ຈົ່ງ​ຕາມ​ເຮົາ​ມາ
ວັນທີ 30 ເດືອນ​ທັນວາ–ວັນທີ 5 ເດືອນ​ມັງກອນ. ໜ້າຄຳ​ນຳ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ: “ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ”


“ວັນທີ 30 ເດືອນ​ທັນວາ–ວັນທີ 5 ເດືອນ​ມັງກອນ. ໜ້າຄຳ​ນຳ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ: ‘ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 30 ເດືອນ​ທັນວາ–ວັນ​ທີ 5 ເດືອນ​ມັງກອນ. ໜ້າຄຳ​ນຳ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
Mormon writes on the gold plates

ວັນທີ 30 ເດືອນ​ທັນວາ–ວັນທີ 5 ເດືອນ​ມັງກອນ

ໜ້າຄຳ​ນຳ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ

“ປະຈັກ​ພະຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢຊູ​ຄຣິດ”

ການ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ຂອງ​ທ່ານ​ສາ​ມາດ​ເພີ່ມ​ພູນ​ໄດ້ ຖ້າ​ຫາກ​ທ່ານ​ເລີ່ມ​ຕົ້ນ ໂດຍ​ການ​ອ່ານ​ໜ້າ​ຕ່າງໆ​ທີ່​ຢູ່​ທາງ​ໜ້າ​ຂອງ 1 ນີໄຟ. ທ່ານ​ພົບ​ເຫັນ​ຫຍັງ​ແດ່​ທີ່​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ທ່ານ?

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ກ່ອນ​ທ່ານ​ຈະອ່ານ​ເຖິງ 1 ນີໄຟ ບົດ​ທີ 1, ກໍ​ເຫັນ​ໄດ້​ຢ່າງ​ແຈ້ງ​ຊັດ​ວ່າ ພຣະ​ຄຳ​ພີ​ມໍ​ມອນ ບໍ່​ໄດ້​ເປັນ​ໜັງ​ສື​ທີ່​ທຳ​ມະ​ດາ. ໜ້າ​ຄຳ​ນຳ​ຂອງ​ມັນ ບັນ​ຍາຍ​ເບື້ອງ​ຫລັງ ທີ່​ບໍ່​ເໝືອນ​ໜັງ​ສື​ເຫລັ້ມ​ອື່ນໆ—ຮ່ວມ​ທັງການ​ມາ​ຢ້ຽມ​ຢາມ​ຂອງທູດ​ສະ​ຫວັນ, ບັນ​ທຶກ​ຂອງ​ສະ​ໄໝ​ບູ​ຮານ ໄດ້​ຖືກ​ຝັງ​ໄວ້​ເປັນ​ເວ​ລາ​ຫລາຍ​ສັດ​ຕະ​ວັດ ຢູ່​ຄ້ອຍ​ພູ, ແລະ ຊາວ​ໄຮ່​ຊາວ​ນາ​ຄົນ​ໜຶ່ງ​ທີ່​ບໍ່​ມີ​ໃຜ​ຮູ້​ຈັກ ໄດ້​ແປ​ບັນ​ທຶກ​ໂດຍ​ອຳ​ນາດ​ຂອງ​ພຣະ​ເຈົ້າ. ພຣະ​ຄຳ​ພີ​ມໍ​ມອນບໍ່​ພຽງ​ແຕ່​ເປັນ​ປະ​ຫວັດ​ສາດ​ກ່ຽວ​ກັບ​ຄວາມ​ສີ​ວິ​ໄລ​ຂອງ​ຊາວ​ອາ​ເມ​ຣິ​ກາ​ໃນ​ສະ​ໄໝ​ບູ​ຮານ​ເທົ່າ​ນັ້ນ. ມັນ​ບັນ​ຈຸ “ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ເປັນ​ນິດ” (ຄຳ​ນຳ​ຕໍ່​ພຣະ​ຄຳ​ພີ​ມໍ​ມອນ), ແລະ ພຣະ​ເຈົ້າ​ເອງ​ກໍ​ຊີ້​ນຳ​ການ​ອອກ​ມາ​ຂອງ​ມັນ—ວິ​ທີ​ທີ່​ມັນ​ຖືກ​ຂຽນ, ວິ​ທີ​ທີ່​ມັນ​ຖືກ​ຮັກ​ສາ, ແລະ ວິ​ທີ​ທີ່​ມັນມີ​ໃຫ້​ໃຊ້ ໃນ​ວັນ​ເວ​ລາ​ຂອງ​ເຮົາ. ປີນີ້, ເມື່ອທ່ານ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ, ອະ​ທິ​ຖານ​ກ່ຽວ​ກັບ​ມັນ, ແລະ ນຳ​ໃຊ້​ຄຳ​ສອນ​ຂອງ​ມັນ, ແລ້ວ​ທ່ານ​ຈະ​ເຊື້ອ​ເຊີນ​ພະ​ລັງ​ຂອງ​ມັນ​ໃຫ້​ມາ​ສູ່​ຊີ​ວິດ​ຂອງ​ທ່ານ, ແລະ ທ່ານ​ຈະ​ຮູ້​ສຶກ​ທີ່​ຈະ​ກ່າວຄື​ກັນ​ກັບພະ​ຍານ​ສາມ​ຄົນໄດ້​ກ່າວ ຢູ່​ໃນ ປະ​ຈັກ​ພະ​ຍານ ຂອງ​ພວກ​ເພິ່ນວ່າ, “ເປັນ​ສິ່ງ​ທີ່​ອັດ​ສະ​ຈັນ​ຕໍ່​ສາຍ​ຕາ [ຂອງ​ເຮົາ].”

