ຈົ່ງ​ຕາມ​ເຮົາ​ມາ
ວັນທີ 20–26 ເດືອນ​ມັງກອນ. 1 ນີໄຟ 11–15: “ມີ​ອາ​ວຸດ​ຄື​ຄວາມ​ຊອບ​ທຳ ພ້ອມ​ກັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ”


“ວັນທີ 20–26 ເດືອນ​ມັງກອນ. 1 ນີໄຟ 11–15: ‘ມີ​ອາ​ວຸດ​ຄື​ຄວາມ​ຊອບ​ທຳ ພ້ອມ​ກັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 20–26 ເດືອນ​ມັງກອນ. 1 ນີໄຟ 11–15,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ

Sweeter Than All Sweetness [ຫວານ​ກວ່າ​ຄວາມ​ຫວານ​ທັງ​ໝົດ], ໂດຍ ມິແກວ ອັງແຮວ ກອນຊາເລສ໌ ໂຣເມໂຣ

ວັນທີ 20–26 ເດືອນ​ມັງກອນ

1 ນີໄຟ 11–15

“ມີ​ອາ​ວຸດ​ຄື​ຄວາມ​ຊອບ​ທຳ ພ້ອມ​ກັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ”

ທ່ານ​ສາ​ມາດ​ເຫັນ​ຕົວ​ເອງ​ຢູ່​ໃນ 1 ນີໄຟ 11–15 ບໍ? ພຣະ​ຄຳ​ພີ​ຂໍ້​ໃດ​ທີ່​ມີ​ຄ່າ​ຫລາຍ​ທີ່​ສຸດ​ຕໍ່​ທ່ານ ແລະ ຄອບ​ຄົວ​ທ່ານ?

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເມື່ອ​ພຣະ​ເຈົ້າ​ມີ​ວຽກ​ງານ​ທີ່​ສຳ​ຄັນ​ໃຫ້​ສາດ​ສະ​ດາ​ຂອງ​ພຣະ​ອົງ​ເຮັດ, ພຣະ​ອົງ​ມັກ​ຈະ​ມອບ​ພາບ​ນິ​ມິດ​ທີ່​ສຳ​ຄັນ​ໃຫ້​ສາດ​ສະ​ດາ ເພື່ອ​ຊ່ວຍ​ເພິ່ນ​ໃຫ້​ເຂົ້າ​ໃຈ​ຈຸດ​ປະ​ສົງ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ. ໂມເຊໄດ້​ເຫັນ​ພາບ​ນິ​ມິດກ່ຽວ​ກັບ “ແຜ່ນ​ດິນ​ໂລກນີ້, ແລະ ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ, ແລະ ຟ້າ​ສະ​ຫວັນ​ນຳ​ອີກ” (ໂມເຊ 1:36). ອັກ​ຄະ​ສາວົກ​ໂຢ​ຮັນ​ໄດ້​ເຫັນ​ປະ​ຫວັດ​ສາດ​ຂອງ​ໂລກ ແລະ ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ (ເບິ່ງ ພຣະ​ທຳ​ພຣະ​ນິ​ມິດ). ໂຈ​ເຊັບ ສະ​ມິດ ໄດ້​ເຫັນ​ພຣະ​ບິດາ ແລະ ພຣະ​ບຸດ (ເບິ່ງ ໂຈເຊັບ ສະມິດ—ປະຫວັດ 1:17–18). ລີໄຮ​ໄດ້​ເຫັນ​ພາບ​ນິ​ມິດ​ທີ່ສະ​ແດງ​ໃຫ້​ເຫັນ​ການ​ເດີນ​ທາງ ທີ່​ເຮົາ​ຕ້ອງເດີນ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຄວາມ​ຮັກ​ຂອງ​ພຣະ​ອົງ.

