ຈົ່ງ​ຕາມ​ເຮົາ​ມາ
ແນວ​ຄິດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ​ຂອງ​ທ່ານ


“ແນວ​ຄິດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ​ຂອງ​ທ່ານ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ແນວ​ຄິດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ​ຂອງ​ທ່ານ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ

ແນວ​ຄິດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ​ຂອງ​ທ່ານ

ຕໍ່​ໄປ​ນີ້​ແມ່ນ​ວິ​ທີ​ທີ່​ລຽບ​ງ່າຍ ເພື່ອ​ສົ່ງ​ເສີມ​ການ​ສຶກ​ສາ​ຂອງ​ທ່ານ​ກ່ຽວ​ກັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ຢູ່​ໃນ​ພຣະ​ຄຳ​ພີ.

ຊອກ​ຫາ​ຄວາມ​ຈິງ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ

ພຣະ​ຄຳ​ພີ​ສິດ​ສອນ​ເຮົາ​ວ່າ ທຸກ​ສິ່ງ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ (ເບິ່ງ 2 ນີ​ໄຟ 11:4; ໂມ​ເຊ 6:63), ສະ​ນັ້ນ ຈົ່ງ​ຊອກ​ຫາ​ພຣະ​ອົງ​ຢູ່​ໃນ​ເຫດ​ການ, ເລື່ອງລາວ, ແລະ ຄຳ​ສອນ​ຕ່າງໆ​ຈາກ​ພຣະ​ຄຳ​ພີ​ມໍ​ມອນ. ໃຫ້​ຄິດ​ທີ່​ຈະ​ໝາຍ​ເຫດ ຫລື ໝາຍ​ຂໍ້​ທີ່​ສິດ​ສອນ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ວິ​ທີ​ທີ່​​ຈະ​ຕິດ​ຕາມ​ພຣະ​ອົງ.

ຊອກ​ຫາ​ຖ້ອຍ​ຄຳ ແລະ ສຳ​ນວນ​ທີ່​ດົນ​ໃຈ

ທ່ານ​ອາດ​ພົບ​ເຫັນ​ຖ້ອຍ​ຄຳ ແລະ ສຳ​ນວນ​ບາງ​ອັນ​ຢູ່​ໃນ​ພຣະ​ຄຳ​ພີ ທີ່​ປະ​ທັບ​ໃຈ​ທ່ານ, ຄື​ກັບ​ວ່າ​ມັນ​ຖືກ​ຂຽນ​ໄວ້​ສຳ​ລັບ​ທ່ານ​ໂດຍ​ສະ​ເພາະ. ທ່ານ​ອາດ​ຮູ້​ສຶກວ່າ ມັນ​ກ່ຽວ​ຂ້ອງ​ກັບ​ທ່ານ ແລະ ດົນ​ໃຈ ແລະ ກະ​ຕຸ້ນ​ທ່ານ. ໃຫ້​ຄິດ​ທີ່​ຈະ​ໝາຍ​ມັນ​ຢູ່​ໃນ​ພຣະ​ຄຳ​ພີ​ຂອງ​ທ່ານ ຫລື ຂຽນ​ມັນ​ໄວ້​ຢູ່​ໃນ​ປຶ້ມ​ບັນ​ທຶກ​ການ​ສຶກ​ສາ​ສ່ວນ​ຕົວ​ຂອງ​ທ່ານ.

ຊອກ​ຫາ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ

ບາງ​ເທື່ອ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ (ສ່ວນ​ຫລາຍ​ແລ້ວ​ຖືກ​ເອີ້ນ​ວ່າ ຄຳ​ສອນ ຫລື ຫລັກ​ທຳ) ກ່າວ​ກົງ​ໄປ​ກົງ​ມາ, ແລະ ບາງ​ເທື່ອ​ມັນ​ກ່າວ​ຜ່ານ​ທາງ​ຕົວ​ຢ່າງ ຫລື ເລື່ອງ​ລາວ. ໃຫ້​ຖາມ​ຕົວ​ເອງວ່າ, “ຄວາມ​ຈິງ​ນິ​ລັນ​ດອນ​ຢ່າງ​ໃດ​ແດ່​ທີ່​ສິດ​ສອນ​ຢູ່​ໃນ​ຂໍ້​ເຫລົ່ານີ້?”

ເຊື່ອ​ຟັງພຣະ​ວິນ​ຍານ

ໃຫ້​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ນຶກ​ຄິດ ແລະ ຄວາມ​ຮູ້​ສຶກ​ຂອງ​ທ່ານ, ເຖິງ​ແມ່ນວ່າ​ມັນ​ບໍ່​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່ທ່ານ​ກຳ​ລັງ​ອ່ານ​ຢູ່​ກໍ​ຕາມ. ການ​ກະ​ຕຸ້ນ​ເຫລົ່າ​ນັ້ນ​ອາດ​ເປັນ​ສິ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປະ​ສົງ​ໃຫ້​ທ່ານ​ຮຽນ​ຮູ້.