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ໜ້າ​ວິ​ເຄາະ​ສະ​ບັບ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ

ພຣະ​ຄຳ​ພີ​ມໍ​ມອນ​ສາ​ມາດເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຢ​ຊູ​ຄຣິດ​ໄດ້.

ໜ້າ​ວິ​ເຄາະ​ສະ​ບັບ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ ໃຫ້​ຂໍ້​ມູນ​ຫລາຍກວ່າ​ພຽງ​ແຕ່​ຊື່​ປຶ້ມ​ເທົ່າ​ນັ້ນ. ໃນ​ບັນ​ດາ​ສິ່ງ​ອື່ນໆ, ມັນ​ຍັງ​ບອກ​ເຖິງ​ຈຸດ​ປະ​ສົງ​ຫລາຍ​ຢ່າງ ຂອງ​ບັນ​ທຶກ​ທີ່​ສັກ​ສິດ​ເຫລັ້ມ​ນີ້. ໃຫ້​ຊອກ​ຫາ​ຈຸດ​ປະ​ສົງ​ເຫລົ່າ​ນີ້, ແລະ ແລ້ວ​ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ ໃນ​ປີນີ້, ໃຫ້​ສັງ​ເກດ​ເບິ່ງ​ຂ່າວ​ສານທີ່​ທ່ານ​ຮູ້​ສຶກວ່າ ໄດ້​ບັນ​ລຸ​ຈຸດ​ປະ​ສົງ​ເຫລົ່າ​ນັ້ນ. ຍົກ​ຕົວ​ຢ່າງ, ຂ່າວ​ສານ​ໃດ​ແດ່​ທີ່​ຊ່ວຍ​ທ່ານ​ໃຫ້​ຍອມ​ຮັບ “ວ່າ​ພຣະ​ເຢ​ຊູ​ຄື ພຣະ​ຄຣິດ ພຣະ​ເຈົ້າ​ຜູ້​ສະ​ຖິດ​ນິ​ລັນ​ດອນ”?

ຄຳ​ນຳ​ຕໍ່​ພຣະ​ຄຳ​ພີ​ມໍ​ມອນ

ພຣະ​ຄຳ​ພີ​ມໍ​ມອນ “ບັນ​ຍາຍ​ແຜນ​ແຫ່ງ​ຄວາມ​ລອດ.”