ດັ່ງ​ທີ່​ມີ​ບັນ​ທຶກ​ຢູ່​ໃນ 1 ນີໄຟ 11–14, ນີໄຟໄດ້​ເຫັນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ໄດ້​ເຫັນ​ລູກ​ຫລານ​ຂອງ​ລີໄຮ​ໃນ​ອະ​ນາ​ຄົດ ຢູ່​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ, ແລະ ໄດ້​ເຫັນ​ຈຸດ​ໝາຍ​ຂອງວຽກ​ງານ​ຂອງ​ພຣະ​ເຈົ້າ. ພາບ​ນິ​ມິດນີ້​ຊ່ວຍ​ກະ​ກຽມ​ນີໄຟ​ສຳ​ລັບ​ວຽກ​ງານ​ທີ່​ຢູ່ຕໍ່​ໜ້າ​ເພິ່ນ, ແລະ ມັນ​ສາ​ມາດ​ຊ່ວຍ​ທ່ານ​ກະ​ກຽມ​ຄື​ກັນ—ເພາະພຣະ​ເຈົ້າ​ມີ​ວຽກ​ງານ​ໃຫ້​ທ່ານ​ເຮັດ ຢູ່​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ. ທ່ານ​ເປັນ​ຜູ້​ໜຶ່ງ​ໃນ​ບັນ​ດາ “ໄພ່​ພົນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເມ​ສາ​ນ້ອຍ” ທີ່​ນີໄຟ​ໄດ້​ເຫັນ, “ຊຶ່ງ​ກະ​ຈັດ​ກະ​ຈາຍ​ໄປ​ຕາມ​ຜືນ​ແຜ່ນ​ດິນ​ໂລກ; ແລະ ພວກ​ເຂົາ​ມີ​ອາວຸດ​ຄື​ຄວາມ​ຊອບ​ທຳ ພ້ອມ​ກັບ​ອຳນາດ​ຂອງ​ພຣະ​ເຈົ້າ​ໃນ​ລັດ​ສະໝີ​ພາບ​ອັນ​ຍິ່ງ​ໃຫຍ່” (1 ນີໄຟ 14:14).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

1 ນີໄຟ 11

ພຣະ​ເຈົ້າ​ໄດ້​ສົ່ງ​ພຣະ​ເຢ​ຊູ​ຄຣິດ​ມາ ເພື່ອສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ.

ເພື່ອ​ຊ່ວຍ​ນີໄຟ​ໃຫ້​ເຂົ້າ​ໃຈ​ເຖິງ​ຄວາມ​ໝາຍ​ຂອງ​ຕົ້ນ​ໄມ້​ນັ້ນ ທີ່​ບິ​ດາ​ຂອງ​ເພິ່ນ​ໄດ້​ເຫັນ, ທູດ​ອົງ​ໜຶ່ງ​ຈຶ່ງ​ໄດ້​ສະ​ແດງ​ໃຫ້​ເພິ່ນ​ເຫັນ “ພຣະ​ບຸດ​ຂອງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ” (1 ນີໄຟ 11:21). ສິ່ງນີ້​ໄດ້​ເຮັດ​ໃຫ້​ນີໄຟ​ສະ​ຫລຸບ​ວ່າ ຕົ້ນ​ໄມ້​ນັ້ນ​ເປັນ​ຕົວ​ແທນ​ໃຫ້​ແກ່​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ. ແຕ່​ພາບ​ນິ​ມິດ​ຍັງ​ບໍ່ສິ້ນ​ສຸດ​ເທົ່າ​ນັ້ນ. ຂະ​ນະ​ທີ່​ທ່ານ​ອ່ານ ແລະ ໄຕ່​ຕອງ 1 ນີໄຟ 11, ທ່ານ​ພົບ​ເຫັນ​ຫຍັງ​ແດ່​ທີ່​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ວ່າ ເປັນ​ຫຍັງ​ພຣະ​ເຢ​ຊູ​ຄຣິດ ຈຶ່ງ​ເປັນ​ການ​ສະ​ແດງ​ອັນ​ສຸດ​ຍອດ​ເຖິງ​ຄວາມ​ຮັກ​ຂອງ​ພຣະເຈົ້າ?

ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ເຄື່ອງ​ໝາຍ​ຢ່າງ​ອື່ນໆ​ໃນ​ຄວາມ​ຝັນ​ຂອງ​ລີ​ໄຟ, ໃຫ້​ເບິ່ງ 1 ນີໄຟ 11:35–36; 12:16–18; ແລະ 15:21–30.

ເບິ່ງ ໂຢ​ຮັນ 3:16 ນຳ​ອີກ.

1 ນີໄຟ 12–13

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ກຽມ​ວິ​ທີ​ທາງ​ສຳ​ລັບ​ການ​ຟື້ນ​ຟູ.

ນີໄຟຈະ​ບໍ່​ມີ​ຊີ​ວິດ​ຢູ່​ຈົນ​ເຫັນ​ຫລາຍ​ສິ່ງ​ທີ່​ເພິ່ນ​ໄດ້​ເຫັນ​ຢູ່​ໃນ​ພາບ​ນິ​ມິດ​ຂອງ​ເພິ່ນ ເກີດ​ເປັນ​ຈິງ. ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ຕໍ່​ນີໄຟ​ທີ່​ຈະ​ຮູ້​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້? ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ຕໍ່ ທ່ານ ທີ່​ຈະ​ຮູ້​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້? ບາງ​ທີ​ທ່ານ​ຄວນ​ຖາມ​ຄຳ​ຖາມນີ້​ທຸກ​ເທື່ອ ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ບາງ​ສິ່ງ​ທີ່​ນີໄຟ​ໄດ້​ເຫັນ ຢູ່​ໃນ​ພາບ​ນິ​ມິດ​ຂອງ​ເພິ່ນ.

ຕໍ່​ໄປ​ນີ້​ແມ່ນ​ເຫດ​ການ​ບາງ​ຢ່າງ ທີ່​ນີໄຟ​ໄດ້​ເຫັນ: ອະ​ນາ​ຄົດ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ (ເບິ່ງ ບົດທີ 12), ການ​ຕັ້ງ​ຖິ່ນ​ຖານ​ຂອງຊາວ​ອາ​ເມ​ຣິ​ກາ ແລະ ການ​ປະ​ຕິ​ວັດ​ຂອງ​ຊາວ​ອາ​ເມ​ຣິ​ກາ (ເບິ່ງ ບົດທີ 13:12–19), ການ​ປະ​ຖິ້ມ​ຄວາມ​ເຊື່ອ​ອັນ​ຍິ່ງ​ໃຫຍ່ (ເບິ່ງ ບົດທີ 13:20–29), ແລະ ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ (ເບິ່ງ ບົດທີ 13:32–42).

1 ນີໄຟ 13:1–9; 14:9–11

“ສາດ​ສະ​ໜາ​ຈັກ​ໃຫຍ່ ແລະ ໜ້າ​ກຽດ​ຊັງ” ທີ່​ນີໄຟ​ໄດ້​ເຫັນ​ນັ້ນແມ່ນ​ຫຍັງ?

ແອວ​ເດີ ດາລິນ ເອັຈ ໂອກສ໌ ໄດ້​ອະ​ທິ​ບາຍ​ວ່າ “ສາດ​ສະ​ໜາ​ຈັກ​ໃຫຍ່ ແລະ ໜ້າ​ກຽດ​ຊັງ” ທີ່​ນີໄຟ​ໄດ້​ບັນ​ຍາຍ ເປັນ​ຕົວ​ແທນ​ໃຫ້​ແກ່ “ທິດ​ສະ​ດີ ຫລື ອົງ​ການ​ໃດໆ ທີ່​ຕໍ່​ຕ້ານຄວາມ​ເຊື່ອ​ຖື​ພຣະ​ເຈົ້າ. ແລະ ‘ການ​ເປັນ​ຊະ​ເລີຍ’ ທີ່ ‘ສາດ​ສະ​ໜາ​ຈັກ’ ນີ້​ປະ​ສົງ​ນຳ​ມາ​ສູ່​ໄພ່​ພົນ​ຂອງ​ພຣະ​ເຈົ້າ ຈະ​ບໍ່​ແມ່ນ​ການ​ເປັນ​ຊະ​ເລີຍ​ທາງ​ຮ່າງ​ກາຍ ແຕ່​ເປັນຊະ​ເລີຍ​ໃນ​ຄວາມຄິດ​ຜິດ” (“Stand as Witnesses of God,” Ensign, Mar. 2015, 32).

