ຈົ່ງ​ຕາມ​ເຮົາ​ມາ
ຄຳ​ສັນ​ຍາ​ຂອງ​ສາດ​ສະ​ດາ


“ຄຳ​ສັນ​ຍາ​ຂອງ​ສາດ​ສະ​ດາ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ຄຳ​ສັນ​ຍາ​ຂອງ​ສາດ​ສະ​ດາ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຄຳ​ສັນ​ຍາ​ຂອງ​ສາດ​ສະ​ດາ

ການ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນຈະ​ປ່ຽນແປງ​ທ່ານ. ມັນ​ຈະ​ປ່ຽນ​ແປງ​ຄອບ​ຄົວ​ຂອງ​ທ່ານ. ສາດ​ສະ​ດາ​ຂອງ​ຍຸກ​ສຸດ​ທ້າຍ​ໄດ້ສັນ​ຍາ​ກ່ຽວ​ກັບພະ​ລັງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ ນັບ​ຕັ້ງ​ແຕ່​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ມາ. ໃຫ້​ໄຕ່​ຕອງ​ບົດ​ຄວາມ​ດັ່ງ​ຕໍ່​ໄປນີ້, ແລະ ທົບ​ທວນ​ມັນ​ເປັນ​ປະ​ຈຳ. ພອນ​ຢ່າງ​ໃດ​ແດ່​ໃນ​ຈຳ​ນວນ​ພອນ​ເຫລົ່າ​ນີ້ ທີ່​ທ່ານ​ຢາກ​ໄດ້​ຮັບ? ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ, ໃຫ້​ຄິດ​ທີ່​ຈະ​ບັນ​ທຶກ ແລະ ແບ່ງ​ປັນ​ມັນ​ໃຫ້​ກັບ​ຄົນ​ອື່ນ ເຖິງວິ​ທີ​ທີ່​ຄຳ​ສັນ​ຍາ​ເຫລົ່າ​ນີ້​ໄດ້​ເກີດ​ເປັນ​ຈິງ​ໃນ​ຊີ​ວິດ​ຂອງ​ທ່ານ.

ສາດ​ສະ​ດາ​ໂຈເຊັບ ສະມິດ: “ຂ້າພະ​ເຈົ້າ​ໄດ້​ບອກ​ພີ່ນ້ອງ​ທຸກ​ຄົນ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພຣະ​ຄຳ​ພີ​ທີ່​ຖືກຕ້ອງ​ທີ່​ສຸດ​ໃນ​ໂລກ​ເໜືອ​ກວ່າ​ພຣະ​ຄຳ​ພີ​ໃດໆ ແລະ ມັນ​ເປັນ​ທັງ​ຫລັກ​ສີລາ​ສຳຄັນ ຂອງ​ສາດ​ສະ​ໜາ​ຂອງ​ພວກ​ເຮົາ ແລະ ມະນຸດ​ທຸກ​ຄົນ​ຈະ​ໄດ້​ເຂົ້າ​ໃກ້​ພຣະ​ເຈົ້າ​ໂດຍ​ການ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ພຣະ​ຄຳ​ພີ​ນີ້​ຫລາຍ​ກວ່າ​ປະ​ຕິ​ບັດ​ຕາມ​ໜັງ​ສື​ເຫລັ້ມ​ອື່ນໆ” (Teachings of Presidents of the Church: Joseph Smith [2007], 64).