ປຽບ​ທຽບ​ພຣະ​ຄຳ​ພີ​ໃສ່​ກັບ​ຊີ​ວິດ​ຂອງ​ທ່ານ

ໃຫ້ພິ​ຈາ​ລະ​ນາວິ​ທີ​ທີ່​ເລື່ອງ​ລາວ ແລະ ຄຳ​ສອນ​ທີ່​ທ່ານ​ກຳ​ລັງ​ອ່ານ​ຢູ່ ກ່ຽວ​ຂ້ອງ​ກັບ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ຖາມ​ຕົວ​ເອງວ່າ, “ປະ​ສົບ​ການ​ໃດ​ແດ່​ທີ່​ເຮົາ​ເຄີຍ​ມີ ທີ່​ຄ້າຍ​ຄື​ກັນ​ກັບ​ສິ່ງ​ທີ່​ເຮົາ​ກຳ​ລັງ​ອ່ານ​ຢູ່ນີ້?” ຫລື “ເຮັດ​ແນວ​ໃດເຮົາ​ຈຶ່ງຈະ​ສາ​ມາດ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ບຸກ​ຄົນ​ນີ້ ຢູ່​ໃນ​ພຣະ​ຄຳ​ພີ​ໄດ້?”

ຖາມ​ຄຳ​ຖາມ​ຂະ​ນະ​ທີ່​ທ່ານ​ສຶກ​ສາ

ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ, ອາດ​ມີຄຳ​ຖາມ​ທີ່ເຂົ້າ​ມາ​ສູ່​ຈິດ​ໃຈ​ຂອງ​ທ່ານ. ຄຳ​ຖາມ​ເຫລົ່ານີ້​ອາດ​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ທ່ານ​ກຳ​ລັງ​ອ່ານ​ຢູ່ ຫລື ກັບ​ຊີ​ວິດ​ຂອງ​ທ່ານ​ໂດຍ​ທົ່ວ​ໄປ. ໃຫ້​ໄຕ່​ຕອງ​ຄຳ​ຖາມ​ເຫລົ່າ​ນີ້ ແລະ ຊອກ​ຫາ​ຄຳ​ຕອບ ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​ຕໍ່​ໄປ.

ໃຊ້​ແຫລ່ງ​ຊ່ວຍ​ເຫລືອ​ການ​ສຶກ​ສາ​ພຣະ​ຄຳ​ພີ

ເພື່ອ​ຈະ​ໄດ້​ຄວາມ​ຮູ້​ເພີ່ມ​ເຕີມ​ຈາກ​ຂໍ້​ທີ່​ທ່ານ​ອ່ານ, ໃຫ້​ໃຊ້ ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ, ຄູ່​ມື​ພຣະ​ຄຳ​ພີ (scriptures.ChurchofJesusChrist.org), ແລະ ແຫລ່ງ​ຊ່ວຍ​ເຫລືອ​ການ​ສຶກ​ສາ​ຢ່າງ​ອື່ນໆ.

ໃຫ້​ພິ​ຈາ​ລະ​ນາ​ສະ​ພາບ​ການ​ຂອງ​ພຣະ​ຄຳ​ພີ

ທ່ານ​ສາ​ມາດ​ພົບ​ເຫັນ​ຄວາມ​ຮູ້​ທີ່​ມີ​ຄວາມ​ໝາຍ ກ່ຽວ​ກັບ​ຂໍ້​ພຣະ​ຄຳ​ພີ ຖ້າ​ຫາກ​ທ່ານ​ພິ​ຈາ​ລະ​ນາ​ສະ​ພາບ​ການ—ສະ​ຖາ​ນະ​ການ ຫລື ສະ​ຖານ​ທີ່​ຂອງ​ຂໍ້ພຣະ​ຄຳ​ພີ. ຍົກ​ຕົວ​ຢ່າງ, ການ​ຮູ້​ຈັກ​ເບື້ອງ​ຫລັງ ແລະ ຄວາມ​ເຊື່ອ​ຖື​ຂອງ​ຜູ້​ຄົນ ທີ່​ສາດ​ສະ​ດາ​ກ່າວ​ກັບ ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ເຈດ​ຕະ​ນາ​ຂອງ​ຖ້ອຍ​ຄຳ​ຂອງ​ເພິ່ນ​ໄດ້.

ບັນ​ທຶກ​ຄວາມ​ຄິດ ແລະ ຄວາມ​ຮູ້​ສຶກ​ຂອງ​ທ່ານ

ມັນ​ມີ​ຫລາຍ​ວິ​ທີ​ທາງ​ທີ່​ຈະ​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ ທີ່​ມາ​ສູ່​ທ່ານ ຂະ​ນະ​ທີ່​ທ່ານ​ສຶກ​ສາ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ໝາຍ​ຂໍ້​ຄວາມ ຫລື ສຳ​ນວນ​ທີ່​ມີ​ຄວາມ​ໝາຍ ແລະ ບັນ​ທຶກ​ຄວາມ​ຄິດ​ຂອງ​ທ່ານໄວ້ ເປັນ​ຄຳ​ໝາຍ​ເຫດ​ຢູ່​ໃນ​ພຣະ​ຄຳ​ພີ​ຂອງ​ທ່ານ. ທ່ານ​ກໍ​ສາ​ມາດ​ບັນ​ທຶກຄວາມ​ຮູ້, ຄວາມ​ຮູ້​ສຶກ, ແລະ ຄວາມ​ປະທັບ​ໃຈ ທີ່​ທ່ານ​ໄດ້​ຮັບ ໄວ້​ໃນ​ປຶ້ມ​ບັນ​ທຶກ​ສ່ວນ​ຕົວ​ນຳ​ອີກ.