1 ນີໄຟ 13:12

ຜູ້​ຊາຍ​ທີ່​ນີໄຟ​ໄດ້​ເຫັນ ຜູ້​ຊຶ່ງ​ພຣະ​ວິນ​ຍານ “ກະ​ທຳ​ຕໍ່” ເພື່ອ​ໃຫ້ອອກ​ໄປ “ໃນ​ຜືນ​ນ້ຳ​ອັນ​ກວ້າງ​ໃຫຍ່” ນັ້ນ​ແມ່ນ​ໃຜ?

ນີໄຟ​ໄດ້​ເຫັນວ່າ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ດົນ​ໃຈ ຄຣິສໂຕເຟີ ໂຄລຳບັສ ໃຫ້​ເດີນ​ທາງ​ໄປ​ຫາ​ອາ​ເມ​ຣິ​ກາ. ວັນທີ 14 ເດືອນ​ມີນາ, 1493, ທ່ານໂຄ​ລຳບັສ ໄດ້​ຂຽນກ່ຽວ​ກັບ​ການ​ເດີນ​ທາງ​ນີ້​ວ່າ: “ຜົນໄດ້​ຮັບ​ທີ່​ຍິ່ງ​ໃຫຍ່ ແລະ ຍອດ​ຍ້ຽມ​ເຫລົ່າ​ນີ້ ບໍ່​ໄດ້​ຖືວ່າ ຂ້າ​ພະ​ເຈົ້າ​ເຮັດ​ດ້ວຍ​ຕົວ​ເອງ … ; ໃນ​ສິ່ງ​ທີ່ສະ​ຕິ​ປັນ​ຍາ​ຂອງ​ມະ​ນຸດ ບໍ່​ສາ​ມາດ​ເຂົ້າ​ໃຈ​ໄດ້, ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ຈະ​ປະ​ທານ​ໃຫ້​ມະ​ນຸດ, ເພາະ​ພຣະ​ເຈົ້າ​ມັກ​ຈະ​ຮັບ​ຟັງ​ຄຳ​ອະ​ທິ​ຖານ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ຜູ້​ຮັກ​ກົດເກນ​ຂອງ​ພຣະ​ອົງ ແມ່ນ​ແຕ່​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້​ກໍ​ຕາມ” (The Annals of America [Encyclopedia Britannica, Inc., 1976], 1:5).

1 ນີໄຟ 13:20–42

ພຣະ​ຄຳ​ພີ​ຂອງ​ຍຸກ​ສຸດ​ທ້າຍ​ໄດ້​ນຳ “ຫລາຍ​ຢ່າງ​ທີ່​ແຈ່ມ​ແຈ້ງ ແລະ ມີ​ຄ່າ” ກັບ​ຄືນ​ມາ.

ນີໄຟໄດ້​ເຫັນ​ຢູ່​ໃນ​ພາບ​ນິ​ມິດ​ວ່າ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ—ຊຶ່ງ​ເພິ່ນ​ໄດ້​ບັນ​ຍາຍ​ວ່າ​ເປັນ “ບັນ​ທຶກ​ຂອງ​ຊາວ​ຢິວ”—ຈະ​ມີ “ຫລາຍ​ຢ່າງ​ທີ່​ແຈ່ມ​ແຈ້ງ ແລະ ມີ​ຄ່າ​ຖືກ​ເອົາ​ໄປ​ຈາກ [ມັນ]” (1 ນີໄຟ 13:23, 28). ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພິ່ນ​ກໍ​ຍັງໄດ້​ເຫັນ​ວ່າ ພຣະ​ເຈົ້າ​ໄດ້ນຳ​ສິ່ງ​ເຫລົ່ານີ້​ກັບ​ຄືນ​ມາ “ໜັງ​ສື​ເຫລັ້ມ​ອື່ນ”—ນັ້ນ​ຄື ພຣະ​ຄຳ​ພີ​ມໍ​ມອນ ແລະ ພຣະ​ຄຳ​ພີ​ເຫລັ້ມ​ອື່ນໆ​ຂອງ​ຍຸກ​ສຸດ​ທ້າຍ (ເບິ່ງ 1 ນີໄຟ 13:39–40). ມີ​ຄວາມ​ຈິງ​ທີ່​ມີ​ຄ່າ​ຢ່າງ​ໃດ​ແດ່​ທີ່​ພຣະ​ຄຳ​ພີ​ມໍ​ມອນ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຫລາຍ​ຂຶ້ນ? ຊີ​ວິດ​ຂອງ​ທ່ານ​ແຕກ​ຕ່າງ​ໄປແນວ​ໃດ​ເພາະ​ຫລາຍ​ຢ່າງ​ທີ່ແຈ່ມ​ແຈ້ງ ແລະ ມີ​ຄ່າ ທີ່​ໄດ້​ຖືກ​ນຳ​ກັບ​ຄືນ​ມາ?