ແຜນ​ແຫ່ງ​ຄວາມ​ລອດ ເປັນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ເພື່ອ​ຊ່ວຍ​ລູກໆ​ຂອງ​ພຣະ​ອົງ​ໃຫ້​ໄດ້​ຮັບ​ຄວາມ​ສູງ​ສົ່ງ, ເໝືອນ​ດັ່ງ​ພຣະ​ອົງ, ແລະ ມີ​ຄວາມ​ຊື່ນ​ຊົມ​​ດັ່ງທີ່​ພຣະ​ອົງ​ຮູ້​ສຶກ (ເບິ່ງ 2 ນີໄຟ 2:25–26). ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ເຮັດ​ໃຫ້​ແຜນນີ້​ເປັນ​ໄປ​ໄດ້, ແລະ ທຸກ​ຄຳ​ສອນ, ພິ​ທີ​ການ, ພັນ​ທະ​ສັນ​ຍາ, ແລະ ພຣະ​ບັນ​ຍັດ ທີ່​ພຣະ​ເຈົ້າ​ໄດ້​ປະ​ທານ​ໃຫ້ ແມ່ນ​ເພື່ອ​ຊ່ວຍ​ບັນ​ລຸ​ແຜນ​ດັ່ງ​ກ່າວ.

ຖ້າ​ຫາກ​ທ່ານ​ປາດ​ຖະ​ໜາ​ທີ່​ຈະ​ເຂົ້າ​ໃຈ​ແຜນ​ແຫ່ງ​ຄວາມ​ລອດ, ມັນ​ບໍ່​ມີ​ໜັງ​ສື​ອື່ນ​ໃດ​ທີ່​ດີ​ໄປ​ກວ່າ​ພຣະ​ຄຳ​ພີ​ມໍ​ມອນ ທີ່​ຈະ​ອ່ານ. ມັນ​ອ້າງ​ເຖິງ​ແຜນ​ຂອງ​ພຣະ​ເຈົ້າ—ໂດຍ​ໃຊ້​ຫລາຍໆ​ຊື່—ຫລາຍກວ່າ 20 ເທື່ອ. ລະຫ​ວ່າງ​ການ​ສຶກ​ສາ​ຂອງ​ທ່ານ ໃນ​ປີນີ້, ໃຫ້​ສັງ​ເກດ​ເບິ່ງ​ເວ​ລາ​ທີ່​ແຜນ​ຂອງ​ພຣະ​ເຈົ້າ ຖືກ​ກ່າວ​ເຖິງ ຫລື ໝາຍ​ເຖິງ ແລະ ສິ່ງ​ທີ່​ພຣະ​ຄຳ​ພີ​ມໍ​ມອນ​ກ່າວ​ກ່ຽວ​ກັບ​ມັນ.

ຕໍ່​ໄປ​ນີ້​ແມ່ນ​ກິດ​ຈະ​ກຳ​ທີ່​ຈະ​ຊ່ວຍ​ທ່ານ​ເລີ່ມ​ຕົ້ນ. ໃຫ້​ອ່ານ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້, ແລະ ຂຽນ​ຊື່​ທີ່​ແຕກ​ຕ່າງ​ກັນ ທີ່​ເອີ້ນ​ແຜນ​ຂອງ​ພຣະ​ເຈົ້າ ລົງ​ໄວ້: 2 ນີໄຟ 9:13; 11:5; ແລະ ແອວມາ 12:32–34; 24:14; 41:2; 42:15–16. ຊື່​ແຕ່​ລະ​ຢ່າງ​ເຫລົ່າ​ນີ້ ແນະ​ນຳຫຍັງ​ແດ່​ຕໍ່​ທ່ານ ກ່ຽວ​ກັບ​ແຜນ​ຂອງ​ພຣະ​ບິ​ດາ?

​ປະ​ຈັກ​ພະ​ຍານ​ຂອງ​ພະ​ຍານ​ສາມ​ຄົນ”; “ປະຈັກ​ພະ​ຍານ​ຂອງ​ພະ​ຍານ​ແປດ​ຄົນ

ເຮົາ​ສາ​ມາດ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ.