ສຶກສາ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ ຂອງ​ຍຸກ​ສຸດ​ທ້າຍ

ໃຫ້​ອ່ານ​ສິ່ງ​ທີ່​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ຂອງ​ຍຸກ​ສຸດ​ທ້າຍ​ໄດ້​ສິດ​ສອນ ກ່ຽວ​ກັບ​ຫລັກ​ທຳ ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ​ພຣະ​ຄຳ​ພີ (​ຍົກ​ຕົວ​ຢ່າງ, ເບິ່ງ conference.ChurchofJesusChrist.org ແລະ ວາ​ລະ​ສານ​ຂອງ​ສາດ​ສະ​ໜາ​ຈັກ).

ແບ່ງ​ປັນ​ຄວາມ​ຮູ້

ການ​ສົນ​ທະ​ນາ​ຄວາມ​ຮູ້​ຈາກ​ການ​ສຶກ​ສາ​ສ່ວນ​ຕົວ​ຂອງ​ທ່ານ ບໍ່​ພຽງ​ແຕ່​ເປັນ​ວິ​ທີ​ທີ່​ດີ ທີ່​ຈະ​ສິດ​ສອນ​ຄົນ​ອື່ນ​ເທົ່າ​ນັ້ນ, ແຕ່​ມັນ​ຍັງ​ຈະ​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ສິ່ງ​ທີ່​ທ່ານ​ໄດ້​ອ່ານ​ຫລາຍ​ຂຶ້ນກວ່າ​ເກົ່າ​ນຳ​ອີກ.

ດຳ​ລົງ​ຊີ​ວິດ​ຕາມ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້

ການ​ສຶກ​ສາ​ພຣະ​ຄຳ​ພີ ບໍ່​ຄວນ​ພຽງ​ແຕ່ດົນ​ໃຈ​ເຮົາ​ເທົ່າ​ນັ້ນ ແຕ່​ຍັງ​ນຳ​ພາ​ເຮົາ​ໃຫ້​ປ່ຽນ​ວິ​ທີ​ທີ່​ເຮົາ​ດຳ​ລົງ​ຊີ​ວິດ​ນຳ​ອີກ. ໃຫ້ເຊື່ອ​ຟັງຕາມ​ສິ່ງ​ທີ່​ພຣະ​ວິນ​ຍານ​ກະ​ຕຸ້ນ​ທ່ານ​ໃຫ້​ເຮັດ ຂະ​ນະ​ທີ່​ທ່ານ​ອ່ານ, ແລະ ແລ້ວ​ໃຫ້​ຕັ້ງ​ໃຈ​ເຮັດ​ຕາມ​ການກະ​ຕຸ້ນ​ເຫລົ່າ​ນັ້ນ.

ຮູບ​ພາບ
ຜູ້​ຊາຍ​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ

ປະ​ທານ​ຣະໂຊ ເອັມ ແນວສັນ ໄດ້​ກ່າວ​ວ່າ: “ຖ້າ​ຫາກ​ເຮົາ ‘ຈະ​ມຸ້ງ​ໜ້າ, ຊື່ນ​ຊົມ​ຢູ່​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ, ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ, … [ເຮົາ] ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ’ [2 ນີ​ໄຟ 31:20].

“ຄຳ​ວ່າ​ຊື່ນ​ຊົມ​ໝາຍ​ເຖິງ​ຫລາຍກວ່າ​ການ​ຊີມ. ຊື່ນ​ຊົມ​ໝາຍ​ເຖິງການກິນ​ຢ່າງ​ແຊບ​ຊ້ອຍ. ເຮົາ​ຮັບ​ສ່ວນ​ພຣະ​ຄຳ​ພີຢ່າງ​ແຊບຊ້ອຍ​ໂດຍ​ການ​ສຶກ​ສາ​ມັນ ໃນ​ຄວາມ​ຮູ້​ສຶກ​ຂອງ​ການ​ຄົ້ນ​ຄວ້າ​ດ້ວຍ​ຄວາມ​ເບີກ​ບານ​ໃຈ ແລະ ດ້ວຍ​ການ​ເຊື່ອ​ຟັງ​ທີ່​ຊື່​ສັດ. ເມື່ອ​ເຮົາ​ຊື່ນ​ຊົມ​ຢູ່​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ, ມັນ​ຈະ​ຝັງ​ແໜ້ນຢູ່​ໃນ ‘ຫົວ​ໃຈ’ [2 ໂກ​ຣິນ​ໂທ 3:3]. ມັນ​ໄດ້​ກາຍ​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ​ຂອງ​ທຳ​ມະ​ຊາດ​ຂອງ​ເຮົາ” (“Living by Scriptural Guidance,” Ensign, Nov. 2000, 17).

ພິມ