ຮູບ​ພາບ
ພຣະ​ຄຳ​ພີ​ມໍ​ມອນ ໃນ​ຫລາຍ​ພາ​ສາ

ພຣະ​ຄຳ​ພີ​ມໍ​ມອນ​ໄດ້ຟື້ນ​ຟູ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ ທີ່​ໄດ້​ສູນ​ເສຍ​ໄປ​ລະ​ຫວ່າງ​ການ​ປະ​ຖິ້ມ​ຄວາມ​ເຊື່ອ.

ເບິ່ງ “Plain and Precious Truths,” Ensign, Mar. 2008, 68–73; Russell M. Nelson, “The Book of Mormon: What Would Your Life Be Like without It?Ensign ຫລື Liahona, Nov. 2017, 60–63 ນຳ​ອີກ.

1 ນີໄຟ 15:1–11

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຕອບ​ເຮົາ ຖ້າ​ຫາກ​ເຮົາ​ທູນ​ຖາມ​ດ້ວຍ​ສັດ​ທາ ດ້ວຍໃຈ​ທີ່​ອ່ອນ​ໂຍນ.

ທ່ານ​ເຄີຍ​ຮູ້​ສຶກ​ວ່າ ທ່ານບໍ່​ໄດ້​ຮັບ​ການເປີດ​ເຜີຍ​ສ່ວນ​ຕົວ​ບໍ—ວ່າ​ພຣະ​ເຈົ້າ​ບໍ່​ໄດ້​ກ່າວ​ກັບ​ທ່ານ? ນີໄຟ​ໄດ້​ໃຫ້​ຄຳ​ແນະ​ນຳ​ຢ່າງ​ໃດ​ແດ່ກັບ​ພວກ​ອ້າຍ​ຂອງ​ເພິ່ນ ເມື່ອ​ເຂົາ​ເຈົ້າ​ຮູ້​ສຶກ​ເຊັ່ນ​ນີ້? ທ່ານ​ຈະ​ສາ​ມາດ​ນຳ​ໃຊ້​ຄຳ​ແນະ​ນຳ​ຂອງ​ນີໄຟ​ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ, ແລະ ທ່ານ​ຈະ​ສາ​ມາດ​ໃຊ້​ຄຳ​ແນະ​ນຳ​ຂອງ​ເພິ່ນ ເພື່ອ​ຊ່ວຍ​ຄົນ​ອື່ນ​ແນວ​ໃດ?

ເບິ່ງ ຢາໂຄບ 4:8; ແອວມາ 5:46; 26:21–22 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳຂໍ້ໃດ​ທີ່ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

1 ນີໄຟ 11–14

ຂະ​ນະ​ທີ່​ຄອບ​ຄົວ​ຂອງ​ທ່ານ​ອ່ານ​ບົດ​ເຫລົ່າ​ນີ້, ໃຫ້​ຢຸດ​ເປັນ​ບາງ​ຄັ້ງ ແລະ ຖາມ​ຄຳ​ຖາມ​ເຫລົ່າ​ນີ້: ນີໄຟ​ໄດ້​ເຫັນ​ຫຍັງ​ແດ່​ຢູ່​ໃນ​ພາບ​ນິ​ມິດ​ຂອງ​ເພິ່ນ ທີ່​ເຮັດ​ໃຫ້​ເພິ່ນ​ດີ​ໃຈ? ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ເພິ່ນ​ໂສກ​ເສົ້າ? ເປັນຫຍັງ?