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ເປັນ​ພະ​ຍານ​ຕໍ່​ທ່ານ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ແມ່ນ​ຈິງ​ແທ້, ແມ່ນ​ແຕ່​ຖ້າ​ຫາກ​ທ່ານບໍ່​ເຄີຍ​ເຫັນ​ແຜ່ນ​ຈາ​ລຶກ​ຄຳ ຄື​ກັນ​ກັບ​ພະ​ຍານ​ສາມ​ຄົນ ແລະ ພະ​ຍານ​ແປດ​ຄົນ ກໍ​ຕາມ. ປະ​ຈັກ​ພະ​ຍານ​ຂອງ​ພວກ​ເພິ່ນ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ແນວ​ໃດ? ທ່ານ​ຈະ​ສາ​ມາດ “ໃຫ້ [ຊື່​ຂອງ​ທ່ານ] ໄວ້​ຕໍ່​ໂລກ, ເພື່ອ​ເປັນ​ພະ​ຍານ​ຕໍ່​ໂລກ” ເຖິງ​ສິ່ງ​ທີ່​ທ່ານ​ຮູ້​ຈັກ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນໄດ້​ແນວ​ໃດ? (“ປະຈັກ​ພະ​ຍານ​ຂອງ​ພະ​ຍານ​ແປດ​ຄົນ”).

ປະ​ຈັກ​ພະ​ຍານ​ຂອງ​ສາດ​ສະ​ດາ​ໂຈເຊັບ ສະມິດ

ການ​ອອກ​ມາ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ສິ່ງ​ມະ​ຫັດ​ສະ​ຈັນ.

ຖ້າ​ຫາກ​ມີ​ຄົນ​ຖາມ​ທ່ານ ວ່າ​ພຣະ​ຄຳ​ພີ​ມໍ​ມອນ​ມາ​ຈາກ​ໃສ, ທ່ານ​ຈະ​ຕອບ​ວ່າ​ແນວ​ໃດ? ທ່ານ​ຈະ​ບັນ​ຍາຍ​ເຖິງ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ ໃນ​ການ​ນຳ​ພຣະ​ຄຳ​ພີ​ມໍ​ມອນ​ອອກ​ມາ​ແນວ​ໃດ? ໂຈເຊັບ ສະມິດ ໄດ້​ບັນ​ຍາຍ​ເຖິງ​ການ​ອອກ​ມາ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ແນວ​ໃດ?

ປະ​ຈັກ​ພະ​ຍານ​ຂອງ​ສາດ​ສະ​ດາ​ໂຈເຊັບ ສະມິດ

ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ຖືກ​ແປ​ດ້ວຍ​ວິ​ທີ​ໃດ?

ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ຖືກ​ແປ “ໂດຍ​ຂອງ​ປະ​ທານ ແລະ ​ໂດຍອຳ​ນາດ​ຂອງ​ພຣະ​ເຈົ້າ.” ເຮົາ​ບໍ່​ຮູ້​ຫຍັງ​ຫລາຍ​ກ່ຽວ​ກັບ​ຂັ້ນ​ຕອນ​ການ​ແປ​ທີ່​ມະ​ຫັດ​ສະ​ຈັນ​ນັ້ນ, ແຕ່​ເຮົາ​ຮູ້​ວ່າ ໂຈເຊັບ ສະມິດ ເປັນ​ຜູ້​ພະ​ຍາ​ກອນ, ມີ​ເຄື່ອງ​ມື​ຊ່ວຍ​ເຫລືອ ທີ່​ພຣະ​ເຈົ້າ​ໄດ້​ຕຽມ​ໄວ້​ໃຫ້: ກ້ອນ​ຫີນ​ໃສ​ສອງ​ກ້ອນ ທີ່​ເອີ້ນ​ວ່າ ອຸ​ລີມ ແລະ ທຸມ​ມີມ ແລະ ກ້ອນ​ຫີນ​ອີກ​ກ້ອນ​ໜຶ່ງ ທີ່​ເອີ້ນ​ວ່າ ຫີນ​ຂອງ​ຜູ້​ພະ​ຍາ​ກອນ. ໂຈເຊັບ​ໄດ້​ເຫັນ​ການ​ແປ​ຂອງ​ອັກ​ຂະ​ລະ​ທີ່​ຢູ່​ໃນ​ແຜ່ນ​ຈາ​ລຶກ ເປັນ​ພາ​ສາ​ອັງ​ກິດ, ແລະ ໄດ້​ອ່ານ​ການ​ແປ​ອອກ​ສຽງ ຂະ​ນະ​ທີ່​ຜູ້​ຂຽນ​ບັນ​ທຶກ​ມັນ​ໄວ້. ຜູ້​ຂຽນ​ຂອງ​ໂຈເຊັບ​ແຕ່​ລະ​ຄົນ​ໄດ້​ເປັນ​ພະ​ຍານ​ວ່າ ອຳ​ນາດ​ຂອງ​ພຣະ​ເຈົ້າ​ໄດ້ສະ​ແດງ​ໃຫ້​ປະ​ຈັກ​ຢູ່​ໃນ​ການ​ແປ​ຂອງວຽກ​ງານ​ທີ່​ສັກ​ສິດນີ້.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳຂໍ້ໃດ​ທີ່ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