ປະ​ທານ​ເອ​ສະ​ຣາ ແທັບ ເບັນ​ສັນ: “ພຣະ​ຄຳ​ພີ​ມໍມອນບໍ່​ພຽງ​ແຕ່​ສິດ​ສອນ​ເຮົາ​ເຖິງ​ຄວາມ​ຈິງ​ເທົ່າ​ນັ້ນ, ເຖິງ​ແມ່ນ​ວ່າ​ຕາມ​ຈິງ​ແລ້ວ ມັນ​ກໍ​ເປັນ​ເຊັ່ນ​ນັ້ນ. ພຣະ​ຄຳ​ພີ​ມໍ​ມອນບໍ່​ພຽງ​ແຕ່​ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ​ເທົ່າ​ນັ້ນ, ເຖິງ​ແມ່ນ​ວ່າຕາມ​ຈິງ​ແລ້ວ ມັນ​ກໍ​ເປັນ​ເຊັ່ນ​ນັ້ນ ຄື​ກັນ. ແຕ່​ມັນ​ເປັນ​ຫລາຍກວ່ານັ້ນ. ມັນ​ມີ​ພະ​ລັງ​ຢູ່​ໃນ​ພຣະ​ຄຳ​ພີ ຊຶ່ງ​ຈະ​ເລີ່ມ​ຕົ້ນ​ຫລັ່ງ​ໄຫລ​ມາ​ສູ່​ຊີ​ວິດ​ຂອງ​ທ່ານ ໃນ​ນາ​ທີ​ທີ່​ທ່ານ​ເລີ່ມ​ຕົ້ນ​ສຶກ​ສາ​ມັນ​ຢ່າງ​ຈິງ​ຈັງ. ທ່ານ​ຈະ​ພົບ​ເຫັນ​ພະ​ລັງ​ທີ່​ຍິ່ງ​ໃຫຍ່ກວ່າ ເພື່ອ​ຕ້ານ​ທານ​ກັບ​ການ​ລໍ້​ລວງ. ທ່ານ​ຈະ​ພົບ​ເຫັນ​ພະ​ລັງ​ທີ່​ຈະ​ຫລີກ​ເວັ້ນ​ຈາກ​ການ​ຫລອກ​ລວງ. ທ່ານ​ຈະ​ພົບ​ເຫັນ​ພະ​ລັງ​ທີ່​ຈະ​ຢູ່​ໃນ​ເສັ້ນ​ທາງ​ທີ່ຄັບ ແລະ ແຄບ. ພຣະ​ຄຳ​ພີນີ້​ຖືກ​ເອີ້ນ​ວ່າ ‘ຖ້ອຍ​ຄຳ​ແຫ່ງ​ຊີ​ວິດ’ (ຄ&ພ 84:85), ແລະ ບໍ່​ມີ​ບ່ອນ​ໃດ ທີ່​ມີ​ຄວາມ​ຈິງ​ຫລາຍກວ່າ ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ. ເມື່ອ​ທ່ານ​ເລີ່ມ​ຕົ້ນ​ຫິວກະ​ຫາຍ ຖ້ອຍ​ຄຳ​ເຫລົ່າ​ນັ້ນ, ແລ້ວ​ທ່ານ​ຈະ​ພົບ​ເຫັນ​ຊີ​ວິດ​ເຕັມ​ໄປ​ດ້ວຍ​ຄວາມ​ອຸ​ດົມ​ສົມ​ບູນ​ຫລາຍ​ຂຶ້ນ​ເລື້ອຍໆ” (Teachings of Presidents of the Church: Ezra Taft Benson [2014], 141).

ປະ​ທານ​ກໍ​ດອນ ບີ ຮິງ​ລີ: “ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ໂດຍບໍ່​ລັງ​ເລ​ໃຈ​ວ່າ ຖ້າ​ຫາກ​ທ່ານ​ຈະ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ດ້ວຍ​ການ​ອະ​ທິ​ຖານ, ບໍ່​ວ່າ​ທ່ານ​ເຄີຍ​ອ່ານ​ມາ​ແລ້ວຈັກ​ເທື່ອ​ກໍ​ຕາມ, ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເຂົ້າ​ມາ​ໃນ​ໃຈຂອງ​ທ່ານ​ເພີ່ມ​ເຕີມ​ຫລາຍ​ຂຶ້ນ. ຈະ​ມີ​ຄວາມ​ຕັ້ງ​ໃຈ​ແນ່ວ​ແນ່​ຫລາຍ​ຂຶ້ນ ທີ່​ຈະ​ດຳ​ເນີນ​ຊີ​ວິດ​ດ້ວຍ​ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ແລະ ຈະ​ມີ​ປະ​ຈັກ​ພະ​ຍານ​ທີ່​ເຂັ້ມ​ແຂງ​ເຖິງ​ການ​ຊົງ​ພຣະ​ຊົນ​ຈິງ​ແທ້​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ” (Teachings of Presidents of the Church: Gordon B. Hinckley [2016], 233).

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ: “ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​ມໍມອນ​ດ້ວຍ​ການ​ອະ​ທິ​ຖານ ທຸກວັນ, ທ່ານ​ຈະ​ສາ​ມາດ​ຕັດ​ສິນ​ໃຈ​ໄດ້​ດີກວ່າ​ເກົ່າ—ໃນ​ທຸກວັນ. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ທ່ານ​ໄຕ່​ຕອງ​ສິ່ງ​ທີ່​ທ່ານ​ສຶກ​ສາ, ປະ​ຕູ​ສະ​ຫວັນ​ຈະ​ເປີດ​ອອກ, ແລະ ທ່ານ​ຈະ​ໄດ້​ຮັບ​ຄຳ​ຕອບ​ໃຫ້​ແກ່​ຄຳ​ຖາມ​ຂອງ​ທ່ານ ແລະ ໄດ້​ຮັບ​ການ​ຊີ້​ນຳ​ສຳ​ລັບ​ຊີ​ວິດ​ຂອງ​ທ່ານ​ເອງ. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ທຸກວັນ, ທ່ານ​ຈະ​ມີ​ພູມ​ຕ້ານ​ທານ​ສິ່ງ​ຊົ່ວ​ຮ້າຍ​ທຸກວັນ, ແມ່ນ​ແຕ່ໂຣກ​ລະ​ບາດ​ຂອງ​ຮູບ​ພາບ​ລາ​ມົກ ແລະ ການ​ຕິດ​ແສດ​ທາງ​ຈິດ​ໃຈ​ອື່ນໆ” (“The Book of Mormon: What Would Your Life Be Like without It?Ensign ຫລື Liahona, Nov. 2017, 62–63).

ພິມ