1 ນີໄຟ 13:20–42

ເພື່ອ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ເຂົ້າ​ໃຈ​ຄຸນ​ຄ່າ​ຂອງ​ຄວາມ​ທີ່ “ແຈ່ມ​ແຈ້ງ ແລະ ມີ​ຄ່າ” ໃນ​ພຣະ​ຄຳ​ພີ​ມໍ​ມອນ, ໃຫ້​ປຽບ​ທຽບ​ຂ່າວ​ສານ​ທີ່​ຖືກ​ຂຽນ​ໄວ້​ຢ່າງ​ແຈ່ມ​ແຈ້ງ ກັບ​ຂ່າວ​ສານ​ທີ່​ຖືກ​ຕັດ​ເປັນ​ຕ່ອນໆ. ເປັນ​ຫຍັງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈຶ່ງ​ປະ​ສົງ​ໃຫ້​ຄວາມ​ຈິງ​ຂອງ​ພຣະ​ອົງ ຖືກ​ສິດ​ສອນ​ຢ່າງ​ແຈ່ມ​ແຈ້ງ? ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ສະ​ແດງ​ປະ​ຈັກ​ພະ​ຍານ​ກ່ຽວ​ກັບ​ຄວາມ​ຈິງບາງ​ຢ່າງທີ່ “ແຈ່ມ​ແຈ້ງ ແລະ ມີ​ຄ່າ” ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ພຣະ​ຄຳ​ພີ​ມໍ​ມອນ.

1 ນີໄຟ 14:12–15

ເປັນ​ຫຍັງ​ເຮົາ​ຈຶ່ງ “ມີ​ອາ​ວຸດ​ຄື​ຄວາມ​ຊອບ​ທຳ ພ້ອມ​ກັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ” ເມື່ອ​ເຮົາ​ດຳ​ລົງ​ຊີ​ວິດຢ່າງ​ຈິງ​ໃຈ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຮົາ ທີ່​ໄດ້​ເຮັດ​ໄວ້​ນຳ​ພຣະ​ເຈົ້າ?

1 ນີໄຟ 15:8–11

ປະ​ສົບ​ການ​ໃດ​ແດ່​ທີ່ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ແບ່ງ​ປັນ ເມື່ອ​ເຂົາ​ເຈົ້າ “ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ”? ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຕົວ​ຢ່າງ​ຂອງ​ນີໄຟ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ໃຊ້​ແຫລ່ງ​ຊ່ວຍ​ເຫລືອ​ການ​ສຶກ​ສາ. ໝາຍ​ເຫດ​ທີ່​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ, ຄູ່​ມື​ຫົວ​ຂໍ້, ແລະ ແຫລ່ງ​ຊ່ວຍ​ເຫລືອ​ອື່ນໆ ກໍ​ໃຫ້​ຄວາມ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ພຣະ​ຄຳ​ພີ. ຍົກ​ຕົວ​ຢ່າງ, ໝາຍ​ເຫດ​ທີ່​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈກ່ຽວ​ກັບ 1 ນີໄຟ 14:20–21 ແນວ​ໃດ?

ຮູບ​ພາບ
ພາບ​ນິ​ມິດ​ຂອງ​ນີໄຟ​ກ່ຽວ​ກັບ​ນາງ​ມາຣີ ແລະ ກຸມ​ມານ​ນ້ອຍ​ເຢຊູ

Nephi’s Vision of Mary [ພາບ​ນິ​ມິດ​ຂອງ​ນີໄຟ​ກ່ຽວ​ກັບ​ນາງມາຣີ], ໂດຍ ເຈມສ໌ ຈອນສັນ

ພິມ