ໜ້າ​ວິ​ເຄາະ​ສະ​ບັບ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ

ບາງ​ທີ​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ເລີ່ມ​ຕົ້ນ​ຈົດ​ຂໍ້​ພຣະ​ຄຳ​ພີ ຈາກ​ພຣະ​ຄຳ​ພີ​ມໍ​ມອນ ທີ່​ໄດ້​ສ້າງ​ສັດ​ທາ​ຂອງພວກ​ທ່ານ “ວ່າ​ພຣະ​ເຢ​ຊູ ຄື​ພຣະ​ຄຣິດ” ແລະ ຈົດ​ຂໍ້​ອື່ນໆ​ໃສ່ຕື່ມ​ຕະ​ຫລອດ​ປີ. ນີ້​ອາດ​ເປັນ​ເວ​ລາ​ທີ່​ດີ ທີ່​ຈະວາງ​ແຜນ​ເປັນ​ຄອບ​ຄົວ​ສຳ​ລັບ​ການ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ: ພວກ​ທ່ານ​ຈະ​ເຕົ້າ​ໂຮມ​ກັນ​ເພື່ອ​ອ່ານ ໃນ​ເວ​ລາ​ໃດ ແລະ ຢູ່​ໃສ? ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ່​ລະ​ຄົນ​ຈະ​ມີ​ສ່ວນ​ຮ່ວມ​ແບບ​ໃດ? ສຳ​ລັບ​ຄວາມ​ຊ່ວຍ​ເຫລືອ​ເພີ່ມ​ເຕີມ, ໃຫ້​ເບິ່ງ “ແນວ​ຄິດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ​ຂອງ​ທ່ານ” ຢູ່​ທີ່​ຈຸດ​ເລີ່ມ​ຕົ້ນ​ຂອງ​ແຫລ່ງນີ້.

ຄຳ​ນຳ​ຕໍ່​ພຣະ​ຄຳ​ພີ​ມໍ​ມອນ

ສີ​ລາ​ສຳ​ຄັນແມ່ນ ກ້ອນ​ຫີນ ທີ່​ມີ​ລັກ​ສະ​ນະ​ຄື ຫລີ້ມ ຢູ່​ຈຸດ​ກາງ​ສູງ​ສຸດ​ຂອງ​ປະ​ຕູ​ໂຂງ ທີ່​ຍຶດ​ຫີນ​ກ້ອນ​ອື່ນໆ​ໄວ້​ນຳ​ກັນ. ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ​ວິ​ທີ​ທີ່​ພຣະ​ຄຳ​ພີ​ມໍ​ມອນ ເປັນ “ສີ​ລາ​ສຳ​ຄັນ​ຂອງ​ສາດ​ສະ​ໜາ​ຂອງ​ພວກ​ເຮົາ,” ​ທ່ານ​ສາ​ມາດ​ສ້າງ ຫລື ແຕ້ມ​ປະ​ຕູ​ໂຂງ ໂດຍ​ມີ​ສີ​ລາ​ສຳ​ຄັນ​ຢູ່​ຈຸດ​ກາງ​ສູງ​ສຸດ. ຈະ​ມີ​ຫຍັງ​ເກີດ​ຂຶ້ນ ຖ້າ​ຫາກ​ສີ​ລາ​ສຳ​ຄັນຖືກ​ຖອນ​ອອກ? ຈະ​ມີ​ຫຍັງ​ເກີດ​ຂຶ້ນ ຖ້າ​ຫາກ​ເຮົາ​ບໍ່​ມີ​ພຣະ​ຄຳ​ພີ​ມໍ​ມອນ? ເຮົາ​ຈະ​ສາ​ມາດ​ເຮັດ​ໃຫ້​ພຣະ​ຄຳ​ພີ​ມໍ​ມອນ​ເປັນສີ​ລາ​ສຳ​ຄັນ​ຂອງ​ສັດ​ທາ​ຂອງ​ເຮົາ ໃນ​ພຣະ​ເຢ​ຊູ​ຄຣິດ ໄດ້​ແນວ​ໃດ?

