ຈົ່ງ​ຕາມ​ເຮົາ​ມາ
ແຫລ່ງ​ຊ່ວຍ​ເຫລືອ​ເພີ່ມ​ເຕີມ


“ແຫລ່ງ​ຊ່ວຍ​ເຫລືອ​ເພີ່ມ​ເຕີມ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ແຫລ່ງ​ຊ່ວຍ​ເຫລືອ​ເພີ່ມ​ເຕີມ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ຫລິ້ນ​ເກມ

ແຫລ່ງ​ຊ່ວຍ​ເຫລືອ​ເພີ່ມ​ເຕີມ

ແຫລ່ງ​ຊ່ວຍ​ເຫລືອ​ທັງ​ໝົດ​ເຫລົ່າ​ນີ້ ມີ​ຢູ່​ໃນ​ແອພ ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ແລະ ມີ​ຢູ່​ທີ່ ChurchofJesusChrist.org.

ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ

ເພງ​ທີ່​ສັກ​ສິດ​ຈະ​ເຊື້ອ​ເຊີນ​ພຣະ​ວິນ​ຍານໃຫ້​ມາ​ສະ​ຖິດ​ຢູ່​ນຳ ແລະ ຈະ​ສິດ​ສອນ​ຄຳ​ສອນ ໃນ​ວິ​ທີ​ທາງ​ທີ່​ໜ້າ​ຊົງ​ຈຳ. ນອກ​ເໜືອ​ໄປ​ຈາກ ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ ຊະ​ນິດ​ທີ່​ເປັນ​ປຶ້ມ​ແລ້ວ, ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ​ຫລາຍໆ​ເພງ ຊະ​ນິດ​ທີ່​ເປັນ​ແຟມ​ສຽງ ແລະ ວິ​ດີ​ໂອ ກໍ​ຍັງ​ມີ​ໃຫ້​ທ່ານ​ໃຊ້​ນຳ​ອີກ ຢູ່​ທີ່ music.ChurchofJesusChrist.org ແລະ ຢູ່​ໃນ​ແອພ Sacred Music [ເພງ​ທີ່​ສັກ​ສິດ].

ວາ​ລະ​ສານ​ຂອງ​ສາດ​ສະ​ໜາ​ຈັກ

ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ

ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ ສາ​ມາດ​ຊ່ວຍ​ເດັກ​ນ້ອຍ​ຮຽນ​ຮູ້​ຄຳ​ສອນ ແລະ ເລື່ອງ​ລາວ​ທີ່​ພົບ​ເຫັນ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້. ກໍ​ຍັງ​ມີ​ວິ​ດີ​ໂອ ກ່ຽວ​ກັບ​ເລື່ອງ​ເຫລົ່າ​ນີ້​ຢູ່​ໃນ​ແອພ ຫໍ​ສະໝຸດ​ພຣະ​ກິດ​ຕິ​ຄຸນ​ນຳ​ອີກ ແລະ ມີ​ຢູ່​ທີ່ medialibrary.ChurchofJesusChrist.org.

ປຶ້ມ​ບົດ​ຮຽນ​ຂອງ​ຫ້ອງ​ຮຽນ​ສາດ​ສະ​ໜາ ແລະ ສະ​ຖາ​ບັນ

ປຶ້ມ​ບົດ​ຮຽນ​ຂອງ​ຫ້ອງ​ຮຽນ​ສາດ​ສະ​ໜາ ແລະ ສະ​ຖາ​ບັນ ຈະ​ໃຫ້​ປະ​ຫວັດ​ເບື້ອງ​ຫລັງ ແລະ ຄຳ​ບັນ​ຍາຍ​ເລື່ອງ​ຄຳ​ສອນ ສຳ​ລັບ​ຫລັກ​ທຳ ແລະ ເລື່ອງ​ລາວທີ່​ພົບ​ເຫັນ​ຢູ່​ໃນ​ພຣະ​ຄຳ​ພີ.

ຫ້ອງ​ສະ​ໝຸດ​ສື່​ຕ່າງໆ

ງານ​ສິ​ລະ​ປະ, ວິ​ດີ​ໂອ, ແລະ ສື່​ອື່ນໆ ກໍ​ສາ​ມາດ​ຊ່ວຍ​ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ ໃຫ້​ວາດ​ພາບ​ເຫັນ​ຄຳ​ສອນ ແລະ ເລື່ອງ​ລາວ ທີ່​ພົບ​ເຫັນ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້. ໃຫ້​ເປີດ medialibrary.ChurchofJesusChrist.org ເພື່ອ​ຊອກ​ຫາ​ແຫລ່ງ​ສື່​ຕ່າງໆ ທີ່​ສາດ​ສະ​ໜາ​ຈັກ​ໄດ້​ສະ​ສົມ​ໄວ້, ລວມ​ທັງວິ​ດີ​ໂອ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ, ຊຶ່ງ​ບັນ​ຍາຍ​ເຫດ​ການ​ທີ່​ໄດ້​ເກີດ​ຂຶ້ນ ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ. ຫ້ອງ​ສະ​ໝຸດ​ສື່​ຕ່າງໆ ມີ​ບໍ​ລິ​ການ​ໃນ​ແອພ ມື​ຖື.

ແຫລ່ງ​ຊ່ວຍ​ເຫລືອ​ເຫລັ້ມ​ນີ້ ມີ​ລາຍ​ການ​ຫົວ​ຂໍ້​ພຣະ​ກິດ​ຕິ​ຄຸນ ລຽງ​ຕາມ​ຕົວ​ອັກ​ສອນ ທີ່​ບັນ​ຍາຍ​ໃນ​ຄຳ​ງ່າຍໆ.

ພິມ