​ໃຜ​ແດ່​ທີ່​ເຮົາ​ສາ​ມາດ​ເຊື້ອ​ເຊີນ​ໃຫ້​ເຂົ້າ​ມາ​ໃກ້​ພຣະ​ເຢ​ຊູ​ຄຣິດ​ຫລາຍກວ່າ​ເກົ່າ ແລະ ຮູ້​ສຶກ​ເຖິງ​ຄວາມ​ຮັກ​ທີ່​ຫວານ​ຊື່ນ​ຂອງ​ພຣະ​ອົງ? ເຮົາ​ຈະ​ເຮັດ​ສິ່ງ​ໃດ ເພື່ອ “[ຮ້ອງ] ຫາ​ພວກ​ເຂົາ”?

1 ນີໄຟ 9:5–6

ມີ​ຕອນ​ໃດ​ແດ່​ທີ່​ເຮົາ​ໄດ້​ເຮັດ​ຕາມ​ພຣະ​ບັນ​ຍັດ ໂດຍ​ທີ່ບໍ່​ເຂົ້າ​ໃຈ​ເຫດ​ຜົນ​ຢ່າງ​ຄັກ​ແນ່? ເຮົາ​ໄດ້​ຮັບ​ພອນ​ແນວ​ໃດ?

1 ນີໄຟ 10:20–22

ການເປິ​ເປື້ອນ​ທາງ​ຮ່າງ​ກາຍ ຄ້າຍ​ຄື​ກັນ​ກັບ​ການ​ເປິ​ເປື້ອນ​ທາງວິນ​ຍານ​ແນວ​ໃດ? ເຮົາ​ຈະສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່ ເພື່ອ​ໃຫ້​ແນ່​ໃຈ​ວ່າ ເຮົາ​ຈະ​ສະ​ອາດ​ທາງວິນ​ຍານ​ຢູ່​ເໝືອນ​ເດີມ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ພຣະ​ຄຳ​ພີ​ກ່ຽວ​ພັນ​ກັບ​ຊີ​ວິດ​ຂອງ​ເຮົາ​ແນວ​ໃດ? ຫລັງ​ຈາກ​ໄດ້​ອ່ານຂໍ້​ພຣະ​ຄຳ​ພີ​ແລ້ວ, ໃຫ້​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແບ່ງ​ປັນ​ວິ​ທີ​ທີ່​ຂໍ້​ພຣະ​ຄຳພີ​ກ່ຽວ​ພັນ​ກັບ​ເຂົາ​ເຈົ້າ​ແນວ​ໃດ. ຍົກ​ຕົວ​ຢ່າງ, ເມື່ອ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ອ່ານ 1 ນີໄຟ 8:33, ເຂົາ​ເຈົ້າ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ຈະບໍ່​ເອົາ​ໃຈ​ໃສ່​ກັບ​ຜູ້​ຄົນ​ທີ່ “ຊີ້​ມື​ເຍາະ​ເຍີ້ຍ.”

ຮູບ​ພາບ
ພາບ​ນິ​ມິດ​ຂອງ​ລີ​ໄຮ

The Tree of Life [ຕົ້ນ​ໄມ້​ແຫ່ງ​ຊີ​ວິດ], ໂດຍ ເອວອນ ໂອກາສັນ

ພິມ