ຮູບ​ພາບ
ປະ​ຕູ​ໂຂງ​ທີ່​ເຮັດ​ດ້ວຍ​ກ້ອນຫີນ ທີ່​ມີ​ສີ​ລາ​ສຳ​ຄັນ​ຍຶດ​ໄວ້

ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ສີ​ລາ​ສຳ​ຄັນ​ຂອງ​ສາດ​ສະ​ໜາຂອງ​ເຮົາ.

​ປະ​ຈັກ​ພະ​ຍານ​ຂອງ​ພະ​ຍານ​ສາມ​ຄົນ”; “ປະຈັກ​ພະ​ຍານ​ຂອງ​ພະ​ຍານ​ແປດ​ຄົນ

ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ຂຽນ​ປະ​ຈັກ​ພະ​ຍານ​ຂອງເຂົາ​ເຈົ້າ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ, ເຊັນ​ຊື່​ຂອງ​ເຂົາ​ເຈົ້າ​ໃສ່​ໃນ​ນັ້ນ, ແລະ ຄິດ​ຫາ​ວິ​ທີ​ທີ່​ຈະ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ​ກັບ​ຄົນ​ອື່ນ.

ປະ​ຈັກ​ພະ​ຍານ​ຂອງ​ສາດ​ສະ​ດາ​ໂຈເຊັບ ສະມິດ

ໃນ​ເລື່ອງ​ລາວ​ຂອງ​ໂຈເຊັບ ສະມິດ, ມີ​ຫລັກ​ຖານ​ໃດ​ແດ່​ທີ່​ເຮົາ​ພົບ​ເຫັນ​ວ່າ ພຣະ​ເຈົ້າ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ນຳ​ພຣະ​ຄຳ​ພີ​ມໍ​ມອນ​ອອກ​ມາ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຄຳ​ສັນ​ຍາ​ຂອງ​ສາດ​ສະ​ດາ. ປະ​ທານ​ຣະໂຊ ເອັມ ແນວສັນ ໄດ້​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ທ່ານ​ໄຕ່​ຕອງ​ສິ່ງ​ທີ່​ທ່ານ​ສຶກ​ສາ, ປະ​ຕູ​ສະ​ຫວັນ​ຈະ​ເປີດ​ອອກ, ແລະ ທ່ານ​ຈະ​ໄດ້​ຮັບ​ຄຳ​ຕອບ​ໃຫ້​ແກ່​ຄຳ​ຖາມ​ຂອງ​ທ່ານ ແລະ ໄດ້​ຮັບ​ການ​ຊີ້​ນຳ​ສຳ​ລັບ​ຊີ​ວິດ​ຂອງ​ທ່ານ​ເອງ” (“The Book of Mormon: What Would Your Life Be Like without It?Ensign ຫລື Liahona, Nov. 2017, 62.

ຮູບ​ພາບ
ໂຈເຊັບ​ຮັບ​ເອົາ​ແຜ່ນ​ຈາ​ລຶກ​ຄຳ​ຈາກ​ໂມ​ໂຣ​ໄນ

Moroni Delivers the Golden Plates [ໂມ​ໂຣ​ໄນ​ມອບ​ແຜ່ນ​ຈາ​ລຶກ​ຄຳ], ໂດຍ ແກຣີ ແອວ ຄາບ

ພິມ